08 xtgmf]k; 37ltok c]t [= ]y = dy ko 17/11/2026 ທທ ານສາມາດອອ ານໜັງສືພິມ ປະເທດລາວ ແລະ ຂຂ າວພາສາອັງກິດ ຜຜ ານທາງເວບບຊ www.kpl.gov.la ທທ ານສາມາດຕິດຕໍໍລົງງຄສະນາຜຜ ານໜັງສືພິມ ຫລື ເຟສບບ ກ ນນ າພວກເຮົາາດດ ທີ່ເບີ: 021 215402, 020 96446445, 020 59905590 Facebook; ປະເທດລາວ pathedlao ສສ ານັກຂຂ າວສານປະເທດລາວ/Lao News Agency/KPL KPL News ຂຂ າວສານ ຖືກຕຕ ອງ ວວ ອງງວ ກກ າວວກ ທັນເຫດການ ຫຫ ອງການຕຕ ງຢຢຢ ຖະໜົນ 450ປປ , ບບ ານດົງງພນແຮຮ , ເມືອງຫາດຊາຍຟອງ, ນະຄອນຫລວງວວຈັນ ບໍລິສັດພູເບ້ຍມາຍນິງ ບັນລຸການຢັ້ງຢືນການປະຕິບັດຕາມຫລັກການໍິັູ້ິັຸັ້ືິັັ ຄຸ້ມຄອງສານໄຊຍະນາຍ ຢ່າງຄົບຖ້ວນອີກຄັ້ງ ພະຈິກ 2026ຸ້ ມ່ າົ ບ້ ວີ ກັ້ ງິ ກ ບໍລິສັດພູເບ້ຍ ມາຍນິງ ມີຄວາມຍິນດີທີ່ຈະແຈ້ງໃຫ້ຊາບວ່າ: ໂຄງການ ຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ຮັບການຢັ້ງຢືນການປະຕິບັດ ຕາມຫລັກການຄຸ້ມຄອງໄຊຍະນາຍ ໃນລະດັບສາກົນຢ່າງຄົບຖ້ວນອີກ ຄັ້ງ. ສະຖາບັນຄຸ້ມຄອງໄຊຍະນາຍໃນລະດັບສາກົນ (ICMI) ໄດ້ແຈ້ງການ ຢັ້ງຢືນດັ່ງກ່າວນີ້ໃນວັນທີ 7 ພະຈິກ 2026 ຊຶ່ງເປັນການຢັ້ງຢືນຄັ້ງທີ 6 ຂອງໂຄງການບ້ານຫ້ວຍຊາຍພາຍໃຕ້ຫລັກການນີ້. ຜູ້ກວດສອບເອກະລາດຈາກພາກສ່ວນທີສາມ ໄດ້ຢັ້ງຢືນວ່າ: ໂຄງການ ບ້ານຫ້ວຍຊາຍ ຍັງຄົງຮັກສາການປະຕິບັດຕາມຫລັກການ ແລະ ມາດຕະ ຖານການປະຕິບັດຂອງມາດຕະຖານດັ່ງກ່າວຢ່າງຄົບຖ້ວນ ຊຶ່ງສະແດງໃຫ້ ເຫັນເຖິງຄວາມມຸ່ງໝັ້ນຂອງ ບໍລິສັດ ພູເບ້ຍ ມາຍນິງ ໃນການຄຸ້ມຄອງ ໄຊຍະນາຍຢ່າງຮັບຜິດຊອບ ແລະ ປົກປ້ອງພະນັກງານ, ຊຸມຊົນ ແລະ ສິ່ງ ແວດລ້ອມ. ຫລັກການຄຸ້ມຄອງສານໄຊຍະນາຍ ເປັນແຜນງານຢັ້ງຢືນລະດັບສາກົນ ທີ່ບໍລິສັດເຂົ້າຮ່ວມດ້ວຍຄວາມສະໝັກໃຈ ເພື່ອຄຸ້ມຄອງສານໄຊຍະນາຍ ທີ່ ໃຊ້ໃນການຜະລິດຄໍາ ແລະ ເງິນຢ່າງປອດໄພແລະ ມີຄວາມຮັບຜິດຊອບໃຫ້ ໄດ້ດີທີ່ສຸດ. ແຜນງານນີ້, ໄດ້ຮັບການບໍລິຫານໂດຍສະຖາບັນ ICMI ແລະ ໄດ້ຖືກພັດທະນາຜ່ານຂະບວນການມີສ່ວນຮ່ວມຂອງຫລາຍຝ່າຍພາຍໃຕ້ ການຊີ້ນຳຂອງໂຄງ ການສິ່ງແວດລ້ອມແຫ່ງສະຫະປະຊາຊາດ. ມັນເປັນ ຂອບວຽກສາກົນທີ່ສອດຄ່ອງກັນ ຊຶ່ງສົ່ງເສີມກົດໝາຍ, ໃບອະນຸຍາດ ແລະ ພັນທະດ້ານກົດໝາຍທີ່ກ່ຽວຂ້ອງ, ໂດຍການຢັ້ງຢືນເປັນການຮັບປະກັນ ແບບເອກະລາດຕໍການຄຸ້ມຄອງໄຊຍະນາຍ ຂອງໂຄງການໃດໜຶ່ງ. ໂຄງ ການບ້ານຫ້ວຍຊາຍ ໄດ້ຮັບການຢັ້ງຢືນກ່ອນການດຳເນີນງານໃນເດືອນ ມັງກອນ 2012 ແລະ ການຢັ້ງຢືນການດຳເນີນງານເຕັມຮູບແບບ ໃນເດືອນມີນາ 2013, ຫລັງຈາກນັ້ນໄດ້ຮັບການຢັ້ງຢືນອີກເທື່ອໜຶ່ງໃນ ເດືອນພຶດສະພາ 2016, ກໍລະກົດ 2019, ພຶດສະພາ 2023 ແລະ ພະຈິກ 2026. ໂຄງການບ້ານຫ້ວຍຊາຍ ໃຊ້ສານໄຊຍະນາຍ ໃນວົງ ຈອນການປຸງແຕ່ງເພື່ອເກັບກູ້ຄຳ ແລະ ເງິນ, ບໍໄດ້ໃຊ້ຢູ່ ໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄຳ ຂອງ ບໍລິສັດ ພູ ເບ້ຍ ມາຍນິງ. ໂຄງການບ້ານຫ້ວຍຊາຍຍັງຄົງເປັນການ ດຳເນີນການຂຸດຄົ້ນດຽວເທົ່ານັ້ນຢູ່ລາວ ທີ່ໄດ້ຮັບການ ຢັ້ງຢືນຫລັກການໄຊຍະນາຍ ຊຶ່ງເປັນແບບຢ່າງທີ່ດີຂອງ ການດໍາເນີນງານດ້ານບໍແຮ່ຢ່າງມີຄວາມຮັບຜິດຊອບ. ທ່ານ ເດວິດ ຣີດ ຜູ້ອຳນວຍການຂອງ ບໍລິສັດ ພູເບ້ຍ ມາຍນິງ ໄດ້ສະແດງຄວາມຍິນດີກັບພະນັກງານທີ່ເອົາ ໃຈໃສ່ຢ່າງຕັ້ງໜ້າ ໃນການຮັກສາມາດຕະຖານໃນການ ຂົນສົ່ງ, ການຈັດການ ແລະ ການໃຊ້ສານໄຊຍະນາຍຢ່າງ ປອດໄພໃນລະດັບທີ່ສຸງ. ທ່ານ ຣີດ ກ່າວວ່າ: “ໃນນາມກຸ່ມບໍລິສັດ ກວ່າງຕົງ ຣາຍຊິງ ໂຮລດິງ ກຣຸບ ແລະ ບໍລິສັດ ແພນອອສ໌, ຂ້າພະ ເຈົ້າຂໍສະແດງຄວາມຍິນດີມາຍັງທຸກຄົນທີ່ໄດ້ມີສ່ວນຮ່ວມ ໃນຜົນສຳເລັດນີ້. ມັນສະແດງໃຫ້ເຫັນເຖິງການເອົາໃຈ ໃສ່, ລະບຽບວິໄນ ແລະ ຄວາມມຸ້ງໝັ້ນທີ່ທີມງານຂອງ ພວກເຮົານຳມາໃຊ້ໃນການເຮັດວຽກທຸກໆມື້”. “ການຄຸ້ມຄອງໄຊຍະນາຍຢ່າງຮັບຜິດຊອບ ແມ່ນພື້ນ ຖານສຳຄັນໃນການປົກປ້ອງພະນັກງານຂອງພວກເຮົາ, ຊຸມຊົນອ້ອມຂ້າງ ແລະ ສິ່ງແວດລ້ອມ. ການຢັ້ງຢືນອີກ ຄັ້ງນີ້, ເປັນການຮັບຮູ້ຄວາມພະຍາຍາມຢ່າງຕໍເນື່ອງຂອງ ພະນັກງານຂອງພວກເຮົາໃນການຮັກສາການປະຕິບັດທີ່ດີ ທີ່ສຸດລະດັບສາກົນຢູ່ບ້ານຫ້ວຍຊາຍ.” ພາບມຸມສູງໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ, ເມືອງລ້ອງແຈ້ງ, ແຂວງໄຊສົມບູນຸ ມູ ງຸ ດົ້ ນຸ ງ່ ງໍ າິ ນ້ າ້ ວື ອ້ ອ້ ງົ ມູ ນ ໂຮງງານປຸງແຕ່ງທີ່ໃຊ້ຖັງຈັບແຮ່ດ້ວຍທາດກາກບອນ (CIL) ຢູ່ໂຄງການຂຸດຄົ້ນ-ປຸງແຕ່ງ ຸ ງ່ ງີ່ ໃ້ ຖັງັ ບ່ ດ້ວູ່ ໂຸ ດົ້ ນຸ ງ່ ງ ຄໍາ-ເງິນ ບ້ານຫ້ວຍຊາຍ, ເມືອງລ້ອງແຈ້ງ, ແຂວງໄຊສົມບູນໍ າິ ນ້ າ້ ວື ອ້ ອ້ ງົ ມູ ນ
RkJQdWJsaXNoZXIy MTc3MTYxMQ==