ຂ້າພະເຈົ້າເຫັນວ່າ, ຂໍ້ລິເລີ່ມນີ້ ເປັນຂໍ້ລິເລີ່ມທີ່ສ້າງສັນທີ່ຈະນໍາຜົນ ປະໂຫຍດທີ່ຍາວນານມາສູ່ບັນດາ ປະເທດຕ່າງໆ ແລະ ມາສູ່ສະຫະ ປະຊາຊາດໃນຂອບເຂດທົ່ວໂລກ ແລະ ຍັງເປັນອົງປະກອບຂອງຂໍ້ລິ ເລີ່ມໜຶ່ງທີ່ເຮັດໃຫ້ໂລກເຮົາສືບຕໍ່ ເປັນໂລກທີ່ມີຫລາຍຂົ້ວ. ຍ້ອນແນວ ນີ້, ຂ້າພະເຈົ້າຄິດວ່າ ທ່ານ ປູຕິນ ກໍເຄີຍກ່າວເລື້ອຍໆໃນໂອກາດທີ່ ປະທານປະເທດຂອງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມຢ່າງເປັນ ທາງການຢູ່ສະຫະພັນຣັດເຊຍ ເພື່ອ ເຂົ້າຮ່ວມພິທີສະເຫລີມສະຫລອງ ວັນມະຫາໄຊຊະນະເພື່ອປົກປ້ອງ ປິຕຸພູມຂອງສະຫະພັນຣັດເຊຍ ໃນ ວັນທີ 9 ພຶດສະພາ 2026 ແລະ ໃນ ໂອກາດດັ່ງກ່າວນີ້ ທ່ານ ປູຕິນ ກໍ ຍັງໄດ້ກ່າວວ່າ: ການປະສານງານ ຍຸດທະສາດ ຣັດເຊຍ-ຈີນ ໄດ້ກາຍ ເປັນເສົາຄໍ້າທີ່ສະກັດກັ້ນການປົກ ປ້ອງທາງດ້ານຍຸດທະສາດຂອງ ໂລກ ແລະ ທັງສອງຝ່າຍຍັງໄດ້ຮັບ ການແລກປ່ຽນ ແລະ ປະສານງານ ຢ່າງແໜ້ນແຟ້ນຈົນເຮັດໃຫ້ເກີດຜົນ ປະໂຫຍດ, ແຕກດອກອອກຜົນຕໍ່ ຫລາຍຝ່າຍເປັນຕົ້ນອົງການສະຫະ ປະຊາຊາດ, ອົງການຮ່ວມມືຊຽງ ໄຮ, ບັນດາສະມາຊິກບຣິກສ ທີ່ຫາ ກໍ່ເກີດໃໝ່, ກຸ່ມ G 20 ແລະ ອື່ນໆ, ທັງໝົດນີ້ ຂ້າພະເຈົ້າຄິດວ່າ ຈີນຣັດເຊຍ ກໍຈະຈັດຕັ້ງຂໍ້ລິເລີ່ມການ ຮ່ວມມືພັດທະນາໃນທົ່ວໂລກ. 28/05/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ໂດຍ: ຢ່າາົ່ຕົ່ງ່ງ ບົດສະເໜີົີ c0;';P'9a o ;k'7kf\kp x6 d8Q ow,h .sh wfh 1,5 ]h kod;j k8Q o ຂປລ. ໃນປີ 2026 ນີ້ ແຂວງ ວຽງຈັນ ວາງຄາດໝາຍປູກຕົ້ນໄມ້ ໃຫ້ໄດ້ 1.513.716 ຕົ້ນ ເທົ່າກັບ 3.027 ເຮັກຕາ ໃນນັ້ນ, ປະຕິບັດ ຕາມແຜນນະໂຍບາຍ 1 ຕົ້ນຕໍ່ຄົນຕໍ່ປີ ໃຫ້ໄດ້ 498.716 ຕົ້ນ, ປູກຕົ້ນໄມ້ ລຽບຕາມແຄມທາງຫລວງ, ສະ ຖານທີ່ສໍານັກງານອົງການຫ້ອງ ການໃຫ້ໄດ້ 15.000 ຕົ້ນ, ສະໜັບ ສະໜູນຊຸກຍູ້ຜູ້ປະກອບການບຸກຄົນ, ນິຕິບຸກຄົນໃຫ້ໄດ້ 1 ລ້ານຕົ້ນ. ທ່ານ ອົງອາດ ໄຊຍະແສນ ຮອງ ຫົວໜ້າພະແນກກະສິກຳ ແລະ ສິ່ງ ແວດລ້ອມແຂວງວຽງຈັນ ໄດ້ໃຫ້ ສໍາພາດຕໍ່ຜູ້ສື່ມວນຊົນໃນວັນທີ 25 ພຶດສະພາ 2026 ນີ້ວ່າ: ໂດຍປະ ຕິບັດຕາມແນວທາງຂອງພັກ, ນະ ໂຍບາຍຂອງລັດ ກໍຄື ການຈັດຕັ້ງ ປະຕິບັດແຜນຍຸດທະສາດວຽກງານ ຄຸ້ມຄອງປົກປັກຮັກສາພັດທະນາ ແລະ ນໍາໃຊ້ຊັບພະຍາກອນປ່າໄມ້ ໃຫ້ມີຄວາມຍືນຍົງຕາມທິດສີຂຽວ ຄຽງຄູ່ກັບທໍາມະຊາດ ແລະ ສັງຄົມ ຕະຫລອດໄປ ເພີ່ມເນື້ອທີ່ປົກຫຸ້ມ ປ່າໄມ້ໃຫ້ໄດ້ 70%. ພະແນກກະສິ ກຳ ແລະ ສິ່ງແວດລ້ອມ, ການຈັດ ຕັ້ງທຸກພາກສ່ວນຕະຫລອດຮອດ ພໍ່ແມ່ປະຊາຊົນກໍ່ໄດ້ມີການຫ້າງ ຫາກະກຽມສ້າງຂະບວນການຮັບ ຕ້ອນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ປີ 2026 ເປັນຕົ້ນຈະໄດ້ ຈັດພິທີສະເຫລີມສະຫລອງ ແລະ ສ້າງຂະບວນການປູກຕົ້ນໄມ້ຢູ່ສະ ຖານທີ່ເຂດສະຫງວນເສັ້ນທາງ (A1) ເທສະບານແຂວງ ຄວາມ ຍາວ 2,5 ກິໂລແມັດ ປູກໄມ້ 1.000 ຕົ້ນເທົ່າກັບ 2 ເຮັກຕາ ປະເພດໄມ້ທີ່ ນໍາມາປູກແມ່ນໄມ້ປະດັບຝາງແດງ, ຕົ້ນຄູນ ແລະ ອື່ນໆ. ສ ະ ເ ພ າ ະ ແ ຜ ນກ າ ນໝົດ ປີ 2026 ນີ້ ແຂວງວຽງຈັນ ໄດ້ ວາ ງຄາດໝາຍປູກ ໄ ມ້ໃຫ້ໄ ດ້ 1.513.716 ຕົ້ນ ເທົ່າກັບ 3.027 ເຮັກຕາ; ໃນນັ້ນປະຕິບັດຕາມແຜນ ນະໂຍບາຍ 1 ຕົ້ນຕໍ່ຄົນຕໍ່ປີ ໃຫ້ ໄດ້ 498.716 ຕົ້ນ ເທົ່າກັບ 997 ເຮັກຕາ, ປູກຕົ້ນໄມ້ລຽບຕາມແຄມ ທາງຫລວງ, ສະຖານທີ່ສໍານັກ ງານອົງການຫ້ອງການໃຫ້ໄດ້ 15.000 ຕົ້ນເທົ່າກັບ 30 ເຮັກຕາ, ສະໜັບສະໜູນຊຸກຍູ້ຜູ້ປະກອບການ ບຸກຄົນ, ນິຕິບຸກຄົນໃຫ້ໄດ້ 1 ລ້ານ ຕົ້ນ ເທົ່າກັບ 2.000 ເຮັກຕາ ປະເພດ ໄມ້ທີ່ປູກມີໄມ້ອຸດສາຫະກຳ, ໄມ້ໃຫ້ ໝາກ ແລະ ໄມ້ປະດັບ. ນອກຈາກນີ້, ຍັງໄດ້ເຮັດປ້າຍຄໍາຂວັນໂຄສະນາ ເຜີຍແຜ່ຄວາມໝາຍສໍາຄັນຂອງ ວັນປູກຕົ້ນໄມ້ແຫ່ງຊາດ, ວັນສິ່ງ ແວດລ້ອມໂລກ ແລະ ວັນເດັກນ້ອຍ ສາກົນ ຢູ່ຕາມເສັ້ນທາງຫລວງ ແລະ ສະຖານທີ່ເໝາະສົມ, ປຸກລະ ດົມຂົນຂວາຍສະໜັບສະໜູນໃຫ້ ບັນດາອົງການຈັດຕັ້ງທຸກຂັ້ນທຸກ ພາກສ່ວນ ພະແນກການ, ກົມກອງ ທ້ອງຖິ່ນໃຫ້ເອົາໃຈໃສ່ປະຕິບັດ ພັນທະປູກຕົ້ນໄມ້ຕາມທິດຊີ້ນໍາຂອງ ສູນກາງ ກໍຄື ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກຳເປົ້າໝາຍ ນະໂຍບາຍຈັດຕັ້ງປະຕິບັດຄືປູກ ຕົ້ນໄມ້ໃຫ້ໄດ້ 1 ຕົ້ນຕໍ່ຄົນຕໍ່ຄອບຄົວ ຕໍ່ປີ. ພ້ອມນັ້ນ, ຍັງໄດ້ເຊີນຊວນ ບັນດາການນໍາພັກ-ລັດ ການຈັດຕັ້ງ ທຸກຂັ້ນທຸກພາກສ່ວນຕະຫລອດ ຮອດຜູ້ປະກອບການ, ບຸກຄົນນິຕິ ບຸກຄົນ, ປະຊາຊົນແຂວງວຽງຈັນ ຈົ່ງພ້ອມກັນເອົາໃຈໃສ່ປູກຕົ້ນໄມ້ ແຫ່ງຊາດໃຫ້ໄດ້ຢ່າງໜ້ອຍ 1 ຕົ້ນຕໍ່ ຄົນຕໍ່ປີ ເພື່ອປະກອບສ່ວນໃນການ ປົກປັກຮັກສາປ່າໄມ້ໃຫ້ມີຄວາມ ຍືນຍົງຕາມທິດສີຂຽວ (ຖ້າປ່າໄມ້ ມີຄວາມອຸດົມສົມບູນ-ມົນລະພິດ ຈະດັບສູນໄປໃນຕົວ) ປ່າໄມ້ຄືເກາະ ປ້ອງກັນໄພທຳມະຊາດມີບົດບາດຕໍ່ ສິ່ງແວດລ້ອມ ຈົ່ງພ້ອມກັນປູກໄມ້ ໃຫ້ເປັນປ່າໃນວັນນີ້ ເພື່ອຄວາມສຸກ ຂີໃນວັນຂ້າງໜ້າຢ່າລໍຊ້າຖ້າຢາກ ເຫັນສັງຄົມມີຄວາມຈະເລີນ. 37'dkolq j 'glu ,dkox6 dg0Q kc[[pn opq ' 0v'[= ]y la f g[p]k; 9eda f gxa olj ;o|b j 'cdh w07;k,m5 dpkd ຂປລ.ໂຄງການສົ່ງເສີມການ ປູກເຂົ້າແບບຍືນຍົງບໍລິສັດ ເບຍ ລາວ ຈຳກັດ ໄດ້ເປັນສ່ວນໜຶ່ງ ໃນການແກ້ໄຂຄວາມທຸກຍາກ ແລະ ສ້າງອາຊີບໝັ້ນຄົງໃຫ້ແກ່ ຊາວນາພາຍ 3 ເມືອງໃນນະຄອນ ຫລວງວຽງຈັນຄື: ເມືອງຫາດໄຊ ຟອງ, ໄຊທານີ ແລະ ເມືອງປາກ ງື່ມ ຊຶ່ງໃນແຕ່ລະດູການ (ນາ ແຊງ-ນາປີ) ສາມາດສ້າງລາຍ ຮັບເຂົ້າຄອບຄົວຜູ້ເຂົ້າຮ່ວມໂຄງ ການດັ່ງກ່າວ ຫລາຍສິບລ້ານກີບ. ຍິ່ງໄປກວ່ານັ້ນ ມີບາງຄອບຄົວສາ ມາດມີລາຍຮັບເຖິງ 140 ລ້ານກີບ ຕໍ່ລະດູການ. ທ່ານ ບຸນສົງ ວົງປະເສີດ ຫົວໜ້າ ກຸ່ມຜະລິດເຂົ້າເປັນສິນຄ້າຢູບ້ານນາ ລ້ອງ ເມືອງຟາດຊາຍຟອງ ນະຄອນ ຫລວງວຽງຈັນ ໃຫ້ສຳພາດມໍ່ໆນີ້ ວ່າ: ຜ່ານມາການຜະລິດເຂົ້າໜຽວ ແມ່ນຜະລິດແບບທຳມະດາ ແລະ ຂາຍທົ່ວໄປຕາມລາຄາທົ່ວໄປ, ແຕ່ ພາຍຫລັງເຂົ້າຮ່ວມໂຄງການສົ່ງ ເສີມການປູກເຂົ້າແບບຍືນຍົງຂອງ ບໍລິສັດ ເບຍລາວ ຈຳກັດ ແລ້ວ ກໍ ເຮັດໃຫ້ຄອບຄົວມີລາຍຮັບເພີ່ມຂຶ້ນ ເພາະລາຄາຕະຫລາດເປັນລາຄາ ມາດຕະຖານໃນລາຄາ 15.000 ກີບ/ກິໂລ ຊຶ່ງລາຄາດັ່ງກ່າວ ເຮັດ ໃຫ້ຊາວນາຜະລິດເຂົ້າເປັນສິນຄ້າ ຕາມຄາດໝາຍ ໂດຍລະດູຜ່ານມາ ຄອບຄົວຕົນສາມາດຜະລິດເຂົ້າໄດ້ 9 ໂຕນ ໃນເນື້ອທີ່ 2,4 ເຮັກຕາ ໃນ ນັ້ນ, ສ້າງລາຍຮັບເຂົ້າຄອບຄົວ ຫລາຍກວ່າ 140 ລ້ານກີບ. ລາຍໄດ້ ດັ່ງກ່າວ ເປັນລາຍໄດ້ທີ່ດີຂຶ້ນຂອງ ຄອບຄົວຖ້າທຽບໃສ່ເມື່ອກ່ອນ. ແນວໃດກໍດີ, ປັດຈຸບັນແມ່ນໄດ້ດຳ ເນີນການຜະລິດຕາມທີ່ໂຄງການ ລະບຸຄາດໝາຍແມ່ນຈະໃຫ້ໄດ້ ປະມານ 10 ເຮັກຕາ ຢູພາຍໃນກຸ່ມ ບ້ານນາລ້ອງ. ທ່ານ ບຸນສົງ ວົງປະເສີດ ໃຫ້ ຮູ້ຕື່ມວ່າ: ດີໃຈຫລາຍທີ່ມີໂຄງ ການດີໆແບບນີ້ ມາສົ່ງເສີມປະຊາ 9u o{ia fg-p 9tdkpgxa oglq k7E c|h ocdj o .sh xt-k-q o-k;3]d1j k'\A o7q ' ” “ ຊົນຜະລິດເຂົ້າເປັນສິນຄ້າ ໂດຍ ສະເພາະແມ່ນທາງດ້ານລາຍຮັບ ຫລັກໆສ່ວນໜຶ່ງແມ່ນການເຂົ້າຮ່ວມ ໂຄງການນີ້ ເມື່ອທຽບໃສ່ການຜະ ລິດເຂົ້າເປັນສິນຄ້າ ແລະ ຂາຍທົ່ວ ໄປ ໂດຍສະເລ່ຍເຂົ້າໄດ້ 9 ໂຕນ ໄດ້ ເງິນປະມານ 40-50 ລ້ານກີບເທົ່າ ນັ້ນ. ຢາງໃດກໍດີ, ການເຂົ້າຮ່ວມ ໂຄງການໄດ້ເຮັດໃຫ້ຄອບຄົວມີອາ ຊີບ, ມີລາຍຮັບໝັ້ນຄົງອັນເຮັດໃຫ້ ຊີວິດການເປັນຢູ່ຂອງຄອບຄົວນັບມື້ ດີຂຶ້ນກ້າວສູ່ການຫລຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ. ຂ ະ ນ ະທີ່ ທ່າ ນ ສິດທິໄ ຊ ເກດຕະວົງ ຄະນະອຳນວຍການ ແລະ ຊີ້ນຳວຽກກິດຈະການອົງ ກອນ, ສັງຄົມ ແລະ ຄວາມຍືນຍົງ ບໍລິສັດ ເບຍລາວ ຈຳກັດ ກໍໃຫ້ຮູ້ ວ່າ: ຜົນສຳເລັດສຳຄັນຂອງໂຄງ ການໃນລະດູນາແຊງ 20252026 ສາມາດເກັບກ່ຽວເຂົ້າໄດ້ ຫລາຍກວ່າ 1.500 ໂຕນ ພ້ອມ ກັບການຂະຫຍາຍເນື້ອທີ່ການຜະ ລິດ ແລະ ຈຳນວນຄອບຄົວຊາວ ນາເຂົ້າຮ່ວມໂຄງການຢ່າງຕໍ່ເນືອງ. ສຳລັບເຕັກນິກ AWD ແມ່ນຖືກ ຍົກໃຫ້ເປັນ “ຫົວໃຈຫລັກ” ຂອງ ໂຄງການເນື່ອງຈາກສາມາດຊ່ວຍ ປະຢັດນໍ້າໄດ້ເຖິງ 30% ແລະ ຫລຸດ ຜ່ອນການປ່ອຍອາຍພິດເຮືອນແກ້ວ ໄດ້ເຖິງ 50%. ໃນອະນາຄົດ ທາງໂຄງການຈະສືບຕໍ່ຂະຫຍາຍ ແນວທາງການເຮັດກະສິກຳແບບ ຟື້ນຟູ ແລະ ສົ່ງເສີມການນຳໃຊ້ AWD ໃນພື້ນທີ່ການປູກເຂົ້າຫລາຍ ຂຶ້ນ ເພື່ອສ້າງຄວາມຍືນຍົງໃຫ້ແກ່ ພາກກະສິກຳຂອງລາວ. ຕະຫລອດໄລຍະເວລາ 6 ປີຜ່ານ ມາ ໂຄງການໄດ້ຂະຫຍາຍຕົວຢ່າງ ເນື່ອງຈາກຈຸດເລີ່ມຕົ້ນທີ່ມີເນ້ືອທ່ີ ຜະລິດເຂົ້າພຽງ 16 ເຮັກຕາ ແລະ ມີສະມາຊິກຊາວນາໃນໂຄງການ ພຽງ 14 ຄອບຄົວ ມາຮອດປັດຈຸບັນ ສາມາດຂະຫຍາຍເນື້ອທີ່ຜະລິດ ເຂົ້າໄດ້ຫລາຍກວ່າ 600 ເຮັກຕາ ກວມເອົາເມືອງຫາດຊາຍຟອງ, ໄຊທານີ ແລະ ເມືອງປາກງື່ມ, ໃນ ນັ້ນ ມີເນື້ອທີ່ຜະລິດເຂົ້າກະສິກຳ ອິນຊີ (Organic) 15 ເຮັກຕາ ແລະ ສາມາດເຕົ້າໂຮມຊາວນາ ເຂົ້າຮ່ວມໂຄງການໄດ້ຫລາຍກວ່າ 400 ຄອບຄົວ ເຮັດໃຫ້ຊາວນາທີ່ ເຂົ້າຮ່ວມໄດ້ຮັບຜົນປະໂຫຍດໂດຍ ກົງຈາກບໍລິສັດ, ມີການຝຶກອົບຮົມ ແລະ ແລກປຽນບົດຮຽນໃນກຸ່ມເປັນ ປະຈຳ, ຄຸນນະພາບຂອງວັດຖຸດິບມີ ຄວາມສະຖຽນ, ລາຄາຕົ້ນທຶນການ ຜະລິດຫລຸດລົງ, ຊາວນາມີລາຍຮັບ ເພີ່ມຂຶ້ນ ແລະ ເຮັດໃຫ້ມີຄວາມໝັ້ນ ຄົງທາງດ້ານອາຊີບ, ກ້າວໄປເຖິງ ການສະໜອງວັດຖຸດິບທ້ອງຖິ່ນທີ່ມີ ມາດຕະຖານສູງຂຶ້ນ. ຄວາມສຳເລັດຂອງໂຄງການ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງ ໝັ້ນຂອງບໍລິສັດເບຍລາວ ໃນການ ສົ່ງເສີມກະສິກຳແບບຍືນຍົງ, ການ ນຳໃຊ້ວັດຖຸດິບພາຍໃນປະເທດ ແລະ ການສ້າງຜົນປະໂຫຍດຮ່ວມ ກັນລະຫວ່າງພາກທຸລະກິດ, ພາກ ລັດ ແລະ ຊຸມຊົນຊາວນາ ເພື່ອ ພັດທະນາກະສິກຳຂອງ ສປປ ລາວ ໃ ຫ້ ເ ຂັ້ມແຂງ ແລ ະ ຍືນຍົງ ໃນອະນາຄົດ. ທ່ານ ສິດທິໄຊ ເກດຕະວົງ ກ່າວ.
RkJQdWJsaXNoZXIy MTc3MTYxMQ==