17/11/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ສຳມະນາ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ lts;a ootg0f lts]5 [;Pd'kod+ lh k'Ikd4ko dkog,n v'{ra fmtok-q oot[q f w]pt 5 xu ສັບປະດາ...ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ແຂວງ ສະຫວັນນະເຂດ ຈັດກອງປະຊຸມ ວຽກງານກໍ່ສ້າງຮາກຖານການ ເມືອງ, ພັດທະນາຊົນນະບົດ-ແກ້ໄຂ ຄວາມທຸກຍາກ ແລະ ວຽກງານ ສາມສ້າງ ໄລຍະ 5 ປີ (20222026) ແລະ ວາງທິດທາງແຜນ ການໃນ 5 ປີຕໍ່ໜ້າ ໃນວັນທີ 13 ພະ ຈິກ 2026 ໂດຍການເປັນປະທານ ຂອງທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາປະ ຊາຊົນແຂວງສະຫວັນນະເຂດ ພ້ອມ ດ້ວຍພະແນກການ-ກົມກອງອ້ອມ ຂ້າງແຂວງ, ບັນດາການນຳ 14 ເມືອງ-ນະຄອນ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ບຸນໂຈມ ອຸບົນ ປະເສີດ ໄດ້ກ່າວວ່າ: ເປີດກອງປະ ຊຸມຢ່າງເປັນທາງການ ພ້ອມທັງ ກ່າວໂອ້ລົມແລະໃຫ້ທິດຊີ້ນຳຕໍ່ກອງ ປະຊຸມ ແລະ ຍັງໄດ້ໃຫ້ກຽດເຜີຍ ແຜ່ເນື້ອໃນສຳຄັນມະຕິກອງປະຊຸມ ຄົບຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງ ພັກ ສະໄໝທີ XII ສະບັບເລກທີ 72/ ຄບສພ, ລົງວັນທີ 12 ຕຸລາ 2026. ທ່ານ ອ່ອນລຳພັນ ບົວສີແກ້ວ ຫົວໜ້າຫ້ອງວ່າການແຂວງ ທັງ ເປັນຫົວໜ້າກອງເລຂາ ໃຫ້ຮູ້ວ່າ: ໄລຍະຜ່ານມາ, ຄະນະພັກແຕ່ລະ ຂັ້ນໄດ້ເອົາໃຈໃສ່ສູງໃນການນຳ ພາ-ຊີ້ນຳວຽກງານ 3 ປະສານ (ວຽກກໍ່ສ້າງຮາກຖານການເມືອງ, ວຽກພັດທະນາຊົນນະບົດ-ແກ້ໄຂ ຄວາມທຸກຍາກ ແລະ ວຽກສາມ ສ້າງ). ນອກນັ້ນ, ກໍໄດ້ມີການປະ ກອບສ່ວນໃນທົ່ວສັງຄົມທັງພາຍ ໃນແລະຕ່າງປະເທດເຮັດໃຫ້ຫລາຍ ຄາດໝາຍ ແລະ ຕົວຊີ້ບອກ ສາມາດ ບັນລຸ ແລະ ມີຄວາມຄືບໜ້າໃນລະ ດັບດີ, ຜ່ານການສະຫລຸບຕີລາຄາ ຈາກຂະແໜງການກ່ຽວຂ້ອງ, ໃນ ທົ່ວແຂວງມີ 1.034 ບ້ານ, ມີ 180.433 ຄອບຄົວ ໃນນັ້ນ, ມີ ຄອບຄົວພົ້ນທຸກ 160.328 ຄອບ ຄົວ ກວມເອົາ 88,86%, ຄອບຄົວ ພັດທະນາ 132.946 ຄອບຄົວ, ກວມເອົາ 73,68%, ບ້ານພົ້ນທຸກ 836 ບ້ານ ກວມ 80,85%, ມີບ້ານ ພັດທະນາ 319 ບ້ານ, ກວມເອົາ 30,85% ຂອງຈໍານວນບ້ານທົ່ວ ແຂວງ, ມີເມືອງພົ້ນທຸກແລ້ວ 11 ເມືອງ. ພ້ອມນີ້, ຍັງໄດ້ເອົາໃຈໃສ່ໃກ້ ຊິດຕິດແທດອົບຮົມທາງດ້ານການ ເມືອງ-ແນວຄິດ ໃຫ້ແກ່ສະມາຊິກ ພັກ-ພະນັກງານ, ທະຫານ, ຕຳ ຫລວດ, ພໍ່ແມ່ປະຊາຊົນທົ່ວແຂວງ ໂດຍເຜີຍແຜ່ເຊື່ອມຊຶມນະໂຍບາຍ ແນວທາງຂອງພັກ, ລະບຽບກົດ ໝາຍຂອງລັດ, ມະຕິ, ຄຳສັ່ງ ແລະ ນິຕິກຳຕ່າງໆ, ປຸກລະດົມຊຸກຍູ້ຂະ ບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບວາລະແຫ່ງ ຊາດ ວ່າດ້ວຍການພັດທະນາຊົນນະ ບົດ-ແກ້ໄຂຄວາມທຸກຍາກ, ເຊື່ອມ ຊຶມມະຕິກອງປະຊຸມຄະນະບໍລິຫານ ງານພັກ ສະໄໝທີ X, ຈຶ່ງເຮັດໃຫ້ ການຈັດຕັ້ງປະຕິບັດບັນດາມະຕິສະ ພາປະຊາຊົນແຂວງ ແລະ ແຜນພັດ ທະນາພື້ນຖານໂຄງລ່າງ ຢູ່ບັນດາ ບ້ານຂອງເມືອງ ມີຄວາມເຂັ້ມແຂງ ຢູ່ຂັ້ນຮາກຖານ. ໃນກອງປະຊຸມ, ຍັງໄດ້ມີການ ລາຍງານການຈັດຕັ້ງປະຕິບັດວຽກ ງານ 3 ສ້າງ 5 ປີ 2022-2026 ແລະ ທິດທາງແຜນການ; ລາຍງານ ວຽກງານປ້ອງກັນຊາດ ໃນການ ສ້າງບ້ານປ້ອມໝັ້ນສູ້ຮົບຕິດລຽນ ຕິດພັນກັບວຽກກໍ່ສ້າງຮາກຖານ ການເມືອງ, ການແກ້ໄຂ ແລະ ສະ ກັດກັ້ນ ບັນຫາຄ້າຂາຍເຖື່ອນ ຕາມ ເຂດບ້ານລຽບຊາຍແດນ ລາວໄທ, ລາວ-ຫວຽດນາມ, ການລັກ ລອບດູດແຮ່-ຊາຍຕາມລໍານໍ້າຂອງ; ລາຍງານວຽກງານປ້ອງກັນຄວາມ ສະຫງົບສຸກ ເປັນຕົ້ນ ການຫັນກຳ ລັງລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ, ການ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ; ລາຍງານກ່ຽວກັບແຜນພັດທະນາ 6 ຕາແສງ ໃນ 5 ເມືອງ ຕິດພັນ ກັບການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ. ໂອກາດດັ່ງກ່າວ, ທ່ານປະທານ ກອງປະຊຸມ ຍັງໄດ້ມີການເຈາະຈີ້ມ ໃນແຕ່ລະບັນຫາຢ່າງເລິກເຊິ່ງ ແລະ ຖືກຕ້ອງສອດຄ່ອງກັບສະພາບ ການຕົວຈິງໃນປັດຈຸບັນ, ແນໃສ່ ເພື່ອເຮັດໃຫ້ວຽກງານສ້າງຮາກ ຖານການເມືອງ, ພັດທະນາຊົນນະ ບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງທົ່ວແຂວງ ໃນ 5 ປີຕໍ່ໜ້ານີ້ ໄດ້ຮັບການຈັດຕັ້ງ ປະຕິບັດຢ່າງມີຜົນສຳເລັດ. 8 ແຂວງ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຢ່າງມີປະສິດທິພາບ ແລະ ປະສິດທິ ຜົນສູງສຸດ. ກອງປະຊຸມຍັງໄດ້ເປີດໂອກາດ ໃຫ້ຜູ້ເຂົ້າຮ່ວມປະກອບຄໍາຄິດຄໍາ ເຫັນຕໍ່ກັບດຳລັດທັງສອງສະບັບ ໂດຍສະເພາະແມ່ນບັນດາຈຸດຕ່າງໆ ທີ່ຍັງເຫັນວ່າບໍ່ທັນໂລ່ງລ່ຽນ ເພື່ອ ຍົກຂຶ້ນປຶກສາຫາລືແລກປ່ຽນນໍາ ກັນຢ່າງກົງໄປກົງມາແລະສ້າງສັນ. ນິຕິກໍາທັງສອງສະບັບນີ້, ແມ່ນມີ ຄວາມສໍາຄັນເປັນຢ່າງຍິ່ງໃນການ ອໍານວຍຄວາມສະດວກ, ຊຸກຍູ້ ແລະ ສົ່ງເສີມການຈັດຕັ້ງປະຕິບັດວຽກ ງານການຮ່ວມມື ເພື່ອການພັດທະນາ ໃຫ້ມີຄວາມໂລ່ງລ່ຽນ, ສອດຄ່ອງ ກັບລະບຽບການ ແລະ ກົດໝາຍ ຂອງ ສປປ ລາວ ໃນໄລຍະໃໝ່ນີ້. ດ້ານການຄ້າ, ການລົງທຶນ, ກະແສ ທຶນ ແລະ ສະພາບການເມືອງຂອງ ໂລກ ທີ່ສົ່ງຜົນຕໍ່ສະຖຽນລະພາບ ການເງິນ ແລະ ການເຕີບໂຕຂອງ ພາກພື້ນອາຊີ ໃນປັດຈຸບັນ ທີ່ມີການ ຜັນແປຢ່າງໄວວາ. ໃນກອງປະຊຸມ ໄດ້ມີການແລກປ່ຽນຂໍ້ຄິດເຫັນ ໃນ ຫລາຍບັນຫາສໍາຄັນຕິດພັນກັບ ການຮ່ວມມືໃນການເສີມຂະຫຍາຍ ການເຊື່ອມໂຍງທາງດ້ານການເງິນ ໃນລະດັບພາກພື້ນ ໂດຍສະເພາະ ແມ່ນການເສີມຂະຫຍາຍການເຊື່ອມ ໂຍງທາງດ້ານການເງິນ ຜ່ານຂອບ ວຽກທາງດ້ານນິຕິກໍາໃນການຄຸ້ມ ຄອງ, ການພັດທະນາການເຊື່ອມ ໂຍງລະບົບການຊໍາລະເງິນ ເພື່ອສົ່ງ ເສີມທາງດ້ານການຄ້າ ແລະ ການ ເຂົ້າເຖິງການບໍລິການທາງການ ເງິນຂ້າມແດນ, ການສົ່ງເສີມການ ເງິນຍືນຍົງ ໂດຍມີທະນາຄານ ກາງ ເປັນກົນໄກສໍາຄັນໃນການ ສະໜັບສະໜູນການເຕີບໂຕສີຂຽວ ແລະ ຍືນຍົງ ໄປພ້ອມກັບການຮັກ ສາຖະຖຽນລະພາບທາງດ້ານການ ເງິນຂອງທະນາຄານກາງ. ສໍາລັບວັນທີ 13 ພະຈິກ 2026 ໄດ້ຈັດກອງປະຊຸມປະຈໍາປີ ສະພາ ບໍລິຫານຜູ້ວ່າການທະນາຄານກາງ SEACEN BOG ຄັ້ງທີ 46 ຊຶ່ງ ເປັນກອງປະຊຸມສະເພາະຜູ້ວ່າການ ທະນາຄານກາງ ຂອງປະເທດທີ່ ເປັນສະມາຊິກຂອງສູນSEACEN ເພື່ອປຶກສາຫາລື, ປະກອບຄຳເຫັນ ແລກປ່ຽນແລະພິຈາລະນາຮັບຮອງ ໃນຫລາຍບັນຫາສໍາຄັນຕ່າງໆ ຕິດ ພັນກັບຍຸດທະສາດທີ່ສໍາຄັນ ແລະ ຂອບວຽກທີ່ຕິດພັນກັບການຄຸ້ມ ຄອງບໍລິຫານອົງກອນຂອງສູນ SEACEN ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດແຜນຍຸດທະ ສາດໄລຍະກາງ 2026-2030, ການຈັດຕັ້ງປະຕິບັດວຽກງານໃນ ປີ 2026 ແລະ ທິດທາງແຜນການ ປະຕິບັດວຽກງານ ໃນປີ 2027 ຂອງສູນ SEACEN ເປັນຕົ້ນ ບັນ ດາແຜນການເຄື່ອນໄຫວກິດຈະກໍາ ຕ່າງໆ(ໂຄງການສໍາມະນາ-ຝຶກອົບ ຮົມ, ໂຄງການຄົ້ນຄວ້າ, ໂຄງການ ຊ່ວຍເຫລືອທາງດ້ານວິຊາການສະ ເພາະດ້ານ, ວຽກງານພະນັກງານ ແລະ ວຽກບໍລິຫານອົງກອນ) ແລະ ແຜນງົບປະມານ. ການເປັນເຈົ້າພາບຈັດກອງປະ ຊຸມລະດັບຜູ້ວ່າການທະນາຄານ ກາງ ໃນຄັ້ງນີ້, ຈະຊ່ວຍສົ່ງເສີມບົດ ບາດຂອງ ທຫລ ໃນເວທີການຮ່ວມ ມືດ້ານເສດຖະກິດ ແລະ ການເງິນ ລະດັບພາກພື້ນ ແລະ ເປັນໂອກາດ ໃນການເສີມຂະຫຍາຍການຮ່ວມມື ເພື່ອຍົກລະດັບຂີດຄວາມສາມາດ ຂອງທະນາຄານກາງ, ເສີມສ້າງສະ ຖຽນລະພາບລະບົບການເງິນ ແລະ ຮ່ວມກັນຮັບມືກັບສິ່ງທີ່ທ້າທາຍ ດ້ານເສດຖະກິດ ແລະ ການເງິນ ໃນອະນາຄົດ, ໃນໄລຍະ 20262027 ທຫລ ຈະໃຫ້ການສະໜັບ ສະໜູນ ແລະ ຮ່ວມເຮັດວຽກກັບສູນ SEACEN ຢ່າງໃກ້ຊິດຕະຫລອດ ໄລຍະການເປັນປະທານ ໃຫ້ບັນລຸ ຕາມລະດັບຄາດໜາຍທີ່ວາງໄວ້ ສູນ SEACEN ແມ່ນເປັນສູນ ລວມແຫ່ງການຮຽນຮູ້, ມີພາລະບົດ ບາດໃນການສະໜອງວຽກງານ ຄົ້ນຄວ້າ ແລະ ຝຶກອົບຮົມ ເພື່ອສ້າງ ຂີດຄວາມສາມາດໃຫ້ແກ່ບຸກຄະລາ ກອນຂອງບັນດາປະເທດສະມາຊິກ ກໍຄື ທະນາຄານກາງໃນຂົງເຂດອາ ຊີຕາເວັນອອກສ່ຽງໃຕ້, ໃນຂົງເຂດ ວຽກງານທາງດ້ານການເງິນ-ການ ທະນາຄານ ຊຶ່ງປະກອບມີ 19 ທະນາຄານກາງ ທີ່ເປັນສະມາຊິກ ສົມບູນ ແລະ 9 ທະນາຄານກາງ ເປັນສະມາຊິກສໍາຮອງຂອງສູນ SEACEN. ໃນນັ້ນ, ທຫລ ໄດ້ ເຂົ້າເປັນສະມາຊິກສົມບູນ ໃນວັນທີ 14 ກຸມພາ 2012 ແລະ ໄດ້ມີສ່ວນ ຮ່ວມໃນກິດຈະກໍາແລະກົນໄກການ ຮ່ວມມືຕ່າງໆ ຂອງສູນ SEACEN ຢ່າງຕໍ່ເນື່ອງ. ການຮັບໜ້າທີ່ເປັນປະທານ SEACEN ໃນວາລະ ປີ 20262027 ຂອງ ທຫລ ແມ່ນເປັນບາດ ກ້າວທີ່ສໍາຄັນທີ່ສະທ້ອນໃຫ້ເຫັນ ເຖິງຄວາມໄວ້ວາງໃຈຂອງບັນດາ ສະມາຊິກ ແລະ ເສີມຂະຫຍາຍບົດ ບາດຂອງ ທຫລ ໃນເວທີສາກົນ ໃນ ການສົ່ງເສີມການຮ່ວມມືລະຫວ່າງ ທະນາຄານກາງໃນພາກພື້ນ. ຂ່າວ: ທະນູທອງ ເຂົ້າຮ່ວມ. ໃນນັ້ນ, ຜູ້ເຂົ້າຮ່ວມໄດ້ ມີຄຳເຫັນແລກປ່ຽນ ໂດຍເນັ້ນໃຫ້ ຊາວໜຸ່ມຈີນ-ອາຊຽນ ຍາດແຍ່ງ ເອົາໂອກາດການພັດທະນາຈາກ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ ນ້ຳລ້ານຊ້າງ, ເຂົ້າຮ່ວມການຮ່ວມມື ຕົວຈິງຢ່າງຫ້າວຫັນ ແລະ ປະກອບ ສ່ວນດ້ວຍພະລັງໄວໜຸ່ມໃນການ ເຊື່ອມໂຍງພາກພື້ນ ແລະ ການສ້າງ ອະນາຄົດທີ່ຍືນຍົງ. ໂອກາດນີ້, ທ່ານ ຢູ້ ອິ້ງຟູ້ ໄດ້ ກ່າວວ່າ: ຈີນ ແລະ ລາວ ແມ່ນປະ ເທດເພື່ອນບ້ານທີ່ມີມິດຕະພາບອັນ ດີງາມ, ມີພູຜາ ແລະ ສາຍນ້ຳເຊື່ອມ ໂຍງຫາກັນ, ມິດຕະພາບ ຈີນ-ລາວ ເປັນພາບສະທ້ອນອັນຊັດເຈນຂອງ ສາຍພົວພັນ ຈີນ-ອາຊຽນ. ພ້ອມ ທັງສະແດງຄວາມຫວັງວ່າ ຊາວ ໜຸ່ມຈະກາຍເປັນຂົວຕໍ່ທີ່ເຊື່ອມໂຍງ ຈິດໃຈຂອງປະຊາຊົນໃຫ້ໃກ້ຊິດກັນ ຍິ່ງຂຶ້ນ, ກ້າວໄປຂ້າງໜ້າພ້ອມກັນ ຜ່ານການເຊື່ອມໂຍງ, ເປັນຜູ້ສົ່ງ ເສີມການປະສານວັດທະນະທຳ, ສ້າງຄວາມເຂົ້າໃຈຜ່ານການແລກ ປ່ຽນ ແລະ ການຮຽນຮູ້ເຊິ່ງກັນ ແລະ ກັນ, ທັງເປັນຜູ້ມີຄວາມຮັບ ຜິດຊອບໃນການສ້າງອະນາຄົດ ຮ່ວມກັນ ເພື່ອສ້າງມື້ອື່ນທີ່ດີກວ່າ. ທ່ານ ອອນອຸມາ ພົນພານິດ ຜູ້ ອຳນວຍການກົມການຫັນປ່ຽນສີ ຂຽວ ແລະ ການແກ້ໄຂບັນຫາແບບ ເຊື່ອມໂຍງ ຂອງສະຖາບັນແມ່ນ້ຳ ຂອງ ໄດ້ກ່າວວ່າ: ໃນໄລຍະ 10 ປີ ຜ່ານມາ, ການຮ່ວມມືແມ່ນ້ຳຂອງແມ່ນ້ຳລ້ານຊ້າງ ໄດ້ກາຍເປັນເວທີ ສຳຄັນໃນການຊຸກຍູ້ການເຊື່ອມ ໂຍງພາກພື້ນ, ການຮ່ວມມືດ້ານ ເສດຖະກິດ ແລະ ການແລກປ່ຽນ ປະຊາຊົນກັບປະຊາຊົນ. ໃນຂະນະ ທີ່ການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ ກຳລັງກ້າວເຂົ້າສູ່ໄລຍະ ໃໝ່ 2.0. ສະນັ້ນ, ຕ້ອງເພີ່ມທະວີ ການເຊື່ອມໂຍງໃນ 3 ດ້ານ ຄື: ການ ເຊື່ອມໂຍງດ້ານນະໂຍບາຍແລະສະ ຖາບັນ, ການເຊື່ອມໂຍງດ້ານທຸລະ ກິດ ແລະ ເຕັກໂນໂລຊີ ແລະ ການ ເຊື່ອມໂຍງດ້ານປະຊາຊົນ ເພື່ອເຮັດ ໃຫ້ການຮ່ວມມືພາກພື້ນມີຄວາມ ທັນສະໄໝ, ກວມລວມ ແລະ ຍືນ ຍົງຫລາຍຂຶ້ນ. ທ່ານ ສາຍໃຈ ສີລາເດດ ຮອງ ຫົວໜ້າຄະນະວິຊາຄະນະວິທະຍາ ສາດສັງຄົມ ມະຫາວິທະຍາໄລແຫ່ງ ຊາດ ໄດ້ເນັ້ນໃຫ້ເຫັນເຖິງຜົນສຳ ເລັດຂອງ ສປປ ລາວ ໃນການເສີມ ຂະຫຍາຍການເຊື່ອມໂຍງ ແລະ ການປະສານພາກພື້ນໃນຊຸມປີຜ່ານ ມາ. ສຳລັບທິດທາງຕໍ່ໜ້າ, ລາວຈະ ສືບຕໍ່ຊຸກຍູ້ການເຊື່ອມໂຍງກັບພາກ ພື້ນ ແລະ ສາກົນໃນ 2 ຂົງເຂດສຳ ຄັນຄື: ວຽກງານໂຍທາທິການແລະ ຂົນສົ່ງ, ເຕັກໂນໂລຊີ ແລະ ການສື່ ສານ. ພ້ອມນີ້, ຍັງໄດ້ເນັ້ນເຖິງບົດ ບາດສໍາຄັນຂອງຊາວໜຸ່ມໃນວຽກ ງານດັ່ງກ່າວ ໂດຍຊຸກຍູ້ໃຫ້ຊາວ ໜຸ່ມມີການແລກປ່ຽນຄວາມຄິດ ເຫັນ, ຮຽນຮູ້ເຊິ່ງກັນ ແລະ ກັນ ແລະ ນຳສະເໜີແນວຄິດໃໝ່ໆ ເພື່ອປະ ກອບສ່ວນໃຫ້ແກ່ການພັດທະນາ. ທ່ານຫລິນຣຸ່ຍ(LinRui)ຮອງ ຜູ້ອຳນວຍການໃຫຍ່ ບໍລິສັດພະ ລັງງານສາກົນແມ່ນໍ້າລ້ານຊ້າງແມ່ນໍ້າຂອງ ຈໍາກັດ ໃນກຸ່ມບໍລິສັດ ໄຟຟ້າສາຍສົ່ງພາກໃຕ້ຈີນ ໄດ້ຍົກ ເອົາໂຄງການເຊື່ອມຕໍ່ລະບົບໄຟຟ້າ ແຮງສູງ 500 ກິໂລໂວນ ຈີນ-ລາວ ມາເປັນຕົວຢ່າງ ເພື່ອສະແດງໃຫ້ ເຫັນເຖິງຄວາມສຳຄັນຂອງການ ເຊື່ອມໂຍງຕາຂ່າຍໄຟຟ້າພາກພື້ນ ໃນການຊຸກຍູ້ການນຳໃຊ້ພະລັງ ງານສະອາດໃຫ້ເກີດປະສິດທິຜົນ, ເສີມສ້າງຄວາມໝັ້ນຄົງແລະຄວາມ ທົນທານຂອງລະບົບພະລັງງານ, ພ້ອມທັງຂະຫຍາຍທາງເລືອກດ້ານ ພະລັງງານໃຫ້ແກ່ບັນດາປະເທດ ໃນພາກພື້ນ. ນອກນີ້, ທ່ານຍັງໄດ້ ນຳສະເໜີເລື່ອງລາວຕົວຈິງຂອງ ພະນັກງານໜຸ່ມ 3 ຄົນ ທີ່ມີສ່ວນ ຮ່ວມໃນການກໍ່ສ້າງໂຄງການ ແລະ ການຮ່ວມມືຂ້າມຊາຍແດນ ເພື່ອສະ ທ້ອນໃຫ້ເຫັນບົດບາດໃນທາງບວກ ຂອງຊາວໜຸ່ມ ຕໍ່ການຊຸກຍູ້ການ ຮ່ວມມືພາກພື້ນ. ພ້ອມທັງເນັ້ນວ່າ ການເຊື່ອມໂຍງບໍ່ພຽງແຕ່ການ ເຊື່ອມຕໍ່ລະບົບໄຟຟ້າເຂົ້າຫາກັນ ເທົ່ານັ້ນ, ແຕ່ຍັງເປັນການເຊື່ອມໂຍງ ຄວາມຮູ້, ປະສົບການ ແລະ ຄວາມ ໄວ້ວາງໃຈນຳອີກ. ພ້ອມນີ້, ທ່ານ ຍັງຮຽກຮ້ອງໃຫ້ຊາວໜຸ່ມ ຈີນ-ອາ ຊຽນ ສົ່ງເສີມຄວາມເຂົ້າໃຈ, ເພີ່ມ ທະວີການຮ່ວມມື ແລະ ຮ່ວມກັນ ສ້າງອະນາຄົດສີຂຽວທີ່ຍືນຍົງ. ພາຍໃນງານ ຍັງໄດ້ຈັດກິດຈະ ກຳສົນທະນາ ແລະ ການແລກປ່ຽນ ເລື່ອງລາວປະສົບການຂອງຊາວ ໜຸ່ມພາຍໃຕ້ຫົວຂໍ້:“ທົດສະວັດທອງ ຄຳຄັ້ງໃໝ່ ເສີມສ້າງການເຊື່ອມໂຍງ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຜ່ານ ນະວັດຕະກຳສີຂຽວ” ໂດຍມີບັນດາ ຊ່ຽວຊານ, ນັກວິຊາການ ແລະ ຕົວ ແທນຊາວໜຸ່ມຈາກອົງການສາ ກົນ, ມະຫາວິທະຍາໄລ ແລະ ພາກ ທຸລະກິດ ເຂົ້າຮ່ວມ. ພ້ອມນີ້, ຍັງໄດ້ ຈັດກິດຈະກຳແລກປ່ຽນເລື່ອງລາວ ປະສົບການຂອງຊາວໜຸ່ມ ເປັນຕົ້ນ ແບ່ງປັນບົດຮຽນຈາກການເຮັດ ວຽກພັດທະນາຊາວໜຸ່ມໃນໄລຍະ ຍາວ ໂດຍເນັ້ນໃຫ້ມີການສ້າງເຄືອ ຂ່າຍຮ່ວມມືທີ່ຫລາກຫລາຍ ເພື່ອ ເສີມສ້າງທ່າແຮງໃຫ້ແກ່ຊາວໜຸ່ມ ຜ່ານການປູກຈິດສຳນຶກດ້ານການ ອະນຸລັກສິ່ງແວດລ້ອມ, ການຍົກສູງ ທັກສະຄວາມສາມາດ ແລະ ການ ຊຸກຍູ້ການມີສ່ວນຮ່ວມທາງສັງຄົມ ໂດຍຮຽກຮ້ອງໃຫ້ທຸກພາກສ່ວນ ຮ່ວມມືກັນສະໜັບສະໜູນຊາວໜຸ່ມ ໃນການຮ່ວມກັນສ້າງອະນາຄົດທີ່ ຍືນຍົງ ແລະ ອື່ນໆ.
RkJQdWJsaXNoZXIy MTc3MTYxMQ==