7415

25/11/2026 gsfdko c]t dkora fmtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp sq ;|h k 78r 8h voIa [ m6 fdex6 g9p g0Q k1h P,ve]k gxu foe.-h “glA omk'8q ;c[[-k;|5j , ” Ia [.-h xt-k-q o ກຽມສັງລວມ... ຕໍ່າກໜ້າ ຂປລ. ສໍາມະນາກອນຊຸດຝຶກອົບ ຮົມວຽກງານພະນັກງານນໍາພາ-ຄຸ້ມ ຄອງວຽກງານສື່ມວນຊົນ ສປປ ລາວ ຢູ່ ສສ ຫວຽດນາມ ໄລຍະ 2 ເດືອນ ນຳ ໂດຍ ທ່ານນາງ ກອງບຸນ ສຸລິວົງ ຮອງ ຫົວໜ້າກົມສື່ມວນຊົນ ຄະນະໂຄສະ ນາອົບຮົມສູນກາງພັກ ໄດ້ພົບປະແລກ ປ່ຽນບົດຮຽນກັບໜັງສືພິມກອງທັບ ປະຊາຊົນຫວຽດນາມ, ໃຫ້ການຕ້ອນ ຮັບໂດຍ ທ່ານ ພັນເອກພິເສດ ຫງວຽນ ຮົ່ງ ຫາຍ ຮອງຫົວໜ້າບັນນາທິການ ໃຫຍ່ໜັງສືພິມກອງທັບຫວຽດນາມ, ທ່ານ ຫງວຽນ ດຶກຕວ່ານ ຮອງຜູ້ອຳ ນວຍການສະຖາບັນສື່ມວນຊົນ ແລະ ໂຄສະນາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ການພົບປະຄັ້ງນີ້, ເປັນໂອກາດ ອັນດີໃຫ້ສອງຝ່າຍແລກປ່ຽນບົດຮຽນ ດ້ານການຄຸ້ມຄອງເນື້ອໃນຂ່າວ, ການ ຈັດຕັ້ງແລະຄຸ້ມຄອງແຫລ່ງຂ່າວ,ການ ຮັກສາຈັນຍາບັນວິຊາຊີບ ຕະຫລອດ ຮອດຄວາມຮັບຜິດຊອບຕໍ່ສັງຄົມ ຂອງອົງການສື່ມວນຊົນ. ບັນດາເນື້ອ ໃນດັ່ງກ່າວ, ມີຄວາມສຳຄັນຕົວຈິງ ໃນສະພາບທີ່ສື່ມວນຊົນຂອງທັງ 2 ປະເທດກຳລັງຜະເຊີນກັບຄວາມຈຳ ເປັນໃນການປັບປຸງ, ໃຫ້ທັນສະໄໝ ແລະ ປັບຕົວໃຫ້ທັນກັບການພັດທະນາ ຢ່າງວ່ອງໄວຂອງວິທະຍາສາດ ແລະ ເຕັກໂນໂລຊີ. ໂອກາດນີ້, ທ່ານ ພັນເອກພິເສດ ຫງວຽນ ຮົ່ງ ຫາຍ ໄດ້ສະແດງຄວາມ ຍິນດີທີ່ຄະນະສໍາມະນາກອນສື່ມວນ ຊົນລາວມາຢ້ຽມຢາມ ແລະ ເຮັດວຽກ ກັບໜັງສືພິມຂອງຕົນ, ພ້ອມທັງເນັ້ນ ວ່າ ການພົບປະຄັ້ງນີ້ ມີຄວາມໝາຍສຳ ຄັນໃນການສົ່ງເສີມການພົບປະ, ແລກ ປ່ຽນປະສົບການ ແລະ ວິຊາຊີບລະ ຫວ່າງສອງອົງການ ໃນການແລກປ່ຽນ ຂໍ້ມູນຂ່າວສານ ແລະ ແບ່ງປັນບົດຮຽນ ກັບອົງການສື່ມວນຊົນລາວ ດ້ວຍຈິດ ໃຈສະໜິດສະໜົມ, ເປີດກວ້າງ, ສາ ມັກຄີ ແລະ ໃກ້ຊິດຄືພີ່ນ້ອງຮ່ວມຄອບ ຄົວ, ເພື່ອປະກອບສ່ວນຍົກສູງຄຸນນະ ພາບ ແລະ ປະສິດທິຜົນການດຳເນີນ ງານຂອງສື່ມວນຊົນລາວ, ພ້ອມທັງ ສືບຕໍ່ສ້າງສັນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນເກົ່າແກ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງຫວຽດນາມ-ລາວ. ຂ່າວ: ຂັນໄຊ le,tokdvoln j ,;o-q o]k; 1h P,1k, dv'[a ookmy dko|a 'ln ry ,dv'ma [xt-k-q os;Pfok, ຢູ່ໂຮງຮຽນ ໂດຍໄດ້ຈັດຕັ້ງປະຕິບັດ ໃນສົກຮຽນ 2026-2027 ໃນ ໂຮງຮຽນປະຖົມຈຳນວນໜຶ່ງທີ່ ເມືອງຄູນ ແຂວງຊຽງຂວາງ. ການເຂົ້າໃຈສິ່ງທີ່ເກີດຂຶ້ນໃນ ຫ້ອງຮຽນຕົວຈິງ ແມ່ນມີຄວາມ ສໍາຄັນສໍາລັບການປັບປຸງການສຶກ ສາສໍາລັບເດັກພິການ ຊຶ່ງຄູສາມາດ ໃຊ້ວິທີການທີ່ແຕກຕ່າງກັນ ເພື່ອ ຊ່ວຍໃຫ້ນັກຮຽນມີສ່ວນຮ່ວມໃນ ບົດຮຽນ. ປະສົບການໃນຫ້ອງຮຽນ ຈະແຕກຕ່າງກັນຫລາຍ ສໍາລັບນັກ ຮຽນທີ່ມີຄວາມຫຍຸ້ງຍາກໃນດ້ານ ການເບິ່ງເຫັນ, ການໄດ້ຍິນ, ການສື່ ສານ, ການເຄື່ອນໄຫວ ຫລື ດ້ານ ການຮຽນຮູ້. ການເຂົ້າໃຈປະສົບ ການເຫລົ່ານີ້ ຈະຊ່ວຍໃຫ້ຄູ ແລະ ຜູ້ເຮັດວຽກສຶກສານິເທດ ເຂົ້າໃຈ ຕໍ່ຄວາມຕ້ອງການຂອງນັກຮຽນ ເພື່ອໃຫ້ນັກຮຽນທຸກຄົນສາມາດ ຮຽນຮູ້ຮ່ວມກັນໄດ້. ທ່ານ ລຳພູນ ຫລວງໄຊ ຫົວໜ້າ ກົມພັດທະນາຄູ ແລະ ການບໍລິຫານ ການສຶກສາ ໄດ້ກ່າວວ່າ: ກະຊວງ ສຶກສາທິການ ແລະ ກິລາ ຕ້ອງການ ສຶກສາຄົ້ນຄວ້າ ແລະ ສຶກສາຫລັກ ຖານທີ່ສະທ້ອນເຖິງຄວາມເປັນຈິງ ຂອງໂຮງຮຽນ ແລະ ປະສົບການ ຂອງນັກຮຽນ ໂດຍການສຶກສາ ການປະຕິບັດການສອນໃນຫ້ອງ ຮຽນ ແລະ ການຟັງຄຳເຫັນຈາກ ນັກຮຽນໂດຍກົງ, ພວກເຮົາຈະສາ ມາດລະບຸການສະໜັບສະໜູນ ທີ່ ເປັນປະໂຫຍດທີ່ສຸດ ແລະ ເລືອກວິທີ ການສົ່ງເສີມການສອນຂອງຄູ. ໃນ ລະຫວ່າງການລົງສັງເກດການຂັ້ນ ທ້ອງຖິ່ນ, ທີມງານຄົ້ນຄວ້າ ກຳລັງ ສັງເກດວິທີທີ່ຄູຈັດກິດຈະກຳ ແລະ ຊ່ວຍເຫລືອນັກຮຽນພິການໃນລະ ຫວ່າງການຮຽນ. ທີມງານສຶກສາ ຄົ້ນຄວ້າຈະສັງເກດ ວິທີທີ່ຄູດັດປັບ ກິດຈະກຳ, ໃຫ້ການສະໜັບສະໜູນ ເພີ່ມຕື່ມແລະການມີສ່ວນຮ່ວມຂອງ ຂປລ. ສະຫາຍ ບຸນເຫລືອ ພັນ ດານຸວົງ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ (ຄຕພ) ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ຮຸນກຣອງ ພະນອງ ເອກອັກ ຄະລາຊະທູດວິສາມັນຜູ້ມີອຳນາດ ເຕັມ ແຫ່ງລາຊະອານາຈັກກຳປູ ເຈຍ ປະຈຳ ສປປ ລາວ ໃນວັນທີ 24 ພະຈິກ 2026 ໃນໂອກາດສໍາ ເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງ ຄວາມຍິນດີ ແລະ ຊົມເຊີຍ ຕໍ່ທ່ານ ທູດກຳປູເຈຍ ທີ່ໄດ້ສຳເລັດການ ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນໄລຍະຜ່ານມາ ດ້ວຍຜົນ ສໍາເລັດຢ່າງຈົບງາມ, ພ້ອມທັງໄດ້ ຕີລາຄາສູງຕໍ່ການປະກອບສ່ວນ ຂອງທ່ານທູດ ໃນການເປັນຂົວ ເຊື່ອມຕໍ່ມິດຕະພາບທີ່ດີ ຊຶ່ງໄດ້ປະ ກອບສ່ວນສຳຄັນເຂົ້າໃນການເພີ່ມ ພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີທີ່ເປັນມູນເຊື້ອອັນດີ ງາມ ລາວ-ກຳປູເຈຍ ໂດຍສະເພາະ ການຍົກລະດັບສາຍພົວພັນຂຶ້ນສູ່ ລະດັບໃໝ່ ເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ລາວ-ກໍາປູເຈຍ ໃນປີ 2019 ຜ່ານມາ ຊຶ່ງປາສະ ຂປລ. ພິທີມອບ-ຮັບ ແລະ ເປີດ ນຳໃຊ້ເສັ້ນທາງເບຕົງເສີມເຫລັກ “ທາງຕົວແບບຊາວໜຸ່ມ” ເຊື່ອມຕໍ່ ທາງຮ່ອມບ້ານໂພສີ ແລະ ບ້ານມີ ໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ຈັດຂຶ້ນໃນວັນທີ 23 ພະຈິກ 2026 ທີ່ແຂວງບໍລິຄຳໄຊ, ໂດຍມີທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິ ຫານງານສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ, ທ່ານ ຄຳແຫວນ ປັນຍານຸວົງ ປະທານຄະນະກຳມະ ການປົກຄອງແຂວງບໍລິຄຳໄຊ, ທ່ານ ລົມເຢັນ ສີສຸວົງ ເລຂາຄະນະ ຊາວໜຸ່ມແຂວງບໍລິຄຳໄຊ, ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນທັງສອງບ້ານເຂົ້າຮ່ວມ. ໂຄງການດັ່ງກ່າວ, ເປັນຜົນ ງານຈາກການປະສານຄວາມຮ່ວມ ມືລະຫວ່າງພາກລັດ, ພາກທຸລະ ກິດ, ອົງການຈັດຕັ້ງຊາວໜຸ່ມ ແລະ ປະຊາຊົນ ໂດຍມີກະຊວງໂຍທາ ທິການ ແລະ ຂົນສົ່ງ ສະໜັບສະໜູນ ດ້ານວິຊາການ ແລະ ທະນາຄານ ພັດທະນາລາວ ເຂົ້າຮ່ວມອຸປະຖຳ ຈົນສາມາດກໍ່ສ້າງສຳເລັດ ແລະ ສົ່ງມອບໃຫ້ປະຊາຊົນນຳໃຊ້. ໃນໂອກາດນີ້, ທ່ານ ທອງລີ ສີສຸລິດໄດ້ເນັ້ນວ່າ: ຄຸນຄ່າຂອງເສັ້ນ ທາງບໍ່ໄດ້ຢູ່ພຽງການກໍ່ສ້າງສຳ ເລັດ ແຕ່ຢູ່ທີ່ປະໂຫຍດທີ່ປະຊາຊົນ ໄດ້ຮັບທັງການເດີນທາງ, ການໄປ ໂຮງຮຽນ, ການຂົນສົ່ງສິນຄ້າ ແລະ ການເຂົ້າເຖິງການບໍລິການຕ່າງໆ. ພ້ອມທັງຢືນຢັນວ່າ ໂຄງການນີ້ເປັນ ຕົວຢ່າງຂອງການຜັນຂະຫຍາຍ MO6 ຈາກຂໍ້ຕົກລົງໃນເອກະສານ ສູ່ຜົນງານທີ່ຈັບຕ້ອງໄດ້. “ຄວາມສຳ ເລັດຂອງການຮ່ວມມື ຕ້ອງວັດຈາກ ຜົນປະໂຫຍດທີ່ປະຊາຊົນໄດ້ຮັບ ບໍ່ ແມ່ນພຽງຈຳນວນຂໍ້ຕົກລົງທີ່ໄດ້ ລົງນາມ”. ພ້ອມທັງຮຽກຮ້ອງໃຫ້ ຄະນະຊາວໜຸ່ມແລະປະຊາຊົນຮ່ວມ ກັນຄຸ້ມຄອງ, ຮັກສາເສັ້ນທາງໃຫ້ ນຳໃຊ້ໄດ້ຍາວນານ ພ້ອມທັງຖອດ ຖອນບົດຮຽນເພື່ອຂະຫຍາຍຜົນ ໄປສູ່ໂຄງການອື່ນໆ. ໂດຍເນັ້ນໃຫ້ ຊາວໜຸ່ມປ່ຽນຈາກການລໍຖ້າການ ມອບໝາຍມາເປັນຜູ້ຄົ້ນຫາບັນຫາ, ລິເລີ່ມໂຄງການ, ລະດົມຄວາມ ຮ່ວມມື ແລະ ນຳພາການປະຕິບັດ. ທ່ານກ່າວຕື່ມວ່າ: “ຊາວໜຸ່ມ ຕ້ອງບໍ່ເປັນພຽງເປັນກຳລັງເຂົ້າ ຮ່ວມ ແຕ່ຕ້ອງເປັນກຳລັງລິເລີ່ມ, ກຳລັງນຳໜ້າ ແລະ ກຳລັງສ້າງຜົນ ງານ”ການເປີດນຳໃຊ້ເສັ້ນທາງຄັ້ງ ນີ້ ບໍ່ພຽງແຕ່ຊ່ວຍອຳນວຍຄວາມ ສະດວກໃຫ້ປະຊາຊົນ ແຕ່ຍັງສະ ທ້ອນໃຫ້ເຫັນຜົນຂອງການຮ່ວມມື ແລະ ບົດບາດຂອງຊາວໜຸ່ມໃນ ການຮ່ວມແກ້ໄຂບັນຫາຂອງຊຸມ ຊົນ ດ້ວຍຜົນງານທີ່ປະຊາຊົນສາ ມາດນຳໃຊ້ປະໂຫຍດໄດ້ຢ່າງເປັນ ຮູບປະທຳ. ນັກຮຽນໃນການຮຽນໃນຫ້ອງ ຮຽນ. ພ້ອມທັງ ຈະສັງເກດເບິ່ງວິທີ ທີ່ນັກຮຽນປະຕິບັດຕາມຄຳແນະ ນຳ, ສື່ສານ, ເຮັດວຽກບ້ານໃຫ້ສຳ ເລັດ, ເຮັດກິດຈະກຳຮ່ວມກັບເພື່ອນ ຮ່ວມຫ້ອງແລະ ເຂົ້າຮ່ວມກິດຈະກຳ ໃນຫ້ອງຮຽນ. ທ່ານ ໄມໂຄ ຄາຣີ ເລຂາເອກ, ສະຖານທູດອົດສະຕຣາລີ ກ່າວວ່າ: ການສະໜັບສະໜູນການສຶກສາ ຮຽນຮ່ວມ ຕ້ອງການຫລາຍກວ່າ ການສ້າງຄຳແນະນຳ ຊຶ່ງຄູຕ້ອງ ການເຄື່ອງມືທີ່ເຂົາເຈົ້າສາມາດ ເຂົ້າໃຈ ແລະ ນຳໃຊ້ໄດ້ ແລະ ນັກ ຮຽນຄວນມີສ່ວນຮ່ວມໃນການຕັດ ສິນໃຈກ່ຽວກັບການສຶກສາຂອງ ເຂົາເຈົ້າ. ລັດຖະບານອົດສະຕຣາລີ ມີຄວາມຍິນດີທີ່ຈະສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ໃນການເກັບກຳຫລັກຖານການປະ ຕິບັດຕົວຈິງທີ່ສາມາດປະກອບສ່ວນ ເຂົ້າໃນການສິດສອນທີ່ເຂັ້ມແຂງ ຂຶ້ນແລະການສະໜັບສະໜູນທີ່ດີຂຶ້ນ ສຳລັບນັກຮຽນທີ່ມີຄວາມພິການ. ຫລັງຈາກວຽກງານການລົງ ຕິດຕາມຄັ້ງນີ້, ທີມງານສຶກສາຄົ້ນ ຄວ້າ ຈະສືບຕໍ່ເກັບກຳ ແລະ ວິເຄາະ ຂໍ້ມູນໃນລະຫວ່າງສົກຮຽນ 20262027 ຊຶ່ງການລົງຢ້ຽມຢາມໂຮງ ຮຽນໃນຄັ້ງຕໍ່ໄປ ຈະຊ່ວຍທົບທວນ ວິທີການນຳໃຊ້ເອກະສານ ແລະ ກຳນົດສິ່ງທີ່ຄວນປັບປຸງ ຫລື ການ ສະໜັບສະໜູນເພີ່ມຕື່ມທີ່ຄູອາຈານ ຕ້ອງການ. ຜົນການສຶກສາຄົ້ນຄວ້າ ຄາດວ່າຈະໃຫ້ສຳເລັດໄດ້ພາຍໃນ ກາງປີ 2027. ຫລັງຈາກນັ້ນ, ກະ ຊວງສຶກສາທິການ ແລະ ກິລາ ຮ່ວມ ກັບລັດຖະບານອົດສະຕຣາລີຈະນຳ ໃຊ້ຫລັກຖານເພື່ອປັບປຸງສື່ການ ຮຽນ-ການສອນ ແລະ ສ້າງກິດຈະ ກຳທີ່ສົ່ງເສີມການສຶກສາຮຽນ ຮ່ວມໃນອະນາຄົດ ໂດຍການລວມ ເອົາການສັງເກດການສອນໃນ ຫ້ອງຮຽນ ແລະ ຄຳເຫັນຂອງນັກ ຮຽນ, ການສຶກສາຄົ້ນຄວ້າ ຈະຊ່ວຍ ກຳນົດວິທີການປະຕິບັດຕົວຈິງ ເພື່ອ ສະໜັບສະໜູນນັກຮຽນພິການ ໃນ ສປປ ລາວ ໃຫ້ມີສ່ວນຮ່ວມ ແລະ ຮຽນຮູ້ໄດ້ດີຂຶ້ນ ເພື່ອໃຫ້ເຂົາເຈົ້າ ສາມາດປະກອບສ່ວນເຂົ້າໃນການ ພັດທະນາສັງຄົມ, ເສດຖະກິດ, ຊັບ ພະຍາກອນມະນຸດ ແລະ ອະນາຄົດ ຂອງປະເທດຊາດ ໃຫ້ຈະເລີນຮຸ່ງ ເຮືອງຍິ່ງຂຶ້ນ. ຈາກບໍ່ໄດ້ຈາກການປະກອບສ່ວນ ຢ່າງຫ້າວຫັນຂອງທ່ານທູດ. ພ້ອມ ທັງອວຍພອນໃຫ້ທ່ານທູດ ມີສຸຂະ ພາບເຂັ້ມແຂງ, ມີຜົນສໍາເລັດໃນ ການກັບໄປຮັບໜ້າທີ່ໃໝ່ ແລະ ເດີນ ທາງກັບຄືນປະເທດ ດ້ວຍຄວາມ ສະຫວັດດີພາບທຸກປະການ. ທ່ານ ຮຸນກຣອງ ພະນອງ ກໍໄດ້ ສະແດງຄວາມຂອບໃຈເປັນຢ່າງ ສູງຕໍ່ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ ທີ່ໄດ້ຕ້ອນຮັບ ຢ່າງອົບອຸ່ນໃນຄັ້ງນີ້, ທັງໄດ້ໃຫ້ ການສະໜັບສະໜູນຕົນເອງໃນຕະ ຫລອດໄລຍະການມາປະຕິບັດໜ້າ ທີ່ຢູ່ ສປປ ລາວ, ພ້ອມທັງໄດ້ໃຫ້ຄຳ ໝັ້ນສັນຍາວ່າ ພາຍຫລັງກັບຄືນປະ ເທດແລ້ວ ຍັງຈະສືບຕໍ່ເອົາໃຈໃສ່ ຕິດຕາມຊຸກຍູ້ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ລາວ-ກຳ ປູເຈຍກໍຄືສົ່ງເສີມການພົວພັນຮ່ວມ ມື ໃນສາຍພັກ ແລະ ການທູດປະຊາ ຊົນ ໃນຕໍ່ໜ້າ ເພື່ອປະກອບສ່ວນ ເພີ່ມພູນຄູນສ້າງສາຍພົວພັນ ລາວກຳປູເຈຍ ໃຫ້ນັບມື້ໄດ້ຮັບການພັດ ທະນາຍິ່ງໆຂຶ້ນ. ພ້ອມນີ້, ສອງຝ່າຍ ໄດ້ຕີລາຄາ ສູງຕໍ່ການປະສານສົມທົບຢ່າງ ແໜ້ນແຟ້ນ ລະຫວ່າງ ຄະນະພົວພັນ ຕ່າງປະເທດສູນກາງພັກ ແລະ ສະ ຖານທູດ ໃນໄລຍະຜ່ານມາ ຊຶ່ງບັນ ດາຂໍ້ຕົກລົງຂອງການນຳຂັ້ນສູງ, ບົດບັນທຶກຂໍ້ຕົກລົງກອງປະຊຸມ ສຸດຍອດ, ແຜນການຮ່ວມມື, ແຜນ ການຝຶກອົບຮົມພະນັກງານ, ແຜນ ປະຕິບັດງານການເປັນຄູ່ຮ່ວມຍຸດ ທະສາດຮອບດ້ານໝັ້ນຄົງຍາວ ນານຂອງ ສອງຝ່າຍ ແລະ ອື່ນໆ ແມ່ນລ້ວນແຕ່ໄດ້ຮັບການຈັດຕັ້ງ ປະຕິບັດຢ່າງເປັນຮູບປະທຳ, ປະ ກອບສ່ວນຊຸກຍູ້ສົ່ງເສີມການຮ່ວມ ມືດ້ານເສດຖະກິດ-ການຄ້າ, ການລົງ ທຶນ ໃຫ້ມີທ່ວງທ່າດີຂຶ້ນເປັນກ້າວໆ.

RkJQdWJsaXNoZXIy MTc3MTYxMQ==