7274

05 xtgmf]k; 3]d c]t gsfdko 13/05/2026 ເພື່ອເພີ່ມທະວີການພົວພັນ ແລກປ່ຽນກັບຊຸມຊົນອ້ອມຂ້າງ ແລະ ສ້າງຈິດສຳນຶກໃຫ້ແກ່ ປະຊາຊົນທ້ອງຖິ່ນກ່ຽວກັບ ໂຄງການພະລັງງານສະອາດ, ເຂື່ອນໄຟຟ້ານ້ຳກົງ 1 ໄດ້ ຈັດກິດຈະກຳເປີດກວ້າງໃຫ້ ມວນຊົນເຂົ້າຢ້ຽມຊົມ ພາຍໃຕ້ ຫົວຂໍ້ “ນ້ຳກົງມີນັດ ຮ່ວມ ລະນຶກຄວາມຮັກ ແລະ ຄວາມ ກະຕັນຍູຕໍ່ແມ່” ໃນໂອກາດວັນ ແມ່ທີ່ກຳລັງຈະມາເຖິງ. ໃນກິດຈະກຳຄັ້ງນີ້, ມີຄະນະ ຄູ-ອາຈານ, ນ້ອງນັກຮຽນ ແລະ ຕົວແທນຜູ້ເປັນ ແມ່ຈາກ ບ້ານວຽງໄຊ ເມືອງພູວົງ ເຂົ້າ ມາທັດສະນະສຶກສາ ແລະ ຮ່ວມກິດຈະກຳກັບພະນັກງານ ປະຈຳ ເຂື່ອນຢ່າງເບີກບານ ມ່ວນຊື່ນ. ກິດຈະກຳ “ຫ້ອງຮຽນສີ ຂຽວ ແມ່ນ້ຳຂອງ-ແມ່ນ້ຳລ້ານ ຊ້າງ” ໃນຄັ້ງນີ້ ໄດ້ແບ່ງອອກ ເປັນ 3 ພາກສ່ວນຫລັກ ຄື: ບົດຮຽນວິທະຍາສາດ, ບົດ ຮຽນການທັດສະນະສຶກສາ ຕົວຈິງ ແລະ ບົດຮຽນວັດທະ ນະທຳ. ບົດຮຽນວິທະຍາສາດ: ວິສະວະກອນປະຈຳເຂື່ອນໄດ້ ບັນຍາຍກ່ຽວກັບກົນໄກການ ເຮັດວຽກ ແລະ ຫລັກການຜະ ລິດກະແສໄຟຟ້າດ້ວຍຮູບແບບ ເຂື່ອນໄຟຟ້ານໍາກົງ 1 ຈັດກິດຈະກຳເປີດກວ້າງໃຫ້ມວນຊົນເຂົ້າຢ້ຽມຊົມ ພາຍໃຕ້ຫົວຂໍ “ຫ້ອງຮຽນສີຂຽວ ແມ່ນໍາຂອງ-ແມ່ນໍາລ້ານຊ້າງ ຂໍານັບຊົມເຊີຍບຸນຄຸນແມ່” ທີ່ເຂົ້າໃຈງ່າຍ ເພື່ອຊ່ວຍໃຫ້ ນ້ອງໆນັກຮຽນສາມາດນຳ ເອົາຄວາມຮູ້ຈາກທິດສະດີ ໃນຫ້ອງຮຽນມາເຊື່ອມໂຍງ ເຂົ້າສູ່ການປະຕິບັດຕົວຈິງໃນ ໂຄງການວິສະວະກຳ. ບົດຮຽນການທັດສະນະ ສຶກສາ: ພະນັກງານປະຈຳ ເຂື່ອນໄດ້ນຳພາຄະນະຄູອາ ຈານ ແລະ ນ້ອງໆນັກຮຽນ ເຂົ້າຢ້ຽມຊົມພື້ນທີ່ຕົວຈິງ ເປັນ ຕົ້ນແມ່ນ ຕົວເຂື່ອນຫລັກ, ຊັ້ນ ຕິດຕັ້ງເຄື່ອງຈັກປັ່ນໄຟ ແລະ ຫ້ອງຄວບຄຸມການຜະລິດ ເພື່ອ ໃຫ້ໄດ້ສຳຜັດກັບອຸປະກອນ ການຜະລິດໄຟຟ້າຢ່າງໃກ້ຊິດ ແລະ ເຂົ້າໃຈຂະບວນການຜະ ລິດພະລັງງານໄຟຟ້າຢ່າງ ຄົບວົງຈອນ. ບົດຮຽນວັດທະ ນະທຳ: ໄດ້ຈັດຂຶ້ນພາຍໃຕ້ ຫົວຂໍ້ “ວັນແມ່” ຢ່າງມີຄວາມ ໝາຍ ໂດຍພະນັກງານປະຈຳ ເຂື່ອນໄດ້ເລົ່າປະຫວັດຄວາມ ເປັນມາ ແລະ ຄຸນຄ່າອັນເລິກ ເຊິ່ງຂອງວັນແມ່ ເພື່ອເປັນ ການປູກຈິດສຳນຶກດ້ານຄວາມ ຮັກ ຄວາມກະຕັນຍູຕໍ່ຜູ້ເປັນ ແມ່ ພ້ອມນັ້ນ, ທຸກຄົນໄດ້ຮ່ວມ ກັນສ້າງສັນກິດຈະກຳ “ຫໍ່ ກ້ຽວ” ທຸກຄົນຍັງໄດ້ຮ່ວມກັນ ຫໍ່ກ້ຽວ ແລະ ຮັບປະທານອາ ຫານຮ່ວມກັນໃນບັນຍາກາດ ທີ່ເຕັມໄປດ້ວຍຮອຍຍິ້ມ ແລະ ສຽງຫົວ, ທຸກຄົນໄດ້ຮ່ວມ ຮັບປະທານອາຫານທີ່ເປັນ ຜົນງານຈາກນ້ຳພັກນ້ຳແຮງ ຂອງຕົນເອງ ຢ່າງມີຄວາມ ສຸກ, ພ້ອມທັງໄດ້ນຳເອົາຜົນ ງານການຫໍ່ກ້ຽວຂອງຕົນກັບ ໄປຝາກຄອບຄົວ ເພື່ອເປັນສື່ ກາງແຫ່ງການສົ່ງມອບຄວາມ ຮັກ ແລະ ຄວາອົບອຸ່ນໃຫ້ແກ່ ຄອບຄົວ. ເຂື່ອນໄຟຟ້ານໍ້າກົງ 1 (NAM KONG 1 HPP) ແມ່ນໂຄງການພັດທະນາໃນ ຮູບແບບ BOOT ແຫ່ງທີ 3 ຂອງບໍລິສັດ ນໍ້າ ແລະ ໄຟຟ້າ ສາກົນແຫ່ງ ສປ ຈີນ CHINA I N T E R NA T I ONA L WATER & ELECTRIC CORP (CWE ໃນ ສປປ ລາວ. ມີກໍາລັງຕິດຕັ້ງທັງໝົດ 160 MW, ໄດ້ເລີ່ມຕົ້ນຜະ ລິດໄຟຟ້າຢ່າງເປັນທາງການ (COD) ໃນເດືອນຕຸລາ 2021 ແລະ ຈົນເຖິງປັດຈຸບັນ ສາມາດສະໜອງພະລັງງານ ສະອາດໄດ້ແລ້ວ2,9 ຕື້ກິໂລວັດ ໂມງ. ໂຄງການໄດ້ໃຫ້ຄວາມ ສຳຄັນຕໍ່ການປະຕິບັດພັນທະ ທາງດ້ານສັງຄົມຢ່າງຕໍ່ເນື່ອງ, ບໍ່ວ່າຈະເປັນການປັບປຸງພື້ນ ຖານໂຄງລ່າງ, ການສົ່ງເສີມ ດ້ານການສຶກສາ, ການປົກ ປັກຮັກສາສິ່ງແວດລ້ອມ ແລະ ການແລກປ່ຽນວັດທະນະທຳ ລາວ-ຈີນ ເພື່ອຍົກລະດັບຊີວິດ ການເປັນຢູ່ຂອງປະຊາຊົນ ທ້ອງຖິ່ນ ແລະ ຮັດແໜ້ນຄວາມ ສາມັກຄີລະຫວ່າງສອງຊາດ. ໃນຕໍ່ໜ້າ, ໂຄງການເຂື່ອນ ໄຟຟ້ານ້ຳກົງ 1 ຈະຖືເອົາໂອ ກາດຄົບຮອບ 65 ປີ ແຫ່ງການ ສ້າງຕັ້ງສາຍພົວພັນການທູດ ລາວ-ຈີນແລະ “ປີແຫ່ງມິດທະ ພາບ ລາວ-ຈີນ” ເປັນຂີດໝາຍ ໃນການລິເລີ່ມກິດຈະກຳແລກ ປ່ຽນວັດທະນະທຳໃນຫລາກ ຫລາຍຮູບແບບ ເພື່ອບັນລະ ຍາຍເລື່ອງລາວແຫ່ງການ ຮ່ວມມື, ພ້ອມທັງຮ່ວມເປັນກຳ ລັງແຮງອັນສຳຄັນໃນການຊຸກ ຍູ້ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ມີຄວາມແໜ້ນ ແຟ້ນ ແລະ ເລິກເຊິ່ງກວ່າເກົ່າ. ຖ່າຍທອດສົດ ທາງໂທລະພາບລາວແຫ່ງຊາດ (ຊ່ອງ1), ວິທະຍຸກະຈາຍສຽງແຫ່ງຊາດ FM103.7 Mhz Laolottery Live ຂອງທຸກ ວັນຈັນ ຫາ ວັນສຸກ ເລີ່ມແຕ່ເວລາ 20:00 ເປັນຕົ້ນໄປ zq odkovvd]k';a os;pra fmtok ';fmu 62 vvd7A ';a omu 11 rb fltrk 2026 ເລກ 1 ໂຕ, 2 ໂຕ, 3 ໂຕ, 4 ໂຕ, 5 ໂຕ, 6 ໂຕທ້້າຍ 4 5 7 5 0 9 ຜົົນອອກເລກສະຫຼຼາກພັັດທະນາແຮັັບປີີ5/45 ມີີ ເລກສ່່ຽງທັັ ງໝົົດ 45 ໂຕເລກ (01-45), ໃນ 1 ແຖວມີີ 5 ໂຕເລກ, ມູູນຄ່່ າ 1,000 ກີີບ 17 22 10 36 32

RkJQdWJsaXNoZXIy MTc3MTYxMQ==