7274

gsfdko{dkora fmtok a xtgmf]k; ( 13/05/2026 g,n v'okc] sk]n dko75 h ,7v'dko-N {0kp oE1k'rk]k c]t ;k'my fmk'czodko.o8= j |h k 7totoec0;'9exkla d -5 dp6 h 37'dko0Q ;dkg2 fh ;pwI3fig9olu 0P; mu j g0fglf4tdy fry glfxkdg-{pu j x5 j o ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 11 ພຶດສະພາ 2026, ທ່ານສຸກສະຫວັນ ວິໄລວົງ ປະທານຄະນະກຳມະການ ປົກຄອງ ແຂວງຈຳປາສັກ ພ້ອມ ດ້ວຍຄະນະລົງຊຸກຍູ້ ແລະ ຕິດຕາມ ຄວາມຄືບໜ້າຂອງໂຄງການກໍ່ສ້າງ ອາຄານຜະລິດກາເຟ ດ້ວຍອາຍ ແກັດໄຮໂດຣເຈນ ຂອງບໍລິສັດ ລາວ ກຣີນ ໄຮໂດຣເຈນ ສະອາດ ຈຳກັດ ທີ່ຕັ້ງຢູ່ເຂດເສດຖະກິດພິເສດປາກ ເຊ-ຍີ່ປຸ່ນ (ບ້ານໝາກແງວ ເມືອງ ປະທຸມພອນ). ໂຄງການດັ່ງກ່າວ ເປັນໂຮງ ງານຂົ້ວກາເຟທີ່ນຳໃຊ້ພະລັງງານ ໄຮໂດຣເຈນສີຂຽວ 100% ແຫ່ງ ທຳອິດຂອງ ສປປ ລາວ ເພື່ອຍົກ ລະດັບໃຫ້ລາວກາຍເປັນຜູ້ນຳດ້ານ ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ກອງປະຊຸມ ປຶກສາຫາລື ການຄຸ້ມຄອງການຊື້- ຂາຍນ້ຳຢາງພາລາ ປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ຂອງເມືອງນາແລ ແຂວງ ຫລວງນ້ຳທາ ຈັດຂຶ້ນໃນທ້າຍ ອາທິດຜ່ານມາ ໂດຍການເປັນປະ ທານຂອງທ່ານ ບຸນທະວີ ໄຊສົງ ຄາມ ຫົວໜ້າຫ້ອງການອຸດສາຫະ ກໍາ ແລະ ການຄ້າເມືອງນາແລ, ທ່ານ ທອງໃສ ທອງສະໄໝ ຮອງ ປະທານຄະນະກຳມະການປົກ ຄອງ ເມືອງນາແລ ພ້ອມດ້ວຍຫ້ອງການ, ບໍລິສັດ, ໜ່ວຍເກັບຊື້ ແລະ ນາຍບ້ານ 39 ບ້ານ ເຂົ້າຮ່ວມ. ໃນກອງປະຊຸມໄດ້ຜ່ານບົດລາຍ ງານການຈັດຕັ້ງປະຕິບັດ ແລະ ບົດ ບັນທຶກກອງປະຊຸມປຶກສາຫາລືຄະ ນະສະເພາະກິດຄຸ້ມຄອງ ແລະ ສະ ກັດກັ້ນ ພາກສ່ວນດໍາເນີນທຸລະກິດ ທີ່ບໍ່ຖືກຕ້ອງ ໃຫ້ເຂົ້າສູ່ລະບຽບການ ປຶກສາຫາລືຖອດຖອນບົດຮຽນ ວິທີການຄຸ້ມຄອງການຊື້-ຂາຍນ້ຳ ຢາງພາລາ ປະຈຳປີ 2025 ແລະ ວາງທິດທາງແຜນການ ປີ 2026. ໃນໄລຍະປີ 2025 ຜ່ານມາການ ເກັບຊື້ນໍ້າຢາງພາລາພາຍໃນເມືອງ ມີ 2 ບໍລິສັດທີ່ສົ່ງເສີມປູກ, ມີ 1 ວິສາຫະກິດ ແລະ 8 ໜ່ວຍເກັບຊື້ຄື: ບໍລິສັດ ເຈຍຊວງ, ບໍລິສັດຄໍາຊາວ, ວິສາຫະກິດສີວັນໄຊ, ໜ່ວຍເກັບຊື້ ນິຕິບຸກຄົນຄື: ທ່ານ ພັນແກ້ວ ມິດ ລະແສນ, ທ່ານ ນາງ ຜາລີ ຄໍາວິໄລ, ທ່ານ ບຸນຕັນ ພົນສາງອນ, ທ່ານ ນາງ ສົມຕິດ ສາຍນໍ້າແຫງ, ທ່ານ ສອນມະນີ ວັນປະເສີດ, ທ່ານ ອາ ມິກ, ທ່ານ ອຳໄພ ແລະ ທ່ານ ນາງ ພອນຄໍາ ເຄື່ອນໄຫວເກັບຊື້ ແລະ ເຄື່ອນຍ້າຍນໍ້າຢາງພາລາພາຍໃນ ເມືອງນາແລ ລວມການເຄື່ອນຍ້າຍ ທັງໝົດ 97 ຄັ້ງ ຈໍານວນ 1.028,7 ໂຕນ ເປັນມູນຄ່າທັງໝົດ 17,4 ຕື້ ກວ່າກີບ. ໃນກອງປະຊຸມຜູ້ເຂົ້າຮ່ວມ ໄດ້ ພັດປ່ຽນກັນປະກອບຄຳຄິດຄຳເຫັນ ທີ່ເປັນປະໂຫຍດຢ່າງກົງໄປກົງມາ ແລະ ໄດ້ເຫັນດີເປັນເອກະພາບ ຫລາຍບັນຫາ ເປັນຕົ້ນ ບຸກຄົນ ຫລື ຫົວໜ່ວຍເກັບຊື້ໃດ ທີ່ບໍ່ມີໃບທະບຽນ ວິສາຫະກິດ ແລະ ບໍ່ມີໃບອະນຸຍາດ ເກັບຊື້ ຫ້າມລັກລອບເກັບຊື້ນໍ້າຢາງ ພາລາ ໂດຍເດັດຂາດ, ຖ້າເຈົ້າໜ້າທີ່ ກວດກາພົບເຫັນແມ່ນຈະຢຶດຢາງ ພາລາ 100% ເປັນຂອງລັດ ພ້ອມ ທັງປັບໄໝຕາມລະບຽບການ ໂດຍ ບໍ່ໃຫ້ມີການຕໍ່ວ່າໃດໆ, ໜ່ວຍເກັບຊື້ ທີ່ມີໃບອະນຸຍາດເກັບຊື້ຈາກເມືອງ gzu pczj oy 8y dexh v'da ocI''kogfa d .sh z6 h xtdv[dkom5 ]tdy f 16 j g,n v''vp ຂປລ. ແຫລ່ງຂ່າວຈາກແຂວງ​ ຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ ດົນມານີ້, ອົງການປົກຄອງເມືອງ ງອຍ ຮ່ວມກັບໂຄງການປົກປ້ອງ ເດັກ ເພື່ອປ້ອງກັນການນຳໃຊ້ແຮງ ງານເດັກ ປະຈຳແຂວງຫລວງພະ ບາງ ເຜີຍແຜ່ນິຕິກຳການຝຶກອົບ ຮົມການສົ່ງຕໍ່ກໍລະນີ ໃຫ້ມີຄວາມ ປອດໄພແກ່ຜູ້ຈ້າງງານໃຫ້ຜູ້ປະ ກອບການ, ຫົວໜ່ວຍທຸລະກິດ, ເອ ກະຊົນ ແລະ ຜູ້ສະໜອງກະສິກຳ ຂັ້ນທ້ອງຖິ່ນ ໂດຍເປັນປະທານ ຂອງ ທ່ານ ນາງ ສີອຳພອນ ພັນທະ ວົງ ຮອງປະທານຄະນະກຳມະການ ປົກຄອງເມືອງງອຍ, ທ່ານ ສີຈັນ ໄຊ ຍະສິດ ຫົວໜ້າໂຄງການປົກປ້ອງ ເດັກເພື່ອປ້ອງກັນການໃຊ້ແຮງງານ ເດັກ ປະຈໍາແຂວງຫລວງພະບາງ ແລະ ຜູ້ຕາງໜ້າຈາກພະແນກການ ຂັ້ນແຂວງ, ເມືອງເຂົ້າຮ່ວມ. ການເຜີຍແຜ່ນິຕິກໍາ ຄັ້ງນີ້, ໄດ້ ເນັ້ນໃສ່ການສົ່ງຕໍ່ກໍລະນີ ໃຫ້ມີ ຄວາມປອດໄພສຳລັບຫົວໜ່ວຍທຸ ລະກິດ ພາຍໃນເມືອງງອຍ ເພື່ອ ຮັບປະກັນວ່າ ເມື່ອພົບເຫັນກໍລະນີ ໃຊ້ແຮງງານເດັກ ຈະມີຂັ້ນຕອນ ການຈັດການ ແລະ ສົ່ງຕໍ່ທີ່ປອດ ໄພ ທັງຕໍ່ຕົວເດັກ ແລະ ຕໍ່ທຸລະກິດ ທີ່ປະຕິບັດຕາມກົດໝາຍ. ພ້ອມ ນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາ ຫາລື ແລະ ຊີ້ແຈງບັນດາຂໍ້ກໍານົດທີ່ ກ່ຽວຂ້ອງ ເພື່ອສ້າງຄວາມເຂົ້າໃຈ ທີ່ຖືກຕ້ອງ ແລະ ເປັນເອກະພາບ ໃນການຈັດຕັ້ງປະຕິບັດເຖິງວ່າເປັນ ກິດຈະກຳດ້ານນິຕິກຳ, ແຕ່ໄດ້ຮັບ ຄວາມສົນໃຈ ແລະ ເຂົ້າຮ່ວມຢ່າງ ເຕັມທີ່ຈາກບັນດາຜູ້ປະກອບການ ຊຶ່ງສະແດງໃຫ້ເຫັນວ່າ ການປ້ອງ ກັນການໃຊ້ແຮງງານເດັກນັບມື້ ນັບກາຍເປັນບັນຫາທີ່ສັງຄົມໃຫ້ ຄວາມສຳຄັນ ແລະ ທຸລະກິດເອງ ກໍຕ້ອງການຄວາມຊັດເຈນ ເພື່ອປະ ຕິບັດຕົນໄດ້ຢ່າງຖືກຕ້ອງ ແລະ ປອດໄພ. ໂອກາດນີ້, ທ່ານ ສີຈັນ ໄຊຍະສິດ ໄດ້ນຳສະເໜີ ປະຫວັດຄວາມເປັນ ມາ, ວິໄສທັດ ແລະ ສະພາບລວມ ການເຄື່ອນໄຫວການຈັດຕັ້ງປະຕິ ບັດຂອງໂຄງການ ທີ່ໄດ້ເຄື່ອນໄຫວ ໃນ ສປປ ລາວ ໂດຍສະເພາະ ແຂວງ ຫລວງພະບາງ ຊຶ່ງປະກອບມີ 6 ເມືອງ ເປົ້າໝາຍ ຄື: ເມືອງໂພນ ໄຊ, ເມືອງປາກແຊງ, ເມືອງນ້ຳ ບາກ, ເມືອງງອຍ, ເມືອງວຽງຄໍາ ແລະ ເມືອງໂພນທອງ ໂດຍການ ສະໜັບສະໜູນຂອງສະຫະພາບ ເອີຣົບ (EU) ຊຶ່ງເປັນບາດກ້າວ ສໍາຄັນຂອງອົງການປົກຄອງເມືອງ ງອຍ ໃນການສົ່ງເສີມສິດທິມະນຸດ, ປົກປ້ອງເດັກ ແລະ ສ້າງສະພາບ ແວດລ້ອມ ແຫ່ງການດຳເນີນທຸລະ ກິດ ທີ່ມີຈັນຍາບັນ. ຄາດວ່າ ພາຍ ຫລັງສຳເລັດການເຜີຍແຜ່ຄັ້ງນີ້, ຫົວໜ່ວຍທຸລະກິດຈະສາມາດປັບປຸງ ລະບົບການຈັດການແຮງງານໃຫ້ ສອດຄ່ອງກັບນິຕິກຳ ແລະ ປ້ອງກັນ ຄວາມສ່ຽງທີ່ອາດເກີດຂຶ້ນ. ຂ່າວ-ພາບ: ທະນູສິນ ອິດທິພົນ ຂປລ. ແຫລ່ງຂ່າວຈາກແຂວງ ຜົ້ງສາລີ ໃຫ້ຮູ້ວ່າ: ຈັດພິທີເຊັນບົດ ບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ໂຄງການ ພັດທະນາແຫລ່ງທ່ອງທ່ຽວແບບ ອະນຸລັກ ຕິດພັນກັບການລ້ຽງປາ ເປັນສິນຄ້າ ຢູ່ເຂດບ້ານສົບກາຍ ແລະ ບ້ານຫ້ວຍປາ ເມືອງຂວາ ແຂວງຜົ້ງສາລີ ຈັດຂຶ້ນໃນທ້າຍ ອາທິດຜ່ານມາ ທີ່ສຳນັກງານປົກ ຄອງແຂວງຜົ້ງສາລີ, ຕາງໜ້າ ເຊັນໂດຍ ທ່ານ ທອງສຸກ ເປົາສຸລີ ກຳມະການພັກແຂວງ, ຫົວໜ້າ ຫ້ອງການຄະນະກຳມະການສົ່ງ ເສີມ ແລະ ຄຸ້ມຄອງການລົງທຶນ ແຂວງ ແລະ ທ່ານ ໄຊພອນ ອຸດວງ ວິໄລ ອຳນວຍການບໍລິສັດ ກຸ່ມລິ ປາຍ ຈຳກັດ, ມີທ່ານ ສັນຕິ ແກ້ວ ຍະສານ ປະທານຄະນະກຳມະການ ປົກຄອງແຂວງຜົ້ງສາລີ ພ້ອມດ້ວຍ ບັນດາພະແນກການ ແລະ ຂະແໜງ ການທີ່ກ່ຽວຂ້ອງເຂົ້າຮ່ວມ. lb dlk7;k,gxa owxwfh 37'dkora fmtok cs]j 'mj v'mj P;c[[vto5 ]a d16 j c0;'zQ 'lk]u ຈຸດປະສົງຂອງໂຄງການດັ່ງ ກ່າວ ກໍເພື່ອພັດທະນາແຫລ່ງ ທ່ອງທ່ຽວ ແບບອະນຸລັກຕິດພັນ ກັບການລ້ຽງປາ ເປັນສິນຄ້າ ຢູ່ ເຂດບ້ານສົບກາຍ ແລະ ບ້ານຫ້ວຍ ປາ ເມືອງຂວາ ແຂວງຜົ້ງສາລີ, ເພື່ອສ້າງວຽກເຮັດງານທຳ, ສ້າງ ລາຍຮັບໃຫ້ແກ່ປະຊາຊົນ ກໍຄືຂອງ ແຂວງ ພ້ອມທັງສົ່ງເສີມໃຫ້ມີ ການພັດທະນາອຸດສາຫະກຳການ ທ່ອງທ່ຽວ ທາງດ້ານທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ທີ່ເປັນມິດກັບສິ່ງແວດລ້ອມ ແລະ ຍືນຍົງ ຕາມທິດທາງການພັດທະນາ ຊຸກຍູ້ສົ່ງເສີມວຽກງານທ່ອງທ່ຽວ ໃຫ້ເປັນເສດຖະກິດປາຍແຫລມ ທີ່ ກຳນົດໃນມະຕິກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກ ກໍຄືແຜນພັດທະນາ ເສດຖະກິດ-ສັງຄົມ ຄັ້ງທີ X ຂອງ ແຂວງຜົ້ງສາລີ ຊຶ່ງການລົງສຳ ຫລວດ ແລະ ສຶກສາຄວາມເປັນໄປ ໄດ້ຈະໃຊ້ເວລາ 24 