7345

19/08/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ xtdkfdkog]nj vo-A oF g]nj vomP[-A o .sh okpmtsko16j I;zm gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກ ແຂວງ, ປະທານສະພາປະຊາຊົນ ແຂວງສະຫວັນນະເຂດ ພ້ອມດ້ວຍ ຄະນະລົງເຄື່ອນໄຫວຕິດຕາມ, ໄປ ຢ້ຽມຢາມ ແລະ ມອບເຄື່ອງໃຫ້ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກ ໄພນ້ຳຖ້ວມຢູ່ເຂດຈຸດສຸມລາດຫໍ້ ເມືອງເຊໂປນ ແຂວງສະຫວັນນະ 7totoec0;'lts;a ootg0f 8y f8k,ltrk[oE4h ;,16j g,n v'g-3xo ຂປລ. ພິທີປະກາດການເລື່ອນ ຊັ້ນ, ເລື່ອນທຽບຊັ້ນ, ແຕ່ງຕັ້ງ, ຍົກ ຍ້າຍພະນັກງານ, ຄູສອນ ແລະ ນາຍ ສິບຊ່ວຍວຽກຢູ່ບັນດາກົມກອງທີ່ຂຶ້ນ ກັບໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ (ຮວຜທ) ຈັດຂຶ້ນໃນວັນທີ 14 ສິງຫາ 2026 ໂດຍການເປັນ ປະທານຂອງສະຫາຍ ພັນເອກ ເພັດ ສະໝອນ ວິລະວອນ ຫົວໜ້າການ ທະຫານໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີຄະນະພັກ-ຄະ ນະອຳນວຍການ, ຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ພະແນກການ ແລະ ບັນດາສະຫາຍທີ່ໄດ້ຮັບການ ເລື່ອນຊັ້ນໃໝ່ ເຂົ້າຮ່ວມ. ສະຫາ ຍ ພັນ ໂທ ສຸວັນນີ ບຸດທະວົງ ຫົວໜ້າພະແນກພະນັກ ງານໄດ້ຜ່ານຂໍ້ຕົກລົງການເລື່ອນ ຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະ ຫານທົ່ວໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ. ໃນນັ້ນ ເລື່ອນຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ ຈຳນວນ 3 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ ຈຳນວນ 3 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທຂຶ້ນຊັ້ນ ຮ້ອຍເອກ ຈຳນວນ 3 ສະຫາຍ, ເລື່ອນທຽບ ຊັ້ນ ຮ້ອຍໂທ ຂຶ້ນທຽບຊັ້ນ ຮ້ອຍເອກ ຈຳນວນ 9 ສະຫາຍ ແລະ ເລື່ອນ ຊັ້ນ ຮ້ອຍຕີ ຂຶ້ນຊັ້ນ ຮ້ອຍໂທ ຈໍາ ນວນ 1 ສະຫາຍ. ພ້ອມນີ້, ຍັງໄດ້ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ພະນັກງານການເງິນ, ພະນັກງານ ຊ່ວຍວຽກ, ພະນັກງານຄູສອນ, ຫົວໜ້າກອງຮ້ອຍ, ຮອງກອງຮ້ອຍ ແລະ ຫົວໜ້າໝວດ ຈຳນວນ 23 ສະຫາຍ.ຈາກນັ້ນ, ສະຫາຍ ພັນໂທ ສິວອນ ພົມສີຈັນ ຫົວໜ້າພະແນກ ກຳລັງພົນ ໄດ້ຜ່ານຂໍ້ຕົກລົງວ່າ ດ້ວຍການແຕ່ງຕັ້ງຍົກຍ້າຍນາຍສິບ ຊ່ວຍວຽກຢູ່ບັນດາກົມກອງທີ່ຂຶ້ນ ກັບໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ ຈຳນວນ 10 ສະຫາຍ. ໂອກາດນີ້, ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບ ການເລື່ອນຊັ້ນໃໝ່ ແລະ ໜ້າທີ່ໃໝ່ ໃນຄັ້ງນີ້, ທັງຕີລາຄາສູງຕໍ່ໝາກຜົນ ຂອງການປະຕິບັດໜ້າທີ່ວຽກງານ, ການຝຶກຝົນຫລໍ່ຫລອມຕົນເອງ, ພ້ອມທັງເນັ້ນໃຫ້ເອົາໃຈໃສ່ຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ, ເປັນແບບຢ່າງ ທີ່ດີໃນການປະຕິບັດລະບຽບວິໄນ, ປະຕິບັດທຸກມະຕິຄໍາສັ່ງທີ່ການຈັດ ຕັ້ງຂັ້ນເທິງມອບໝາຍໃຫ້, ສືບຕໍ່ຝຶກ ຝົນຫລໍ່ຫລອມຕົນເອງໃນທຸກດ້ານ ແລະ ອອກແຮງຄົ້ນຄວ້າຮໍ່າຮຽນ ວຽກງານຂອງກອງທັບໃຫ້ມີຄວາມ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໂດຍສະເພາະມູນເຊື້ອການຕໍ່ສູ້, ຄວາມສາມັກຄີ ແລະ ຄວາມເສຍ ສະລະຂອງກອງທັບ ເພື່ອກາຍເປັນ ພະນັກງານຜູ້ສືບທອດປ່ຽນແທນ ທີ່ດີຂອງກອງທັບໃນຕໍ່ໜ້າ ແລະ ຍາວນານ. ຂ່າວ: ໂອລິນ ມິ່ງມີໄຊ ໂຮງຮຽນ ມສ... ຍົກລະດັບຄວາມຮູ້ພື້ນຖານ...ົັູ້ື້ ຂປລ. ໂຮງຮຽນມັດທະຍົມ ສົມບູນມິດຕະພາບ ລາວ-ຫວຽດ ນາມ ມີຄວາມພ້ອມຮອບດ້ານກຽມ ເປີດສົກຮຽນໃໝ່ 2026-2027 ໂດຍເລີ່ມໃຫ້ນັກຮຽນເຂົ້າມາລົງ ທະບຽນນັບແຕ່ວັນທີ 17-28 ສິງຫາ 2026, ຄາດວ່າຈະຮັບ ນັກຮຽນ ທັງຊັ້ນ ມ1-ມ7 ທັງໝົດ 1.000 ກວ່າຄົນ ແລະ ຈະເປີດ ການຮຽນ-ການສອນຢ່າງເປັນທາງ ການໃນວັນທີ 4 ກັນຍາ 2026 ທີ່ ຈະມາເຖິງນີ້. ທ່ານພອນປະເສີດ ເສດຖາທິຣາດ ຜູ້ອຳນວຍການໂຮງຮຽນມັດທະຍົມ ສົມບູນມິດຕະພາບ ລາວ-ຫວຽດ ນາມ ໃຫ້ສຳພາດຕໍ່ນັກຂ່າວສຳນັກ ຂ່າວສານປະເທດລາວ ໃນວັນທີ 18 ສິງຫາ 2026 ນີ້ວ່າ: ປັດຈຸບັນ ໂຮງຮຽນມັດທະຍົມສົມບູນມິດ ຕະພາບ ລາວ-ຫວຽດນາມ ໄດ້ມີ ຄວາມພ້ອມ 100% ເພື່ອກຽມໃຫ້ ແກ່ການເປີດສົກຮຽນໃໝ່ 20262027 ໂດຍໄດ້ກະກຽມຄວາມ ພ້ອມຮອບດ້ານ ໂດຍສະເພາະທາງ ດ້ານບຸກຄະລາກອນ ຄູ-ອາຈານ, ຫ້ອງຮຽນ, ອຸປະກອນການຮຽນ- ການສອນ ແລະ ສະຖານທີ່ອຳ ນວຍຄວາມສະດວກຕ່າງໆໃຫ້ຢູ່ໃນ ສະພາບພ້ອມໃຊ້ງານ ແລະ ເໝາະ ສົມຕໍ່ການຮຽນ-ການສອນ. ພ້ອມ ກັນນີ້, ຄະນະຄູ-ອາຈານ ແລະ ພະ ນັກງານຍັງໄດ້ກະກຽມດ້ານແຜນ ການຮຽນ-ການສອນ, ການຈັດ ຕາຕະລາງຮຽນ, ສື່ການຮຽນການສອນ ແລະ ວຽກງານດ້ານ ການບໍລິຫານ ເພື່ອໃຫ້ການເປີດ ສົກຮຽນໃໝ່ ດຳເນີນໄປຢ່າງຮຽບ ຮ້ອຍ. ຢ່າງໃດກໍຕາມ, ໃນສົກຮຽນ 2026-2027 ນີ້ ໂຮງຮຽນມີ ຄວາມພ້ອມຮອງຮັບນັກຮຽນໄດ້ ຫລາຍກວ່າ 1.000 ຄົນ ແລະ ຄາດວ່າຈະສາມາດສືບຕໍ່ຍົກສູງ ຄຸນນະພາບການຮຽນ-ການສອນ ແລະ ສ້າງນັກຮຽນໃຫ້ມີຄວາມຮູ້, ຄວາມສາມາດ ແລະ ຄຸນສົມບັດທີ່ ດີ ເພື່ອເປັນກຳລັງສຳຄັນໃນການ ພັດທະນາປະເທດຊາດ ໃນອະ ນາຄົດ. ທ່ານພອນປະເສີດ ເສດຖາທິຣາດ ຍັງໄດ້ຍົກໃຫ້ເຫັນຜົນສຳເລັດໃນ ການຈັດຕັ້ງປະຕິບັດການຮຽນການສອນໃນໄລຍະ 1 ປີຜ່ານມາ ຊຶ່ງໂຮງຮຽນໄດ້ສຸມໃສ່ການຍົກ ສູງຄຸນນະພາບການຮຽນ-ການ ສອນ, ພັດທະນາຄູ-ອາຈານ ແລະ ປັບປຸງສະຖານທີ່, ອຸປະກອນການ ຮຽນ-ການສອນໃຫ້ມີຄຸນນະພາບ ແລະ ມີຄວາມພ້ອມຫລາຍຂຶ້ນ, ສາມາດບັນລຸຜົນສຳເລັດໃນຫລາຍ ດ້ານທັງດ້ານວິຊາການ, ດ້ານການ ຮຽນ-ການສອນ, ເຮັດໃຫ້ຜົນການ ຮຽນຂອງນ້ອງນັກຮຽນບັນລຸຕາມ ຄາດໝາຍ ແລະ ອື່ນໆ. ໂອກາດນີ້, ທ່ານ ພອນປະເສີດ ເສດຖາທິຣາດ ຍັງຮຽກຮ້ອງມາ ຍັງຜູ້ປົກຄອງນັກຮຽນເອົາໃຈໃສ່ ປະສານສົມທົບກັບໂຮງຮຽນ, ຕິດ ຕາມການຮຽນ, ການປະພຶດຂອງ ລູກຫລານຕົນເອງ, ພ້ອມທັງສົ່ງ ເສີມ ແລະ ສ້າງເງື່ອນໄຂໃຫ້ນັກ ຮຽນໄດ້ຮຽນຮູ້ຢ່າງເຕັມສ່ວນ ພ້ອມກັນນັ້ນ, ໂຮງຮຽນຍັງຈະສືບ ຕໍ່ນຳໃຊ້ລະບົບ ແລະ ເຕັກໂນໂລຊີ ທີ່ທັນສະໄໝ ໂດຍສະເພາະປັນຍາ ປະດິດ (AI) ເຂົ້າໃນການຮຽນການສອນ ເພື່ອຍົກສູງປະສິດທິຜົນ ການສອນ ແລະ ສ້າງບັນຍາກາດ ການຮຽນຮູ້ໃຫ້ທັນກັບຍຸກສະໄໝ. ໂຮງຮຽນມັດທະຍົມສົມບູນມິດ ຕະພາບ ລາວ-ຫວຽດນາມ ແມ່ນ 1 ໃນໂຮງຮຽນມັດທະຍົມສຶກສາ ສົມບູນຂອງລັດ ຂຶ້ນກັບພະແນກ ສຶກສາທິການ ແລະ ກິລາ ນະຄອນ ຫລວງວຽງຈັນ ໂດຍປະຕິບັດການ ຮຽນ-ການສອນ ຕາມຫລັກສູດ, ຕາມ 5 ຫລັກມູນການສຶກສາຂອງ ກະຊວງສຶກສາທິການ ແລະ ກິລາ ວາງອອກຢ່າງເຂັ້ມງວດ. ຂ່າວ-ພາບ: ທະນູທອງ ພັກແຂວງ, ຜູ້ຊີ້ນໍາວຽກງານການ ເມືອງ-ແນວຄິດ, ວຽກພັກພະນັກ ງານ, ອົງການຈັດຕັ້ງມະຫາຊົນ, ມີ ທ່ານ ຄໍາກອງ ທໍາມະເທວາ ກໍາມະ ການຄະນະພັກ, ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງ ພັກ ພ້ອມດ້ວຍຄະນະກຳມະການ ຕາແສງ ແລະ ນັກສໍາມະນາກອນ ຈາກຕາແສງທົ່ວແຂວງໄຊຍະບູລີ ເຂົ້າຮ່ວມ. ການຝຶກອົບຮົມຄັ້ງນີ້, ເພື່ອເປັນ ການຍົກລະດັບຄວາມຮັບຮູ້-ເຂົ້າໃຈ ໃຫ້ພະນັກງານຂັ້ນຕາແສງ ຍົກ ສູງຄວາມສາມາດນໍາພາ ແລະ ມີ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງນຳພາ-ຊີ້ນໍາພະນັກງານຂັ້ນ ຂອງຕົນໃຫ້ປະຕິບັດໜ້າທີ່ວຽກງານ ເຂດ ໃນວັນທີ 18 ສິງຫາ 2026. ສະພາບໄພພິບັດ ແລະ ຜົນກະ ທົບດ້ານຕ່າງໆຢູ່ເມືອງເຊໂປນ ໂດຍ ສະເພາະຈຸດສຸມລາດຫໍ້ ຊຶ່ງເຂດດັ່ງ ກ່າວແມ່ນນ້ຳເຊາະທາງເວັ້ນຂົວທີ່ ພວມກໍ່ສ້າງເຮັດໃຫ້ທາງຂາດລົດ ຕ່າງໆບໍ່ສາມາດເດີນທາງເຂົ້າຫາ ບ້ານປະຊາຊົນໄດ້ ໃນນັ້ນ, ມີບ້ານ ທີ່ຖືກຕັດຂາດບໍ່ສາມາດຕິດຕໍ່ທາງ ໂທລະສັບ, ເສັ້ນທາງບໍ່ສາມາດໄປ ໄດ້ມີບ້ານລາດ, ນາໂທນ ແລະ ວັງ ໄຮ ຊຽງຮົ່ມ. ສຳລັບບ້ານທີ່ສາມາດ ທຽວໄປ-ມາໄດ້ມີ ບ້ານສະເວດ, ປະ ງາ, ລາດຫໍ້ ແລະ ບ້ານນ້ຳໂທນ. ສຳລັບເຄື່ອງທີ່ນຳໄປແຈກຢາຍ ໃຫ້ຄອບຄົວປະຊາຊົນທີ່ໄດ້ຮັບຜົນ ກະທົບໃນຄັ້ງນີ້ ມີ: ນ້ຳດື່ມ, ໄຂ່, ໝີ່ ສຳເລັດຮູບ, ປ໋ອງປາ, ເກືອ ແລະ ເຄື່ອງໃຊ້ທີ່ຈຳເປັນ ໂດຍໄດ້ສົມທົບ ກັບກຳລັງ ປກຊ-ປກສ, ຊາວໜຸ່ມ ອາສາສະໝັກນຳເອົາເຄື່ອງຈຳນວນ ດັ່ງກ່າວໄປໃຫ້ປະຊາຊົນທີ່ໄດ້ຮັບ ຜົນກະທົບ. ພ້ອມນີ້, ຍັງມອບເງິນ 10 ລ້ານກີບ ໃຫ້ກຸ່ມ ເພື່ອນໍາໄວ້ໃຊ້ ແຮສຸກເສີນໃນວຽກງານໄພພິບັດ ຕື່ມອີກ. ຕາມພາລະບົດບາດ, ສິດໜ້າທີ່ ຂອງແຕ່ລະໜ່ວຍງານຢ່າງມີປະສິດ ທິພາບ. ສໍາລັບເອກະສານທີ່ນໍາມາ ຝຶກອົບຮົມຄັ້ງນີ້ ປະກອບມີ: ຊາດ ລາວ, ຄົນລາວ ແລະ ມູນເຊື້ອອັນ ສະຫງ່າລາສີຂອງປະຊາຊົນລາວ; ສ້າງຄວາມຮັບຮູ້, ເຂົ້າໃຈກ່ຽວກັບ ການປົກຄອງຢູ່ ສປປ ລາວ ໃນ ປັດຈຸບັນ; ວຽກງານສຶກສາອົບຮົມ ການເມືອງ-ແນວຄິດໃນໄລຍະໃໝ່; ເພີ່ມທະວີບົດບາດ, ຍົກສູງຄວາມ ສາມາດນໍາພາ ແລະ ຄວາມເປັນ ແບບຢ່າງນໍາໜ້າທີ່ເຂັ້ມແຂງຂອງ ພັກ; ການພັດທະນາເສດຖະກິດຕິດ ພັນກັບການພັດທະນາວັດທະນະ ທໍາ-ສັງຄົມ ແລະ ສິ່ງແວດລ້ອມ; ແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນຮອບ ດ້ານ ແລະ ສ້າງຄວາມຮັບຮູ້, ເຂົ້າ ໃຈກ່ຽວກັບຕາແສງ, ບ້ານ ແລະ ການຈັດຕັ້ງບ້ານ. ໃນການຝຶກອົບຮົມ, ບັນດາສໍາ ມະນາກອນໄດ້ພ້ອມກັນຄົ້ນຄວ້າ ປະກອບຄໍາຄິດ, ຄໍາເຫັນແລກປ່ຽນ ຢ່າງກົງໄປກົງມາເຮັດໃຫ້ບັນຫາ ຕ່າງໆທີ່ຕັ້ງຂຶ້ນມີຄວາມກະຈ່າງ ແຈ້ງ ແລະ ເພື່ອສ້າງຄວາມເຂົ້າໃຈ ເປັນເອກະພາບໃນການຈັດຕັ້ງປະ ຕິບັດ ພ້ອມທັງນໍາເອົາເນື້ອໃນດັ່ງ ກ່າວ ໄປຜັນຂະຫຍາຍ ກໍຄື ສຶກສາ ອົບຮົມໃຫ້ປະຊາຊົນບັນດາເຜົ່າ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ທົ່ວເຖິງ ແລະ ເປັນເຈົ້າການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເສີມ ຂະຫຍາຍມູນເຊື້ອອັນສະຫງ່າລາສີ ຂອງປະຊາຊົນລາວບັນດາເຜົ່າ ແລະ ຕື່ນຕົວຈັດຕັ້ງປະຕິບັດແນວ ທາງແຜນນະໂຍບາຍຂອງພັກ ໃຫ້ ປະກົດຜົນເປັນຈິງ. ຂ່າວ: ກົມອົບຮົມ

RkJQdWJsaXNoZXIy MTc3MTYxMQ==