08/07/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ທຫລ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ມອບຜູ້ຖືກຫາ...ູ້ື *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ 7totokpmtsko|5j ,dv'ma [ ]k;{s;Pfok, ma fltotlb dlk 16j s= ry ry mtra o wdlvo rq ,;y sko ການຄຸ້ມຄອງເງິນຕາຕ່າງປະເທດ ແລະ ການເຂົ້າເຖິງແຫລ່ງທຶນ. ຕໍ່ ບັນຫາດັ່ງກ່າວ, ທະນາຄານ ແຫ່ງ ສປປ ລາວ ຈະສຸມໃສ່ 5 ວຽກງານ ຈຸດສຸມທີ່ເປັນບູລິມະສິດຄື: 1. ຄວບ ຄຸມອັດຕາແລກປ່ຽນໃຫ້ມີຄວາມ ສະຫງົບ ໂດຍຈະກຳນົດຂອບອັດ ຕາແລກປ່ຽນໃຫ້ມີຄວາມຍືດຍຸ່ນ ພ້ອມທັງຮັກສາສ່ວນຕ່າງລະຫວ່າງ ອັດຕາຂອງທະນາຄານທຸລະກິດ (ທທກ) ແລະ ຕະຫລາດນອກລະ ບົບ ໃຫ້ຫຍັບໃກ້ເຂົ້າກັນ; ຄຸ້ມຄອງ ແລະ ພັດທະນາຕະຫລາດແລກ ປ່ຽນ ຊື້-ຂາຍ ເງິນຕາຕ່າງປະເທດ (ຕລຕ) ມູນຄ່າສູງ ເພື່ອເປັນຊ່ອງ ທາງແລກປ່ຽນເງິນຕາຕ່າງປະເທດ ລະຫວ່າງລູກຄ້ານິຕິບຸກຄົນລາຍ ໃຫຍ່ ເພື່ອຫລຸດຜ່ອນແຮງກົດດັນ ຂອງກຸ່ມລູກຄ້າດັ່ງກ່າວ; ສືບຕໍ່ເກັບ ຊື້ ແລະ ດັດສົມເງິນຕາຕ່າງປະເທດ ໃຫ້ການນໍາເຂົ້າສິນຄ້າບຸລິມະສິດ ໂດຍສະເພາະນໍ້າມັນເຊື້ອໄຟ ແລະ ສິນຄ້າອື່ນໆ ເມື່ອເຫັນວ່າຈໍາເປັນ; 2. ຄວບຄຸມປະລິມານເງິນລວມ M2 ໃຫ້ມີຄວາມເໝາະສົມ ໂດຍ ການປະຕິບັດນະໂຍບາຍເງິນຕາ ແບບປະສົມປະສານ, ພັດທະນາ ເຄື່ອງມືນະໂຍບາຍໃຫ້ຄົບຖ້ວນ, ມີ ວິທະຍາສາດ ແລະ ສອດຄ່ອງກັບ ສະພາບການ ເປັນຕົ້ນ ທົບທວນປະເມີນຄືນອັດຕາດອກເບ້ຍພື້ນ ຖານ ແລະ ປັບປຸງກົນໄກການຮັກ ສາເງິນແຮຝາກບັງຄັບ ໃນແຕ່ລະ ໄລຍະ, ສືບຕໍ່ອອກ ແລະ ຈຳໜ່າຍ ພັນທະບັດ ທຫລ ໄລຍະສັ້ນສະກຸນ ເງິນກີບ ແລະ ສືບຕໍ່ສົມທົບກັບພາກ ສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິ ບັດ ການລວມສູນບັນຊີຄັງເງິນ (TSA) ຢູ່ ທຫລ; 3. ຄຸ້ມຄອງເງິນ ຕາຕ່າງປະເທດໃຫ້ເຂັ້ມງວດ ແລະ ຫັນເຂົ້າສູ່ລະບົບທະນາຄານໃຫ້ ຫລາຍຂຶ້ນ ໂດຍສະເພາະຄຸ້ມຄອງ ເງິນຕາຕ່າງປະເທດ ຈາກລາຍຮັບ ຈາກການສົ່ງອອກໃຫ້ບັນລຸ 75% ຂອງມູນຄ່າການສົ່ງອອກ (ບໍ່ລວມ ຫົວໜ່ວຍທີ່ຍົກເວັ້ນບາງມາດຕາ ຂອງກົດໝາຍຄຸ້ມຄອງເງິນຕາຕ່າງ ປະເທດ), ພ້ອມທັງຕິດຕາມກະແສ ເງິນຕາ ຈາກກຸ່ມຜູ້ລົງທຶນຕ່າງປະ ເທດ ໂດຍຜ່ານການເຈລະຈາຂອງ ຄະນະສະເພາະກິດ ເພື່ອໃຫ້ນັກລົງ ທຶນໂອນເງິນເຂົ້າມາ. ພ້ອມນີ້, ຍັງ ຈະສົມທົບກັບກະຊວງການເງິນ, ກະຊວງອຸດສາຫະກຳແລະການຄ້າ ແລະ ກະຊວງກ່ຽວຂ້ອງ ເພື່ອດັດ ສົມຫົວໜ່ວຍນໍາເຂົ້າ, ຈຳກັດໂກຕາ ການນໍາເຂົ້າ (ໂດຍແຍກເປັນ 5 ກຸ່ມ ສິນຄ້າບູລິມະສິດ ຄື: ນໍ້າມັນເຊື້ອ ໄຟ, ຄໍາ, ພາຫະນະ, ຢາປົວພະຍາດ, ປຸ໋ຍຝຸ່ນ ແລະ ເຄື່ອງອຸປະໂພກ-ບໍລິ ໂພກ), ພິຈາລະນາດັດສົມເງິນຕາ ຕ່າງປະເທດໃຫ້ສະເພາະຜູ້ທີ່ໄດ້ ຮັບອະນຸຍາດ ແລະ ຊຸກຍູ້ໃຫ້ ທທກ ດັດສົມເງິນຕາຕ່າງປະເທດ, ພ້ອມ ທັງຊຸກຍູ້ສົ່ງເສີມການນໍາໃຊ້ເງິນ ກີບໂດຍປະສານສົມທົບກັບບັນດາ ກະຊວງກ່ຽວຂ້ອງ ໂດຍສະເພາະ ການຂາຍດິນ, ຂາຍພາຫະນະ ແລະ ອື່ນໆໃຫ້ເປັນເງິນກີບ. ນອກຈາກ ນັ້ນ, ກໍຈະຊຸກຍູ້ໃຫ້ຫົວໜ່ວຍທຸລະ ກິດນໍາເຂົ້າ-ສົ່ງອອກ ຫັນມານໍາໃຊ້ ສະກຸນເງິນທ້ອງຖິ່ນ (ສະກຸນເງິນ ກີບ-ດົງ, ກີບ-ຢວນ, ກີບ-ບາດ) ເພື່ອຊຳລະຄ່າສິນຄ້າ, ການບໍລິການ ແລະ ການລົງທຶນ ກັບປະເທດຄູ່ ຄ້າ ເພື່ອຫລຸດຜ່ອນການເອື່ອຍ ອີງສະກຸນເງິນແຂງ (ສະກຸນເງິນ ໂດລາສະຫະລັດ) ຜ່ານທະນາຄານ ທຸລະກິດ ທີ່ໄດ້ຮັບອະນຸຍາດເປັນຜູ້ ໃຫ້ບໍລິການທຸລະກຳເງິນຕາຕ່າງ ປະເທດຂ້າມສະກຸນ ໃຫ້ເພີ່ມຂຶ້ນ; ສືບຕໍ່ຄົ້ນຄວ້າປັບປຸງຮ່າງຍຸດທະ ສາດຄຸ້ມຄອງໜີ້ສິນຕ່າງປະເທດ ເພື່ອກະກຽມລາຍງານລັດຖະບານ, ພ້ອມທັງເລັ່ງປັບປຸງກົນໄກກ່ຽວກັບ ການກູ້ຢືມລະຫວ່າງປະເທດ ເພື່ອ ກຳນົດອັດຕາສ່ວນໜີ້ສິນຕໍ່ແຫລ່ງ ທຶນ ແລະ ເງື່ອນໄຂເຂັ້ມງວດໃນ ການກູ້ຢືມລະຫວ່າງປະເທດ ແນໃສ່ ຫລຸດຜ່ອນໜີ້ສິນຈາກຕ່າງປະເທດ ຂອງພາກເອກະຊົນ. ນອກນີ້, ທຫລ ຈະອອກນິຕິກຳການຄຸ້ມຄອງທຸລະ ກິດຄໍາ ຢູ່ ສປປ ລາວ ໃຫ້ມີຄວາມ ຮັດກຸມຂຶ້ນຕື່ມ; 4. ຈະສົມທົບກັບ ກະຊວງອຸດສາຫະກຳ ແລະ ການ ຄ້າ ຄົ້ນຄວ້າກົນໄກການກໍານົດລາຍ ການສິນຄ້າ ເພື່ອສ້າງໂຄງສ້າງລາ ຄາ ແລະ ມາດຕະການໃນການຄຸ້ມ ຄອງລາຄາສິນຄ້າທີ່ມີຜົນກະທົບໄວ ຕໍ່ການດໍາລົງຊີວິດປະຈຳວັນ ໂດຍ ສະເພາະກຸ່ມປະເພດຕົ້ນທຶນການ ຜະລິດສິນຄ້າ (ແນວພັນພືດ, ຝຸ່ນ ວິທະຍາສາດ, ຫົວອາຫານ) ແລະ ກຸ່ມປະເພດຢາປົວພະຍາດ. ນອກນີ້, ຈະສ້າງຕະຫລາດປະມູນສິນຄ້າ ເພື່ອເພີ່ມປະສິດທິພາບໃນການຄຸ້ມ ຄອງລາຄາສິນຄ້າ; 5. ເພື່ອສືບຕໍ່ ຊຸກຍູ້ການຜະລິດ ທຫລ ຈະຊຸກຍູ້ ທທກ ໃຫ້ສະໜອງສິນເຊື່ອທີ່ມີ ຄຸນນະພາບ, ມີລະບົບການຄຸ້ມຄອງ ຮັດກຸມ, ທັນສະໄໝ, ທົ່ວເຖິງ ແລະ ມີຈຸດສຸມ ຕໍ່ກັບນະໂຍບາຍສິນເຊື່ອ ເພື່ອກະຈາຍແຫລ່ງທຶນສູ່ທ້ອງຖິ່ນ, ຈະສືບຕໍ່ພິຈາລະນາແຫລ່ງທຶນ ໃຫ້ ສະເພາະຫົວໜ່ວຍທີ່ຜ່ານການຄົ້ນ ຄວ້າ ແລະ ເຫັນດີອະນຸມັດຈາກຄະ ນະຮັບຜິດຊອບຂັ້ນແຂວງ, ນະຄອນ ຫລວງ ໃນປີ 2025 ເທົ່ານັ້ນ. ນອກນີ້, ຍັງຈະສືບຕໍ່ປະຕິບັດ ນະໂຍບາຍການສະໜອງສິນເຊື່ອ ຜ່ານກອງທຶນຕ່າງໆ ເພື່ອສົ່ງເສີມ ຫົວໜ່ວຍທຸລະກິດ SME ເຊັ່ນ: ສະ ໜອງຜ່ານກອງທຶນສົ່ງເສີມ SME ແລະ ກອງທຶນການສົ່ງເສີມການ ເຂົ້າເຖິງແຫລ່ງທຶນໃນ ສປປ ລາວ (LAFF); ຄົ້ນຄວ້າກໍານົດນະໂຍ ບາຍສົ່ງເສີມສິນເຊື່ອສໍາລັບສິນເຊື່ອ ຂະແໜງກະສິກຳ, ອຸດສາຫະກຳ ປຸງແຕ່ງ, ສິນເຊື່ອສໍາລັບການຜະ ລິດສົ່ງອອກ ແລະ ທົດແທນການນໍາ ເຂົ້າ ດ້ວຍການໝູນໃຊ້ແຫລ່ງທຶນ ຫລືສະພາບຄ່ອງສ່ວນເກີນຂອງບັນ ດາ ທທກ ບົນພື້ນຖານ ທຫລ ຮີບ ຮ້ອນຄົ້ນຄວ້ານະໂຍບາຍກະຕຸ້ນ ຄື: ຄົ້ນຄວ້າປັບປຸງລະບຽບການກ່ຽວ ກັບການຈັດຊັ້ນໜີ້ ແລະ ຫັກເງິນແຮ ສໍາລັບ ທທກ ທີ່ສະໜອງສິນເຊື່ອຂະ ແໜງກະສິກຳ, ອຸດສາຫະກຳປຸງ ແຕ່ງ ເພື່ອທົດແທນການນໍາເຂົ້າ; ຄົ້ນ ຄວ້າຫລັກການນໍາມູນຄ່າທີ່ບໍລິສັດ ຄໍ້າປະກັນສິນເຊື່ອ ໃຫ້ການຜະລິດ ກະສິກຳເປັນສ່ວນຫລຸດໃນການຫັກ ເງິນແຮໜີ້ເສຍໄດ້, ໝາຍຄວາມວ່າ: ສາມາດເອົາມູນຄ່າທີ່ບໍລິສັດ ຄໍ້າ ປະກັນສິນເຊື່ອລົບຍອດສິນເຊື່ອ ແລ້ວຈຶ່ງເອົາມາຄິດໄລ່ເງິນແຮຈັດ ຊັ້ນໜີ້ ແລະ ຈະສົມທົບກັບ ກະຊວງ ການເງິນ ຄົ້ນຄວ້ານໍາໃຊ້ຄັງແຮ ຂອງ ກະຊວງການເງິນ ເພື່ອດັດສົມ ດອກເບ້ຍສ່ວນໃດສ່ວນໜຶ່ງ ໃຫ້ຫົວ ໜ່ວຍທຸລະກິດ ເພື່ອຫລຸດຜ່ອນຕົ້ນ ທຶນການຜະລິດ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ສະຫງົບ ສປປ ລາວ ສົມທົບກັບຄະ ນະສູນຮ່ວມມືວຽກງານຕຳຫລວດ ລາວ-ຈີນ ໄດ້ດຳເນີນການນຳສົ່ງຜູ້ ຖືກຫາສັນຊາດຈີນ ຈຳນວນ 174 ຄົນ, ຍິງ 4 ຄົນ ໃຫ້ເຈົ້າໜ້າທີ່ຕຳ ຫລວດ ສປ ຈີນ ເພື່ອສືບຕໍ່ດຳເນີນ ການສືບສວນ-ສອບສວນ, ຕາງໜ້າ ຝ່າຍລາວເຊັນບົດບັນທຶກມອບ-ຮັບ ໂດຍ ທ່ານ ພັອ ຟອງສາລີ ຈັນທະ ວົງສາ ຮອງຫົວໜ້າກົມຕຳຫລວດ ຄຸ້ມຄອງຄົນຕ່າງປະເທດ ແລະ ຝ່າຍ ຈີນເຊັນຮັບໂດຍ ທ່ານ ພັທ ຈ່າງ ສຽນ ຫົວໜ້າໜ່ວຍງານ ຕມ ເມືອງ ເມິງຫລ້າ ກິ່ງແຂວງສິບສອງພັນ ນາ ແຂວງຢຸນໜານ ສປ ຈີນ. ຜູ້ຖືກຫາຈຳນວນດັ່ງກ່າວ, ຖືກ ກັກຕົວໄດ້ຫລັງຈາກເຈົ້າໜ້າທີ່ວິຊາ ສະເພາະ ກະຊວງປ້ອງກັນຄວາມ ສະຫງົບ ສປປ ລາວ ໄດ້ຕິດຕາມ ກວດກາ ແລະ ແກ້ໄຂເປົ້າໝາຍ ສົງໄສວ່າກຸ່ມຄົນດັ່ງກ່າວມີການ ເຄື່ອນໄຫວລະເມີດຕໍ່ກົດໝາຍວ່າ ດ້ວຍການເຂົ້າ-ອອກ ແລະ ຄຸ້ມ ຄອງຄົນຕ່າງປະເທດຢູ່ ສປປ ລາວ ຕາມຂໍ້ກ່າວຫາບໍ່ເຂົ້າ-ອອກຕາມ ດ່ານທີ່ທາງການກຳນົດ, ເຮັດວຽກ ບໍ່ຖືກເປົ້າໝາຍ, ດຳເນີນທຸລະກິດ, ປະກອບອາຊີບໂດຍບໍ່ໄດ້ຮັບອະນຸ ຍາດ, ລັກລີ້ຊ່ອນຢູ່ ສປປ ລາວ ແລະ ເຄື່ອນໄຫວກໍ່ອາຊະຍາກຳສໍ້ໂກງ ຊັບທາງໂທລະຄົມ ແລະ ການສື່ ສານ (ສະແກມເມີ) ໂດຍຖືກຈັດ ສົ່ງມາຈາກຫລາຍພາກສ່ວນເຊັ່ນ: ກົມຕຳຫລວດຄຸ້ມຄອງຄົນຕ່າງປະ ເທດ, ກອງບັນຊາການ ປກສ ນະ ຄອນຫລວງວຽງຈັນ, ປກສ ແຂວງ ຄໍາມ່ວນ, ປກສ ແຂວງວຽງຈັນ, ພ້ອມທັງສົ່ງມອບເຄື່ອງຂອງກາງ ການກະທຳຜິດຈຳນວນຫລາຍ ເປັນຕົ້ນ ຄອມພິວເຕີ ແລະ ໂທລະ ສັບມືຖື ເພື່ອເປັນຂໍ້ມູນຫລັກຖານ ໃຫ້ແກ່ການສືບຕໍ່ດຳເນີນການສືບ ສວນ-ສອບສວນຂອງເຈົ້າໜ້າທີ່ ຕຳຫລວດ ສປ ຈີນ. ການມອບ-ຮັບຜູ້ຖືກຫາດັ່ງ ກ່າວ ແມ່ນປະຕິບັດຕາມກົດໝາຍ ວ່າດ້ວຍການເຂົ້າ-ອອກ ແລະ ການ ຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ, ຂໍ້ຕົກລົງວ່າດ້ວຍການຮ່ວມ ມືສ້າງຕັ້ງສູນຮ່ວມມືວຽກງານ ຕຳຫລວດ ລາວ-ຈີນ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຈີນ ແລະ ຕາມການປະ ສານສົມທົບເຮັດວຽກຕົວຈິງຮ່ວມ ກັບເຈົ້າໜ້າທີ່ຕຳຫລວດ ສປ ຈີນ ປະຈຳຢູ່ສູນຮ່ວມມື ລາວ-ຈີນ ແລະ ປະຕິບັດຕາມສັນຍາແຜນການຮ່ວມ ມືລະຫວ່າງ ລາວ-ຈີນ ໃນການ ແລກປ່ຽນຂໍ້ມູນຂ່າວສານ ແລະ ການສົ່ງຕົວຜູ້ຖືກຫາທີ່ເປັນຄົນ ຕ່າງປະເທດ (ໂດຍສະເພາະຄົນ ຈີນ) ກັບຄືນປະເທດ ເພື່ອດໍາເນີນ ຄະດີ ຫລັງຈາກຖືກກັກຕົວໄດ້ຢູ່ ສປປ ລາວ. ໃນໂອກາດນີ້, ຂໍຮຽກຮ້ອງມາ ຍັງປະຊາຊົນບັນດາເຜົ່າທຸກຊັ້ນຄົນ ໃນສັງຄົມ ໃຫ້ມີສະຕິຕໍ່ກົນອຸບາຍ ຂອງພວກກຸ່ມຄົນບໍ່ດີ, ປັດຈຸບັນນີ້ ບັນຫາອາຊະຍາກຳທາງໂທລະຄົມ ແລະ ການສື່ສານ ຫລື ອາຊະຍາກໍາ ທາງລະບົບຄອມພິວເຕີ (ສະແກມ ເມີ) ແມ່ນມີຮູບແບບການຫລອກ ລວງທີ່ຫລາກຫລາຍ. ສະນັ້ນ, ຕ້ອງ ມີວິທີປ້ອງກັນຕົນເອງ, ພ້ອມນີ້ ນັກທຸລະກິດ ແລະ ຊາວຄ້າຂາຍ ຫລື ຜູ້ປະກອບການເຮືອນໃຫ້ເຊົ່າ, ໂຮງແຮມ, ອະພາດເມັນ, ຫ້ອງ ແຖວ ຕ້ອງມີສ່ວນຮ່ວມ ແລະ ໃຫ້ ການຮ່ວມມືກັບເຈົ້າໜ້າທີ່, ບໍ່ໃຫ້ ກຸ່ມຄົນບໍ່ດີມາສວຍໃຊ້ສະຖານທີ່ ຂອງຕົນໃນການກະທຳທີ່ຜິດກົດ ໝາຍ; ຕ້ອງມີມາດຕະການທີ່ເຂັ້ມ ງວດຕໍ່ຜູ້ໃຊ້ບໍລິການ ຖ້າຫາກພົບ ເຫັນມີການເຄື່ອນໄຫວທ່ີບໍ່ຖືກຕ້ອງ ຕາມກົດໝາຍ ຕ້ອງໄດ້ລາຍງານຕໍ່ ເຈົ້າໜ້າທີ່ຢ່າງຮີບດ່ວນ. ຂ່າວ-ພາບ: ແກ້ວ ອຸເພັດ ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວແລະຄະນະ ນາຍທະຫານໜຸ່ມ ກອງທັບປະຊາ ຊົນຫວຽດນາມໄດ້ທັດສະນະສຶກສາ ແລະ ຢ້ຽມຊົມຫໍພິພິທະພັນ ໄກສອນ ພົມວິຫານ ໃນວັນທີ 6 ກໍລະກົດ 2026 ໃນໂອກາດທີ່ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 5-14 ກໍລະກົດ 2026 ນີ້. ການທັດສະນະ ຄັ້ງນີ້, ນໍາພາຄະນະໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າ ຫ້ອງການຊາວໜຸ່ມກອງທັບ, ຫົວ ໜ້າຄະນະນາຍທະຫານໜຸ່ມ ກອງ ທັບປະຊາຊົນລາວແລະ ສະຫາຍ ເລ່ ຫ້າວ ຮອງຫົວໜ້າຫ້ອງການຊາວ ໜຸ່ມ,ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ. ການມາທັດສະນະຄັ້ງນີ້, ເພື່ອ ສຶກສາປະຫວັດຄວາມເປັນມາ ຂອງ ປະທານ ໄກສອນ ພົມວິຫານ, ມູນ ເຊື້ອ, ນໍ້າໃຈ ແລະ ແນວຄິດການປະ ຕິວັດ ຂອງຜູ້ນຳທີ່ເຄົາລົບຮັກຂອງ ປວງຊົນລາວ, ເປັນຜູ້ລິເລີ່ມເສີມ ສ້າງສາຍພົວພັນລະຫວ່າງ ສອງ ຊາດ ລາວ-ຫວຽດນາມ ຮ່ວມກັບຜູ້ ນຳການປະຕິວັດລາວທ່ານອື່ນໆ ເພື່ອນຳເອົາແນວຄິດການປະຕິ ວັດ, ຕໍ່ສູ້ຍາດເອົາເອກະລາດ ປະຊາ ທິປະໄຕ ແລະ ຜືນແຜ່ນດິນອັນຄົບ ຖ້ວນ ມາໃຫ້ປວງຊົນລາວ, ສຶກສາ ມູນເຊື້ອນໍ້າໃຈສາມັກຄີພິເສດ ຂອງ ຜູ້ນຳ ລາວ-ຫວຽດນາມ ໂດຍສະ ເພາະປະທານ ໄກສອນ ພົມວິຫານ ແລະ ປະທານ ໂຮ່ຈີ່ມິງ ທີ່ຍາມໃດ ກໍຊ່ວຍເຫລືອເຊິ່ງກັນ ແລະ ກັນ ຕະ ຫລອດມາ, ເພື່ອເປັນການສືບທອດ ມູນເຊື້ອ ແລະ ເສີມຂະຫຍາຍຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ຂອງສອງຊາດ, ສອງ ກອງທັບໃຫ້ເລິກເຊິ່ງ ໂດຍສະເພາະ ຊາວໜຸ່ມ ຂອງສອງກອງທັບ ຜູ້ທີ່ ເປັນກໍາລັງແຮງ, ເປັນຕົວແທນແລະ ເປັນຜູ້ສືບທອດໜ້າທີ່, ພາລະກິດອັນ ມີກຽດສະຫງ່າ ທີ່ປະຊາຊົນສອງ ຊາດ ມອບໝາຍໃຫ້. ຂ່າວ: ພຸດທະພອນ ລັດດານາວ cdj omh k; xtdkflh k'8A ' 8kcl'sh ;pg]y d 1j k'gxa omk'dko ຂປລ. ພິທີປະກາດສ້າງຕັ້ງຕາ ແສງຫ້ວຍເລິກ ຂອງເມືອງແກ່ນ ທ້າວ ແຂວງໄຊຍະບູລີ ຈັດຂຶ້ນໃນ ວັນທີ 7 ກໍລະກົດ 2026 