08/07/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ -u ;y fdkogxa o16 j 0v'xt-k-q o.o8q ;g,n v' c]t -q oot[q fwfh Ia [dkora fmtok1j k'lq ,76 j da o ຂປລ. ຕາມບົດສະຫລຸບຕີລາ ຄາການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ແລະ ທິດ ທາງແຜນການ 6 ເດືອນທ້າຍ ປີ 2026 ໄດ້ຊີ້ໃຫ້ເຫັນວ່າ: ການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນໃຫ້ ມີຄຸນນະພາບດີຂຶ້ນນັ້ນ, ໄດ້ຊຸກຍູ້ ຕິດຕາມການຈັດຕັ້ງປະຕິບັດບັນດາ ຄາດໝາຍພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກປີ 2026. ໂດຍໄດ້ເຜີຍແຜ່ບັນດາຄາດໝາຍໃຫ້ ທ້ອງຖິ່ນໃນຂອບເຂດທົ່ວປະເທດ. ໄດ້ສຸມໃສ່ສ້າງ ແລະ ປັບປຸງນິຕິ ກຳທີ່ກ່ຽວຂ້ອງ ເພື່ອໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງ ໃນປັດຈຸບັນເປັນຕົ້ນແມ່ນສ້າງແຜນ ຍຸດທະສາດການຈັດສັນພູມລໍາເນົາ ແລະ ອາຊີບ, ສ້າງຍຸດທະສາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ປັບປຸງດໍາ ລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ ແລະ ກະກຽມປັບປຸງກົດໝາຍວ່າ ດ້ວຍການຈັດສັນພູມລໍາເນົາ ແລະ ອາຊີບ ເພື່ອນໍາເຂົ້າພິຈາລະນາ ໃນກອງປະຊຸມສະພາແຫ່ງຊາດ ຕາມແຜນການ. ໄດ້ປັບປຸງບັນດາ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບສ້າງຍຸດທະສາດ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ ແລະ ອອກຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຄຸ້ມ ຄອງກອງທຶນພັດທະນາຂັ້ນບ້ານ (ກອງທຶນ 500 ລ້ານກີບຕໍ່ເມືອງ ທຸກຍາກ) ຂັ້ນສູນກາງ ສະບັບ ເລກທີ 1751/ກປ, ລົງວັນ ທີ 16 ພຶດສະພາ 2025 ເພື່ອປ່ຽນແທນ ຂໍ້ຕົກລົງສະບັບປີ 2024. ໄດ້ຄົ້ນຄວ້າຮ່າງວາລະແຫ່ງ ຊາດ ວ່າດ້ວຍວຽກງານພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກຂອງປະຊາຊົນ, ໄດ້ສະຫລຸບ ຜົນການປະເມີນສະພາບການພົ້ນ ທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ, ມີ ຄອບຄົວ ທີ່ເກັບກຳໄດ້ທັງໝົດ 1.283.251 ຄອບຄົວ; ເກັບກຳຂໍ້ມູນຂັ້ນບ້ານ ໄດ້ 8.413 ບ້ານ ເທົ່າກັບ 100% ຂອງຈໍານວນບ້ານທັງໝົດໃນທົ່ວ ປະເທດ; ເກັບກຳຂໍ້ມູນຂັ້ນເມືອງໄດ້ 148 ເມືອງ (145 ເມືອງ ແລະ 3 ນະຄອນ) ເທົ່າກັບ 100%ຂອງຈໍາ ນວນເມືອງທັງໝົດໃນທົ່ວປະເທດ. ຜ່ານການສັງລວມຂໍ້ມູນຜົນການ ປະເມີນໃນທົ່ວປະເທດມີ: ຄອບຄົວ ພົ້ນທຸກ 1.093.459 ຄອບຄົວ ກວມ 85,21%, ຄອບຄົວບໍ່ພົ້ນ ທຸກ 189.792 ຄອບຄົວ ກວມ 14,78%; ບ້ານພົ້ນທຸກ 6.240 ບ້ານກວມ 74,17%, ບ້ານບໍ່ພົ້ນ ທຸກ 2.173 ບ້ານ ກວມ 25,83% ຂອງຈໍານວນບ້ານທັງໝົດໃນທົ່ວ ປະເທດ; ເມືອງພົ້ນທຸກ 82 ເມືອງ ກວມ 55,41%, ເມືອງບໍ່ພົ້ນທຸກ 66 ເມືອງ ກວມ 44,59%ຂອງຈໍາ ນວນເມືອງທັງໝົດໃນທົ່ວປະເທດ; ຂປລ. ວາລະກອງປະຊຸມສະໄໝ ວິສາມັນເທື່ອທີ 1 ຂອງສະພາ ແຫ່ງຊາດ ຊຸດທີX ບັນດາສະມາຊິກ ສະພາແຫ່ງຊາດ ໄດ້ສຸມໃສ່ປະກອບ ຄຳເຫັນຕໍ່ກັບບົດລາຍງານການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2026 ທັງນີ້ກໍເພື່ອໃຫ້ບົດ ລາຍງານມີຄວາມຄົບຖ້ວນສົມບູນ ll- c0;'9exkla d ltg|u .sh ]a f4t[komq [m;odko0tspkp]t[q []q fw2wxrkd.8h ດ້ານເນື້ອໃນທີ່ຮັດແໜ້ນໄປດ້ວຍ ຜົນປະໂຫຍດຕໍ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ. ທ່ານ ອາລຸນໄຊ ສູນນະລາດ ສະ ມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 15 ແຂວງ ຈຳປາສັກ ໄດ້ປະກອບຄຳເຫັນຕໍ່ ບົດລາຍງານຂອງລັດຖະບານວ່າ: ໂດຍພື້ນຖານແມ່ນເຫັນດີ ແລະ ຊົມເຊີຍຜົນສຳເລັດໃນການຊີ້ນຳ ຂອງຄະນະລັດຖະບານເປັນຕົ້ນ ການສ້າງເສດຖະກິດເອກະລາດ ແລະ ເປັນເຈົ້ນຕົນເອງໂດຍສະເພາະ ການກໍ່ສ້າງເສັ້ນທາງຄອນກຣີດທີ່ ປະຊາຊົນມີສ່ວນຮ່ວມສະແດງໃຫ້ ເຫັນການລະດົມປະຊາຊົນເຂົ້າຮ່ວມ ການພັດທະນານະໂຍບາຍຊຸກຍູ້ ການຜະລິດເປັນສິນຄ້າ ແລະ ການ ຜະລິດທົດແທນການນຳເຂົ້າທີ່ເລີ່ມ ເຫັນໝາກຜົນຢ່າງຈະແຈ້ງ. ສຳລັບ ແຂວງຈຳປາສັກ ປັດຈຸບັນມີການ ຂະຫຍາຍການຜະລິດພືດເສດຖະ ກິດໃໝ່ ເຊັ່ນ: ຖົ່ວລຽນ, ບູເບີຣີ ແລະ ອື່ນໆ ລວມທັງການລ້ຽງສັດທີ່ສາ ມາດຜະລິດເພື່ອສົ່ງອອກ ແລະ ສ້າງ ລາຍຮັບໃຫ້ແກ່ປະຊາຊົນ, ພ້ອມນີ້ ການຈັດເກັບລາຍຮັບຂອງລັດຜ່ານ ການນຳໃຊ້ລະບົບດີຈິຕອນເຊັ່ນ: ດ່ານສາກົນໜອງນົກຂຽນ ທີ່ລາຍ ຮັບເພີ່ມຂຶ້ນຢ່າງຕໍ່ເນື່ອງຫລັງຈາກ ປັບປຸງລະບົບການຄຸ້ມຄອງຈາກ ລະດັບປະມານ 2 ຕື້ກີບ ເພີ່ມເປັນ ເກືອບ 30 ຕື້ກີບ ຕໍ່ກັບຜົນສຳເລັດ ດັ່ງກ່າວ ຄວນໄດ້ຮັບການຂະຫຍາຍ ໄປຍັງບັນດາດ່ານສາກົນອື່ນໆເພື່ອ ຍົກລະດັບປະສິດທິພາບການຈັດ ເກັບລາຍຮັບ. ພ້ອມນີ້, ຍັງໄດ້ສະເໜີໃຫ້ລັດຖະ ບານທົບທວນບາງນະໂຍບາຍສຳ ຄັນ ໂດຍສະເພາະການພັດທະນາ ພື້ນຖານໂຄງລ່າງດ້ານຂົນສົ່ງ ເຊັ່ນ: ການຂະຫຍາຍລະບົບລົດໄຟໄປ ຍັງເຂດພາກໃຕ້ ເພື່ອຮອງຮັບທ່າ ແຮງການຜະລິດ ແລະ ການຄ້າ ຂອງພາກພື້ນ ພ້ອມທັງຊ່ວຍຍົກລະ ດັບການເຕີບໂຕທາງເສດຖະກິດ; ການປະຕິບັດນະໂຍບາຍຄຸ້ມຄອງ ການນຳເຂົ້າສິນຄ້າບາງດ້ານ ຍັງຂາດຄວາມເປັນເອກະພາບ. ສະນັ້ນ, ຄວນກຳນົດມາດຕະການ ໃຫ້ຊັດເຈນກວ່າເກົ່າ, ກົນໄກການ ແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ ກໍຄວນໄດ້ຮັບການ ທົບທວນ ແລະ ປັບປຸງ ເພື່ອໃຫ້ການ ບໍລິຫານລັດມີປະສິດທິພາບສູງຂຶ້ນ. ສຳລັບບັນຫາການບໍລິຫານບຸກຄະ ລາກອນທີ່ລັດຖະບານໄດ້ສະເໜີ ມີໂກຕາ 2.500 ຕຳແໜ່ງ, ຄວນ ແບ່ງໃຫ້ທົ່ວເຖິງ ໂດຍໃຫ້ຄວາມ ສຳຄັນແກ່ບຸກຄະລາກອນຂະແໜງ ສາທາລະນະສຸກ ແລະ ຄູອາສາ ສະໝັກທີ່ໄດ້ເສຍສະລະ ແລະ ປະຕິບັດໜ້າທີ່ມາເປັນເວລາຍາວ ນານ ເພື່ອເປັນຂວັນ ແລະ ກຳລັງ ໃຈໃນການປະຕິບັດໜ້າທີ່ຮັບໃຊ້ ສັງຄົມ. ຄອບຄົວພັດທະນາ 927.250 ຄອບຄົວ ກວມ 72,26% ຂອງຈໍາ ນວນຄອບຄົວທີ່ໄດ້ເກັບກຳຂໍ້ມູນ; ບ້ານພັດທະນາ 3.562 ບ້ານ ກວມ 42,34% ຂອງຈໍານວນບ້ານ ທັງໝົດໃນທົ່ວປະເທດ; ບ້ານໃຫຍ່ ເປັນຕົວເມືອງໃນຊົນນະບົດ 86 ຈຸດ ແລະ ມີເມືອງເຂັ້ມແຂງຮອບ ດ້ານ 21 ເມືອງ ກວມ 14,19%; ພ້ອມນີ້ກໍໄດ້ປຶກສາຫາລືການປັບປຸງ ມາດຖານພັດທະນາ ແລະ ພົ້ນທຸກ ຂອງດຳລັດ 348/ລບ; ສໍາລັບການ ຈັດຕັ້ງປະຕິບັດຄາດໝາຍປະຈໍາ ປີ 2026 ແມ່ນໄດ້ສຸມໃສ່ກະກຽມ ປະເມີນ. ສືບຕໍ່ຈັດຕັ້ງປະຕິບັດບັນດາ ໂຄງການຊ່ວຍເຫລືອຈາກຄູ່ຮ່ວມ ພັດທະນາຄື: ໂຄງການຫລຸດຜ່ອນ ຄວາມທຸກຍາກ ແລະ ຂາດໂພ ຊະນາການໃນເຂດຊົນນະບົດໃນ 25 ເມືອງ, 7 ແຂວງເປົ້າໝາຍ (ແຂວງຜົ້ງສາລີ, ອຸດົມໄຊ, ຊຽງ ຂວາງ, ຫົວພັນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງເຊກອງ); ໂຄງການສ້າງຄວາມເຂັ້ມແຂງ ດ້ານການປັບຕົວ ແລະ ຫລຸດຜ່ອນ ຄວາມທຸກຍາກໃນເຂດຊົນນະບົດ ຢູ່ 891 ບ້ານ, 16 ເມືອງ, 4 ແຂວງ; ກອງທຶນຫລຸດຜ່ອນຄວາມທຸກຍາກ ໃນປີ 2026 ໄດ້ຮັບງົບປະມານ ທັງໝົດ 15.704.304 ໂດລາ ສະຫະລັດ ຊຶ່ງປັດຈຸບັນ, ທລຍ ກໍາ ລັງຈັດຕັ້ງປະຕິບັດໂຄງການປັບປຸງ ຊີວິດການເປັນຢູ່ ແລະ ການປັບຕົວ ກັບການປ່ຽນແປງດິນຟ້າອາກາດ (ປຊກ) ຢູ່ 14 ເມືອງທຸກຍາກ ຂອງ 7 ແຂວງເປົ້າໝາຍ (ແຂວງ ຜົ້ງສາລີ, ອຸດົມໄຊ, ຫົວພັນ, ຊຽງ ຂວາງ, ສະຫວັນນະເຂດ, ສາລະ ວັນ ແລະ ແຂວງເຊກອງ). ໄດ້ ປ່ອຍສິນເຊື່ອນະໂຍບາຍຜ່ານ ທະນາຄານພັດທະນາຊົນນະບົດ ໃຫ້ແກ່ປະຊາຊົນບັນດາເຜົ່າໃນ ຂອບເຂດເມືອງເປົ້າໝາຍ, ຈຸດ ສຸມລັດຖະບານ-ທ້ອງຖິ່ນ ແລະ ບ້ານ 3 ສ້າງ ຊຶ່ງໃນປີຕົ້ນປີ 2026 ສາມາດປ່ອຍສິນເຊື່ອທັງໝົດມູນ ຄ່າ 190,93 ຕື້ກີບ, ກວມເອົາ 77 ເມືອງ, 78ຈຸດສຸມແລະ4.774ບ້ານ. ໃນປີ 2026 ລັດຖະບານໄດ້ຈັດ ສັນງົບປະມານການລົງທຶນຂອງ ລັດເຂົ້າໃນວຽກງານພັດທະນາ ຊົນນະບົດ ແລະ ລຶບລ້າງຄວາມ ທຸກຍາກເຂົ້າໃນການພັດທະນາ 45 ຈຸດສຸມ ພັດທະນາຊົນນະບົດ ແລະ ຈັດສັນອາຊີບລະຫວ່າງ ສູນກາງ ແລະ ທ້ອງຖິ່ນຈໍານວນ 206.200,00 ລ້ານກີບ ມີທັງໝົດ 591 ໂຄງການ (ໂຄງການໜີ້ສິນ 251 ໂຄງການ, ໂຄງການສືບຕໍ່ 238 ໂຄງການ ແລະ ໂຄງການ ສະເໜີໃໝ່ 102 ໂຄງການ) ໄດ້ຈັດ ສັນໃຫ້ສູນກາງຄຸ້ມຄອງ ຈໍານວນ 61.273,01 ລ້ານກີບ, ທ້ອງຖິ່ນ ຄຸ້ມຄອງ ຈໍານວນ 91.345,21 ລ້ານກີບ ແລະ ຈຸດສຸມພັດທະນາ ເມືອງພົ້ນທຸກຕາມມະຕິສະພາ ແຫ່ງຊາດ ຈໍານວນ 53.581,78 ລ້ານກີບ (ເມືອງຊ່ອນ ຈໍານວນ 23.633,32 ລ້ານກີບ, ເມືອງນອງ ຈໍານວນ 21.918,46 ລ້ານກີບ ແລະ ເມືອງທ່າໂທມ ຈໍານວນ 8.000 ລ້ານກີບ). ມາຮອດປັດຈຸ ບັນສໍາລັບໂຄງການສະເໜີໃໝ່ແມ່ນ ສໍາເລັດການຈັດຊື້ຈັດຈ້າງ ແລະ ລົງມືຈັດຕັ້ງປະຕິບັດຫລາຍກວ່າ 30 ໂຄງການ, ສາມາດເບີກຈ່າຍງົບ ປະມານໃຫ້ແກ່ໂຄງການໜີ້ສິນ ແລະ ໂຄງການສືບຕໍ່ 105 ໂຄງການມູນ ຄ່າ 369,60 ລ້ານກີບ.
RkJQdWJsaXNoZXIy MTc3MTYxMQ==