08 xtgmf]k; 37ltok c]t [= ]y = dy ko 09/07/2026 ໃນວັນທີ 6 ກໍລະກົດ 2026 ທີ່ສໍານັກງານໃຫຍ່ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ (ຢູນີເທວ) ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວກັບບໍລິສັດສະຕາ ໂທລະຄົມຈໍາກັດ ເພື່ອຮ່ວມຂັບເຄື່ອນການຫັນເປັນດິຈິຕອນໃນຂະແໜງ ວັດທະນະທຳ ແລະ ການທ່ອງທ່ຽວຂອງ ສປປ ລາວ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ກັບ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ພິທີດັ່ງກ່າວ ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະ ຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ຫງຽນ ມິງ ເຕີມ ເອກອັກຄະ ລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ທ່ານ ເຈີ່ນ ຈຸງ ຮືງ ຜູ້ອຳ ນວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ ເຂົ້າຮ່ວມເປັນສັກຂີພະຍານ. ການຮ່ວມມືຄັ້ງນີ້ ມຸ່ງເນັ້ນການພັດທະນາການທ່ອງທ່ຽວດິຈິຕອນ ຜ່ານ ແພລດຟອມ Lao Travel ເພື່ອລວບລວມ ແລະ ເຜີຍແຜ່ຂໍມູນແຫຼ່ງທ່ອງ ທ່ຽວ, ທີ່ພັກ, ຮ້ານອາຫານ, ທຸລະກິດບໍລິການທ່ອງທ່ຽວ ແລະ ຂໍມູນ ທີ່ເປັນປະໂຫຍດ ໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ສາມາດ ເຂົ້າເຖິງໄດ້ຢ່າງສະດວກ, ວ່ອງໄວ ແລະ ປອດໄພ. ບໍລິສັດ ສະຕາ ໂທລະຄົມ ຢືນຢັນຄວາມມຸ່ງໝັ້ນທີ່ຈະນຳສະເໜີເທັກໂນ ໂລຊີແລະ ຄວາມຊ່ຽວຊານດ້ານດິຈິຕອນມາສົ່ງເສີມການພັດທະນາແພລດ ຟອມLaoTravel ໃຫ້ເປັນ“ປະຕູສູ່ດິຈິຕອນ”ຂອງການທ່ອງທ່ຽວລາວ ເພື່ອ ຍົກລະດັບຂີດຄວາມສາມາດແຂ່ງຂັນ, ສ້າງຄວາມສະດວກໃຫ້ນັກທ່ອງທ່ຽວ ແລະ ປະກອບສ່ວນຂັບເຄື່ອນເສດຖະກິດ ແລະ ການທ່ອງທ່ຽວຂອງລາວໃຫ້ ເຕີບໂຕຢ່າງຍືນຍົງ.
RkJQdWJsaXNoZXIy MTc3MTYxMQ==