7274

13/05/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d 9exkla d dP,pq d]tfa [dkomj v'mj P;l6j ]tfa [3]d lh k'dtg-Q k]vp2h kcsj '.\j 16j xkd-j v' c]t lu ra ofvo gzu pczj fh ko7;k,xvfwrmk's];'.sh oh v'oa dIPo g8a doy ddkox6 d4q j ;fy o .sh wfh zq ozt]y fl6 ' ຂປລ. ໃນອາທິດຜ່ານມາ, ທ່ານ ອາລຸນໄຊ ສູນນະລາດ ເລຂາພັກ ແຂວງ, ປະທານສະພາປະຊາຊົນ ແຂວງຈຳປາສັກ ໄດ້ນຳພາຄະນະ ເຂົ້າພົບປະຫາລືວຽກງານຮ່ວມກັບ ຄະນະບໍລິຫານງານບໍລິສັດ Sun Group ຢູ່ນະຄອນດາໜັງ ສສ ຫວຽດນາມ ເພື່ອເປີດປະຕູຮັບການ ລົງທຶນຄັ້ງໃຫຍ່ໃນຂົງເຂດການ ທ່ອງທ່ຽວ ຊຶ່ງໃນການພົບປະຄັ້ງ ນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ນຳສະເໜີ “3 ຈຸດຍຸດທະສາດທີ່ ເໝາະສຳລັບໂຄງການຍັກໃຫຍ່” ທີ່ ໜ້າສົນໃຈ ເພື່ອດຶງດູດບໍລິສັດຜູ້ສ້າງ ຕຳນານ Ba Na Hills ໃຫ້ມາມຸ່ງ ໜ້າສູ່ລາວໃຕ້ ເພື່ອສຶກສາສຳຫລວດ ຄວາມເປັນໄປໄດ້ໃນການກໍ່ສ້າງກະ ເຊົ້າລອຍຟ້າຢູ່ເຂດພູສ່າເຫລົ້າ-ພູມະ ໂລງ ເມືອງໂພນທອງ, ເຂດພູພຽງ ບໍລິເວນ ເມືອງປາກຊ່ອງ ແລະ ເຂດສີພັນດອນ ເມືອງໂຂງ ແຂວງ ຈຳປາສັກ. ເຂດພູສ່າເຫລົ້າ-ພູມະໂລງ ມີຈຸດ ຊົມທິວທັດທີ່ສວຍງາມລຽບຕາມລຳ ນ້ຳຂອງ. ສ່ວນເຂດພູພຽງບໍລິເວນ (ເມືອງປາກຊ່ອງ) ເປັນເຂດພູໄຟ ເກົ່າທີ່ມີສະພາບອາກາດດີທີ່ສຸດ, ເໝາະສຳລັບການສ້າງຣີສອດທີ່ມີ ຄວາມສະດວກສະບາຍ, ຄວາມ ເປັນສ່ວນຕົວ ແລະ ການບໍລິການ (ແຫລ່ງຂ່າວຈາກ ແຂວງຈຳປາສັກ)່່ັ ໂດຍ: ສະນັ່ນ ມົນໄມຕີ ັ່ົີ ຂປລ. ຖົ່ວດິນ ເປັນພືດລົ້ມລຸກ ມີໝາກເກີດຢູ່ໃນພື້ນດິນສາມາດ ປູກໄດ້ຕະຫລອດປີ ຊຶ່ງໄລຍະທີ່ປູກ ໄດ້ດີແມ່ນຕົ້ນລະດູແລ້ງທ້າຍເດືອນ 10 ຫລື ລະດູຝົນທ້າຍເດືອນ 5-ຕົ້ນ ເດືອນ 6, ເປັນພືດທີ່ມັກດິນຊາຍ ລ້ວນ, ລະບາຍນ້ຳໄດ້ດີ ຖ່ົວດິນ ປະກອບດ້ວຍນ້ຳມັນ 40-60% ອຸດົມສົມບູນດ້ວຍທາດໂປຣຕິນ, ວິຕາມິນ B, E, ສ່ວນລຳຕົ້ນຍັງ ໃຊ້ເປັນອາຫານສັດ ແລະ ເປັນພືດ ປັບປຸງ. ສຳລັບແນວພັນທີ່ໃຊ້ປູກໃນ ປັດຈຸບັນມີ 2 ຊະນິດຄື: ຊະນິດ ຕັ້ງຊື່ເໝາະແກ່ການປູກຍາມແລ້ງ, ຍາມຝົນ ແລະ ຊະນິດຕົ້ນເລືອດິນ ເໝາະສຳລັບປູກຍາມແລ້ງ. ການ ຄັດເລືອກແນວພັນປູກຄວນແກະ ເລືອກເອົາແຕ່ເມັດຕຶ່ງ ແຕ່ໃຫ້ມີ ຄວາມງອກບໍ່ຫລຸດ 90% ກ່ອນ ປູກຄວນປະສົມນຳ້ຢາເຊັ່ນ: ເຊວິນ 85% ຫລື ອອນເດັກໃນອັດຕາ 1 ກຣາມ /ແນວຖົ່ວດິນ 1 ກິໂລກຣາມ ແລະ ຢາກັນເຊື້ອເຫັດທຳລາຍ ເຊັ່ນ: ຊີລີແຊນ ຫລື ກັບຕັນໃນອັດຕາ 2 ກຣາມ/ແນວພັນປູກ 1 ກິໂລກຣາມ ເພື່ອກັນພະຍາດ ແລະ ແມງໄມ້. ການກຽມດິນ:ິ ດິນທີ່ຈະປູກ ຕ້ອງໄຖໃຫ້ເລິກປະມານ 10-15 ຊັງຕີແມັດ, ຕາກດິນໄວ້ປະມານ 1 ອາທິດ ຈາກນັ້ນໃຫ້ຄາດ 1-2 ຄັ້ງ ຂຶ້ບກັບຄວາມເໝາະສົມ ເພ່ືອເຮັດ ໃຫ້ດິນຮາບພຽງດີປາສະຈາກຫຍ້າ ຫລື ເສດເຫລືອອື່ນໆ, ຖ້າລະດູຝົນ ຕ້ອງຍົກເປັນຄູປູກຢູ່ເທິງຄູ,ໃສ່ຝຸກ ຄອກປະສົມເວລາໄຖຄາດໃນອັດຕາ 1ກິໂລກຣາມ/ຕາເມັດ. ວິທີການປູກ:ິີູ ຄວນປູກເປັນ ແຖວ, ຂຸດເປັນຂຸມແຕ່ລະຂຸມໃສ່ປະ ມານ 2-3 ເມັດ, ຂຸດເລິກປະມານ 2 ຂ້ໍມື, ເມື່ອຕົ້ນໃຫຍ່ຄວນຫລົກ ຢອນຕົ້ນອອກໃຫ້ເຫລືອຂຸມລະ ຕົ້ນກໍພໍ, ຖ້າປູກພັນຕັ້ງຊື່ໃຫ້ປູກ ໄລຍະ 60x30 ຊັງຕີແມັດ ໂດຍ ຂປລ. ເພື່ອເຮັດໃຫ້ບັນຫາ ອຸບັດເຫດຫລຸດໜ້ອຍຖອຍລົງ ເຈົ້າໜ້າທີ່ກ່ຽວຂ້ອງໄດ້ເອົາໃຈ ໃສ່ໃນການລົງໂຄສະນາເຜີຍແຜ່ ກົດລະບຽບຈະລາຈອນຢູ່ບັນດາ ໂຮງຮຽນ ເພື່ອໃຫ້ນັກຮຽນມີຄວາມ ເຂົ້າໃຈ ແລະ ນຳໄປໃຊ້ ກໍຄື ຂັບຂີ່ ລົດຖືກຕາມກົດຈະລາຈອນ. ດັ່ງ ເມື່ອມໍ່ໆມານີ້, ຄະນະກຳມະການ ດ້ານຄວາມປອດໄພທາງຫລວງ ຂັ້ນແຂວງ, ນໍາໂດຍທ່ານ ສຸດໃຈ ມະນິທອງ ຮອງຫົວໜ້າຂະແໜງ ຂົນສົ່ງພະແນກໂຍທາທິການ ແລະ ຂົນສົ່ງແຂວງເຊກອງ, ມີຕຳຫລວດ ຈະລາຈອນແຂວງ, ອົງການກາ ແດງແຂວງ ແລະ ອຳນວຍການ ໂຮງຮຽນ,ຄູ-ອາຈານ, ພ້ອມດ້ວຍ ນັກຮຽນ ມສ ເຂົ້າຮ່ວມ. ທ່ານ ສຸລິສັກ ສີລິຄຳພູນ ຮອງ ຫົວໜ້າຂະແໜງຂົນສົ່ງພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ ກ່າວວ່າ: ການລົງໂຄສະນາເຜີຍແຜ່ ປູກຈິດສຳນຶກດ້ານຄວາມປອດ ໄພທາງຫລວງຄັ້ງນີ້ ເພື່ອເຜີຍແຜ່ ໂຄສະນາປູກຈິດສຳນຶກກ່ຽວກັບ ຄວາມປອດໄພຕາມທາງຫລວງໃຫ້ ແກ່ຄູອາຈານ ແລະ ນ້ອງນັກຮຽນ ໃນໂຮງຮຽນ ມສ ແຂວງເຊກອງ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບກົດ ລະບຽບຂອງການຈະລາຈອນຕາມ ທ້ອງຖະໜົນ, ຮັບຮູ້ ແລະ ເຂົ້າໃຈ ຄວາມໝາຍ, ຄວາມສຳຄັນ ແລະ ການນຳໃຊ້ປ້າຍສັນຍານ ແລະ ຮູ້ ຈັກປະເມີນຜູ້ປະສົບໄພ ຫລື ເຄາະ ຮ້າຍ ແລະ ໃຫ້ການຊ່ວຍເຫລືອ ຊີວິດຂັ້ນພື້ນຖານ, ທັງເປັນການ ຫລຸດຜ່ອນອຸບັດເຫດຕາມທ້ອງ ຖະໜົນໃຫ້ຫລຸດໜ້ອຍຖອຍລົງເທື່ອ ລະກ້າວ. ພ້ອມນີ້ ບັນດາພະແນກ ການກ່ຽວຂ້ອງຂັ້ນແຂວງກໍໄດ້ຜັດ ປ່ຽນກັນຂຶ້ນເຜີຍແຜ່ບັນດາເອກະ ສານຢ່າງລະອຽດຈະແຈ້ງ ໂດຍ ເອກະສານທີ່ນຳມາໂຄສະນາເຜີຍ ແຜ່ຄັ້ງນີ້ ປະກອບມີກົດລະບຽບຈະ ລາຈອນທາງບົກ, ຮຽນຮູ້ຄວາມ ໝາຍຄວາມສຳຄັນກ່ຽວກັບປ້າຍ ເຄື່ອງໝາຍການຈະລາຈອນຕາມ ເສັ້ນທາງສູງ, ຮຽນຮູ້ຂັ້ນຕອນ ແລະ ວິທີການ ແລະ ພ້ອມທັງສາທິດການ ຊ່ວຍເຫລືອຊີວິດຜູ້ບາດເຈັບຈາກ ການເກີດອຸບັດເຫດຂັ້ນພື້ນຖານ ແລະ ອາການແຄ້ນຂອງຜູ້ບາດເຈັບ ຈາກການເກີດອຸບັດເຫດ. ນອກຈາກທີ່ກ່າວມານັ້ນແລ້ວ, ຍັງໄດ້ມີການຫລິ້ນກິດຈະກຳການ ຖາມ-ຕອບ, ກ່ຽວກັບກົດລະບຽບ ຈະລາຈອນ, ການນຳໃຊ້ປ້າຍສັນ ຍານ, ປ້າຍເຕືອນ, ປ້າຍຫ້າມຂໍ້ກຳ ນົດຕ່າງໆ ເພື່ອຮັບລາງວັນຈາກຄະ ນະກຳມະການທີ່ລົງມາໂຄສະນາ ເຜີຍແຜ່ປູກຈິດສຳນຶກດ້ານຄວາມ ປອດໄພທາງຫລວງຂັ້ນແຂວງ ດ້ວຍບັນຍາກາດຟົດຟື້ນ. ໃຊ້ແມັດພັນ 40-50 ກິໂລກຣາມ/ ເຮັກຕາ. ສ່ວນການປູກພັນເລືອ ຕາມດິນໃຫ້ປູກໄລຍະຫ່າງ 80x30 ຊັງຕີແມັດ ໂດຍໃຊ້ເມັດພັກ 50-60 ກິໂລກຣາມ/ເຮັກຕາ, ການປູກຄວນ ປູກເປັນ 2 ແຖວເຄິ່ງກັນ ຊຶ່ງໄລຍະ ຫ່າງ 25 ຊັງຕີແມັດ. ການບົວລະບັດຮັກສາ:ົັັ ນຳໃຊ້ ຝຸ່ນຄອກ, ຝຸ່ນບົ່ມໃສ່ເວລາກຽມ ດິນໃສ່ໃນອັດຕາ 10-20 ໂຕນ/ ເຮັກຕາ, ສ່ວນຝຸ່ນວິທະຍາສາດ ຄວນໃສ່ສູດ 16-20-00 ໃນອັດຕາ 25 ກິໂລກຣາມ/ເຮັກຕາ, ພ້ອມທັງ ໃສ່ຮອງພື້ນກ່ອນຄາດສຸດທ້າຍ, ສ່ວນການໃສ່ເພີ່ມໃສ່ກ່ອນພືດອອກ ດອກ 3-5 ວັນຫລັງຈາກປູກໄດ້ 4-5 ອາທິດ ຝຸ່ນທີ່ໃຊ້ປະເພດຢູເຣຍ 46% ຈຳນວນ 50 ກິໂລກຣາມ/ ເຮັກຕາ. ການໃຫ້ນ້ຳ:້້ ຖ້າສະພາດດິນ ແຫ້ງແລ້ງຫລາຍຄວນໃສ່ນ້ຳກ່ອນ ກຽມດິນປູກ ຄັ້ງທີ 1: ໃສ່ຫລັງຈາກ ປູກ 2-3 ອາທິດ, ຄັ້ງທີ 2 ໃສ່ ຫລັງຈາກໃສ່ຝຸ່ນເພີ່ມ ແລະ ຄ້ັ້ງທີ 3 ແມ່ນຫ່າງຈາກຄັ້ງທີສອງ 2 ອາທິດ ແລະ ຄັ້ງຕໍ່ໆໄປແມ່ນອີກ 2-3 ອາທິດ. ການເສຍຫຍ້າພວນດິນ:້ິ ຄວນ ເສຍຫຍ້າເວລາພືດຍັງນ້ອຍ ຫລື ຫລັງປູກ 10-15 ວັນ ແລະ ຄວນ ເສຍຫຍ້າອີກກ່ອນພືດອອກດອກ 3-5ວັນຫລັງຈາກປູກແລ້ວ30-40 ວັນ. ໄລຍະພືດຕິດໝາກທຳອິດຫາກ ມີຫຍ້າຫລາຍກໍຄວນຫລົກອອກ. ການປ້ອງກັນພະຍາດ ແລະ ້ັ ແມງໄມ້:້ ແມງໄມ້ທີ່ມັກທຳລາຍ ແມ່ນປະເພດສ້ຽນດິນ, ບົ້ງກິນໃບ, ບົ້ງຮຳໃບ ແລະ ເຈາະລຳຕົ້ນ ສ້ຽນ ດິນຄວນໃຊ້ຢາຟູຣາດານ 3% ຫວ່ານໃນອັດຕາ 15 ກິໂລກຣາມ/ ເຮັກຕາ, ບົ້ງກິນໃບ, ຮຳໃບ ແລະ ເຈາະລຳຕົ້ນຄວນສີດຢາອາໂຊດ ຣິນນາ ລາໄທອອນ ໃນອັດຕາ 2-3 ບ່ວງຕັກແກງ/20 ລິດ, ໃນ 7-10 ວັນ/ຄັ້ງ. ການເກັບກ່ຽວ:ັ່ ຖົ່ວດິນເລີ່ມ ເກັບກ່ຽວເມື່ອຝັກແກ່ 60-70% ເພື່ອຢາກຮູ້ວ່າຝັກແກ່ນັ້ນ ຄວນຫລົກ ຫລື ຂຸດຂຶ້ນມາແລ້ວສັງເກດເບິ່ງ ຝັກວ່າເມັດເຕັມດີ, ແກະຝັກອອກ ຈະເຫັນວ່າເປືອກດ້ານໃນເປັນສີນ້ຳ ຕານແກ່ສະແດງວ່າພໍເກັບໄດ້. ກ່ອນ ເກັບກ່ຽວຄວນເອົານ້ຳເຂົ້າໃສ່ກ່ອນ ໃຫ້ພໍຊຸ່ມຈຶ່ງຫລົກ ຫລື ຂຸດແລ້ວໃຫ້ ຕາກແດດໄວ້ປະມານ 3-5 ແດດໃຫ້ ແຫ້ງ, ຖ້າຈະໃຊ້ເປັນເມັດພັນບໍ່ຄວນ ເກັບກາຍ 1 ປີ ແລະ ຄວາມຊຸ່ມຂອງ ເມັດ ຕ້ອງມີ 8-9%. ທີ່ດີເລີດ. ສຳລັບເຂດສີພັນດອນ ແມ່ນມີຄວາມມະຫັດສະຈັນທາງ ທຳມະຊາດທີ່ເປັນເອກະລັກໜຶ່ງ ດຽວໃນອາຊີອາຄະເນ. ພ້ອມນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ ຍົກໃຫ້ເຫັນຈຸດພິເສດ ແລະ ທ່າແຮງ ສູງສຸດຂອງການພົວພັນຮ່ວມມື ແບບພິເສດທີ່ເປັນມິດຕະພາບອັນ ແໜ້ນແຟ້ນລະຫວ່າງ ຈຳປາສັກດາໜັງ, ມີໂລຈິສຕິກທີ່ທັນສະໄໝ ໂດຍສະເພາະລະບົບການເຊື່ອມ ຈອດແລວເສດຖະກິດຕາເວັນອອກຕາເວັນຕົກ ທີ່ສະດວກສະບາຍ. ພ້ອມທັງເປັນສູນກາງການເຊື່ອມ ຕໍ່ເປັນຕົ້ນມີທີ່ຕັ້ງຍຸດທະສາດເຊື່ອມ ຕໍ່ໄທ (ອຸບົນ)-ກຳປູເຈຍ-ຫວຽດ ນາມ. ພ້ອມນີ້, ແຂວງຈຳປາສັກ ຍັງ ມີມໍລະດົກໂລກວັດພູຈຳປາສັກ ຊຶ່ງ ເປັນແຫລ່ງທ່ອງທ່ຽວທາງອະລິຍະ ທຳທີ່ມີຊື່ສຽງລະດັບສາກົນ, ມີເຂດ ພູພຽງບໍລິເວນທີ່ມີອາກາດໜາວ ເຢັນ (18-20 ອົງສາ) ຕະຫລອດ ປີ. ນອກຈາກນີ້, ຍັງມີທ່າແຮງທາງ ດ້ານກະສິກຳ ໂດຍສະເພາະແຫລ່ງ ປູກບຣູເບີລີ, ແບຣກເບີລີ ແລະ ໝາກ ແມັກຄາເດເມຍ ທີ່ຫາໄດ້ຍາກໃນ ພາກພື້ນ. ໂອກາດດັ່ງກ່າວ, ຮອງປະທານ ບໍລິສັດ Sun Group ກໍໄດ້ສະແດງ ຄວາມສົນໃຈຢ່າງສູງຕໍ່ຂໍ້ມູນດັ່ງ ກ່າວ ແລະ ຢືນຢັນວ່າ: ໃນເດືອນ ມິຖຸນາ 2026 ນີ້, ຄະນະນຳຂອງ ບໍລິສັດຈະຮ່ວມເດີນທາງໄປກັບ ຄະນະຜູ້ແທນນະຄອນດາໜັງ ເພື່ອ ມາສຶກສາສຳຫລວດຄວາມເປັນ ໄປໄດ້ໃນການລົງທຶນຢູ່ແຂວງຈຳ ປາສັກ. ການຮ່ວມມືຄັ້ງນີ້ ຖືເປັນ ຄວາມຫວັງໃໝ່ທີ່ຈະຊ່ວຍຍົກລະດັບ ໃຫ້ແຂວງຈຳປາສັກ ກາຍເປັນຈຸດ ໝາຍປາຍທາງການທ່ອງທ່ຽວ ລະດັບໂລກທີ່ມີມາດຕະຖານການ ບໍລິການ ແລະ ສິ່ງອຳນວຍຄວາມ ສະດວກທີ່ທັນສະໄໝ ຄືກັນກັບ Ba Na Hills ທີ່ນະຄອນດາໜັງ ສສ ຫວຽດນາມ ທີ່ໂດ່ງດັງມາແລ້ວ.

RkJQdWJsaXNoZXIy MTc3MTYxMQ==