7415

25/11/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ອ່ານຕໍ່ສະ—ັ—ໜ້າ ຕໍ່າກໜ້າ 7;k,gxa o9y '0v'l6 o/b d c]t Ia [xtda odko[y o{;y mtpkw]dko[y o,y f8trk[ ]k;{9u o [h kogdy o —ົດສະເໜີ ໃຫ້ມີຄວາມເຂັ້ມແຂງ, ສະໜັບສະ ໜູນການເຊື່ອມໂຍງ, ຫລຸດຜ່ອນ ຊ່ອງຫວ່າງການພັດທະນາ ແລະ ສ້າງຜົນປະໂຫຍດຮ່ວມກັນ. ທ່ານນາງ ຄຳເພົາ ເອິນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໃຫ້ສຳພາດ ວ່າ: ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ແລະ ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງໃຫ້ເຫັນເຖິງຫລັກໝັ້ນ ຂອງລາວ ໃນການເພີ່ມທະວີການ ພົວພັນລະຫວ່າງ ສອງປະເທດ ແລະ ຊຸກຍູ້ການພົວພັນຮ່ວມມືສາກົນ ຊຶ່ງ ຄວາມໝາຍດ້ານການເມືອງ ແລະ ພາກປະຕິບັດຢ່າງແໜ້ນແຟ້ນ ໃນ 3 ດ້ານຄື: ສຳລັບການພົວພັນ ລາວຫວຽດນາມ ແມ່ນການຢືນຢັນເຖິງ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການ ຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດ ລະຫວ່າງສອງພັກ, ລັດ ແລະ ປະຊາຊົນສອງປະເທດ ເຮົາ. ການຢ້ຽມຢາມທາງການຂັ້ນ ຂປລ. ສະໜາມບິນບ້ານເກິນ ເປັນໜຶ່ງໃນສະໜາມບິນທີ່ເກົ່າແກ່, ຖືກສ້າງຂຶ້ນໃນໄລຍະສົງຄາມລັບ ຢູ່ລາວຊຸມປີ 1960 ໂດຍກອງທັບ ສະຫະລັດອາເມລິກາ ຮ່ວມກັບກອງ ທັບລາຊະອານາຈັກລາວ ເພື່ອເປັນ ຖານສະໜັບສະໜູນການບິນໄປທຳ ລາຍຖານເຂດທີ່ໝັ້ນຂອງກຳລັງ ແນວລາວຮັກຊາດ. ພາຍຫລັງປະ ເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນ ສປປ ລາວ ໃນປີ 1975 ສະໜາມບິນດັ່ງກ່າວ ໄດ້ຢຸດ ຕິການເຄື່ອນໄຫວແຕ່ຍັງຖືກຮັກສາ ໄວ້ເປັນສະໜາມບິນການທະຫານ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງ ກົມທະຫານອາກາດໃນເມື່ອກ່ອນ ກໍຄື ກອງບັນຊາການທະຫານອາ ກາດໃນປັດຈຸບັນ. ເຫລົ່າຮົບທະຫານ ອາກາດແມ່ນໜຶ່ງໃນບັນດາເຫລົ່າ ຮົບຂອງກອງທັບປະຊາຊົນລາວ ເຮັດໜ້າທີ່ໃນການອົບຮົມ-ຫັດ ແອບ, ກຽມພ້ອມສູ້ຮົບປົກປ້ອງນ່ານ ]k;{s;Pfok, ln [8glu ,lh k'lkprq ;ra oIj ;,,n Iv[fh ko c]t s5 h olj ;op5 fmtlkf + ຟ້າ, ອະທິປະໄຕຂອງ ສປປ ລາວ ຮັບປະກັນໃຫ້ແກ່ການນຳພັກ-ລັດ ແລະ ຊ່ວຍເຫລືອບັນເທົາໄພພິບັດ ນັບວ່າເປັນເຫລົ່າຮົບໜຶ່ງທີ່ສຳຄັນ, ແຕ່ບໍ່ໄດ້ຮັບການປັບປຸງໃຫ້ດີເທົ່າທີ່ ຄວນ ອັນເນື່ອງມາຈາກຄວາມຈຳ ກັດທາງດ້ານງົບປະມານຂອງກອງ ທັບກໍຄືລັດຖະບານ.ສຳລັບສະໜາມ ບິນຫລັກຂອງກອງທັບໃນໄລຍະ ຜ່ານມາແມ່ນນຳໃຊ້ສະໜາມບິນ ວັດໄຕນະຄອນຫລວງວຽງຈັນ ແລະ ສະໜາມບິນທົ່ງໄຫຫີນ ແຂວງ ຊຽງຂວາງ ຊຶ່ງສະໜາມບິນດັ່ງ ກ່າວ ເປັນການນຳໃຊ້ຮ່ວມກັບກົມ ການບິນພົນລະເຮືອນຮັບໃຊ້ການ ຄົມມະນາຄົມຂົນສົ່ງໂດຍສານທົ່ວ ໄປຈຶ່ງບໍ່ສະດວກໃນການອົບຮົມ ຝຶກແອບການບິນ ແລະ ປະຕິບັດ ໜ້າທີ່ທາງການທະຫານ. ກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ ຈຶ່ງໄດ້ຄົ້ນຄວ້າວາງແຜນຍຸດທະ ສາດໃນການສ້າງ ແລະ ພັດທະນາ ສະໜາມບິນສະເພາະໃນການຝຶກ ແອບການບິນຂອງກອງທັບ. ໂຄງ ການປັບປຸງ ແລະ ກໍ່ສ້າງສູນຝຶກ ການບິນ-ສະໜາມບິນ ບ້ານເກິນ ແມ່ນໂຄງການໜຶ່ງທີ່ນອນໃນແຜນ ການປັບປຸງກໍ່ສ້າງກຳລັງກະຊວງ ປ້ອງກັນປະເທດ ໃຫ້ແກ່ເຫລົ່າຮົບ ທະຫານອາກາດກອງທັບປະຊາ ຊົນລາວ. ຍ້ອນການສ້າງສູນຝຶກການ ບິນຕ້ອງການເຕັກນິກການອອກ ແບບ, ການກໍ່ສ້າງທີ່ມີຄວາມລະ ອຽດ ແລະ ທີ່ສຳຄັນແມ່ນຕ້ອງໃຊ້ ທຶນມະຫາສານ ໂດຍອີງໃສ່ແນວ ທາງການຕ່າງປະເທດຂອງພັກ, ການພົວພັນຮ່ວມມືພາກພື້ນ ແລະ ສາກົນ ກັບບັນດາປະເທດເພື່ອນ ມິດຍຸດທະສາດ ໂດຍສະເພາະແມ່ນ ກັບກອງທັບປົດປ່ອຍປະຊາຊົນ ຈີນ ທີ່ມີມູນເຊື້ອມາຢ່າງຍາວນານ. ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຈຶ່ງໄດ້ປຶກສາຫາລືນຳ ກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ໃນການສຶກສາຄວາມ ເປັນໄປໄດ້ໃນການກໍ່ສ້າງສູນຝຶກ ການບິນໃຫ້ເຫລົ່າຮົບທະຫານອາ ກາດກອງທັບປະຊາຊົນລາວ ຊຶ່ງ ຈຸດປະສົງຫລັກຂອງໂຄງການນີ້ ແມ່ນເພື່ອຊ່ວຍຍົກລະດັບຂີດຄວາມ ສາມາດວຽກງານການບິນຂອງ ກຳລັງທະຫານອາກາດກອງທັບ ປະຊາຊົນລາວ, ສົ່ງເສີມ, ເພີ່ມທະ ວີການບຳລຸງກໍ່ສ້າງ ແລະ ອົບຮົມ ຝຶກແອບໃຫ້ນັກບິນທະຫານອາກາດ ກອງທັບປະຊາຊົນລາວ, ພັດທະນາ ບຸກຄະລາກອນ, ການຊ່ວຍເຫລືອ ດ້ານມະນຸດສະທຳ ແລະ ເຮັດໜ້າທີ່ ເປັນສະໜາມບິນສຳຮອງໃຫ້ການ ບິນພົນລະເຮືອນ. ໂຄງການດັ່ງ ກ່າວ ຍັງເປັນການຜັນຂະຫຍາຍ ການພົວພັນຮ່ວມມືທີ່ມີມູນເຊື້ອ ລາວ-ຈີນ ຕາມທິດ 4 ດີ (ບ້ານ ໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ), ເປັນການຜັນຂະຫຍາຍແຜນດຳເນີນ ງານຄູ່ຮ່ວມຊາຕາກຳ ລາວ-ຈີນ 2024-2028 ເພື່ອການຮ່ວມມື ແລະ ການແລກປ່ຽນລະຫວ່າງທະ ຫານອາກາດ ລາວ-ຈີນ, ຈີນ-ລາວ ບົນພື້ນຖານຄວາມເຄົາລົບ ແລະ ປະສານງານຮ່ວມມືແບບສະເໝີ ພາບ ຊຶ່ງສອດຄ່ອງກັບກົດໝາຍ ພາຍໃນຂອງສອງປະເທດ ແລະ ກົດໝາຍສາກົນທີ່ກ່ຽວຂ້ອງ. ໂຄງ ການກໍ່ສ້າງ ແລະ ການເປີດນຳໃຊ້ ສູນຝຶກດັ່ງກ່າວ ມີເປົ້າໝາຍເພື່ອ ຊ່ວຍທະຫານອາກາດກອງທັບປະ ຊາຊົນລາວໃນພາກປະຕິບັດຕົວຈິງ, ບໍ່ມີຈຸດປະສົງແນໃສ່ຝ່າຍທີ 3, ບໍ່ມີ ຈຸດປະສົງທີ່ຈະເປັນໄພຂົ່ມຂູ່ຕໍ່ປະ ເທດໃດໆໃນພາກພື້ນ. ພາຍຫລັງການເປີດນຳໃຊ້ສູນ ຝຶກການບິນ ແລະ ວິທະຍາໄລການ ບິນມິດຕະພາບ ລາວ-ຈີນ ຢ່າງເປັນ ທາງການ ເມື່ອວັນທີ 29 ກັນຍາ ຜ່ານມາ ກໍເກີດມີກະແສຂ່າວຕ່າງໆ ນານາຜ່ານສື່ສັງຄົມອອນລາຍທີ່ມີ ທາງບວກແລະທາງລົບຕໍ່ໂຄງການ ສະໜາມບິນບ້ານເກິນລວມທັງພາບ ພົດການຮ່ວມມືທີ່ດີລະຫວ່າງ ສປປ ລາວ ກັບ ສປ ຈີນ. ສປປ ລາວ ປັບປຸງກໍ່ສ້າງກອງທັບປະຊາຊົນ ລາວ ຕາມນະໂຍບາຍປ້ອງກັນ ຊາດ-ປ້ອງກັນຕົວ, ການຮ່ວມມືກັບ ກອງທັບປົດປ່ອຍປະຊາຊົນຈີນ ບໍ່ມີ ຈຸດປະສົງໃດໆທີ່ຈະເປັນໄພຂົ່ມຂູ່ຕໍ່ ອຳນາດອະທິປະໄຕຂອງປະເທດ ອື່ນ. ສປປ ລາວ ຮັບຮູ້ດີຕໍ່ຄວາມ ໂຫດຮ້າຍຂອງສົງຄາມອິນດູຈີນ ເວົ້າລວມ, ເວົ້າສະເພາະແມ່ນສົງ ຄາມທຳລາຍທາງອາກາດຕໍ່ຜືນ ແຜ່ນດິນລາວ ໃນຊຸມປີ 19601970 ທີ່ຜ່ານມາແລ້ວ 50 ກວ່າປີ, ລູກໂບມ, ລູກລະເບີດທີ່ເສດເຫລືອ ໃນປາງສົງຄາມນັ້ນ ໄດ້ກາຍເປັນ ມໍລະດົກທີ່ບໍ່ເພິ່ງປາດຖະໜາ, ຍັງ ສົ່ງກະທົບຕໍ່ການດຳລົງຊີວິດຂອງ ປະຊາຊົນລາວ ແລະ ການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ມາຮອດປັດຈຸບັນ. ສປປ ລາວ, ກອງທັບປະຊາຊົນລາວ ມີຄວາມ ຈຳເປັນຕ້ອງປັບປຸງກໍ່ສ້າງກຳລັງ ຂອງຕົນ ເພື່ອສ້າງຂີດຄວາມສາ ມາດປ້ອງກັນບໍ່ໃຫ້ປະຫວັດສາດ ກັບມາຊ້ຳຮອຍໄປພ້ອມກັບການ ສົ່ງເສີມການພົວພັນຮ່ວມມືທີ່ດີກັບ ບັນດາປະເທດໃກ້ຄຽງ, ພາກພື້ນ ແລະ ສາກົນ ບົນພື້ນຖານເພື່ອສັນຕິ ພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນ ປະໂຫຍດບົນຫລັກການເຄົາລົບອະ ທິປະໄຕຂອງກັນ ແລະ ກັນ. ໃນນາມກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ ຂໍຢືນຢັນວ່າ ການເປີດນຳໃຊ້ໂຄງການກໍ່ສ້າງ ສູນຝຶກ ແລະ ຮັບປະກັນການບິນ ຮ່ວມສະໜາມບິນບ້ານເກິນ ຫລື ວິທະຍາໄລການບິນມິດຕະພາບ ລາວ-ຈີນ ແມ່ນສິດທິອັນຊອບທຳ ໃນການປັບປຸງກໍ່ສ້າງເຫລົ່າຮົບ ທະຫານອາກາດຂອງຕົນໃຫ້ເຂັ້ມ ແຂງຂຶ້ນ, ທັນສະໄໝຂຶ້ນສາມາດ ປົກປັກຮັກສາອຳນາດອະທິປະໄຕ ຂອງຊາດໄວ້ໃຫ້ໝັ້ນຄົງ ແລະ ທັງ ແມ່ນໂຄງການຮ່ວມມືສອງຝ່າຍ ລາວ-ຈີນ ໃນການຊ່ວຍຍົກລະດັບ ຂີດຄວາມສາມາດກຳລັງທະຫານ ອາກາດກອງທັບປະຊາຊົນລາວ ເທົ່ານັ້ນ. ສູງໃນຮູບແບບນີ້ ເປັນການທົບທວນ ຄວາມຄືບໜ້າ, ຢັ້ງຢືນຄວາມໄວ້ ເນື້ອເຊື່ອໃຈດ້ານການເມືອງ, ການ ວາງທິດທາງທີ່ຈະແຈ້ງໃຫ້ແກ່ການ ຮ່ວມມືໃນໄລຍະຕໍ່ໄປ, ທັງເປັນການ ສ້າງກຳລັງແຮງໃຫ້ແກ່ການເຊື່ອມ ໂຍງເຂົ້າກັບການຮ່ວມມືລະຫວ່າງ ສອງປະເທດ ກໍຄື ບັນດາວາລະອະນຸ ພາກພື້ນຮ່ວມຂອງພວກເຮົາ. ສອງ,ສຳລັບອະນຸພາກພື້ນແມ່ນ້ຳ ຂອງ, ລາວ ແລະ ຫວຽດນາມ ແມ່ນ ສະມາຊິກທີ່ຕັ້ງໜ້າຂອງ CLM7 ແລະ ACMECS. ການຢ້ຽມຢາມ ແມ່ນໂອກາດເພື່ອຮັດແໜ້ນການ ຮ່ວມ ມືລະຫວ່າງສອງປະເທດກັບ ບັນດາບູລິມະສິດຂອງສອງກົນໄກ ດັ່ງກ່າວ. ພິເສດແມ່ນການເຊື່ອມ ໂຍງ, ການອຳນວຍຄວາມສະດວກ ດ້ານການຄ້າ, ການພັດທະນາຊັບພະ ຍາກອນມະນຸດ, ການຮ່ວມມືດ້ານດີ ຈິຕອນ ແລະ ການພັດທະນາແບບຍືນ ຍົງ. ພ້ອມທັງເປັນການຍົກບົດ ບາດຂອງລາວໃນຖານະ ເປັນ ຜູ້ປະສານງານ CLM7 ດ້ານ ຄົມມະນາຄົມ ແລະ ເປັນປະເທດຈຸດ ສຸ ມ ພ າ ຍ ໃ ຕ້ ເ ສົ າ ຄ້ ຳ ຂ ອ ງ ACMECS, ພ້ອມທັງເຮັດວຽກ ຢ່າງໃກ້ຊິດກັບຫວຽດນາມ ຊຶ່ງເປັນ ຜູ້ປະສານງານໃນຂົງເຂດ CLM7 ເຊັ່ນ: ICT, ການຄ້າ ແລະ ການ ລົງທຶນ ແລະ ພັດທະນາຊັບພະຍາ ກອນມະນຸດ. ສາມ, ເພື່ອສ້າງປະຊາຄົມອາ ຊຽນ,ການຢ້ຽມຢາມສະແດງໃຫ້ເຫັນ ວ່າການຮ່ວມມືລະຫວ່າງສອງປະ ເທດ ແລະ ອະນຸພາກພື້ນໄດ້ເພີ່ມທະ ວີການຮ່ວມມື. ການຮ່ວມມື ລາວຫວຽດນາມ ທີ່ເຂັ້ມແຂງກວ່າເກົ່າຈະ ປະກອບສ່ວນຮັດແຄບຊ່ອງຫວ່າງ ການພັດທະນາ, ເພີ່ມທະວີການ ເຊື່ອມໂຍງດ້ານເສດຖະກິດ, ການ ຮັກສາການເປັນສູນກາງອາຊຽນ. ຝ່າຍລາວ ຄາດວ່າການຢ້ຽມ ຢາມຈະໄດ້ຮັບໝາກຜົນອັນພົ້ນ ເດັ່ນຄື: ຄວາມໄວ້ເນື້ອເຊື່ອໃຈທາງ ດ້ານການເມືອງຢ່າງເລິກເຊິ່ງ, ການຮ່ວມມືຢ່າງແທດຈິງ ແລະ ການສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງສອງປະເທດ ແລະ ການ ຮ່ວມມື CLM7 ACMECS. ທ່ານເອກອັກຄະລັດຖະທູດຕີ ລາຄາບົດບາດ, ຄວາມຮັບຜິດຊອບ ແລະ ຄວາມເຊື່ອໝັ້ນຂອງຫວຽດ ນາມ ຢູ່ໃນບັນດາກົນໄກການຮ່ວມມື ພາກພື້ນແນວໃດ, ໂດຍສະເພາະ ຂອບການຮ່ວມມືອະນຸພາກພື້ນແມ່ ນໍ້າຂອງ ຄວາມຄາດຫວັງຂອງ ລາວກ່ຽວກັບບົດບາດ ແລະ ການ ປະກອບສ່ວນຂອງຫວຽດນາມ ໃນການເສີມສ້າງຄວາມສາມັກຄີ ລະຫວ່າງບັນດາປະເທດອະນຸພາກ ພື້ນແມ່ນຫຍັງ ກ່ອນອື່ນໝົດ, ຂ້າພະເຈົ້າເຫັນວ່າໃນຂອບການ ພົວພັນຮ່ວມມືພາກພື້ນ ແລະ ສາກົນ ນັ້ນ ຫວຽດນາມ ໄດ້ເຄື່ອນໄຫວ ຢ່າງຫ້າວຫັນ ແລະ ຈິງຈັງ ຊຶ່ງ ເຮັດໃຫ້ພວກເຮົາເຫັນຈະແຈ້ງວ່າ ຫວຽດນາມ ເປັນສະມາ ຊິກທີ່ ມີຄວາມຮັບຜິດຊອບ ແລະ ນັບ ມື້ນັບໄດ້ຮັບຄວາມເຊື່ອໝັ້ນຈາກ ບັນດາປະເທດໃນພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນການ ຮ່ວມມືໃນຂອບອະນຸພາກພື້ນແມ່ນໍ້າ ຂອງ. ສິ່ງນີ້ຊີ້ໃຫ້ເຫັນພາຍໃນ ຂອງຫວຽດນາມ ໂດຍສະເພາະທີ່ ຕັ້ງທາງພູມສາດ, ທ່າແຮງທາງ ເສດຖະກິດ, ປະສົບການການພັດ ທະນາທີ່ນັບມື້ນັບຂະຫຍາຍຕົວເຂັ້ມ ແຂງ ແລະ ການຕ່າງປະເທດທີ່ຕັ້ງ ໜ້າທີ່ສົ່ງເສີມການພົວພັນຮ່ວມມື ເພື່ອການພັດທະນາເຊິ່ງກັນ ແລະ ກັນ ຂອງບັນດາປະເທດໃນໂລກ. ພ້ອມກັນນັ້ນ, ກໍເນັ້ນໜັກເຖິງຄວາມ ຮັບຜິດຊອບຕໍ່ສັນຕິພາບ, ສະຖຽນ ລະພາບ ແລະ ການພັດທະນາໂດຍ ລວມຂອງພາກພື້ນ ແລະ ສາກົນ. ພາຍໃນຂອບການຮ່ວມມື ກຳປູ ເຈຍ-ລາວ-ມຽນມາ-ຫວຽດນາມ (CLM7), ທັງ 4ປະເທດ ມີເປົ້າ ໝາຍຮ່ວມກັນໃນການສົ່ງເສີມ ການພັດທະນາເສດຖະກິດ-ສັງຄົມ, ຫລຸດຜ່ອນຊ່ອງຫວ່າງການພັດທະ ນາ, ເສີມສ້າງການເຊື່ອມຕໍ່ ແລະ ເພີ່ມທະວີການເຊື່ອມໂຍງກັບປະ ຊາຄົມອາຊຽນ. ໃນກອງປະຊຸມສຸດ ຍອດ CLM7 ຄັ້ງທີ 11 ໃນເດືອນ ພະຈິກ 2024, ຜູ້ນຳໄດ້ຮັບຮອງ ເອົາຖະແຫລງການຮ່ວມ, ຢືນຢັນ ຄວາມຕັ້ງໃຈຮ່ວມກັນ ທີ່ຈະເສີມ ສ້າງການຮ່ວມມື, ນຳໃຊ້ທ່າແຮງ ຂອງເສດຖະກິດ, ສົ່ງເສີມການ ພັດທະນາແບບຍືນຍົງ ແລະ ເສີມ ຂະຫຍາຍຄວາມສາມາດໃນການ ແຂ່ງຂັນຂອງພາກພື້ນ. ກ່ອນໜ້ານີ້, ກອງປະຊຸມລັດຖະມົນຕີເສດຖະກິດ CLM7 ຄັ້ງທີ 16, ທີ່ຈັດຂຶ້ນທີ່ ນະຄອນຫລວງວຽງຈັນ ໃນເດືອນ ກັນຍາ 2024, ໄດ້ຮັບຮອງເອົາ ແຜນປະຕິບັດງານ CLM7 ສຳລັບ ໄລຍະ 2025-2026. ຜົນໄດ້ຮັບ ເຫລົ່ານີ້ສະແດງໃຫ້ເຫັນເຖິງຄວາມ ເຫັນດີເປັນເອກະພາບ ແລະ ຄວາມ ຕັ້ງໃຈຂອງບັນດາປະເທດທີ່ຈະເຮັດ ໃຫ້ການຮ່ວມມືCLM7 ມີເນື້ອໃນທີ່ ສຳຄັນຍິ່ງຂຶ້ນ. ກ່ຽວກັບຍຸດທະສາດການຮ່ວມ ມືເສດຖະກິດອີຍະວະດີ-ເຈົ້າພະຍາແມ່ນໍ້າຂອງ(ACMECS),ຫວຽດ ນາມ ແມ່ນໜຶ່ງໃນ 5 ປະເທດສະ ມາຊິກທີ່ມີບົດບາດສໍາຄັນໃນການ ສົ່ງເສີມການເຊື່ອມໂຍງດ້ານເສດຖະ ກິດ, ການຄ້າ, ການລົງທຶນ, ການ ຂົນສົ່ງ, ກະສິກໍາ, ການທ່ອງທ່ຽວ, ການພັດທະນາຊັບພະຍາກອນ ມະນຸດ, ພະລັງງານ ແລະ ການ ປົກປ້ອງສິ່ງແວດລ້ອມ. ກົນໄກ ACMECS ມີຈຸດປະສົງເພື່ອນໍາ ໃຊ້ຈຸດແຂງຂອງບັນດາປະເທດ, ເສີມຂະຫຍາຍການເຊື່ອມຕໍ່ ແລະ ສົ່ງເສີມການພັດທະນາທີ່ສົມດຸນໃນ ອະນຸພາກພື້ນ. ໃນກອງປະຊຸມສຸດ ຍອດ ACMECS ຄັ້ງທີ 10 ໃນປີ 2024, ໂດຍມີລາວເປັນປະທານ, ຜູ້ນໍາໄດ້ຮັບຮອງເອົາຖະແຫລງ ການວຽງຈັນ ແລະ ສົ່ງເສີມການ ຮ່ວມມືກ່ຽວກັບການຄຸ້ມຄອງຊັບ ພະຍາກອນນໍ້າໃນອ່າງແມ່ນໍ້າຂອງ. ເຫລົ່ານີ້ແມ່ນເນື້ອໃນທີ່ເປັນປະ ໂຫຍດທີ່ມີຜົນສະທ້ອນທີ່ສໍາຄັນຕໍ່ ການພັດທະນາໄລຍະຍາວຂອງບັນ ດາປະເທດໃນພາກພື້ນ. ຂ້າພະເຈົ້າຂໍຊົມເຊີຍຢ່າງສູງຕໍ່ ການເຂົ້າຮ່ວມ ແລະ ການປະກອບ ສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ໃນການຮັກສາການສົນທະນາ, ການສົ່ງເສີມຄວາມເຫັນດີເປັນ ເອກະພາບ ແລະ ເສີມສ້າງການ ປະສານງານລະຫວ່າງບັນດາປະ ເທດສະມາຊິກ. ຫວຽດນາມ ຍັງມີ ຂໍ້ໄດ້ປຽບທີ່ສໍາຄັນໃນຖານະເປັນທັງ ເສດຖະກິດທີ່ເຕີບໂຕ ດ້ວຍກໍາລັງ ການຜະລິດທີ່ເພີ່ມຂຶ້ນ ແລະ ລະບົບ ທ່າເຮືອ ແລະ ປະຕູການຄ້າສາກົນ. ໃນຂະນະດຽວກັນ, ປະເທດລາວ ຕັ້ງຢູ່ໃຈກາງຂອງອະນຸພາກພື້ນແມ່ ນ້ຳຂອງ ແລະ ມີທ່າແຮງທີ່ຈະກາຍ ເປັນສູນກາງການຂົນສົ່ງ ແລະ ໂລ ຈິສຕິກ ທີ່ເຊື່ອມຕໍ່ບັນດາປະເທດໃນ ພາກພື້ນ. ດັ່ງນັ້ນ, ການເຊື່ອມໂຍງ ເສັ້ນທາງທີ່ສະດວກຂອງລາວ ກັບ ລະບົບທ່າເຮືອຂອງຫວຽດນາມ ສາມາດສ້າງເສັ້ນທາງເສດຖະກິດ ທີ່ສຳຄັນ, ບໍ່ພຽງແຕ່ຮັບໃຊ້ຜົນປະ ໂຫຍດຂອງທັງສອງປະເທດເທົ່າ ນັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນ ການເຊື່ອມຕໍ່ອະນຸພາກພື້ນທັງໝົດ ກັບຕະຫລາດສາກົນ.

RkJQdWJsaXNoZXIy MTc3MTYxMQ==