7314

08 xtgmf]k; 37ltok c]t [= ]y = dy ko 08/07/2026 ບໍລິສັດ ພູເບ້ຍ ມາຍນິິງ ແຈ້ງໃຫ້ຮູ້ວ່າ ການບຳລຸງຮັກສາ ແລະ ປັບປຸງເສັ້ນທາງສາທາລະນະ ຢູ່ບ້ານນໍາຍອນ ທີ່ຢູ່ໃກ້ເຂດໂຄງການ ຂຸດຄົ້ນ-ປຸງແຕ່ງທອງ-ຄຳ ພູຄຳ ໃນເມືອງອະນຸວົງ ແຂວງໄຊສົມບູນ ຕາມການສະເໜີຂອງອຳນາດການປົກຄອງທ້ອງຖິ່ນ ໄດ້ສຳເລັດເປັນ ທີ່ຮຽບຮ້ອຍແລ້ວ. ການປັບປຸງເສັ້ນທາງໃນຄັ້ງນີ້ ແມ່ນເປັນສ່ວນໜຶ່ງຂອງຄວາມມຸ່ງ ໝັ້ນຂອງບໍລິສັດພູເບ້ຍ ມາຍນິງ ໃນການສ້າງຜົນປະໂຫຍດໄລຍະຍາວ ໃຫ້ແກ່ປະຊາຊົນບ້ານນໍາຍອນ ແລະ ຊຸມຊົນໃກ້ຄຽງ, ພ້ອມທັງຊ່ວຍຍົກ ລະດັບການເຊື່ອມໂຍງການຄົມມະນາຄົມໄປຍັງພື້ນທີ່ອື່ນໆ ໃນແຂວງ ໄຊສົມບູນ. ໂຄງການປັບປຸງເສັ້ນທາງທີ່ມີຄວາມຍາວ 4,2 ກິໂລແມັດ ເລີ່ມດຳເນີນໃນຕົ້ນເດືອນພຶດສະພາ ແລະ ສຳເລັດໃນທ້າຍເດືອນມິຖຸນາ 2026 ດ້ວຍງົບປະມານລວມ 95.836 ໂດລາສະຫະລັດ. ການຕັດສິນໃຈຂອງບໍລິສັດໃນການປັບປຸງເສັ້ນທາງ ເກີດຂຶ້ນ ພາຍຫລັງທີ່ ບໍລິສັດ ພູເບ້ຍ ມາຍນິງ ໄດ້ຮັບການສະເໜີຈາກອຳນາດ ບໍລິສັດ ພູເບ້ຍ ມາຍນິງ ສຳເລັດໂຄງການປັບປຸງເສັ້ນທາງ ສາທາລະນະຢູ່ບ້ານນໍາຍອນ ເພື່ອປະໂຫຍດແກ່ຊຸມຊົນທ້ອງຖິ່ນ ການປົກຄອງທ້ອງຖິ່ນ ໃຫ້ປັບປຸງເສັ້ນທາງບ້ານນໍາຍອນ ເນື່ອງຈາກ ເຫັນວ່າບໍປອດໄພສຳລັບຜູ້ໃຊ້ຖະໜົນ. ທີມງານຂອງບໍລິສັດ ປະກອບ ດ້ວຍພະແນກບຳລຸງຮັກສາ ແລະ ສ້ອມແປງເສັ້ນທາງ, ພະແນກພົວພັນ ຊຸມຊົນແລະພະແນກຄວາມປອດໄພໄດ້ປະສານງານກັບຜູ້ຮັບເໝົາລາວ, ປະຊາຊົນ ແລະ ຜູ້ໃຊ້ຖະໜົນ ເພື່ອໃຫ້ການປັບປຸງສຳເລັດຕາມແຜນ. ພາຍຫລັງສຳເລັດໂຄງການໃນວັນທີ 27 ມິຖຸນາ 2026, ເສັ້ນທາງ ສາທາລະນະໄດ້ຮັບການລົງຫີນສອງຊັ້ນ ແລະ ຂະຫຍາຍເສັ້ນທາງບາງ ຈຸດເພື່ອຮອງຮັບປະລິມານການສັນຈອນທີ່ເພີ່ມຂຶ້ນ. ທ່ານ ເດວິດ ຣີດ (David Reid), ຜູ້ອຳນວຍການໃຫຍ່ ບໍລິສັດ ພູ ເບ້ຍມາຍນິງ ໄດ້ກ່າວຢ່າງພາກພູມໃຈເຖິງການສະໜັບສະໜູນໂຄງການ ພັດທະນາພື້ນຖານໂຄງລ່າງ ສາທາລະນະໃນແຂວງໄຊສົມບູນ. ທ່ານ ເດວິດ ກ່າວວ່າ: “ນັບຕັ້ງແຕ່ເລີ່ມດຳເນີນງານ, ບໍລິສັດ ພູເບ້ຍ ມາຍນິງ ໄດ້ລົງທຶນຫລາຍກວ່າ 100ລ້ານໂດລາສະຫະລັດ ໃນການປັບປຸງ ເສັ້ນທາງສາທາລະນະຕາມເສັ້ນທາງຂົນສົ່ງຂອງບໍລິສັດ ແລະ ຊຸມຊົນ ໃກ້ຄຽງ. ບ້ານນໍາຍອນ ເປັນໜຶ່ງໃນຊຸມຊົນເຈົ້າພາບຂອງພວກເຮົາທີ່ ໄດ້ຮັບປະໂຫຍດໂດຍກົງຈາກໂຄງການພັດທະນາຊຸມຊົນຂະໜາດນ້ອຍ ທີ່ບໍລິສັດໄດ້ລິເລີ່ມມາຕັ້ງແຕ່ປີ 2008. “ໂດຍປະຕິບັດຕາມຄຸນນະທໍາດ້ານນະວັດຕະກຳຂອງ ກຸ່ມບໍລິສັດ ກວ່າງຕົງ ຣາຍຊິງ ໂຮລດິງ ກຣຸບ (GDRH), ເປົ້າໝາຍຂອງພວກເຮົາ ຄືການສືບຕໍການດຳເນີນງານຢູ່ລາວໃນໄລຍະຍາວ ແລະ ຈະເພີ່ມການ ສະໜັບສະໜູນ ເພື່ອຊ່ວຍສ້າງອະນາຄົດທີ່ດີກວ່າໃຫ້ແກ່ຊຸມຊົນ ທ້ອງ ຖິ່ນໃນອີກຫລາຍປີຕໍໜ້າ”. ການລົງທຶນດ້ານໂຄງສ້າງຖະໜົນອື່ນໆ ຂອງ ພູເບ້ຍ ມາຍນິງ: • ເສັ້ນທາງຂົນສົ່ງແຮ່: ນັບຕັ້ງແຕ່ປີ 2006, ບໍລິສັດ ພູເບ້ຍ ມາຍ ນິງ ໄດ້ລົງທຶນໃນການສ້ອມແປງ ແລະ ບຳລຸງຮັກສາເສັ້ນທາງຕາມ ເສັ້ນທາງຂົນສົ່ງແຮ່ເຂັ້ມຂຸ້ນຂອງບໍລິສັດ ໂດຍສະເພາະເສັ້ນທາງເລກ 9 (ADB) ຈາກເມືອງທ່າບົກ ແຂວງບໍລິຄຳໄຊ ໄປຫາໂຄງການຂຸດຄົ້ນ-ປຸງ ແຕ່ງ ທອງ-ຄໍາ ພູຄຳ. • ເສັ້ນທາງສາທາລະນະ 5A: ໃນປີ 2013, ພູເບ້ຍ ມາຍນິງ ໄດ້ລິເລີ່ມ ໂຄງການປັບແນວເສັ້ນທາງຄວາມຍາວປະມານ 4,7 ກິໂລແມັດ ຕາມເສັ້ນທາງ 5Aທີ່ເຊື່ອມໄປຫາເຂື່ອນນໍາ ງື່ມ 3 ລະຫວ່າງບ້ານນໍາຍອນ ແລະ ຂົວນໍາຍອນ ໃນເມືອງອະນຸວົງ. ການສ້ອມແປງ ແລະ ຍົກລະດັບເສັ້ນທາງ 5A ໄດ້ຊ່ວຍປູໜ້າທາງໃໝ່ ແລະ ເສີມຄວາມແຂງແຮງໃຫ້ເປີ້ນພູ ທີ່ມີຄວາມສ່ຽງຕໍການເຊາະເຈື່ອນ ແລະ ດິນເຈື່ອນໃນໄລຍະລະດູຝົນ. • ເສັ້ນທາງເລກ 12: ໃນປີ 2014, ນອກເຂດແຂວງໄຊສົມບູນ, ບໍລິສັດຍັງໄດ້ຮ່ວມມືກັບພະແນກໂຍທາ ທິການ ແລະ ຂົນສົ່ງ ແຂວງຄຳມ່ວນ ໃນການຍົກລະດັບເສັ້ນທາງເລກ 12 ບາງຈຸດເລີ່ມຈາກກິໂລແມັດ 130. ເສັ້ນທາງສາຍນີ້ ເຊື່ອມຕໍລະຫວ່າງດ່ານນາເພົ້າ, ແຂວງຄຳມ່ວນກັບ ດ່ານຈາລໍ ປະເທດຫວຽດນາມ ຊຶ່ງເປັນ ເສັ້ນທາງຂົນສົ່ງແຮ່ທອງເຂັ້ມຂຸ້ນປະມານ 75% ຂອງບໍລິສັດ. • ເສັ້ນທາງເບຕົງຢູ່ບ້ານນ້ຳໂມ້: ໃນປີ 2022, ບໍລິສັດພູເບ້ຍ ມາຍນິິງ ໄດ້ລົງທຶນ 1.422.500 ໂດລາສະຫະລັດ ເພື່ອສ້າງເສັ້ນທາງເບຕົງທີ່ມີ ຄວາມຍາວ 2.728 ກິໂລແມັດ ກວ້າງ 6 ແມັດ ຈາກໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄຳ ໄປຫາໂຮງຮຽນມັດທະຍົມສົມບູນ ບ້ານນໍາໂມ້. ບ້ານນໍ້າຍອນ ແລະ ສາມແຍກຫລັກ ້ າໍ້ າັ ກ ການປູຊັ້ນຮອງພື້ນທາງ ພ້ອມປັບແຕ່ງດ້ວຍລົດເກດ ູ ຊັ້ນື້ ນ້ ອັ ບ່ ງ້ ວົ ດ ແລະ ບົດອັດແໜ້ນດ້ວຍລົດໂລົ ດັ ດ້ ນ້ ວົ ດ

RkJQdWJsaXNoZXIy MTc3MTYxMQ==