7274

13/05/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 3I'\= g,n v'mj kc8' wfh Ia [g7nj v'daj o8v'oEfnj ,ltvkf ລາວ-ອົດສະຕຣາລີ...ົ ດີ . *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຫາລືບົດລາຍງານ...ື ບົດ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ສຸຂະພາບທີ່ມີຕໍ່ສາທາລະນະຊົນບໍ່ ໃຫ້ເກີດຂຶ້ນຊ້ຳອີກ ຫລັງຈາກມີເຫດ ການນັກທ່ອງທ່ຽວຕ່າງປະເທດ 6 ຄົນ ເສຍຊີວິດຈາກການດື່ມທາດ ເຫລົ້າທີ່ປົນເປື້ອນສານເມທານອລ ຢູ່ເມືອງວັງວຽງ ໃນປີ 2024 ທີ່ ຜ່ານມາ. ການໂຄສະນາດັ່ງກ່າວ, ມີຈຸດ ປະສົງເພື່ອປູກຈິດສຳນຶກໃຫ້ຜູ້ບໍລິ ໂພກກ່ຽວກັບສານທີ່ເປັນອັນຕະ ລາຍທີ່ອາດຈະປົນເປື້ອນໃນເຫລົ້າ ແລະ ເພື່ອຮັບປະກັນວ່າຜູ້ໃຫ້ບໍລິ ການທາດເຫລົ້າຮັບຮູ້ ແລະ ຫລີກ ລ່ຽງການປະຕິບັດທີ່ເປັນອັນຕະ ລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ. ໂອກາດນີ້, ພະນັກງານສາທາລະ ນະສຸກ ແລະ ຂະແໜງການທີ່ກ່ຽວ ຂ້ອງ ໄດ້ລົງເຮັດກິດຈະກຳ ຢູ່ໂຮງ ຮຽນມັດທະຍົມຕອນປາຍວັງວຽງ ເພື່ອປູກຈິດສຳນຶກໃຫ້ແກ່ນັກຮຽນ ແລະ ຄູອາຈານຫລາຍກວ່າ 200 ຄົນ ໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ຄວາມອັນຕະລາຍຂອງສານເມທາ ນອລ ແລະ ຄວາມສຳຄັນຂອງການ ດື່ມທາດເຫລົ້າທີ່ປອດໄພ. ພ້ອມນີ້, ຂະແໜງການທີ່ກ່ຽວຂ້ອງ ຍັງໄດ້ ເຮັດກິດຈະກຳການໂຄສະນາໄປໃນ ເຂດທ່ອງທ່ຽວທີ່ສຳຄັນ ໂດຍການ ລົງໄປໂຮງແຮມ ແລະ ເຮືອນພັກ ເພື່ອໃຫ້ຂໍ້ມູນກ່ຽວກັບຄວາມປອດ ໄພເຄື່ອງດື່ມທີ່ມີທາດເຫລົ້າ ແກ່ຜູ້ ປະກອບການ ແລະ ນັກທ່ອງທ່ຽວ. ນອກຈາກນັ້ນ, ຍັງໄດ້ເຮັດກິດຈະ ກຳການໂຄສະນາໃຫ້ຊຸມຊົນມີສ່ວນ ຮ່ວມໃນໄລຍະບຸນບັ້ງໄຟປະຈຳປີ ຢູ່ວັງວຽງ ໂດຍໄດ້ມີການຕັ້ງຫ້ອງ ວາງສະແດງເພື່ອໃຫ້ຂໍ້ມູນຂ່າວ ສານ ແລະ ແຈກຍາຍເອກະສານຂໍ້ ມູນຕ່າງໆ ກ່ຽວກັບຄວາມປອດໄພ ເຄື່ອງດື່ມທີ່ມີທາດເຫລົ້າ. ການໂຄສະນາເຂົ້າເຖິງກຸ່ມນັກ ຮຽນ, ຊຸມຊົນທ້ອງຖິ່ນ ແລະ ນັກ ທ່ອງທ່ຽວ ເປັນການປູກຈິດສຳນຶກ ໃຫ້ມະຫາຊົນຮັບຮູ້ ແລະ ເຂົ້າໃຈ, ທັງເປັນການສະໜັບສະໜູນຄວາມ ພະຍາຍາມຂອງຊາດ ໃນການຫລຸດ ຜ່ອນຄວາມສ່ຽງດ້ານສຸຂະພາບທີ່ ຕິດພັນກັບສານເມທານອລ ແລະ ຫລຸດຜ່ອນຄວາມສ່ຽງຂອງບັນຫາ ທີ່ກ່ຽວຂ້ອງກັບເມທານອລ ບໍ່ໃຫ້ ເກີດຂຶ້ນອີກ. ພ້ອມນີ້, ໂຄງການດັ່ງກ່າວ ຍັງ ຈະສຸມໃສ່ການປັບປຸງແຜນແຫ່ງ ຊາດ ການຕອບໂຕ້ສຸກເສີນດ້ານ ຄວາມປອດໄພອາຫານໃຫ້ທັນສະ ໄໝ, ສະໜັບສະໜູນສູນວິເຄາະ ອາຫານແລະຢາແຫ່ງຊາດ ເພື່ອຍົກ ລະດັບຄວາມສາມາດຂອງຫ້ອງ ທົດລອງໃນການກວດຫາສານປົນ ເປື້ອນທີ່ຮ້າຍແຮງ, ປັບປຸງວຽກ ງານການກວດກາເຄື່ອງດື່ມທີ່ມີ ທາດເຫລົ້າ ລວມທັງການສະໜອງ ຊຸດກວດສານເມທານອລ ໃຫ້ໄວແກ່ ຜູ້ກວດກາອາຫານ ແລະ ຝຶກອົບຮົມ ພະນັກງານສາທາລະນະສຸກ ເພື່ອ ປັບປຸງການປິ່ນປົວກໍລະນີອາຫານ ເປັນພິດ ແລະ ເຄື່ອງດື່ມທາດເຫລົ້າ ທີ່ມີສານປົນເປື້ອນ. ຢ່າງກົງໄປກົງມາຂອງພາກສ່ວນ ບໍລິສັດ ກໍຄື ເຈົ້າຂອງໂຄງການ ພາກລັດ ຢູ່ສູນກາງ ແລະ ທ້ອງຖິ່ນ ແນໃສ່ເຮັດໃຫ້ໂຄງການພັດທະນາ ແຫລ່ງທ່ອງທ່ຽວ ເຂດອ່າງເຊກະ ໝາມ 1 ແລະ ສວນອະນຸສອນສະ ຖານທີ່ລົດຕັງປາງສົງຄາມ ກາຍ ເປັນສະຖານທີ່ທ່ອງທ່ຽວຄົບວົງ ຈອນ ແລະ ເປັນຈຸດໝາຍປາຍທາງ ຂອງນັກທ່ອງທ່ຽວ ຊຶ່ງໂຄງການ ດັ່ງກ່າວ, ຕັ້ງຢູ່ບ້ານຈະເລີນໄຊ ເມືອງຊານໄຊ ແຂວງອັດຕະປື ໂດຍບໍລິສັດໄດ້ມີການວາງແຜນ ແລະ ກໍານົດກິດຈະກໍາຫລັກ ຄື: ການບໍລິການທີ່ພັກ, ຮ້ານອາຫານ, ທ່ອງທ່ຽວ, ການຜະລິດກະສິກໍາ ແລະ ປຸງແຕ່ງຜົນຜະລິດກະສິກໍາ. ໃນວາລະດຳເນີນກອງປະຊຸມ ພາຍຫລັງທີ່ ທ່ານ ນາງ ຈິດຖະ ໜອມ ອຸ່ນສີດາ ຮອງຫົວໜ້າກົມ ສິ່ງແວດລ້ອມ ໄດ້ນຳສະເໜີຂະບວນ ການ ແລະ ຜົນການທົບທວນບົດ ລາຍງານ ການປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມ ຂອງໂຄງການ; ເຈົ້າຂອງໂຄງການ ແລະ ບໍລິສັດ ທີ່ປຶກສາ ໄດ້ສະເໜີພາບລວມໂດຍ ຫຍໍ້ຂອງໂຄງການ ແລະ ແຜນພັດ ທະນາຂອງໂຄງການແລ້ວ, ຜູ້ ເຂົ້າຮ່ວມກໍ່ໄດ້ປະກອບຄຳຄິດຄຳ ເຫັນ ຕໍ່ບົດລາຍງານການປະເມີນ ຜົນກະທົບຕໍ່ສິ່ງແວດລ້ອມ, ແຜນ ຄຸ້ມຄອງ ແລະ ຕິດຕາມກວດກາ ສິ່ງແວດລ້ອມ. ທັງນີ້, ກໍເພື່ອແນໃສ່ ເຮັດໃຫ້ເນື້້ອໃນສົມບູນ, ຮັບປະກັນ ການພັດທະນາໂຄງການ ຈະບໍ່ສ້າງ ຜົນກະທົບທີ່ຮ້າຍແຮງ ຕໍ່ສິ່ງແວດ ລ້ອມທຳມະຊາດ ແລະ ສັງຄົມ ໂດຍ ການວິເຄາະ ແລະ ຄາດຄະເນຜົນ ກະທົບທີ່ອາດເກີດຂຶ້ນຈາກການດໍາ ເນີນໂຄງການ. ນອກຈາກນີ້, ຍັງ ໄດ້ກໍານົດມາດການປ້ອງກັນ ແລະ ແກ້ໄຂຜົນກະທົບດັ່ງກ່າວ. ພ້ອມຍັງ ໄດ້ເຜີຍແຜ່ ແລະ ສະໜອງຂໍ້ມູນທີ່ ຈໍາເປັນໃຫ້ແກ່ຜູ້ມີສ່ວນກ່ຽວຂ້ອງ ໃນການຕັດສິນໃຈ ແລະ ເປີດໂອ ກາດໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະ ທົບມີສ່ວນຮ່ວມ ໃນການສະແດງ ຄວາມຄິດເຫັນ ແລະ ການກວດກາ ການຈັດຕັ້ງປະຕິບັດໂຄງການ. ຂ່າວ: ວຽງຈັນໃໝ່ ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ໂຮງໝໍເມືອງທ່າ ແຕງ ແຂວງເຊກອງ ໄດ້ຮັບເຄື່ອງ ກັ່ນຕອງນ້ຳສະອາດ 1 ຊຸດ ຈາກ ທີມງານໂຄງການນ້ຳດຶ່ມສະອາດ ມະຫາວິທະຍາໄລສິງກະໂປ ພ້ອມ ທັງໄດ້ຮັບການຕິດຕັ້ງສຳເລັດ ໃນວັນທີ 12 ພຶດສະພາ 2016 ຕາງໜ້າມອບໂດຍ ທ່ານ ດຣ. ນາງ ດາລາພອນ ສິດທິເດດ ຮອງຫົວ ໜ້າພະແນກຄຸ້ມຄອງໂຄງການສາ ກົນ, ກະຊວງສາທາລະນະສຸກ ແລະ ຕາງໜ້າຮັບໂດຍ ທ່ານ ໝອກແກ້ວ ໝື່ນວິເສດ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງເຊກອງ, ມີທ່ານ ສີສົມພາ ໄຊແກ້ວຍະວົງ ຮອງປະທານຄະນະກຳມະການປົກ ຄອງເມືອງທ່າແຕງ ແລະ ທ່ານ ດຣ. ຄອນສະຫວັນ ພັນທະວົງ ຫົວໜ້າຫ້ອງການສາທາລະນະສຸກ ເມືອງທ່າແຕງ ເຂົ້າຮ່ວມ. ທ່ານ ດຣ. ນາງ ດາລາພອນ ສິດທິເດດ ຮອງຫົວໜ້າພະແນກ ຄຸ້ມຄອງໂຄງການສາກົນ, ກະຊວງ ສາທາລະນະສຸກໃຫ້ຮູ້ວ່າ: ເຄື່ອງກັ່ນ ຕອງນ້ຳດື່ມສະອາດທີ່ໄດ້ມອບ-ຮັບ ຄັ້ງນີ້ ໂດຍໄດ້ຮັບທຶນສະໜັບສະໜູນ ຈາກທີມງານໂຄງການນ້ຳດື່ມສະ ອາດມະຫາວິທະຍາໄລສິງກະໂປ ໃນ ມູນຄ່າ 220 ລ້ານກວ່າກີບ ຊຶ່ງໄດ້ ຕິດຕັ້ງກັອກນ້ຳ 3 ຈຸດພາຍໃນໂຮງ ໝໍຄື: ໜ້າຫ້ອງສຸກເສີນ, ໜ້າຕຶກ ອາຄານເຂດນອກແລະຫ້ອງປະສູດ ເພື່ອບໍລິການໃຫ້ຄົນເຈັບທີ່ມາປິ່ນ ປົວຢູ່ໂຮງໝໍ ໄດ້ເຂົ້າເຖິງນ້ຳສະ ອາດໂດຍບໍ່ໄດ້ເສຍຄ່າ. ສຳລັບເຄື່ອງ ກັ່ນຕອງນ້ຳດື່ມທີ່ໄດ້ມອບ-ຮັບ ຄັ້ງ ນີ້ໄດ້ອອກແບບລຽບງ່າຍ ແລະ ບໍ່ ຕ້ອງການໄຟຟ້າ ແຕ່ນ້ຳດື່ມມີຄວາມ ສະອາດປອດໄພໄດ້ຕາມມາດຕະ ຖານອົງການອະນາໄມໂລກ ກຳນົດ ໄວ້ ແລະ ຕົວກອງສາມາດກຳຈັດ ເຊື້ອແບັກທີເຣຍ ໄດ້ຢ່າງມີປະສິດ ທິພາບ ໂດຍບໍ່ຕ້ອງໃຊ້ສານເຄມີ ແລະ ອາຍຸການໃຊ້ງານຂອງນ້ຳດື່ມ ທີ່ປອດໄພໄດ້ ເຖິງ 1 ລ້ານລິດ. ໂອກາດນີ້, ທ່ານ ໝອກແກ້ວ ໝື່ນວິເສດ ໄດ້ກ່າວສະແດງຄວາມ ຍ້ອງຍໍຊົມເຊີຍທາງທີມງານ ແລະ ຜູ້ປະສານງານ ທີ່ໄດ້ເອົາໃຈໃສ່ລະ ດົມທຶນຮອນ ເພື່ອຈັດຊື້ ແລະ ຕິດຕັ້ງ ເຄື່ອງກັ່ນຕອງນໍ້າດື່ມສະອາດໃຫ້ ປະຊາຊົນ ແລະ ຄົນເຈັບທີ່ເຂົ້າມາ ປິ່ນປົວຢູ່ໂຮງໝໍເມືອງທ່າແຕງ ໄດ້ ໃຊ້ບໍລິການໂດຍບໍ່ໄດ້ເສຍຄ່າ, ພ້ອມ ທັງສະເໜີໃຫ້ໂຄງການຈົ່ງສືບຕໍ່ ຊ່ວຍເຫລືອບັນດາ 3 ເມືອງທີ່ຍັງ ບໍ່ທັນມີ ຢູ່ແຂວງເຊກອງ ໂດຍສະ ເພາະ ເມືອງດາກຈຶງ ແລະ ເມືອງ ກະລຶມ ທີ່ເປັນເມືອງທຸກຍາກ ເພື່ອ ໃຫ້ປະຊາຊົນໄດ້ເຂົ້າເຖິງການນຳ ໃຊ້ນ້ຳດື່ມທີ່ສະອາດ, ປອດໄພ, ນອກນັ້ນ, ທ່ານຍັງໄດ້ເນັ້ນໃຫ້ຄະນະ ພັກ, ຄະນະຫ້ອງການສາທາລະນະ ສຸກເມືອງທ່າແຕງ ເອົາໃຈໃສ່ປົກ ປັກຮັກສາ ແລະ ນຳໃຊ້ເຄື່ອງກັ່ນ ຕອງນ້ຳດື່ມສະອາດໄວ້ໃຫ້ຍືນຍົງ ແລະ ມີປະສິດທິຜົນຢ່າງສູງ. ຂ່າວ: ວິລະກອນ ຄຳວິໄລ .oxu zj ko,k c0;';P'9a o wfh Ia [zq odtmq [ 9kdwrry [a fme,t-kf glpskp 44 8N d;j kdu [ ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ໃນປີຜ່ານມາ ແຂວງວຽງຈັນ ໄດ້ຖືກຜົນກະທົບ ຈາກໄພພິບັດທຳມະຊາດ ໂດຍສະ ເພາະ ດ້ານພື້ນຖານໂຄງລ່າງມີ 8 ເມືອງ ເສຍຫາຍ112ບ້ານ, 3.811 ຄອບຄົວ, ດ້ານກະສິກໍາ ແລະ ສິ່ງ ແວດລ້ອມ ມີເນື້ອທີ່ທໍາການຜະລິດ ເສຍຫາຍ 1.638 ເຮັກຕາ, ດ້ານ ໂຍທາທິການມີການເສຍຫາຍ ເສັ້ນ ທາງຫລວງແຫ່ງຊາດ 6 ເສັ້ນ, ທາງຫລວງ ທ້ອງຖິ່ນ 34 ເສັ້ນ, ຂົວ 5 ແຫ່ງ, ດ້ານສາທາລະນະສຸກ ມີໂຮງໝໍບ້ານປາກຈັນ ແມ່ນອຸປະ ຫວັດດີການສັງຄົມແຂວງ, ທັງເປັນ ຮອງປະທານຄະນະກຳມະການຄຸ້ມ ຄອງໄພພິບັດຂັ້ນແຂວງ ໄດ້ລາຍ ງານໃນກອງປະຊຸມສະຫລຸບວຽກ ງານຄຸ້ມຄອງໄພພິບັດ ປະຈຳປີ 2025 ແລະ ທິດທາງແຜນການປີ 2026 ຂອງແຂວງວຽງຈັນ ໃນ ວັນທີ 12 ພຶດສະພາ 2026 ນີ້ວ່າ: ວຽກງານຄຸ້ມຄອງໄພພິບັດ ເປັນ ວຽກງານໜຶ່ງທີ່ເຫັນວ່າຄະນະພັກ ແຕ່ລະຂັ້ນໄດ້ເອົາໃຈໃສ່ນໍາພາ-ຊີ້ ນໍາຢ່າງໃກ້ຊິດຕິດແທດ ຊຶ່ງສະແດງ ອອກໃນຊຸມປີຜ່ານມາໄດ້ເກີດມີສະ ພາບດິນຟ້າອາກາດມີການປ່ຽນ ແປງ ສະພາບໄພນໍ້າຖ້ວມ, ໄພ ແຫ້ງແລ້ງ, ໄຟໄໝ້ລາມປ່າ, ນໍ້າຊຸ ຖ້ວມ, ສັດຕູພືດລະບາດ ແລະ ສະ ພາບໄພພິບັດທາງທໍາມະຊາດ ແລະ ໄພພິບັດທີ່ຄົນກໍ່ຂຶ້ນ ທັງໝົດສະ ພາບການເຫລົ່ານັ້ນກໍລ້ວນໄດ້ຮັບ ການແກ້ໄຂຈາກຄະນະຮັບຜິດຊອບ ໄພພິບັດຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານຢ່າງທ່ວງ ທັນ. ສະນັ້ນ, ກອງປະຊຸມຄັ້ງນີ້, ຈັດ ຂຶ້ນເພື່ອພ້ອມກັນປຶກສາຫາລື, ຄົ້ນ ຄວ້າ, ຖອດຖອນບົດຮຽນດ້ານດີ, ດ້ານອ່ອນ, ແກ້ໄຂຂໍ້ຄົງຄ້າງ ຈາກ ການຈັດຕັ້ງປະຕິບັດວຽກງານຕົວ ຈິງໃນໄລຍະ 1 ປີຜ່ານມາ ເພື່ອ ເຮັດໃຫ້ວຽກງານຄຸ້ມຄອງໄພພິບັດ ຂັ້ນແຂວງ, ຂັ້ນເມືອງໄດ້ຮັບການ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີຂຶ້ນ ເລື້ອຍໆ. ກອນການແພດຖືກເສຍຫາຍ, ນອກ ນີ້ຂົງເຂດສາທາຍັງມີນໍ້າສ້າງຖືກ ເສຍຫາຍ, ວິດຖ່າຍ, ດ້ານການ ສຶກສາ ແລະ ກິລາ ຜົນເສຍຫາຍ ມີ ໂຮງຮຽນ, ອຸປະກອນການຮຽນ ຊັ້ນຕ່າງໆ ແລະ ວຽກວັດທະນະທໍາ ທ່ອງທ່ຽວຖືກຜົນເສຍຫາຍ ເຮືອນ ແພຈໍານວນ 45 ຫ້ອງ, ເຄື່ອງໃຊ້ ທຸລະກິດ, ຮ້ານອາຫານ ແລະ ອຸປະ ກອນໄຟຟ້າ ມູນຄ່າຜົນເສຍຫາຍ ທັງໝົດ 44 ຕື້ກວ່າກີບ, ບັນຫາດັ່ງ ກ່າວ ເຫລົ່ານັ້ນແມ່ນບັນຫາສະພາບ ໄພພິບັດທີ່ເກີດຂຶ້ນ ແລະ ໄດ້ເກັບກໍາ ຂໍ້ມູນສັງລວມ, ລາຍການເພື່ອຂໍ ການຊ່ວຍເຫລືອຈາກຄະນະກຳມະ ການຄຸ້ມຄອງໄພພິບັດຂັ້ນສູນກາງ ໂດຍພື້ນຖານແລ້ວ. ທ່ານ ສີສະໄຫວ ແກ້ວດາລາວິນ ຫົວໜ້າພະແນກແຮງງານ ແລະ ສະ

RkJQdWJsaXNoZXIy MTc3MTYxMQ==