7409

@ 0j k; c]t gsfdko j 17/11/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ຜູ້ນຳ 3 ພັກ...ູ້ັ ປະທານປະເທດ ແຫ່ງ ສສ ຫວຽດ ນາມ ແລະ ສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ປະທານ ພັກປະຊາຊົນກໍາປູເຈຍ, ປະທານສະ ພາສູງແຫ່ງລາຊະອານາຈັກກໍາປູ ເຈຍ ໄດ້ຮັບປະທານອາຫານເຊົ້າ ແລະ ພົບປະສາມຝ່າຍ ລາວ-ຫວຽດ ນາມ-ກຳປູເຈຍ ໂດຍການເປັນເຈົ້າ ພາບຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ປະທານ ພັກປະຊາຊົນກໍາປູເຈຍ, ປະທານ ສະພາສູງແຫ່ງລາຊະອານາຈັກກໍາ ປູເຈຍ ໃນໂອກາດເຂົ້າຮ່ວມກອງ ປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ ນອກ ແລະ ທິດທາງການຮ່ວມມື ໃນຕໍ່ໜ້າ ເພື່ອຮັບມືກັບສິ່ງທ້າທາຍ ຕ່າງໆ ຄຽງຄູ່ກັບການເສີມສ້າງບົດ ບາດແກນກາງຂອງອາຊຽນ ແລະ ການຮັກສາສົມດຸນໃນການພົວພັນ ກັບຄູ່ຮ່ວມມືພາຍນອກ. ກອງປະ ຊຸມໄດ້ຍົກບັນຫາສິ່ງທ້າທາຍທີ່ບໍ່ ແມ່ນການທະຫານ ເປັນຕົ້ນ ການ ກໍ່ການຮ້າຍ, ການສໍ້ໂກງທາງອິນ ເຕີເນັດ, ການຄ້າມະນຸດ ແລະ ຢາ ເສບຕິດ, ໄພພິບັດທາງທໍາມະຊາດ ແລະ ໝອກຄວັນຂ້າມແດນ ທີ່ສົ່ງ ຜົນກະທົບ ແລະ ຮຽກຮ້ອງໃຫ້ມີ ການພົວພັນປະສານງານພາຍໃນ ອາຊຽນ ເພື່ອແກ້ໄຂບັນຫາຮ່ວມ ກັນ. ກອງປະຊຸມໄດ້ເຫັນດີຕໍ່ການ ສະເໜີເປັນປະທານອາຊຽນຂອງ ຕີມໍແລັດສະເຕ ໃນປີ 2029. ສຳລັບກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 49 ແບບວົງແຄບ, ບັນດາຜູ້ນໍາອາຊຽນ ໄດ້ທົບທວນ ຄືນຄວາມຄືບໜ້າຂອງການຈັດຕັ້ງ ປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາ ຊຽນ ກ່ຽວກັບມຽນມາ, ແລກປ່ຽນ ຄໍາຄິດຄຳເຫັນກ່ຽວກັບບັນຫາພາກ ພື້ນ ແລະ ສາກົນ ທີ່ພົ້ນເດັ່ນ ເປັນຕົ້ນ ບັນຫາຄວາມໝັ້ນຄົງດ້ານພະລັງ ງານ ແລະ ສະບຽງອາຫານ. ຜູ້ນໍາ ອາຊຽນ ໄດ້ເນັ້ນຄວາມສໍາຄັນການ ເພີ່ມທະວີການປະສານງານ ແລະ ການພັດທະນາເຄືອຂ່າຍພະລັງ ງານອາຊຽນ ໃຫ້ປະກົດຜົນເປັນຈິງ ເພື່ອຮັບປະກັນຄວາມສ່ຽງທີ່ອາດ ເກີດຂຶ້ນໃນຕໍ່ໜ້າ, ຊຸກຍູ້ໃຫ້ເພີ່ມທະ ວີການຮ່ວມມືຂອງບັນດາຂະແໜງ ການທີ່ກ່ຽວຂ້ອງຂອງອາຊຽນ ໂດຍສະເພາະຂະແໜງການພະລັງ ງານ, ການຄ້າ ແລະ ຂະແໜງການ ອື່ນໆ ເພື່ອກຽມຄວາມພ້ອມໃນການ ຮັບມືກັບວິກິດການດ້ານພະລັງງານ ໃນອະນາຄົດ. ໃນຕອນບ່າຍວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ໄດ້ສືບຕໍ່ເຂົ້າ ຮ່ວມກອງປະຊຸມພົບປະລະຫວ່າງ ຜູ້ນໍາອາຊຽນ ກັບບັນດາຜູ້ຕາງໜ້າ ຈາກສະມັດຊາລັດຖະສະພາລະ ຫວ່າງຊາດອາຊຽນ, ທ່ານນາຍົກ ລັດຖະມົນຕີ ໄດ້ສະແດງຄວາມຊົມ ເຊີຍຕໍ່ການປະກອບສ່ວນສໍາຄັນ ຂອງສະມັດຊາລັດຖະສະພາລະ ຫວ່າງຊາດອາຊຽນ ຜ່ານການເຮັດ ໜ້າທີ່ການທູດດ້ານລັດຖະສະພາ ຢ່າງຕັ້ງໜ້າ ໃນຂະບວນການການ ສ້າງປະຊາຄົມອາຊຽນ ໃຫ້ນັບມື້ ນັບເຂັ້ມແຂງ ແລະ ເພື່ອຄວາມເປັນ ຢູ່ທີ່ດີຂອງປະຊາຊົນອາຊຽນ. ໃນກອງປະຊຸມພົບປະລະຫວ່າງ ຜູ້ນຳອາຊຽນ ແລະ ບັນດາຜູ້ຕາງ ໜ້າສະພາທີ່ປຶກສາທຸລະກິດອາ ຊຽນ, ທ່ານນາຍົກລັດຖະມົນຕີ ໄດ້ ຕີລາຄາສູງຕໍ່ການປະກອບສ່ວນ ອັນສຳຄັນຂອງສະພາທຸລະກິດ ອາຊຽນໃນການກຳນົດແຜນບູລິ ມະສິດຂອງພາກທຸລະກິດ ໃນປີ 2026. ພ້ອມກັນນີ້, ທ່ານຍັງໄດ້ ຢໍ້າເຖິງຄວາມສຳຄັນຂອງການ ຍົກລະດັບສັນຍາການຄ້າດ້ານສິນ ຄ້າອາຊຽນ (ATIGA), ການດຳ ເນີນງານຕາມສັນຍາຂອບເສດຖະ ກິດດີຈິຕອນອາຊຽນ (DEFA) ໃຫ້ເກີດໝາກຜົນ ແລະ ການນຳ ໃຊ້ສັນຍາການຮ່ວມມືເສດຖະກິດ ແບບຮອບດ້ານລະດັບພາກພື້ນ (RCEP) ກັບສັນຍາເຂດການ ຄ້າເສລີຂອງອາຊຽນ ໃຫ້ເກີດປະ ໂຫຍດສູງສຸດ. ໃນກອງປະຊຸມພົບປະລະຫວ່າງ ຜູ້ນໍາອາຊຽນ ແລະ ບັນດາຜູ້ຕາງ ໜ້າຊາວໜຸ່ມອາຊຽນ, ຜູ້ນໍາອາ ຊຽນ ໄດ້ຮັບຊາບ ແລະ ໃຫ້ທິດຊີ້ນໍາ ຕໍ່ຂໍ້ສະເໜີຂອງຊາວໜຸ່ມ“ຊາວໜຸ່ມ ອາຊຽນກ້າວສູ່ອະນາຄົດທີ່ເຂັ້ມ ແຂງ, ຫັນເປັນດີຈິຕອນ ແລະ ກວມ ລວມ”. ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມ ເຊີຍ ຕໍ່ບົດບາດ ແລະ ການປະກອບ ສ່ວນອັນສຳຄັນຂອງຊາວໜຸ່ມອາ ຊຽນ ໃນການສ້າງອະນາຄົດຂອງ ອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ໂດຍຊຸກຍູ້ໃຫ້ຊາວໜຸ່ມອາ ຊຽນ ສືບຕໍ່ຜັນຂະຫຍາຍການຮ່ວມ ມືໃນດ້ານຕ່າງໆ ຢ່າງມີຫົວຄິດປະ ດິດສ້າງ ແລະ ມີຄວາມຮັບຜິດຊອບ ສູງ. ພ້ອມນີ້, ທ່ານນາຍົກລັດຖະ ມົນຕີ ຍັງໄດ້ສະເໜີໃຫ້ອາຊຽນ ສ້າງ ໂອກາດໃຫ້ຊາວໜຸ່ມອາຊຽນ ສາ ມາດເຂົ້າເຖິງເຕັກໂນໂລຊີທີ່ທັນສະ ໄໝ ແລະ ນຳໃຊ້ດີຈິຕອນໃຫ້ເກີດ ປະສິດທິຜົນສູງສຸດ. ຂປລ.