7315

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 09/07/2026 xtgmf]k; ຂະແໜງກະສິກຳ...ິ ລະບົບຄຸ້ມຄອງ...ົຸ້ ຍທຂ ຈະສຸມໃສ່ປັບປຸງ...ຸ່ັຸ ສື່ມວນຊົນ...ື່ົ ກະຊວງການເງິນ...ິ ຫຍຸ້ງຍາກ ແລະ ບັນຫາຄົງຄ້າງ ຕ່າງໆໃນວາລະດຳເນີນກອງປະ ຊຸມສະໄໝວິສາມັນເທື່ອທີ 1 ຂອງ ສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ກໍລະກົດ 2026 ວ່າ: ໄລຍະ ກ່ອນການເກັບລາຍຮັບຫັນເປັນ ທັນສະໄໝສ່ວນໃຫຍ່ໄດ້ເກັບລາຍ ຮັບເປັນເງິນສົດ, ແຕ່ພາຍຫລັງ ກະຊວງການເງິນ ໄດ້ສຸມໃສ່ຫັນ ເປັນທັນສະໄໝນັບແຕ່ປີ 2020 ເປັນຕົ້ນມາບວກກັບການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ໂດຍສະ ເພາະຄຳສັ່ງເລກທີ 18/ນຍ ແລະ ດຳລັດເລກທີ 205 ຮອດປັດຈຸບັນ, ອັດຕາສ່ວນການຈັດເກັບລາຍຮັບ ຜ່ານລະບົບທະນາຄານ ເຄື່ອງມື ທັນສະໄໝອື່ນໆກວມເອົາ 95% ແລະ ເກັບເປັນເງິນສົດມີພຽງ 5% ຂອງລາຍຮັບທັງໝົດ. ການຫັນ ເປັນທັນສະໄໝຂອງຂະແໜງພາສີ ສາມາດເກັບລາຍຮັບໄດ້ເພີ່ມຂຶ້ນ ຢ່າງຕໍ່ເນື່ອງໃນໄລຍະ 3 ປີຜ່ານມາ, ທຽບໄລຍະດຽວກັນສະເລ່ຍປີລະ 34%, ປັດຈຸບັນນໍາໃຊ້ຢູ່ນະຄອນ ຫລວງວຽງຈັນ ແລະ ຈະຜັນຂະ ຫຍາຍໄປຂອບເຂດທົ່ວປະເທດ. ພາຍຫລັງການຜັນຂະຫຍາຍ ແລະ ນໍາໃຊ້ລະບົບຄຸ້ມຄອງການ ເກັບລາຍຮັບສ່ວຍສາອາກອນທີ່ມີ ບັນດາຫົວໜ່ວຍວິສາຫະກິດຫລາຍ ກວ່າ 195.000 ຫົວໜ່ວຍ, ເຮັດໃຫ້ ສາມາດຄຸ້ມຄອງ ຕິດຕາມເກັບລາຍ ຮັບຜ່ານລະບົບໄດ້ເພີ່ມຂຶ້ນ 251% ທຽບໃສ່ກ່ອນການນໍາໃຊ້ລະບົບ ຫລື ເພີ່ມຂຶ້ນສະເລ່ຍຫລາຍກວ່າ 20% ໃນແຕ່ລະປີ; ການເກັບອາກອນ ຈາກການຄ້າທາງເອເລັກໂຕຣນິກ (Digital Tax) ໂດຍສະເພາະການ ລົງທະບຽນຂອງຫົວໜ່ວຍທີ່ບໍ່ມີທີ່ ຕັ້ງຢູ່ປະເທດລາວ (Microsoft, FaceBook, Youtube, Netfix ແລະ ອື່ນໆ) ທີ່ໄດ້ເລີ່ມຈັດຕັ້ງ ປະຕິບັດນັບແຕ່ທ້າຍປີ 2024 ເປັນ ຕົ້ນມາສາມາດເກັບລາຍຮັບໄດ້ປະ ມານ 12 ລ້ານໂດລາສະຫະລັດ; ໄດ້ສຳເລັດການຜັນຂະຫຍາຍລະບົບ ຄຸ້ມຄອງໃບເກັບເງິນອາກອນເອເລັກ ໂຕຣນິກ (E-Tax Invoice) ຢູ່ 4 ແຂວງ ຄື: ແຂວງວຽງຈັນ (ເມືອງ ວັງວຽງ), ແຂວງຫລວງພະບາງ (ນະຄອນຫລວງພະບາງ), ແຂວງ ຈຳປາສັກ (ເສັ້ນທາງເລກ 16) ແລະ ນະຄອນຫລວງວຽງຈັນ, ສາ ມາດເກັບລາຍຮັບເພີ່ມຂຶ້ນໄດ້ 25 ຕື້ກວ່າກີບ. ຖ້າຫາກສາມາດຜັນ ຂະຫຍາຍ ແລະ ນໍາໃຊ້ຢ່າງເປັນ ລະບົບກັບທຸກຫົວໜ່ວຍທຸລະກິດ ຈະເຮັດໃຫ້ລາຍຮັບຂອງທ້ອງຖິ່ນ ເພີ່ມຂຶ້ນ ແລະ ເກີນແຜນ, ພ້ອມ ທັງເປັນການປັບປຸງການຖືບັນຊີທີ່ ຖືກຕ້ອງ ແລະ ເປັນເງື່ອນໄຂໃຫ້ ຫົວໜ່ວຍທຸລະກິດເຂົ້າເຖິງສິນເຊື່ອ ຜ່ານກອງທຶນເພື່ອການພັດທະນາ ວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ໄດ້ເພີ່ມຂຶ້ນ; ສຳ ເລັດການເຊື່ອມຕໍ່ຖານຂໍ້ມູນທີ່ດິນ ແຫ່ງຊາດ ກັບລະບົບຄຸ້ມຄອງລາຍ ຮັບສ່ວຍສາອາກອນ, ສາມາດດຶງ ຂໍ້ມູນຕອນດິນໄດ້ 2 ລ້ານກວ່າຕອນ ແລະ ສຳເລັດການກຳນົດທີ່ຕັ້ງຂອງ ຕອນດິນ 1,4 ລ້ານຕອນ; ປະຊາຊົນ ສາມາດນໍາໃຊ້ແອັບປະເພດການນໍາ ການຕິດຕາມກວດກາຄຸນນະພາບ ແນວໃດ? ຕໍ່ຄຳຖາມນີ້ ທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການເງິນ ໄດ້ຊີ້ແຈງສະເພາະບັນຫາ ທີ່ຕິດພັນກັບກະຊວງການເງິນ ດັ່ງ ນີ້: ມາຮອດປັດຈຸບັນ, ໂຄງການສຳ ປະທານບໍ່ແຮ່ ທີ່ສູນກາງອະນຸມັດ ມີ 407 ໂຄງການ, ມີລາຍຮັບຈາກ ຄ່າສຳປະທານໃນປີ 2025 ຫລາຍ ກວ່າ 139 ລ້ານໂດລາສະຫະລັດ. ແນວໃດກໍຕາມ, ເຫັນວ່າລາຍຮັບ ຈາກຄ່າເຊົ່າ-ຄ່າສຳປະທານ ຍັງ ບໍ່ທັນສົມຄູ່ກັບຄວາມເປັນຈິງ. ອີກ ດ້ານໜຶ່ງເຫັນວ່າ: ການເກັບກຳ ຖານຂໍ້ມູນການອະນຸມັດເນື້ອທີ່ສຳ ປະທານ ແລະ ການເກັບລາຍຮັບ, ຍັງບໍ່ມີການເຊື່ອມຂໍ້ມູນລວມສູນ ຜ່ານລະບົບຄຸ້ມຄອງຖານຂໍ້ມູນທັນ ສະໄໝ ເຮັດໃຫ້ທັງສູນກາງ ແລະ ທ້ອງຖິ່ນຍັງມີລາຍຮັບຮົ່ວໄຫລ ແລະ ເນື້ອທີ່ທັບຊ້ອນກັນ. ສະນັ້ນ, ຕ້ອງໄດ້ມີການເຊື່ອມຕໍ່ຖານຂໍ້ມູນ ກັບລະບົບຂອງກະຊວງການເງິນທີ່ ມີຢູ່ໃນປັດຈຸບັນ ເພື່ອຄຸ້ມຄອງລວມ ສູນການເກັບລາຍຮັບຄ່າເຊົ່າ-ສຳ ປະທານ. ເພື່ອຮັບປະກັນການລົງທຶນຂອງ ລັດ ໃຫ້ສາມາດສ້າງຜົນຕອບແທນ ທາງເສດຖະກິດ ແລະ ເກັບລາຍ ຮັບໄດ້ຖືກຕ້ອງ, ສອດຄ່ອງຕາມ ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ, ກະຊວງການເງິນ ໄດ້ດຳເນີນການ ຈັດຕັ້ງປະຕິບັດມາດຕະການກວດ ກາຄຸນນະພາບແຮ່ທາດ ກ່ອນສົ່ງ ອອກຢູ່ບັນດາດ່ານເປົ້າໝາຍເຫັນ ວ່າຍັງມີຊ່ອງວ່າງຫລາຍດ້ານທີ່ຈະ ຕ້ອງໄດ້ຮີບຮ້ອນແກ້ໄຂ ໂດຍສະ ເພາະແມ່ນມີການແຈ້ງບໍ່ຖືກຕ້ອງ ກັບຕົວຈິງທາງດ້ານປະເພດແຮ່ ທາດ, ປະລິມານ-ນ້ຳໜັກ, ຄວາມ ເຂັ້ມຂຸ້ນດ້ານຄຸນນະພາບຂອງແຮ່ ທາດ ແລະ ແຮ່ຕິດພັນທີ່ມີຄ່າໃນ ເວລາສົ່ງອອກເຮັດໃຫ້ມີຊ່ອງວ່າງ ຮົ່ວໄຫລດ້ານລາຍຮັບຢ່າງຫລວງ ຫລາຍ. ຕໍ່ກັບບັນຫາດັ່ງກ່າວ, ກະຊວງການເງິນ ກຳລັງຜັນຂະ ຫຍາຍສ້າງຕັ້ງຫ້ອງກວດກາຄຸນນະ ພາບແຮ່ທາດ ກ່ອນການສົ່ງອອກ ສະໜອງນໍ້າປະປາໃຫ້ແກ່ຊຸມຊົນ ໂດຍສະເພາະບັນດາຕາແສງ ແລະ ບ້ານທີ່ຍັງບໍ່ທັນມີນໍ້າກິນ-ນໍ້າໃຊ້ ແລະ ການພັດທະນາຕົວເມືອງ (ແຜນຜັງຕາແສງ ແລະ ບ້ານ). ທ່ານ ເຫລັກໄຫລ ສີວິໄລ ລັດ ຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຊີ້ແຈງຕໍ່ຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບການພັດທະນາພື້ນຖານ ໂຄງລ່າງ ໂດຍສະເພາະການກໍ່ ສ້າງ-ສ້ອມແປງຖະໜົນຫົນທາງ ແລະ ການພັດທະນາລະບົບສະໜອງ ນ້ຳປະປາໃຫ້ແກ່ຊຸມຊົນໃນກອງ ປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ກໍລະກົດ 2026 ນີ້ ວ່າ: ເພື່ອຮັບປະກັນການກໍ່ສ້າງ, ບູ ລະນະສ້ອມແປງເສັ້ນທາງຫລວງ ແຫ່ງຊາດ, ເສັ້ນທາງທ້ອງຖິ່ນ, ເສັ້ນທາງເຊື່ອມຕໍ່ລະຫວ່າງແຂວງ, ເມືອງ, ຕາແສງ ແລະ ບ້ານ ເຮັດໃຫ້ ການຂົນສົ່ງສິນຄ້າ, ການທ່ອງທ່ຽວ ແລະ ການສັນຈອນຂອງປະຊາຊົນ ມີຄວາມສະດວກໂລ່ງລ່ຽນ ແລະ ຫລຸດຜ່ອນອຸບັດເຫດ ກະຊວງໂຍທາ ທິການ ແລະ ຂົນສົ່ງ ໄດ້ວາງກົນໄກ ໃນການຈັດຕັ້ງປະຕິບັດ ໂດຍຈະສຸມ ໃສ່ຈັດຕັ້ງປະຕິບັດບັນດາໂຄງການ ທີ່ມີທຶນແລ້ວ ແລະ ບັນດາໂຄງການ ທີ່ໄດ້ເຊັນສັນຍາກັບລັດຖະບານ ແລ້ວ ໂດຍສະເພາະກອງທຶນທາງທີ່ ກໍາລັງຈັດຕັ້ງປະຕິບັດຢູ່ໃນຂອບເຂດ ທົ່ວປະເທດ; ຄົ້ນຄວ້າສ້າງແຜນ ສິ່ງແວດລ້ອມ ໄດ້ກຳນົດທິດທາງ, ແຜນການ, ວິທີການ ແລະ ມາດ ຕະການຕ່າງໆຈັດຕັ້ງປະຕິບັດຢ່າງ ເຂັ້ມງວດ ໂດຍສະເພາະຈະເຂັ້ມ ງວດໃນການຄຸ້ມຄອງ, ປົກປັກຮັກ ສາ ແລະ ພັດທະນາປ່າໄມ້ ແລະ ທີ່ດິນປ່າໄມ້ ທີ່ມີຢູ່ໃນປັດຈຸບັນ ແລະ ສົ່ງເສີມການເຂົ້າຮ່ວມຂອງທຸກ ພາກສ່ວນໃນສັງຄົມ, ສູ້ຊົນສໍາ ຫລວດ, ຈັດສັນ ແລະ ກຳນົດເຂດ ທີ່ດິນປ່າໄມ້ທຳມະຊາດທີ່ຍັງບໍ່ ທັນບັນລຸຄາດໝາຍໄປຄຽງຄູ່ກັບ ການຍູ້ແຮງຂະບວນການຟື້ນຟູປ່າ ແລະ ສົ່ງເສີມການປູກໄມ້. ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຊີ້ແຈງກ່ຽວກັບ ບັນຫາດັ່ງກ່າວ ໃນກອງປະຊຸມສະ ໄໝວິສາມັນເທື່ອທີ 1 ຂອງສະພາ ແຫ່ງຊາດ ຊຸດທີ X ໃນວັນທີ 8 ກໍລະກົດ 2026 ນີ້ວ່າ: ຕາມຜົນ ການສໍາຫລວດຄວາມປົກຫຸ້ມປ່າໄມ້ ໃນປີ 2025 ແມ່ນກວມ 62,56% ຂອງເນື້ອທີ່ທົ່ວປະເທດ ຊຶ່ງເຫັນວ່າ ເພີ່ມຂຶ້ນຈາກຂໍ້ມູນປີ 2020 ປະມານ 0,56%. ສາເຫດທີ່ເພີ່ມຂຶ້ນໄດ້ ໜ້ອຍແມ່ນຍ້ອນການບຸກລຸກປ່າໄມ້, ການຫັນປ່ຽນທີ່ດິນປ່າໄມ້ເປັນດິນ ປະເພດອື່ນຂອງບັນດາໂຄງການ ພັດທະນາ. ແຕ່ເຖິງຢ່າງໃດກໍຕາມ, ເພື່ອເຮັດໃຫ້ເນື້ອທີ່ປ່າໄມ້ ແລະ ເນື້ອທີ່ປົກຫຸ້ມປ່າໄມ້ເພີ່ມຂຶ້ນໃຫ້ ໄດ້ 65% ໃນປີ 2030, ພັກ ແລະ ລັດຖະບານໄດ້ອອກຄໍາສັ່ງ 15/ ນຍ, ຄໍາສັ່ງ 11/ນຍ, ຄໍາສັ່ງ 11/ ຄລສພ, ທັງໄດ້ອອກແຈ້ງການໂຈະ ການພິຈາລະນາໂຄງການບໍ່ແຮ່ໃໝ່ ແລະ ຂະແໜງກະສິກຳກໍໄດ້ເອົາໃຈ ໃສ່ຄຸ້ມຄອງປ່າໄມ້ຕາມລະບົບ 3 ປະເພດປ່າ ແລະ ວຽກງານດັ່ງກ່າວ ໄດ້ຖືກກຳນົດເປັນ 1 ໃນ 7 ແຜນ ງານຂອງຂະແໜງກະສິກຳ ແລະ ສິ່ງແວດລ້ອມແຕ່ນີ້ຮອດປີ 2030. ເພື່ອຮັບປະກັນຄາດໝາຍສູ້ຊົນດັ່ງ ກ່າວ ລັດຖະບານ ກໍຄື ຂະແໜງ ກະສິກຳ ແລະ ສິ່ງແວດລ້ອມ ໄດ້ ກຳນົດທິດທາງ, ແຜນການ, ວິທີ ການ ແລະ ມາດຕະການໃນການ ຈັດຕັ້ງປະຕິບັດເປັນຕົ້ນຈະຟື້ນຟູ ປ່າ ໂ ດ ຍທຳມ ະ ຊ າ ດ ໃ ຫ້ໄ ດ້ 520.000 ເຮັກຕາ, ສົ່ງເສີມປູກ ໄມ້ອຸດສາຫະກຳໃຫ້ໄດ້ 200.000 ເຮັກຕາ ແລະ ບວກກັບເນື້ອທີ່ດິນ ປ່າໄມ້ທີ່ກຳລັງສໍາຫລວດ ແລະ ຈັດ ສັນຈໍານວນ 14,7 ລ້ານເຮັກຕາ ໃຫ້ ໄດ້ 15,4 ລ້ານເຮັກຕາ ຫລື ເທົ່າກັບ 65% ຂອງເນື້ອທີ່ທົ່ວປະເທດໃນ ປີ 2030. ໃຊ້ທີ່ດິນ(ປັກມຸດ)ແລະຊຳລະຜ່ານ ທະນາຄານໄດ້. ປັດຈຸບັນເພື່ອເອກະ ພາບກັນຕໍ່ກົນໄກການຄຸ້ມຄອງຄ່າ ທໍານຽມ, ຄ່າບໍລິການໃນການນໍາ ໃຊ້ລະບົບທີ່ດິນແບບລວມສູນທັນ ສະໄໝ, ພ້ອມທັງການເກັບອາກອນ ທີ່ດິນປະຈຳປີ (ທີ່ຍັງຄ້າງ) ແລະ ອາກອນລາຍໄດ້ຈາກການຊື້-ຂາຍ ທີ່ດິນ ຊຶ່ງຈະໄດ້ເລີ່ມຈັດຕັ້ງປະຕິບັດ ໃນໄຕມາດທີ III, 2026. ການຜັນຂະຫຍາຍລະບົບດັ່ງ ກ່າວ, ສາມາດຫັນການເກັບຄ່າທໍາ ນຽມ, ຄ່າບໍລິການ ແລະ ກອງທຶນ ຕ່າງໆຢູ່ຈຸດດຽວເຂົ້າບັນຊີຄັງເງິນ ແຫ່ງລັດແບບລວມສູນ ແລະ ມີຜົນ ສໍາເລັດທີ່ພົ້ນເດັ່ນດັ່ງນີ້: ສຳເລັດ ການຜັນຂະຫຍາຍລະບົບຢູ່15 ດ່ານ ສາກົນ (ເພີ່ມໃໝ່ 6 ດ່ານສາກົນ ໃນ ໄລຍະ 6 ເດືອນຕົ້ນປີ 2026) ແລະ ສືບຕໍ່ຜັນຂະຫຍາຍໃຫ້ສຳເລັດ 12 ດ່ານສາກົນເປົ້າໝາຍພາຍໃນ ປີ 2026 ແລະ ຈະສືບຕໍ່ຜັນຂະ ຫຍາຍໄປບັນດາກົມ ແລະ ຂະແໜງ ການອື່ນໆ. ຂ່າວ: ສົມຫວັງ; ພາບ: ອ່າຍຄໍາ ໃນທຸກດ່ານສາກົນ, ພ້ອມທັງຈະ ສົມທົບກັບຂະແໜງການອຸດສາຫະ ກຳ ແລະ ການຄ້າຄົ້ນຄວ້າ ແລະ ປັບປຸງກົນໄກ ແລະ ມາດຕະການ ກວດກາຄຸນນະພາບແຮ່ທາດຢູ່ປາກ ບໍ່ (ຕົ້ນທາງ). ໃນຕໍ່ໜ້າ, ກະຊວງການເງິນ ຈະ ເປັນເຈົ້າການຕິດຕາມ ແລະ ກວດ ກາກ່ອນການອະນຸມັດໂຄງການ ຮ່ວມກັບຂະແໜງການກ່ຽວຂ້ອງ ເພື່ອຮັບປະກັນໃນບົດບາດການຄຸ້ມ ຄອງເກັບລາຍຮັບ. ພ້ອມກັນນີ້, ກໍ ຮຽກຮ້ອງມາຍັງສະມາຊິກສະພາ ແຫ່ງຊາດ, ກະຊວງ-ອົງການ ແລະ ອຳນາດການປົກຄອງທ້ອງຖິ່ນ ເປັນເຈົ້າການຊ່ວຍສະໜັບສະໜູນ, ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງ ປະຕິບັດວຽກງານດັ່ງກ່າວ ດ້ວຍ ການເຜີຍແຜ່, ເຊື່ອມຊຶມ ແລະ ໂຄ ສະນາບັນດານິຕິກຳທີ່ກ່ຽວຂ້ອງ ໃຫ້ຜູ້ປະກອບການຮັບຮູ້, ເຂົ້າໃຈ ແລະ ໃຫ້ການຮ່ວມມືຈັດຕັ້ງປະຕິບັດ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 46/ນຍ, ລົງວັນທີ 13 ເມສາ 2026 ວ່າດ້ວຍການ ຕ້ານ ແລະ ສະກັດກັ້ນການລັກລອບ ຂຸດຄົ້ນ, ປຸງແຕ່ງ, ຄ້າຂາຍ, ນຳເຂົ້າ ສົ່ງອອກແຮ່ທາດແລະ ຜະລິດຕະພັນ ແຮ່ທາດຕ່າງໆທີ່ບໍ່ຖືກຕ້ອງຕາມ ກົດໝາຍ ແລະ ລະບຽບການໃນ ຂອບເຂດທົ່ວປະເທດ ແລະ ຄຳສັ່ງ ຄະນະເລຂາທິການສູນກາງພັກ ສະ ບັບເລກທີ 1/ຄລສພ, ລົງວັນທີ 7 ພຶດສະພາ 2026 ວ່າດ້ວຍການ ເພີ່ມທະວີການຊີ້ນຳຂອງຄະນະພັກ ຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ການແກ້ໄຂບັນຫາທີ່ດ້ານຊັບ ພະຍາກອນທຳມະຊາດ. ຂ່າວ: ກະຊວງການເງິນ ພາບ: ກົມສື່ມວນຊົນ, ສະພາແຫ່ງຊາດ ຟື້ນຟູ ແລະ ກໍ່ສ້າງໃໝ່ ໂດຍນຳໃຊ້ ແຫລ່ງທຶນຕ່າງໆເປັນຕົ້ນ ບ້ວງກອງ ທຶນທາງໃຫ້ໄດ້ 2.000-2.500 ຕື້ຕໍ່ ປີ, ການລົງທຶນບ້ວງປົກກະຕິຂອງ ລັດ, ທຶນ ODA, ທຶນລັດ ແລະ ເອກະຊົນ ຕາມມະຕິ 165/ສພຊ ກໍຄື ມະຕິ 10/ລບ ວ່າດ້ວຍນະໂຍບາຍ ຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນໄລຍະໃໝ່, ທຶນໃນຮູບແບບ BOT ຫລື PPP, ທຶນເກີນແຜນຂອງອົງການປົກຄອງ ທ້ອງຖິ່ນ, ການປະກອບສ່ວນຂອງ ພາກທຸລະກິດ ແລະ ສັງຄົມ. ພ້ອມນີ້, ກະຊວງ ຍທຂ ຍັງຈະສຸມໃສ່ຈັດຕັ້ງ ປະຕິບັດບັນດາໂຄງການນໍ້າປະປາ ທີ່ມີທຶນແລ້ວ, ການລົງທຶນປົກກະຕິ ຂອງລັດ ແລະ ລັດວິສາຫະກິດນໍ້າ ປະປາ, ພ້ອມນັ້ນຍັງຈະເລັ່ງສຸມ ໃສ່ແກ້ໄຂບັນຫານໍ້າສູນເສຍບໍ່ເປັນ ເສດຖະກິດໃຫ້ຫລຸດໜ້ອຍຖອຍລົງ, ຄົ້ນຄວ້າສ້າງແຜນລົງທຶນພັດທະນາ ລະບົບນໍ້າປະປາໃໝ່ຢູ່ບັນດາເມືອງ ແລະ ຕາແສງ, ວາງແຜນຜັງເມືອງ, ມາດຕະການບັງຄັບໃຊ້ກົດໝາຍຜັງ ເມືອງ ແລະ ຍົກຄຸນນະພາບໃນການ ບໍລິຫານ ແລະ ຄຸ້ມຄອງຕົວເມືອງ (ການແກ້ໄຂບັນຫາຂີ້ເຫຍື້ອ, ນໍ້າ ຖ້ວມຂັງ). ສຳລັບມາດຕະການຈັດຕັ້ງປະ ຕິບັດກະຊວງ ຍທຂ ຈະສົມທົບກັບ ກະຊວງວັດທະນະທໍາ ແລະ ການ ທ່ອງທ່ຽວ ແລະ ອົງການປົກຄອງ ທ້ອງຖິ່ນ ເພື່ອສ້າງແຜນພັດທະນາ ເສັ້ນທາງເຂົ້າສູ່ແຫລ່ງທ່ອງທ່ຽວ ໃນຂອບເຂດທົ່ວປະເທດ ແລະ ສະ ເໜີລັດຖະບານອອກເປັນມະຕິຮັບ ຮອງ; ຈະສົມທົບກັບກະຊວງກະສິ ກຳ ແລະ ສິ່ງແວດລ້ອມ ແລະ ອົງ ການປົກຄອງທ້ອງຖິ່ນ ເພື່ອສ້າງ ແຜນພັດທະນາເສັ້ນທາງເຂົ້າສູ່ເຂດ ການຜະລິດໃນຂອບເຂດທົ່ວປະເທດ ແລະ ສະເໜີລັດຖະບານອອກເປັນ ມະຕິຮັບຮອງ. ສ່ວນການຂະຫຍາຍ ລະບົບນໍ້າປະປາ ແລະ ການພັດທະ ນາຕົວເມືອງ, ກະຊວງ ຍທຂ ຈະສົມ ທົບກັບອົງການປົກຄອງທ້ອງຖິ່ນ ເພື່ອສ້າງແຜນພັດທະນາລະບົບນໍ້າ ປະປາຊຸມຊົນຢູ່ບັນດາຕົວເມືອງ, ຕາແສງ ແລະ ເຂດຈຸດສຸມການພັດ ທະນາ ໂດຍຈະລະດົມຂໍທຶນ ODA ຈາກບັນດາຄູ່ຮ່ວມພັດທະນາເປັນ ຕົ້ນທະນາຄານໂລກ, ADB, AIIB ແລະ ຄູ່ຮ່ວມພັດທະນາອື່ນໆ ລວມ ທັງທຶນຂອງລັດຖະບານ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ໃນວັນທີ 8 ກໍລະກົດ 2026 ໃນ ໂອກາດຂໍ່ານັບຮັບຕ້ອນກອງປະ ຊຸມສື່ມວນຊົນທົ່ວປະເທດ ຄັ້ງທີ I ທີ່ຈະຈັດຂຶ້ນລະຫວ່າງວັນທີ 1315 ກໍລະກົດ 2026 ນີ້ວ່າ: ໃນຕົ້ນ ປີ 2026 ກົມການເມືອງສູນກາງ ພັກ ໄດ້ອອກມະຕິຕົກລົງວ່າດ້ວຍ ແຕ່ງຕັ້ງຄະນະຮັບຜິດຊອບລວມໃນ ການກະກຽມດຳເນີນກອງປະຊຸມ ວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I. ຈາກນັ້ນກໍມີຂໍ້ຕົກລົງແບ່ງ ຄວາມຮັບຜິດຊອບພາຍໃນລວມມີ ໜ່ວຍງານເນື້ອໃນ; ໜ່ວຍງານໂຄ ສະນາ-ຂະບວນການ; ໜ່ວຍງານ ປ້ອງກັນ ແລະ ຮັກສາສຸຂະພາບ; ໜ່ວຍງານປິ່ນອ້ອມເປັນຕົ້ນໜ່ວຍ ງານເສດຖະກິດ, ບຸກຄະລາກອນ ແລະ ບໍລິຫານພິທີການ. ການກະ ກຽມກອງປະຊຸມສື່ມວນຊົນທົ່ວ ປະເທດຄັ້ງນີ້, ໄດ້ລິເລີ່ມພາຍຫລັງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກສິ້ນສຸດລົງ ໃຊ້ ເວລາປະມານ 5 ເດືອນ, ມາເຖິງ ປັດຈຸບັນທັງ 4 ໜ່ວຍງານທີ່ໄດ້ ແບ່ງປັນຄວາມຮັບຜິດຊອບແມ່ນ ມີຄວາມພ້ອມໃນການກະກຽມມີຂໍ້ ສະດວກຄື: ໄດ້ຮັບການຊີ້ນໍາຢ່າງ ໃກ້ຊິດຈາກກົມການເມືອງ, ຄະນະ ເລຂາທິການສູນກາງພັກ ແລະ ການ ນຳຂັ້ນສູງພັກ-ລັດ; ຄວາມເປັນເຈົ້າ ການຂອງບັນດາພາກສ່ວນຕ່າງໆ, ອະນຸກຳມະການຕ່າງໆທີ່ໄດ້ຖືກ ມອບໝາຍມີຄວາມຕັ້ງໜ້າຫ້າວຫັນ ໃນການກະກຽມ ແລະ ດຳເນີນ ກິດຈະກຳຕ່າງໆ; ຄວາມເປັນຈິດ ໜຶ່ງໃຈດຽວຂອງພະນັກງານ, ສະ ມາຊິກພັກ ທົ່ວຄະນະໂຄສະນາ ອົບຮົມ ແລະ ບັນດາສື່ມວນຊົນໄດ້ ປະກອບສ່ວນສະໜອງຂໍ້ມູນທີ່ອຸດົມ ສົມບູນ ແລະ ໄດ້ມີການສຳມະນາ ວິທະຍາສາດຢ່າງເປັນຂະບວນ ການ. ເຖິງຢ່າງໃດກໍຕາມ, ກໍຍັງມີ ຂໍ້ຫຍຸ້ງຍາກໃນບາງດ້ານເປັນຕົ້ນ ກອງປະຊຸມໃນຄັ້ງນີ້ເປັນເທື່ອທໍາອິດ ຍັງບໍ່ທັນມີບົດຮຽນ; ການສະຫລຸບ, ການບັນທຶກຂໍ້ມູນສະໜອງໃຫ້ແກ່ ການສະຫລຸບຕີລາຄາໃຫ້ມີຄວາມ ຊັດເຈນບາງດ້ານແມ່ນຈຳກັດຂາດ ລັກສະນະສົມທຽບ; ຄວາມຫຍຸ້ງ ຍາກໃນການເຮັດສາລະຄະດີ ແລະ ການວາງສະແດງຮູບພາບ ຊຶ່ງເວ ລາການກະກຽມບໍ່ຫລາຍປານໃດ. ກອງປະຊຸມໃນຄັ້ງນີ້, ແນໃສ່ ສ້າງການຫັນປ່ຽນຢ່າງແຂງແຮງ ຮອບດ້ານໃນຂົງເຂດສື່ມວນຊົນ ຊຶ່ງ ກອງປະຊຸມຈະໄດ້ຕີລາຄາຄືນການ ຈັດຕັ້ງປະຕິບັດບັນດານິຕິກຳ ກໍຄື ການປະຕິບັດພາລະບົດບາດຂອງສື່ ມວນຊົນ, ກວດກາເບິ່ງໂຄງປະກອບ ກົງຈັກການຈັດຕັ້ງ, ພະນັກງານ ເຮັດວຽກງານສື່; ການພັດທະນາ ພື້ນຖານໂຄງລ່າງ, ວັດຖຸເຕັກນິກ ແລະ ບໍລິຫານການເງິນໃຫ້ມີຄວາມ ເປັນລະບົບ ແລະ ເຂັ້ມແຂງ; ພ້ອມ ທັງວາງແຜນພັດທະນາວຽກງານ ສື່ໄປສູ່ຄຸນນະພາບໃໝ່. ນອກຈາກ ສະຫລຸບຕີລາຄາການເຄື່ອນໄຫວ ຂອງສື່ມວນຊົນແລ້ວ, ຍັງຈະໄດ້ຈັດ ຝຶກອົບຮົມໃຫ້ຖັນແຖວສື່ມວນຊົນ; ລວມມີ 3 ບົດຂຶ້ນບັນຍາຍ ຄື: ເພີ່ມ ທະວີບົດບາດການນໍາພາຂອງພັກ ຕໍ່ ວຽກງານສື່ມວນຊົນ; ຍົກສູງຈັນຍາ ບັນຂອງສື່ມວນຊົນ ແລະ ການ ເຊື່ອມຊຶມນິຕິກຳ ແລະ ກົດໝາຍ ກ່ຽວຂ້ອງກັບວຽກງານສື່ມວນຊົນ. ບົນພື້ນຖານກອງປະຊຸມຈະ ໄດ້ອອກມະຕິຂອງກົມການເມືອງ ສະບັບໃໝ່ ປ່ຽນແທນມະຕິ ເລກທີ 36/ກມສພ ທີ່ໄດ້ປະກາດໃຊ້ແຕ່ ປີ 1993. ເປົ້າໝາຍຫລັກແມ່ນ ເພື່ອສ້າງການຫັນປ່ຽນວຽກງານສື່ ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງ ແຂງແຮງ, ໄດ້ຮັບການພັດທະນາ ຮອບດ້ານ. ສ້າງໃຫ້ສື່ມວນຊົນ ປະຕິບັດບົດບາດຄົບ 4 ລັກສະນະ ຂອງຕົນຄື: ລັກສະນະຕົວຈິງ, ລັກ ສະນະສຶກສາອົບຮົມ, ລັກສະນະ ແນະນຳ ແລະ ລັກສະນະຕໍ່ສູ້; ພ້ອມ ທັງປະຕິບັດໃຫ້ເປັນຈິງແນວຄິດຊີ້ ນຳຂອງສະຫາຍເລຂາທິການໃຫຍ່ ທີ່ວ່າ: ສື່ມວນຊົນແມ່ນຜູ້ທີ່ປາກອອກ ແສງ, ຜູ້ທີ່ແທງເຖິງໃຈ, ສະດຸ້ງໄວ ເມື່ອໄດ້ອ່ານ, ຜູ້ກ້າຜ່ານອຸປະສັກ, ຜູ້ມັກຄວາມຈິງ ແລະ ຜູ້ຍິງຖືກຕ້ອງ; ຢາກໃຫ້ສື່ມວນຊົນຖືເອົາແນວຄິດ ຊີ້ນຳນີ້ໄປປະຕິບັດໃຫ້ເປັນຈິງ. ໂອກາດນີ້, ທ່ານ ຄຳພັນ ເຜີຍຍະວົງ ຮຽກຮ້ອງຕໍ່ສື່ມວນຊົນ ທົ່ວປະເທດຈົ່ງຮັກສາມູນເຊື້ອໃນ ອະດີດ, ປັດຈຸບັນ ແລະ ສືບຕໍ່ເສີມ ຂະຫຍາຍຜົນງານຂອງຕົນໃຫ້ສູງ ເດັ່ນຂຶ້ນ. ປະຕິບັດບົດບາດເປັນກະ ບອກສຽງອັນແຫລມຄົມໃຫ້ພັກ; ປະ ຕິບັດກົດໝາຍໃຫ້ເຂັ້ມງວດ ແລະ ມີ ຈັນຍາບັນອາຊີບແນໃສ່ພັດທະນາສື່ ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງ ແຂງແຮງ. ຂ່າວ-ພາບ: ກິດຕາ ສຳລັບມາດຕະການເລັ່ງດ່ວນ ໃນປີ 2026 ລັດຖະບານ ກໍຄື ຂະ ແໜງກະສິກຳ ແລະ ສິ່ງແວດລ້ອມ ຈະເລັ່ງເກັບລາຍຮັບງົບປະມານ ຟື້ນຟູປ່າ ແລະ ປູກປ່າທົດແທນ ຈາກໂຄງການພັດທະນາທີ່ມີມະຕິ ສະພາແຫ່ງຊາດຮັບຮອງໃນການ ຫັນປ່ຽນປ່າ ໂດຍກອງທຶນປົກປັກ ຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ເປັນເຈົ້າການສົມທົບກັບພາກສ່ວນ ກ່ຽວຂ້ອງ ແລະ ງົບປະມານແຫລ່ງ ອື່ນໆ; ຄຸ້ມຄອງ ແລະ ຈັດສັນງົບ ປະມານໃນການຟື້ນຟູປ່າ ແລະ ປູກ ປ່າທົດແທນທີ່ໄດ້ອະນຸມັດໃນຈໍາ ນວນ 11 ຕື້ກີບ ເພື່ອໃຫ້ສາມາດ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ. ການຈັດຕັ້ງປະຕິບັດຕົວຈິງກະຊວງ ກະສິກຳ ແລະ ສິ່ງແວດລ້ອມ (ກົມ ປ່າໄມ້) ຈະເປັນຈຸດໃຈກາງປະສານ ງານ, ສ້າງບົດສະເໜີໂຄງການ ແລະ ເຈລະຈາກັບບໍລິສັດຜູ້ພັດທະນາ ໂຄງການຕາມສັນຍາສໍາປະທານ ໃນການວາງແຜນການນໍາໃຊ້ງົບ ປະມານເຂົ້າໃນໜ້າວຽກຕົວຈິງ ຕາມຂັ້ນຕອນ ແລະ ລະບຽບການ ທີ່ກ່ຽວຂ້ອງ; ພະແນກກະສິກຳ ແລະ ສິ່ງແວດລ້ອມຂັ້ນແຂວງ ເປັນຜູ້ຈັດຕັ້ງປະຕິບັດການຟື້ນຟູ ປ່າ ແລະ ປູກປ່າທົດແທນຕົວຈິງ ແລະ ຫ້ອງການກະສິກຳ ແລະ ສິ່ງ ແວດລ້ອມຂັ້ນເມືອງຮ່ວມກັບປະຊາ ຊົນທີ່ເຂດໂຄງການຟື້ນຟູ ແລະ ປູກ ປ່າຕັ້ງຢູ່; ມອບໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງຂັ້ນທ້ອງຖິ່ນ ເປັນຜູ້ຮັບຜິດຊອບບົວລະບັດຮັກສາ ປ່າປູກ (ພາຍຫລັງສໍາເລັດການ ປູກ) ລວມທັງສ້າງລະບຽບການ ຄຸ້ມຄອງ, ປົກປັກຮັກສາຮ່ວມກັບ ປະຊາຊົນ; ແຕ່ງຕັ້ງຄະນະກຳມະ ການຮັບຜິດຊອບຄຸ້ມຄອງ, ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດ ໂຄງການຂັ້ນສູນກາງ ແລະ ຂັ້ນ ທ້ອງຖິ່ນເປັນແຕ່ລະໂຄງການ. ສ່ວນມາດຕະການໄລຍະຍາວ ລັດຖະບານຈະສ້າງເງື່ອນໄຂເພື່ອ ຍາດແຍ່ງການຊ່ວຍເຫລືອດ້ານ ການເງິນ ແລະ ເຕັກນິກຈາກທັງ ພາຍໃນ ແລະ ຕ່າງປະເທດ ໂດຍ ຈະຊຸກຍູ້ສົ່ງເສີມຢ່າງແຂງແຮງໃນ ການສ້າງໂຄງການສິນເຊື່ອກາກ ບອນປ່າໄມ້ເພື່ອຄຸ້ມຄອງ, ປົກປັກ ຮັກສາ ແລະ ຟື້ນຟູປ່າໄມ້ ທັງ 3 ປະເພດປ່າ ໂດຍ 3 ຮູບແບບການ ຮ່ວມມືຄື: ການຮ່ວມມືລະຫວ່າງ ພາກລັດກັບພາກລັດ, ການຮ່ວມ ມີຫລາຍຝ່າຍ (ລັດ ແລະ ຄູ່ຮ່ວມ ພັດທະນາ) ແລະ ການຮ່ວມມືກັບ ພາກເອກະຊົນ; ເພີ່ມທະວີການ ຮ່ວມມືກັບຄູ່ຮ່ວມພັດທະນາໃນການ ພັດທະນາ, ຄຸ້ມຄອງ ແລະ ປົກ ປັກຮັກສາປ່າໄມ້ຕາມທິດສີຂຽວ ແລະ ຍືນຍົງ; ຜັນຂະຫຍາຍບັນດາ ກົດໝາຍ ແລະ ນິຕິກຳກ່ຽວຂ້ອງ ເປັນອັນລະອຽດ ເພື່ອເປັນບ່ອນ ອີງໃນການຈັດຕັ້ງປະຕິບັດຢູ່ຂັ້ນ ທ້ອງຖິ່ນ; ພັດທະນາການຈັດຕັ້ງ ແລະ ບຸກຄະລາກອນໃຫ້ສົມຄູ່ກັບ ຄວາມຮຽກຮ້ອງຕ້ອງການຂອງ ວຽກງານປົກປັກຮັກສາ ແລະ ຟື້ນ ຟູປ່າໄມ້. ຂ່າວ: ທະນູທອງ; ພາບ: ອ່າຍຄຳ

RkJQdWJsaXNoZXIy MTc3MTYxMQ==