7415

@ 0j k; c]t gsfdko 25/11/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ການນຳພັກ-ລັດ... ຄະນະຜູ້ແທນ... ລາວ ແລະ ມາເລເຊຍ... ອາຊຽນ... ເປີດວາງສະແດງ... ໃນທຸກໆປີໃນມື້ສຸດທ້າຍຂອງງານ ເພື່ອ ອຸທິດສ່ວນບຸນສ່ວນກຸສົນ ໃຫ້ຜູ້ລ່ວງ ລັບໄປແລ້ວ ເພື່ອເປັນບຸນເປັນກຸສົນ. ທັງເປັນການເຕົ້າໂຮມຄວາມສາມັກຄີ ຂອງປະຊາຊົນບັນດາເຜົ່າ ທີ່ມີຈິດໃຈ ເຫລື້ອມໃສສັດທາໃນພຸດທະສາສະໜາ ໄດ້ພ້ອມກັນເຮັດບຸນຖວາຍສັງຂະທານ ໃນບຸນໃຫຍ່ປະຈໍາຊາດລາວເຮົາ. ໃນຕອນບ່າຍຂອງວັນດຽວກັນຈະ ໄດ້ມີພິທີແຫ່ລູກຄີ ແລະ ແຂ່ງຂັນກິລາ ພື້ນບ້ານຕີຄີ, ສ່ວນໃນຕອນແລງໄດ້ ມີພິທີວຽນທຽນ ແລະ ຈູດທູບທຽນ, ບັ້ງໄຟ ເພື່ອສັກກະລະບູຊາອົງພະທາດ ຫລວງວຽງຈັນ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ເສີມຂະຫຍາຍ ແລະ ຮັດແໜ້ນສາຍ ພົວພັນມິດຕະພາບແລະການຮ່ວມມື ອັນດີງາມ ລະຫວ່າງ ລາວ ແລະ ມາ ເລເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງຂຶ້ນ. ໃນວັນທີ 23 ພະຈິກ 2026 ທີ່ ໂຮງແຮມແຊງກລີລາ, ກົວລາລໍາເປີ, ມາເລເຊຍ,ສອງຝ່າຍໄດ້ພົບປະຫາລື ແລະ ທົບທວນຄືນການພົວພັນຮ່ວມ ມື ລະຫວ່າງ ສອງປະເທດ ໃນໄລຍະ ຜ່ານມາ, ພ້ອມທັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ເພື່ອຊຸກ ຍູ້ ແລະ ສົ່ງເສີມການພົວພັນຮ່ວມມື ສອງຝ່າຍໃນດ້ານຕ່າງໆໃນຕໍ່ໜ້າ. ສອງຝ່າຍໄດ້ສະແດງຄວາມປິຕິຍິນ ດີທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະການຮ່ວມມືອັນດີງາມຖານປະ ເທດເພື່ອນມິດອາຊຽນດ້ວຍກັນ ລະ ຫວ່າງລາວແລະມາເລເຊຍທີ່ໄດ້ຮັບ ການພັດທະນາຢ່າງຕໍ່ເນື່ອງຕະຫລອດ ໄລຍະ 6 ທົດສະວັດຜ່ານມາຊຶ່ງເຫັນ ໄດ້ຈາກມີການແລກປ່ຽນການຢ້ຽມ ຢາມຂອງການນໍາຂັ້ນສູງກໍຄື ການ ໄປມາຫາສູ່ກັນລະຫວ່າງປະຊາຊົນ ສອງປະເທດຢ່າງເປັນປົກກະຕິ. ສອງຝ່າຍໄດ້ຕີລາຄາສູງຕໍ່ການ ຮ່ວມມືອັນສໍາຄັນໃນດ້ານຕ່າງໆ ເປັນຕົ້ນແມ່ນທາງດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ການ ຄ້າ, ການລົງທຶນ, ການສຶກສາ, ກະ ສິກໍາ, ພະລັງງານສະອາດ, ທະນາ ຄານ, ການເງິນ, ໂລຈິສຕິດ, ການ ກໍ່ສ້າງ, ໂຮງແຮມ, ການທ່ອງທ່ຽວ ແລະ ດ້ານອື່ນໆ ສືບຕໍ່ໄດ້ຮັບການ ເສີມຂະຫຍາຍເປັນກ້າວໆ ຊຶ່ງເປັນ ການສ້າງວຽກເຮັດງານທໍາຢ່າງ ຫລວງຫລາຍໃຫ້ແກ່ປະຊາຊົນແລະ ເປັນການປະກອບສ່ວນສໍາຄັນເຂົ້າ ໃນການພັດທະນາເສດຖະກິດ-ສັງ ຄົມຂອງທັງສອງປະເທດໃນຊຸມປີ ຜ່ານມາ, ພ້ອມທັງເຫັນດີເປັນເອກະ ພາບໃນການສືບຕໍ່ຊຸກຍູ້ ແລະ ສົ່ງ ເສີມການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ໃຫ້ຫລາຍຂຶ້ນກວ່າເກົ່າ ໂດຍສະ ເພາະໃນຂະແໜງການບູລິມະສິດທີ່ ທັງສອງຝ່າຍມີທ່າແຮງ. ໃນໂອກາດນີ້, ທ່ານ ໂມຮາມັດ ບິນ ຮາຈິ ຮາຊັນ ໄດ້ສະແດງຄວາມ ຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາ ຄາສູງຕໍ່ການຢ້ຽມຢາມມາເລເຊຍ ຢ່າງເປັນທາງການໃນຄັ້ງນີ້ຂອງ ທ່ານ ທອງສະຫວັນ ພົມວິຫານ ຊຶ່ງ ເປັນຄັ້ງທໍາອິດ ພາຍຫລັງທີ່ທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາ ແໜ່ງເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ແລະ ເປັນ ການປະກອບສ່ວນສໍາຄັນເຂົ້າໃນ ການຊຸກຍູ້ ແລະ ສົ່ງເສີມສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ອັນດີງາມ ລະຫວ່າງ ມາເລເຊຍ ແລະ ລາວ ທີ່ມີມາແຕ່ດົນນານໃຫ້ ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ. ຂະນະດຽວກັນ, ທ່ານຮອງ ນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ເຊື້ອເຊີນ ທ່ານ ໂມຮາມັດ ບິນ ຮາຈິ ຮາຊັນ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເປັນ ປະທານຮ່ວມກອງປະຊຸມຄະນະ ກຳມາທິການຮ່ວມ ວ່າດ້ວຍການ ຮ່ວມມືສອງຝ່າຍ (JCBC) ຄັ້ງ ທີ 4 ລະຫວ່າງ ລາວ-ມາເລເຊຍ ທີ່ ສປປ ລາວ ຈະເປັນເຈົ້າພາບໃນປີ 2027 ຈະມາເຖິງ. ນອກຈາກນັ້ນ, ທັງສອງຝ່າຍຍັງໄດ້ແລກປ່ຽນຄໍາ ຄິດຄໍາເຫັນກ່ຽວກັບສະພາບການ ພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ. ພາຍຫລັງສໍາເລັດການພົບປະ ສອງຝ່າຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ແລະ ທ່ານ ໂມຮາມັດ ບິນ ຮາຈິ ຮາຊັນ, ລັດຖະ ມົນຕີກະຊວງການຕ່າງປະເທດແຫ່ງ ມາເລເຊຍ ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງ ໄດ້ເຂົ້າຮ່ວມພິທີແລກ ປ່ຽນບົດບັນທຶກຄວາມເຂົ້າໃຈ ວ່າ ດ້ວຍການຮ່ວມມືໃນວຽກງານການ ຝຶກອົບຮົມສຳລັບນັກການທູດ ລະ ຫວ່າງລັດຖະບານແຫ່ງສປປລາວ ແລະ ລັດຖະບານ ແຫ່ງ ມາເລເຊຍ. ໃນການຢ້ຽມຢາມຄັ້ງນີ້,ທ່ານຮອງ ນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ຢ້ຽມຢາມບໍລິສັດ ລົດໄຟແຫ່ງຊາດ (KTMB), ເຂົ້າ ຮ່ວມເປັນປະທານກ່າວເປີດກອງປະ ຊຸມເວທີປຶກສາຫາລືພາກທຸລະກິດ ລາວ-ມາເລເຊຍ 2026 ແລະ ເປັນ ປະທານພິທີເປີດບໍລິສັດພົງສະຫວັນ ຢູ່ມາເລເຊຍ ເພື່ອຊຸກຍູ້ແລະ ສົ່ງເສີມ ການຮ່ວມມືທາງດ້ານເສດຖະກິດ, ການຄ້າແລະການລົງທຶນລະຫວ່າງ ສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆ ຂື້ນ. ການຢ້ຽມຢາມຄັ້ງນີ້ ໄດ້ປະສົບ ຜົນສຳເລັດຢ່າງຈົບງາມ ຊຶ່ງເປັນ ການປະກອບສ່ວນອັນສຳຄັນເຂົ້າ ໃນການຊຸກຍູ້ ແລະ ສົ່ງເສີມການພົວ ພັນຮ່ວມມືສອງຝ່າຍໃຫ້ໄດ້ຮັບການ ພັດທະນາຢ່າງຕໍ່ເນື່ອງ. ຂ່າວ-ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ ໃນສະໄໝໃໝ່ຂອງພວກຈັກກະພັດ ທີ່ກຳລັງສືບຕໍ່ດຳເນີນຢູ່ດ້ວຍຮູບ ການ ແລະ ວິທີການຕ່າງໆ ທີ່ເລິກ ແລບແນບນຽນກວ່າເກົ່າໃນປັດຈຸ ບັນ. ພ້ອມນີ້, ຄະນະຜູ້ແທນ ຍັງໄດ້ ຮັບຮອງເອົາຖະແຫລງການຮ່ວມ ກອງປະຊຸມ ເພື່ອເປັນບ່ອນອີງໃນ ການເຄື່ອນໄຫວຮ່ວມກັນໃນຕໍ່ໜ້າ. ໃນໂອກາດເຂົ້າຮ່ວມກອງປະຊຸມ ຄັ້ງນີ້, ສະຫາຍຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ຢໍ້າຄືນເຖິງຄວາມ ສຳຄັນຂອງເສລີພາບຊຶ່ງແມ່ນສິດທິ ອັນຊອບທຳແລະຄວາມປາດຖະໜາ ອັນສູງສົ່ງຂອງທຸກປະເທດ; ຍົກໃຫ້ ເຫັນຂະບວນການຕໍ່ສູ້ອັນຍືດເຍື້ອ ຍາວນານຂອງປະເທດຕ່າງໆ ເພື່ອ ຄວາມເປັນເອກະລາດແຫ່ງຊາດພາຍ ຜ່ານສິລະປະການແຕ້ມຮູບ” ໃນ ວັນທີ 23 ພະຈິກ 2026 ຢູ່ສູນວັດ ທະນະທໍາຫວຽດນາມປະຈໍາລາວ ໂດຍມີ ທ່ານ ບຸນເຫລືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ, ທ່ານ ຫວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາລາວ, ທ່ານ ສາຄອນ ພົມມະ ລາດ ຮອງຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ມີຮອງລັດຖະ ມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ຜູ້ອໍານວຍການ ສະຖາບັນວິຈິດສິນແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງຂອງລາວ ແລະ ຫວຽດນາມ ເຂົ້າຮ່ວມ. ທ່ານ ໂຕ ວັນ ດົງ ຮອງປະທານ ສະມາຄົມມໍລະດົກວັດທະນະທໍາ, ຜູ້ອໍານວຍການກອງທຶນສະໜັບ ສະໜູນການອະນຸລັກມໍລະດົກວັດ ທະນະທໍາຫວຽດນາມ ໄດ້ກ່າວວ່າ: ງານວາງສະແດງຮູບແຕ້ມໃນຄັ້ງ ນີ້, ແມ່ນຜົນງານຈາກການປະສານ ງານລະຫວ່າງສູນວັດທະນະທຳ ຫວຽດນາມປະຈຳລາວ, ສະຖານ ທູດຫວຽດນາມປະຈຳລາວ, ສະມາ ຄົມມໍລະດົກວັດທະນະທຳຫວຽດ ນາມ, ກອງທຶນສະໜັບສະໜູນການ ອະນຸລັກມໍລະດົກວັດທະນະທຳ ຫວຽດນາມ ແລະ ສະຖາບັນວິຈິດ ສິນແຫ່ງຊາດລາວ ໂດຍມີຜົນງານ ຈິດຕະກຳຈຳນວນ 50 ຜົນງານ ຂອງບັນດາຈິດຕະກອນຈາກສອງ ປະເທດ. ໃນນັ້ນ, ຜົນງານຂອງ ນັກແຕ້ມຮູບຫວຽດນາມ ຈຳນວນ 28 ຜົນງານ ທີ່ຖືກຄັດເລືອກຈາກ ຜົນງານທີ່ໄດ້ຮັບລາງວັນໃນການ ປະກວດ “ມໍລະດົກວັດທະນະທຳ ຫວຽດນາມຜ່ານຈິດຕະກຳ” ຄັ້ງ ທີ II ປີ 2025 ໂດຍຜ່ານສິລະປະ ເຕັກນິກ-ການຂັດສີ ແລະ ແພໄໝ, ສອງວັດສະດຸນີ້ທີ່ສ້າງເອກະລັກ ສະເພາະໃຫ້ແກ່ຈິດຕະກຳຫວຽດ ນາມ ຄຽງຄູ່ກັບສີນ້ຳມັນ, ສີອະຄຣີ ລິກ, ສີຝຸ່ນ, ສີນ້ຳ, ປາກກາເຫລັກ ແລະ ເຕັກນິກພິມພາບກຣາຟິກເຊັ່ນ: ການແກະສະຫລັກໄມ້, ການແກະ ພິມແຜ່ນພັສຕິກ, ການແກະພິມໂລ ຫະ ແລະ ການພິມພາບແບບຕົ້ນສະ ບັບພຽງຊຸດດຽວ. ເຖິງວ່າຈະໃຊ້ວັດ ສະດຸທີ່ແຕກຕ່າງກັນ, ແຕ່ທຸກຜົນ ງານລ້ວນຖ່າຍທອດເລື່ອງລາວດຽວ ກັນກ່ຽວກັບປະເທດຊາດ,ປະຊາຊົນ ແລະມໍລະດົກຂອງຫວຽດນາມ. ຜົນ ງານຂອງນັກແຕ້ມຮູບລາວມີ 22 ຜົນງານທີ່ແຕ້ມຜ່ານສີນ້ຳມັນ, ສີອະ ຄຣີລິກແລະສິລະປະພິມພາບກຣາບ ຟິກ ໂດຍບັນດາຈິດຕະກອນລາວໄດ້ ຖ່າຍທອດມໍລະດົກວັດທະນະທຳສິລະປະ, ຮີດຄອງປະເພນີ ແລະ ວິຖີ ຊີວິດຂອງປະຊາຊົນລາວ. ເມື່ອນຳຜົນງານທັງ 50 ຜົນ ງານມາຈັດວາງຄຽງຄູ່ກັນແລ້ວ, ຈຶ່ງ ເກີດເປັນການສົນທະນາລະຫວ່າງ ສິລະປະຈິດຕະກຳຂອງສອງປະ ເທດ ຊຶ່ງແຕ່ລະຝ່າຍມີພາສາສິລະ ປະທີ່ເປັນເອກະລັກຂອງຕົນ ແຕ່ມີ ຈຸດໝາຍດຽວກັນຄື: ການເຄົາລົບ ແລະ ຫວງແຫນມໍລະດົກ ແລະ ປະ ຊາຊົນໃນບ້ານເກີດເມືອງນອນຂອງ ຕົນ. ມໍລະດົກບາງຢ່າງຈຳເປັນຕ້ອງ ໄດ້ຮັກສາໄວ້ໃນພິພິທະພັນ, ແຕ່ກໍມີ ມໍລະດົກອີກຫລາຍຢ່າງທີ່ຈຳເປັນ ຕ້ອງດຳລົງຢູ່ໃນຈິດໃຈຂອງຄົນ ເຮົາ. ສິລະປະຈິດຕະກຳ ກໍແມ່ນໜຶ່ງ ໃນບັນດາວິທີການທີ່ງົດງາມທີ່ສຸດ ໃນການສືບສານມໍລະດົກໃຫ້ຍືນຍົງ. ທ່ານ ຫວຽນ ມິງ ເຕີມ ໄດ້ມີຄໍາ ເຫັນໃນພິທີວ່າ: ດ້ວຍຜົນງານສິລະ ປະການແຕ້ມຮູບຈຳນວນ 50 ຜົນ ງານທີ່ນໍາມາວາງສະແດງໃນມື້ນີ້ ເປັນການພົບປະທາງສິລະປະທີ່ອຸ ດົມໄປດ້ວຍອາລົມຄວາມຮູ້ສຶກ ລະ ຫວ່າງສອງວັດທະນະທຳ, ສອງ ຈິດວິນຍານຂອງຊາດທີ່ມີຫລາຍ ລັກສະນະຄ້າຍຄືກັນ, ແຕ່ກໍຍັງມີເອ ກະລັກສະເພາະທີ່ໂດດເດັ່ນຂອງ ແຕ່ລະຝ່າຍ. ໃນນັ້ນ ມີຜົນງານຈຳ ນວນ 28 ຜົນງານຂອງບັນດານັກ ແຕ້ມຮູບຫວຽດນາມ ທີ່ໄດ້ພາຜູ້ຊົມ ຫວນຄືນໄປສູ່ຄວາມງົດງາມອັນ ຄຸ້ນເຄີຍຂອງຊົນນະບົດ, ແມ່ນ້ຳລຳ ເຊ,ສາລາບ້ານ,ບັນດາມໍລະດົກທາງ ປະຫວັດສາດ ແລະ ປະເພນີອັນດີ ງາມໃນການມີນ້ຳໃຈເມດຕາ, ຄວາມ ຊື່ສັດ ແລະ ຄວາມຈົງຮັກພັກດີຂອງ ຊາດຫວຽດນາມ. ໃນຂະນະດຽວ ກັນ, ຜົນງານຈໍານວນ 22 ຜົນງານ ຂອງບັນດານັກແຕ້ມຮູບລາວ ໄດ້ ເປີດອອກເປັນພື້ນທີ່ວັດທະນະທຳ ທີ່ເຕັມໄປດ້ວຍເອກະລັກສະເພາະ ຂອງປະເທດລາວອັນສວຍງາມ, ດ້ວຍພາບຂອງວັດວາອາຮາມບູ ຮານ, ບຸນປະເພນີ, ຟ້ອນລຳວົງ, ສຽງແຄນ ແລະ ຮອຍຍິ້ມອັນອ່ອນ ໂຍນ ເປັນມິດ ແລະ ມີນ້ຳໃຈຕ້ອນ ຮັບແຂກຂອງປະຊາຊົນລາວ. ແຕ່ລະຜົນງານແມ່ນແຕ່ລະມຸມ ມອງ,ເລື່ອງລາວແລະຂໍ້ຄວາມທາງ ສິລະປະທີ່ມີລັກສະນະສະເພາະ ຂອງຕົນ, ແຕ່ສິ່ງທີ່ເກີນກວ່າຄວາມ ແຕກຕ່າງດ້ານຮູບແບບການສະ ແດງອອກແລະສີສັນທາງວັດທະນະ ທໍານັ້ນ ບັນດາຜົນງານລ້ວນແລ້ວ ແຕ່ມີຈຸດຮ່ວມກັນຢູ່ທີ່ຄວາມຮັກ ບ້ານເກີດເມືອງນອນ, ນ້ຳໃຈເມດ ຕາ, ຈິດໃຈສ່ວນລວມ, ການເຄົາລົບ ຮາກເຫງົ້າບັນພະບຸລຸດ ແລະ ຄວາມ ປາຖະໜາຢາກໄດ້ສັນຕິພາບ. ຄຸນ ຄ່າຮ່ວມເຫລົ່ານີ້, ໄດ້ສ້າງໃຫ້ເກີດ ຄວາມກົມກຽວລະຫວ່າງສອງວັດ ທະນະທຳ, ຊ່ວຍໃຫ້ຜູ້ຊົມບໍ່ພຽງ ແຕ່ສາມາດຮູ້ສຶກໄດ້ເຖິງຄວາມງົດ ງາມ ຂອງມໍລະດົກຂອງແຕ່ລະປະ ເທດຊາດ, ຫາກຍັງເຂົ້າໃຈຫລາຍ ຂຶ້ນກ່ຽວກັບປະຫວັດສາດ, ປະຊາ ຊົນ, ຈິດໃຈ ແລະ ຄຸນຄ່າທາງຈິດໃຈ ທີ່ປະຊາຊົນສອງປະເທດໄດ້ຮັກສາ. ຂອງອະນຸກຳມະການວັດທະນະທຳ (SCC) ແລະ ອະນຸກຳມະການ ຖະແຫລງຂ່າວ(SCI) ໃນວັນທີ 24 ພະຈິກ 2026 ຢູ່ເມືອງວັງວຽງ ແຂວງວຽງຈັນ ສປປ ລາວ ເພື່ອກະ ກຽມໃຫ້ແກ່ ກອງປະຊຸມຄະນະກຳ ມະການວັດທະນະທຳ ແລະ ຖະ ແຫລງຂ່າວອາຊຽນ (ASEAN Committee on Culture and Informat ion-ASEAN ຫລື COCI) ຄັ້ງທີ 61 ທີ່ຈະໄຂຂຶ້ນໃນ ວັນທີ 25 ພະຈິກ 2026 ນີ້. ສອງກອງປະຊຸມດັ່ງກ່າວ ດຳ ເນີນໄປພາຍໃຕ້ການເປັນປະທານ ຂອງ ສປປ ລາວ ແລະ ມາເລເຊຍ ເຂົ້າຮ່ວມໃນນາມຮອງປະທານ ໂດຍໄດ້ສຸມໃສ່ຊຸກຍູ້ການຮ່ວມມື ໃນພາກພື້ນ ພາຍໃຕ້ແຜນງານສຳ ລັບຂະແໜງຖະແຫລງຂ່າວ ແລະ ສື່ ມວນຊົນອາຊຽນ ປີ 2026-2035 ແລະ ແຜນຍຸດທະສາດປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ (ASCC). ພ້ອມນີ້, ຜູ້ແທນໄດ້ທົບ ທວນຄືນບັນດາຂໍ້ລິເລີ່ມທີ່ກຳລັງ ດຳເນີນຢູ່ໃນປັດຈຸບັນ, ການຮ່ວມມື ກັບຄູ່ຮ່ວມມືພາຍນອກ ແລະ ຂໍ້ສະ ເໜີໂຄງການສຳລັບງົບປະມານສົກ ປີ 2027 ພາຍໃຕ້ກອງທຶນວັດທະ ນະທໍາອາຊຽນ (ACF) ເພື່ອນຳ ສະເໜີແລະຮັບຮອງໃນກອງປະຊຸມ ASEAN-COCI ຄັ້ງທີ 61. ໃນກອງປະຊຸມ SCC ທ່ານນາງ ວັນເພັງ ແກ້ວປັນຍາ ຜູ້ອໍານວຍ ການຫໍພິພິທະພັນແຫ່ງຊາດລາວ ໃນນາມປະທານກອງປະຊຸມ ໄດ້ ຕີລາຄາບັນດາໂຄງການດ້ານວັດ ທະນະທຳຮ່ວມກັບຄູ່ຮ່ວມມືພາຍ ນອກ ແລະ ພິຈາລະນາ 4 ໂຄງການ ສໍາລັບປີ 2027 ຊຶ່ງປະກອບມີ: ກອງປະຊຸມ SCC ຄັ້ງທີ 28 ທີ່ຕີມໍ ແລັດສະເຕ, ງານມະຫະກໍາສິລະປະ ການສະແດງອາຊຽນ 2027 ຂອງ ສິງກະໂປ, ໂຄງການວັດທະນະທຳ ກາເຟອາຊຽນລະຫວ່າງມາເລເຊຍຕີມໍແລັດສະເຕ ແລະ ໂຄງການປຶ້ມ ເອເລັກໂຕຣນິກອາຊຽນ ໄລຍະ II (ASEAN E-Book Phase II) ຂອງອິນໂດເນເຊຍ. ພ້ອມນີ້, ຜູ້ເຂົ້າ ຮ່ວມຍັງໄດ້ຮັບຟັງການລາຍງານ ຄວາມຄືບໜ້າ ກ່ຽວກັບສູນວັດທະ ນະທຳອາຊຽນ ປະຈຳບາງກອກ ແລະ ມະນີລາ, ຄັງເກັບມ້ຽນມໍລະ ດົກວັດທະນະທຳອາຊຽນແບບດີຈິ ຕອນ (ACHDA), ບັນຊີມໍລະດົກ ວັດທະນະທຳອາຊຽນ (ACHL) ແລະ ແຜນກິດຈະກຳດ້ານວັດທະ ນະທຳ ສຳລັບການເປັນປະທານ ອາຊຽນ ປີ 2027 ຂອງສິງກະໂປ. ກອງປະຊຸມອະນຸກຳມະການ ຖະແຫລງຂ່າວ (SCI) ດໍາເນີນໄປ ພາຍໃຕ້ການເປັນປະທານຂອງ ທ່ານນາງ ມາໄລວຽງ ວົງຈັນດີ ຮອງຜູ້ອຳນວຍການໃຫຍ່ໂທລະ ພາບແຫ່ງຊາດລາວ, ຄະນະໂຄສະ ນາອົບຮົມສູນກາງພັກ (ຄອສພ) ໄດ້ທົບທວນຄືນການຮ່ວມມືດ້ານ ວຽກຖະແຫລງຂ່າວກັບຄູ່ຮ່ວມມື ພາຍນອກ, ຄຽງຄູ່ກັບບັນດາຂໍ້ລິ ເລີ່ມທີ່ກໍາລັງດໍາເນີນຢູ່ຊຶ່ງກວມເອົາ ການເຂົ້າເຖິງຂໍ້ມູນຂ່າວສານຂອງ ປະຊາຊົນ, ປັນຍາປະດິດ (AI) ແລະ ການຫັນເປັນດີຈິຕອນ. ພ້ອມ ນີ້, ຜູ້ແທນກອງປະຊຸມຍັງໄດ້ພິຈາ ລະນາ 4 ຂໍ້ສະເໜີ ສຳລັບປີ 2027 ຄື: ກອງປະຊຸມ SCI ຄັ້ງທີ 28 ທີ່ ມາເລເຊຍ, ການຝຶກອົບຮົມຊາວ ໜຸ່ມອາຊຽນດີເດັ່ນດ້ານສື່ດີຈິຕອນ (ASEAN Youth Digi tal Media Champion) ຂອງມຽນ ມາ, ກອງປະຊຸມ-ສຳມະນາອາຊຽນ ວ່າດ້ວຍຈັນຍາບັນ ແລະ ຄວາມຮັບ ຜິດຊອບຂອງສື່ມວນຊົນ ຂອງກຳປູ ເຈຍແລະໂຄງການສຳມະນາຄວາມ ຮູ້ກ່ຽວກັບການບໍລິໂພກຂ່າວສານ ຜ່ານອິນເຕີເນັດ ແລະ ຄວາມປອດ ໄພດ້ານສື່ສຳລັບຜູ້ປະກາດຂ່າວຮຸ່ນ ໃໝ່ ຂອງ ສປປ ລາວ. ໃນຕອນທ້າຍກອງປະຊຸມທັງ ສອງອະນຸກໍາມະການໄດ້ພິຈາລະນາ ຮ່າງບົດລາຍງານຂອງຕົນ ຊຶ່ງຈະ ເປັນຂໍ້ມູນສຳຄັນໃຫ້ແກ່ກອງປະຊຸມ ASEAN-COCI ຄັ້ງທີ 61 ເພື່ອ ພິຈາລະນາ ແລະ ຮັບຮອງຢ່າງເປັນ ທາງການຕໍ່ບັນດາຂໍ້ລິເລີ່ມ ແລະ ໂຄງການຕ່າງໆ ທີ່ຜ່ານການພິຈາ ລະນາໃນລະດັບ SCC ແລະ SCI. ຫລັງສົງຄາມໂລກຄັ້ງທີສອງເປັນຕົ້ນ ມາ, ລວມທັງການຕໍ່ສູ້ອັນອົງອາດກ້າ ຫານຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປປລາວ ຈົນສາມາດປົດປ່ອຍປະເທດຊາດ ແລະສະຖາປະນາສປປລາວໃນວັນ ທີ 2 ທັນວາ 1975. ພ້ອມທັງຢືນຢັນ ແນວທາງນະໂຍບາຍການຕ່າງປະ ເທດອັນສະເໝີຕົ້ນສະເໝີປາຍຂອງ ພັກປປລາວບົນພື້ນຖານຢຶດໝັ້ນກົດ ໝາຍສາກົນແລະກົດບັດຂອງອົງການ ສະຫະປະຊາຊາດ; ຢືນຢັນການສືບຕໍ່ ໃຫ້ການສະໜັບສະໜູນ ແລະ ຮ່ວມມື ຢ່າງໃກ້ຊິດກັບພັກລັດເຊຍເອກະພາບ ກໍຄື ພັກການເມືອງເພື່ອນມິດຕ່າງໆ ເພື່ອພ້ອມກັນບັນລຸວັດຖຸປະສົງຂອງ ຂະບວນການ “ເພື່ອເສລີພາບຂອງ ບັນດາຊາດ” ທີ່ຕັ້ງໄວ້ເທື່ອລະກ້າວ. ການເຄື່ອນໄຫວຂອງຄະນະຜູ້ ແທນພັກ ປປ ລາວ ໃນຄັ້ງນີ້ ໄດ້ຮັບ ຜົນສຳເລັດຢ່າງຈົບງາມ ຊຶ່ງນອກ ຈາກຈະເປັນການຊຸກຍູ້ຂະບວນ ການຂອງຂອບການເຄື່ອນໄຫວດັ່ງ ກ່າວແລ້ວ, ຍັງເປັນການເສີມຂະ ຫຍາຍການພົວພັນຮ່ວມມືລະຫວ່າງ ສປປ ລາວ-ສ ລັດເຊຍ ເວົ້າສະເພາະ ກໍຄືການຮັດແໜ້ນສາຍພົວພັນລະ ຫວ່າງພັກປປລາວກັບພັກລັດເຊຍ ເອກະພາບ ໃຫ້ເລິກເຊິ່ງກວ່າເກົ່າ.

RkJQdWJsaXNoZXIy MTc3MTYxMQ==