ໃນວັນທີ14ພະຈິກ2026 ທີ່ມະນີລາ, ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມ ດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະ ຊຸມປຶກສາຫາລື ບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບການຈັດ ຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາ ອາຊຽນກ່ຽວກັບມຽນມາ, ກອງ ປະຊຸມລັດຖະມົນຕີຕ່າງປະເທດອາ ຊຽນ, ກອງປະຊຸມສະພາປະຊາຄົມ ການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 32, ກອງປະຊຸມສະພາປະ ສານງານອາຊຽນ ຄັ້ງທີ 39 ແລະ ພິທີລົງນາມເອກະສານເຂົ້າເປັນພາ ແຫ່ງ ສປປ ລາວ ກ່າວຄໍາເຫັນໂດຍ ໄດ້ຕີລາຄາສູງຕໍ່ເນື້ອໃນຫົວຂໍ້ຂອງ ກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ຄັ້ງນີ້ ຊຶ່ງສະແດງໃຫ້ ເຫັນເຖິງຄວາມສໍາຄັນ ແລະ ແທດ ເໝາະກັບສະພາບການຂອງໂລກ ໃນປັດຈຸບັນ ທ່າມກາງທີ່ບັນດາປະ ເທດກໍາລັງພັດທະນາທີ່ຮັກຫອມ ສັນຕິພາບ ໄດ້ຢືນຢັນຄືນຄວາມ ໝາຍໝັ້ນ ແລະ ເຈດຕະນາລົມ ເພື່ອ ຍົກສູງບົດບາດຂອງຂອບການ ຮ່ວມມືແບບຫລາຍຝ່າຍ ເພື່ອສ້າງ ສະພາບແວດລ້ອມອັນເອື້ອອໍານວຍ ໃຫ້ແກ່ການບັນລຸເປົ້າໝາຍການ ພັດທະນາແບບຍືນຍົງ ໂດຍຮ່ວມ ກັນຊອກຫາຊ່ອງທາງ ເພື່ອຜ່ານ ຜ່າອຸປະສັກທ່າມກາງສິ່ງທ້າທາຍ ປັດຈຸບັນ. ພ້ອມນີ້, ທ່ານປະທານປະ ເທດ ຍັງໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ປະເທດເຈົ້າພາບ ແລະ ບັນດາປະເທດສະມາຊິກອົງການ ຝຣັງໂກໂຟນີສາກົນ ໃນການໃຫ້ ການຊ່ວຍເຫລືອ ສປປ ລາວ ໃນໄລ ຍະຜ່ານມາແລະ ໄດ້ຢໍ້າຄືນວ່າສປປ ລາວ ຈະສືບຕໍ່ມີສ່ວນຮ່ວມຢ່າງ ສ້າງສັນໃນຄວາມພະຍາຍາມຮ່ວມ ກັນ ເພື່ອດໍາເນີນນະໂຍບາຍຮ່ວມມື, ພາຍໃຕ້ຄຳຂວັນ “ຄວາມສະເໝີ ພາບ, ຄວາມຈິງໃຈຊ່ວຍເຫລືອກັນ ແລະ ກັນ ແລະ ຄວາມສາມັກຄີ” ໃຫ້ເປັນຮູບປະທໍາຢ່າງແທ້ຈິງ ແລະ ຍົກສູງບົດບາດຂອງຫລັກການ ຮ່ວມມືຫລາຍຝ່າຍ. ບົນຈິດໃຈດັ່ງ ກ່າວ, ສປປ ລາວ ໄດ້ຢືນຢັນຄວາມ ພ້ອມໃນການປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນວຽກງານທີ່ປິ່ນອ້ອມ ຂອງອົງການຝຣັງໂກໂຟນີສາກົນ, ລວມທັງການຊຸກຍູ້ການພົວພັນ ຮ່ວມມືລະຫວ່າງ ອາຊຽນ ແລະ ອົງການຝຣັງໂກໂຟນີສາກົນ ໃຫ້ ຫລາຍຂຶ້ນ. ໃນໄລຍະເຂົ້າຮ່ວມກອງປະຊຸມ ຄັ້ງນີ້, ທ່ານປະທານປະເທດແຫ່ງ ສປປ ລາວ ຍັງໄດ້ພົບປະກັບ ທ່ານ ໂຕ ເລິມ ປະທານປະເທດ ແຫ່ງ ສາ ທາລະນະລັດ ສັງຄົມນິຍົມ ຫວຽດ ນາມ; ພະບາດສົມເດັດ ພະບໍຣົມ ມະນຽດ ໂນໂຣດົມ ສີຫາມຸນີ ພະ ມະຫາກະສັດແຫ່ງລາຊະອານາຈັກ ກຳປູເຈຍ;ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ປະທານ ສະພາສູງ ແຫ່ງ ລາຊະອານາຈັກ ກໍາປູເຈຍ, ທ່ານ ອິກນາຊິໂອ ກາສ ຊິດ ຮອງປະທານາທິບໍດີ ແຫ່ງ ສະ ມາພັນທະລັດ ສະວິດ ແລະ ພ້ອມກັນ ນັ້ນກໍໄດ້ມີການພົບປະສາມຝ່າຍ (ລາວ-ຫວຽດນາມ-ກຳປູເຈຍ) ເພື່ອປຶກສາຫາລືກ່ຽວກັບທິດທາງ ການຮ່ວມມືໃນຕໍ່ໜ້າລະຫວ່າງ ສປປ ລາວ ກັບບັນດາປະເທດດັ່ງ ກ່າວໃນຕໍ່ໜ້າ. ພ້ອມກັນນີ້, ຍັງມີການຈັດງານ ວາງສະແດງໝູ່ບ້ານຝຣັງໂກໂຟນີ (Village de la Francophonie) ທີ່ເປັນກິດຈະກໍາໜຶ່ງທີ່ປິ່ນອ້ອມ ກອງປະຊຸມສຸດຍອດດັ່ງກ່າວ ໃນ ລະຫວ່າງວັນທີ 13-17 ພະຈິກ 2026 ໂດຍມີການເຂົ້າຮ່ວມຂອງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວຊຶ່ງໄດ້ປະກອບສ່ວນ ໃນການວາງສະແດງແລະຈໍາໜ່າຍ ສິນຄ້າ ແລະ ຜະລິດຕະພັນຈາກ ບໍລິສັດ ຂອງ ສປປ ລາວ ໂດຍສະ ເພາະແມ່ນວິສາຫະກິດສ່ວນບຸກ ຄົນຫັດຖະກໍາຕໍ່າຫູກແດນສະຫວັນ (Weaving Craft Densavanh Individual Enterprise). ອົງການຝຣັງໂກໂຟນີສາກົນ ແມ່ນອົງການຈັດຕັ້ງສາກົນ ລະ ຫວ່າງລັດຖະບານຂອງບັນດາ ປະເທດທີ່ໃຊ້ພາສາຝຣັ່ງ ໄດ້ຮັບ ການສ້າງຕັ້ງຂຶ້ນໃນວັນ 20 ມີນາ 1970 ໂດຍຜູ້ນໍາຈາກ 21 ປະ ເທດທີ່ໄດ້ເຊັນສັນຍາຮ່ວມກັນ, ຊຶ່ງໃນເບື້ອງຕົ້ນມີຊື່ວ່າອົງການ ຮ່ວມມືທາງດ້ານວັດທະນະທໍາ ແລະ ເຕັກນິກ, ເຄື່ອນໄຫວທາງດ້ານ ການຝຶກອົບຮົມວິຊາຊີບ ແລະ ເຕັກ ນິກ ແລະ ດ້ານວັດທະນະທໍາ. ໃນ ປີ 2005 ຈຶ່ງໄດ້ປ່ຽນຊື່ມາເປັນ ອົງການຝຣັງໂກໂຟນີສາກົນ ຫລື Organisation Internationale de la Francophonie (OIF) ໂດຍມີຈຸດປະສົງ ເພື່ອສົ່ງເສີມການ ສຶກສາ, ການຝຶກອົບຮົມວິຊາຊີບ ແລະ ເຕັກນິກ; ການພັດທະນາແບບ ຍືນຍົງ; ການຮັກສາສັນຕິພາບ, ການເຄົາລົບລະບົບປະຊາທິປະໄຕ ແລະ ສິດທິມະນຸດ ແລະ ເຄົາລົບ ຄວາມຫລາກຫລາຍທາງດ້ານວັດ ທະນະທຳ ໃນບັນດາປະເທດສະມາ ຊິກນໍາກັນ. ອົງການ OIF ໄດ້ສ້າງ ກົດບັດຂອງຕົນຂຶ້ນ ໃນປີ 1997 ແລະ ດັດແກ້ໃໝ່ ໃນປີ 2005 ເພື່ອກຳນົດພາລະບົດບາດ ແລະ ແນວທາງການເຄື່ອນໄຫວຂອງ ອົງການ. ປັດຈຸບັນ, ອົງການດັ່ງ ກ່າວເປັນອົງການທີ່ກວ້າງຂວາງ ມີສະມາຊິກທັງໝົດ 90 ປະເທດ (54 ປະເທດສະມາຊິກສົມບູນ, 7 ປະເທດສະມາຊິກສົມທົບ ແລະ 27 ປະເທດສະມາຊິກສັງເກດ ການ) ທີ່ຢູ່ໃນ 5 ທະວີບຂອງໂລກ, ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນ ຫລວງປາຣີ, ສ ຝຣັ່ງ. ສປປ ລາວ ໄດ້ເຂົ້າເປັນສະມາຊິກສົມທົບຂອງ ປະທານປະເທດ... XX ທີ່ນະຄອນຫລວງພະນົມເປັນ, ລາຊະອານາຈັກ ກໍາປູເຈຍ. ໃນການພົບປະດັ່ງກ່າວ, ຜູ້ນໍາ ສາມພັກຕ່າງກໍໄດ້ສະແດງຄວາມ ປິຕິຍິນດີທີ່ໄດ້ພົບປະກັນອີກຄັ້ງ, ພ້ອມທັງໄດ້ປຶກສາຫາລື ແລະ ຕີລາ ຄາໝາກຜົນຂອງການພົວພັນຮ່ວມ ມືລະຫວ່າງສາມພັກ, ສາມປະເທດ ໃນໄລຍະຜ່ານມາ ຊຶ່ງສາມຝ່າຍ ໄດ້ ມີການປະສານສົມທົບ ແລະ ຮ່ວມມື ຢ່າງແໜ້ນແຟ້ນ ແລະ ຮັກສາໄດ້ ການໄປມາຫາສູ່ກັນ, ການແລກ ປ່ຽນຂໍ້ມູນຂ່າວສານ ແລະ ການພົບ ປະກັນຂອງສາມປະເທດຢ່າງປົກ ກະຕິ. ພ້ອມກັນນີ້, ຜູ້ນໍາຂອງສາມ ພັກ ໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບສະພາບການຂອງແຕ່ລະ ພັກ, ແຕ່ລະປະເທດ ລວມທັງໄດ້ ແລກປ່ຽນຄຳຄິດເຫັນກ່ຽວກັບສະ ພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ສາມຝ່າຍມີຄວາມ ສົນໃຈຮ່ວມກັນ. ໃນໂອກາດດຽວກັນນີ້, ຜູ້ນໍາ ຂອງສາມພັກ ໄດ້ສະແດງຄວາມ ຊົມເຊີຍຕໍ່ບັນດາຜົນສໍາເລັດອັນສໍາ ຄັນ, ຮອບດ້ານທີ່ສາມພັກ, ສາມປະ ເທດສາມາດຍາດມາໄດ້, ສະແດງ ຄວາມຮູ້ບຸນຄຸນແລະຂອບໃຈຕໍ່ການ ສະໜັບສະໜູນ, ຊ່ວຍເຫລືອເຊິ່ງກັນ ແລະກັນທີ່ສາມຝ່າຍໄດ້ມີໃຫ້ແກ່ກັນ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນ ເມື່ອກ່ອນ ກໍຄື ໃນພາລະກິດແຫ່ງ ການປົກປັກຮັກສາແລະສ້າງສາພັດ ທະນາປະເທດຊາດໃນປັດຈຸບັນ. ຜູ້ນໍາຂອງສາມພັກ ຍັງໄດ້ຕີລາ ຄາສູງ ທີ່ສາມຝ່າຍສືບຕໍ່ຮັກສາໄດ້ ສະຫາຍ ທອງລຸນ ສີສຸລິດ ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ສະຫາຍ ໂຕ ເລິມ ກົນໄກການພົບປະ ລະຫວ່າງ ກົມ ການເມືອງ, ລັດຖະບານ, ກະຊວງອົງການແລະທ້ອງຖິ່ນຂອງສາມປະ ເທດ ຊຶ່ງໄດ້ກາຍເປັນປະເພນີ ແລະ ສ້າງໂອກາດອັນດີແກ່ການປຶກສາ ຫາລືກ່ຽວກັບການຮ່ວມມືຂອງ ສາມປະເທດ. ພ້ອມກັນນີ້, ຜູ້ນໍາຂອງ ສາມພັກ ໄດ້ຢືນຢັນຄືນຢ່າງໜັກ ແໜ້ນວ່າ ທັງສາມພັກ ແລະ ສາມ ປະເທດຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມໍລະດົກອັນລໍ້າຄ່າ ແຫ່ງສາຍພົວພັນມິດຕະພາບອັນ ເປັນມູນເຊື້ອ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສາມພັກ, ສາມລັດ ແລະ ປະຊາຊົນ ສາມຊາດ ລາວ-ຫວຽດນາມ-ກໍາ ປູເຈຍ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ອົງການຝຣັງໂກໂຟນີສາກົນ ໃນ ປີ 1972 ແລະ ໄດ້ເຂົ້າເປັນສະ ມາຊິກສົມບູນຂອງອົງການດັ່ງ ກ່າວ ນັບແຕ່ປີ 1991 ເປັນຕົ້ນມາ. ນັບແຕ່ນັ້ນມາ, ສປປ ລາວ ໄດ້ເອົາ ໃຈໃສ່ເຄື່ອນໄຫວ ແລະ ປະກອບ ສ່ວນເຂົ້າໃນວຽກງານຕ່າງໆຂອງ ອົງການຝຣັງໂກໂຟນີສາກົນຢ່າງ ຕັ້ງໜ້າ. ແຜນຍຸດທະສາດຂອງອົງການ 2026-2030 ແມ່ນສຸມໃສ່ເຮັດ ໃຫ້ອົງການຝຣັງໂກໂຟນີສາກົນ ມີ ຄວາມເຂັ້ມແຂງ, ເສີມຂະຫຍາຍ ບົດບາດຂອງຕົນໃນເວທີສາກົນ, ການຫັນເປັນດີຈິຕອນ ແລະ ນະວັດ ຕະກໍາ, ການພັດທະນາແບບຍືນຍົງ ໂດຍເນັ້ນໃສ່ການພັດທະນາຊາວ ໜຸ່ມ ແລະ ແມ່ຍິງ. ເປີດກອງປະຊຸມຢ່າງເປັນທາງ ການ ຈັດຂຶ້ນໃນຕອນເຊົ້າວັນທີ 15 ພະຈິກ 2026 ໂດຍການເປັນປະ ທານຂອງ ທ່ານ ເຟີດິນານ ມາຄອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາ ລະນະລັດຟີລິບປິນໃນນາມປະທານ ອາຊຽນ 2026 ໂດຍການເຂົ້າຮ່ວມ ຂອງຜູ້ນຳອາຊຽນ, ຕາງໜ້າຄະ ນະຜູ້ແທນ ແລະ ເລຂາທິການໃຫຍ່ ອາຊຽນ. ພາຍຫລັງສໍາເລັດການເຂົ້າຮ່ວມ ພິທີເປີດ, ທ່ານນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສືບຕໍ່ ນໍາພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 49 ແບບຄົບຄະນະ ແລະ ແບບວົງແຄບ, ກອງປະຊຸມ ພົບປະລະຫວ່າງຜູ້ນໍາອາຊຽນ ກັບ ບັນດາຜູ້ຕາງໜ້າຈາກສະມັດຊາ ລັດຖະສະພາລະຫວ່າງຊາດອາ ຊຽນ, ກອງປະຊຸມພົບປະລະຫວ່າງ ຜູ້ນຳອາຊຽນ ກັບບັນດາຜູ້ຕາງໜ້າ ຈາກສະພາທີ່ປຶກສາທຸລະກິດອາ ຊຽນ ແລະ ກອງປະຊຸມພົບປະລະ ຫວ່າງຜູ້ນໍາອາຊຽນ ແລະ ບັນດາຜູ້ ຕາງໜ້າຊາວໜຸ່ມອາຊຽນ. ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແບບຄົບຄະນະ, ບັນດາຜູ້ ນໍາອາຊຽນ ໄດ້ຮັບຊາບຄວາມຄືບ ໜ້າໃນການຈັດຕັ້ງປະຕິບັດບັນດາ ບຸລິມະສິດ ສໍາລັບການເປັນປະທານ ອາຊຽນຂອງ ຟິລິບປິນ, ລວມທັງ ແລກປ່ຽກຄຳຄິດຄຳເຫັນ ກ່ຽວກັບ ຄວາມໝັ້ນຄົງຂອງພາກພື້ນ ໂດຍ ສະເພາະການຮັບປະກັນຄວາມໝັ້ນ ຄົງດ້ານພະລັງງານ ແລະ ສະບຽງ ອາຫານຂອງພາກພື້ນແລະໄດ້ແລກ ປ່ຽນຄຳຄິດເຫັນກ່ຽວກັບການຮັດ ແໜ້ນການພົວພັນກັບຄູ່ຮ່ວມມືພາຍ ນາຍົກລັດຖະມົນຕີ...