09/07/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຫາລືຄຸ້ມຄອງການຂຸດຄົ້ນ...ືຸຸ້ົ້ ເປີດຝຶກອົບຮົມ....ີຶົົ ສສຊ ເຂດ 13 ສະເໜີ....ີ ທົບທວນວຽກງານສື່ສານ..ົື່ ສປປ ລາວ... ໃຫ້ລັດຖະບານສືບຕໍ່ເລັ່ງພັດທະ ນາຊົນນະບົດ, ເຂດຫ່າງໄກສອກ ຫລີກ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃຫ້ເປັນຮູບປະທຳ ແລະ ໃຫ້ເລັ່ງພັດທະນາພື້ນຖານ ໂຄງລ່າງຕ່າງໆ ໂດຍສະເພາະ ຖະໜົນຫົນທາງ. ໃນນັ້ນ, ທ່ານ ໄຊຍະເດດ ຜຸຍຍະວົງ ສະມາຊິກ ສະພາແຫ່ງຊາດ ເຂດເລືອກຕັ້ງ ທີ 13 ແຂວງສະຫວັນນະເຂດ ສະ ເໜີໃຫ້ລັດຖະບານສືບຕໍ່ສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ (MSME) ຊຶ່ງກວມອັດຕາສ່ວນ ສູງຂອງຫົວໜ່ວຍວິສາຫະກິດໃນ ສປປ ລາວ ໃຫ້ເຕີບໂຕ ແລະ ເຂັ້ມ ແຂງ ເພື່ອນຳໄປສູ່ການສ້າງອາຊີບ, ສ້າງລາຍຮັບ, ສ້າງວຽກເຮັດງານ ທຳໃຫ້ແກ່ປະຊາຊົນລາວ. ທ່ານ ໄຊຍະເດດ ຜຸຍຍະວົງ ຍັງໄດ້ສະເໜີລັດຖະບານຄວບຄຸມ ອັດຕາເງິນເຟີ້ໃຫ້ຢູ່ໃນລະດັບຕໍ່າ 3% ເພື່ອຊ່ວຍຫລຸດອັດຕາດອກເບ້ຍ ແນ ໃສ່ອໍານວຍຄວາມສະດວກໃຫ້ແກ່ ການດຳເນີນທຸລະກິດ ແລະ ສ້າງ ວຽກເຮັດງານທຳໃຫ້ປະຊາຊົນ ລາວບັນດາເຜົ່າ. ນອກນັ້ນ, ທ່ານ ໄດ້ສະເໜີໃຫ້ເພີ່ມຄວາມເຂັ້ມງວດ ໃນການຄຸ້ມຄອງອາຊີບສະຫງວນ ຫາລືໃນວຽກງານໂຄສະນາລະດົມ ຊຸມຊົນໃຫ້ມີຄວາມຮູ້ຄວາມເຂົ້າໃຈ ໃນການກັນພະຍາດ ແລະ ສົ່ງເສີມ ສຸຂະພາບ ໂດຍສະເພາະການສ້າງ ຄວາມເຂົ້າໃຈກ່ຽວກັບວຽກງານ ການໃຫ້ວັກຊິນກັນພະຍາດຂອງ ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ ໃຫ້ໄດ້ຮັບວັກຊິນຄົບຕາມເກນອາຍຸ ແລະ ຄົບຕາມຕາຕະລາງການໃຫ້ ວັກຊິນ. ທ່ານ ວັນນະໄຊ ຊາດຕະກູນ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ ໄດ້ກ່າວວ່າ: ວຽກງານ ສື່ສານລະດົມຊຸມຊົນ ຫລື ວຽກ ງານໂຄສະນາສຸຂະສຶກສາເປັນ ວຽກງານໜຶ່ງທີ່ມີຄວາມສຳຄັນ, ເປັນວຽກງານທີ່ປູກຈິດສຳນຶກ ໃຫ້ປະຊາຊົນ, ຄົນໃນຊຸມຊົນມີ ຄວາມຮູ້, ຄວາມເຂົ້າໃຈ ແລະ ໃຫ້ ຄວາມສຳຄັນໃນການຮັກສາສຸຂະ ຄວາມອາດສາມາດໃນການບໍລິ ຫານໃຫ້ແກ່ອົງການຈັດຕັ້ງພາກ ລັດ ແລະ ການຍົກສູງຄວາມຮັບ ຜ້ດຊອບຂອງບໍລິສັດທີ່ກ່ຽວຂ້ອງ ໃນການດໍາເນີນທຸລະກິດດັ່ງກ່າວ ຢູ່ ສປປ ລາວ. ທ່ານ ວຽງສະຫວ່າງ ທິບພະວົງ ຮອງຫົວໜ້າ ສອຄພ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນໝາກຜົນ ຂອງການຮ່ວມມືລະຫວ່າງສະຖາ ບັນ ສອຄພ ແລະ ສະພາຄໍາໂລກ ປະຈໍາປະເທດສິງກະໂປ ໃນການ ຈັດກອງປະຊຸມວິຊາການ ເພື່ອ ແລກປ່ຽນບົດຮຽນທາງດ້ານທິດ ສະດີ, ການປະຕິບັດງານ ແລະ ປະ ຖະແຫລງການຮ່ວມວ່າດ້ວຍການ ສ້າງຕັ້ງສາຍພົວພັນການທູດລະ ຫວ່າງ ສປປ ລາວ ແລະ ເຄືອຈັກ ກະພົບບາຮາມາສ, ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ ຮ່ວມ ລົງນາມໂດຍທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງ ໜ້າຖາວອນ ແຫ່ງ ສປປ ລາວ ປະ ຈໍາອົງການ ສປຊ ແລະ ຕາງໜ້າ ໃຫ້ລັດຖະບານແຫ່ງເຄືອຈັກກະພົບ ບາຮາມາສ ໂດຍທ່ານ ສະແຕນ ໂອດູມາ ສະມິດຕ໌ (H.E. Mr. Stan Oduma Smith) ເອກ ອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມ, ຜູ້ຕາງໜ້າຖາວອນແຫ່ງ ເຄືອຈັກກະພົບບາຮາມາສ ປະຈໍາ ອົງການ ສປຊ, ມີບັນດານັກການ ທູດທັງສອງຝ່າຍເຂົ້າຮ່ວມເປັນສັກ ຂີພິຍານ. ເຄືອຈັກກະພົບ ບາຮາມາສ ໄດ້ ຮັບເອກະລາດ ໃນວັນທີ10ກໍລະກົດ 1973 ຈາກປະເທດອັງກິດ, ມີນະ ຄ ອ ນ ຫ ລ ວ ງ ຊື່ ວ່ າ ນັ ສ ເ ຊົ າ (Nassau). ບາຮາມາສ ມີລະບົບ ໂອກາດນີ້,ທ່ານອຳຄາວົງໝື່ນກ້າ ໄດ້ມີຄຳເຫັນກ່າວວ່າ: ການຈັດຝຶກ ອົບຮົມດັ່ງກ່າວ ແນໃສ່ສ້າງບຸກຄະ ລາກອນໃນຂະແໜງການທ່ອງທ່ຽວ ໃຫ້ຮັບປະກັນທາງປະລິມານ ແລະ ຄຸນນະພາບ ເພື່ອຮອງຮັບການບໍລິ ການແກ່ນັກທ່ອງທ່ຽວທີ່ມາຢ້ຽມ ຢາມ ສປປ ລາວ ໃຫ້ໄດ້ຮັບປະສົບ ການທີ່ດີ, ມີຄວາມປະທັບໃຈ, ມາ ແລ້ວຢາກມາອີກ. ພ້ອມນີ້, ທ່ານ ຍັງເນັ້ນໃຫ້ສໍາມະນາກອນ ພ້ອມກັນ ຕັ້ງໃຈຄົ້ນຄວ້າ, ຮໍ່າຮຽນ, ປະກອບ ຄໍາຄິດເຫັນ ແລະ ເຂົ້າຮ່ວມກິດຈະ ກຳຕ່າງໆທີ່ທາງຄະນະຮັບຜິດຊອບ ໄດ້ຈັດໄວ້ຢ່າງຕັ້ງໜ້າ, ນໍາໃຊ້ໂອ ກາດນີ້ ເກັບກ່ຽວເອົາຄວາມຮູ້ ແລະ ປະສົບການທີ່ດີກ່ຽວກັບວິຊາການ sq ;|h k 78r rq [xtda [sq ;|h k 7totrq ;ra o8j k'xtgmfl6 odk'ra ddv,,6 oy fd6 [k ຂປລ.ໃນວັນທີ7ກໍລະກົດ2026, ສະຫາຍ ບຸນເຫລືອ ພັນດານຸວົງ ກໍາມະການສູນກາງພັກ, ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງ ພັກປະຊາຊົນປະຕິວັດລາວ (ຄຕພ) ໄດ້ພົບປະຜ່ານຮູບແບບວິດີໂອ ທາງໄກກັບສະຫາຍ ເອມີລິໂອ ຣັດມິຣ ໂລຊາດາ ກາຣເຊຍ ກໍາມະ ການສູນກາງພັກ, ຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ ກອມມູນິດກູບາ. ໃນໂອກາດດັ່ງກ່າວ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງ ຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ມີ ໂອກາດພົບປະຜ່ານວິດີໂອທາງໄກ ກັບສະຫາຍ ເອມີລິໂອ ຣັດມິຣ ໂລ ຊາດາ ກາຣເຊຍ. ຝ່າຍລາວ ໄດ້ແຈ້ງ ສະພາບການທີ່ພົ້ນເດັ່ນຢູ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ຜົນສໍາເລັດການຈັດກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ; ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນ ສຳເລັດອັນໃຫຍ່ຫລວງທີ່ປະຊາຊົນ ກູບາອ້າຍນ້ອງພາຍໃຕ້ການນໍາ ພາອັນເດັດດ່ຽວໜຽວແໜ້ນຂອງ ພັກກອມມູນິດກູບາ ຍາດມາໄດ້ ຕະຫລອດໄລຍະ 60 ກວ່າປີຜ່ານ ມາ ໂດຍສະເພາະຜົນສຳເລັດທີ່ມີ ຄວາມໝາຍຄວາມສຳຄັນໃນການ ພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາໝາກຜົນຂອງການ ປະຕິວັດໃນທ່າມກາງການຖືກປິດ ລ້ອມທາງດ້ານເສດຖະກິດ, ການ ຄ້າ ແລະ ການເງິນ ເປັນເວລາກວ່າ ຫົກທົດສະວັດ. ສະຫາຍ ເອມີລິໂອ ຣັດມິຣ ໂລຊາດາ ກາຣເຊຍ ໄດ້ແຈ້ງໃຫ້ ຊາບກ່ຽວກັບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກກອມມູນິດກູບາ ແລະ ການກະກຽມຈັດກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກກອມມູນິດກູບາ ກໍຄື ການພັດທະນາເສດຖະກິດສັງຄົມຂອງ ສ ກູບາ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດ ການຈັດກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ແລະ ຜົນ ສໍາເລັດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສຂອງພັກ ປະຊາຊົນປະຕິວັດລາວ, ອັນໄດ້ເຮັດ ໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ລາວ ໄດ້ຮັບການປັບປຸງໃຫ້ດີຂຶ້ນ ເທື່ອລະກ້າວ; ບົດບາດ ແລະ ອິດ ທິພົນຂອງພັກ ແລະ ລັດຖະບານ ສປປ ລາວ ນັບມື້ສູງເດັ່ນຂຶ້ນໃນ ເວທີພາກພື້ນ ແລະ ສາກົນ; ພ້ອມທັງ ສະແດງຄວາມຂອບໃຈມາຍັງພັກ, ລັດຖະບານ ແລະ ປະຊາຊົນລາວ ອ້າຍນ້ອງທີ່ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນການປະຕິວັດ ກູບາ ຕະຫລອດໄລຍະຜ່ານມາ. ສອງຝ່າຍຍັງໄດ້ຕີລາຄາສູງ ແລະ ປິຕິຍິນດີທີ່ສາຍພົວພັນ ແລະ ການຮ່ວມມືອັນດີງາມລະຫວ່າງ ລາວ ແລະ ກູບາ ສືບຕໍ່ໄດ້ຮັບການ ເສີມຂະຫຍາຍ ແລະ ເພີ່ມພູນຄູນ ສ້າງ; ປຶກສາຫາລືກ່ຽວກັບທິດທາງ ໃນການເສີມຂະຫຍາຍສາຍພົວພັນ ຮ່ວມມືໃນຕໍ່ໜ້າ; ປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບບັນຫາ ພາກພື້ນ ແລະ ສາກົນ ທີ່ທັງສອງ ຝ່າຍມີຄວາມສົນໃຈ. ສຳລັບຄົນລາວ ເພື່ອປ້ອງກັນການ ບຽດຢຶດອາຊີບ ແລະ ທຸລະກິດ ຈາກຄົນຕ່າງປະເທດ, ພ້ອມນີ້ທ່ານ ຍັງສະເໜີໃຫ້ນຳໃຊ້ເຕັກໂນໂລຊີດີ ຈິຕອນໃນການຄຸ້ມຄອງຂໍ້ມູນປະ ຊາກອນໃຫ້ເປັນລະບົບ, ຮັດກຸມ ໂດຍໃຫ້ມີການບັນທຶກຂໍ້ມູນຕັ້ງແຕ່ ເກີດຈົນເຖິງວາລະສຸດທ້າຍຂອງ ຊີວິດ, ໃຜເຮັດຫຍັງ, ຢູ່ໃສ, ມີຊັບ ສິນ, ໜີ້ສິນຫຍັງແດ່ເພື່ອເພີ່ມທະ ວີຄວາມໂປ່ງໃສ ແລະ ຍົກສູງປະ ສິດທິພາບໃນການຄຸ້ມຄອງລັດ, ຄຸ້ມ ຄອງສັງຄົມໃຫ້ມີຄວາມເປັນລະ ບຽບຮຽບຮ້ອຍ. ທ່ານ ໄຊຍະເດດ ຜຸຍຍະວົງ ຍັງ ໄດ້ເນັ້ນຕື່ມວ່າ: ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ບໍ່ຄວນສຸມໃສ່ພຽງ ແຕ່ເຂດຊົນນະບົດແຕ່ຄວນກຳນົດ ນະໂຍບາຍມະຫາພາກດ້ານການ ເງິນ ແລະ ເງິນຕາ ເພື່ອສ້າງສະພາບ ແວດລ້ອມທີ່ເອື້ອອຳນວຍຕໍ່ການ ດຳເນີນທຸລະກິດ ແລະ ການສ້າງ ວຽກເຮັດງານທຳ. ການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກມັນຕິດພັນກັບການຈັດ ສັນອາຊີບຄົງທີ່ຕາມໂຄງປະກອບ ເສດຖະກິດຂອງ ສປປ ລາວ ຕາມ ອັດຕາສ່ວນທີ່ສະຫລຸບໃນແຜນ 5 ປີ ຄັ້ງທີ 9 ເຫັນວ່າ: ຂະແໜງກະ ສິກຳກວມອັດຕາສ່ວນ 19,4%, ອຸດສາຫະກໍາກວມອັດຕາສ່ວນ 32,5% ແລະ ການບໍລິຫານກວມ ອັດຕາສ່ວນ 41,3%ຊຶ່ງສະແດງໃຫ້ ເຫັນວ່າການພັດທະນາມີລັກສະນະ ຫັນປ່ຽນຈາກຂະແໜງກະສິກຳ ໄປສູ່ຂະແໜງອຸດສາຫະກຳ ແລະ ການບໍລິການ ຊຶ່ງເປັນຜົນມາຈາກ ນະໂຍບາຍສົ່ງເສີມການລົງທຶນຂອງ ລັດຖະບານ ແລະ ການສ້າງວຽກ ເຮັດງານທຳໃຫ້ແກ່ແຮງງານຈາກ ເຂດຊົນນະບົດ. ຂ່າວ: ທະນູທອງ ພາບ ໂດຍປະຕິບັດພຶດຕິກຳການ ດຳລົງຊີວິດໃຫ້ຖືກສຸຂະລັກສະນະ ຄື ກິນສະອາດ, ດື່ມສະອາດ ແລະ ຢູ່ສະອາດ ຊຶ່ງເປັນພື້ນຖານການປະ ຕິບັດອະນາໄມ 3 ສະອາດ, ເຖິງ ຢ່າງໃດກໍຕາມຍັງມີອົງປະກອບ ອື່ນທີ່ສຳຄັນໃນການກັນພະຍາດ ແລະ ສົ່ງເສີມສຸຂະພາບໜຶ່ງໃນ ນັ້ນ ກໍຄື ເດັກນ້ອຍທີ່ເກີດມາຕ້ອງ ໄດ້ຮັບວັກຊິນໃຫ້ຄົບໂດສ ຕາມ ຕາຕະລາງການໃຫ້ວັກຊິນກັນພະ ຍາດແຫ່ງຊາດກ່ອນເດັກຈະອາຍຸ ໄດ້ 5 ປີ. ສິ່ງດັ່ງກ່າວ, ຍັງເປັນ ບັນຫາ ແລະ ສິ່ງທ້າທາຍສຳລັບ ສາທາລະນະສຸກ ຍ້ອນພູມສັນຖານ ຂອງປະເທດ, ບ້ານເຮືອນຂອງປະ ຊາຊົນຕັ້ງຢູ່ເຂດຫ່າງໄກ, ເຂດທີ່ ເຂົ້າເຖິງຍາກ, ພາສາປາກເວົ້າທີ່ ແຕກຕ່າງກັນ, ຄວາມເຊື່ອດັ້ງເດີມ ລວມໄປເຖິງຄວາມບໍ່ເຊື່ອໝັ້ນຕໍ່ວັກ ຊິນ, ສັກແລ້ວລູກເຈັບ, ສັກແລ້ວ ລູກໄຂ້, ສັກແລ້ວຈະພາໃຫ້ລູກເສຍ ຊີວິດ ຫລື ບໍ່ເຂົ້າໃຈວ່າສັກຢາກັນ ພະຍາດແມ່ນສັກໄປເພື່ອຫຍັງ, ສັກຍ້ອນແພດມາສັກ, ສັກຍ້ອນມີ ແຈ້ງການຈາກການຈັດຕັ້ງ. ສິ່ງ ເຫລົ່ານັ້ນແມ່ນຕິດພັນກັບວຽກງານ ສື່ສານໃນການລະດົມຊຸມຊົນຈະ ຕ້ອງໄດ້ອອກແຮງ ເພື່ອສ້າງຄວາມ ເຊື່ອໝັ້ນກັບຊຸມຊົນເພື່ອເອົາຊະນະຕໍ່ ກັບອຸປະສັກ ແລະ ຄວາມເຊື່ອຕ່າງໆ ທີ່ບໍ່ຖືກຕ້ອງຕໍ່ກັບວຽກງານການໃຫ້ ວັກຊິນ. ເພື່ອເພີ່ມອັດຕາປົກຄຸມວັກຊິນ ກັນພະຍາດ ໂດຍສະເພາະແມ່ນພະ ຍາດໂປລີໂອ ແລະ ພະຍາດໝາກ ແດງກະຊວງສາທາລະນະສຸກ ຮ່ວມ ກັບຄູ່ຮ່ວມພັດທະນາໄດ້ຈັດຕັ້ງ ປະຕິບັດຂະບວນການຢອດວັກຊິນ ກັນພະຍາດໂປລີໂອ ແລະ ສັກວັກ ຊິນກັນພະຍາດໝາກແດງໃຫຍ່- ໝາກແດງນ້ອຍ ເພີ່ມໃຫ້ກຸ່ມເດັກ ອາຍຸລຸ່ມ 5 ປີ ໃນຂອບເຂດທົ່ວປະ ເທດ ເພື່ອຮັບປະກັນໃຫ້ເດັກນ້ອຍ ໃນກຸ່ມເປົ້າໝາຍທຸກຄົນທັງໃນຕົວ ເມືອງ ແລະ ຊົນນະບົດໃຫ້ໄດ້ຮັບວັກ ຊິນທຸກຖ້ວນໜ້າ ໂດຍບໍ່ໃຫ້ມີເດັກຄົນ ໃດພາດໂອກາດ. ຂ່າວ-ພາບ: ກິດຕາ ການປົກຄອງແບບເຄືອຈັກກະພົບ ໂດຍມີກະສັດອັງກິດ ເປັນປະມຸກ ລັດ ຊຶ່ງມີຜູ້ສໍາເລັດຣາຊະການ ເປັນ ຜູ້ຕາງໜ້າ ແລະ ນາຍົກລັດຖະມົນຕີ ເປັນຫົວໜ້າລັດຖະບານ; ບາຮາ ມາສ ເປັນປະເທດເກາະດອນ ປະ ກອບດ້ວຍເກາະດອນໃຫຍ່ ແລະ ນ້ອຍກວ່າ 700 ດອນ, ມີເນື້ອທີ່ ທັງໝົດ 13.943 ກິໂລຕາແມັດ, ຕັ້ງຢູ່ມະຫາສະໝຸດອັດລັງຕິກ, ມີ ປະຊາກອນປະມານ 412.628 ຄົນ; ພາສາທາງການ: ອັງກິດ, ນັບ ຖືສາສະໜາຄຣິສ ເປັນສ່ວນໃຫຍ່ (ໂປຣແຕັສແຕັງ, ກາໂຕລິກ) ແລະ ຖືສາສະໜາອື່ນໆ ແລະ ໃຊ້ ສະກຸນເງິນ: Bahamian dollar (BSD), ລາຍໄດ້ສະເລ່ຍຕໍ່ຫົວ ຄົນຕໍ່ປີປະມານ 35.257 ໂດລາ ສະຫະລັດ(2024), ທ່າແຮງດ້ານ ເສດຖະກິດທີ່ສຳຄັນແມ່ນການທ່ອງ ທ່ຽວ (ປະມານ 11 ລ້ານຄົນ ໃນປີ 2024), ການບໍລິການດ້ານການ ເງິນ, ສາຂາສະຖາບັນການເງິນ ທີ່ສໍາຄັນຂອງໂລກຈໍານວນໜຶ່ງ ແລະ ອື່ນໆ. ເຄືອຈັກກະພົບ ບາຮາມາສ ໄດ້ເຂົ້າເປັນສະມາຊິກອົງການສະ ຫະປະຊາຊາດ ໃນວັນທີ 18 ກັນຍາ 1973, ໃນຖານະທີ່ເປັນສະມາຊິກ ຂອງສະຫະປະຊາຊາດ, ບາຮາ ມາສ ໄດ້ປະກອບສ່ວນຢ່າງຫ້າວ ຫັນໃນຂົງເຂດຕ່າງໆຂອງ ສປຊ ລວມທັງເປັນສະມາຊິກຂອງສະ ພາ ເສດຖະກິດ-ສັງຄົມ ສປຊ (ECOSOC) ການລົງສະໝັກ ເປັນສະມາຊິກບໍ່ຖາວອນສະພາ ຄວາມໝັ້ນຄົງຂອງອົງການສະຫະ ປະຊາຊາດ ສໍາລັບສົກປີ 20322033 ຊຶ່ງສະແດງໃຫ້ເຫັນຄວາມ ມຸ່ງໝັ້ນທີ່ຈະປະກອບສ່ວນການ ເຄື່ອນໄຫວໃນຂອບວຽກອົງການ ສປຊ ຢ່າງຕັ້ງໜ້າ ເພື່ອເຮັດບົດບາດ ປະກອບສ່ວນການແກ້ໄຂບັນຫາ ຕ່າງໆເຊັ່ນ: ສະພາບການປ່ຽນແປງ ດິນຟ້າອາກາດ ແລະ ການແກ້ໄຂ ບັນຫາດ້ານການພັດທະນາຂອງ ບັນດາປະເທດທີ່ເກາະດອນນ້ອຍ ກຳລັງພັດທະນາ(SIDS). ນອກ ຈາກນັ້ນ, ຍັງມີບົດບາດການເຄື່ອນ ໄຫວຢ່າງຫ້າວຫັນໃນນາມເປັນສະ ມາຊິກຂອງຂະບວນການບໍ່ຮ່ວມ ກຸ່ມ NAM ແລະ ກຸ່ມ G77 ແລະ ສປ ຈີນ. ໂອກາດນີ້, ທັງສອງຝ່າຍຍັງ ໄດ້ຢືນຢັນຄືນໃນການສືບຕໍ່ເສີມ ຂະຫຍາຍສາຍພົວພັນ ແລະ ການ ຮ່ວມມືໃນດ້ານຕ່າງໆໃນຕໍ່ໜ້າ, ລວມທັງການສະໜັບສະໜູນເຊິ່ງ ກັນ ແລະ ກັນໃນເວທີສາກົນ. ປັດ ຈຸບັນ, ສປປ ລາວ ພວມເຮັດໜ້າທີ່ ເປັນສະມາຊິກສະພາບໍລິຫານອົງ ການອຸຍນີເຊັບ ແລະ ສະພາບໍລິຫານ ງານກຸ່ມປະເທດກຳລັງພັດທະນາ ທີ່ບໍ່ມີຊ າ ຍແດນຕິດກັບທະ ເ ລ (LLDCs). ການສ້າງຕັ້ງສາຍ ພົວພັນການທູດຄັ້ງນີ້ ເປັນການ ປະກອບສ່ວນໃຫ້ແກ່ການຈັດຕັ້ງປະ ຕິບັດແນວທາງການຕ່າງປະເທດ ຂອງ ສປປ ລາວ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການ ຮ່ວມມື” ອັນສະເໝີຕົ້ນສະເໝີປາຍ ຂອງ ສປປ ລາວ ແລະ ເຮັດໃຫ້ ສປປ ລາວ ມີສາຍພົວພັນການທູດ ກັບຕ່າງປະເທດເພີ່ມຂຶ້ນເປັນ 153 ປະເທດ ໃນທົ່ວໂລກ. ນຳທ່ຽວເພາະຫລັງຈາກສິ້ນສຸດ ການຝຶກອົບຮົມແລ້ວ, ບັນດາທ່ານ ຈະກາຍເປັນພະນັກງານນຳທ່ຽວ ທີ່ມີບົດບາດ, ໜ້າທີ່ສໍາຄັນ ແລະ ມີ ກຽດປຽບເໝືອນທູດວັດທະນະທໍາ ທີ່ເປັນຕົວແທນຂອງປະເທດລາວ ໃນການຕ້ອນຮັບນັກທ່ອງທ່ຽວ. ພ້ອມທັງສະແດງຄວາມເຊື່ອໝັ້ນ ວ່າພວກເຮົາຈະພ້ອມກັນບັນລຸຕາມ ຈຸດປະສົງຄາດໝາຍຂອງການ ຝຶກອົບຮົມ ແລະ ຈະສາມາດຫລຸດ ຜ່ອນບັນຫາພະນັກງານນໍາທ່ຽວ ຕ່າງຊາດອະທິບາຍ ແລະ ໃຫ້ຂໍ້ມູນ ເອງ ຊຶ່ງຂັດກັບລະບຽບກົດໝາຍ ຂອງບ້ານເຮົາທີ່ກໍາລັງເປັນບັນຫາ ໃນປັດຈຸບັນ. ທ່ານ ນາງ ເພັນປະພາ ພົງສາ ຮອງຫົວໜ້າສະຖາບັນວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ: ຊຸດຝຶກ ອົບຮົມຄັ້ງນີ້ ຈະໄດ້ມີການບັນຍາຍ ພິເສດຈາກ 3 ກົມທ່ອງທ່ຽວ ເຊັ່ນ: ກົມພັດທະນາການທ່ອງທ່ຽວ, ກົມ ຄຸ້ມຄອງການທ່ອງທ່ຽວ, ກົມສົ່ງ ເສີມການຕະຫລາດທ່ອງທ່ຽວ ແລະ ມີການບັນຍາຍພິເສດກ່ຽວກັບພຶດ ຕິກຳ ແລະ ການບໍລິການນັກທ່ອງ ທ່ຽວຈີນ ຈາກວິທະຍາໄລຈຽງຊູ ສປ ຈີນ ທີ່ມີ MOU ຮ່ວມກັນ. ພ້ອມນີ້, ໃນຫລາຍວິຊາຮຽນຫລັກ ຈະມີທັງພາກທິດສະດີ ແລະ ພາກ ປະຕິບັດຕົວຈິງໃນວິຊານັ້ນໆ, ໄດ້ ມີການປັບປຸງເກນການປະເມີນ ແລະ ໃຫ້ຄະແນນພາກປະຕິບັດ ຕົວຈິງໃຫ້ຮອບດ້ານຂຶ້ນກວ່າເກົ່າ ແລະ ຍັງຈະມີການລົງພາກປະຕິບັດ ຕົວຈິງ ໂດຍການລົງພື້ນທີ່ແຫລ່ງ ທ່ອງທ່ຽວ ແລະ ສະແດງບົດບາດ ສົມມຸດເປັນພະນັກງານນຳທ່ຽວຢູ່ ແຫລ່ງທ່ອງທ່ຽວຕົວຈິງ ໂດຍມີຄະ ນະກຳມະການຕິດຕາມໃຫ້ຄະແນນ ຕາມເກນທີ່ກຳນົດໄວ້. ພາຍຫລັງທີ່ສຳເລັດການຝຶກອົບ ຮົມແລ້ວສະຖາບັນວັດທະນະທຳ ແລະ ການທ່ອງທ່ຽວ ຈະໄດ້ສົ່ງ ລາຍຊື່ທີ່ໄດ້ຮັບການຢັ້ງຢືນການຝຶກ ອົບຮົມແລ້ວໃຫ້ກົມຄຸ້ມຄອງທຸລະ ກິດທ່ອງທ່ຽວອອກບັດນຳທ່ຽວໃນ ຂັ້ນຕໍ່ໄປ. *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ສົບການກ່ຽວກັບການຄຸ້ມຄອງ ການຂຸດຄົ້ນແຮ່ຄຳຂອງໂຄງການ ຂະໜາດນ້ອຍຢູ່ ສປປ ລາວ ຊຶ່ງ ເປັນຫົວຂໍ້ທີ່ມີຄວາມສໍາຄັນ ແລະ ເຄັ່ງຮ້ອນຂອງປະເທດໃນໄລຍະ ຜ່ານມາ, ການຮຽນຮູ້ບົດຮຽນຈາກ ຊ່ຽວຊານສາກົນ ແລະ ຮັບຟັງສະ ພາບການຄຸ້ມຄອງການຂຸດຄົ້ນແຮ່ ຄໍາຂອງປະເທດຈາກຜູ້ຕາງໜ້າ ຂອງກົມທໍລະນີສາດ ແລະ ບໍ່ແຮ່ ກະຊວງ ອຄ ແມ່ນເປັນໂອກາດທີ່ ດີຫລາຍໃນການພັດທະນາຄວາມ ຮູ້-ຄວາມເຂົ້າໃຈຕໍ່ຜູ້ເຂົ້າຮ່ວມ. ການຈັດງານຄັ້ງນີ້, ແນໃສ່ຍົກ ສູງຄວາມຮູ້ທາງດ້ານວິຊາການ ແລະ ບົດຮຽນຕົວຈິງຈາກຊ່ຽວ ຊານທີ່ມີປະສົບການໃນລະດັບ ສາກົນ; ຍົກລະດັບດ້ານເຕັກນິກ ການຄຸ້ມຄອງ ແລະ ພັດທະນາຂີດ ຄວາມສາມາດໃຫ້ແກ່ພະນັກງານ ຄຸ້ມຄອງ ແລະ ຫົວໜ່ວຍທຸລະກິດ; ສ້າງເຄືອຂ່າຍການຮ່ວມມືໃນວຽກ ງານຄຸ້ມຄອງ ແລະ ປະສານງານ ລະຫວ່າງພາກລັດ ແລະ ເອກະຊົນ ເພື່ອຍົກສູງວຽກງານຄຸ້ມຄອງການ ຂຸດຄົ້ນທໍລະນີສາດ ແລະ ບໍ່ແຮ່ ຂອງລາວໃຫ້ມີເຂັ້ມແຂງ ແລະ ມີ ປະສິດທິພາບ. ໃນກອງປະຊຸມຜູ້ ເຂົ້າຮ່ວມໄດ້ຮັບຟັງສະພາບການ ຄຸ້ມຄອງການຂຸດຄົ້ນແຮ່ຄໍາຂອງ ປະເທດຈາກຜູ້ຕາງໜ້າກົມທໍລະນີ ສາດ ແລະ ບໍ່ແຮ່ ກະຊວງ ອຄ, ບົດຮຽນ ແລະ ປະສົບການການ ຂຸດຄົ້ນ ແລະ ປຸງແຕ່ງຄໍາຈາກຜູ້ ຊ່ຽວຊານສາກົນ, ຕ້ອງໂສ້ອຸປະ ທານຄໍາທີ່ຍືນຍົງ ແລະ ການເຂົ້າເຖິງ ຕະຫລາດ ແລະ ການສົນທະນາ ແລກປ່ຽນຈາກຜູ້ເຂົ້າຮ່ວມຕື່ມອີກ.
RkJQdWJsaXNoZXIy MTc3MTYxMQ==