7345

08 xtgmf]k; 37ltok c]t [= ]y = dy ko 19/08/2026 ໃນວັນທີ 14 ສິງຫາ 2026 ທີ່ສຳນັກງານໃຫຍ່ ບໍລິສັດ ສະຕາ ໂທລະຄົມ ຈຳກັດ (Unitel) ໄດ້ຈັດພິທີເຊັນບົດບັນທຶກການ ຮ່ວມມື (MOA) ກັບກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ເພື່ອຮ່ວມກັນພັດທະນາ, ທົດລອງ, ນຳໃຊ້ ແລະ ບໍລິຫານແອັບພລິເຄຊັນ “Laos Health” ເພື່ອສະໜັບສະໜູນ ແລະ ຍົກລະດັບການບໍລິການ ສາທາລະນະສຸກ ຜ່ານ ດິຈິຕອນ. ໂດຍການເຂົ້າຮ່ວມ ຂອງທ່ານ ປອ. ດຣ. ບຸນເສີດ ແກ້ວປະສິດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ຫງຽນມິງ ເຕິມ ເອກອັກຄະລັດຖະທູດຫວຽດນາມປະຈຳລາວ, ທ່ານນາງຫວຽນທິເຕິມຜູ້ອຳນວຍການໃຫຍ່Unitel ພ້ອມ ດ້ວຍຄະນະຜູ້ແທນ ແລະ ພະນັກງານຈາກທັງສອງຝ່າຍເຂົ້າຮ່ວມ. ທ່ານ ຈັນທະວີໄຊ ທຳມະວົງ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ ຈຳກັດ Unitel ເນັ້ນວ່າ ການຮ່ວມມືຄັ້ງ ນີ້ ແມ່ນເປັນບາດກ້າວສຳຄັນ ໃນການນຳທ່າແຮງດ້ານໂຄງລ່າງເຄືອຂ່າຍ, ເຕັກໂນໂລຊີ ແລະ ຄວາມຊ່ຽວຊານດິຈິຕອນຂອງ Unitel ທີ່ເປັນບໍລິສັດເຕັກໂລຊີ ຊັ້ນນຳໃນລາວ ເຂົ້າມາຮ່ວມກັບພາກລັດ ເພື່ອພັດທະນາ ແພລດຟອມ Laos Health ໃຫ້ Unitel ເຊັນບົດບັນທຶກຮ່ວມມືກັບ ກະຊວງສາທາລະນະສຸກພັດທະນາ Laos Health ເປັນ “ປະຕູສູ່ດິຈິຕອນ” ດ້ານສຸຂະພາບ ທີ່ຊ່ວຍໃຫ້ປະຊາຊົນ ສາມາດເຂົ້າເຖິງສະຖານທີ່ທາງການແພດໄດ້ງ່າຍ, ຮ້ານຂາຍຢາ, ຄລີນິກ, ຂໍມູນສຸຂະພາບ ແລະ ບໍລິການຕ່າງໆ ໄດ້ສະດວກ, ວ່ອງໄວ ແລະ ປອດໄພ. ທັງໃຫ້ການ ຢືນຢັນວ່າ Unitel ພ້ອມທີ່ຈະສຸມທັງກຳລັງຄົນ, ເຕັກໂນໂລຊີ ແລະ ທີມງານວິຊາການ ໃນການພັດທະນາ ແລະ ບໍ ລິຫານແພລດຟອມ ໃຫ້ມີຄວາມສະຖຽນ, ປອດໄພແລະ ຕອບໂຈດຜູ້ໃຊ້ງານພ້ອມທັງຫວັງໃຫ້ສອງຝ່າຍຮ່ວມມື ກັນ ຢ່າງໃກ້ຊິດ ໃນທຸກຂັ້ນຕອນ. Unitel ເຊື່ອໝັ້ນວ່າ ແພລດຟອມ Laos Health