7285

@ 0j k; c]t gsfdko j 28/05/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ໄຂກອງປະຊຸມ...ຸ ]k;{s;Pfok, Ia fc|h odkorq ;ra o Ij ;,,n ;Pd'kod;f7q og0Q k{vvdg,n v' ທ່ານ ພັນເອກ ເພັດດາວົງ ແກ້ວກັນຍາ (ຂວາ) ຂປລ. ກອງປະຊຸມພົບປະແລກ ປ່ຽນສອງຝ່າຍ ລະຫວ່າງ ກົມຕໍາ ຫລວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງ ກັນຄວາມສະຫງົບລາວ ກັບກົມຕໍາ ຫລວດກວດຄົນເຂົ້າ-ອອກເມືອງ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ຈັດຂຶ້ນໃນວັນທີ 25 ພຶດສະພາ 2026 ໂດຍການເປັນ ປະທານຮ່ວມຂອງ ທ່ານ ພັນເອກ ເພັດດາວົງ ແກ້ວກັນຍາ ຫົວໜ້າ ກົມຕໍາຫລວດກວດຄົນເຂົ້າ-ອອກ ເມືອງລາວ ແລະ ທ່ານ ພັນເອກ ວູ໋ ວັນ ກວັ່ນ ຮອງຫົວໜ້າກົມຕໍາ ຫລວດກວດຄົນເຂົ້າ-ອອກເມືອງ ຫວຽດນາມ ພ້ອມດ້ວຍຄະນະທັງ ສອງຝ່າຍ ເຂົ້າຮ່ວມ. ການພົບປະແລກປ່ຽນບົດຮຽນ ວຽກງານກວດຄົນເຂົ້າ-ອອກ ເມືອງຄັ້ງນີ້, ແມ່ນປະຕິບັດພາຍໃຕ້ ບົດບັນທຶກຂອງກອງປະຊຸມຮ່ວມ ມືຮັກສາຄວາມສະຫງົບ ຄັ້ງທີ 16 ຂອງການນໍາສອງກະຊວງປ້ອງກັນ ຄວາມສະຫງົບ ລາວ-ຫວຽດນາມ ແລະ ການນໍາພັກ-ລັດ ທີ່ສໍາຄັນໃນ ການເພີ່ມທະວີຮັດແໜ້ນສາຍພົວ ພັນມິດຕະພາບແບບພິເສດ, ການ ຮ່ວມມືຮອບດ້ານ, ວາງແຜນການ ພັດທະນາ ແລະ ແລກປ່ຽນທັດສະ ນະແນວທາງຂອງວຽກງານກວດ ຄົນເຂົົ້າ-ອອກເມືອງ ຮ່ວມກັນ. ໂອກາດນີ້, ທັງສອງຝ່າຍຍັງໄດ້ ແລກປ່ຽນວຽກງານວິຊາສະເພາະ ຮ່ວມກັນເປັນຕົ້ນ ການສ້າງກົນໄກ ການຮ່ວມມື, ການຝຶກອົບຮົມ-ກໍ່ ສ້າງພະນັກງານ, ການສະໜອງ ອຸປະກອນເຕັກນິກວິຊາສະເພາະ ແລະ ສ້າງຕັ້ງຈຸດປະສານງານ ໃນ ຂົງເຂດວຽກງານກວດຄົນເຂົ້າອອກເມືອງຂອງສອງຝ່າຍ ໃຫ້ມີ ຄວາມກົມກຽວກັນຫລາຍຂຶ້ນ; ພ້ອມ ທັງຊຸກຍູ້ການແລກປ່ຽນວຽກງານ ວິຊາສະເພາະຄື: ການແລກປ່ຽນຂໍໍ້ ມູນຂ່າວສານ, ສະພາບ, ການສາທິດ ທົດລອງກໍາລັງສັນຕິບານ (ຕມ) ເທິງເວຫາໃນບາງຖ້ຽວບິນການ ຄ້າລະຫວ່າງສອງປະເທດ, ສ້າງ ບັນດານິຕິກໍາເພື່ອປະຕິບັດຮ່ວມ ກັນ ໃນການຮັກສາຄວາມສະຫງົບ ແລະ ຄວາມປອດໄພຂອງຖ້ຽວບິນ ລະຫວ່າງສອງປະເທດ. ຈາກນັ້ນ, ສອງຝ່າຍໄດ້ລົງນາມ ເຊັນບົດບັນທຶກການຮ່ວມມື ເພື່ອສືບ ຕໍ່ວຽກງານທີ່ໄດ້ປຶກສາຫາລືກັນໃນ ກອງປະຊຸມຄັ້ງນີ້, ຕາງໜ້າຝ່າຍ ລາວເຊັນໂດຍ ທ່ານ ພັນເອກ ເພັດ ດາວົງ ແກ້ວກັນຍາ ຫົວໜ້າກົມຕໍາ ຫລວດກວດຄົນເຂົ້າ-ອອກເມືອງ ລາວ ແລະ ຕາງໜ້າຝ່າຍຫວຽດ ນາມເຊັນໂດຍ ທ່ານ ພັນເອກ ວູ໋ ວັນ ກວັ່ນ ຮອງຫົວໜ້າກົມຕໍາຫລວດ ກວດຄົນເຂົ້າ-ອອກເມືອງ ຫວຽດ ນາມ ພ້ອມດ້ວຍຄະນະທັງສອງ ຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. ຂອງພັກ, ແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແລະ ຢູ່ໃນໄລຍະກະກຽມວຽກ ງານຮອບດ້ານ ເພື່ອຍົກລະດັບວຽກ ງານພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກ ເປັນວາລະແຫ່ງ ຊາດ. ຄຽງຄູ່ກັນນັ້ນ, ກໍຢູ່ໃນທ່າມ ກາງທີ່ສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ, ສັບສົນ ແລະ ຄາດຄະເນໄດ້ຍາກ ໂດຍສະ ເພາະບັນຫາຂໍ້ຂັດແຍ່ງຢູ່ເຂດຕາ ເວັນອອກກາງ ແລະ ເຂດອື່ນໆ ຊຶ່ງໄດ້ສົ່ງຜົນເຮັດໃຫ້ສະພາບເສດ ຖະກິດໂລກ ທີ່ມີຄວາມຫຍຸ້ງຍາກ ຢູ່ແລ້ວນັ້ນ ຍິ່ງຈະສືບຕໍ່ມີຜົນກະທົບ ເປັນວົງກວ້າງຕື່ມ ລວມເຖິງຢູ່ປະ ເທດລາວເຮົາ ໂດຍສະເພາະລາຄາ ສິນຄ້າ, ການຂົນສົ່ງ ແລະ ອື່ນໆ. ສະນັ້ນ, ຕ້ອງມີມາດຕະການແກ້ໄຂ ທີ່ຖືກຕ້ອງ, ແທດເໝາະ ແລະ ທັນ ການ ເພື່ອຫລຸດຜ່ອນຜົນກະທົບຕໍ່ ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນແລະ ການ ພັດທະນາເສດຖະກິດ-ສັງຄົມ. ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມ ກັນຄົ້ນຄວ້າ, ປຶກສາຫາລື, ປະກອບ ຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາ ຫົວຂໍ້ທີ່ສໍາຄັນຄື: ລາຍງານສະພາບ ພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບ ດ່ວນຈໍານວນໜຶ່ງ ເປັນຕົ້ນ ການປະ ຕິບັດວຽກຈຸດສຸມພົ້ນເດັ່ນ ປະຈໍາ ເດືອນພຶດສະພາ ແລະ ທິດທາງແຜນ ການ ປະຈຳເດືອນມິຖຸນາ 2026 ຂອງລັດຖະບານ ແລະ ທິດຜັນຂະ ຫຍາຍຜົນກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XII; ສະພາບ ພົ້ນເດັ່ນພາກພື້ນ ແລະ ສາກົນ, ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ການເກັບກູ້ອາວຸດ ແລະ ວັດຖຸລະເບີດ ໃນໄລຍະຜ່ານ ມາ; ແຜນການປັບປຸງລະບົບການ ສຶກສາສາຍສາມັນ ຈາກ 5+4+3 ເປັນ 6+3+3 ແລະ ການສອບເສັງ ນັກຮຽນເກັ່ງທົ່ວປະເທດ; ການກະ ກຽມຄວາມພ້ອມ ເພື່ອເປັນເຈົ້າ ພາບຈັດກອງປະຊຸມລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 (AMSTI-22), ກອງປະຊຸມ ເຈົ້າໜ້າທີ່ອາວຸໂສ ຄັ້ງທີ 89 (COSTI-89) ແລະ ກອງປະຊຸມ ອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງ ວັນທີ 22-26 ມິຖຸນາ 2026; ສະ ພາບປາຕາຍ ຢູ່ນ້ຳເຊໂດນ ເມືອງ ຊະນະສົມບູນ ແຂວງຈຳປາສັກ. ລາຍງານສະພາບລວມການ ບັນຈຸລັດຖະກອນ ປະຈຳປີ 2025 ແລະແຜນຄວາມຕ້ອງການຈໍານວນ ຕົວເລກລັດຖະກອນໃໝ່ (ໂກຕ້າ) ປີ 2026 ຂອງບັນດາກະຊວງ, ອົງ ການລັດທຽບເທົ່າກະຊວງ, ອົງ ການຈັດຕັ້ງພັກ, ສູນກາງແນວລາວ ສ້າງຊາດ, ອົງການຈັດຕັ້ງມະຫາ ຊົນແລະອົງການປົກຄອງທ້ອງຖິ່ນ; ຮ່າງກົດໝາຍ ວ່າດ້ວຍຄັງເງິນ ແຫ່ງລັດ; ຮ່າງກົດໝາຍວ່າດ້ວຍ ງົບປະມານແຫ່ງລັດ (ສະບັບປັບ ປຸງ); ຮ່າງດຳລັດ ວ່າດ້ວຍການ ເຊົ່າ ແລະ ສຳປະທານທີ່ດິນລັດ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ຮຽກຮ້ອງມາຍັງ ບັນດາທ່ານສະມາຊິກລັດຖະບານ ແລະ ບັນດາທ່ານ ທີ່ເຂົ້າຮ່ວມກອງ ປະຊຸມ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກ ເຊິ່ງ, ແທດກັບສະພາບຄວາມເປັນ ຈິງ ຂອງແຕ່ລະບັນຫາດ້ວຍການ ສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ, ມີທາງອອກທີ່ ຈະແຈ້ງ, ເຮັດໃຫ້ຜົນຂອງກອງປະ ຊຸມຄັ້ງນີ້ ໄດ້ຮັບການຈັດຕັ້ງປະຕິ ບັດຢ່າງເປັນຮູບປະທໍາ ແລະ ມີປະ ສິດທິຜົນສູງ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.ໍ ລັດຖະບານລາວ...ັ ສປປ ລາວ ຕະຫລອດໄລຍະເວລາ 16 ປີທີ່ຜ່ານມາ ຢ່າງຈົບງາມ ຊຶ່ງ ໄດ້ປະກອບສ່ວນອັນສໍາຄັນເຂົ້າ ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນ ດີງາມ ລະຫວ່າງ ສປປ ລາວ ແລະ ລັດປາແລັດສະຕິນ ໃຫ້ໄດ້ຮັບການ ພັດທະນາຍິ່ງໆຂຶ້ນ ພ້ອມທັງໄດ້ສະ ແດງຄວາມເຊື່ອໝັ້ນວ່າ ທ່ານເອກ ອັກຄະລັດຖະທູດສາອາດິສາລາມາ ຈະສືບຕໍ່ຊຸກຍູ້ສົົ່ງເສີມການພົວພັນ ຮ່ວມມືສອງຝ່າຍ ລາວ-ປາແລັດ ສະຕິນ ໃຫ້ມີຜົນສໍາເລັດອັນໃໝ່ໃນ ຕໍ່ໜ້າ. ຍ້ອນເຫັນໄດ້ຜົນງານອັນ ໃຫຍ່ຫລວງດັ່ງກ່າວ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງປະ ດັບຫລຽນກາມິດຕະພາບ ໃຫ້ແກ່ ທ່ານ ສາອາດິ ສາລາມາ ເອກອັກ ຄະລັດຖະທູດວິສາມັນ ຜູ້ມີອໍານາດ ເຕັມ ແຫ່ງ ລັດປາແລັດສະຕິນ ປະ ຈໍາ ສປປ ລາວ ເພື່ອສະແດງຄວາມ ຍ້ອງຍໍຊົມເຊີຍ ແລະ ຈາລຶກຄຸນງາມ ຄວາມດີທີ່ທ່ານທູດໄດ້ອຸທິດເຫື່ອ ແຮງ ແລະ ສະຕິປັນຍາ ເຂົ້າໃນ ການເສີມຂະຫຍາຍສາຍພົວພັນມິດ ຕະພາບ ແລະ ການຮ່ວມມືທີ່ດີ ລະ ຫວ່າງ ສອງປະເທດລາວ ແລະ ປາ ແລັດສະຕິນ ໃຫ້ມີບາດກ້າວຂະ ຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ ໃນຕະຫລອດການປະຕິບັດໜ້າທີ່ ການທູດຂອງຕົນ ປະຈໍາ ສປປ ລາວ. ສປປ ລາວ ແລະ ລັດປາ ແລັດສະຕິນ ໄດ້ສ້າງຕັ້ງສາຍພົວ ພັນການທູດນໍາກັນ ໃນວັນທີ 15 ພຶດສະພາ 1989. ຕະຫລອດໄລ ຍະ 37 ປີຜ່ານມາ, ສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງ ປະເທດ ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ໂດຍໄດ້ ມີການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ໃນໂອກາດດຽວກັນ, ທ່ານເອກ ອັກຄະລັດຖະທູດ ສາອາດິ ສາລາ ມາ ກໍໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈມາຍັງລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະກະ ຊວງການຕ່າງປະເທດທີ່ໄດ້ອໍານວຍ ຄວາມສະດວກໃຫ້ແກ່ການເຄື່ອນ ໄຫວໜ້າທີ່ການທູດຂອງຕົນ ປະຈໍາ ສປປ ລາວ ຈົນມີຜົນສໍາເລັດຢ່າງ ຈົບງາມ ພ້ອມທັງຢືນຢັນຈະສືບຕໍ່ ໃນການເປັນຂົວຕໍ່ປະກອບສ່ວນ ເຂົ້າໃນການຮັດແໜ້ນ ແລະ ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລັດປະແລັດສະຕິນ ແລະ ສປປ ລາວ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ພາບ: ອ່າຍຄຳ ທ່ານ ທອງສະຫວັນ ພົມວິຫານ (ຜູ້ທີ 4 ນັບຈາກຂວາຫາຊ້າຍ) ທ່ານ ສອນໄຊ ສີພັນດອນ ຄອສພ... ເລຂາຄະນະພັກ, ຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ ໄດ້ ນຳພາຄະນະ ປະກອບມີ: ຄະນະບໍລິ ຫານງານພັກ ສະໄໝທີ V, ບັນດາ ເລຂາໜ່ວຍພັກຮາກຖານ, ເລຂາ ໜ່ວຍພັກ, ພ້ອມດ້ວຍຜູ້ແທນສົມບູນ ທັງໝົດ ເຂົ້າວາງກະຕ່າດອກໄມ້ ຢູ່ ຕໍ່ໜ້າຮູບປັ້ນຫລໍ່ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ເນື່ອງ ໃນໂອກາດຕ້ອນຮັບກອງປະຊຸມ ໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາ ອົບຮົມສູນກາງພັກ ທີ່ຈະຈັດຂຶ້ນໃນ ວັນທີ 28-29 ພຶດສະພາ 2026 ນີ້. ການວາງກະຕ່າດອກໄມ້ຄັ້ງ ນີ້, ເພື່ອສະແດງຄວາມເຄົາລົບ ຮັກ, ຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວບັນດາເຜົ່າທັງຊາດ, ຜູ້ນໍາພາສ້າງຕັ້ງ, ທະນຸບຳລຸງ, ຝຶກ ຝົນຫລໍ່ຫລອມ, ກໍ່ສ້າງ ແລະ ປັບ ປຸງພັກ ໃຫ້ໜັກແໜ້ນ, ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ, ຊື່ສຽງຮຽງນາມ ຂອງ ປະທານ ໄກສອນ ພົມວິຫານ ໄດ້ຕິດພັນຢ່າງສະໜິດແໜ້ນ ຕະ ຫລອດໄລຍະແຫ່ງການນຳພາ ພາ ລະກິດປະຕິວັດອັນຍິ່ງໃຫຍ່ຂອງພັກ ແລະ ຂອງປະເທດເຮົາ ທັງຢູ່ໃນ ໄລຍະຕໍ່ສູ້ກູ້ຊາດ ກໍຄື ໄລຍະປົກປັກ ຮັກສາ-ສ້າງສາປະເທດຊາດ, ລິ ເລີ່ມ ແລະ ນຳພາ ພາລະກິດປ່ຽນ ແປງໃໝ່ ຮອບດ້ານ ມີຫລັກການ ຂອງພັກ, ຍາດໄດ້ໄຊຊະນະສະ ຫງ່າງາມຕະຫລອດມາ. ຂ່າວ: ກິດຕາ; ພາບ: ອ່າຍຄໍາ ທ່ານ ສົມຫວັງ ພິມມະວົງ ໄດ້ ກ່າວວ່າ: ສຳລັບ ສປປ ລາວ, ການປົກປັກຮັກສາປ່າໄມ້ຍັງເປັນ ບຸລິມະສິດລະດັບຊາດ ແລະ ເປັນ ການລົງທຶນຍຸດທະສາດໄລຍະຍາວ ເພື່ອການພັດທະນາແບບຍືນຍົງ, ພາຍໃຕ້ຂອບນະໂຍບາຍປ່າໄມ້ ແຫ່ງຊາດ ສປປ ລາວ ໄດ້ຈັດສັນ ເນື້ອທີ່ປະມານ 70% ຂອງເນື້ອ ທີ່ດິນທັງໝົດໃນທົ່ວປະເທດ ໃຫ້ ເປັນດິນປ່າໄມ້. ໄຟປ່າ ແລະ ມົນ ລະພິດໝອກຄວັນຂ້າມແດນ ໄດ້ ກາຍເປັນສິ່ງທ້າທາຍທີ່ນັບມື້ນັບ ມີຄວາມຊັບຊ້ອນ ສົ່ງຜົນກະທົບຕໍ່ ປ່າໄມ້, ຊີວະນາໆພັນ, ສຸຂະພາບ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ ແລະ ທ່ານ ພູວົງ ບຸນຊູ ປະທານຄະນະກໍາມະການປົກຄອງ ແຂວງວຽງຈັນ, ມີບັນດາຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຈາກພະແນກ ການແລະຫ້ອງການກ່ຽວຂ້ອງຂອງ ນະຄອນຫລວງວຽງຈັນ, ແຂວງ ວຽງຈັນ, ຫລວງພະບາງ ແລະ ແຂວງຈຳປາສັກ, ພ້ອມດ້ວຍຜູ້ຕາງ ໜ້າຈາກທະນາຄານພັດທະນາອາ ຊີ (ADB) ແລະ ທີ່ປຶກສາຈາກບໍລິ ສັດແລມໂບ Ramboll ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ໄດ້ນຳສະ ເໜີ ແລະ ປຶກສາຫາລືກ່ຽວກັບໂຄງ ຮ່າງບົດລາຍງານຄວາມຄືບໜ້າ (InterimReport Structure), ລວມທັງຜົນຂອງການປຶກສາຫາລື ຮ່ວມກັບພາກລັດ-ພາກທຸລະກິດ ຢູ່ ເຂດເປົ້າໝາຍໂຄງການ ທັງໃນຂັ້ນ ສູນກາງ ແລະ ທ້ອງຖິ່ນ ເຊັ່ນ: ເມືອງ ເຟືອງ, ເມືອງວັງວຽງ, ແຂວງ ຫລວງພະບາງ ແລະ ແຂວງຈຳປາ ສັກ ໃນໄລຍະຜ່ານມາ. ນອກຈາກ ນີ້, ຍັງໄດ້ມີການລາຍງານບົດວິ ເຄາະຄວາມເປັນໄປໄດ້ທາງດ້ານ ເຕັກນິກ ຂອງບັນດາໂຄງການຍ່ອຍ ທີ່ຖືກຄັດເລືອກໃນຂັ້ນສຸດທ້າຍ ຊຶ່ງ ພື້ນຖານໂຄງລ່າງທີ່ຈະປັບປຸງ ປະ ກອບມີ: ປັບປຸງເສັ້ນທາງເຂົ້າເຖິງ ສະຖານທີ່ທ່ອງທ່ຽວເຂດອ່າງນໍ້າ ລີກ 2; ປັບປຸງການບໍລິຫານ ແລະ ການບໍລິການຄຸ້ມຄອງຂີ້ເຫຍື້ອ, ສ້າງເສັ້ນທາງຖີບລົດຊົມທິວທັດ ທໍາມະຊາດແຄມນໍ້າລີກ ແລະ ສ້າງ ສູນບໍລິການທ່ອງທ່ຽວ ຢູ່ເມືອງ ເຟືອງ. ສຳລັບເປົ້າໝາຍຕົ້ນຕໍຂອງ ໂຄງການນີ້ ແມ່ນເພື່ອພັດທະນາພື້ນ ຖານໂຄງລ່າງສິ່ງອໍານວຍຄວາມ ສະດວກດ້ານການທ່ອງທ່ຽວຢູ່ຈຸດ ໝາຍປາຍທາງການທ່ອງທ່ຽວ ຫລັກຂອງ ສປປ ລາວ ແລະ ການ ບໍລິການດ້ານສິ່ງແວດລ້ອມໃຫ້ມີ ຄວາມທົນທານ, ປັບປຸງການບໍລິ ຫານຄຸ້ມຄອງຕົວເມືອງ ແລະ ການ ທ່ອງທ່ຽວໃຫ້ມີຄວາມທັນສະໄໝ (Smart Tourism) ແລະ ຍົກລະ ດັບຄວາມອາດສາມາດຂອງບຸກຄະ ລາກອນ ຈາກພາກລັດ-ພາກເອກະ ຊົນ ເພື່ອສົ່ງເສີມໃຫ້ຂະແໜງການ ທ່ອງທ່ຽວຂອງ ສປປ ລາວ ມີ ຄວາມສາມາດໃນການແຂ່ງຂັນ, ມີ ສ່ວນຮ່ວມຈາກພາກສ່ວນກ່ຽວ ຂ້ອງ ແລະ ສາມາດຮອງຮັບກັບ ການປ່ຽນແປງຂອງສະພາບດິນຟ້າ ອາກາດໄດ້ໃນໄລຍະຍາວ ຕາມທິດ ສີຂຽວ ແລະ ຍືນຍົງ. ໂຄງການພັດທະນາພື້ນຖານໂຄງ ລ່າງ ເພື່ອສົ່ງເສີມການທ່ອງທ່ຽວ ທີ່ທັນສະໄໝ ແລະ ຍືນຍົງ ໃນອະນຸ ພາກພື້ນແມ່ນໍ້າຂອງ (SSTIIGP) ເປັນໂຄງການພາຍໃຕ້ການຮ່ວມມື ລະຫວ່າງ ທະນາຄານພັດທະນາ ອາຊີ (ADB) ໂດຍມີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ເປັນເຈົ້າຂອງໂຄງການ ຊຶ່ງເຂດ ເປົ້າໝາຍຂອງໂຄງການກວມເອົາ 4 ແຂວງ ແລະ ນະຄອນຫລວງ ຄື: ແຂວງຈຳປາສັກ, ແຂວງຫລວງ ພະບາງ, ແຂວງວຽງຈັນ ແລະ ນະ ຄອນຫລວງວຽງຈັນ, ຄາດວ່າຈະ ເຊັນສັນຍາໃນເດືອນທັນວາ 2026 ແລະ ໂຄງການຈະສິ້ນສຸດໃນເດືອນ ມິຖຸນາ 2033. ລາຍງານຄວາມຄືບໜ້າ...ື້ ເພີ່ມຄວາມຮູ້...ີູ່້ ຂອງມວນຊົນ, ວິຖີຊີວິດການເປັນ ຢູ່ ແລະ ຄວາມທົນທານຕໍ່ສະພາບ ອາກາດ ໃນທົ່ວພາກພື້ນຂອງພວກ ເຮົາ. ສິ່ງທ້າທາຍເຫລົ່ານີ້ບໍ່ສາມາດ ແກ້ໄຂໄດ້ໂດຍປະເທດໃດປະເທດ ໜຶ່ງພຽງລຳພັງ. ການຮ່ວມມືທີ່ ເຂັ້ມແຂງ, ການແບ່ງປັນຂໍ້ມູນຢ່າງ ທັນການ, ການຕິດຕາມທາງດ້ານ ວິທະຍາສາດ, ລະບົບເຕືອນໄພ ລ່ວງໜ້າ ແລະ ກົນໄກການຕອບໂຕ້ ທີ່ປະສານງານກັນຢ່າງເປັນລະບົບ ແມ່ນມີຄວາມສຳຄັນຢ່າງຍິ່ງ. ຂໍ້ມູນ-ພາບ: ຂ່າວສານກະສິກຳ

RkJQdWJsaXNoZXIy MTc3MTYxMQ==