7314

@ 0j k; c]t gsfdko j 08/07/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ອົງການທີ່ຮັບຜິດຊອບ...ົີ່ັິ ລັດຖະບານ...ັ ແມ່ນກວດໃຫ້ເຫັນຈຸດບົກຜ່ອງ, ການລະເມີດລະບຽບກົດໝາຍທີ່ ເກີດຂຶ້ນໃນກໍລະນີຕ່າງໆ ມັນໄດ້ ສ້າງຜົນເສຍຫາຍຫຍັງຂຶ້ນຕໍ່ສ່ວນ ລວມ, ຕໍ່ການຈັດຕັ້ງ, ຕໍ່ບຸກຄົນ, ລະ ເມີດສິດທິຂອງປະຊາຊົນ, ສ້າງຜົນ ກະທົບຕໍ່ສິດ ແລະ ຜົນປະໂຫຍດ ຂອງປະຊາຊົນໜ້ອຍຫລາຍປານ ໃດ. ສິ່ງດັ່ງກ່າວ ພວກເຮົາມີຄວາມ ຈຳເປັນຕ້ອງຊອກໃຫ້ເຫັນຜູ້ກະທຳ ຜິດ, ຊອກໃຫ້ເຫັນສາເຫດຂອງ ການກະທຳຜິດ, ຊອກໃຫ້ເຫັນສິ່ງ ຈູງໃຈຂອງບຸກຄົນ ແລະ ການຈັດ ຕັ້ງທີ່ມີການກະທຳຜິດ, ການລະ ເມີດແນວທາງ, ລະເມີດກົດໝາຍ ໃຫ້ໄດ້. ການກວດກາ, “ບໍ່ຄວນໃຫ້ ມີເຂດຫວງຫ້າມ ແລະ ບໍ່ຄວນໃຫ້ ມີຂໍ້ຍົກເວັ້ນ. ເພື່ອເຮັດໃຫ້ການກວດກາມີປະ ສິດທິພາບ ແລະ ມີຄວາມສັກສິດ ອົງການທີ່ຮັບຜິດຊອບວຽກງານນີ້ ຕ້ອງປັບປຸງເນື້ອໃນຮູບການ ແລະ ວິທີການກວດກາ ໃຫ້ມີປະສິດທິ ຜົນສູງຂຶ້ນກວ່າເກົ່າ, ສືບຕໍ່ກວດກາ ບັນດາເປົ້າໝາຍ ທີ່ປະຕິບັດຍັງບໍ່ ທັນສຳເລັດໃຫ້ສໍາເລັດ. ກວດເຫັນ ຕ້ອງສະຫລຸບລາຍງານ ແລະ ສະ ເໜີທິດທາງແກ້ໄຂໄປພ້ອມ, ກໍລະ ນີໃດຕ້ອງລົງວິໄນ, ກໍລະນີໃດຕ້ອງ ສະເໜີໃຫ້ໄອຍະການປະຊາຊົນ ສັ່ງຟ້ອງສານ, ເມື່ອສັ່ງຟ້ອງແລ້ວ ຕ້ອງຕິດຕາມການດຳເນີນຄະດີ ໃຫ້ເຖິງກົກເຖິງຮາກ; ຄວນແກ້ໄຂ ບັນຫາທີ່ຄ້າງຄາທີ່ເຄີຍປະຕິບັດມາ ເຊັ່ນ: ຄະດີທີ່ຍັງຄ້າງຢູ່ກັບໄອຍະ ການ ກໍຊ້າແລ້ວ ແຕ່ເມື່ອຄະດີໄປ ເຖິງສານ, ກໍໄປຄ້າງຢູ່ກັບສານ, ບໍ່ ຕັດສິນຈັກເທື່ອ...ໃນກໍລະນີສານ ຕັດສິນແລ້ວ ການປະຕິບັດຄຳຕັດ ສິນຂອງສານ ກໍບໍ່ໄປ, ບໍ່ມາ, ແກ່ ຍາວ. ພວກເຮົາບໍ່ສາມາດປະປ່ອຍ ໃຫ້ສະພາບແນວນີ້ດຳເນີນຕໍ່ໄປໄດ້ ອີກແລ້ວ, ເຖິງເວລາທີ່ບໍ່ສາມາດ ລັງເລ, ຢຸດໆຢ່ອນໆ ຕໍ່ໄປອີກແລ້ວ. ໃນຂະນະດຽວກັນ, ກໍເອົາໃຈໃສ່ ສ້າງ ແລະ ປັບປຸງບັນດານິຕິກໍາທີ່ ຈໍາເປັນກ່ຽວກັບວຽກງານກວດ ກາ, ຕ້ານການສໍ້ລາດບັງຫລວງ ແລະ ສິ່ງຫຍໍ້ທໍ້ຕ່າງໆ ທັງຕ້ອງໂຄ ສະນາ, ເຜີຍແຜ່ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ລວມທັງການເຜີຍແຜ່ຜົນ ການກວດກາ ແລະ ການແກ້ໄຂຜົນ ການກວດກາ ໃຫ້ທົ່ວສັງຄົມໄດ້ ຮັບຮູ້ເຫັນໄດ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງການສໍ້ລາດ ບັງຫລວງ ເພື່ອກ້າວໄປເຖິງເຮັດໃຫ້ ຄົນມີຈິດສຳນຶກມີຄວາມສັດຊື່ສຸດ ຈະລິດທີ່ “ບໍ່ກ້າສໍ້ລາດບັງຫລວງ, ບໍ່ສາມາດສໍ້ລາດບັງຫລວງ ແລະ ບໍ່ຢາກສໍ້ລາດບັງຫລວງ ອີກຕໍ່ໄປ”. ພ້ອມກັນນີ້, ສະຫາຍເລຂາທິການ ໃຫຍ່ ຍັງສະເໜີວ່າ: ອົງການກວດ ກາ ແຕ່ເທິງລົງລຸ່ມ ກໍບໍ່ເຮັດໃຫ້ເປັນ ສະໜາມຕໍ່ລອງ “ຈາກອັນຜິດໃຫ້ ກາຍເປັນຖືກ”. ໃນເວລາດຽວກັນ, ຕ້ອງປັບປຸງອົງການຈັດຕັ້ງໃຫ້ເຂັ້ມ ແຂງ ໄປຄວບຄູ່ກັບການປັບປຸງ ບັນດາອົງການທີ່ເຮັດວຽກຍຸຕິທຳ ຂອງລັດໃຫ້ເຂັ້ມແຂງ, ປັບປຸງສະ ພາທະນາຍຄວາມໃຫ້ໂປ່ງໃສ, ເຄັ່ງ ຄັດຕໍ່ຫລັກການ, ຫັນເປັນທັນສະ ໄໝ ແລະ ມີຄວາມຍຸຕິທຳຢ່າງແທ້ ຈິງ; ຕ້ອງເດັດດ່ຽວແກ້ໄຂພະນັກ ງານກວດກາທີ່ລະເມີດລະບຽບ ວິໄນ, ຕ້ອງກໍ່ສ້າງ ແລະ ໃຫ້ໂອ ກາດພະນັກງານທີ່ຊື່ສັດບໍລິສຸດ, ປົກປ້ອງພະນັກງານ ທີ່ເປັນແບບ ຢ່າງທີ່ດີ, ເສຍສະລະ ເພື່ອວຽກງານ ແລະ ເພື່ອສ່ວນລວມໃຫ້ໄດ້, ບໍ່ໃຫ້ ຖືກປັດເຂ່ຍອອກຕ້ອງປ້ອງກັນ ແລະ ສົ່ງເສີມ. ຂໍ້ມູນ-ພາບ: ສຳນານ ທ່ານສັນຕິພາບພົມວິຫານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການເງິນ ລາຍງານໃຫ້ຮູ້ໃນ ກອງປະຊຸມສະໄໝວິສາມັນເທື່ອ ທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ກໍລະກົດ 2026 ນີ້ ວ່າ:ລັດຖະບານໄດ້ຮ່າງວາລະແຫ່ງ ຊາດວ່າດ້ວຍການພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸຸກຍາກ ເພື່ອຫັນເອົາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງກ່ຽວກັບວຽກພັດທະ ນາຊົນນະບົດແລະແກ້ໄຂຄວາມທຸກ ຍາກເປັນອັນລະອຽດ ດ້ວຍການ ນໍາໃຊ້ຂໍ້ມູນ ທີ່ມີລັກສະນະວິທະຍາ ສາດ, ມີການຢັ້ງຢືນຮັບຮອງຈາກ ອົງການປົກຄອງທ້ອງຖິ່ນ ແລະ ສູນ ກາງ ເປັນພື້ນຖານໃນການກໍານົດ ເປົ້າໝາຍ, ຄາດໝາຍ ແລະ ວຽກ ຈຸດສຸມ ເພື່ອເລັ່ງແກ້ໄຂບັນຫາຕົວ ຈິງຮີບດ່ວນຂອງຊົນນະບົດຢ່າງມີ ຈຸດສຸມ ແລະ ມີລັກສະນະບຸກທະລຸ. ໃນນີ້, ຈະສຸມໃສ່ແກ້ໄຂ 2 ບັນຫາ ໃຫຍ່ ຄື: ສ້າງອາຊີບ ແລະ ແຫລ່ງ ລາຍຮັບທີ່ໝັ້ນຄົງ ແລະ ຍືນຍົງ; ພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກ ຢູ່ຊົນ ນະບົດ. ຖ້າ 2 ບັນຫາດັ່ງກ່າວ ໄດ້ ຮັບການແກ້ໄຂຢ່າງເປັນຮູບປະທໍາ ຈະສາມາດສ້າງຄອບຄົວພົ້ນທຸກ ໄດ້ຫລາຍກວ່າ 100.000ຄອບຄົວ ເຮັດໃຫ້ອັດຕາສ່ວນຄອບຄົວທຸກ ຍາກ ຫລຸດຈາກ 14,78% ຍັງ ເຫລືອ ໜຶ່ງຕົວເລກ ຫລື ປະມານ 8%;ສ້າງບ້ານພົ້ນທຸກໃຫ້ໄດ້ຫລາຍ ກວ່າ 1.000 ບ້ານ, ສ້າງເມືອງພົ້ນ ທຸກໃຫ້ໄດ້ຫລາຍກວ່າ 25 ເມືອງ. ໃນນັ້ນ,ລັດຖະບານໄດ້ກຳນົດຫລາຍ ມາດຕະການ ເພື່ອແກ້ໄຂຄວາມ ທຸກຍາກຂອງປະຊາຊົນ, ສ້າງຄອບ ຄົວ, ສ້າງບ້ານ, ເມືອງພົ້ນທຸກ ໃຫ້ ໄດ້ຕາມເປົ້າໝາຍທີ່ວາງໄວ້ ໂດຍ ຈະສຸມໃສ່ສ້າງອາຊີບ ແລະ ແຫລ່ງ ລາຍຮັບຂອງປະຊາຊົນໃຫ້ມີຄວາມ ໝັ້ນຄົງ ພ້ອມທັງເຂົ້າເຖິງການ ບໍລິການ, ລະບົບປົກປ້ອງສັງຄົມຂັ້ນ ພື້ນຖານ; ສຸມໃສ່ພັດທະນາພື້ນຖານ ໂຄງລ່າງ ແລະ ສິ່ງອໍານວຍຄວາມ ສະດວກຢູ່ຊົນນະບົດ ໃຫ້ຮັບປະກັນ ການດໍາລົງຊີວິດ, ການຜະລິດ ແລະ ເຂົ້າເຖິງການບໍລິການດ້ານສາທາ ລະນຸປະໂພກ ຢ່າງທົ່ວເຖິງ ແລະ ຍືນ ຍົງ; ສຸມໃສ່ຈັດສັນພູມລຳເນົາ ແລະ ອາຊີບໝັ້ນຄົງໃຫ້ປະຊາຊົນບັນດາ ເຜົ່າ ຫລຸດຜ່ອນການເຄື່ອນຍ້າຍ ຂອງພົນລະເມືອງແບບຊະຊາຍ; ສ້າງ ແລະ ປັບປຸງລະບົບການເມືອງ ຢູ່ຂັ້ນຮາກຖານ ໃຫ້ມີຄວາມໜັກ ແໜ້ນ, ເຂັ້ມແຂງ, ສາມາດນໍາພາ ປະຊາຊົນເປັນເຈົ້າການປົກປັກຮັກ ສາ, ພັດທະນາຕົນເອງ, ພັດທະນາ ບ້ານແລະ ຊຸມຊົນ ໃຫ້ຫລຸດພົ້ນອອກ ຈາກຄວາມທຸກຍາກ; ເຮັດໃຫ້ຮາກ ຖານມີຄວາມສະຫງົບ, ປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເປັນໜ້າທີ່ຂອງທົ່ວປວງຊົນ; ຂົນຂວາຍ ແລະ ຍາດແຍ່ງການລົງ ທຶນເຂົ້າໃສ່ການພັດທະນາຢູ່ຊົນນະ ບົດ ຈາກແຫລ່ງທຶນຕ່າງໆ ທັງພາຍ ໃນ ແລະ ຕ່າງປະເທດ, ບໍ່ເອື້ອຍ ອີງໃສ່ແຕ່ງົບປະມານຂອງລັດດ້ານ ດຽວ ເພື່ອໃຫ້ມີທຶນຮອນຕອບສະ ໜອງການພັດທະນາຊົນນະບົດໃຫ້ ຫລາຍຂຶ້ນແລະມີຈຸດສຸມ;ສ້າງແລະ ປັບປຸງນິຕິກຳ-ກົນໄກ ໃນການຈັດ ຕັ້ງປະຕິບັດວຽກງານພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ເປັນລະບົບຄົບຊຸດ, ເຂັ້ມງວດ, ສອດຄ່ອງ, ຮັດກຸມ ແລະ ເອື້ອອໍາ ນວຍໃຫ້ແກ່ການຈັດຕັ້ງປະຕິບັດໃຫ້ ມີປະສິດທິພາບ ແລະ ປະສິດທິຜົນ. ທ່ານ ສັນຕິພາບ ພົມວິຫານ ຍັງ ໃຫ້ຮູ້ອີກວ່າ: ປັດຈຸບັນ, ທົ່ວປະເທດ ຍັງມີຄອບຄົວບໍ່ພົ້ນທຸກ 189.792 ຄອບຄົວ ເທົ່າກັບ 14,78%, ບ້ານ ບໍ່ພົ້ນທຸກ 2.173 ບ້ານ ກວມ 25,83% ແລະ ເມືອງບໍ່ພົ້ນທຸກ 66 ເມືອງ ກວມ 44,59% ຊຶ່ງ ສາເຫດຕົ້ນຕໍ ທີ່ພາໃຫ້ຄອບຄົວບໍ່ ພົ້ນທຸກ ມີ 2 ສາເຫດຄື: ຄອບຄົວ ຂາດອາຊີບ ຫລື ແຫລ່ງລາຍຮັບ ໝັ້ນຄົງ ເນື່ອງມາຈາກຂາດຄວາມ ຮູ້, ຂາດຄວາມກະຕືລືລົ້ນ ໃນການ ພັດທະນາຕົນເອງ, ຄອງຄອຍການ ຊ່ວຍເຫລືອຈາກພາກລັດ ແລະ ວິທີ ທຳມາຫາກິນແບບຄອງເດີມ; ບໍ່ສາ ມາດເຂົ້າເຖິງການບໍລິການສາທາ ລະນະຂັ້ນພື້ນຖານ ເປັນຕົ້ນ ການ ເຂົ້າເຖິງການບໍລິການສາທາລະນະ ສຸກ, ການສຶກສາ, ນໍ້າສະອາດ. ສ່ວນ ສາເຫດທີ່ບ້ານບໍ່ພົ້ນທຸກ ມີ 3 ສາ ເຫດຕົ້ນຕໍ ຄື: ເສັ້ນທາງຄົມມະນາ ຄົມ ບໍ່ສາມາດທຽວໄດ້ຕະຫລອດປີ; ບໍ່ມີຕາຂ່າຍໄຟຟ້າໃນລະບົບ; ບໍ່ສາ ມາດເຂົ້າເຖິງການບໍລິການດ້ານໂທ ລະຄົມມະນາຄົມ ແລະ ການຂົນສົ່ງ. ສຳລັບ ສາເຫດທີ່ເມືອງບໍ່ພົ້ນທຸກ ມີ 3 ສາເຫດຕົ້ນຕໍ ຄື: ເສັ້ນທາງຄົມ ມະນາຄົມ ບໍ່ສາມາດທຽວໄດ້ຕະ ຫລອດປີ ແລະ ຍັງບໍ່ທັນເຊື່ອມ ຈອດກັບບ້ານ ພາຍໃນເມືອງ; ຊັບ ພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ບໍ່ໄດ້ຮັບການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ຢ່າງມີ ປະສິດທິຜົນ; ເທສະບານເມືອງບໍ່ໄດ້ ຊົມໃຊ້ນໍ້າປະປາຊຸມຊົນ ຫລື ລະບົບ ນໍ້າປະປາ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ຄະນະບໍລິຫານງານພັກກະຊວງ, ມີສະຫາຍຮອງເລຂາ, ຄະນະປະ ຈໍາພັກ, ຄະນະບໍລິຫານງານພັກ ກະຊວງ ວທ ເຂົ້າຮ່ວມ. ກອງປະຊຸມໄດ້ຄົ້ນຄວ້າພິຈາລະ ນາ ແລະ ຮັບຮອງເອົາຫລາຍບັນ ຫາທີ່ສໍາຄັນ ເປັນຕົ້ນ ເຜີຍແຜ່ກົດ ລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີXII, ຕາມມະຕິຕົກລົງຂອງ ຄະນະບໍລິຫານງານສູນກາງພັກ ຮັບຮອງ ສະບັບເລກທີ 21/ຄບສພ, ອົງຄະນະພັກກະຊວງ...