ຈະຊ່ວຍຍົກລະດັບຮູບແບບການບໍລິການລະບົບຈອງກວດ ສຸຂະພາບ ແລະ ບໍລິການສາທາລະນະສຸກ ໃຫ້ມີຄວາມທັນສະໄໝ, ເພີ່ມຂີດຄວາມສາມາດໃນການແຂ່ງຂັນ ໃນ ເວທີສາກົນ ແລະ ປະກອບສວ່ນຊຸກຍູ້ເສດຖະກິດໃຫ້ເຕີບໂຕຢ່າງຍືນຍົງ. ທ່ານ ປອ. ດຣ. ບຸນເສີດ ແກ້ວປະສິດ ກ່າວເຖິງການຮ່ວມມືໃນຄັ້ງນີ້ວ່າ: ການເຊັນ MOA ດັ່ງກ່າວ ແມ່ນ ເປັນບາດກ້າວສຳຄັນຕາມແນວທາງການນຳໃຊ້ດິຈິຕອນ ເຂົ້າໃນຂະແໜງສາທາລະນະສຸກ ໂດຍແອັບພລິເຄ ຊັນ Laos Health ຈະຊ່ວຍໃຫ້ຜູ້ປ່ວຍ ແລະ ຜູ້ຮັບບໍລິການ ເຂົ້າເຖິງຂໍມູນ, ການນັດໝາຍ, ການປຶກສາ ແລະ ບໍລິການສຸຂະພາບໄດ້ສະດວກຂຶ້ນ ພ້ອມຊ່ວຍຫຼຸດເວລາລໍຖ້າ ແລະ ຍົກລະດັບການຈັດການຂໍມູນດ້ວຍດິຈິຕອນ. ທີ່ສຳຄັນການຮ່ວມມື ຕ້ອງໃຫ້ຄວາມສຳຄັນຕໍ 3 ດ້ານຫຼັກ ຄື: ຍຶດຜູ້ປ່ວຍ ແລະ ຄຸນນະພາບການບໍລິການເປັນຈຸດ ສູນກາງ; ຮັບປະກັນຄວາມປອດໄພ, ຄວາມລັບ ແລະ ການປົກປ້ອງຂໍມູນສຸຂະພາບ ແລະ ສ້າງຂີດຄວາມສາມາດ ໃຫ້ພາກລັດຜ່ານການຝຶກອົບຮົມ, ຖ່າຍທອດເຕັກໂນໂລຊີແລະ ສ້າງຄວາມຍືນຍົງໃນການບໍລິຫານລະບົບ. ສຳລັບ ຂອບເຂດການຮ່ວມມືສອງຝ່າຍຈະຮ່ວມພັດທະນາຟັງຊັນສຳຄັນ ເຊັ່ນການລົງທະບຽນ, ຈອງຄິວແລະ ນັດໝາຍ, ການປຶກສາທາງໄກ, ການແຈ້ງເຕືອນ, ຂໍມູນສຸຂະພາບ, ການຊຳລະຄ່າບໍລິການ ແລະ ການເຊື່ອມໂຍງກັບລະບົບ ສາທາລະນະສຸກອື່ນໆ. ຈາກນັ້ນໃນພິທີ ທັງສອງຝ່າຍໄດ້ຮ່ວມລົງນາມ MOA ຢ່າງເປັນທາງການ ໂດຍ ທ່ານ ດຣ. ຄຳປະສົງ ເທບ ປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ແລະ ທ່ານ ນາງ ຫວຽນ ທິ ເຕິມ ຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມຈຳກັດການລົງນາມຄັ້ງນີ້ຖືເປັນອີກກ້າວສຳຄັນ ໃນການຮ່ວມມືລະຫວ່າງພາກລັດແລະ Unitel ເພື່ອນຳເຕັກໂນໂລຊີດິຈິຕອນ ມາຮັບໃຊ້ສັງຄົມ ແລະ ສ້າງລະບົບສາທາລະນະສຸກ ທີ່ທັນສະໄໝ, ສະດວກ ແລະ ເຂົ້າເຖິງໄດ້ຫຼາຍຂຶ້ນ.

RkJQdWJsaXNoZXIy MTc3MTYxMQ==