7256.1

ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j  ອ່ານຕໍ່ໜ້າ 2 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 17.04.2026 ປີທີ 25 ສະບັບທີ 6.417 8A '|h kza o0tspkp,t8y dv'xt-5 ,.spj z6 h cmomq j ;xtgmf 7A 'mu XII 0v'ra d .sh dkpgxa o9y 'K 7totz6h cmo lxx ]k; g0Q kIj ;,ry mu lk[ko38 g0Q kIa [8ec|j '0v'xtmkokmy [= fu ll ,Po,k  ອ່ານຕໍ່ໜ້າ 2 ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ( ໃຫ້ກຽດລັ່ນຄ້ອງເປີດງານ ) -k;]k;mqj ;xtgmflts]v'xu .\j ]k; rl 2569 fh ;p7;k,,j ;o-nj o8k,Iu f7v'xtgrou  ອ່ານຕໍ່ໜ້າ 2 3m]tg]d-q ,g-u p  ອ່ານຕໍ່ໜ້າ 2 ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ປາກ ແທ ຊົງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ໄດ້ສົ່ງໂທ ລະເລກຊົມເຊີຍເຖິງສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນໂອກາດທີ່ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອີກສະໄໝໜຶ່ງ. ເນື້ອໃນໂທລະເລກໄດ້ລະບຸວ່າ: ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບ ອຸ່ນ ແລະ ພອນໄຊອັນປະເສີດມາຍັງສະຫາຍໃນໂອກາດທີ່ສະຫາຍໄດ້ ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອີກສະໄໝໜຶ່ງໃນກອງ ປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດລາວ ຊຸດທີ X. ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າສາຍພົວພັນມິດຕະ ພາບ ແລະ ການຮ່ວມມືລະຫວ່າງສອງປະເທດພວກເຮົາຈະສືບຕໍ່ໄດ້ ຮັບການເພີ່ມທະວີເສີມຂະຫຍາຍ ແລະ ພັດທະນາໃຫ້ກວ້າງຂວາງຍິ່ງໆ ຂຶ້ນ ເພື່ອຈັດຕັ້ງຜັນຂະຫຍາຍການເຫັນດີເປັນເອກະພາບທີ່ຜູ້ນໍາສູງສຸດ ຂອງສອງປະທດພວກເຮົາໃນການພົບປະຄັ້ງປະຫວັດສາດໃນເດືອນ ຕຸລາ 2025 ຜ່ານມາທີ່ນະຄອນຫລວງພຽງຢາງ. ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ xdl g,n v'9a omt[6 ]u dP,de]a 'xh v'da o s]kpd;j k 300 ltskp Ia dlk7;k,xvfwrw]ptxu .\j ]k;  ອ່ານຕໍ່ໜ້າ 2 ຂປລ. ເພື່ອຮັກສາຄວາມສະ ຫງົບປອດໄພ ແລະ ເປັນລະບຽບ ຮຽບຮ້ອຍໃນທົ່ວນະຄອນຫລວງ ໂດຍສະເພາະຢູ່ເມືອງຈັນທະບູລີ ໃນ ການສະເຫລີມສະຫລອງບຸນປີໃໝ່ ລາວ ພສ 2569 ໃນລະຫວ່າງ ວັນທີ 14-16 ເມສາ 2026. ກອງ ບັນຊາການ ປກສ ເມືອງຈັນທະບູລີ ສ້າງແຜນປ້ອງກັນ ແລະ ກຽມບັນ ຈຸກໍາລັງປ້ອງກັນຫລາຍກວ່າ 300 ສະຫາຍ ປະຈຳຢູ່ບັນດາຈຸດຕ່າງໆ. ທ່ານ ພັທ ພອນໃຈ ພາມຸງຄຸນ ຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ໄດ້ໃຫ້ຮູ້ໃນໂອກາດ ຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 12 ເມສາ 2026 ຜ່ານມາວ່າ: ການ ສະເຫລີມສະຫລອງບຸນປີໃໝ່ລາວປີ ນີ້, ກອງບັນຊາການ ປກສ ເມືອງ ຈັນທະບູລີ ໄດ້ຈັດວາງກໍາລັງປະຈຳ ຢູ່ບັນດາຈຸດຕ່າງໆເຊັ່ນ: ຈຸດພຶ້ນທີ່ ບໍລິເວນຫາດດອນຈັນ; ເຂດບໍລິເວນ ຄຸ້ມເມືອງເກົ່າ, ສວນສະຫລອງໄຊ, ສວນເຈົ້າອະນຸວົງ; ວັດສີສະເກດ; ວັດອົງຕື້; ເຂດສວນນໍ້າພຸ; ຖະໜົນ ແຫ່ງບຸນ; ຖະໜົນສາມແສນໄທ; ຈຸດຈັດງານເຂດຜາມໄຊແຄມຂອງ; ຈຸດຈັດງານເຂດຫໍວັດທະນະທໍາ; xt-k-q o[h kozkoq , 9a f[5 oxtgrou xj vpgfn vosq d 8q doExu .\j gzqj kw8]N 1j k',j ;o-nj o “ ”

ມາແຕ່ບູຮານນະການ, ຮັກສາໄດ້ ຄວາມສະຫງົບ, ປອດໄພ ແລະ ວັດທະນະທຳ, ຮີດຄອງປະເພນີອັນ ດີງາມຂອງຊາດລາວເຮົາ. ສະເພາະຢູ່ນະຄອນຫລວງວຽງ ຈັນ (ນວ) ໄດ້ຈັດຫລາຍກິດຈະກຳ ເພື່ອສະຫລອງປີໃໝ່ລາວ 2026 ໃຫ້ມີບັນຍາກາດອັນຄຶກຄື້ນເປັນຕົ້ນ ກິດຈະກຳທາງສາສະໜາສະເພາະ ຢູ່ວັດອົງຕື້ ມະຫາວິຫານ ແລະ ວັດ ສີສະເກດ ໄດ້ອັງເຊີນພະພຸດທະຮູບ ລົງຫົດສົງນຳໂດຍພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນ ກາງອົງການພຸດທະສາສະໜາສຳ ພັນລາວ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ, ພ້ອມດ້ວຍພັນລະຍາ ແລະ ບັນດາການນຳພັກ, ລັດ ເຂົ້າຮ່ວມ. ສ່ວນໃນຕອນບ່າຍຂອງວັນ ດຽວກັນຍັງໄດ້ອັງເຊີນພະພຸດທະຮູບ ຄູ່ບ້ານຄູ່ເມືອງຂຶ້ນຣາຊລົດແຫ່ຕາມ ເສັ້ນທາງເພື່ອໃຫ້ມວນຊົນຊາວ ນະຄອນຫລວງວຽງຈັນ ແລະ ນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ ໄດ້ຮ່ວມຫົດສົງ ເພື່ອເປັນ ສີລິມຸງຄຸນໃຫ້ກັບຕົນເອງ-ຄອບຄົວ ຊຶ່ງເປັນກິດຈະກຳທີ່ສ້າງຄວາມ ສົນໃຈໃຫ້ມວນຊົນເຂົ້າຮ່ວມເປັນ ຈຳນວນຫລາຍ. ໃນຕອນບ່າຍຂອງວັນທີ 15 ເມສາ 2026 ມື້ສັງຂານເນົາ ຢູ່ ນະຄອນຫລວງພະບາງ ເມືອງມໍລະ ດົກໂລກ ໄດ້ຈັດພິທີແຫ່ຫວໍດ້ວຍ ບັນຍາກາດທີ່ຄຶກຄື້ນມ່ວນຊື່ນຊຶ່ງເລີ່ມ ແຕ່ວັດມະຫາທາດຫລືວັດທາດນ້ອຍ ໄປຫາວັດຊຽງທອງ ໂດຍມີເກືອບ 40ຂະບວນທີ່ມາຈາກພະແນກການ, ເມືອງແລະບ້ານຈຳນວນໜຶ່ງພາຍໃນ ແຂວງຫລວງພະບາງ 3.000 ກວ່າ ຄົນ ໂດຍເຂົ້າຮ່ວມຂອງທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ພ້ອມດ້ວຍອະ ດີດການນຳຂັ້ນສູງ, ການນຳຂັ້ນ ແຂວງ, ເມືອງ-ນະຄອນຫລວງພະ ບາງ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຕະຫລອດຮອດ ມວນຊົນເປັນຈຳນວນຫລວງຫລາຍ. ສ່ວນຢູ່ແຂວງອື່ນໆກໍໄດ້ຈັດພິທີທາງ ພຸດທະສາສະໜາຫົດສົງພະພຸດທະ ຮູບເຊັ່ນກັນ. ໃນຕອນເຊົ້າວັນທີ 16 ເມສາ 2026 ເປັນມື້ສຸດທ້າຍຂອງການ ສະເຫລີມສະຫລອງບຸນປີໃໝ່ລາວ ພສ 2569 ແມ່ນກົງກັບມື້ສັງຂານ ຂຶ້ນມວນຊົນຊາວພຸດທົ່ວປະເທດ ກໍຄື ຊາວນະຄອນຫລວງວຽງຈັນ ໄດ້ຮ່ວມໃສ່ບາດຢາດນ້ຳຕາມຮີດ ຄອງປະເພນີອັນດີງາມຂອງຊາດ ລາວຢ່າງຄຶກຄື້ນຮັກສາໄດ້ຮີດ ຄອງປະເພນີ ແລະ ມີຄວາມໝາຍ ສຳຄັນທາງຈິດໃຈ. ການໃສ່ບາດໃນ ໂອກາດບຸນປີໃໝ່ລາວນີ້, ມີຄວາມ ເຊື່ອວ່າເປັນການຮັບໂຊກລາບ ແລະ ຮັບເອົາສິ່ງທີ່ດີມາສູ່ຕົນເອງ ແລະ ບ້ານເມືອງ, ທັງເປັນການອະນຸລັກ ປົກປັກຮັກສາ ແລະ ເສີມຂະຫຍາຍ ວັດທະນະທຳ-ຮີດຄອງປະເພນີອັນ ດີງາມຂອງຊາດ. ພ້ອມນັ້ນໃນຕອນບ່າຍ, ຢູ່ຕາມ ວັດຕ່າງໆກໍໄດ້ຈັດໃຫ້ມີການຕົບ ພະທາດເຈດີຊາຍ ຊຶ່ງເປັນອີກກິດ ຈະກຳໜຶ່ງທີ່ນອນໃນກາລະວັນ ສັງຂານຂຶ້ນທີ່ໄດ້ສືບທອດກັນມາ ແຕ່ບູຮານນະການທັງເປັນການ ອະນຸລັກສົ່ງເສີມວັດທະນະທຳຮີດ ຄອງປະເພນີອັນດີງາມຂອງລາວ ຊຶ່ງການຕົບພະທາດຊາຍແມ່ນ ການນຳເອົາກອງຊາຍທີ່ຖືກປັບ ແຕ່ງໃຫ້ເປັນຮູບຊົງເຈດີລັກສະນະ ຕ່າງໆ ໂດຍມີການປະດັບປະດາ ດ້ວຍທຸງຊໍ່, ທຸງໄຊ, ທຸງຮູບ 12 ລາສີ ແລະ ດອກໄມ້ທູບທຽນຢ່າງ ງົດງາມ ຊຶ່ງການຕົບພະທາດເຈດີ ຊາຍໃນໂອກາດບຸນປີໃໝ່ລາວຕາມ ຄວາມເຊື້ອຖືແມ່ນເພື່ອຄວາມເປັນ ສິລິມຸງຄຸນ, ຄວາມຢູ່ດີມີສຸກ ແລະ ຄວາມຈະເລີນກ້າວໜ້າໃນຊີວິດ ສ່ວນຕົວ, ຄອບຄົວທັງເປັນການ ປະກອບສ່ວນພັດທະນາສ້າງສາ ໃຫ້ແກ່ວັດ, ບ້ານ ແລະ ປະຊາຊົນ ເປັນຢ່າງດີ. ແນວໃດກໍຕາມ, ທຸກ ກິດຈະກຳຂອງການສະເຫລີມ ສະຫລອງປີໃໝ່ລາວແມ່ນຕິດພັນ ຕາມຮີດຄອງປະເພນີອັນດີງາມ ຂອງຊາດລາວ ທີ່ເຄີຍປະຕິບັດກັນ ມາແຕ່ບູຮານນະການ, ຮັກສາໄດ້ ຄວາມສະຫງົບ, ປອດໄພ ແລະ ວັດ ທະນະທຳ, ຮີດຄອງປະເພນີອັນດີ ງາມຂອງຊາດລາວເຮົາເປັນຕົ້ນ: ກິດຈະກຳທາງສາສະໜາຕ່າງໆ ໂດຍສະເພາະອັງເຊີນພະພຸດທະຮູບ ລົງຫົດສົງ, ການແຫ່ນາງສັງຂານ, ການຫົດສົງພະພຸດທະຮູບຕາມ ວັດວາອາຮາມ, ກິດຈະກຳຕົບພະ ທາດຊາຍ, ການໃສ່ບາດຢາດນໍ້າ, ການແຂ່ງຂັນກິລາ ແລະ ອື່ນໆ. ນອກຈາກນັ້ນ, ບາງຄອບຄົວຍັງ ໄດ້ຄາລະວະຫົດສົງ ແລະ ສົມມາ ຜູ້ຊົງຄຸນວຸດທິ, ພໍ່-ແມ່-ເຖົ້າແກ່ ອາວຸໂສ ເພື່ອສະແດງເຖິງຄວາມຮູ້ ບຸນຄຸນກະຕັນຍູກະຕະເວທີຕໍ່ຜູ້ມີພະ ຄຸນ, ທັງເປັນການສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ບົນຈິດໃຈແຫ່ງ ຄວາມເບີກບານມ່ວນຊື່ນ, ຮັກສາໄດ້ ມູນເຊື້ອຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກຂອງຊາດໃຫ້ຄົງຢູ່ ຕະຫລອດກາລະນານ. gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 17/04/2026 xtgmf]k; ປະຊາຊົນບ້ານຜານົມ... ຄະນະຜູ້ແທນ... ປກສ... ຊາວລາວທົ່ວປະເທດ... ໂທລະເລກຊົມເຊີຍ... ຂປລ. ສະຖານທູດລາວ ປະຈຳ ສປ ຈີນ ທີ່ນະຄອນຫລວງປັກກິ່ງ ຈັດພິທີສະເຫລີມສະຫລອງສົ່ງທ້າຍ ປີເກົ່າ ປີມະເສັງ ພສ 2568 ແລະ ຕ້ອນຮັບປີໃໝ່ລາວ ປີມະເມຍ ພສ 2569 ໃນວັນ 11 ເມສາ 2026 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມພອນ ສີຈະເລີນ ເອກອັກຄະ ລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ, ພ້ອມດ້ວຍຜູ້ຕາງໜ້າຈາກ ພາກລັດ, ເອກະຊົນຈີນ, ອະດີດທະ ຫານຈີນທີ່ເຄີຍມາຊ່ວຍເຫລືອລາວ, ພະນັກງານສະຖານທູດ, ຕາງໜ້າ ຈາກວິທະຍຸໂທລະພາບສູນກາງຈີນ (CMG), ຊ່ຽວຊານສື່ມວນຊົນ ລາວປະຈໍາປັກກິ່ງ, ຄູອາຈານ ແລະ ນັກສຶກສາ ລາວ-ຈີນ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ສົມພອນ ສີຈະເລີນ ໄດ້ຍົກໃຫ້ເຫັນຄວາມສໍາ ຄັນຂອງບຸນປີໃໝ່ລາວທີ່ຕິດພັນກັບ ວິຖີຊີວິດ ແລະ ຮີດຄອງປະເພນີອັນ ດີງາມຂອງຄົນລາວ-ຊາດລາວວ່າ: ປີມະເສັງ ພສ 2568 ກໍາລັງຈະ ຜ່ານພົ້ນໄປ ແລະ ປີໃໝ່ ປີມະເມຍ ພສ 2569 ກຳລັງຈະໝູນວຽນມາ ເຖິງ. ໜຶ່ງປີຜ່ານມາເຖິງວ່າປະເທດ ລາວພົບກັບຄວາມຫຍຸ້ງຍາກ ແລະ ອຸປະສັກບໍ່ໜ້ອຍ, ແຕ່ພາຍໃຕ້ການ ນໍາພາຂອງພັກ, ປະຊາຊົນລາວ ບັນດາເຜົ່າໄດ້ສາມັກຄີກັນປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ຍາດໄດ້ຜົນສໍາເລັດ ທີ່ສໍາຄັນຫລາຍປະການອັນເປັນ ພື້ນຖານໃຫ້ແກ່ການສືບຕໍ່ພັດທະນາ ປະເທດຊາດໃນປີນີ້ ກໍຄື ຊຸມປີຕໍ່ໜ້າ ເພື່ອນໍາເອົາຄວາມສົມບູນພູນສຸກນັບ ມື້ນັບຫລາຍຂຶ້ນມາສູ່ປະຊາຊົນລາວ ບັນດາເຜົ່າ. ພ້ອມນີ້, ທ່ານທູດຍັງໄດ້ກ່າວ ເຖິງບາງເນື້ອໃນຈິດອັນເລິກເຊິ່ງ ເຖິງມິດຕະພາບ ແລະ ການຮ່ວມມື ລາວ-ຈີນ ທີ່ນັບມື້ສືບຕໍ່ໄດ້ຮັບການ ເສີມຂະຫຍາຍເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນ. ປີນີ້ເປັນປີ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ບ້ານຜາ ນົມ ນະຄອນຫລວງພະບາງ ຈັດ ບຸນປະເພນີ “ປ່ອຍເດືອນຫົກ ຕົກນ້ຳ ປີໃໝ່” ຂອງພີ່ນ້ອງເຜົ່າໄຕລື້ຢ່າງ ຄຶກຄື້ນໃນວັນທີ 15 ເມສາ 2026 ເພື່ອເປັນການອະນຸລັກຮັກສາ ແລະ ສົ່ງເສີມມູນເຊື້ອວັດທະນະທຳອັນ ລ້ຳຄ່າໃຫ້ຄົງຢູ່ຕະຫລອດໄປ ໂດຍ ມີທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າ ຄະນະໂຄສະນາອົບຮົມສູນກາງ ພັກ ພ້ອມດ້ວຍບັນດາການນຳຂັ້ນ ແຂວງ, ນະຄອນຫລວງພະບາງ, ມວນຊົນທັງພາຍໃນ ແລະ ຕ່າງປະ ເທດຕະຫລອດຮອດປະຊາຊົນເຜົ່າ ໄຕລື້ເຂົ້າຮ່ວມຢ່າງຫລວງຫລາຍ. ໃນພິທີ ທ່ານ ນາງ ສຸກສາຄອນ ດາວົງ ນາຍບ້ານໆຜານົມ ໄດ້ລາຍ ງານປະຫວັດຄວາມເປັນມາ, ຂອງ ເຜົ່າໄຕລື້ບ້ານຜານົມ ແມ່ນມີຮາກ ເຫງົ້າມາຈາກເຂດສິບສອງປັນ ນາ ແລະ ໄດ້ເຂົ້າມາຕັ້ງຖິ່ນຖານ ຢູ່ດິນແດນຫລວງພະບາງ ຕັ້ງແຕ່ ປີ ຄສ 1829 ໃນສະໄໝເຈົ້າຊີວິດ ມັງທາຕຸລາດ. ປັດຈຸບັນ, ບ້ານຜາ ນົມມີ 380 ຄອບຄົວ, ພົນລະເມືອງ 1.682 ຄົນ, ປະຊາຊົນມີອາຊີບຫັດ ຖະກຳຕໍ່າແຜ່ນແພທີ່ສືບທອດມາ ຫລາຍເຊັ່ນຄົນ, ສາມາດສ້າງລາຍ ຮັບໃຫ້ແກ່ບ້ານໃນປີຜ່ານມາໄດ້ສູງ ເຖິງ 81 ຕື້ກີບ, ດ້ວຍຄວາມເຂັ້ມ ແຂງ ໃນການພັດທະນາ, ບ້ານຜາ ນົມຈຶ່ງໄດ້ຮັບນາມມະຍົດເປັນບ້ານ ວັດທະນະທຳ, ບ້ານສາທາລະນະ ສຸກ, ບ້ານປ້ອງກັນຄວາມສະຫງົບ ດີ ແລະ ບ້ານທ່ອງທ່ຽວຕົວແບບ ຂອງແຂວງ. ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຊົມ ການສະແດງສິລະປະ-ວັນນະຄະດີ ທີ່ເປັນເອກະລັກສະເພາະຂອງເຜົ່າ ໄຕລື້ ຊຶ່ງສະແດງໂດຍນັກຮຽນ ແລະ ປະຊາຊົນບ້ານຜານົມເຊັ່ນ: ການຟ້ອນກ້ຽວສາວລື້ ແລະ ຟ້ອນ ມວຍລາຍລື້ ທີ່ສະແດງເຖິງຄວາມ ອ່ອນຊ້ອຍແຕ່ເຂັ້ມແຂງ ຕາມວິຖີ ຊີວິດເຜົ່າລື້ແບບດັ້ງເດີມ, ການ ເດີນແບບຊຸດອາພອນໄຕລື້ ທີ່ສ່ອງ m6 f]k; xt9e lx 9u o lts]v'xu .\j ]k; rl 2569 ຄົບຮອບ 65 ປີ ຂອງການສ້າງຕັ້ງ ສາຍພົວພັນການທູດລາວ-ຈີນ ແລະ ເປັນປີມິດຕະ ພາບ ລາວ-ຈີນ, ຈີນລາວ ຊຶ່ງສອງພັກ ແລະ ລັດຖະບານ ຂອງສອງປະເທດ ຈະໄດ້ຮ່ວມກັນ ຈັດກິດຈະກໍາຕ່າງໆ ເພື່ອທົບທວນ ຄືນປະຫວັດມູນເຊື້ອອັນດີງາມຂອງ ສາຍພົວພັນສອງຊາດ, ພ້ອມທັງສືບ ຕໍ່ເສີມຂະຫຍາຍສາຍພົວພັນດັ່ງກ່າວ ໃຫ້ຈະເລີນງອກງາມຍິ່ງຂຶ້ນ, ພ້ອມ ນີ້ ທ່ານທູດຍັງໄດ້ສະແດງຄວາມ ຮູ້ສຶກຊາບຊຶ້ງຕໍ່ມິດຕະພາບ, ການ ຮ່ວມມື ແລະ ການສະໜັບສະໜູນ ຊ່ວຍເຫລືອອັນລ້ຳຄ່າຂອງພາກ ສ່ວນກ່ຽວຂ້ອງ ແລະ ເພື່ອນສະຫາຍ ຈີນ. ພ້ອມທັງສະແດງຄວາມຂອບ ໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ ການຊ່ວຍເຫລືອດັ່ງກ່າວ. ໃນໂອກາດອັນເປັນສິລິມຸງຄຸນ ນີ້, ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ໄດ້ອວຍພອນໃຫ້ບັນດາທ່ານທີ່ ເຂົ້າຮ່ວມພິທີຈົ່ງມີສຸຂະພາບເຂັ້ມ ແຂງ, ມີຄວາມຜາສຸກໃນຊີວິດສ່ວນ ຕົວ, ຄອບຄົວ ແລະ ປະສົບຜົນສໍາ ເລັດໃນໜ້າທີ່ວຽກງານຂອງຕົນ. ພ້ອມທັງອວຍພອນໃຫ້ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ການ ພົວພັນຄູ່ຮ່ວມຍຸດທະສາດຮອບ ດ້ານໝັ້ນຄົງຍາວນານຕາມທິດ 4 ດີ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ, ຈີນລາວ ຈົ່ງເຕີບໃຫຍ່ຂະຫຍາຍຕົວ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ຂໍອວຍພອນໄຊອັນປະເສີດມາຍັງ ສະຫາຍຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳ ເລັດອັນຍິ່ງໃຫຍ່ກວ່າເກົ່າໃນການ ປະຕິບັດໜ້າທີ່ວຽກງານອັນມີກຽດ ສູງສົ່ງຂອງສະຫາຍ. ໃນວັນດຽວກັນ, ສະຫາຍ ຊອຍ ເຊີນ ຮີ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ກໍໄດ້ສົ່ງໂທລະເລກຊົມເຊີຍເຖິງ ສະຫາຍ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕປະຊາຊົນລາວ ເນື່ອງໃນໂອກາດ ທີ່ສະຫາຍໄດ້ຮັບການເລືອກຕັ້ງໃຫ້ ດຳລົງຕຳແໜ່ງເປັນຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ອີກສະໄໝໜຶ່ງໃນກອງປະຊຸມ ຄັ້ງປະຖົມມະລືກຂອງສະພາແຫ່ງ ຊາດລາວ ຊຸດທີ X ເຊັ່ນດຽວກັນ. ຂປລ. ການສະຫລອງສົ່ງທ້າຍ ປີເກົ່າ ພສ 2568 ແລະ ຕ້ອນຮັບ ປີໃໝ່ ພສ 2569 ທົ່ວປະເທດໄດ້ ເລີ່ມແຕ່ວັນທີ 14-16 ເມສາ 2026 ດ້ວຍຫລາຍກິດຈະກໍາທີ່ແຕກຕ່າງ ກັນຢູ່ແຕ່ລະທ້ອງຖິ່ນ. ໃນນັ້ນສໍາ ຄັນແມ່ນຮັກສາໄດ້ຮີດຄອງປະເພນີ ທີ່ເຄີຍປະຕິບັດກັນມາແຕ່ດົນນານ. ໃນມື້ທຳອິດຂອງປີໃໝ່ລາວວັນທີ 14 ເມສາ 2026 ເປັນມື້ສັງຂານ ລ່ວງກົງກັບມື້ວັນອັງຄານແຮມ 12 ຄໍ່າເດືອນ 5 ລາວ ຫລາຍວັດ ວາອາລາມ ໄດ້ພ້ອມກັນອັງເຊີນ ພະພຸດທະຮູບລົງມາຫົດສົງຕາມ ຮີດຄອງປະເພນີ້, ເພື່ອສະເຫລີມ ສະຫລອງບຸນປີໃໝ່ລາວ ໃຫ້ມີ ບັນຍາກາດຄຶກຄື້ນມ່ວນຊື່ນຕາມ ຮີດຄອງປະເພນີທີ່ເຄີຍປະຕິບັດກັນ ຂປລ. ເມື່ອບໍ່ດົນມານີ້, ທ່ານ ອາລຸນແກ້ວ ກິດຕິຄຸນ ອະດີດລັດ ຖະມົນຕີ ປະຈຳຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ, ອະດີດ ຜູ້ຕາງໜ້າພິເສດຂອງ ສປປ ລາວ ກ່ຽວກັບບັນຫາມຽນມາ ໃນໄລຍະ ທີ່ ສປປ ລາວ ເປັນປະທານອາຊຽນ ໃນປີ 2024 ທັງເປັນຜູ້ຕາງໜ້າພິ ເສດຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ນໍາພາຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມພິທີສາບານໂຕ ເຂົ້າຮັບຕຳແໜ່ງເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ຂອງທ່ານ ມິນ ອອງ ລາຍ (Min Aung Hlaing) ຢ່າງ ເປັນທາງການຕາມການເຊື້ອເຊີນ ຂອງລັດຖະບານ ແຫ່ງ ສາທາລະ ນະລັດສະຫະພາບມຽນມາ ຊຶ່ງພິທີ ທາງການໄດ້ຈັດຂຶ້ນໃນວັນທີ 10 ເມສາ 2026 ທີ່ນະຄອນເນປີດໍ ສາທາລະນະລັດ ສະຫະພາບມຽນ ມາ ໂດຍມີຄະນະຜູ້ແທນຂັ້ນສູງ ຈາກບັນດາປະເທດອາຊຽນ ລວມ ມີ: ສປປ ລາວ, ສສ ຫວຽດນາມ, ລາຊະອານາຈັກໄທ, ລາຊະອານາ ຈັກກໍາປູເຈຍ, ອິນໂດເນເຊຍ, ສະ ຖານເອກອັກຄະລັດຖະທູດຟີລິບປິນ ປະຈຳ ສສ ມຽນມາ ແລະ ບັນດາ ປະເທດເພື່ອນມິດຂອງ ສສ ມຽນມາ ເຊັ່ນ: ສປ ຈີນ, ສ ລັດເຊຍ, ອິນເດຍ, ເບຣາລູດ, ກາຕາ, ສະຖານເອກ ອັກຄະລັດຖະທູດ ສປປ ເກົາຫລີ ປະຈຳ ສສ ມຽນມາ ແລະ ບັນດາປະ ເທດອື່ນໆ ເຂົ້າຮ່ວມໃນພິທີສໍາຄັນ ດັ່ງກ່າວ ເພື່ອສະແດງຄວາມຊົມເຊີຍ ແລະ ຍິນດີຕໍ່ ປະທານາທິບໍດີຄົນໃໝ່ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ ທົ່ວປະເທດໃນເດືອນທັນວາ 2025 ແລະ ເດືອນມັງກອນ 2026 ທີ່ ຜ່ານມາ. ໃນພິທີສໍາຄັນດັ່ງກ່າວ, ປະທາ ນາທິບໍດີ ມິນ ອອງ ລາຍ ໄດ້ກ່າວ ປາໄສໃນພິທີຢ່າງເປັນທາງການ ເພື່ອສະແດງຄວາມຂອບໃຈ ແລະ ປະກາດນະໂຍບາຍທີ່ສໍາຄັນໃນການ ນໍາພາ ແລະ ພັດທະນາສາທາລະນະ ລັດ ສະຫະພາບມຽນມາ ໂດຍເນັ້ນ ໃສ່ການຟື້ນຟູປັບປຸງປະຊາທິປະໄຕ ແລະ ຄວາມປອງດອງພາຍໃນ ຈຸດຈັດງານເຂດຂ້າງສະໜາມກິລາ ເຈົ້າອະນຸວົງ. ນອກຈາກນີ້, ຍັງໄດ້ ແບ່ງກ້ອນກຳລັງປະຈໍາການກອງ ບັນຊາການ; ປະຈໍາການ ປກສ ກຸ່ມບ້ານ; ປະຈໍາການສະຖານີຮັບ ແຈ້ງເຫດ; ກໍາລັງຈະລາຈອນເຮັດ ໜ້າທີ່ລະບາຍການສັນຈອນຕາມ ເສັ້ນທາງອີກຈຳນວນໜຶ່ງ. ນອກຈາກນີ້, ຍັງໄດ້ຈັດຕັ້ງຜັນ ຂະຫຍາຍແຈ້ງການຂອງຫ້ອງວ່າ ການນະຄອນຫລວງວຽງຈັນ ແລະ ກອງບັນຊາການ ປກສ ນວ ກ່ຽວ ກັບການເພີ່ມທະວີປ້ອງກັນຄວາມ ສະຫງົບ, ຮັກສາຄວາມເປັນລະ ບຽບຮຽບຮ້ອຍໃນໄລຍະສະເຫລີມ ສະຫລອງບຸນປີໃໝ່ລາວ ໂດຍສະ ເພາະເນັ້ນບັນດາ 8 ຂໍ້ຫ້າມຄື: ຫ້າມ ຊື້-ຂາຍວັດຖຸກໍ່ໃຫ້ເກີດສຽງແຕກ ເຊັ່ນ: ໝາກກະໂພກ, ພຸ, ທາດແຕກ, ວັດຖຸອອກລິດ ແລະ ສິ່ງເສບຕິດ ທຸກປະເພດ; ຫ້າມໃຊ້ນໍ້າສີ, ນໍ້າ ເປື້ອນ, ນໍ້າກ້ອນແກວ່ງໃສ່ກັນ-ໃສ່ ລົດ, ຫ້າມລັດທາງຫົດນໍ້າ, ຕັ້ງ ກຸ່ມເຕັ້ນຟ້ອນຕາມຫົນທາງ; ຫ້າມ ແຕ່ງກາຍບໍສຸພາບຫົດສົງ (ຜູ້ຊາຍ ນຸ່ງສິ້ນ-ຜູ້ຍິງນຸ່ງໂສ້ງ), ຫ້າມທ່ຽວ ຫລິ້ນແບບລາມົກ (ນຸ່ງໂປ້ເປືອຍ), ຫ້າມຫລິ້ນການພະນັນ, ຫ້າມອາລະ ວາດຕີກັນ ແລະ ການປະພຶດທີ່ເປັນ ການກໍ່ຄວາມບໍ່ສະຫງົບ; ຫ້າມລົງ ຫລິ້ນນໍ້າຂອງທີ່ບໍ່ໄດ້ຮັບອະນຸຍາດ ເພື່ອຮັບປະກັນຄວາມປອດໄພ ຫລີກ ລ່ຽງສິ່ງທີ່ບໍ່ເພິ່ງປາຖະໜາອາດ ເກີດຂຶ້ນ; ຫ້າມຂະບວນແຫ່ຄົບງັນ ຕາມທ້ອງຖະໜົນ (ຍົກເວັ້ນຂະບວນ ແຫ່ພະພຸດທະຮູບທີ່ທາງການອະ ນຸມັດ). ການສັນຈອນ ແລະ ການ ຈອດລົດຕາມທ້ອງຖະໜົນຕ້ອງ ປະຕິບັດລະບຽບຈາລະຈອນຢ່າງ ເຂັ້ມງວດ; ຫ້າມວາງວັດຖຸສິ່ງຂອງ, ຕັ້ງຮ້ານຂາຍເຄື່ອງຕາມເສັ້ນທາງ, ທາງຄົນຍ່າງ ຊຶ່ງເປັນການກີດ ຂວາງການສັນຈອນ; ຫ້າມເປີດ ເຄື່ອງສຽງດັງເກີນຂອບເຂດ (80 ດີຊີເບວ) ແລະ ກໍານົດເວລາ 8:0023:00 ໂມງ; ຫ້າມຫົດນໍ້າໃສ່ເຈົ້າ ໜ້າທີ່ໃນເວລາປະຕິບັດໜ້າທີ່. ທ່ານພັທພອນໃຈພາມຸງຄຸນຍັງ ຝາກເຖິງພໍ່-ແມ່ປະຊາຊົນໃຫ້ມີສະຕິ ໃນການປົກປັກຮັກສາຊັບສິນທີ່ມີຄ່າ ຂອງຕົນບໍ່ວ່າຢູ່ເຮືອນຊານ ແລະ ຕິດຕົວໄປມາທ່ຽວຫລິ້ນຕ່າງໆ. ພ້ອມນັ້ນ, ຊ່ວຍເປັນຫູເປັນຕາຊ່ວຍ ເຈົ້າໜ້າທີ່ປະກອບສ່ວນເຂົ້າໃນ ແສງໃຫ້ເຫັນຄວາມງາມຂອງຜ້າ ໄໝ ແລະ ຜ້າຝ້າຍທີ່ຕ່ຳດ້ວຍມືຢ່າງ ປະນີດ, ການເດີນແບບຊຸດປະຍຸກ ສິ່ງເສດເຫລືອມາປະດິດສ້າງເປັນ ຊຸດທີ່ສວຍງາມ ແລະ ທັນສະໄໝ ຈາກນັກຮຽນ ເພື່ອສື່ສານເຖິງການ ອະນຸລັກສິ່ງແວດລ້ອມຄວບຄູ່ໄປກັບ ການຮັກສາວັດທະນະທຳ. ບຸນ “ປ່ອຍເດືອນຫົກຕົກນ້ຳປີ ໃໝ່” ໃນຄັ້ງນີ້ ແມ່ນການສະແດງ ໃຫ້ເຫັນເຖິງຄວາມສາມັກຄີປອງ ດອງ ແລະ ຄວາມພາກພູມໃຈໃນ ມູນເຊື້ອອັນດີງາມຂອງເຜົ່າໄຕລື້ ບ້ານຜານົມ ທີ່ໄດ້ປະກອບສ່ວນເຂົ້າ ໃນການສ້າງສາພັດທະນາປະເທດ ຊາດ ແລະ ສົ່ງເສີມການທ່ອງທ່ຽວ ວັດທະນະທຳລາວໃຫ້ກ້າວໄກສູ່ ສາກົນ. ຂ່າວ-ພາບ: ເພັດສາຄອນ ສິມມະວົງ ວຽກງານປ້ອງກັນຄວາມສະຫງົບ; ສຶກສາອົບຮົມລູກ-ຫລານໃນການ ໄປມາທ່ຽວຫລິ້ນຕ່າງໆບໍ່ໃຫ້ມີການ ພົວພັນສິ່ງຜິດກົດໝາຍທຸກປະເພດ (ສິ່ງເສບຕິດ, ການພະນັນ) ໃຫ້ປະ ຕິບັດບັນດາຂໍ້ຫ້າມໃນແຈ້ງການ ເພື່ອຮັກສາລະບຽບການ ແລະ ປະ ເພນີອັນດີງາມໄດ້ສືບສານຕໍ່ໄປ; ການໃຊ້ລົດໃຊ້ຖະໜົນຂໍໃຫ້ກຽດ ເຊິ່ງກັນ ແລະ ກັນ; ເສັ້ນທາງໃດມີ ຄວາມສັບສົນ-ແອອັດ ຂໍໃຫ້ເວັ້ນ ໄປທາງອື່ນ (ໂດຍສະເພາະຖະໜົນ ສາມແສນໄທ ເປັນຈຸດຫລິ້ນຂອງ ຊາວໜຸ່ມ-ໄວໜຸ່ມ); ຕ້ອງເອົາໃຈ ໃສ່ປະຕິບັດກົດລະບຽບຈະລາຈອນ ຢ່າງເຂັ້ມງວດ; ດື່ມສິ່ງມຶນເມົາ ແລ້ວຫ້າມຂັບຂີ່ຍານພາຫະນະ, ຕັ້ງ ກຸ່ມແຂ່ງລົດກວນເມືອງ, ໃຊ້ສຽງ ດັງລົບກວນເຮືອນໃກ້ຄຽງ ແລະ ອື່ນໆ; ເອົາໃຈໃສ່ຕິດຕາມການ ເຄື່ອນໄຫວຂອງກຸ່ມຄົນບໍ່ດີເປັນ ການປະກອບສ່ວນເຂົ້າຮ່ວມໃນ ວຽກງານປ້ອງກັນຄວາມສະຫງົບ ກໍລະນີພົບເຫັນເຫດການໃຫ້ແຈ້ງຕໍ່ ອົງການປົກຄອງບ້ານ, ປກສ ກຸ່ມ, ປກສ ເມືອງ ຫລື ເຈົ້າໜ້າທີ່ ທີ່ກໍາ ລັງປະຕິບັດໜ້າທີ່ຢູ່ໃກ້ຄຽງ. ຂ່າວ: ກິດຕາ ຊາດ ເພື່ອນໍາພາປະເທດກ້າວໄປສູ່ ອະນາຄົດທີ່ດີຂຶ້ນ, ລວມທັງການ ປະຕິບັດວຽກງານ ເພື່ອຟື້ນຟູສາຍ ພົວພັນກັບບັນດາປະເທດອາຊຽນ ແລະ ປະເທດເພື່ອນມິດໃນໂລກ. ພ້ອມນີ້, ທ່ານຍັງໄດ້ຈັດງານລ້ຽງ ຕ້ອນຮັບເພື່ອເປັນກຽດແກ່ບັນດາ ຄະນະຜູ້ແທນການນໍາຂັ້ນສູງຂອງ ປະເທດຕ່າງໆທີ່ເຂົ້າຮ່ວມງານຄັ້ງ ນີ້ຢ່າງສົມກຽດ. ໃນໂອກາດນີ້, ທ່ານ ອາລຸນແກ້ວ ກິດຕິຄຸນ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ມິນ ອອງ ລາຍ ປະທານາທິບໍດີ ແລະ ພົບປະກັບທ່ານ ຕິນ ມອງ ສະເວ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສາທາລະນະລັດ ສະຫະ ພາບມຽນມາ ເພື່ອນໍາເອົາຄໍາອວຍ ພອນອັນປະເສີດ ແລະ ຄໍາຊົມເຊີຍ ຢ່າງອົບອຸ່ນຈາກການນຳຂັ້ນສູງ ຂອງສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ມາຍັງປະທາ ນາທິບໍດີ ແລະ ລັດຖະມົນຕີກະຊວງ ການຕ່າງປະເທດຄົນໃໝ່. ນອກນີ້, ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການ ຮ່ວມມືທີ່ມີໝາກຜົນໃນໄລຍະກວ່າ 7 ທົດສະຫວັດຜ່ານມາ ແລະ ຈະ ຮ່ວມກັນເສີມຂະຫຍາຍສາຍພົວພັນ ອັນດີງາມທີ່ເປັນມູນເຊື້ອ ແລະ ການ ພົວພັນຖານບ້ານໃກ້ເຮືອນຄຽງທີ່ ດີລະຫວ່າງສອງປະເທດໃຫ້ແຕກ ດອກອອກຜົນຍິ່ງໆຂຶ້ນ. ສປປ ລາວ ແລະ ສສ ມຽນມາ ໄດ້ສ້າງຕັ້ງສາຍພົວພັນການທູດນໍາ ກັນໃນວັນທີ 12 ກໍລະກົດ 1955, ນັບແຕ່ສ້າງຕັ້ງສາຍພົວພັນການທູດ ນໍາກັນມາເປັນເວລາ 70 ກວ່າປີ, ການພົວພັນຮ່ວມມືຂອງສອງປະ ເທດກໍໄດ້ມີບາດກ້າວຂະຫຍາຍຕົວ ຂຶ້ນເປັນລໍາດັບຕາມທ່າອ່ຽງຂອງ ຍຸກສະໄໝ ໂດຍອີງໃສ່ເງື່ອນໄຂຕົວ ຈິງ ແລະ ສະພາບການພັດທະນາ ດ້ານເສດຖະກິດຂອງສອງປະເທດ. ສອງປະເທດ ລາວ-ມຽນມາ ມີການ ຮ່ວມມືອັນດີຮ່ວມກັນທາງດ້ານການ ເມືອງ, ເສດຖະກິດ-ສັງຄົມ, ການ ສຶກສາ, ປ້ອງກັນຊາດແລະ ປ້ອງກັນ ຄວາມສະຫງົບ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ດ້ານອື່ນໆ. ການເຂົ້າຮ່ວມພິທີສໍາຄັນຄັ້ງນີ້, ຂອງຄະນະຜູ້ແທນລາວເປັນການ ສືບຕໍ່ເຈດຕະນາລົມອັນສະເໝີຕົ້ນ ສະເໝີປາຍໃນການສົ່ງເສີມການ ພົວພັນຮ່ວມມືທີ່ດີລະຫວ່າງ ສປປ ລາວ ກັບບັນດາປະເທດຕ່າງໆ ໃນພາກພື້ນ ແລະ ໃນໂລກ ໂດຍສະ ເພາະກັບ ສສ ມຽນມາ ທີ່ຢູ່ໃນຄອບ ຄົວອາຊຽນດຽວກັນທັງຍັງເປັນ ການນໍາເອົາການສະໜັບສະໜູນ ຢ່າງຈິງໃຈຈາກພັກ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ມາຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ໃນໂອກາດທີ່ມີຄວາມໝາຍ ສໍາຄັນໃນຄັ້ງນີ້.

-k;|5 j ,9q j 'gxa ofa j 'oq dvy o-u mu j [+ s;a j odq ;8+ rkp5 ]q ,cf' 9q j 'dkpgxa oly ow-csj 'p5 dltw\ 17/04/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ]q fw23fplkolkdq o]k;{9u o lqj 'z6h 3fplko 0h k,cfoltlq ,s]kpd;j k 800.000 gmnj v7q o ໂດຍ: ກິດຕາ [= ]y la f lt,= ][u wfh [= ]y dkogda [,h Po 0U gspN v4h P;ry glf w]pt[5 oxu .\j ]k; ບົດສະເໜີ (ເນ່ືອງໃນໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ວັນທີ 14 4 1955-14 4 2026) ຂປລ. ຕະຫລອດໄລຍະ 71 ປີ ພາຍໃຕ້ຮົ່ມທຸງຂອງພັກ. ພາຍຫລັງ ທີ່ພັກປະຊາຊົນ ປະຕິວັດລາວ ສ້າງ ຕັ້ງຂຶ້ນໃນວັນທີ 22 ມີນາ 1955 ບໍ່ ພໍເທົ່າໃດວັນ, ຍ້ອນວ່າພັກເຫັນໄດ້ ເຖິງຄວາມສໍາຄັນ ອົງການຈັດຕັ້ງ ຊາວໜຸ່ມກໍຄືກໍາລັງຊາວໜຸ່ມຢູ່ໃນ ທຸກຂົງເຂດວຽກງານ ເພິ່ນຈຶ່ງສ້າງ ຕັ້ງຄະນະຊາວໜຸ່ມຂຶ້ນ, ໃນເມື່ອ ກ່ອນເອີ້ນວ່າ ຊາວໜຸ່ມຕະລຸມບອນ ເຊິ່ງສ້າງຕັ້ງຂື້ນໃນວັນທີ 14 ເມສາ 1955 ຊາວໜຸ່ມຮຸ່ນກ່ອນໄດ້ມີ ຜົນງານການຕໍ່ສູ້ຢ່າງອົງອາດກ້າ ຫານ, ມີນ້ຳໃຈຮັກຊາດອັນດູດ ດື່ມ, ເສຍສະລະເລືອດເນື້ອ ເພື່ອ ປະເທດຊາດ, ຊາວໜຸ່ມລາວຍາມ ໃດກໍໄດ້ຕໍ່ສູ້ຄຽງບ່າຄຽງໄຫລ່ ໃກ້ຊິດຕິດແທດກັບພັກປະຊາຊົນ ປະຕິວັດລາວ ເພື່ອເປັນກຳລັງແກ່ນ ສານໃນການຕໍ່ສູ້ກູ້ຊາດ ຈົນໄດ້ຮັບ ໄຊຊະນະ ເປັນກ້າວໆມາ ແລະ ສາ ມາດສະຖາປານາ ສປປ ລາວ ໃນ ວັນທີ 2 ທັນວາ ປິ 1975, ຈາກນັ້ນ ມາອົງການຈັດຕັ້ງຊາວໜຸ່ມແຕ່ລະ ຂັ້ນໄດ້ມີຄວາມເຕີບໃຫຍ່ ເຂັ້ມແຂງ ເປັນກຳລັງແຮງສັງລວມໃຫ້ແກ່ທຸກ ຂະບວນການ, ຄະນະຊາວໜຸ່ມແມ່ນ ສັງຄົມນິຍົມ. ຕະຫລອດໄລຍະຜ່ານ ມາ ຊາວໜຸ່ມປະຊາຊົນ ປະຕິວັດ ລາວ ມີບົດບາດສໍາຄັນໃນທຸກພາລະ ກິດຂອງຊາດ ແລະ ມີບົດບາດໃນ ການຕັດສິນທຸກໄຊຊະນະ ຂອງການ ປະຕິວັດຊາດ ດ້ວຍມູນເຊື້ອນໍ້າໃຈ ຮັກເຊື້ອແພງຊາດອັນດູດດື່ມ ມີວັດ ທະນະທໍາອັນດີງາມ ແລະ ມີຄວາມ ເສຍສະລະອັນສູງສົ່ງໃນການປະ ກອບສ່ວນໃນພາລະກໍາປະຫວັດ ສາດ ແລະ ເຮັດສໍາເລັດໜ້າທີ່ຂອງ ການປະຕິວັດ ປະຊາທິປະໄຕ. ໃນສະພາບປັດຈຸບັນທີ່ມີຄວາມ ຫຍຸ້ງຍາກ ທາງດ້ານເສດຖະກິດ, ສັງຄົມ ຫລື ໄພທາງທຳມະຊາດ ຕ່າງໆ ໄດ້ກະທົບຕໍ່ການສ້າງສາ ພັດທະນາປະເທດຊາດ, ສະນັ້ນ ຊາວໜຸ່ມລາວ ຜູ້ທີ່ກຳລັງວັງຊາ ເຂັ້ມແຂງ, ມີສະຕິປັນຍາອັນແຫລມ ຄົມ ແລະ ເປັນກຳລັງແຮງຂອງ ພັກ, ຂອງຊາດ ຍິ່ງຕ້ອງໄດ້ເພີ່ມ ທະວີຄວາມຮັບຜິດຊອບຂອງຕົນ ເຂົ້າໃນທຸກຂົງເຂດວຽກງານທີ່ໄດ້ ຮັບມອບໝາຍໃຫ້ມີຜົນສຳເລັດຢ່າງ ຕັ້ງໜ້າ ໃຫ້ສົມກັບວ່າ ຊາວໜຸ່ມ ເປັນຜູ້ສືບທອດທີ່ຈົງຮັກພັກດີຂອງ ປະເທດຊາດ. ແນວໃດກໍດີ, ເພື່ອເຮັດ ສຳເລັດໜ້າທີ່ອັນມີກຽດສະຫງ່າ ນັ້ນ ຄະນະບໍລິຫານງານຊາວໜຸ່ມ ທຸກຂັ້ນ, ສະມາຊິກຊາວໜຸ່ມທຸກ ສະຫາຍ ຕ້ອງເອົາໃຈໃສ່ສຸດຂີດໃນ ການປົກປັກຮັກສາໝາກຜົນຂອງ ການປະຕິວັດ, ສືບທອດມູນເຊື້ອ ອັນດີງາມຂອງຊາດ ແລະ ຂອງ ຊາວໜຸ່ມ; ຕັ້ງໜ້າສຶກສາອົບຮົມ ພະນັກງານຊາວໜຸ່ມ, ສະມາຊິກ ຊາວໜຸ່ມ ໃຫ້ມີຄຸນທາດການເມືອງ ໜັກແໜ້ນ,ນ້ຳໃຈຮັກຊາດອັນດູດ ດື່ມ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ມີຄວາມກະຕັນຍູກະຕະເວທີຕໍ່ຜູ້ມີ ຜົນງານຄວາມດີ, ມີຄວາມກະຕື ລືລົ້ນໃນການສະແຫວງຫາຄວາມ ກ້າວໜ້າ ແລະ ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ; ເປັນເຈົ້າການໃນ ການເຕົ້າໂຮມຄວາມສາມັກຄີ, ປຸກ ລະດົມຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ; ພ້ອມນີ້ ຄະນະພັກ, ອົງການປົກຄອງ, ອົງ ການແນວລາວສ້າງຊາດ ແລະ ອົງ ການຈັດຕັ້ງມະຫາຊົນທຸກຂັ້ນ ຕ້ອງ ສືບຕໍ່ເພີ່ມທະວີໃນການສຶກສາອົບ ຮົມ, ບຳລຸງສ້າງ ແລະ ສ້າງເງື່ອນ ໄຂເອື້ອອຳນວຍໃນການເຄື່ອນ ໄຫວພັດທະນາ ແລະ ປົກປ້ອງສິດ ຜົນປະໂຫຍດອັນຊອບທຳຂອງ ຊາວໜຸ່ມ-ເຍົາວະຊົນລາວບັນດາ ເຜົ່າ; ຄະນະຊາວໜຸ່ມປະຊາຊົນປະ ຕິວັດລາວແຕ່ລະຂັ້ນ ຕ້ອງເອົາໃຈ ໃສ່ປັບປຸງການຈັດຕັ້ງຂອງຕົນໃຫ້ ມີຄວາມໜັກແໜ້ນເຂັ້ມແຂງທາງ ດ້ານປະລິມານ ແລະ ຄຸນນະພາບ, ຂະຫຍາຍສະມາຊິກໃຫ້ກວ້າງ ຂວາງ; ຍົກສູງຄວາມຮູ້ຄວາມ ສາມາດ, ຫົວຄິດປະດິດສ້າງທາງ ດ້ານວິທະຍາສາດ-ເຕັກໂນໂລຊີ, ປົກປ້ອງສິດຜົນປະໂຫຍດອັນຊອບ ທຳ, ຕ້ານ ແລະ ສະກັດກັ້ນປະກົດ ການຫຍໍ້ທໍ້ຂອງຊາວໜຸ່ມ-ເຍົາວະ ຊົນ; ອອກແຮງແຂ່ງຂັນສ້າງຂະ ບວນການຂອງຊາວໜຸ່ມ-ເຍົາວະ ຊົນ ໃຫ້ມີຄວາມຟົດຟື້ນ, ຫ້າວຫັນ. ຂປລ. ເພື່ອຮັບປະກັນຄວາມ ສະອາດ ແລະ ຄວາມເປັນລະບຽບ ຮຽບຮ້ອຍ ໃນນະຄອນຫລວງວຽງ ຈັນ ໃນໄລຍະສະເຫລີມສະຫລອງ ບຸນປີໃໝ່ລາວ ປະຈຳປີ 2026 ນີ້, ຜູ້ປະກອບການບໍລິການເກັບມ້ຽນ ຂີ້ເຫຍື້ອ ກໍຄື ບໍລິສັດ ສະມໍລບີ ໄດ້ ບໍລິການເກັບມ້ຽນຂີ້ເຫຍື້ອຖ້ຽວ ພິເສດ ເພື່ອຮອງຮັບປະລິມານຂອງ ຂີ້ເຫຍື້ອທີ່ຈະເພິ່ມຂຶ້ນ. ຂປລ. ວັນທີ 12 ເມສາ 2026, ລົດໄຟໂດຍສານສາກົນລາວ-ຈີນ ໄດ້ດຳເນີນການບໍລິການຄົບຮອບ 3 ປີ. ໃນໄລຍະ 3 ປີຜ່ານມາ, ລົດໄຟໂດຍສານສາກົນລາວ-ຈີນ ໄດ້ເປີດໃຫ້ບໍລິການຫລາຍກວ່າ 3.190 ຂະບວນ, ສົ່ງຜູ້ໂດຍສານ ຂ້າມແດນທີ່ມາຈາກ 120 ກວ່າ ປະເທດ ແລະ ເຂດແຄ້ວນ ລວມ ຫລາຍກວ່າ 800.000 ເທື່ອຄົນ. ຕາມເສັ້ນທາງລົດໄຟລາວ-ຈີນ ໄດ້ເຊື່ອມຕໍ່ບັນດາເມືອງທ່ອງທ່ຽວ ທີ່ນິຍົມ ເປັນຕົ້ນ ນະຄອນຄຸນໝິງ, ສິບສອງພັນນາ, ຫລວງພະບາງ, ນະຄອນຫລວງວຽງຈັນແລະອື່ນໆ, ມີສະຖານທີ່ທ່ອງທ່ຽວຫລາຍກວ່າ 560 ແຫ່ງ, ຖືເປັນເສັ້ນທາງຄຳ ສຳລັບການທ່ອງທ່ຽວຂ້າມແດນ. ໃນວັນທີ 13 ເມສາ 2023, ລົດໄຟ ໂດຍສານສາກົນລາວ-ຈີນ ໄດ້ເລີ່ມ ດຳເນີນການ, ກາຍເປັນທາງເລືອກ ອັນດັບຕົ້ນໆສຳລັບການເດີນທາງ ຂ້າມແດນຂອງຜູ້ໂດຍສານລາວ ແລະຈີນ. ຕະຫລອດໄລຍະ3ປີ, ລົດ ໄຟໂດຍສານສາກົນລາວ-ຈີນ ໄດ້ຊຸກ ຍູ້ໃຫ້ການບໍລິໂພກຂະແໜງທຸລະ ກິດສະຖານທີ່ທ່ອງທ່ຽວ, ໂຮງ ແຮມ, ຮ້ານອາຫານ ຕາມເສັ້ນທາງ ເພີ່ມຂຶ້ນຫລາຍກວ່າ 35 , ສ້າງ ເປັນວົງເສດຖະກິດການທ່ອງທ່ຽວ ຂ້າມແດນທີ່ມີເອກະລັກສະເພາະ. ປັດຈຸບັນ, ເສັ້ນທາງລະຫວ່າງ ນະຄອນຄຸນໝິງ ແລະ ນະຄອນ ຫລວງວຽງຈັນ ໄດ້ເປີດໃຫ້ບໍລິການ ລົດໄຟໂດຍສານສາກົນ 4 ຂະບວນ ຕໍ່ມື້, ບ່ອນນັ່ງສຳລັບຜູ້ໂດຍສານ ຂ້າມແດນໃນແຕ່ລະຂະບວນ ໄດ້ ເພີ່ມຂຶ້ນຈາກ 250 ບ່ອນນັ່ງ ໃນໄລ ຍະເລີ່ມເປີດດຳເນີນການ ມາເປັນ 420 ບ່ອນນັ່ງ. ເວລາແລ່ນລົດໄຟ ຈາກນະຄອນຄຸນໝິງ ຫາ ນະຄອນ ຫລວງວຽງຈັນ ໄດ້ຖືກຫລຸດລົງ ເຫລືອ 9 ຊົ່ວໂມງ 36 ນາທີ, ເວ ລາຜ່ານດ່ານລົດໄຟແບບເກົ່າ (ທໍາ ມະດາ) ໄດ້ຖືກຫລຸດລົງເຫລືອ ປະມານ 50 ນາທີ. ໃນໄຕມາດທຳ ອິດຂອງປີນີ້, ລົດໄຟໂດຍສານ ສາກົນ ໄດ້ສົ່ງຜູ້ໂດຍສານຂ້າມ ແດນ 112.000 ເທື່ອຄົນ, ເພີ່ມຂຶ້ນ 32,4 ເມື່ອທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາ, ຈຳນວນຜູ້ ໂດຍສານຂ້າມແດນສະເລ່ຍຕໍ່ມື້ ເພີ່ມຂຶ້ນ 3 ເທົ່າ ເມື່ອທຽບໃສ່ປີ 2023. ທ່ານຜູ້ຕາງໜ້າຮັບຜິດຊອບ ວຽກງານບຳລຸງຮັກສາສະຖານີ ລົດໄຟລາວ-ຈີນ ຂອງກຸ່ມບໍລິສັດ ກໍ່ສ້າງທາງລົດໄຟຈີນ ກ່າວວ່າ “ພວກເຮົາໄດ້ເອົາໃຈໃສ່ເຮັດການ ບຳລຸງຮັກສາ ແລະ ດຳເນີນງານ ສະຖານີລົດໄຟຢ່າງດີທີ່ສຸດ, ເພື່ອ ມອບປະສົບການການເດີນທາງທີ່ ດີທີ່ສຸດໃຫ້ແກ່ຜູ້ໂດຍສານ. ພະແນກການລົດໄຟຂອງສອງ ປະເທດ ລາວ ແລະ ຈີນ ໄດ້ສືບຕໍ່ປັບ ປຸງການບໍລິການຕາມສະຖານີ ແລະ ໃນຂະບວນລົດໄຟ, ບັນດາສະຖານີ ແລະ ຂະບວນລົດໄຟຕາມເສັ້ນທາງ ໄດ້ຕິດຕັ້ງອຸປະກອນແປພາສາ ຫລາຍພາສາ, ມີການປະກາດ ແລະ ບໍລິການນຳທາງເປັນພາສາຈີນ, ພາສາລາວ, ພາສາອັງກິດ, ພ້ອມ ທັງເພີ່ມສິ່ງອຳນວຍຄວາມສະດວກ ເຊັ່ນ: ເຄື່ອງວັດຄວາມດັນເລືອດ ແລະ ອື່ນໆ. ທ່ານ ນາງ ດີນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະ ຫລາດ ຂອງບໍລິສັດ ສະມໍລບີ ທີ່ປຶກ ສາດ້ານການລົງທຶນ ຈຳກັດ ໄດ້ ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ໄລຍະ ສະເຫລີມສະຫລອງບຸນປີໃໝ່ລາວ ປະຈຳປີ 2026 ລະຫວ່າງວັນທີ 14-16 ເມສາ 2026 ນີ້, ບໍລິສັດ ສະມໍລບີ (ໃຫ້ບໍລິການເກັບມ້ຽນ ຂີ້ເຫຍື້ອ) ຈະຫລຸດຜ່ອນຈຳນວນ ຖ້ຽວລົດເກັບມ້ຽນຂີ້ເຫຍື້ອບາງພື້ນ ທີ່ຢູ່ເມືອງໄຊທານີ (ເຂດນອກ) ແລະ ບາງບ້ານ ຢູ່ເມືອງຈັນທະບູລີ, ແຕ່ຈະໃຫ້ບໍລິການຖ້ຽວລົດເກັບ ມ້ຽນຂີ້ເຫຍື້ອພິເສດ (ເກັບຄ່າບໍລິ ການ) ຖ້າຫາກຫົວໜ່ວຍທຸລະກິດ, ຜູ້ປະກອບການ ຫລື ຄົວເຮືອນໃດ ທີ່ມີຄວາມຕ້ອງການຢາກເກັບມ້ຽນ ຂີ້ເຫຍື້ອ ທີ່ມີຈຳນວນເພີ່ມຂຶ້ນກວ່າ ປົກກະຕິ ສາມາດຕິດຕໍ່ສາຍດ່ວນ 1436ຫລືເບີໂທ02054158513 ເພື່ອໃຫ້ບໍລິສັດມາເກັບຂີ້ເຫຍື້ອຕາມ ທີ່ຕ້ອງການ. ຢ່າງໃດກໍຕາມ, ພາຍ ຫລັງເທສະການປີໃໝ່ລາວ, ທາງ ບໍລິສັດຈະເພີ່ມຖ້ຽວລົດ ແລະ ເພີ່ມ ທີມເກັບຂີ້ເຫຍື້ອ ເພື່ອສຸມໃສ່ເກັບ ມ້ຽນຂີ້ເຫຍື້ອ ທີ່ຕົກຄ້າງທັງໝົດໃຫ້ ສຳເລັດໂດຍໄວ. ໂອກາດນີ້, ທ່ານ ນາງ ດີນ້າ ສົມສະໝຸດ ຍັງຍົກໃຫ້ເຫັນຂໍ້ສະ ດວກ ແລະ ຂໍ້ຫຍຸ້ງຍາກ ໃນການ ບໍລິການເກັບມ້ຽນຂີ້ເຫຍື້ອ ໄລຍະ ເທສະການປີໃໝ່ລາວ ຊຶ່ງອາດຈະ ເກີດຄວາມສ່ຽງ ຕໍ່ການເກີດອຸບັດ ເຫດໃນຂະນະທີ່ເກັບມ້ຽນຂີ້ເຫຍື້ອ. ສະນັ້ນ, ການຫລຸດຜ່ອນຖ້ຽວບໍລິ ການດັ່ງກ່າວ ກໍເພື່ອແນໃສ່ຄວາມ ປອດໄພຂອງພະນັກງານ ຊຶ່ງຖືເປັນ ຫລັກການສໍາຄັນ ໃນການບໍລິຫານ ຈັດການວຽກບໍລິການສາທາລະນະ ຕາມມາດຕະຖານຄວາມປອດໄພ ແລະ ຫລີກລ່ຽງບັນຫາການຈະ ລາຈອນແອອັດ. ພ້ອມທັງສະແດງ ຄວາມຫວັງວ່າ ສັງຄົມຈະເຂົ້າໃຈ ເຖິງຄວາມຈຳເປັນ ໃນການປັບ ແຜນດຳເນີນງານຊົ່ວຄາວຄັ້ງນີ້, ເພື່ອຄວາມປອດໄພຂອງທຸກພາກ ສ່ວນ ແລະ ເພື່ອຮ່ວມກັນພັດທະນາ ການບໍລິຫານຈັດການຂີ້ເຫຍື້ອ ໃນນະຄອນຫລວງວຽງຈັນ ໃຫ້ມີ ຄວາມສະອາດ ແລະ ຍືນຍົງຕະ ຫລອດໄປ. ໄດ້ຜ່ານຂະບວນວິວັດແຫ່ງການຕໍ່ສູ້ ຢ່າງອົງອາດກ້າຫານມີໄຊມາເຖິງ ປັດຈຸບັນ ດັ່ງ ປະທານ ໄກສອນ ພົມວິຫານ ໄດ້ໃຫ້ສາຍານາມຊາວ ໜຸ່ມ ວ່າ: “ຊາວໜຸ່ມຈົ່ງເປັນດັ່ງນົກ ອິນຊີທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊແຫ່ງຍຸກສະ ໄໝ ຂອງພວກເຮົາ” ແລະ ໄດ້ປະຕິ ບັດຄໍາຂວັນຊາວໜຸ່ມ ທີ່ວ່າ: “ບ່ອນ ໃດຍາກຊາວໜຸ່ມບຸກບ່ອນໃດທຸກ ຊາວໜຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງ ການ ຊາວໜຸ່ມຂານອາສາ”. ພັກປະຊາຊົນປະຕິວັດລາວ ໄດ້ ຂະໜານນາມຊາວໜຸ່ມວ່າ: ເປັນ ແຂນຂວາຂອງພັກ, ເປັນກະດູກສັນ ຫລັງຂອງປະເທດຊາດ, ເປັນຜູ້ສືບ ທອດທີ່ຈົງຮັກພັກດີຂອງປະເທດ ຊາດ, ມູນເຊື້ອ ແລະ ວິລະກໍາຂອງ ຊາດ ຊຶ່ງສາມາດຕອບສະໜອງໄດ້ ຄວາມຮຽກຮ້ອງຕ້ອງການຂອງ ພັກ, ຂອງປະເທດຊາດແລະ ເຮັດສໍາ ເລັດພາລະກໍາຂອງຕົນຄື: ປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ໃຫ້ກ້າວເດີນຕາມເສັ້ນທາງ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==