ເດືອນ. ຂອບເຂດພື້ນທີ່ຂອງໂຄງການ ຄວາມຍາວ 16 ກິໂລແມັດ ກວມ 6 ບ້ານ ໃນນັ້ນ, ຂຶ້ນກັບເທສະບານ ມີບ້ານ 3 ບ້ານຄື: ບ້ານຫ້ວຍມວນ 92 ຫລັງຄາເຮືອນ, 116 ຄອບຄົວ; ບ້ານຫ້ວຍຄ້າງ ມີ 27 ຫລັງຄາ ເຮືອນ, 32 ຄອບຄົວ; ບ້ານສົບ ກາຍ ມີ 91 ຫລັງຄາເຮືອນ, 117 ຄອບຄົວ ແລະ ກຸ່ມບ້ານລາດຊ້າງ ມີ 3 ບ້ານຄື: ບ້ານຫ້ວຍປາ ມີ 87 ຫລັງຄາເຮືອນ, 115 ຄອບຄົວ; ບ້ານກິ່ວ ມີ 53 ຫລັງຄາເຮືອນ, 60 ຄອບຄົວ; ບ້ານຈາກຸດ ມີ 95 ຫລັງຄາເຮືອນ, 111 ຄອບຄົວ ແລະ ໃນຈຸດພື້ນທີ່ສໍາຫລວດມີວັງ ສະຫງວນຂອງບ້ານ 14 ຈຸດ. ພ້ອມ ນີ້, ຈະພັດທະນາຈຸດຊົມທິວທັດປາ ທຳມະຊາດນໍ້າພາກ (ຂອບເຂດ ບ້ານປາກຫ້ວຍອອນ) ແລະ ຈຸດ ລ້ຽງປາກະຊັງ (ປານິນ, ປາປາກ) ແມ່ນມີ 2 ຈຸດ, ຈຸດທີ 1 ຂອດ ເຂດບ້ານຫ້ວຍປາ ແລະ ຈຸດທີ 2 ຂອບເຂດບ້ານກິ່ວ. ຂ່າວ-ພາບ: ແກ້ວສະຫວ່າງ ໄຊຍະເງີນ ແຕ່ບໍ່ເຄື່ອນໄຫວໂດຍມອບໃຫ້ຜູ້ອື່ນ ດຳເນີນແທນ ແມ່ນເຫັນດີສະເໜີ ໃຫ້ຂັ້ນເທິງອອກຂໍ້ຕົກລົງລົບລ້າງ, ໜ່ວຍເກັບຊື້ໃດຫາກສວຍໂອກາດ ລັກລອບເກັບຊື້ຢາງພາລາຂອງ ບໍລິສັດ ເຈຍຊວງ ຫລື ບໍລິສັດ ຄຳ ຊາວ ຖ້າບໍລິສັດ ຫລື ຝ່າຍລັດ ຫາກ ກວດກາພົບເຫັນ ແມ່ນຈະຢຶດຢາງ ພາລາພ້ອມທັງປັບໄໝ ແລະ ມອບ ຢາງພາລາທີ່ຢຶດຄືນໃຫ້ບໍລິສັດ ທີ່ ສົ່ງເສີມປູກການເກັບຊື້ຢາງພາລາ ແມ່ນເຫັນດີເກັບຊື້ແບບບໍ່ກຳນົດ ຂອບເຂດເກັບຊື້. ໂອກາດນີ້, ທ່ານ ທອງໃສ ທອງ ສະໄໝ ໄດ້ເໝັ້ນໜັກຫລາຍດ້ານ ໂດຍສະເພາະ ໃຫ້ຂະແໜງການທີ່ ກ່ຽວຂ້ອງຕ້ອງເອົາໃຈໃສ່ຕິດຕາມ ກວດກາຮອບດ້ານ ໃຫ້ຖືກຕ້ອງຕາມ ລະບຽບການ, ມອບໃຫ້ນາຍບ້ານ ເອົາໃຈໃສ່ຕິດຕາມ ແລະ ຄຸ້ມຄອງ ຢາງພາລາພາຍໃນບ້ານໃຫ້ລະອຽດ ຊັດເຈນ ເກັບຊື້ຕ້ອງມີໃບຢັ້ງຢືນ ອະນຸຍາດດ້ານສິ່ງແວດລ້ອມ ຈາກ ຫ້ອງການກະສິກຳ ແລະ ສິ່ງແວດ ລ້ອມຢັ້ງຢືນໃຫ້, ໃນການເຄື່ອນຍ້າຍ ສິນຄ້າແຕ່ລະຄັ້ງ ແມ່ນບໍ່ໃຫ້ມີການ ປະກອບເອກະສານຄືນຫລັງທຸກໆ ກໍລະນີຢ່າງເດັດຂາດ, ກວດກາ ເບິ່ງເສັ້ນທາງເກັບຊື້ຢາງທີ່ມີຄວາມ ຫຍຸ້ງຍາກແລ້ວ ປັບປຸງສ້ອມແປງ ເພື່ອເຮັດໃຫ້ສະດວກໃນເວລາເກັບ ຊື້, ການກຳນົດນ້ຳຢາງພາລາບັນຈຸ ໃສ່ລົດແມ່ນມອບຂະແໜງການ ກ່ຽວຂ້ອງຈັດກອງປະຊຸມ ແລະ ເອກະພາບກັນກຳນົດໃຫ້ລະອຽດ, ລາຄາການເກັບຊື້ນ້ຳຢາງພາລາ ແມ່ນບໍ່ໃຫ້ກຳນົດຕາຍຕົວ ຖ້າກໍລະນີ ກຳນົດແມ່ນບໍ່ໃຫ້ຫລຸດລາຄາທີ່ ຂະແໜງການກ່ຽວຂ້ອງແຈ້ງ ແຕ່ລະກຸ່ມເກັບຊື້ແມ່ນໃຫ້ຂັດຈ້ອນ ກຳນົດສະມາຊິກພາຍໃນໜ່ວຍ ແລ້ວລາຍງານໃຫ້ຂະແໜງການທີ່ ກ່ຽວຂ້ອງຫາກຄອບຄົວໃດ,ບຸກຄົນ ໃດ ສວຍໂອກາດຊຸກເຊື່ອງສິ່ງເຈືອ ປົນ, ວັດຖຸສິ່ງຂອງເຂົ້າໃນກ້ອນ ຢາງພາລາ ຖ້າຫາກຝ່າຍລັດ ແລະ ບໍລິສັດ ຫາກສືບຮູ້ ຫລື ກວດກາພົບ ເຫັນຈະຢຶດເອົາຢາງພາລາ 100% ພ້ອມທັງດໍາເນີນຄະດີຕາມລະບຽບ ກົດໝາຍ ທັງນີ້ກໍເພື່ອເຮັດໃຫ້ຢາງ ພາລາ ມີຄຸນນະພາບດີ ແລະ ການ ຕິດຕາມກວດກາການຄຸ້ມຄອງຈັດ ຕັັ້ງປະຕິບັດຊື້ຂາຍຢາງພາລາ ໃຫ້ມີ ປະສິດທິພາບດີຂຶ້ນ. ຂ່າວ: ພອນທິບ ພິລາວັນ ພະລັງງານສະອາດ ແລະ ເປັນມິດ ກັບສິ່ງແວດລ້ອມໃນລະດັບສາກົນ. ໂຄງການເລີ່ມກໍ່ສ້າງມາແຕ່ທ້າຍປີ 2025 ແລະ ຄາດວ່າຈະສຳເລັດ 100% ໃນຕົ້ນເດືອນກຸມພາ 2027. ໂອກາດດັ່ງກ່າວ, ທ່ານ ສຸກ ສະຫວັນ ວິໄລວົງ ໄດ້ກ່າວຊົມເຊີຍ ວິໄສທັດອັນກວ້າງໄກຂອງບໍລິສັດ ທີ່ສ້າງໃບໜ້າໃໝ່ໃຫ້ກັບຂະແໜງ ອຸດສາຫະກຳ ຂອງແຂວງຈຳປາ ສັກ ແລະ ປະເທດຊາດ. ໃນໂອກາດດຽວກັນ, ຄະນະຜູ້ ແທນຍັງໄດ້ໄປຢ້ຽມຢາມໂຮງງານ ຈຸນເຊີງ ບັນຈຸພັນ ຊຶ່ງເປັນໂຮງງານ ຜະລິດເຈ້ຍແຂງຄົບວົງ ຈອນ (3 ຊັ້ນ, 5 ຊັ້ນ ແລະ 7 ຊັ້ນ) ທີ່ໄດ້ ດຳເນີນການມາແຕ່ປີ 2025. ໂຮງ ງານແຫ່ງນີ້, ມີກຳລັງການຜະລິດ ສູງເຖິງ 100.000 ອັນຕໍ່ວັນ ແລະ ທີ່ສຳຄັນແມ່ນນຳໃຊ້ວັດຖຸດິບ ພາຍໃນປະເທດເຖິງ 70%, ຖືເປັນ ການຊຸກຍູ້ເສດຖະກິດຮາກຖານຢ່າງ ແທ້ຈິງ. ຂ່າວ-ພາບ: ມຸກດາວັນ ວໍລະເພັດ

RkJQdWJsaXNoZXIy MTc3MTYxMQ==