ົັົີ ຄະນະຜູ້ແທນລາວ...ູ້ ຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກ ສ່ຽງໃຕ້. ກອງປະຊຸມ ປຶກສາຫາລືບໍ່ເປັນ ທາງການແບບເປີດກວ້າງກ່ຽວກັບ ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງ ຂອງຜູ້ນໍາອາຊຽນກ່ຽວກັບມຽນ ມາ ໄດ້ປຶກສາຫາລື ແລະ ແລກປ່ຽນ ຄໍາຄິດເຫັນກ່ຽວກັບຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ 5 ຂໍ້ຕົກ ລົງຂອງຜູ້ນໍາອາຊຽນ ແນໃສ່ເພື່ອ ຊ່ວຍມຽນມາ ໃນການຊອກຫາວິທີ ແກ້ໄຂສະພາບການໃນມຽນມາ ໂດຍວິທີການທີ່ມຽນມາເປັນເຈົ້າ ການແລະມຽນມານໍາພາ. ກອງປະ ຊຸມສືບຕໍ່ຊຸກຍູ້ໃຫ້ມີການພົບປະກັບ ມຽນມາຢ່າງເປັນປົກກະຕິ ເພື່ອຮັບ ຊາບຄວາມຄືບໜ້າພາຍໃນມຽນມາ. ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ ໄດ້ຮັບຊາບຄວາມ ຄືບໜ້າ ໃນຂະບວນການສ້າງປະ ຊາຄົມອາຊຽນ ໂດຍສະເພາະອາ ຊຽນ, ການຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ 2045 ແລະ ແຜນຍຸດທະສາດຂອງສາມເສົາຄໍ້າ ປະຊາຄົມ ແລະ ແຜນຍຸດທະສາດ ການເຊື່ອມຈອດອາຊຽນ. ພ້ອມນີ້, ໄດ້ປຶກສາຫາລືກ່ຽວກັບການສະເໜີ ເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນ ອອກສ່ຽງໃຕ້ ຂອງບັນດາປະເທດ ນອກພາກພື້ນ ທີ່ມີຄວາມສົນໃຈ ຮ່ວມມືກັບອາຊຽນ; ກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ກຳນົດທິດ ທາງກ່ຽວກັບການພົວພັນຮ່ວມມື ລະຫວ່າງອາຊຽນກັບຄູ່ຮ່ວມມືພາຍ ນອກໃນຕໍ່ໜ້າ, ພ້ອມທັງເຫັນດີສືບ ຕໍ່ສົ່ງເສີມການພົວພັນກັບຄູ່ຮ່ວມມື ພາຍນອກໂດຍຍຶດໝັ້ນການສົ່ງເສີມ ບົດບາດຄວາມເປັນແກນກາງຂອງ ອາຊຽນ, ຖືເອົາຜົນປະໂຫຍດລວມ ແລະ ບຸລິມະສິດຂອງອາຊຽນເປັນ ຫລັກ ແລະ ສອດຄ່ອງກັບວິໄສທັດ ອາຊຽນ 2045. ນອກນີ້, ກອງປະ ຊຸມໄດ້ປຶກສາຫາລືກ່ຽວກັບການ ໝູນວຽນ ການເປັນປະເທດປະສານ ງານຂອງບັນດາຄູ່ເຈລະຈາຂອງ ອາຊຽນ ຊຶ່ງ ສປປ ລາວ ຈະຮັບໜ້າ ທີ່ເປັນປະເທດປະສານງານໃຫ້ແກ່ ການພົວພັນຮ່ວມມືອາຊຽນ-ຈີນ ສໍາລັບສົກປີ 2027-2030 ຕາມ ຮອບວຽນ. ການຮັບໜ້າທີ່ເປັນປະ ເທດປະສານງານດັ່ງກ່າວ ຈະເປັນ ໂອກາດໃຫ້ ສປປ ລາວ ມີບົດບາດ ໃນການຊຸກຍູ້ ແລະ ກຳນົດທິດທາງ ການຮ່ວມມືລະຫວ່າງ ອາຊຽນ ແລະ ສປ ຈີນ ໃຫ້ມີຄວາມຕໍ່ເນື່ອງ ແລະ ໃຫ້ເກີດຜົນເປັນຮູບປະທຳ. ກອງປະຊຸມສະພາປະຊາຄົມ ການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 32 ໄດ້ຮັບຊາບຄວາມຄືບ ໜ້າການຈັດຕັ້ງປະຕິບັດວຽກງານ ແລະກິດຈະກໍາຂອງບັນດາຂະແໜງ ການພາຍໃຕ້ເສົາຄ້ຳປະຊາຄົມການ ເມືອງ-ຄວາມໝັ້ນຄົງອາຊຽນ. ກອງປະຊຸມໄດ້ປຶກສາຫາລືທິດທາງ ການຮ່ວມໃນຕໍ່ໜ້າເພື່ອສືບຕໍ່ສ້າງ ປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມ ແຂງ ໂດຍໄດ້ຊຸກບັນດາຂະແໜງ ການກ່ຽວຂ້ອງ ສືບຕໍ່ຮັດແໜ້ນການ ຮ່ວມມືແລະສືບຕໍ່ຈັດຕັ້ງປະຕິບັດແຜນ ຍຸດທະສາດປະຊາຄົມການເມືອງຄວາມໝັ້ນຄົງອາຊຽນ ພາຍໃຕ້ວິ ໄສທັດປະຊາຄົມອາຊຽນ 2045. ກອງປະຊຸມສະພາປະສານງານ ອາຊຽນ ຄັ້ງທີ 39 ໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວ ຂ້ອງເປັນຕົ້ນແມ່ນຫົວຂໍ້ປຶກສາຫາ ລື ແລະ ເອກະສານຜົນຂອງກອງປະ ຊຸມສຸດຍອດ. ພ້ອມນັ້ນ, ກອງປະຊຸມ ໄດ້ຮັບຮອງ ແລະ ຮັບຊາບບົດລາຍ ງານຕ່າງໆ ເປັນຕົ້ນ ບົດລາຍງານ ຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບວຽກງານອາຊຽນ, ບົດ ລາຍງານກອງປະຊຸມສະພາປະຊາ ຄົມການເມືອງ-ຄວາມໝັ້ນຄົງອາ ຊຽນ ຄັ້ງທີ 32, ບົດລາຍງານກອງ ປະຊຸມສະພາປະຊາຄົມເສດຖະກິດ ອາຊຽນ ຄັ້ງທີ 28, ບົດລາຍງານ ກອງປະຊຸມສະພາປະຊາຄົມວັດທະ ນະທຳ-ສັງຄົມ ຄັ້ງທີ 36 ແລະ ບັນ ດາບົດລາຍງານທີ່ກ່ຽວຂ້ອງ ເພື່ອ ນໍາສະເໜີຕໍ່ກອງປະຊຸມສຸດຍອດອາ ຊຽນ ຄັ້ງທີ 49. ໃນຕອນບ່າຍວັນດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ຕ່າງປະເທດ ຍັງໄດ້ເຂົ້າຮ່ວມພິທີ ລົງນາມເອກະສານເຂົ້າເປັນພາຄີ ຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກ ສ່ຽງໃຕ້ ໂດຍ ໄຊປຣັດ, ສະໂລວາກີ ແລະ ສະໂລວານີ ຊຶ່ງເຮັດໃຫ້ຈໍາ ນວນພາຄີຂອງສົນທິສັນຍາດັ່ງ ກ່າວ ເພີ່ມເປັນ 65 ປະເທດ. ການ ເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນ ອອກສ່ຽງໃຕ້ ຂອງປະເທດນອກ ພາກພື້ນ ໄດ້ສະແດງໃຫ້ເຫັນການ ຮັບຮູ້ຫລັກການພື້ນຖານຂອງອາ ຊຽນ ແລະ ທັງສະແດງໃຫ້ເຫັນ ຄວາມໝາຍໝັ້ນ ທີ່ຈະຮ່ວມມືກັບ ອາຊຽນ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ.

RkJQdWJsaXNoZXIy MTc3MTYxMQ==