28/05/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp rk]tdy f7Q oskz6h xtlq [wr8y f.o4E16j w-lq ,[6 o pa 'ln [8+ g]aj '7Q osk1j k'Iu [fj ;o ກະຊວງ ອຄ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ໃນວັນທີ 20 ພຶດສະພາ 2026 ທີ່ຜ່ານມາ, ໄດ້ເກີດເຫດ ປະຊາຊົນຈຳນວນ 8 ຄົນ ເຂົ້າໄປ ໃນເຂດຖ້ຳ ທີ່ບ້ານພັນໄຊ ເມືອງ ລ້ອງແຈ້ງ ແຂວງໄຊສົມບູນ. ໃນ ໄລຍະດັ່ງກ່າວ, ໄດ້ມີຝົນຕົກໜັກ ເຮັດໃຫ້ປະລິມານນ້ຳໄຫລເຂົ້າສູ່ ຖ້ຳ ເຮັດໃຫ້ລະດັບນ້ຳໃນຖໍ້າເພີ່ມ ຂຶ້ນຢ່າງກະທັນຫັນ ເປັນເຫດໃຫ້ ປະຊາຊົນຈຳນວນ 7 ຄົນ ຕິດຄ້າງ ຢູ່ໃນຖໍ້າ. ສ່ວນອີກ 1 ຄົນ ແມ່ນສາ ມາດອອກມາຈາກພື້ນທີ່ໄດ້ຢ່າງ ປອດໄພ ແລະ ໄດ້ແຈ້ງເຫດໃຫ້ພາກ ສ່ວນກ່ຽວຂ້ອງຮັບຊາບໃນທັນທີ ເພື່ອຂໍຄວາມຊ່ວຍເຫລືອ. ເຖິງຢ່າງ ໃດກໍຕາມ, ຍ້ອນສະພາບຝົນທີ່ຍັງ ສືບຕໍ່ຕົກໜັກ ແລະ ມີນ້ຳຖ້ວມຂັງ ພາຍໃນຖ້ຳ, ພາລະກິດກູ້ໄພຈຶ່ງຍັງ ພວມດຳເນີນການຢ່າງເຄັ່ງຮ້ອນ ແລະ ແຂ່ງກັບເວລາ. ຕໍ່ກັບເຫດການດັ່ງກ່າວ, ພາກ ສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ກະຊວງອຸດສາຫະກຳ ແລະ ການ ຄ້າ (ອຄ) ໄດ້ປະສານສົມທົບຢ່າງ ໃກ້ຊິດກັບອຳນາດການປົກຄອງ ແຂວງໄຊສົມບູນ, ຄະນະຮັບຜິດ ຊອບລະດັບແຂວງ ພ້ອມດ້ວຍໜ່ວຍ ກູ້ໄພທັງພາຍໃນ ແລະ ຊ່ຽວຊານ ຈາກປະເທດເພື່ອນບ້ານ ເພື່ອເລັ່ງ ຊຸກຍູ້ການຊ່ວຍເຫລືອຜູ້ປະສົບ ເຫດໃຫ້ອອກມາໄດ້ຢ່າງປອດໄພ ໂດຍໄວທີ່ສຸດ. ພ້ອມນີ້, ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ ມອບໝາຍໃຫ້ກົມທໍລະນີສາດ ແລະ ບໍ່ແຮ່ ລົງປະສານງານ ແລະ ຕິດ ຕາມຂະບວນການກູ້ໄພຢ່າງໃກ້ຊິດ, ພ້ອມທັງດຳເນີນການສຳຫລວດ ໂຄງສ້າງທາງທໍລະນີສາດຂອງຖ້ຳ ເຊັ່ນ: ສະພາບຊັ້ນຫີນ, ລັກສະນະ ທາງທໍລະນີຟີຊິກ ແລະ ເສັ້ນທາງ ນ້ຳໃຕ້ດິນ ເພື່ອສະໜອງຂໍ້ມູນສຳ ຄັນດັ່ງກ່າວໃຫ້ແກ່ທີມງານກູ້ໄພນຳ ໃຊ້ເຂົ້າໃນການວາງແຜນປະຕິບັດ ງານແນໃສ່ຮັບປະກັນປະສິດທິພາບ ແລະ ຄວາມປອດໄພສູງສຸດຂອງ ທຸກພາກສ່ວນ. ສະພາບພື້ນທີ່ເກີດເຫດດັ່ງກ່າວ ເປັນຖໍ້າທີ່ມີລັກສະນະໂຄງສ້າງ ເປັນຜົ້ງຫີນປູນ ຕັ້ງຢູ່ລະຫວ່າງ ກາງເຂດຄັນຊົນຂອງໂຄງການ ຊອກຄົ້ນ-ສຳຫລວດບໍ່ແຮ່ ບໍ່ແມ່ນ ເຂດອຸມົງຂຸດຄົ້ນແຮ່ຄໍາ ແລະ ມີ ທາງເຂົ້າ-ອອກໄດ້ຫລາຍທາງ, ເປັນເຂດທີ່ມີໂຄງສ້າງທາງທໍລະນີ ສາດທີ່ສັບຊ້ອນ ແລະ ມີທາງນ້ຳ ໃຕ້ດິນໄຫລຜ່ານ ຊຶ່ງມີຄວາມສ່ຽງ ສູງຕໍ່ການເກີດໄພທຳມະຊາດໃນ ໄລຍະລະດູຝົນ. ດັ່ງນັ້ນ, ອຳນາດ ການປົກຄອງ ຈຶ່ງຂໍແຈ້ງເຕືອນມາ ຍັງພໍ່ແມ່ປະຊາຊົນ ໃຫ້ເພີ່ມທະວີ ຄວາມລະມັດລະວັງ ແລະ ຫລີກ ລ່ຽງການເດີນທາງເຂົ້າໄປໃນເຂດ ຖ້ຳ ຫລື ພື້ນທີ່ທີ່ມີຄວາມສ່ຽງໃນ ໄລຍະນີ້ຢ່າງເດັດຂາດ. ຂໍ້ມູນ-ພາບ: ຂ່າວສານອຸດສາຫະ ກຳ ແລະ ການຄ້າ ສສກ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຮອງເລຂາຄະນະພັກກະຊວງ, ຮອງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ໂດຍມີຄະນະປະຈຳພັກ ກະຊວງ, ຄະນະບໍລິຫານງານພັກ, ປະທານ-ຮອງປະທານກວດກາພັກ ກະຊວງ, ອົງການກວດກາແຫ່ງ ລັດ, ເລຂາຄະນະພັກຮາກຖານ, ຄະນະກວດກາຄະນະພັກຮາກຖານ, ຜູ້ກວດກາໜ່ວຍພັກຮາກຖານ, ຫົວ ໜ້າພະແນກສຶກສາທິການ ແລະ ກິລານະຄອນຫລວງ/ແຂວງ, ພະ ນັກງານກວດກາ ແລະ ພາກສ່ວນ ຕ່າງໆ ທີ່ຂຶ້ນກັບກະຊວງ ເຂົ້າຮ່ວມ. ສະຫາຍ ນາງ ດາລາວອນ ກິດຕິພັນ ໄດ້ມີຄຳເຫັນ ແລະ ກ່າວ ເປີດກອງປະຊຸມວ່າ: ກອງປະຊຸມ ຝຶກອົບຮົມວຽກງານກວດກາພັກປັບປຸງຮ່າງກົດໝາຍ...ັ ບຸ ງ່ າົ ດ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ໃນການຕິດຕາມ, ກວດກາ ແລະ ດຳເນີນຄະດີຕໍ່ຜູ້ກະທຳຜິດຢ່າງ ເຂັ້ມງວດ, ຕ້ານ ແລະ ສະກັດກັ້ນ ເພື່ອຈຳກັດ ແລະ ກໍາຈັດທຸກອາຊະ ຍາກຳ, ປົກປ້ອງລະບົບຖານຂໍ້ມູນ, ລະບົບເຊີເວີ, ຂໍ້ມູນທາງລະບົບ ຄອມພິວເຕີ ກຽດສັກສີຂອງບຸກຄົນ ແລະ ຮັບປະກັນຄວາມໝັ້ນຄົງຂອງ ຊາດ, ເຊື່ອມໂຍງກັບສາກົນ ເພື່ອ ໃຫ້ສອດຄ່ອງກັບສົນທິສັນຍາ ແລະ ມາດຕະຖານສາກົນ ວ່າດ້ວຍການ ຮ່ວມມືຕ້ານອາຊະຍາກຳທາງໄຊ ເບີ ຊຶ່ງກົດໝາຍສະບັບດັ່ງກ່າວ ບໍ່ ພຽງແຕ່ຈະເປັນເຄື່ອງມືຂອງລັດ ຖະບານເທົ່ານັ້ນ ແຕ່ຍັງແມ່ນກົນ ໄກສຳຄັນໃນການສ້າງຄວາມເຊື່ອ ໝັ້ນໃຫ້ແກ່ນັກລົງທຶນ ແລະ ການ ພັດທະນາເສດຖະກິດດີຈິຕອນໃນ ສປປ ລາວ ໃຫ້ມີຄວາມຍືນຍົງ. ໂອກາດດຽວກັນ, ທ່ານ ສຸເນດ ໂຕ ຊາພັກດີ ຮອງຫົວໜ້າກົມຄວາມ ປອດໄພທາງໄຊເບີ ໄດ້ລາຍງານ ສະພາບການຄົ້ນຄວ້າປັບປຸງກົດ ໝາຍວ່າດ້ວຍການຕ້ານ ແລະ ສະ ກັດກັັ້ນອາຊະຍາກໍາທາງລະບົບ ຄອມພິວເຕີ ສະບັບປີ 2015 ທີ່ ນໍາໃຊ້ໃນປັດຈຸບັນ ເຫັນວ່າມີເນື້ອ ໃນບາງສ່ວນ ຍັງບໍ່ທັນສອດຄ່ອງ ກັບສະພາບການອາຊະຍາກໍາທາງ ໄຊເບີໃນປັດຈຸບັນ ກໍຄື ໄພຂົ່ມຂູ່, ໄພຄຸກຄາມ, ຮູບແບບການໂຈມຕີ ທາງໄຊເບີ. ໂຄງຮ່າງກົດໝາຍສະ ບັບປັບປຸງ ປະກອບມີ 9 ພາກ, 5 ໝວດ 68, ມາດຕາ ໂດຍຕັດອອກ 4 ມາດຕາຈາກສະບັບເກົ່າ ແລະ ໃນສະບັບໃໝ່ໄດ້ເພີ່ມ 10 ມາດຕາ, ຮັກສາເດີມ 5 ມາດ, ປັບປຸງ 53 ມາດຕາ, ຈາກສະບັບເກົ່າທີ່ມີ 9 ພາກ, 5 ໝວດ ແລະ 64 ມາດຕາ. ລັດໃນຄັ້ງນີ້ ເປັນກອງປະຊຸມທີ່ມີ ຄວາມໝາຍຄວາມສຳຄັນທີ່ສຸດ ສຳລັບຄະນະພັກ, ຄະນະນຳ ແລະ ຜູ້ຮັບຜິດຊອບວຽກງານກວດກາ ແຕ່ລະຂັ້ນ ຊຶ່ງຈະໄດ້ພ້ອມກັນຄົ້ນ ຄວ້າແລກປ່ຽນຄວາມຄິດເຫັນ ແລະ ປະສົບການຮ່ວມມື, ກອງປະຊຸມ ໄດ້ຮັບຟັງການລາຍງານຫຍໍ້ການ ຈັດຕັ້ງ ແລະ ການເຄື່ອນໄຫວວຽກ ງານຂອງຄະນະກວດກາພັກ ກະ ຊວງສຶກສາທິການ ແລະ ກິລາ ແລະ ການນຳສະເໜີບົດຮຽນຂອງ ວິທະຍາກອນ ຈາກ ສສ ຫວຽດ ນາມ, ວິທະຍາກອນຈາກຄະນະ ກວດກາສູນກາງພັກ ກ່ຽວກັບກົງ ຈັກການຈັດຕັ້ງຂອງຄະນະກວດ ກາພັກ, ອົງການກວດກາລັດ, ອົງ ການຕ້ານການສໍ້ລາດບັງຫລວງ ແລະ ການບຳລຸງສ້າງພະນັກງານ ກວດກາ; ຄວາມຮູ້ທົ່ວໄປກ່ຽວກັບ ວຽກງານກວດກາພັກ; ວຽກງານ ຕິດຕາມຂອງພັກ; ການກວດກາ ການຈັດຕັ້ງພັກ; ຄວາມຮັບຜິດ ຊອບໜ້າທີ່ການເມືອງຂອງພັກ, ສະມາຊິກພັກ, ການຈັດຕັ້ງລັດ ແລະ ພະນັກງານ-ລັດຖະກອນ; ວຽກ ງານສະກັດກັ້ນ ແລະ ຕ້ານການສໍ້ ລາດບັງຫລວງ; ວຽກງານຄົ້ນ ຄວ້າ, ພິຈາລະນາ ແລະ ແກ້ໄຂຄຳ ຮ້ອງຟ້ອງ, ຮ້ອງທຸກ ແລະ ຄຳສະ ເໜີ; ລະບຽບວິໄນຂອງພັກ ແລະ ການລົງວິໄນພາຍໃນພັກ; ກວດກາ ພິສູດໃນວຽກງານກວດກາພັກ; ບາງບັນຫາພຶ້ນຖານກ່ຽວກັບຈິດຕະ ສາດໃນວຽກງານກວດກາ; ຄວາມ ຮູ້ພື້ນຖານກ່ຽວກັບວຽກງານກວດ ກາລັດ; ຄວາມຮູ້ພື້ນຖານກ່ຽວກັບ ການສືບສວນ-ສອບສວນ; ຄວາມ ຮູ້ພື້ນຖານກ່ຽວກັບວຽກງານຕິດ ຕາມ, ກວດກາໂຄງການລົງທຶນ ແລະ ຕໍ່ເນື່ອງ. ສະນັ້ນ, ຄະນະກວດ ກາແຕ່ລະຂັ້ນ ຕ້ອງມີຫົວຄິດປະດິດ ສ້າງໃນການກວດກາ, ບໍ່ແມ່ນກວດ ກາເພື່ອຊອກເອົາຄວາມຜິດ ຫລື ຈຸດອ່ອນ/ຂໍ້ຄົງຄ້າງຕ່າງໆເທົ່າ ນັ້ນ, ການກວດກາ ແມ່ນຈະຕ້ອງ ໄດ້ຊອກໃຫ້ເຫັນດ້ານດີ ເພື່ອພ້ອມ ກັນສົ່ງເສີມ ແລະ ໃຫ້ຄຳຍ້ອງຍໍ ຊົມເຊີຍ, ສຳລັບຈຸດອ່ອນ/ຂໍ້ຄົງ ຄ້າງ ຫລື ຂໍ້ຜິດພາດຕ່າງໆ ກໍຈະໄດ້ ພ້ອມກັນຊອກຫາວິທີທາງໃນການ ປັບປຸງ, ແກ້ໄຂໃຫ້ດີຂຶ້ນ. ຂໍ້ມູນ-ພາບ: ຂ່າວສຶກສາ, ວິທະ ຍາສາດ ແລະ ກິລາ ຂອງລັດເລີ່ມແຕ່ຫົວທີ; ການແກ້ ໄຂຜົນການກວດກາ ແລະ ການຕິດ ຕາມ, ຊຸກຍູ້, ກວດກາການແກ້ໄຂ ຜົນການກວດກາ; ການສ້າງເອກະ ສານ ແລະ ສຳນວນ, ສຳເນົາເອກະ ສານວຽກງານກວດກາ. ວຽກງານກວດກາ ແມ່ນວຽກ ງານໜຶ່ງທີ່ສຳຄັນຂອງພັກ, ແມ່ນ ໜຶ່ງໃນພາລະບົດບາດການນຳພາ ຂອງຄະນະພັກ, ຄະນະນຳທຸກຂັ້ນ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດ ວຽກງານ, ກວດກາແມ່ນການຊອກ ຮູ້, ການເກັບກຳຂໍ້ມູນ ແລະ ຫລັກ ຖານກ່ຽວກັບການນຳພາ-ຊີ້ນໍາ, ການຈັດຕັ້ງແນວທາງຂອງພັກ, ນະ ໂຍບາຍຂອງລັດ, ກົດໝາຍ, ລະ ບຽບການ ແລະ ການປະຕິບັດພາ ລະບົດບາດ, ສິດ, ໜ້າທີ່, ຄວາມ ຮັບຜິດຊອບຂອງການຈັດຕັ້ງ, ບຸກ ຄົນທີ່ຢູ່ໃນອົງການຈັດຕັ້ງພັກ-ລັດ ເພື່ອພິຈາລະນາ, ຕີລາຄາ, ປະເມີນ ຜົນການຈັດຕັ້ງຂັ້ນເທິງຂອງເປົ້າ ໝາຍຖືກກວດກາ ພິຈາລະນາ ຕາມ ກົດໝາຍ ແລະ ລະບຽບທີ່ວາງໄວ້; ການກວດກາ ບໍ່ແມ່ນການຈັດຕັ້ງ ປະຕິບັດວຽກງານໃນໄລຍະໃດ ໄລ ຍະໜຶ່ງເທົ່ານັ້ນ, ມັນແມ່ນວຽກຂອງ ການຈັດຕັ້ງພັກ-ລັດທຸກຂັ້ນ ແລະ ເປັນວຽກຂອງໝົດທຸກຄົນ ທີ່ຈະ ຕ້ອງໄດ້ມີສ່ວນຮ່ວມໃນວຽກງານ ກວດກາ, ພ້ອມທັງເຮັດປົກກະຕິ ຂປລ. ພາລະກິດຄົ້ນຫາ ຜູ້ປະ ສົບໄພ 7 ຄົນ ທີ່ຕິດຢູ່ໃນຖໍ້າ ຢູ່ບ້ານ ພັນໄຊ ເມືອງລ້ອງແຈ້ງ ແຂວງໄຊ ສົມບູນ ຍັງສືບຕໍ່ຄົ້ນຫາຢ່າງຮີບ ດ່ວນ ຊຶ່ງມາຮອດມື້ນີ້ ວັນທີ 26 ພຶດສະພາ 2026 ນັບເປັນມື້ທີ 7 ແລ້ວທີ່ຍັງບໍ່ພົບຜູ້ປະສົບໄພ ພາຍ ຫລັງທີ່ຕິດຢູ່ໃນຖ້ຳແຕ່ວັນທີ 20 ພຶດສະພາ 2026 ໃນຂະນະທີ່ທຸກ ພາກສ່ວນໃນສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ໄດ້ລະດົມກຳ ລັງເຂົ້າຊ່ວຍເຫລືອຢ່າງເຕັມທີ່. ປັດ ຈຸບັນ ພວມເລັ່ງສູບນ້ຳອອກຈາກ ຖ້ຳ (ໂຖງທີ 6) ແລະ ຂຸດດິນທີ່ອັດ ຕັນຮູ ເພື່ອເຂົ້່າໄປຈຸດທີ່ສົ່ງໄສວ່າມີ ຜູ້ປະສົບໄພຕິດຢູ່. ສຳລັບແຜນການປະຕິບັດງານ ຄົ້ນຫາຜູ້ປະສົບໄພ ໃນວັນທີ 26 ພຶດ ສະພາ 2026 ນີ້, ໂດຍພາຍໃຕ້ການ ຊີ້ນຳຂອງການນຳຂັ້ນແຂວງຊຶ່ງນຳ ໂດຍ ທ່ານ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນການພັກ, ເລຂາພັກ ແຂວງ, ປະທານສະພາປະຊາຊົນ ແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ສືບຕໍ່ວາງແຜນເລັ່ງຄົ້ນຫາ ໂດຍ ໄດ້ຄວບຄຸມສ່ວນໜ້າຖ້ຳ ກັນພາກ ສ່ວນທີ່ບໍ່ກ່ຽວຂ້ອງອອກຈາກບ່ອນ ປະຕິບັດງານ, ພ້ອມທັງແບ່ງທີມສືບ ຕໍ່ຄົ້ນຫາ ໂດຍມີຜູ້ຊຽວຊານຈາກ ປະເທດແຟງລັງ ແລະ ໄທ ພ້ອມ ດ້ວຍປະຊາຊົນຜູ້ເຄີຍເຂົ້າ-ອອກ ເປັນປະຈຳ ຮ່ວມຄົ້ນຫາ. ພ້ອມທັງກຽມທີມຕອບໂຕ້ເຫດ ສຸກເສີນ, ກຽມທີມເຄື່ອນຍ້າຍພາຍ ຫລັງພົບຜູ້ປະສົບໄພ, ປັບພື້ນທີ່ ແລະ ເປີດເສັ້ນທາງທີ່ເປັນອຸປະສັກ, ກຽມທີມແພດຈາກໂຮງໝໍແຂວງ, ທີມສື່ສານປະສານງານ, ທີມຂົນ ສົ່ງລຳລຽງສະບຽງອາຫານ ແລະ ທີມສະໜັບສະໜູນການເຄື່ອນຍ້າຍ. ພ້ອມນີ້, ຍັງໄດ້ບຸກເບີກທາງເຂົ້າ (ເປີດໜ້າທາງເຂົ້າໃໝ່ໄດ້ 1,5 ກິ ໂລແມັດ) ແລະ ໄດ້ປະສານງານ ໄປຍັງລາວໂທລະຄົມ ເພື່ອນຳສາຍ ສົ່ງສັນຍານພ້ອມເສົາ ມາຕິດຕັ້ງ ເພື່ອອຳນວຍຄວາມສະດວກໃນ ການສື່ສານ ເພື່ອເຮັດໃຫ້ການປະ ຕິບັດງານໃຫ້ວ່ອງໄວຂຶ້ນຕື່ມ. ຂ່າວ: ທະນູທອງ; ຂໍ້ມູນ-ພາບ: ສະມາຄົມອາສາເພື່ອປະຊາຊົນ
RkJQdWJsaXNoZXIy MTc3MTYxMQ==