09/07/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ ໂດຍ: ຢ່າາົ່ຕົ່ງ່ງ xu oU c0;'9exkla d 9txj vpxks]kpd;j k 1 ]h ko38 ]q 'l6 j cs]j 'oEme,t-kf ຂປລ. ໃນປີ 2026 ນີ້, ແຂວງ ຈໍາປາສັກ ຈະປ່ອຍປາຫລາຍກວ່າ 1 ລ້ານໂຕ ລົງສູ່ແຫລ່ງນໍ້າທໍາມະ ຊາດ ເພື່ອເພີ່ມຄວາມອຸດົມສົມບູນ ທາງດ້ານຊະນິດພັນ ແລະ ຈໍານວນ ປະຊາກອນຂອງປາ ແລະ ສັດນ້ໍາ. ທັງນີ້ກໍເພື່ອປູກຈິດສໍານຶກໃຫ້ແກ່ ເຍົາວະຊົນ ແລະ ອະນຸຊົນຮຸ່ນຫລັງ ກໍຄືທົ່ວສັງຄົມ ໃຫ້ເຫັນຄວາມສໍາຄັນ ຂອງການອະນຸລັກປາ ແລະ ສັດນໍ້າ ແນໃສ່ເພີ່ມຄວາມອຸດົມສົມບູນໃຫ້ ກັບທໍາມະຊາດ, ປົກປັກຮັກສາລະ ບົບນິເວດ ໃຫ້ມີຄວາມສົມດູນ ແລະ ຍືນຍົງ. ທ່ານ ຄໍາ ນີລາວົງ ຫົວໜ້າ ພະແນກກະສິກຳ ແລະ ສິ່ງແວດ ລ້ອມແຂວງຈໍາປາສັກ ໃຫ້ສໍາພາດ ວ່າ: ເນື່ອງໃນວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ຄົບຮອບ 29 ປີ (13/7/1997-13/7/2026) ແລະ ວັນເກີດຂອງ ປະທານ ສຸພານຸ ວົງ ຄົບຮອບ 117ປີ(13/7/1909 -13/7/2026) ທີ່ຈະມາເຖິງນີ້, ແຂວງຈຳປາສັກ ຈະໄດ້ຈັດພິທີ ເພື່ອສ້າງຂະບວນການ ໃນໂອກາດ ສະເຫລີມສະຫລອງວັນດັ່ງກ່າວ ຢູ່ ນະຄອນປາກເຊ ແລະ 9 ເມືອງ ແລະ ບັນດາໂຄງການຕ່າງໆ ເຊັ່ນ: ເຂື່ອນ ໄຟຟ້າເຊປຽນ-ເຊນໍ້ານ້ອຍ, ເຂື່ອນ ໄຟຟ້າດອນເຊໂຮງ ແລະ ອື່ນໆ ຄາດຄະເນປ່ອຍປາລົງແຫລ່ງນໍ້າ ທຳມະຊາດໃຫ້ໄດ້ຫລາຍກວ່າ 1 ລ້ານໂຕ. ສໍາລັບພິທີຂອງແຂວງປີ ນີ້້ຈະຈັດຢູ່ ບ້ານຄີລີ ເມືອງຊະນະ ສົມບູນ ຊຶ່ງເປັນເຂດທີ່ໄດ້ຮັບຜົນ ກະທົບ ແລະ ມີປາຕາຍ ໃນລະດູ ແລ້ງຜ່ານມາ ພ້ອມທັງຈະສຸມໃສ່ ໂດຍ: ທູນທອງໃຈູ ຊຸກຍູ້ສົ່ງເສີມການປ່ອຍລ້ຽງໃນ ໜອງສ້າງຂຶ້ນ, ກະຊັງປາຂອງ ປະຊາຊົນ ແລະ ການລ້ຽງປາເປັນ ສິນຄ້າຂອງຜູ້ປະກອບການ ໃຫ້ເປັນ ຂະບວນກວ້າງຂວາງລື່ນຄາດໝາຍ ແລະ ແຜນການທີ່ວາງໄວ້. ຄຽງ ຄູ່ກັບການປັບປຸງ ແລະ ຊຸກຍູ້ໃຫ້ ສະຖານີທີ່ຜະລິດລູກປາຂອງລັດ ທີ່ ມີແລ້ວ 2 ແຫ່ງ, ຟາມຜະລິດລູກ ປາ ຂອງເອກະຊົນ 3 ແຫ່ງ ແລະ ການຜະລິດລູກປາແບບຄອບຄົວມີ ຫລາຍກວ່າ 5 ແຫ່ງ ໃຫ້ສາມາດ ຜະລິດ ແລະ ສະໜອງແນວພັນປາ ແກ່ກະສິກອນ ໃຫ້ໄດ້ຫລາຍກວ່າ 15 ລ້ານໂຕ ຫລື ເທົ່າກັບ 19% ຂອງແຜນການ; ສຸມໃສ່ປັບປຸງ ແລະ ສ້າງນິຕິກໍາ ໃນການຄຸ້ມຄອງ ວັງສະຫງວນ ທີ່ມີແລ້ວ 162 ວັງ, ເນື້ອທີ່454,8 ເຮັກຕາ ໃຫ້ເຂັ້ມງວດ ແລະ ມີຄວາມຍືນຍົງ. ໂອກາດນີ້, ທ່ານ ຄໍາ ນີລາວົງ ຍັງໄດ້ຮຽກຮ້ອງມາຍັງພາກສ່ວນ ຕ່າງໆ ທັງພາກລັດ ແລະ ເອກະຊົນ ໃນທົ່ວສັງຄົມ ຈົ່ງພ້ອມກັນຮ່ວມ ແຮງຮ່ວມໃຈເຂົ້າໃສ່ການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳ ໃຊ້ ປາ ແລະ ສັດນໍ້າ ຕາມທິດສີຂຽວ ແລະ ຍືນຍົງ, ແນໃສ່ເພີ່ມຄວາມ ອຸດົມສົມບູນທາງດ້ານຊະນິດພັນ ແລະ ຈໍານວນປະຊາກອນ ຂອງປາ ແລະ ສັດນ້ໍາ ທີ່ເປັນມໍລະດົກທາງ ທໍາມະຊາດຂອງຊາດໃຫ້ຊົມໃຊ້ ແບບຍືນຍົງ ແລະ ໃຫ້ເປັນມໍລະດົກ ຕົກທອດ ຮອດເຊັ່ນລູກເຊັ່ນຫລານ ຂອງພວກເຮົາຕະຫລອດໄປ. ການ ປ່ອຍປາ ແລະ ສັດນໍ້າ ໃນປີນີ້ແມ່ນ ອີງໃສ່ເງື່ອນໄຂຕົວຈິງຂອງແຕ່ລະ ທ້ອງຖິ່ນ ໂດຍເນັ້ນໃສ່ການປຸກລະ ດົມໃນທົ່ວສັງຄົມ ເປັນເຈົ້າການ ມີສ່ວນຮ່ວມໃນການຄຸ້ມຄອງປົກ ປັກຮັກສາປາ ແລະ ສັດນໍ້າ, ການ ປະກອບສ່ວນລູກປາ ຫລື ອຸປະກອນ ຮັບໃຊ້ຕ່າງໆ ໃນການປ່ອຍປາ ແລະ ສັດນໍ້າ ລົງສູ່ແຫລ່ງນໍ້າທຳມະຊາດ, ຕາມທິດເສດຖະກິດເອກະລາດເປັນ ເຈົ້າຕົນເອງ, ບົນພື້ນຖານປະຢັດ ມັດທະຍັດ ແລະ ຕ້ານການຟຸມ ເຟືອຍ, ບ່ອນໃດມີເງື່ອນໄຂ-ຄວາມ ພ້ອມ ກໍໃຫ້ເລີ່ມຈັດຕັ້ງປະຕິບັດ ແຕ່ດຽວນີ້ເປັນຕົ້ນໄປ ໂດຍບໍ່ໃຫ້ ລໍຖ້າຮອດວັນທີ 13 ກໍລະກົດ. ທັງນີ້, ກໍເພື່ອເປັນການໂຄສະນາ ປູກຈິດສຳນຶກໃຫ້ແກ່ພະນັກງານ, ທະຫານ, ຕຳຫລວດ, ນັກທຸລະກິດ ຜູ້ປະກອບການ ແລະ ປະຊາຊົນ ບັນດາເຜົ່າ ໃຫ້ມີສ່ວນຮ່ວມ ແລະ ເປັນເຈົ້າການໃນການປົກປັກຮັກສາ ຊັບພະຍາກອນ ປາ ແລະ ສັດນ້ຳ ທີ່ ຫາຍາກ ແລະ ໃກ້ຈະສູນພັນ ໄວ້ໃຫ້ ຢູ່ຄຽງຄູ່ກັບ ສປປ ລາວ ກໍຄືຢູ່ຄຽງ ຄູ່ກັບປະຊາຊົນບັນດາເຜົ່າ ແລະ ລູກ ຫລານແຂວງຈໍາປາສັກຕະຫລອດ ໄປ, ທັງເປັນການສົ່ງເສີມການຂະ ຫຍາຍພັນ ປາ, ສັດນໍ້າ ໃຫ້ມີຢູ່ທຸກ ຫົນທຸກແຫ່ງໃນແຫລ່ງນໍ້າຕາມ ທຳມະຊາດ, ພ້ອມທັງຮຽກຮ້ອງ ແລະ ເຊີນຊວນບັນດາພະແນກ ການ, ກົມກອງ, ຄະນະພັກ-ຄະນະ ກໍາມະການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນໃນທົ່ວສັງຄົມ ຈົ່ງ ເປັນເຈົ້າການປະຕິບັດກົດໝາຍ ວ່າ ດ້ວຍສັດນໍ້າ ແລະ ການປະມົງ ແລະ ແຈ້ງການຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ, ແຈ້ງການ ຂອງປະທານຄະນະກໍາມະການ ປົກຄອງ ແຂວງຈໍາປາສັກ ໂດຍ ສຸມໃສ່ ເປັນເຈົ້າການໂຄສະນາເຜີຍ ແຜ່ບັນດານະໂຍບາຍ, ກົດໝາຍ ແລະ ປູກຈິດສໍານຶກ ໂດຍຜ່ານສື່ ມວນຊົນຕ່າງໆ ເປັນຕົ້ນ ວິທະຍຸ, ໂທລະພາບ, ໜັງສືພິມ ແລະ ສື່ ອື່ນໆ ໃຫ້ທົ່ວສັງຄົມເຂົ້າຮ່ວມໃນ ການປ່ອຍປາ ແລະ ສັດນໍ້າ ໃຫ້ ເປັນຂະບວນກວ້າງຂວາງ ແລະ ບັນລຸຕາມແຜນການທີ່ວາງໄວ້ ທັງ ເຮັດໃຫ້ທົ່ວປວງຊົນຮັບຮູ້-ເຂົ້າໃຈ ຕໍ່ນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ, ເຫັນໄດ້ເຖິງ ຄວາມໝາຍສຳຄັນຂອງປາ ແລະ ສັດນໍ້າ ຕໍ່ການດຳລົງຊີວິດຂອງ ປະຊາຊົນບັນດາເຜົ່າ, ປຸກລະດົມ ໃຫ້ທຸກພາກສ່ວນໃນສັງຄົມປະກອບ ສ່ວນເຂົ້າໃນການອະນຸລັກ, ປົກປັກ ຮັກສາ ແລະ ພັດທະນາ ປາ ແລະ ສັດນໍ້າ ຕາມກົດໝາຍ ແລະ ລະບຽບ ການກຳນົດໄວ້ຢ່າງເຂັ້ມງວດ; ເປັນ ເຈົ້າການອະນຸລັກຮັກສາ ແລະ ປ່ອຍ ປາພັນພື້ນເມືອງ ເຊັ່ນ: ປາປາກ, ປາ ເພັ້ຍ, ປາແກງ, ປາຊວາຍ, ປາເຄີງ ແລະ ປາຊະນິດອື່ນໆ ແຕ່ຫ້າມປ່ອຍ ປາພັນຕ່າງປະເທດ ເຊັ່ນ: ປານິນ, ປາໄນ, ປາດຸກພັນ ແລະ ຊະນິດ ອື່ນໆ ລົງໃສ່ແຫລ່ງນໍ້າທໍາມະຊາດ ຊຶ່ງເປັນການທໍາລາຍແຫລ່ງທີ່ຢູ່ ອາໄສ ຫລື ການວາງໄຂ່ຂອງປາ ພື້ນເມືອງລາວ; ເປັນເຈົ້າການໃນ ການຕິດຕາມ, ກວດກາ ແລະ ສະກັດ ກັ້ນທຸກຮູບແບບ ການຫາປາແບບ ດັບສູນທີ່ຜິດຕໍ່ລະບຽບກົດໝາຍ ເປັນ ຕົ້ນ ການນໍາໃຊ້ທາດເບື່ອ, ລະເບີດ, ອາວຸດ, ເຄື່ອງໄຟຟ້າທຸກປະເພດ, ຄື້ນ, ເຄື່ອງແສງ ເພື່ອຫາ ຫລື ຈັບ ປາ ແລະ ສັດນໍ້າ ແບບດັບສູນ; ນໍາ ໃຊ້ເຄື່ອງມືຫາປາ ແລະ ສັດນໍ້າ ທີ່ ມີຄວາມສ່ຽງເຮັດໃຫ້ສັດນໍ້າສູນພັນ ເຊັ່ນ: ອວນ, ຫລີ່, ມອງຕາຖີ, ໂຕ່ງ, ລອບຂະໜາດໃຫຍ່ ແລະ ອື່ນໆ; ຫາ ປາ ແລະ ສັດນໍ້າ ຈາກແຫລ່ງນໍ້າ ທໍາມະຊາດ ດ້ວຍການຕັນຮູນໍ້າໃນ ແງ່ນໍ້າຂອງ, ຫ້ວຍ, ຮ່ອງ, ໂສກ, ບຸ່ງ, ຄອງນໍ້າ, ຂຸດໜອງ (ຂຸຸມ ປາ) ຫລື ດູດໜອງທໍາມະຊາດທີ່ ມີນໍ້າຕະຫລອດປີ; ການບຸກລຸກວັງ ສະຫງວນ ຫລື ເຂດອະນຸລັກພັນປາ ແລະ ສັດນໍ້າ, ເຂດປາອໍ, ແຫລ່ງປາ ແລະ ສັດນໍ້າວາງໄຂ່, ເຂດຈະເລີນ ເຕີບໂຕຂອງລູກປາ ແລະ ສັດນໍ້າ ໄວອ່ອນ. ໃນປີ 2025 ຜ່ານມາ, ແຂວງ ຈໍາປາສັກ ໄດ້ປ່ອຍປາ ແລະ ສັດນໍ້າ ຄືນສູ່ທຳມະຊາດ ໃນມື້ຈັດພິທີປ່ອຍ ປາສ້າງຂະບວນການ ໃນວັນທີ 13 ກໍລະກົດ ໄດ້ 733.000 ໂຕ ແລະ ຊຸກຍູ້ຂະບວນການປ່ອຍປາລ້ຽງ ໃນກະຊັງ, ໜອງສ້າງຂຶ້ນ ຂອງ ປະຊາຊົນ ແລະ ການລ້ຽງປາເປັນ ສິນຄ້າຂອງຜູ້ປະກອບການ ຢ່າງ ເປັນຂະບວນກວ້າງຂວາງ. [a ofklkgsfmu j rk.sh 7v[7q ; [h ko g,n v' [= j rQ om5 d ຂປລ. ບົດລາຍງານວາລະ ແຫ່ງຊາດ ວ່າດ້ວຍການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດ ທີ X ທີ່ສະເໜີໂດຍ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໃຫ້ຮູ້ ວ່າ: ການຮ່າງວາລະແຫ່ງຊາດນີ້ ໄດ້ນໍາໃຊ້ຂໍ້ມູນຈາກຜົນການປະເມີນ ສະພາບພົ້ນທຸກ ແລະ ພັດທະນາ ທ້າຍສະໄໝ ປີ 2025 