gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 19/08/2026 xtgmf]k; ນາຍົກລັດຖະມົນຕີ...ົັົີ ເລຂາທິການໃຫຍ່...ິ່ ມອບ-ຮັບໂຄງການຟື້ນຟູ...ັືູ້ ສະຫລຸບການຈັດຕັ້ງ...ຸັັ້ ກະຊວງ ວທ... ຫາລືວຽກງານຊ່ວຍເຫລືອ...ື່ື ຄອສພ ຈັດຝຶກອົບຮົມ...ັຶົົ ຂປລ. ພິທີລົງນາມຂອບເຂດ ການປະຕິບັດວຽກງານຂອງຜູ້ຕາງ ໜ້າການທ່ອງທ່ຽວລາວ ປະຈຳ ປະເທດຢິ່ປຸ່ນ ລະຫວ່າງ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ກັບ ບໍລິສັດ ຈຳປິງທົວ ຈໍາ ກັດ ຈັດຂຶ້ນໃນວັນທີ 17 ສິງຫາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍການລົງນາມລະຫວ່າງທ່ານ ນາງ ມະນີສາຄອນ ທຳມະວົງໄຊ ຫົວໜ້າກົມສົ່ງເສີມຕະຫລາດການ ທ່ອງທ່ຽວ ກະຊວງ ວທ ແລະ ທ່ານ ສິເງໂຢຊິ ອາເບະ ປະທານບໍລິສັດ ຈຳປິງທົວ ຈໍາກັດ ໂດຍມີທ່ານ ນາງ ດາລານີ ພົມມະວົງສາ ຮອງ ລັດຖະມົນຕີກະຊວງ ວທ, ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. ການລົງນາມໃນຄັ້ງນີ້, ຖືເປັນ ການສືບຕໍ່ການຮ່ວມມືໃນການໂຄ ສະນາ ແລະ ສົ່ງເສີມຕະຫລາດ ການທ່ອງທ່ຽວລາວຢູ່ປະເທດຍີ່ປຸ່ນ ຊຶ່ງເປັນຕະຫລາດສໍາຄັນຂອງການ ທ່ອງທ່ຽວລາວ ແລະ ປັດຈຸບັນ ເຫັນວ່າສາຍພົວພັນ, ການຮ່ວມມື ລະຫວ່າງສອງປະເທດ ລາວ-ຢິ່ປຸ່ນ, ຢິ່ປຸ່ນ-ລາວ ນັບມື້ເຕີບໃຫຍ່ເຂັ້ມ ແຂງ, ນະໂຍບາຍເອື້ອຍອຳນວຍ ໃນການສົ່ງເສີມການທ່ອງທ່ຽວໄດ້ ຮັບການປັບປຸງດີຂຶ້ນ ແລະ ບໍລິສັດ ຈໍາປິງທົວ ໄດ້ປະກອບສ່ວນຢ່າງຕັ້ງ ໜ້າໃນການເຄື່ອນໄຫວວຽກງານ ໂຄສະນາການທ່ອງທ່ຽວລາວຢູ່ ປະເທດຍີ່ປຸ່ນ ຕາມຂອບເຂດ, ສິດ ຂປລ. ໃນວັນທີ 17 ສິງຫາ 2026 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ ວຽກງານຢູ່ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ແຂວງຫລວງນໍ້າ ທາ ໂດຍມີທ່ານເລຂາພັກແຂວງ, ປະທານຄະນະກຳມະການປົກຄອງ ແຂວງ, ພ້ອມດ້ວຍຄະນະນຳຂອງ ແຂວງ, ປະທານກຸ່ມບໍລິສັດຜູ້ພັດທະ ນາເຂດເສດຖະກິດພິເສດບໍ່ເຕ່ນແດນ ງາມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ເຂດເສດຖະກິດພິເສດບໍ່ເຕ່ນ ແດນງາມເລີ່ມພັດທະນາມາແຕ່ປີ 2012, ມີ 4 ກິດຈະການໃຫຍ່ ຄື: ເຂດການເງິນ ແລະ ການຄ້າສາກົນ, ເຂດອຸດສາຫະກຳ, ເຂດຂົນສົ່ງ ແລະ ເຂດທ່ອງທ່ຽວຣີສອດ ພື້ນຖານ ໂຄງລ່າງເປັນຕົ້ນຖະໜົນຫົນທາງ, ທໍ່ສົ່ງນໍ້າ ແລະ ອື່ນໆ ແມ່ນກໍ່ສ້າງ ສຳເລັດສ່ວນໃຫຍ່, ປັດຈຸບັນກຳລັງ ກະກຽມດ້ານຕ່າງໆໃນການກໍ່່ສ້າງ ສູນດາຕ້າເຊັນເຕີ. ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນ ໂອ້ລົມ ແລະ ຊີ້ນຳພາກສ່ວນກ່ຽວ ຂ້ອງບາງດ້ານເປັນຕົ້ນໃຫ້ກວດກາ ຄືນການກຳນົດເນື້ອທີ່ກິດຈະການໂຄງການຕ່າງໆໃຫ້ລະອຽດຈະ ແຈ້ງ ເພື່ອສະດວກໃນການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ; ກວດກາ ຄືນດ້ານກົງຈັກການຈັດຕັ້ງ, ລວມ ທັງຈຳນວນເຈົ້າໜ້າທີ່ກວດກາຢູ່ ແຕ່ລະຈຸດຂອງດ່ານ ເພື່ອສາມາດ ເຮັດວຽກຢ່າງກົມກຽວກັບເຈົ້າໜ້າ ທີ່ຝ່າຍຈີນ; ໃຫ້ລັດວິສາຫະກິດ ໄຟຟ້າລາວ ແລະ ຜູ້ພັດທະນາເຂດ ປະສານສົມທົບກັນໃນການວາງ ແຜນ ແລະ ສະໜອງໄຟຟ້າຮັບ ໃຊ້ພາຍໃນເຂດເສດຖະກິດພິເສດ ໃຫ້ພຽງພໍ; ໃຫ້ຜູ້ພັດທະນາເຂດ ແລະ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມສົມທົບກັນ ເພື່ອ ສະໜອງແຮງງານຢ່າງພຽງພໍ ໂດຍ ສະເພາະແຮງງານພາຍໃນ ຕາມ ສັດສ່ວນທີ່ກົດໝາຍ ແລະ ລະບຽບ ການກຳນົດໄວ້; ໃຫ້ສືບຕໍ່ສ້ອມແປງ ບັນດາເສັ້ນທາງທີ່ມີການເປ່ເພ ເພື່ອ ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໂອ້ລົມ ແລະ ໃຫ້ທິດຊີ້ນຳ ການເຄື່ອນໄຫວວຽກງານຂອງ ສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ ຊຶ່ງເປັນການ ປຸກລະດົມນ້ຳໃຈປະຕິວັດ, ເພີ່ມ ທະວີຄວາມໜັກແໜ້ນທາງດ້ານ ທິດສະດີການເມືອງ ແລະ ແນວຄິດ ໃຫ້ແກ່ຖັນແຖວຄູ-ອາຈານ ແລະ ພະນັກງານການນຳ-ຄຸ້ມຄອງ ເພື່ອ ຮັບປະກັນໃຫ້ການປະຕິບັດໜ້າທີ່ ການເມືອງສອດຄ່ອງກັບມະຕິຂອງ ພັກໃນໄລຍະໃໝ່. ຂ່າວ-ພາບ ຕາອັອດ ແສນທະວີສຸກ ຕັ້ງປະຕິບັດການເກັບກູ້ອາວຸດປືນ ແລະ ທາດລະເບີດ ສະບັບເລກທີ 31/ຄ.ປກຊ-ປກສ, ຄໍາສັ່ງວ່າດ້ວຍ ການຈັດຕັ້ງຜັນຂະຫຍາຍຄໍາສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການເກັບກູ້ອາວຸດປືນ ແລະ ວັດຖຸ ລະເບີດ ສະບັບເລກທີ 16/ປກສ, ແຈ້ງການຈັດຕັ້ງປະຕິບັດຄໍາສັ່ງ ນາຍົກລັດຖະມົນຕີ ວ່າດ້ວຍການ ຄຸ້ມຄອງອາວຸດປືນ ແລະ ວັດຖາ ລະເບີດສະບັບເລກທີ 311/ປກສ, ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບໃນການຂຶ້ນບັນຊີ ເກັບກູ້, ຄຸ້ມຄອງອາວຸດປືນເສິກ ແລະ ວັດຖຸລະເບີດ, ຂໍ້ຕົກລົງວ່າ ດ້ວຍການແບ່ງຈຸລົງເຄື່ອນໄຫວຂຶ້ນ ບັນຊີ, ເກັບກູ້ຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ, ແຜນການຂຶ້ນບັນຊີ, ເກັບກູ້ອາວຸດປືນເສິກ ແລະ ວັດຖຸ ລະເບີດໃນຂອບເຂດທົ່ວປະເທດ. ທ່ານ ພົທ ວັນທອງ ກອງມະນີ ໄດ້ກ່າວວ່າ: ບັນຫາອາວຸດປຶນເສິກ ແລະ ວັດຖຸລະເບີດ ເປັນອາຊະຍາກຳ ທີ່ຮ້າຍແຮງທີ່ເກີດຂຶ້ນຢູ່ພາຍໃນ ແລະ ຂ້າມຊາດ, ເປັນອາຊະຍາກໍາ ທີ່ສົ່ງຜົນກະທົບໂດຍກົງຕໍ່ຊີວິດຜູ້ ບໍລິສຸດ, ຊັບສິນ, ເປັນປະກົດການຫຍໍ້ ທໍ້ໜຶ່ງທີ່ເກີດຂຶ້ນໃນສັງຄົມ ແລະ ສົ່ງ ຜົນກະທົບຕໍ່ຄວາມໝັ້ນຄົງ, ຄວາມ ສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມ ກໍຄື ການ ພັດທະນາສ້າງສາປະເທດຊາດ. ການຄ້າອາວຸດປືນເສິກນີ້, ເປັນ ທຸລະກິດຜິດກົດໝາຍທີ່ມີຜົນກໍາໄລ ມະຫາສານເປັນອັນດັບສາມຂອງ ໂລກຮອງຈາກການຄ້າມະນຸດ. ປັດຈຸບັນ, ບັນດາປະເທດໃນພາກ ພື້ນ ແລະ ອະນຸພາກພື້ນລວມທັງ ປະເທດຂອງພວກເຮົາຍັງໄດ້ຮັບ ຜົນກະທົບຢ່າງຮ້າຍແຮງຈາກການ ຄ້າອາວຸດ ແລະ ການນໍາໃຊ້ອາວຸດ ຊະຊາຍ. ສະນັ້ນ, ເພື່ອຮັບປະກັນໃນ ການສະກັດກັ້ນ ແລະ ແກ້ໄຂບັນຫາ ການຄຸ້ມຄອງ ແລະ ນຳໃຊ້ອາວຸດ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ອອກຄຳສັ່ງ ສະບັບເລກທີ 563/ປກສ, ລົງວັນທີ 3 ເມສາ 2019 ວ່າດ້ວຍການຮີບໂຮມຂຶ້ນ ບັນຊີຄຸ້ມຄອງ, ເກັບກູ້ອາວຸດປືນ ເສິກ ແລະ ວັດຖຸລະເບີດ. ພ້ອມກັນ ນັ້ນ, ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍໄດ້ອອກຄໍາສັ່ງວ່າ ດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ສະບັບເລກທີ 11/ນຍ, ລົງວັນທີ 7 ສິງຫາ 2024. ນອກ ສະຫາຍສາຄອນພົມມະລາດໄດ້ ກ່າວວ່າ: ພັກໄດ້ຖືວຽກງານກວດ ກາເປັນວຽກງານສຳຄັນ ແລະ ເປັນ ອົງປະກອບໜຶ່ງທີ່ຂາດບໍ່ໄດ້ໃນ ການນຳພາຂອງພັກ. ການກວດ ກາແມ່ນກົນໄກທີ່ສຳຄັນໃນການ ຮັກສາລະບຽບວິໄນ, ຄວາມເຂັ້ມ ງວດຂອງພັກ, ປົກປ້ອງຫລັກການ ຂອງພັກ, ປ້ອງກັນບໍ່ໃຫ້ຂໍ້ບົກຜ່ອງ ເລັກນ້ອຍຂະຫຍາຍເປັນບັນຫາ ໃຫຍ່ ແລະ ຊ່ວຍໃຫ້ການນຳພາ ຂອງພັກ ມີຄວາມຖືກຕ້ອງ, ຮັດ ກຸມ ແລະ ມີປະສິດທິຜົນ. ເວົ້າ ອີກຢ່າງໜຶ່ງ, ການກວດກາແມ່ນ ທັງການກວດຄົນ, ກວດວຽກ, ກວດລະບຽບ ແລະ ກວດຄວາມ ຮັບຜິດຊອບແຕ່ສໍາຄັນກວ່ານັ້ນ ແມ່ນການກວດເພື່ອສ້າງ, ເພື່ອ ແກ້ໄຂ, ເພື່ອປ້ອງກັນ ແລະ ເພື່ອ ໃຫ້ອົງການພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ສາ ມາດນຳພາພາລະກິດຂອງຕົນໃຫ້ ບັນລຸຜົນ. ຈາກຄວາມໝາຍດັ່ງ ກ່າວ, ຈຶ່ງເຫັນໄດ້ວ່າວຽກງານ ກວດກາບໍ່ແມ່ນແຕ່ເຮັດຕາມໜ້າທີ່, ຕາມຮູບການ ຫລື ເຮັດເມື່ອມີ ບັນຫາເກີດຂຶ້ນແລ້ວເທົ່ານັ້ນ, ການ ກວດກາຕ້ອງມີລັກສະນະການ ຈັກສູບນ້ຳ ແລະ ຕິດຕັ້ງຈັກສູບ ນ້ຳ 6 ໜ່ວຍ, ຕິດຕັ້ງໝໍ້ແປງໄຟຟ້າ 500 KVA, ສ້ອມແປງ-ປ່ຽນແທນ ປະຕູນ້ຳ 8 ຊຸດ, ກໍ່ສ້າງພື້ນປ້ອງກັນ ການກັດເຊາະ, ວາງທໍ່ ແລະ ກໍ່ສ້າງ ຮົ້ວ-ກຳແພງ. ສຳລັບໂຄງການ ວຽກງານການຊ່ວຍເຫລືອຜູ້ຖືກ ເຄາະຮ້າຍຈາກລະເບີດບໍ່ທັນແຕກ (ລບຕ), ຫ້ອງການ ຄຊກລ ໄດ້ເປັນ ເຈົ້າການໃນການຕິດຕາມ ແລະ ຊຸກ ຍູ້ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ເປັນຕົ້ນການຈັດຕັ້ງປະຕິບັດແຜນ ກິດຈະກຳການປະຈຳປີ ໃຫ້ບັນລຸ ຄາດໝາຍຕາມຈຸດປະສົງຢ່າງມີ ປະສິດທິພາບ ແລະ ປະສິດທິຜົນ ແລະ ໜ້າທີ່ຄວາມຮັບຜິດຊອບ ທີ່ໄດ້ ຮັບມອບໝາຍ ເຊັ່ນ: ການໂຄສະນາ, ເຜີຍແຜ່ ແລະ ນໍາສະເໜີຂໍ້ມູນ ຂ່າວສານການທ່ອງທ່ຽວລາວ ຕໍ່ ບໍລິສັດທ່ອງທ່ຽວ, ນັກຂ່າວ-ສື່ມວນ ຊົນ, ນັກຮຽນ, ນັກສຶກສາມະຫາ ວິທະຍາໄລຂອງຍີ່ປຸ່ນ, ການຂຽນ ບົດຄວາມກ່ຽວກັບການທ່ອງທ່ຽວ ລາວ ລົງວາລະສານ, ໂທລະພາບ ແລະ ສື່ໂຄສະນາຂອງຍີ່ປຸ່ນ, ຊ່ວຍ ແປຂໍ້ມູນການທ່ອງທ່ຽວລາວ ເພື່ອ ສ້າງເປັນສິ່ງພິມໂຄສະນາການທ່ອງ ທ່ຽວ, ຊຸກຍູ້ ແລະ ອໍານວຍຄວາມ ສະດວກໃຫ້ແກ່ຄະນະນໍາ ແລະ ຄະ ນະວິຊາການຈາກກະຊວງ ວທ ເຂົ້າ ຮ່ວມງານບຸນລາວ ປະຈໍາປີ ທີ່ໂຕ ກຽວ ປະເທດຍີ່ປຸ່ນ, ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດໂຄງ ການຟື້ນຟູຊຸມຊົນແບບມີສ່ວນຮ່ວມ PPT ຢູ່ເມືອງວຽງໄຊ ແຂວງຫົວ ພັນ ແລະ ອື່ນໆ ຊຶ່ງເປັນປັດໄຈສໍາ ຄັນໜຶ່ງເຮັດໃຫ້ນັກທ່ອງທ່ຽວຍີ່ປຸ່ນ ເດີນທາງມາທ່ຽວ ສປປ ລາວ ມີ ອັດຕາສ່ວນເພີ່ມຂຶ້ນເຊັ່ນ: ໃນປີ 2022 ມີຈໍານວນ 6.848 ເທື່ອຄົນ, ປີ 2023 ມີ 24.824 ເທື່ອຄົນ, ປີ 2024 ມີຈໍານວນ 28.966 ເທື່ອ ຄົນ ແລະ ປີ 2025 ມີຈໍານວນ 33.743 ເທື່ອຄົນ ແລະ 6 ເດືອນຕົ້ນ ປີ 2026 ມີ 23.133 ເທື່ອຄົນ, ຖ້າ ທຽບໃສ່ 6 ເດືອນຕົ້ນປີ 2025 ຈໍາ ນວນນັກທ່ອງທ່ຽວແມ່ນເພີ່ມຂຶ້ນ. ການໂຄສະນາການທ່ອງທ່ຽວ ລາວ ຜ່ານຊ່ອງທາງຜູ້ຕາງໜ້າ ການທ່ອງທ່ຽວລາວ ປະຈໍາຍີ່ປຸ່ນ ເປັນຊ່ອງທາງໜຶ່ງທີ່ມີປະສິດທິພາບ ແລະ ປະສິດທິຜົນເປັນຢ່າງດີ. ພາຍຫລັງພິທີລົງນາມຂອບເຂດ ການປະຕິບັດວຽກງານຢ່າງເປັນ ທາງການບໍລິສັດ ຈຳປິງທົວ ຈະສຸມ ໃສ່ປະຕິບັດໜ້າທີີ່ເປັນຜູ້ຕາງໜ້າ ການທ່ອງທ່ຽວລາວ ປະຈຳຍີ່ປຸ່ນ ດ້ວຍຄວາມຮັບຜິດຊອບ ແລະ ເຂັ້ມ ແຂງ, ສ້າງແຜນກິດຈະກໍາໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວລາວ ຢູ່ຍີ່ປຸ່ນ ຢ່າງມີຈຸດສຸມ, ສອດຄ່ອງ ແລະ ກວ້າງຂວາງດ້ວຍຫລາຍຮູບ ການ ແລະ ວິທີການໂດຍມີການ ປະສານສົມທົບກັບກະຊວງ ວທ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ ຢ່າງ ໃກ້ຊິດຕິດແທດ, ພ້ອມທັງມີການ ສະຫລຸບລາຍງານການຈັດຕັ້ງປະ ຕິບັດວຽກງານແຕ່ລະໄລຍະ ແລະ ເຮັດໃຫ້ຕົວເລກນັກທ່ອງທ່ຽວຍີ່ປຸ່ນ ເດີນທາງເຂົ້າມາທ່ຽວລາວ ນັບມື້ ນັບເພີີ່ມຂຶ້ນ. ປ້ອງກັນ, ຮູ້ຈັກຄົ້ນຫາຄວາມສ່ຽງ, ຊອກຫາຮາກເຫງົ້າຂອງບັນຫາ, ແຍກໃຫ້ໄດ້ວ່າອັນໃດແມ່ນເຫດ, ອັນໃດແມ່ນຜົນ, ອັນໃດແມ່ນຂໍ້ ບົກຜ່ອງດ້ານລະບຽບວິໄນ ແລະ ອັນໃດແມ່ນຈຸດອ່ອນດ້ານການ ນຳພາ. ພ້ອມນີ້, ສະຫາຍ ສາຄອນ ພົມມະລາດ ຍັງເນັ້ນໃຫ້ສຳມະນາ ກອນຖືການຮຽນຄັ້ງນີ້ ເປັນໜ້າ ທີ່ ແລະ ເປັນໂອກາດໃນການຍົກ ລະດັບຕົນເອງ, ຕັ້ງໃຈຮຽນ, ມີ ວິໄນ, ຕົງຕໍ່ເວລາ, ກ້າຕັ້ງບັນຫາ ຖາມ ແລະ ກ້າແລກປ່ຽນ; ເນັ້ນ ການຮຽນໃຫ້ເຂົ້າໃຈຫລັກການ ຄວບຄູ່ກັບວິທີເຮັດ, ຮູ້ລະບຽບຢ່າງ ດຽວບໍ່ພໍແຕ່ຕ້ອງຮູ້ວິທີນຳໄປໃຊ້ໃນ ການກວດກາຕົວຈິງ; ເອົາໃຈໃສ່ ສຶກສາຄົ້ນຄວ້າບັນຫາການກວດ ກາໃນແງ່ຂອງການປ້ອງກັນ ແລະ ການສ້າງ, ໝາຍວ່າຕ້ອງຊອກຫາ ບັນຫາເພື່ອແກ້ໄຂ, ຊອກຫາຈຸດ ອ່ອນເພື່ອປັບປຸງ ແລະ ຊອກຫາ ສາເຫດ ເພື່ອບໍ່ໃຫ້ບັນຫາເກີດຊ້ຳ ອີກ; ຝຶກຝົນຮັກສາຄຸນນະທຳ, ຈັນຍາບັນຂອງຜູ້ເຮັດວຽກກວດ ກາຢ່າງເຂັ້ມງວດ (ຄວາມສັດຊື່, ຄວາມໂປ່ງໃສ, ຄວາມເປັນແບບ ຢ່າງທີ່ດີຂອງພະນັກງານກວດກາ) ແລະ ຂໍໃຫ້ສຶກສາຮຽນຮູ້ຈາກການ ຝຶກອົບຮົມໃນຄັ້ງນີ້ ແນໃສ່ການ ປັບປຸງແບບແຜນ, ວິທີການ ແລະ ຄຸນນະພາບການກວດກາໃນການ ຈັດຕັ້ງຂອງຕົນໃຫ້ມີການຫັນປ່ຽນ ເປັນຮູບປະທຳ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ຟື້ນຟູ-ສ້ອມແປງຊົນລະປະທານ ຫ້ວຍເດື່ອ ມີມູນຄ່າ 938.043,38 ໂດລາສະຫະລັດ ປະກອບມີ: ອະ ນາໄມ-ຂຸດລອກ, ກໍ່ສ້າງເຮືອນຈັກ ສູບນ້ຳ, ຕິດຕັ້ງຈັກສູບນ້ຳ ແລະ ລະບົບໄຟຟ້າ, ປ້ອງກັນເຈື່ອນ ແລະ ສ້ອມແປງປະຕູນ້ຳດ້ານ, ເທິງດ້ານລຸ່ມວຽກງານທັງໝົດສຳເລັດ 100% ແລະ ຜ່ານການກວດກາ ເຕັກນິກພ້ອມທົດລອງນຳໃຊ້. ພາຍຫລັງສຳເລັດໂຄງການດັ່ງ ກ່າວ, ຄາດວ່າຈະຊ່ວຍຟື້ນຟູລະບົບ ຊົນລະປະທານໃຫ້ມີຄວາມໝັ້ນຄົງ ເພີ່ມປະສິດທິພາບໃນການສູບ ແລະ ຄວບຄຸມນ້ຳ, ຫລຸດຜ່ອນບັນຫາ ການກັດເຊາະ ແລະ ສ້າງເງື່ອນໄຂ ໃຫ້ປະຊາຊົນສາມາດນຳໃຊ້ນ້ຳ ເພື່ອການຜະລິດກະສິກຳໄດ້ຢ່າງ ມີປະສິດທິຜົນ, ພາຍຫລັງກໍ່ສ້າງ ສຳເລັດຈະມອບໃຫ້ໜ່ວຍງານທີ່ ກ່ຽວຂ້ອງຮັບຜິດຊອບເບິ່ງແຍງ, ບຳລຸງຮັກສາ ແລະ ນໍາໃຊ້ໃຫ້ເກີດ ປະໂຫຍດສູງສຸດ ແລະ ຍືນຍົງໃນ ໄລຍະຍາວ. ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່ ເຮັດໃຫ້ການສັນຈອນໄປມາ, ການ ຂົນສົ່ງສິນຄ້າ...ມີຄວາມສະດວກ ຫລາຍຂຶ້ນ; ໃຫ້ກະຊວງການຕ່າງ ປະເທດສົມທົບກັບພາກສ່ວນກ່ຽວ ຂ້ອງປັບປຸງກົນໄກການແຈ້ງເຂົ້າອອກຂອງພົນລະເມືອງ, ພາຫະນະ ແລະ ອື່ນໆ ເພື່ອເຮັດໃຫ້ການເຄື່ອນ ໄຫວວຽກງານດັ່ງກ່າວ ມີຄວາມ ໂລ່ງລ່ຽນ ແລະ ຮັດກຸມກວ່າເກົ່າ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ນັ້ນ, ກະຊວງປ້ອງກັນຄວາມສະ ຫງົບ ກໍໄດ້ອອກຄໍາສັ່ງວ່າດ້ວຍ ການຈັດຕັ້ງຜັນຂະຫຍາຍຄໍາສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການເກັບກູ້ອາວຸດປືນ ແລະ ວັດຖຸ ລະເບີດ ສະບັບເລກທີ 16/ປກສ, ລົງວັນທີ 16 ກໍລະກົດ 2026 ແລະ ແຈ້ງການວ່າດ້ວຍການຈັດຕັ້ງປະຕິ ບັດຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ ສະບັບເລກທີ 311/ປກສ, ສະບັບເລກທີ 16 ກໍລະກົດ 2026. ໄລຍະຜ່ານມາບັນດາກະຊວງ, ຂະແໜງການ, ອົງການປົກຄອງ ທັງສູນກາງ ແລະ ທ້ອງຖິ່ນ, ກອງ ບັນຊາການ ປກສ ແຂວງ-ນະຄອນ ຫລວງໃນຂອບເຂດທົ່ວປະເທດ ທີ່ ຮັບຜິດຊອບເກັບກູ້ອາວຸດປຶນເສິກ ແລະ ວັດຖຸລະເບີດ ກໍໄດ້ສຸມໃສ່ ການໂຄສະນາປູກຈິດສໍານຶກໃຫ້ ທົ່ວສັງຄົມໄປພ້ອມກັບການປັບປຸງ ບັນດານິຕິກຳ, ເກັບກູ້ຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ຫລາຍສົມຄວນ, ສາມາດນໍາເອົາອາວຸດດັ່ງກ່າວ ເຂົ້າມາເກັບຮັກສາໄວສາງຂອງ ກະຊວງປ້ອງກັນຄວາມສະຫງົບ ແຕ່ບັນຫາການນໍາໃຊ້ອາວຸດຊະ ຊາຍ, ກໍ່ອາຊະຍາກໍາດັ່ງກ່າວ ກໍຍັງ ເກີດຂຶ້ນຫລາຍຢູ່ໃນປະເທດຂອງ ພວກເຮົາ. ຂໍ້ມູນ-ພາບ: ປກສ ໂດຍອີງໃສ່ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ຄັ້ງທີ X, ແຜນຍຸດທະສາດແຫ່ງຊາດ ເພື່ອ ແກ້ໄຂບັນຫາ ລບຕ ໄລຍະ 20212030 (ເສັ້ນທາງກ້າວສູ່ຄວາມ ປອດໄພ III) ແລະ ເປົ້າໝາຍການ ພັດທະນະແບບຍືນຍົງທີ 18. ໄລຍະຜ່ານມາ, ການຈັດຕັ້ງ ປະຕິບັດບັນດາກິດຈະກຳທີ່ຕິດພັນ ກັບການຊ່ວຍເຫລືອຜູ້ຖືກເຄາະ ຮ້າຍຈາກ ລບຕ ມີຫລາຍດ້ານໄດ້ ຮັບໝາກຜົນສໍາເລັດເປັນທີ່ໜ້າພໍໃຈ ໂດຍສະເພາະແມ່ນການປິ່ນປົວ ດ້ານການແພດ ແລະ ຢ່ຽວຢາຈິດ ໃຈຄອບຄົວຜູ້ເສຍຊີວິດ (ການ ຊ່ວຍເຫລືອ ແລະ ຟື້ນຟູສະພາບ ຈິດໃຈ), ການຟື້ນຟູດ້ານໜ້າທີ່ ການ, ການສົ່ງເສີມການຝຶກອົບຮົມ ວິຊາຊີບ ແລະ ສ້າງເສດຖະກິດ ຄອບຄົວ, ການໃຫ້ຄໍາປຶກສາດ້ານ ສຸຂະພາບຈິດ, ການປັບປຸງນະໂຍ ບາຍກອງທຶນປິ່ນປົວຂອງ ສ ອາ ເມລິກາ ສໍາລັບຜູ້ເຄາະຮ້າຍຈາກ ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ການຮ່າງແຜນຍຸດທະສາດ ການຊ່ວຍເຫລືອຜູ້ຖືກເຄາະຮ້າຍໃນ ຂະແໜງການແກ້ໄຂບັນຫາລະເບີດ ບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ 2027-2030 ແລະ ອື່ນໆ. ກອງປະຊຸມໄດ້ນໍາສະເໜີນະ ໂຍບາຍກອງທຶນຊ່ວຍເຫລືອດ້ານ ການແພດຂອງ ສ ອາເມລິກາ; ສໍາ ລັບຜູ້ຖືກເຄາະຮ້າຍຈາກລະບີດບໍ່ ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ; ຮ່ວມກັນທົບທວນແຜນຍຸດທະສາດ, ວຽກງານຊ່ວຍເຫລືອຜູ້ຖືກເຄາະ ຮ້າຍ ແລະ ໂຄສະນາສຶກສາຄວາມ ສ່ຽງຈາກ ລບຕ ປີ 2027-2030. ພ້ອມກັນນີ້, ຜູ້ເຂົ້າຮ່ວມໄດ້ແລກ ປ່ຽນຄໍາຄິດຄໍາເຫັນຢ່າງກົງໄປ ກົງມາກ່ຽວກັບສິ່ງທ້າທາຍ ໂດຍ ສະເພາະການເຂົ້າເຖິງບໍລິການ ສາທາລະນະສຸກ, ການສະໜອງ ອຸປະກອນຄໍ້າຊູ ແລະ ການສ້າງໂອ ກາດທາງດ້ານເສດຖະກິດໃຫ້ແກ່ຜູ້ ທີ່ໄດ້ຮັບຜົນກະທົບ. ທັງນີ້, ກໍເພື່ອ ເປັນເອກະພາບໃນການສ້າງແຜນ ດຳເນີນງານທີ່ລະອຽດ, ເພີ່ມທະວີ ການລະດົມແຫລ່ງທຶນ ແລະ ສົ່ງເສີມ ການມີສ່ວນຮ່ວມຂອງຊຸມຊົນ ເພື່ອ ຮັບປະກັນໃຫ້ຜູ້ເຄາະຮ້າຍຈາກ ລບຕ ທຸກຄົນໄດ້ຮັບການຊ່ວຍເຫລືອ ຢ່າງທົ່ວເຖິງ ແລະ ຍືນຍົງ. ຂ່າວ-ພາບ: ຢ່າຕົ້ງ
RkJQdWJsaXNoZXIy MTc3MTYxMQ==