19/08/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ lnj ,;o-q o]k; da [rk]tdy fxq dxa dIa dlk c]t lh k'lkra fmtokxtgmf-kf ]k;{s;Pfok, glu ,0tspkpdkoc]dxj Po[q fIPofh kodkolh k' c]t xa [x5 'dq '9a d]a f (ຂໍສະແດງຄວາມໄວ້ອາໄລຮັກຢ່າງສຸດຊຶ້ງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ)ໍ້ັຸ່ຶ້ົົິໍົືູັົິັ່່ ຂປລ. ຕະຫລອດໄລຍະ 76 ປີ ນັບແຕ່ການສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍເປັນຕົ້ນ ມາ, ສື່ມວນຊົນລາວໄດ້ຜ່ານຫລາຍ ໄລຍະຂອງການປະຕິວັດ, ການ ປົກປັກຮັກສາ ແລະ ການສ້າງສາ ພັດທະນາປະເທດຊາດ. ໃນແຕ່ລະ ໄລຍະ ສື່ມວນຊົນໄດ້ປະກອບສ່ວນ ຜ່ານການໂຄສະນາ, ເຜີຍແຜ່ຂໍ້ມູນ ຂ່າວສານ, ສຶກສາອົບຮົມແລະສ້າງ ຄວາມເຂົ້າໃຈໃນສັງຄົມ. ໃນໄລຍະ ຕໍ່ສູ້ກູ້ຊາດ, ສື່ມວນຊົນໄດ້ເຮັດໜ້າ ທີ່ເປັນພາຫະນະສຳຄັນໃນການເຜີຍ ແຜ່ແນວທາງ, ນະໂຍບາຍ ແລະ ຂ່າວສານຈາກຂະບວນການປະຕິ ວັດ ເພື່ອປຸກລະດົມຈິດໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ເສີມ ສ້າງຄວາມສາມັກຄີຂອງປວງຊົນ ລາວບັນດາເຜົ່າ. ບັນດານັກຂ່າວ ແລະ ພະນັກງານສື່ຫລາຍຄົນຍັງໄດ້ ປະຕິບັດໜ້າທີ່ສື່ຂ່າວຄວບຄູ່ໄປກັບ ຂປລ. ສາຍພົວພັນສາມັກຄີພິ ເສດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ແມ່ນສາຍພົວພັນອັນມີ ມູນເຊື້ອຍາວນານ ເກີດຈາກການ ຮ່ວມຕໍ່ສູ້, ຮ່ວມທຸກຮ່ວມສຸກ ແລະ ເກື້ອກູນຊ່ວຍເຫລືອກັນໃນຫລາຍ ໄລຍະຂອງປະຫວັດສາດ. ພາຍ ຫລັງ ປີ 1975, ສາຍພົວພັນດັ່ງ ກ່າວໄດ້ກ້າວເຂົ້າສູ່ໄລຍະໃໝ່ ພ້ອມ ກັບການປ່ຽນແປງອັນສັບສົນຂອງ ສະພາບການສາກົນ ແລະ ພາກພື້ນ. ການພົວພັນຮ່ວມມືຂອງສອງປະ ເທດ ໄດ້ຮັບການເປີດກວ້າງໃນສະ ພາບການສາກົນ ແລະ ກໍາລັງກ້າວ ໜ້າຂອງໂລກ ທີ່ສະໜັບສະໜູນ ບັນດາປະເທດທີ່ຫາກໍໄດ້ຮັບເອກະ ລາດໃໝ່, ໃນນັ້ນມີ ລາວ ແລະ ຫວຽດນາມ. ພ້ອມກັນນັ້ນ, ກໍໄດ້ ຮັບການຊ່ວຍໜູນຈາກບັນດາປະ ເທດທີ່ມີລະບອບສັງຄົມນິຍົມ ໂດຍ ຜ່ານຮູບການຊ່ວຍເຫລຶອ. ພ້ອມກັນ ນັ້ນ, ໃນສະພາບການທີ່ການປະຕິ ວັດວິທະຍາສາດ ແລະ ເຕັກໂນໂລຊີ ເກີດຂຶ້ນຢ່າງແຂງແຮງ ແລະ ວ່ອງ ໄວ, ທ່າອ່ຽງການຫັນເປັນສາກົນ ແລະ ໂລກາພິວັດ ໄດ້ຮັບການຊຸກຍູ້ ຢ່າງແຮງໃນທຸກຂົງເຂດຊີວິດສັງ ຄົມ ໄດ້ສ້າງກາລະໂອກາດໃຫ້ບັນ ດາປະເທດກຳລັງພັດທະນາ ລວມ ມີລາວ ແລະ ຫວຽດນາມ ດຶງດູດ ການລົງທຶນ, ປະສົບການໃນການ ຄຸ້ມຄອງ, ນໍາໃຊ້ບັນດາຜົນງານວິ ທະຍາສາດເຕັກໂນໂລຊີຂອງໂລກ ເພື່ອຍູ້ແຮງຂະບວນການພັດທະນາ ເສດຖະກິດ ແລະ ສ້າງສາປະເທດ ຊາດ. ຢ່າງໃດກໍ່ຕາມ, ຄຽງຄູ່ກັບ ເງື່ອນໄຂທີ່ເອື້ອອໍານວຍນັ້ນ, ການ ແກ່ງແຍ່ງທີ່ຮຸນແຮງນໍາໄປສູ່ໄພ ເສດຖະກິດທີ່ທົດຖອຍກວ່າເກົ່າ; ການສວຍໃຊ້ການລົງທຶນຢູ່ບັນດາ ປະເທດກຳລັງພັດທະນາ ເພື່ອບັນລຸ ເປົ້າໝາຍທາງການເມືອງ, ເຮັດໃຫ້ ບັນດາປະເທດກຳລັງພັດທະນາ ເຫລົ່ານີ້ ຂຶ້ນກັບພວກເຂົາທາງດ້ານ ເສດຖະກິດກ້າວໄປສູ່ທາງດ້ານ ການເມືອງ. ພາຍຫລັງ ປີ 1975, ສະພາບ ການໃໝ່ຢູ່ພາກພື້ນ ໄດ້ສ້າງເງື່ອນ ໄຂສະດວກໃຫ້ບັນດາປະເທດອາ ຊຽນ ຜັນຂະຫຍາຍບັນດານະໂຍ ບາຍ ແລະ ທິດທາງການຕ່າງປະ ເທດ ທີ່ເປັນເອກະລາດ ແລະ ເປັນ ເຈົ້າຕົນເອງກວ່າເກົ່າ. ນັບແຕ່ເດືອນ ກຸມພາ ປີ 1976 ເປັນຕົ້ນມາ, ໃນ ກອງປະຊຸມສຸດຍອດອາຊຽນ ຄັ້ງ ທໍາອິດ, ບັນດາປະເທດອາຊຽນ ໄດ້ ລົງນາມໃນສົນທິສັນຍາໄມຕີຈິດ ແລະ ການຮ່ວມມື (ສົນທິສັນຍາບາ ຫລີ) ເພື່ອສ້າງອາຊີຕາເວັນອອກ ສ່ຽງໃຕ້ ໃຫ້ເປັນພາກພື້ນສັນຕິພາບ ແລະ ໝັ້ນຄົງ, ສະແດງໃຫ້ເຫັນ ຄວາມປາຖະໜາຢາກປັບປຸງການ ພົວພັນກັບບັນດາປະເທດອິນດູຈີນ. ເດືອນມິຖຸນາປີ1976, ອົງການສົນ ທິສັນຍາອາຊີຕາເວັນອອກສ່ຽງ ໃຕ້ (SEATO) ຖືກຍຸບລົງ. ເພື່ອ ປະກອບສ່ວນຮັກສາສັນຕິພາບ, ສະ ຖຽນລະພາບ ແລະ ພັດທະນາປະ ເທດຊາດ, ຫວຽດນາມ ມີນະໂຍ ບາຍ ກຽມພ້ອມໃນການສ້າງ ແລະ ພັດທະນາສາຍພົວພັນມິດຕະພາບ ແລະການຮ່ວມມືກັບບັນດາປະເທດ ໃນພາກພື້ນ ບົນພື້ນຖານເຄົາລົບ ເອກະລາດ, ອະທິປະໄຕ, ຜືນແຜ່ນ ດິນອັນຄົບຖ້ວນ, ສະເໝີພາບ, ຕ່າງ ຝ່າຍຕ່າງມີຜົນປະໂຫຍດ ແລະ ການ ຢູ່ຮ່ວມກັນໂດຍສັນຕິ. ໃນໄລຍະປີ1977-1978,ການ ພົວພັນ ລະຫວ່າງ ຫວຽດນາມກັບ ແຕ່ລະປະເທດສະມາຊິກອາຊຽນ ຂະຫຍາຍ ຕົວຢ່າງແຂງແຮງ, ໄດ້ມີ ການລົງນາມໃນສັນຍາຮ່ວມມືດ້ານ ເສດຖະກິດ ແລະ ການຄ້າຫລາຍ ສະບັບ. ນໍ້າໃຈມິດຕະພາບຂອງ ຫວຽດນາມ ພ້ອມກັບຄວາມພະຍາ ຍາມຂອງບັນດາປະເທດອາຊຽນ ໄດ້ສ້າງພື້ນຖານອັນທໍາອິດ ໃຫ້ແກ່ ການສ້າງສັນຕິພາບ, ສະຖຽນລະ ພາບ ແລະ ການຮ່ວມມືອາຊີຕາເວັນ ອອກສ່ຽງໃຕ້. ໃນເວລານັ້ນ, ນະໂຍ ບາຍເກືອດຫ້າມການຊ່ວຍເຫລືອ ຂອງອາເມລິກາ ພ້ອມກັບການ ເຄື່ອນໄຫວຂອງອິດທິກຳລັງປໍລະ ປັກ, ເຖິງວ່າຈະມີຄວາມລົ້ມເຫລວກໍ ຕາມ, ແຕ່ຍັງສືບຕໍ່ກົນອຸບາຍຫວັງ ທໍາລາຍມ້າງເພ, ໂຄ່ນລົ້ມອໍານາດ ການປົກຄອງໃໝ່ແລະ ຊອກຫາທຸກ ວິທີທາງເພື່ອແບ່ງແຍກສາຍພົວພັນ ສາມັກຄີພິເສດ ລາວ-ຫວຽດນາມ. ການພົວພັນຮ່ວມມື ລະຫວ່າງ ສອງ ປະເທດ ປະສົບກັບຄວາມຫຍຸ້ງຍາກ ຫລາຍຢ່າງ ຍ້ອນການບຸກໂຈມຕີ ຢ່າງບໍ່ຢຸດຢັ້ງ ຂອງກໍາລັງສັດຕູ, ສະ ພາບການປິດລ້ອມ ແລະ ການກີດ ກັ້ນດ້ານເສດຖະກິດ, ພ້ອມກັບການ ຜັນແປທີ່ສັບສົນຢູ່ພາກພື້ນ. ການ ຍາດແຍ່ງແຂ່ງຂັນເພື່ອອິດທິພົນ ລະ ຫວ່າງບັນດາປະເທດມະຫາອໍານາດ ໃນອາຊີຕາເວັນອອກສ່ຽງໃຕ້ ໄດ້ ກາຍເປັນເຫດຜົນໜຶ່ງ ທີ່ເຮັດໃຫ້ພາກ ພື້ນນີ້ກາຍເປັນຈຸດຮ້ອນ ໃນທ້າຍຊຸມ ປີ 70 ແລະ 80 ຂອງສະຕະວັດທີ XX. ບັນດາກຳລັງສັດຕູຢູ່ພາກພື້ນ ແລະໃນໂລກກໍເພີ່ມທະວີການເຄື່ອນ ໄຫວ ຕ້ານການປະຕິວັດຫວຽດ ນາມ. ພາຍຫລັງກຳປູເຈຍ ໄດ້ຮັບ ເອກະລາດ, ກອງກຳລັງຂະເໝນ ແດງ ໄດ້ປະຕິບັດນະໂຍບາຍປາບ ປາມການຂ້າລ້າງເຜົ່າພັນຂອງປະ ຊາຊົນພາຍໃນປະເທດ, ດໍາເນີນ ການເກາະຜິດ, ການລະເມີດຊາຍ ແດນຫວຽດນາມ, ໄທ ແລະ ລາວ, ພິເສດ ແມ່ນຊາຍແດນທາງທິດຕາ ເວັນຕົກສ່ຽງໃຕ້ຂອງຫວຽດນາມ. ຄຽງຄູ່ກັບການຜັນແປທີ່ສັບສົນ ທີ່ກ່າວມານັ້ນ, ການພົວພັນລາວຫວຽດນາມ ພາຍຫລັງປີ 1975 ໄດ້ ຮັບການຜັນຂະຫຍາຍ ໃນສະພາບ ສັງຄົມນິຍົມໂລກ, ພິເສດແມ່ນສະຫະ ພາບໂຊວຽດ ແລະ ບັນດາປະເທດ ເອີຣົບຕາເວັນອອກ ໄດ້ຄ່ອຍໆຕົກເຂົ້າ ສູ່ສະພາບຢຸດສະງັກ ຊຶ່ງພາໃຫ້ເກີດ ວິກິດການໃນຊຸມປີ 1980. ໃນການ ຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ການປະຕິວັດລາວແລະຫວຽດນາມ ໄດ້ຮັບການຊ່ວຍເຫລືອອັນໃຫຍ່ ຫລວງທາງດ້ານວັດຖຸ ແລະ ຈິດໃຈ ຢ່າງມີປະສິດທິຜົນຈາກບັນດາປະ ເທດສັງຄົມນິຍົມ. ເຂົ້າສູ່ຂະບວນ ການສ້າງສາປະເທດຊາດ, ທັງສອງ ປະເທດໄດ້ລຸກຂຶ້ນຈາກຈຸດເລີ່ມຕົ້ນ ແລະ ຖືກທໍາລາຍຢ່າງໜັກໜ່ວງ ຈາກສົງຄາມ. ສະນັ້ນ, ການຢຸດຊະ ງັກ ແລະ ວິກິດການ ຂອງສັງຄົມນິ ຍົມໂລກ, ໂດຍສະເພາະໃນສະຫະ ພາບໂຊວຽດ ແລະ ເອີຣົບຕາເວັນ ອອກ, ໄດ້ສົ່ງຜົນກະທົບຢ່າງໃຫຍ່ ຫລວງຕໍ່ການພັດທະນາຂອງສອງ ປະເທດລາວ ແລະ ຫວຽດນາມ ໃນ ເງື່ອນໄຂປະຫວັດສາດໃໝ່. (ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ 13/8/1950-13/8/2026)ື່ ອັ ນ້ າັ້ ງື່ ມົ ນິ ມ່ າົ ບີ ພາລະກິດຕໍ່ສູ້, ສະແດງໃຫ້ເຫັນເຖິງ ຈິດໃຈທຸ່ມເທ ແລະ ຄວາມອົດທົນ ໃນການຮັບໃຊ້ປະເທດຊາດ. ພາຍຫລັງປະເທດຊາດໄດ້ຮັບ ການປົດປ່ອຍ ໃນປີ 1975, ສື່ມວນ ຊົນລາວໄດ້ສືບຕໍ່ຮັບໃຊ້ພາລະກິດ ສອງໜ້າທີ່ຍຸດທະສາດຄື: ປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ. ສື່ມວນຊົນລາວໄດ້ເຮັດ ໜ້າທີ່ເປັນກະບອກສຽງທີ່ສໍາຄັນ ຂອງພັກ ແລະ ລັດຖະບານ ໃນການ ໂຄສະນາໝາກຜົນຂອງການປະຕິ ວັດ, ປຸກລະດົມປະຊາຊົນທຸກຊັ້ນ ຄົນ ເຂົ້າຮ່ວມຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງ ຄົມທີ່ລັດຖະບານວາງອອກໃນແຕ່ ລະໄລຍະ, ສ່ອງແສງທຸກການເຄື່ອນ ໄຫວຂອງສັງຄົມ, ເປັນແຮງຂັບ ເຄື່ອນການພັດທະນາເສດຖະກິດສັງຄົມລວມທັງວຽກງານຮັກສາ ຄວາມປອດໄພໃນການດໍາລົງຊີວິດ ຂອງປະຊາຊົນໃນສັງຄົມ, ເປັນຜູ້ ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈໃນ ບັນຫາຕ່າງໆທີ່ເກີດຂຶ້ນຢ່າງຖືກ ຕ້ອງ, ເປັນເວທີລະຫວ່າງອົງການ ບໍລິຫານ, ອົງການປົກຄອງກັບປະ ຊາຊົນ, ພ້ອມທັງຊຸກຍູ້ສ້າງຄວາມ ສາມັກຄີເປັນປຶກແຜ່ນ, ຮັກຊາດ, ຮັກບ້ານເກີດເມືອງນອນ, ພ້ອມກັນ ສ້າງສາພັດທະນາຢ່າງບໍ່ຢຸດຢັ້ງ. ພ້ອມກັນນັ້ນ, ສື່ມວນຊົນຍັງມີບົດ ບາດໃນການໂຄສະນາປຸກລະດົມ ປະຊາຊົນໃຫ້ເຂົ້າຮ່ວມພັດທະນາ ປະເທດ, ສົ່ງເສີມການຜະລິດ, ການ ຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ, ກະ ສິກຳ ແລະ ວຽກງານດ້ານສັງຄົມ. ໃນຍຸກດີຈິຕອນ ຮູບແບບການ ບໍລິໂພກຂ່າວສານຂອງປະຊາຊົນ ໄດ້ປ່ຽນແປງໄປຢ່າງໄວວາ. ຈາກ ສື່ສິ່ງພິມ, ວິທະຍຸ ແລະ ໂທລະພາບ ປະຊາຊົນສາມາດເຂົ້າເຖິງຂ່າວ ສານຜ່ານເວັບໄຊ, ເຟສບຸກ, ຢູທູບ, ຕິກຕັອກ ແລະ ແພລດຟອມອອນ ລາຍອື່ນໆ. ສະພາບການດັ່ງກ່າວ ທັງເປັນໂອກາດ ແລະ ສິ່ງທ້າທາຍ ໃໝ່ສຳລັບວຽກງານສື່ມວນຊົນ. ດັ່ງນັ້ນ, ສື່ມວນຊົນລາວຈຶ່ງ ຕ້ອງສືບຕໍ່ປັບປຸງທັງເນື້ອໃນ ແລະ ຮູບແບບການນຳສະເໜີໃຫ້ທັນສະ ໄໝ, ສັ້ນ, ກະທັດຮັດ, ຊັດເຈນ ແລະ ດຶງດູດໃຈ, ພ້ອມທັງນຳໃຊ້ຮູບພາບ, ວິດີໂອ, ກຣາບຟິກ ແລະ ເນື້ອຫາດີຈິ ຕອນໃຫ້ເໝາະສົມ. ສິ່ງສຳຄັນຄື ຕ້ອງຢືດຖືຄວາມຖືກຕ້ອງ, ຮອບ ຄອບ, ວ່ອງໄວ ແລະ ຮັບຜິດຊອບ ໃນການນຳສະເໜີຂໍ້ມູນຂ່າວສານ. ແນວໃດກໍຕາມ, ການຍົກລະດັບ ຄຸນນະພາບນັກຂ່າວ ແລະ ພະນັກ ງານສື່ກໍເປັນປັດໄຈສຳຄັນ. ບຸກຄະ ລາກອນສື່ຍຸກໃໝ່ຄວນມີຄວາມຮູ້ ຮອບດ້ານ, ຮູ້ເທົ່າທັນເຕັກໂນໂລຊີ, ສາມາດວິເຄາະຂ່າວສານ, ກວດ ສອບຂໍ້ມູນ ແລະ ຈຳແນກຂ່າວສານ ທີ່ບິດເບືອນ ຫລື ຂໍ້ມູນທີ່ຂາດຫລັກ ຖານ, ການເຮັດວຽກດ້ວຍຫລັກ ວິຊາຊີບ ແລະ ຈັນຍາບັນ ຈະຊ່ວຍ ສ້າງຄວາມເຊື່ອໝັ້ນໃຫ້ແກ່ສື່ ແລະ ສັງຄົມ. ຕໍ່ໜ້າສິ່ງທ້າທາຍໃໝ່, ສື່ ມວນຊົນລາວຄວນສືບຕໍ່ຢຶດຖື 4 ລັກສະນະສຳຄັນ ຄື: ລັກສະນະຕົວ ຈິງ, ລັກສະນະສຶກສາອົບຮົມ, ລັກ ສະນະແນະນຳ ແລະ ລັກສະນະຕໍ່ສູ້. ພ້ອມກັນນັ້ນ, ຕ້ອງສົ່ງເສີມການນຳ ສະເໜີຂ່າວສານທີ່ມີສາລະ, ມີຄຸນ ຄ່າ ແລະ ເປັນປະໂຫຍດຕໍ່ສັງຄົມ. ການສືບຕໍ່ສ້າງສາ ແລະ ພັດທະ ນາວຽກງານສື່ມວນຊົນ ຈຶ່ງບໍ່ພຽງ ແຕ່ເປັນການສືບທອດມູນເຊື້ອອັນ ດີງາມຈາກອະດີດ ແຕ່ຍັງເປັນພັນ ທະສຳຄັນໃນການນຳເອົາໂອກາດ ຈາກເຕັກໂນໂລຊີມາຮັບໃຊ້ສັງຄົມ. ສື່ມວນຊົນທີ່ມີຄຸນນະພາບ, ທັນສະ ໄໝ ແລະ ຮັບຜິດຊອບ ຈະເປັນ ກຳລັງສຳຄັນໃນການເຜີຍແຜ່ຂ່າວ ສານ, ສ້າງຄວາມເຂົ້າໃຈ, ເສີມສ້າງ ຄວາມສາມັກຄີ ແລະ ຮ່ວມພາລະ ກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດໃຫ້ກ້າວໜ້າຕໍ່ໄປ. ໃນຊຸມປີຕໍ່ມາ, ທັງລາວ ແລະ ຫວຽດນາມ ລ້ວນແຕ່ປະສົບກັບ ຄວາມຫຍຸ້ງຍາກ, ມີທັງກາລະໂອ ກາດ ແລະ ສິ່ງທ້າທາຍອັນໃຫຍ່ ຫລວງ. ການພັງທະລາຍຂອງລະ ບອບສັງຄົມນິຍົມໃນສະຫະພາບ ໂຊວຽດ ແລະ ບັນດາປະເທດສັງ ຄົມນິຍົມໃນເອີຣົບຕາເວັນອອກ ບໍ່ ພຽງແຕ່ໄດ້ສ້າງຄວາມແຕກໂຕນ ກັນຢ່າງໄວວາ ໃນການພົວພັນຕ່າງ ປະເທດຂອງລາວແລະຫວຽດນາມ ແຕ່ຍັງໄດ້ສົ່ງຜົນກະທົບໃນລະດັບທີ່ ແນ່ນອນຕໍ່ຄວາມມີສະຖຽນລະພາບ ທາງດ້ານການເມືອງແລະອຸດົມການ ຂອງແຕ່ລະປະເທດ. ບັນດາກຳລັງ ອິດທິປໍລະປັກ ໄດ້ນໍາໃຊ້ສະພາບ ການດັ່ງກ່າວໃນການເພີ່ມທະວີຕ້ານ ແລະ ແບ່ງແຍກຄວາມສາມັກຄີ ພິເສດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ໂດຍນໍາໃຊ້ຍຸດທະສາດ “ການຫັນປ່ຽນໂດຍສັນຕິ” ຢ່າງ ບໍ່ຢຸດຢັ້ງ ຊຶ່ງພາໃຫ້ເກີດຄວາມວຸ້ນ ວາຍ ແລະ ແຊກແຊງເຂົ້າໃນພາລະ ກິດປະຕິວັດ ຂອງແຕ່ລະປະເທດ.
RkJQdWJsaXNoZXIy MTc3MTYxMQ==