7409

17/11/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K 2a '.sh Iv[fh ko g[y j '.sh Iv[7v[ Ia [,n .sh ma odko sa o9kddkox6 d/a '{]h P'la f c[[xt4q ,xt4ko l6 j ;y mtpklkf lk,kflh k']kpIa [ 1,6 8N d;j kdu [ ຂປລ. ໃນຍຸກທີ່ຂໍ້ມູນຂ່າວສານ ເຄື່ອນໄຫວໄວກວ່າທີ່ເຮົາຄິດ, ພຽງ ແຕ່ກົດໜ້າຈໍໂທລະສັບບໍ່ເທົ່າໃດຄັ້ງ ຂ່າວສານເລື່ອງໃດໜຶ່ງກໍສາມາດ ແຜ່ກະຈາຍໄປທົ່ວສັງຄົມ ແລະ ຂ້າມປະເທດໄດ້ພາຍໃນເວລາອັນ ສັ້ນ. ສຽງວິພາກວິຈານ, ການ ສະແດງຄວາມຄິດເຫັນຕໍ່ປະເດັນ ຕ່າງໆຈຶ່ງກາຍເປັນສິ່ງທີ່ພົບເຫັນໄດ້ ເປັນປົກກະຕິໃນສື່ສັງຄົມອອນລາຍ. ແຕ່ສິ່ງທີ່ໜ້າຄິດ ກໍຄື ເຮົາຄວນຮັບມື ກັບສຽງເຫລົ່ານີ້ແນວໃດ?ຄວນປ່ອຍ ຜ່ານ, ຄວນຮັບຟັງ, ຄວນຊີ້ແຈງ ຫລື ຄວນລົງມືແກ້ໄຂ?. ກ່ຽວ ກັບບັນຫານີ້ ມີຫລາຍທັດສະນະ ແຕກຕ່າງກັນ. ບາງຄົນເຫັນວ່າບໍ່ ຄວນໃສ່ໃຈກັບທຸກກະແສທີ່ເກີດຂຶ້ນ ເພາະບາງເລື່ອງເປັນພຽງການວິ ພາກວິຈານທົ່ວໄປ ຫລື ການສ້າງ ກະແສເພື່ອຄວາມສົນໃຈ. ບາງຄົນ ເຫັນວ່າຄວນຕິດຕາມຮັບຟັງ ເພື່ອ ຊອກຮູ້ບັນຫາແຕ່ຕ້ອງຮູ້ຈັກກັ່ນ ກອງບໍ່ເຊື່ອທຸກສິ່ງທີ່ອ່ານ ແລະ ບໍ່ ຄວນສະຫລຸບຈາກຂໍ້ມູນພຽງດ້ານ ດຽວ. ຂະນະທີ່ອີກບາງຄົນເຫັນວ່າ ບັນຫາທີ່ມີມູນຄວາມຈິງ ແລະ ສົ່ງ ຜົນກະທົບຕໍ່ສັງຄົມ ຕ້ອງໄດ້ຮັບການ ຊີ້ແຈງ ແລະ ແກ້ໄຂຢ່າງທັນການ. ແທ້ຈິງແລ້ວການຮັບມືກັບກະ ແສຂອງສື່ອອນລາຍ ບໍ່ຄວນໃຊ້ວິທີ ດຽວກັບທຸກກໍລະນີ. ບາງເລື່ອງ ຄວນປ່ອຍໃຫ້ຜ່ານໄປ, ບາງເລື່ອງ ຄວນຕິດຕາມກວດສອບ, ບາງ ເລື່ອງຄວນຊີ້ແຈງໃຫ້ສັງຄົມເຂົ້າໃຈ ແລະ ບາງເລື່ອງຕ້ອງຮີບຮ້ອນແກ້ ໄຂ ຫລື ຈັດການຕາມຂັ້ນຕອນ ກົດໝາຍ. ສິ່ງສຳຄັນຄື ຕ້ອງຮູ້ຈັກ ໄຈ້ແຍກວ່າ ສຽງໃດເປັນຄຳຕິຊົມ ທີ່ມີປະໂຫຍດ, ສຽງໃດເປັນຂ່າວລື ແລະ ສຽງໃດເປັນການບິດເບືອນ ຂໍ້ມູນ. ສຳລັບສັງຄົມລາວ ການໃຊ້ ສື່ສັງຄົມອອນລາຍໄດ້ຂະຫຍາຍ ຕົວຢ່າງໄວວາໃນໄລຍະຫລາຍປີ ຜ່ານມາ. ຈາກໃນອະດີດທີ່ການ ເຂົ້າເຖິງອິນເຕີເນັດຍັງມີຂໍ້ຈຳກັດ ທັງດ້ານລາຄາ, ອຸປະກອນ ແລະ ເຄືອຂ່າຍ ມາຮອດປັດຈຸບັນການ ໃຊ້ງານກາຍເປັນສິ່ງໃກ້ຕົວຂອງ ຄົນທຸກເພດທຸກໄວ. ໂທລະສັບມືຖື ມີລາຄາຫລາກຫລາຍ, ເຄືອຂ່າຍ ອິນເຕີເນັດທີ່ຄວບຄຸມກວ້າງຂຶ້ນ ແລະ ຄ່າໃຊ້ບໍລິການທີ່ມີທາງເລືອກ ລ້ວນເປັນປັດໄຈຊ່ວຍໃຫ້ປະຊາຊົນ ເຂົ້າເຖິງຂໍ້ມູນຂ່າວສານໄດ້ສະດວກ ຂຶ້ນ ຊຶ່ງກາຍເປັນຊ່ອງທາງສຳຄັນ ໃນການຮັບຂ່າວສານ, ຕິດຕາມສະ ຖານະການ ແລະ ສະແດງຄວາມ ຄິດເຫັນ. ບາງປະເດັນທີ່ກຳລັງ ເປັນກະແສໃນປະເທດເພື່ອນບ້ານ ກໍສາມາດແຜ່ເຂົ້າມາສູ່ສັງຄົມລາວ ໄດ້ຢ່າງວ່ອງໄວຍ້ອນມີພາສາ ແລະ ວັດທະນະທຳທີ່ໃກ້ຄຽງກັນ. ສິ່ງນີ້ສະທ້ອນໃຫ້ເຫັນວ່າ ກະແສ ຂ່າວສານໃນໂລກອອນລາຍບໍ່ໄດ້ ຈຳກັດຢູ່ພຽງພາຍໃນປະເທດໃດ ໜຶ່ງແຕ່ສາມາດຂ້າມພົມແດນ ແລະ ສົ່ງຜົນຕໍ່ຄວາມຮັບຮູ້ຂອງຄົນໃນ ອີກສັງຄົມໜຶ່ງໄດ້. ສິ່ງທີ່ໜ້າເປັນ ຫ່ວງ ກໍຄື ຫລາຍປະເດັນທີ່ຖືກຍົກ ຂຶ້ນມາສ້າງກະແສ ບໍ່ທັນມີການ ກວດສອບຂໍ້ແທ້ຈິງຢ່າງຮອບດ້ານ ກໍມີຄົນເຂົ້າມາກົດມັກ, ແບ່ງປັນ ແລະ ສະແດງຄວາມເຫັນກັນຢ່າງ ຄຶກຄື້ນແລ້ວ. ບາງຂ່າວໃຊ້ຫົວຂໍ້ທີ່ ຮຸນແຮງ ຫລື ຊວນໃຫ້ຕົກໃຈ ເພື່ອ ດຶງດູດຄວາມສົນໃຈ. ບາງເນື້ອ ໃນກໍນຳເອົາຄວາມຈິງພຽງສ່ວນ ໜຶ່ງມາຂະຫຍາຍເກີນຈິງ, ເພີ່ມສີ ສັນ ຫລື ຕັດຕໍ່ບາງສ່ວນໃຫ້ຜູ້ອ່ານ ເຂົ້າໃຈຜິດ. ທັງໝົດນີ້ມັກເກີດຂຶ້ນ ເພື່ອແລກກັບຍອດຜູ້ເຂົ້າຊົມ, ຍອດ ການແບ່ງປັນ ແລະ ລາຍຮັບຈາກ ການສ້າງເນື້ອໃນອອນລາຍ. ໃນປັດຈຸບັນຄວາມທ້າທາຍຍິ່ງມີ ຫລາຍຂຶ້ນເມື່ອມີການນຳພາບ ແລະ ວິດີໂອເກົ່າມາໃຊ້ປະກອບຂ່າວໃໝ່, ການຕັດຕໍ່ສຽງ, ການສ້າງບັນຊີ ປອມ ລວມທັງການນຳເອົາປັນຍາ ປະດິດ (AI) ມາສ້າງພາບ ຫລື ສຽງທີ່ຄ້າຍຄືຂອງຈິງ. ຖ້າຜູ້ຮັບ ຂ່າວສານຂາດວິຈາລະນະຍານກໍ ອາດຫລົງເຊື່ອ ແລະ ສົ່ງຕໍ່ຂໍ້ມູນທີ່ ຜິດພາດໄປໂດຍບໍ່ຮູ້ຕົວ. ຈາກຂ່າວ ລືເລັກໆ ຈຶ່ງອາດກາຍເປັນປະເດັນ ໃຫຍ່ສ້າງຄວາມເຂົ້າໃຈຜິດ ແລະ ສົ່ງຜົນກະທົບຕໍ່ບຸກຄົນ ຫລື ສັງຄົມ ໂດຍລວມ. ຫາກພິຈາລະນາໃຫ້ດີ ກະແສໃນໂລກອອນລາຍ ກໍບໍ່ຕ່າງ ຈາກຂ່າວລືປາກຕໍ່ປາກໃນສະໄໝ ກ່ອນ. ບາງເລື່ອງເປັນພຽງຄຳເວົ້າ ຫລິ້ນ, ບາງເລື່ອງເປັນການຕີຄວາມ ຜິດພາດ, ບາງເລື່ອງມີມູນຄວາມຈິງ ພຽງເລັກນ້ອຍ ແຕ່ຖືກເລົ່າຕໍ່ເຕີມ ແຕ່ງຈົນກາຍເປັນອີກເລື່ອງໜຶ່ງ. ຍິ່ງມີຜູ້ສົ່ງຕໍ່ຫລາຍຄົນຂໍ້ມູນກໍອາດ ຖືກບິດເບືອນໄປຈາກຕົ້ນສະບັບ. ໃນ ອະດີດຂ່າວລືອາດໃຊ້ເວລາຫລາຍ ມື້ກວ່າຈະໄປຮອດອີກບ້ານໜຶ່ງ, ແຕ່ໃນຍຸກນີ້ ພຽງບໍ່ເທົ່າໃດວິນາທີ ຂໍ້ມູນກໍສາມາດແຜ່ກະຈາຍໄປໄດ້ ທົ່ວໂລກ. ດັ່ງນັ້ນ, ຜູ້ໃຊ້ສື່ສັງຄົມ ຈຶ່ງຄວນມີວິຈາລະນະຍານໃນການ ຮັບຂ່າວສານ. ກ່ອນຈະເຊື່ອຄວນ ກວດສອບແຫລ່ງຂ່າວ; ກ່ອນຈະ ແບ່ງປັນຄວນຄິດເຖິງຜົນກະທົບ ແລະ ກ່ອນຈະສະແດງຄວາມເຫັນ ຄວນພິຈາລະນາຂໍ້ເທັດຈິງໃຫ້ຮອບ ດ້ານ. ບໍ່ຄວນໃຫ້ອາລົມ ຫລື ຄວາມ ເຊື່ອສ່ວນຕົວມາເປັນຕົວກຳນົດວ່າ ຂ່າວໃດຈິງ ຫລື ຂ່າວໃດປອມ. ໂດຍ: ໄໝຄໍາຍ້ອມສິນໍ້ິ ຂປລ. ການຫັນປ່ຽນແນວຄິດ ຈາກການຜະລິດແບບທຳມະຊາດ ແບບປະຖົມປະຖານສູ່ການປູກຝັງ ແລະ ລ້ຽງສັດແບບວິທະຍາສາດ ແລະ ເປັນສິນຄ້າ ຖືເປັນເສັ້ນທາງ ສຳຄັນທີ່ຊ່ວຍຍົກລະດັບຊີວິດການ ເປັນຢູ່ຂອງປະຊາຊົນໃຫ້ຫລຸດພົ້ນ ຄວາມທຸກຍາກ ແລະ ກ້າວໄປສູ່ ຄວາມຮັ່ງມີທີ່ສາມາດສ້າງລາຍ ຮັບໄດ້ 1,6 ຕື້ກວ່າກີບຕໍ່ປີ ເໝືອນ ດັ່ງທ່ານ ລືໄຊ ສຸຂະວົງ ພ້ອມດ້ວຍ ຄອບຄົວທີ່ກ້າຄິດ, ກ້າຕັດສິນໃຈ ນຳໃຊ້ວິທະຍາສາດເຕັກນິກເຂົ້າໃນ ການຜະລິດກະສິກຳຈົນສາມາດ ສ້າງຄວາມໝັ້ນຄົງໃຫ້ແກ່ຄອບຄົວ. ທ່ານ ລືໄຊ ສຸຂະວົງ ຄອບຄົວຕົວ ແບບຂອງກອງບັນຊາການທະຫານ ນະຄອນຫລວງ ໄດ້ເລົ່າສູ່ຟັງວ່າ: ກ່ອນໜ້ານີ້ ຄອບຄົວໄດ້ປູກຝັງລ້ຽງສັດ ມາຫລາຍສິບປີແຕ່ຍັງບໍ່ ທັນໄດ້ຜະລິດເປັນສິນຄ້າສົ່ງອອກ, ເຮັດຕາມທຳມະຊາດຕາມມີຕາມ ເກີດ ເພື່ອຂາຍຕາມທ້ອງຕະຫລາດ ທົ່ວໄປ ແຕ່ຜົນຜະລິດໄດ້ໜ້ອຍ, ລາຍ ຮັບບໍ່ພຽງພໍກັບຄວາມຮຽກຮ້ອງ ຕ້ອງການຂອງການໃຊ້ຈ່າຍພາຍໃນ ຄອບຄົວຍ້ອນວ່າພາຍໃນຄອບຄົວ ມີຫລາຍຄົນ ເຮັດໃຫ້ຄ່າໃຊ້ຈ່າຍນັບ ມື້ສູງຂຶ້ນ, ມາຮອດປີ 2024 ທັງ ຄອບຄົວຈຶ່ງໄດ້ປຶກສາ ແລະ ເປັນ ເອກະພາບກັນຕັດສິນໃຈຫັນເອົາ ການປູກຝັງ-ລ້ຽງສັດ ໃຫ້ກາຍເປັນ ສິນຄ້າສົ່ງອອກ ເພື່ອສ້າງລາຍຮັບ ໝູນໃຊ້ເຂົ້າໃນການແກ້ໄຂຊີວິດ ການເປັນຢູ່ຂອງຄອບຄົວໃຫ້ນັບມື້ ດີຂຶ້ນເທື່ອລະກ້າວ ໂດຍໄດ້ຖືເອົາ ການລ້ຽງສັດປີກເປັນຫລັກ ແລະ ລ້ຽງປາໃສ່ໜອງ ພ້ອມກັນນີ້, ກໍຍັງ ໄດ້ລ້ຽງງົວ ແລະ ລ້ຽງໝູຈຳນວນ ໜຶ່ງ ແຕ່ຍັງບໍ່ໄດ້ລ້ຽງເປັນສິນຄ້າ, ລ້ຽງພໍໄດ້ແກ້ໄຂຊີວິດການເປັນຢູ່ ຂອງຄອບຄົວແຕ່ກໍບໍ່ໄດ້ລະຖິ້ມການ ປູກຝັງ ເນື່ອງຈາກວ່າໄດ້ທຳການ ປູກຝັງມາດົນແລ້ວ. ການສ້າງ ເສດຖະກິດຄອບຄົວເບື້ອງຕົ້ນໃນ ປີ 2024 ໂດຍສະເພາະແມ່ນການ ລ້ຽງໄກ່, ຄອບຄົວໄດ້ໄປຖອດຖອນ ບົດຮຽນພຶດຕິກຳຕົວຈິງນຳຫລາຍ ພາກສ່ວນ, ສຶກສາຄວາມເປັນໄປ ໄດ້ກ່ຽວກັບສະຖານທີ່ລ້ຽງ, ສຶກສາ ວິທີການລ້ຽງໄກ່ຄັກແນ່, ວິທີການ ຕ້ານພະຍາດລະບາດ, ຄິດໄລ່ງົບ ປະມານໃນການສ້າງສະຖານທີ່ ລ້ຽງ, ຊອກຫາແນວພັນໄກ່ທີ່ຈະ ນຳເອົາມາລ້ຽງ. ຈາກນັ້ນ, ກໍໄດ້ ເອກະພາບກັນພາຍໃນຄອບຄົວ ແລະ ຕັດສິນໃຈນຳເອົາໄກ່ສາມສາຍ ພັນ ແລະ ໄກ່ລາດມາລ້ຽງ, ສ່ວນ ແຮງງານຕົ້ນຕໍແມ່ນຄົນໃນຄອບຄົວ ແລະ ຈ້າງກຳມະກອນຈຳນວນ ໜຶ່ງ. ຈາກນັ້ນ, ກໍໄດ້ເຊີນວິຊາການ ທີ່ກ່ຽວຂ້ອງເຂົ້າມາກວດກາສະ ຖານທີ່, ພາຍຫລັງກວດກາຜ່ານກໍ ໄດ້ເຮັດໜັງສືຂໍອະນຸມັດຕາມແຕ່ລະ ຂັ້ນຕອນ ແລະ ໄດ້ເລີ່ມລົງທຶນສ້າງ ຄອກໄກ່ຂະໜາດ 15 x 75 ແມັດ, ລົງທຶນຊື້ໄກ່ມາລ້ຽງງວດທຳອິດ 10.000 ໂຕ (ໄກ່ລາດ 5.000 ໂຕ ແລະ ໄກ່ສາມສາຍພັນ 5.000 ໂຕ) ມູນຄ່າທັງໝົດ 180 ລ້ານກີບ, ຊື້ຫົວອາຫານ 150 ລ້ານກີບ, ຊື້ແກບໃສ່ຄອກໄກ່ 20 ລ້ານກີບ, ຊື້ຢາປົວພະຍາດ-ຍາບຳລຸງ 50 ລ້ານກີບ ແລະ ຊື້ວັດຖຸອຸປະກອນຮັບ ໃຊ້ຕ່າງໆ ລວມລາຍຈ່າຍງວດທໍາ ອິດທັງໝົດ 800 ລ້ານກີບ, ລ້ຽງ ໄດ້ປະມານ 75 ວັນສາມາດຂາຍ ອອກ ໄດ້ເງິນ 600 ລ້ານກີບ. ຈາກ ນັ້ນ, ໄດ້ນຳໄກ່ເຂົ້າມາລ້ຽງຕື່ມອີກ 10.000 ໂຕ, ໂດຍໄດ້ລ້ຽງແບບ ໝູນວຽນ ປີ 1 ສາມາດລ້ຽງໄດ້ 4 ງວດ, ງວດລະ 10.000 ໂຕ, ລາຍ ຮັບພາຍຫລັງຫັກຕົ້ນທຶນ ໄດ້ 200300 ລ້ານກີບຕໍ່ງວດ ໂດຍລວມ ແລ້ວດ້ານການລ້ຽງໄກ່ແມ່ນສ້າງ ລາຍຮັບໄດ້ 1 ຕື້ກວ່າກີບຕໍ່ປີ. ດ້ານ ການລ້ຽງປາ ງວດທຳອິດ ໄດ້ນຳ ເຂົ້າມາລ້ຽງ 60.000 ໂຕ, ແຕ່ຜົນ ໄດ້ຮັບແມ່ນຫລຸດຄາດໝາຍ ເນື່ອງ ຈາກວ່າ ນຳປາເຂົ້າມາລ້ຽງຫລາຍ ເກີນໄປເຮັດໃຫ້ປາບໍ່ຈະເລີນເຕີບໂຕ ເຕັມໄວ, ງວດຕໍ່ມາໄດ້ຂະຫຍາຍ ໜອງປາເພີ່ມຕື່ມຄາດຄະເນວ່າຊຸດ ນີ້ ຈະໄດ້ຮັບຜົນດີກວ່າເກົ່າ. ໃນຕົ້ນ ປີ 2026 ໄດ້ນໍາເອົາເປັດເຂົ້າມາ ລ້ຽງເພີ່ມຕື່ມ ຈໍານວນ 5.000 ໂຕ ມູນຄ່າ 175 ລ້ານກີບ ໂດຍໄດ້ ລ້ຽງແບບໝູນວຽນຄືກັນກັບລ້ຽງ ໄກ່, ລ້ຽງໄດ້ 3 ເດືອນສາມາດຂາຍ ອອກໄດ້, ງວດທຳອິດໄດ້ກຳໄລ 100 ລ້ານກວ່າກີບ, ງວດທີ 2 ໄດ້ ກໍາໄລ 80-100 ລ້ານກີບ, ດ້ານ ການປູກຝັງ ໄດ້ປູກເຂົ້າ+ສາລີ ໃນ ເນື້ອທີ່ 2,5 ເຮັກຕາ, ຂາຍເຂົ້າທີ່ ເຫລືອກິນພາຍໃນຄອບຄົວ ໄດ້ 10-20 ລ້ານກີບຕໍ່ປີ, ຂາຍສາລີ ໄດ້ 20-30 ລ້ານກີບຕໍ່ປີ, ໄດ້ປູກ ໝາກແຕງ, ໝາກຖົ່ວ ແລະ ປູກຜັກ ຕາມລະດູການຕື່ມອີກ. ສຳລັບຕົ້ນ ທຶນໃນການສ້າງເສດຖະກິດຄອບ ຄົວເບື້ອງຕົົ້ນແມ່ນໄດ້ມາຈາກຂາຍ ຜົນຜະລິດຕ່າງໆພາຍໃນຄອບຄົວທີ່ ໄດ້ເກັບທ້ອນມາກ່ອນໜ້ານີ້, ບວກ ກັບການປະຢັດອົດອອມເງິນເດືອນ, ສ່ວນເນື້ອທີ່ທຳການຜະລິດເປັນດິນ ເດີມຂອງພໍ່ແມ່ໃຫ້ມາ ລວມທັງໝົດ ມີ 3,5 ເຮັກຕາກວ່າ. ໃນນັ້ນ, ເນື້ອ ທີ່ລ້ຽງໄກ່ສະເພາະເຮືອນໄກ່ ແມ່ນ 15x75 ແມັດ, ໜອງລ້ຽງປາ 35x75 ແມັດ. ທ່ານ ລືໄຊ ສຸຂະວົງ ໃຫ້ຮູ້ຕື່ມ ວ່າ: ການຈຳໜ່າຍຜົນຜະລິດ ລວມ ທັງການລ້ຽງສັດ ແລະ ປູກຝັງແມ່ນ ຍັງບໍ່ທັນໄດ້ເຊັນສັນຍາແນ່ນອນ ປັດຈຸບັນນີ້, ແມ່ນຍັງຈຳໜ່າຍແບບ ຂາຍສົ່ງ-ຂາຍຍ່ອຍໃຫ້ແມ່ຄ້າຊາວ ຂາຍທົ່ວໄປ, ສົ່ງໃຫ້ຕະຫລາດຕ່າງໆ ແລະ ຕ່າງແຂວງມາຮັບຊື້ເຖິງທີ່ ໂດຍສັງລວມແລ້ວນັບແຕ່ຄອບຄົວ ຕັດສິນໃຈຜະລິດເປັນສິນຄ້າແຕ່ປີ 2024 ເປັນຕົ້ນມາ ສາມາດສ້າງ ລາຍຮັບຈາກການປູກຝັງ-ລ້ຽງສັດ ໄດ້ທັງໝົດ 1,6 ຕື້ກວ່າກີບຕໍ່ປີ. ສຳລັບທິດທາງແຜນການໃນຕໍ່ ໜ້ານີ້, ຈະສືບຕໍ່ປັບປຸງສະຖານທີ່ ທຳການຜະລິດໃຫ້ແໜ້ນໜາຖາ ວອນ, ຂະຫຍາຍການປູກຝັງ-ລ້ຽງ ສັດເພີ່ມຕື່ມເປັນຕົ້ນແມ່ນຈະເພີ່ມ ການປູກພືດລົ້ມລຸກຕາມລະດູການ, ຂະຫຍາຍການລ້ຽງປາໃຫ້ຫລາຍຂຶ້ນ ໄປຄຽງຄູ່ກັບການລ້ຽງສັດປີກແບບ ໝູນວຽນ ເພື່ອສ້າງລາຍຮັບເຂົ້າ ຄອບຄົວໃຫ້ໄດ້ຫລາຍກວ່າເກົ່າ.

RkJQdWJsaXNoZXIy MTc3MTYxMQ==