ຕາມດໍາ ລັດ 348 ເປັນພື້ນຖານ ຊຶ່ງໄດ້ດໍາ ເນີນການປະເມີນ 1.283.251 ຄອບຄົວ, 8.413 ບ້ານ ແລະ 148 ເມືອງໃນຂອບເຂດທົ່ວປະເທດ; ຜົນການປະເມີນຄັ້ງນີ້ ສະຫລຸບ ໃຫ້ເຫັນວ່າ ຍັງມີຄອບຄົວບໍ່ພົ້ນ ທຸກ 189.792 ຄອບຄົວ ເທົ່າກັບ 14,78%, ບ້ານບໍ່ພົ້ນທຸກ 2.173 ບ້ານກວມ 25,83% ແລະ ເມືອງບໍ່ ພົ້ນທຸກ 66 ເມືອງ ກວມ 44,59% ຊຶ່ງບັນດາສາເຫດທີ່ພາໃຫ້ບໍ່ພົ້ນທຸກ ມີດັ່ງນີ້. ຄອບຄົວບໍ່ພົ້ນທຸກ ມີ 2 ສາເຫດ ຕົ້ນຕໍຄື: 1)ຄອບຄົວຂາດອາຊີບຫລື ແຫລ່ງລາຍຮັບໝັ້ນຄົງ ເນື່ອງຈາກ ຂາດຄວາມຮູ້, ຄວາມກະຕືລືລົ້ນ ໃນການພັດທະນາຕົນເອງ, ຄອງ ຄອຍການຊ່ວຍເຫລືອຈາກພາກລັດ ແລະ ວິທີທຳມາຫາກິນແບບຄອງ ເດີມ; 2) ບໍ່ສາມາດເຂົ້າເຖິງການ ບໍລິການສາທາລະນະຂັ້ນພື້ນຖານ ເປັນຕົ້ນແມ່ນການເຂົ້າເຖິງການບໍລິ ການສາທາລະນະສຸກ, ການສຶກສາ, ນໍ້າສະອາດ. ບ້ານບໍ່ພົ້ນທຸກ ມີ 3 ສາເຫດຕົ້ນຕໍ ຄື: 1) ເສັ້ນທາງຄົມມະນາຄົມບໍ່ ສາມາດທຽວໄດ້ຕະຫລອດປີ; 2) ບໍ່ມີຕາຂ່າຍໄຟຟ້າໃນລະບົບ; 3) ບໍ່ ສາມາດເຂົ້າເຖິງການບໍລິການດ້ານ ໂທລະຄົມມະນາຄົມ ແລະ ການ ຂົນສົ່ງ. ເມືອງບໍ່ພົ້ນທຸກ ມີ 3 ສາເຫດ ຕົ້ນຕໍຄື: 1) ເສັ້ນທາງຄົມມະນາຄົມ ບໍ່ສາມາດທຽວໄດ້ຕະຫລອດປີ ແລະ ຍັງບໍ່ທັນເຊື່ອມຈອດກັບບ້ານ ພາຍໃນເມືອງ; 2) ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ບໍ່ ໄດ້ຮັບການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ຢ່າງມີປະສິດທິຜົນ; 3) ເທສະບານເມືອງ ບໍ່ໄດ້ຊົມໃຊ້ນໍ້າປະ ປາຊຸມຊົນ ຫລື ລະບົບນໍ້າປະປາ. ສະນັ້ນ, ລັດຖະບານໄດ້ຖືເອົາ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນວຽກ ບຸລິມະສິດ, ຈຳເປັນ, ຮີບດ່ວນ ແລະ ຍົກເປັນວາລະແຫ່ງຊາດ ແຕ່ ປີ 2027-2030 ເພື່ອສູ້ຊົນສ້າງ ຄອບຄົວພົ້ນທຸກ ໃຫ້ໄດ້ຫລາຍ ກວ່າ 100.000 ຄອບຄົວ ໃນ ຈໍານວນຄອບຄົວທຸກຍາກທີ່ຍັງ ເຫລືອ 189.792 ຄອບຄົວ, ເຮັດ ໃຫ້ອັດຕາສ່ວນຄອບຄົວທຸກຍາກ ຫລຸດຈາກ 14,78% ຍັງເຫລືອ ໜຶ່ງຕົວເລກ; ສ້າງບ້ານພົ້ນທຸກໃຫ້ ໄດ້ຫລາຍກວ່າ 1.000 ບ້ານ ໃນ ຈໍານວນບ້ານທຸກຍາກທີ່ຍັງເຫລືອ 2.173 ບ້ານ, ສ້າງເມືອງພົ້ນທຸກ ໃຫ້ໄດ້ຫລາຍກວ່າ 25 ເມືອງ ໃນ ຈໍານວນເມືອງທຸກຍາກທີ່ຍັງເຫລືອ 66 ເມືອງ. ໃນນີ້, ຈະສ້າງບ້ານຈຸດ ສຸມຕົວແບບໃນການແກ້ໄຂຄວາມ ທຸກຍາກ ໃຫ້ໄດ້ຢ່າງໜ້ອຍແຂວງ ລະ 4-5 ບ້ານ. ຂະນະທີ່ທ່ານ ມອນໄຊ ລາວມົວ ຊົ່ງ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາ ແຫ່ງຊາດ (ຄປຈສພຊ) ມີບາງ ທັດສະນະຕໍ່ບົດລາຍງານວາລະ ແຫ່ງຊາດ ວ່າດ້ວຍການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກດັ່ງນີ້. 1. ການພັດທະນາຊົນນະບົດໃນ ໄລຍະຜ່ານມາ ໂດຍສະເພາະການ ກໍ່ສ້າງພື້ນຖານໂຄງລ່າງ ເຫັນວ່າ ຍັງບໍ່ທັນມີຈຸດສຸມເທົ່າທີ່ຄວນເຊັ່ນ: ເສັ້ນທາງຄົມມະນາຄົມ, ໄຟຟ້າ, ໂທລະຄົມ ແລະ ການສື່ສານ, ໂຮງ ຮຽນ, ໂຮງໝໍ, ສຸກສາລາ, ສໍານັກ ງານອົງການ; ພ້ອມນີ້ ພື້ນຖານໂຄງ ລ່າງທີ່ໄດ້ຮັບການກໍ່ສ້າງສໍາເລັດ ບາງໂຄງການ, ບາງບ່ອນຍັງບໍ່ທັນ ຮັບປະກັນຄຸນນະພາບເທົ່າທີ່ຄວນ. ການແກ້ໄຂບັນຫາຊີວິດການເປັນຢູ່ ຂອງປະຊາຊົນ ຍັງບໍ່ທັນໄດ້ສຸມໃສ່ ຢ່າງສົມເຫດສົມຜົນ. 2. ການຈັດສັນພູມລໍາເນົາ ແລະ ອາຊີບຄົງທີ່ ຕ້ອງຮັບປະກັນ ຄວາມຍືນຍົງ; ການໂຮມບ້ານ ຕ້ອງ ສອດຄ່ອງກັບສະພາບຄວາມເປັນ ຈິງຂອງທ້ອງຖິ່ນ ໂດຍສະເພາະ ເຂດຍຸດທະສາດປ້ອງກັນຊາດ, ການ ໂຮມບ້ານບາງບ່ອນ ສາມາດໂຮມ ໄດ້ແຕ່ການຈັດຕັ້ງ, ແຕ່ປະຊາຊົນ ບໍ່ສາມາດໂຮມກັນໄດ້ ເນື່ອງຈາກ ທີ່ດິນທຳການຜະລິດບໍ່ພຽງພໍ, ເຮັດ ໃຫ້ປະຊາຊົນຈໍານວນໜຶ່ງ ກັບຄືນໄປ ຢູ່ບ້ານເກົ່າ ເພື່ອທໍາການຜະລິດ ແລະ ຕົກເຂົ້າສູ່ກໍລະນີແຍກຕົວອອກຫ່າງ ຈາກອໍານາດການປົກຄອງບ້ານ ແລະ ອໍານາດການປົກຄອງບ້ານ ບາງບ່ອນ ກໍບໍ່ສາມາດຄຸ້ມຄອງໄດ້ ຢ່າງທົ່ວເຖິງ, ກາຍເປັນຊ່ອງວ່າງ ກໍ່ໃຫ້ເກີດປາກົດການຫຍໍ້ທໍ້ເຊັ່ນ: ບັນຫາຢາເສບຕິດ, ການຄ້າຂາຍ ເຖື່ອນ, ການບຸກລຸກຊັບພະຍາກອນ ທຳມະຊາດ ແລະ ອື່ນໆ ຊຶ່ງສົ່ງຜົນ ກະທົບເຖິງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງ ສັງຄົມ. 3. ຄົ້ນຄວ້ານະໂຍບາຍ, ກຳນົດ ມາດຕະການຈັດຕັ້ງປະຕິບັດ ສໍາລັບ ປະຊາຊົນ ແລະ ພາກທຸລະກິດ ທັງ ພາຍໃນ ແລະ ຕ່າງປະເທດ ໃຫ້ມີ ຄວາມເໝາະສົມ ເພື່ອຮັບປະກັນໃຫ້ ປະຊາຊົນ ແລະ ພາກທຸລະກິດ ທັງ ພາຍໃນ ແລະ ຕ່າງປະເທດ ສາມາດ ປະກອບສ່ວນເຂົ້າໃນການຈັດຕັ້ງ ປະຕິບັດວາລະແຫ່ງຊາດນີ້ ໄດ້ຢ່າງ ມີປະສິດທິພາບ ແລະ ປະສິດທິຜົນ. 4. ແບ່ງຄວາມຮັບຜິດຊອບ ໃຫ້ແກ່ບາງຂະແໜງການຕື່ມ ເປັນ ຕົ້ນແມ່ນກະຊວງປ້ອງກັນປະເທດ ເນື່ອງຈາກບາງ ຈຸດສຸມທີ່ລັດຖະ ບານກໍານົດ ຕິດພັນກັບເຂດພື້ນຖານ ການປະຕິວັດ, ເຂດລຽບຊາຍແດນ; ທະນາຄານແຫ່ງ ສປປ ລາວ ຄົ້ນ ຄວ້າ, ສົ່ງເສີມບັນດາທະນາຄານ ທຸລະກິດ, ສະຖາບັນການເງິນ ມີ ນະໂຍບາຍປ່ອຍເງິນກູ້ທີ່ເໝາະສົມ ເພື່ອຮັບປະກັນໃຫ້ປະຊາຊົນເຂດ ຊົນນະບົດ ເຂົ້າເຖິງແຫລ່ງທຶນກູ້ຢືມ. 5. ຕ້ອງເພີ່ມທະວີຄວາມເຂັ້ມ ງວດ ແລະ ເດັດຂາດໃນການບັງຄັບ ໃຊ້ກົດໝາຍ ເພື່ອຄຸ້ມຄອງລັດຄຸ້ມຄອງສັງຄົມ, ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢ່າງມີປະສິດທິ ຜົນ ໂດຍສະເພາະການຄຸ້ມຄອງ ບັນດາໂຄງການຂຸດຄົ້ນແຮ່ທາດ ຕ່າງໆ ແລະ ຄຸ້ມຄອງບັນຫາສິ່ງ ແວດລ້ອມ. 6 . ສຸມໃສ່ສ້າງບຸກຄະລາ ກອນກັບທີ່ ຕິດພັນກັບການຫັນ ພະນັກງານລົງກໍ່ສ້າງຮາກຖານ ການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມ ທິດ 3 ສ້າງ. ທ່ານ ສັນຕິພາບ ພົມວິຫານ່ັິົິ
RkJQdWJsaXNoZXIy MTc3MTYxMQ==