08 xtgmf]k; 37ltok c]t [= ]y = dy ko 28/05/2026 ຢູນີເທວ ຂົນສົ່ງດ່ວນ ຈັດກິດຈະກຳ Roadshow ເພື່ອຍົກລະດັບການ ບໍລິການ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ລູກຄ້າ ຢູນີເທວ ຂົນສົ່ງດ່ວນ ຍົກລະດັບກົນໄກການຕະຫລາດຂົນສົ່ງພວກເຮົາຄັ້ງສຳຄັນ ເພື່ອສ້າງຄວາມ ເຊື່ອໝັ້ນ ແລະ ການເຂົ້າເຖິງກຸ່ມລູກຄ້າໃຫ້ຫລາຍຂຶ້ນ ດ້ວຍການຈັດກິດຈະກຳ (Roadshow Unitel Logistics) ຊຶ່ງກິດຈະກຳໄດ້ຈັດຂຶ້ນໃນວັນເສົາ ວັນທີ 9 ແລະ ວັນທີ 16 ພຶດສະພາ 2026 ນີ້. ກິດຈະກຳໃນຄັ້ງນີ້: ປະກອບມີຂະບວນລົດແຫ່ປະຊາສຳພັນອ້ອມຕົວເມືອງ ເພື່ອ ສ້າງສີສັນ ແລະ ສ້າງຈຸດຢືນຂອງການບໍລິການຂົນສົ່ງຂອງພວກເຮົາໃຫ້ເປັນທີ່ ຮູ້ຈັກຢ່າງກວ້າງຂວາງ. ພ້ອມກັນນັ້ນ, ຍັງມີການຕັ້ງບູດກິດຈະກຳຕາມຈຸດຕ່າງໆ. ເພື່ອເປີດໂອກາດໃຫ້ລູກຄ້າໄດ້ສຳຜັດກັບການບໍລິການ, ໂປຣໂມຊັ່ນ, ສ່ວນຫລຸດ ແລະ ຮ່ວມຫລິ້ນກິດຈະກຳ ລຸ້ນຮັບຂອງລາງວັນພິເສດຫລາຍລາຍການ. ການຈັດ Roadshow ໃນຄັ້ງນີ້ ບໍພຽງແຕ່ເປັນການສົ່ງເສີມການຕະຫລາດ ເທົ່ານັ້ນ, ແຕ່ຍັງເປັນການສະແດງເຖິງຄວາມມຸ່ງໝັ້ນຂອງ Unitel Logistics ຫລື ຢູນີເທວ ຂົນສົ່ງດ່ວນ ໃນການພັດທະນາການບໍລິການຂົນສົ່ງໃຫ້ເຂົ້າເຖິງ ທຸກຊຸມຊົນ ແລະ ຕອບໂຈດຄວາມຕ້ອງການຂອງລູກຄ້າຢ່າງມີປະສິດທິພາບ ກ່ຽວກັບຂົນສົ່ງໃຫ້ຫລາຍຂຶ້ນເພາະພວກເຮົາມີຈຸດບໍລິການ 900 ສາຂາທີ່ພ້ອມ ໃຫ້ບໍລິການທົ່ວປະເທດ. ຢູນີເທວ ຂົນສົ່ງດ່ວນ ຈັດກິດຈະກຳ Roadshow
RkJQdWJsaXNoZXIy MTc3MTYxMQ==