7256.1

xtgmf]k; 6 17/04/2025 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d cs]j 'mj v'mj P;oE8q d8kfgpn v' ,u 7;k,rh v,8h voIa [c0d mu j ,kmj v'mj P;w]pt[5 oxu .\j ]k; rl 2 5 6 9 ອ່ານຕໍ່ສະບັບໜ້າ ໂດຍ: ມາລິດາ 75 oxt3spf 0v'\kd]y ow,h ໂດຍ: ທູນທອງໃຈ Ij ;,da oglu ,lh k'l5 0trk[0v'c,j py ' c]t w;|5j , .o lxx ]k; ຂປລ. ໝາກລິນໄມ້ ນອກຈາກ ຈະນິຍົມນຳມາເປັນຜັກກັບ ຫລື ນຳ ມາປຸງແຕ່ງເປັນອາຫານອັນແຊບ ຊ້ອຍແລ້ວ ຍັງເຕັມໄປດ້ວຍສັບພະ ຄຸນທີ່ດີຕໍ່ຮ່າງກາຍຂອງຄົນເຮົາ ເຊິ່ງໝາກລິນໄມ້ ຖືວ່າເປັນຢາພື້ນ ເມືອງ ອີກຊະນິດໜຶ່ງທີ່ຮູ້ຈັກກັນມາ ແຕ່ດົນນານ ໂດຍການບໍລິໂພກ ກໍ ແຕກຕ່າງກັນໄປແລ້ວແຕ່ຄວາມມັກ ຂອງແຕ່ລະຄົນ, ແຕ່ສ່ວນຫລາຍ ໝາກລິນໄມ້ ຈະນິຍົມນໍາມາເຝົາໄຟ ຂປລ. ເມື່ອຫວນຄືນຫລັງ, ດ້ານສຸຂະພາບແມ່ຍິງ, ແມ່, ເດັກ ເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ໃນ ສປປ ລາວ, ຄວາມກ້າວໜ້າ ທີ່ພົ້ນເດັ່ນບໍ່ແມ່ນພຽງແຕ່ດ້ານນະ ