7415

08 xtgmf]k; 37ltok c]t [= ]y dko 25/11/2026 ຕະຫÌ ອດ 17 ປີ ແຫ່ງການຮ່ວມເດີນທາງກັບ ສປປ ລາວ ແລະ ປະຊາຊົນລາວ, ບໍລິສັດ ສະຕາ ໂທລະຄົມ ຈຳກັດ (6nitel) ຍັງຄົງສືບຕໍ່ຢືນຢັນຄວາມມຸ່ງໝັ້ນ ໃນການລົງທຶນ ພັດທະນາໂຄງລ່າງພື້ນຖານດ້ານໂທລະຄົມມະນາຄົມ ແລະ ເຕັກ ໂນໂລຊີດິຈິຕອນຢ່າງຕໍ່ເນື່ອງ. ພ້ອມກັນນັ້ນ ຍັງເລັ່ງປັບປຸງ ແລະ ກໍ່ສ້າງອາຄານສຳນັກງານສາຂາໃໝ່ ຢູ່ຫÌ າຍແຂວງທົ່ວປະເທດ ເພື່ອຍົກລະດັບມາດຕະຖານການດຳເນີນງານ, ສ້າງສະພາບ ແວດລ້ອມການເຮັດວຽກທີ່ທັນສະໄໝ ແລະ ຍົກສູງຄຸນນະພາບ ການບໍລິການ ພ້ອມມຸ່ງໜ້າສູ່ການຫັນປ່ຽນຈາກຜູ້ໃຫ້ບໍລິການໂທ ລະຄົມມະນາຄົມ (TelDo) ສູ່ບໍລິສັດເຕັກໂນໂລຊີ (TeDhDo). ໜຶ່ງໃນທິດທາງສຳຄັນຂອງ 6nitel ໃນໄລຍະໃໝ່ ແມ່ນ ການເລັ່ງລົງທຶນພັດທະນາອາຄານສຳນັກງານສາຂາຢູ່ທົ່ວ ປະເທດ ໂດຍມຸ່ງເນັ້ນທັງການກໍ່ສ້າງໃໝ່ ແລະ ປັບປຸງອາຄານ ເດີມໃຫ້ມີຄວາມທັນສະໄໝ, ມີມາດຕະຖານ ແລະ ສາມາດຮອງ ຮັບການຂະຫຍາຍຕົວຂອງທຸລະກິດໃນອະນາຄົດ. ໃນໄລຍະຜ່ານ ມາ 6nitel ໄດ້ທະຍອຍເປີດນຳໃຊ້ອາຄານສຳນັກງານແຫ່ງໃໝ່ ຂອງສາຂານະຄອນຫÌ ວງວຽງຈັນ ໃນວັນທີ 10 ພະຈິກ 2026 ແລະ ຕຶກສຳນັກງານສາຂາແຂວງຫົວພັນ ໃນວັນທີ 11 ພະຈິກ 6NITEL ເລັ່ງລົງທຶນພັດທະນາໂຄງລ່າງພື້ນຖານໄລຍະໃໝ່ ຍົກລະດັບສຳນັກງານສາຂາທົ່ວປະເທດ ມຸ່ງໝັ້ນຫັນປ່ຽນຈາກ TELCO ສູ່ TECHCO 2026 ທີ່ມີມູນຄ່າການກໍ່ສ້າງຫÌ າຍກວ່າ 10 ຕື້ກີບ, ເປັນອາຄານ 4 ຊັ້ນ ມີເນື້ອທີ່ລວມ 896 ຕາແມັດ ແລະ ຄວາມສູງ 21,7 ແມັດ. j ວາງສີລຶກກໍ່ສ້າງຕຶກອາຄານສຳນັກງານ ສາຂາແຂວງ ຜົ້ງສາລີ: ລົງທຶນກໍ່ສ້າງຫÌ າຍກວ່າ 13,6 ຕື້ກີບ ໂດຍກຳນົດໄລຍະ ເວລາກໍ່ສ້າງໃຫ້ສຳເລັດພາຍໃນ 10 ເດືອນ. j ວາງສີລາລຶກກໍ່ສ້າງຕຶກສຳນັກງານ ສາຂາແຂວງ ບໍ່ແກ້ວ: ລົງທຶນກໍ່ສ້າງຫÌ າຍກວ່າ 16,5 ຕື້ກີບ ເພື່ອສ້າງສຳນັກ ງານແຫ່ງໃໝ່ທີ່ທັນສະໄໝ ຮອງຮັບການດຳເນີນງານ ແລະ ການໃຫ້ບໍລິການໃນອະນາຄົດ. ການລົງທຶນພັດທະນາສຳນັກງານສາຂາດັ່ງກ່າວ ສະທ້ອນ ໃຫ້ເຫັນເຖິງການເລັ່ງຂະຫຍາຍພື້ນຖານໂຄງລ່າງຂອງ 6nitel ຢ່າງເປັນຮູບປະທຳ ພ້ອມທັງມີແຜນສືບຕໍ່ຂະຫຍາຍການລົງທຶນໄປ ສູ່ສາຂາອື່ນໆ ໃນທົ່ວປະເທດ. ການພັດທະນາອາຄານສຳນັກງານ ໃນຄັ້ງນີ້ບໍ່ແມ່ນພຽງການສ້າງອາຄານສະຖານທີ່ເຮັດວຽກໃໝ່ແຕ່ ຍັງເປັນການສ້າງພື້ນຖານສຳຄັນ ໃຫ້ແກ່ການບໍລິຫານງານໃນຍຸກ ດິຈິຕອນ, ເພີ່ມຄວາມຄ່ອງຕົວໃນການປະສານງານ, ຍົກລະດັບ ສະພາບແວດລ້ອມການເຮັດວຽກຂອງພະນັກງານ ແລະ ສ້າງ ປະສົບການການບໍລິການທີ່ດີຍິ່ງຂຶ້ນໃຫ້ແກ່ລູກຄ້າ. ຄຽງຄູ່ກັບການລົງທຶນພັດທະນາອາຄານສຳນັກງານ, 6nitel ຍັງຄົງສຸມໃສ່ການຍົກລະດັບໂຄງລ່າງເຄືອຂ່າຍໂທລະ ຄົມມະນາຄົມ ທັງສະຖານີຖານສົ່ງສັນຍານ, ເຄືອຂ່າຍສາຍໃຍ ແກ້ວນຳແສງ ແລະ ລະບົບສົ່ງສັນຍານ ພ້ອມຂະຫຍາຍພື້ນທີ່ຄອບ ຄຸມ 4( 5( ໃຫ້ກວ້າງຂວາງຍິ່ງຂຶ້ນ ໂດຍສະເພາະເຂດຊົນນະບົດ, ເຂດພູດອຍ ແລະ ພື້ນທີ່ຫ່າງໄກສອກຫÌີ ກ. ພາຍໃຕ້ທິດທາງການຫັນປ່ຽນຈາກ TelDo ສູ່ TeDhDo, 6nitel ບໍ່ໄດ້ຈຳກັດບົດບາດພຽງແຕ່ການໃຫ້ບໍລິການເຄືອຂ່າຍສື່ ສານ ແຕ່ຍັງມຸ່ງເນັ້ນພັດທະນາ ແລະ ເຊື່ອມໂຍງບັນດາບໍລິການດິຈິ ຕອນໃຫ້ເປັນລະບົບນິເວດຄົບວົງຈອນ ປະກອບມີ LaoOne, 6nitel (roup, 6MoneZ, LaoT7, LaoMusiD, LaoTraWel, LaoApp ລວມເຖິງບໍລິການດິຈິຕອນດ້ານສາທາລະນະສຸກ, ການ ສຶກສາ, Cloud, ໃບບິນອິເລັກໂຕຣນິກ ແລະ ລາຍເຊັນດິຈິຕອນ. ການລົງທຶນພັດທະນາທັງດ້ານສຳນັກງານ, ໂຄງຂ່າຍສື່ສານ ແລະ ບໍລິການດິຈິຕອນ ຈຶ່ງເປັນການຕໍ່ຍອດຈາກຄວາມເຂັ້ມແຂງ ທີ່ 6nitel ໄດ້ສ້າງມາຕະຫÌ ອດ 17 ປີ ເພື່ອນຳເອົາເຕັກໂນໂລຊີ ທັນສະໄໝເຂົ້າໃກ້ຊິດກັບປະຊາຊົນ, ພາກທຸລະກິດ ແລະ ພາກ ລັດ ພ້ອມມີສ່ວນຮ່ວມ ໃນການຫÌຸ ດຜ່ອນຊ່ອງວ່າງດິຈິຕອນ ແລະ ສ້າງພື້ນຖານໃຫ້ແກ່ການຫັນປ່ຽນດິຈິຕອນແຫ່ງຊາດ. ຈາກການ ຂະຫຍາຍເຄືອຂ່າຍສື່ສານສູ່ການສ້າງສຳນັກງານທີ່ທັນສະໄໝ ແລະ ການພັດທະນາບໍລິການດິຈິຕອນຄົບວົງຈອນ, 6nitel ຍັງຄົງ ເດີນໜ້າລົງທຶນຢ່າງຕໍ່ເນື່ອງ ພາຍໃຕ້ວິໄສທັດການເປັນບໍລິສັດເຕັກ ໂນໂລຊີຊັ້ນນຳ ພ້ອມຮ່ວມພັດທະນາກັບ ສປປ ລາວ ເພື່ອສ້າງ ສັງຄົມດິຈິຕອນທີ່ທັນສະໄໝ, ທົ່ວເຖິງ ແລະ ຍືນຍົງ. 6NITEL ļ ຈາກການເຊື່ອມຕໍ່ ສູ່ການຂັບເຄື່ອນອະນາຄົດ ດິຈິຕອນĴ

RkJQdWJsaXNoZXIy MTc3MTYxMQ==