ທີ່ສໍານັກ ງານຕາແສງດັ່ງກ່າວ ໂດຍມີທ່ານ ຄຳເຫລັກ ແກ້ວວິໄລພອນ ປະທານ ຄະນະກວດກາພັກ, ປະທານອົງ ການກວດກາລັດແຂວງໄຊຍະບູລີ, ທ່ານ ຄໍາປຸ່ນ ນວນສະບັບ ເລຂາຄະ ນະບໍລິຫານງານພັກ ເມືອງແກ່ນ ທ້າວ ພ້ອມດ້ວຍບັນດາການນໍາ ຂັ້ນເມືອງ, ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແລະ ກ້ອນກໍາລັງ ຊາວໜຸ່ມ-ເຍົາວະຊົນ ເຂົ້າຮ່ວມ. ທ່ານ ສີຄານ ແກ່ນມະນີ ປະທານ ຄະນະກໍາມະການປົກຄອງ ເມືອງ ແກ່ນທ້າວໄດ້ລາຍງານວ່າ:ຕາແສງ ຫ້ວຍເລິກ ຕັ້ງຢູ່ທາງທິດຕາເວັນຕົກ ຂອງເມືອງແກ່ນທ້າວ ຫ່າງຈາກເທ ສະບານເມືອງ ປະມານ 41,2 ກິໂລ ແມັດ, ມີເນື້ອທີ່ 28.040,93 ເຮັກ ຕາ, ປະກອບມີ 6 ບ້ານຄື: ບ້ານວັງ ປູນ, ບ້ານຫ້ວຍເລິກ, ບ້ານວັງປາ, ບ້ານສວນກ້ວຍ, ບ້ານຫ້ວຍບູຮາ ແລະ ບ້ານລາດຂາມປ້ອມ, ມີພົນ ລະເມືອງ 7.372 ຄົນ, ຍິງ 3.571 ຄົນ (ເປັນເຜົ່າລາວ 100%), ມີ ສຳນັກງານຫ້ອງການຕັ້ງຢູ່ບ້ານ ວັງປາ (ນຳໃຊ້ຫ້ອງ ການກຸ່ມບ້ານ ພັດທະນາຫ້ວຍເລິກ-ວັງປາ ຫລັງ ເກົ່າ) ເພື່ອອໍານວຍຄວາມສະດວກ ໃຫ້ແກ່ພະນັກງານປະຈຳການ. ທ່ານ ໄພທອງ ຈັນດາ ຮອງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນ ຜ່ານຂໍ້ຕົກລົງຂອງປະທານຄະນະ ກຳມະການປົກຄອງແຂວງ ວ່າ ດ້ວຍການສ້າງຕັ້ງຕາແສງຫ້ວຍ ເລິກ, ຜ່ານມະຕິຕົກລົງຂອງຄະນະ ປະຈຳພັກເມືອງແລະຂໍ້ຕົກລົງຂອງ ປະທານຄະນະກຳມະການປົກຄອງ ເມືອງ ວ່າດ້ວຍການສ້າງຕັ້ງອົງ ຄະນະພັກຮາກຖານ, ການຍົກຍ້າຍ ພະນັກງານ, ການບົ່ງຕົວແຕ່ງຕັ້ງ ຄະນະບໍລິຫານງານພັກຕາແສງ, ເລຂາ-ຮອງເລຂາ, ປະທານ-ຮອງ ປະທານກວດກາ, ພ້ອມທັງແຕ່ງ ຕັ້ງຄະນະກຳມະການປົກຄອງຕາ ແສງຫ້ວຍເລິກ ຊຶ່ງແຕ່ງຕັ້ງ ທ່ານ ດາວຫລຸ້ງ ເຮີ ເປັນປະທານຄະນະ ກຳມະການປົກຄອງຕາແສງຫ້ວຍ ເລິກ, ທ່ານ ລ໋ອນ ສີລິວັນ ແລະ ທ່ານ ນາງ ຫວານ ຈວງເທວີ ເປັນ ຮອງປະທານຄະນະກຳມະການປົກ ຄອງຕາແສງ.
RkJQdWJsaXNoZXIy MTc3MTYxMQ==