ົັ ລົງວັນທີ 23 ກຸມພາ 2026, ຜ່ານ ບົດສະຫລຸບຕີລາຄາ, ຖອດຖອນບົດ ຮຽນຜົນສຳເລັດ ແລະ ຂໍ້ຄົງຄ້າງ ການນຳພາ-ຊີ້ນຳວຽກງານພັກພະນັກງານແລະ ວຽກງານວິຊາສະ ເພາະທົ່ວອົງຄະນະພັກກະຊວງ ວທ ໃນເດືອນຜ່ານມາ,ລວມທັງ6ເດືອນ ຕົ້ນປີ 2026 ແລະ ທິດທາງແຜນ ການໃນ 3 ເດືອນຕໍ່ໜ້າ ລວມທັງ 6 ເດືອນທ້າຍປີ 2026, ຜ່ານບົດ ສຳຫລວດບຸກຄົນໃນຄະນະບໍລິຫານ ງານພັກກະຊວງ ວທ, ປຶກສາຫາລື, ຄົ້ນຄວ້າ, ຕົກລົງບັນຫາອື່ນ ທີ່ຮີບ ດ່ວນ ແລະ ມີຄວາມຈໍາເປັນ. ໂອກາດນີ້, ສະຫາຍ ນາງ ສວນ ສະຫວັນ ວິຍະເກດ ຍັງໄດ້ຮຽກ ຮ້ອງໃຫ້ທຸກສະຫາຍຈົ່ງເອົາໃຈໃສ່ ສຸມສະຕິປັນຍາຄົ້ນຄວ້າເນື້ອໃນ ເອກະສານຢ່າງເລິກເຊິ່ງ, ພາວະ ວິໄສ, ສອດຄ່ອງກັບສະພາບເງື່ອນ ໄຂການຈັດຕັ້ງປະຕິບັດວຽກງານ ຕົງຈິງ ຂອງກະຊວງໃນລະໄລຍະ 6 ເດືອນຕໍ່ໜ້າ ເພື່ອເຮັດໃຫ້ບັນຫາ ຕ່າງໆທີ່ຍົກຂຶ້ນໃນກອງປະຊຸມຄັ້ງ ນີ້ ໄດ້ມີຄວາມເປັນເອກະພາບ, ສາ ມາດນໍາເອົາໄປນໍາພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດໄດ້ຕາມຄາດໝາຍ ທີ່ວາງອອກໃນທຸກດ້ານ. ຂ່າວ-ພາບ: ຫ້ອງການກະຊວງ ວທ ມີຫລາຍປັດໄຈ...ີັ ສິນຄ້າ ແລະ ການບໍລິການ ຍັງບໍ່ ຫລຸດລົງຕາມລາຄານໍ້າມັນ ແມ່ນ ເກີດຈາກຫລາຍປັດໄຈທາງເສດ ຖະກິດທີ່ຕິດພັນກັນ ຄື: ຍ້ອນຄວາມ ໜຽວດ້ານລາຄາ ໃນທາງເສດຖະ ສາດ ລາຄາສິນຄ້າເມື່ອໄດ້ປັບຕົວ ຂຶ້ນໄປແລ້ວ ມັກຈະປັບຕົວລົງຍາກ ແລະ ຊ້າກວ່າ ເນື່ອງຈາກຜູ້ປະກອບ ການ ຍັງມີຄວາມກັງວົນຕໍ່ຄວາມ ບໍ່ແນ່ນອນ ແລະ ຄວາມສ່ຽງຂອງ ສະພາບເສດຖະກິດ; ຕົ້ນທຶນສິນຄ້າ ເກົ່າຕົກຄ້າງໃນສາງຜູ້ຜະລິດ, ຜູ້ນໍາ ເຂົ້າ ແລະ ຜູ້ຂາຍສົ່ງ-ຂາຍຍ່ອຍ ຍັງມີສິນຄ້າເກົ່າທີ່ຕົກຄ້າງໃນສາງ ຊຶ່ງເປັນສິນຄ້າທີ່ໄດ້ນໍາເຂົ້າ ຫລື ຜະ ລິດໃນໄລຍະທີ່ຕົ້ນທຶນພວມຢູ່ໃນ ລະດັບສູງ, ຕົ້ນທຶນເຫລົ່ານັ້ນ ລວມ ມີ: ຄ່ານໍ້າມັນ, ວັດຖຸດິບ, ປຸ໋ຍ, ຫົວ ອາຫານສັດ, ຄ່າຂົນສົ່ງ, ຄ່າເຊົ່າ ແລະ ຄ່າໃຊ້ຈ່າຍອື່ນໆ ຊຶ່ງບໍ່ສາມາດ ປັບຫລຸດລົງຍ້ອນຫລັງໄດ້; ຕົ້ນ ທຶນແຝງອື່ນໆໃນຕ່ອງໂສ້ການສະ ໜອງ: ຕົ້ນທຶນບາງປະເພດ ເຊັ່ນ: ຄ່າແຮງງານ, ຄ່າເຊົ່າສະຖານທີ່ ແລະ ຄ່າບໍລິການໂລຈິສຕິກບາງ ປະເພດ ໄດ້ປັບຕົວຂຶ້ນໄປແລ້ວ, ຕົ້ນ ທຶນເຫລົ່ານີ້ ບໍ່ສາມາດປັບຫລຸດລົງ ໄດ້ຕາມລາຄານໍ້າມັນໃນທັນທີ. ສຳລັບ ກົນໄກ, ມາດຕະການ ແລະ ວິທີການແກ້ໄຂ ກະຊວງອຸດ ສາຫະກຳ ແລະ ການຄ້າ ໄດ້ອີງໃສ່ ຫລັກການ ແລະ ມາດຕະການ ທີ່ກຳ ນົດໃນດໍາລັດ 474/ນຍ ວ່າດ້ວຍ ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໂດຍຈະວິເຄາະ ແລະ ຮັບຮອງໂຄງປະກອບລາຄາ, ບັງ ຄັບໃຫ້ຜູ້ດໍາເນີນທຸລະກິດ ສົ່ງໂຄງ ປະກອບລາຄາ (ຕົ້ນທຶນການຜະ ລິດ, ຊື້, ຕົ້ນທຶນການຈໍລະຈອນ, ລາຄາຈໍາໜ່າຍ ແລະ ກໍາໄລ) ສໍາ ລັບສິນຄ້າໃນລາຍການຄວບຄຸມ ໃຫ້ອົງການຄຸ້ມຄອງລາຄາກວດ ກາ ແລະ ຮັບຮອງກ່ອນນໍາໃຊ້ ເພື່ອ ປ້ອງກັນການສວຍໂອກາດຂຶ້ນ ລາຄາ; ຕິດຕາມການເໜັງຕີງ ແລະ ການຕິດປ້າຍລາຄາ ໂດຍຈະເພີ່ມ ທະວີ ລົງຕິດຕາມກວດກາການຕິດ ປ້າຍລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ມີຄວາມຈະແຈ້ງ ແລະ ໂປ່ງໃສ ເພື່ອບໍ່ໃຫ້ເກີດຄວາມສັບສົນແກ່ຜູ້ ຊົມໃຊ້; ຊຸກຍູ້ການປະສານງານ ຮ່ວມກັບທ້ອງຖິ່ນ ເພີ່ມທະວີການ ປະສານງານລະຫວ່າງກະຊວງ, ພະແນກອຸດສາຫະກຳແລະການຄ້າ (ອຄ) ແຂວງ, ນະຄອນ ແລະ ຫ້ອງ ການ ອຄ ເມືອງ, ເທສະບານ ເພື່ອ ເປັນເຈົ້າການຈັດຕັ້ງປະຕິບັດ, ນໍາໃຊ້ ລະບົບສາຍດ່ວນ, ໂຄສະນາ ແລະ ເປີດກວ້າງຊ່ອງທາງສາຍດ່ວນ ເພື່ອຮັບແຈ້ງເຫດ, ຂໍ້ມູນ-ຂ່າວສານ ແລະ ຄໍາຮ້ອງຮຽນຈາກຜູ້ຊົມໃຊ້ ທີ່ໄດ້ຮັບຜົນກະທົບຈາກການເອົາ ປຽບດ້ານລາຄາ. ສ່ວນມາດຕະການ ດັດສົມ ຈະຮັກສາສະຖຽນລະພາບ ດ້ານລາຄາ ໂດຍການສ້າງຄວາມ ສົມດຸນລະຫວ່າງການສະໜອງ ແລະ ຄວາມຕ້ອງການໃນທ້ອງຕະ ຫລາດສໍາລັບສິນຄ້າຄວບຄຸມ, ຄວບ ຄຸມສິນຄ້າໃນຄັງແຮສໍາຮອງ ໂດຍ ຈະກຳນົດໃຫ້ຜູ້ດໍາເນີນທຸລະກິດ ບໍລິ ຫານປະລິມານສິນຄ້າໃນຄັງແຮສໍາ ຮອງຢ່າງເໝາະສົມ ເພື່ອປ້ອງກັນ ການກັກຕຸນ. ສໍາລັບນໍ້າມັນເຊື້ອໄຟ, ກະຊວງ ອຄ ພວມເລີ່ມບັງຄັບໃຫ້ ບໍລິສັດຜູ້ນໍາເຂົ້າຕ້ອງສະໜອງຂໍ້ມູນ ເຂົ້າໃນລະບົບຖານຂໍ້ມູນດີຈິຕອນ ການຄ້າ (DTOP) ເພື່ອແກ້ໄຂບັນ ຫາກັກຕຸນນໍ້າມັນໃນຕໍ່ໜ້າ. ພ້ອມນີ້, ກະຊວງ ອຄ ຍັງໄດ້ ວາງມາດຕະການຕໍ່ຜູ້ລະເມີດ ໂດຍ ບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ຕໍ່ ຜູ້ສວຍໂອກາດກັກຕຸນສິນຄ້າ, ບໍ່ຕິດ ປ້າຍລາຄາ ຫລື ເຈຕະນາປັ່ນປ່ວນ ລາຄາ ໂດຍຈະດໍາເນີນການຕາມ ຂັ້ນຕອນ ເປັນຕົ້ນ ຕັກເຕືອນ ແລະ ສຶກສາອົບຮົມ ໃນກໍລະນີທີ່ບໍ່ທັນ ເປັນການກະທຳຜິດທາງອາຍາ, ຫາກໄດ້ຮັບການຕັກເຕືອນແລ້ວ 2 ຄັ້ງ ແຕ່ຍັງສືບຕໍ່ລະເມີດ ຈະຖືກ ປັບໃໝຕາມລະບຽບການຢ່າງ ເດັດຂາດ, ຮ້າຍແຮງໄປກວ່ານັ້ນຈະ ໂຈະ ຫລື ຖອນໃບທະບຽນວິສາຫະ ກິດ, ໃບອະນຸຍາດດຳເນີນທຸລະກິດ ຫລື ຮິບວັດຖຸສິ່ງຂອງ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ໂອກາດນີ້, ສະຫາຍ ນາງ ພອນ ວັນອຸທະວົງ ໄດ້ເຊື່ອມຊຶມແລະ ເຜີຍ ແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ແລະ ໂຄງ ການການເມືອງ ສະບັບທີ 3. ພ້ອມ ນັ້ນ, ກອງປະຊຸມ, ໄດ້ຮັບຟັງການ ເຜີຍແຜ່ບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ X ໂດຍ ສະຫາຍ ວັນທະນາ ນໍລິນທາ ຮອງ ເລຂາຄະນະບໍລິຫານງານພັກ ຄລທ ທັງນີ້, ກໍເພື່ອໃຫ້ສະມາຊິກພັກ, ພະ ນັກງານ-ລັດຖະກອນ, ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເປັນເອກະ ພາບຕໍ່ເນື້ອໃນຂອງມະຕິກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI I ຂອງພັກປະຊາຊົນປະຕິວັດ ລາວ ແລະ ນຳໄປຜັນຂະຫຍາຍຈັດ ຕັ້ງປະຕິບັດໄດ້ຖືກຕ້ອງ ແລະ ມີປະ ສິດທິຜົນ. ສະຫາຍ ນາງ ພອນວັນອຸທະວົງ ໄດ້ເນັ້ນໜັກໃຫ້ສະມາຊິກພັກ-ພະ ນັກງານແຕ່ລະຂັ້ນ ສືບຕໍ່ຍຶດໝັ້ນ ອຸດົມການຂອງພັກ ເປັນເອກະພາບ ຕໍ່ແນວທາງນະໂຍບາຍການປ່ຽນ ແປງໃໝ່ຂອງພັກ ຄຽງຄູ່ກັບເດັດ ດ່ຽວແກ້ໄຂການເສື່ອມຖອຍດ້ານ ແນວຄິດ, ຄຸນທາດການເມືອງ, ຄຸນ ສົມບັດສິນທໍາປະຕິວັດແລະ ເພີ່ມທະ ວີຄວາມສາມັກຄີເປັນເອກະພາບ ພາຍໃນໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມ ນີ້, ກໍຕ້ອງໄດ້ຍົກສູງຄວາມຮັບຜິດ ຊອບໃນການຈັດຕັ້ງປະຕິບັດພາລະ ບົດບາດ, ເຄື່ອນໄຫວວຽກງານວິຊາ ສະເພາະປິ່ນອ້ອມ ໃຫ້ສອດຄ່ອງກັບ ແຜນການພັດທະນາເສດຖະກິດສັງຄົມ ແຫ່ງຊາດ ຄັ້ງທີ X ແລະ ມະຕິກອງປະຊຸມໃຫຍ່ຂອງພັກ ປະຊາຊົນປະຕິວັດລາວ ຄັ້ງທີ XII ເພື່ອຫັນເຂົ້າສູ່ຄຸນນະພາບ ຕາມ ທິດຍືນຍົງ ແລະ ສີຂຽວ ສາມາດປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ; ເອົາໃຈໃສ່ປັບປຸງກົນໄກແບບແຜນ ເຮັດວຽກ, ກົງຈັກ, ຍົກສູງວຽກ ງານກໍ່ສ້າງຮາກຖານການເມືອງ ການຄຸ້ມຄອງ-ບໍລິຫານທ້ອງຖິ່ນ ກໍຄື ຄລທ ແຂວງ ແລະ ນະຄອນ ຫລວງ ໃຫ້ເຂັ້ມແຂງ; ຍົກສູງວຽກ ງານກວດກາພັກແລະລັດ, ເປັນເຈົ້າ ການໃນການຊຸກຍູ້ ຕິດຕາມ, ກວດ ກາການຈັດຕັ້ງປະຕິບັດລະບຽບ ພັກ, ມະຕິ, ຄໍາສັ່ງຂອງສູນກາງພັກ, ກົດໝາຍ, ພາລະບົດບາດ ແລະ ເຄື່ອນໄຫວວຽກງານວິຊາສະເພາະ ແຕ່ລະຂົງເຂດວຽກງານ ຮັບປະກັນ ໃຫ້ມີຄວາມໂປ່ງໃສ່, ລົບລ້າງທຸກ ພຶດຕິກໍາ ທີ່ເປັນການສໍ້ລາດບັງ ຫລວງດ້ວຍການສະກັດກັ້ນ ແລະ ມີການກວດກາວຽກງານຕ້ານການ ສໍ້ລາດລັງຫລວງຢ່າງເປັນປົກກະ ຕິ. ພ້ອມນີ້, ກໍເນັ້ນໃຫ້ບັນດາຄະນະ ບໍລິຫານງານພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ-ພະນັກງານ ທຸກສະຫາຍ ກໍາໄດ້ເນື້ອໃນເລິກເຊິ່ງ ສືບຕໍ່ນໍາໄປຄົ້ນຄວ້າ ຜັນຂະຫຍາຍ ເຂົ້າສູ່ລວງເລິກ, ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເປັນເອກະພາບ. (ELIZABETH T. TE) ເອກອັກ ຄະລັດຖະທູດວິສາມັນ ຜູ້ມີອຳນາດ ເຕັມ ແຫ່ງ ຟິລິບປິນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ. ການມອບຜົນງານຫັດຖະກຳ ທັງສອງລາຍການໃນຄັ້ງນີ້ ບໍ່ພຽງ ແຕ່ສະທ້ອນໃຫ້ເຫັນເອກະລັກດ້ານ ວັດທະນະທຳ ແລະ ພູມປັນຍາຫັດ ຖະກຳຂອງປະຊາຊົນລາວເທົ່ານັ້ນ, ແຕ່ຍັງເປັນການສະແດງເຖິງນ້ຳໃຈ ໄມຕີ ແລະ ການຮ່ວມມືອັນດີ ລະ ຫວ່າງ ສປປ ລາວ ແລະ ຟິລິບປິນ ພາຍໃຕ້ກອບການຮ່ວມມືອາຊຽນ ພ້ອມທັງເປັນການສະໜັບສະໜູນ ແລະ ປະກອບສ່ວນໃຫ້ແກ່ການເປັນ ເຈົ້າພາບ ແລະ ປະທານອາຊຽນ ຂອງຟິລິບປິນ ປະຈຳປີ 2026 ໃຫ້ ປະສົບຜົນສຳເລັດ ພາຍໃຕ້ຫົວຂໍ້ “ການນຳທາງອະນາຄົດຂອງອາ ຊຽນຮ່ວມກັນ”. ຂ່າວ-ພາບ: ກະຊວງ ວທ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວ. ພ້ອມກັນນີ້, ຍັງເປັນການປູພື້ນຖານ ໃຫ້ຜະລິດຕະພັນຂອງລາວກ້າວ ໄປສູ່ຕະຫລາດສາກົນ ແລະ ການ ສົ່ງອອກໃນອະນາຄົດ. ການອຳນວຍຄວາມສະດວກ ໃນການເຂົ້າຫາແຫລ່ງທຶນ ຈຶ່ງບໍ່ ພຽງແຕ່ຊ່ວຍໃຫ້ວິສາຫະກິດເຕີບ ໂຕເທົ່ານັ້ນ, ແຕ່ຍັງເປັນກົນໄກສໍາ ຄັນໃນການຂັບເຄື່ອນເສດຖະກິດ, ເພີ່ມທະວີການລົງທຶນ, ສ້າງມູນຄ່າ ເພີ່ມໃຫ້ສິນຄ້າພາຍໃນປະເທດ ແລະ ປະກອບສ່ວນສຳຄັນເຂົ້າໃນການ ພັດທະນາປະເທດຊາດ ໃຫ້ມີຄວາມ ເຕີບໂຕຢ່າງໝັ້ນຄົງ ແລະ ຍືນຍົງ. ເຊື່ອມຊຶມ...ື່ຶ ມອບ-ຮັບ...ັ 5 ເດືອນ...ື

RkJQdWJsaXNoZXIy MTc3MTYxMQ==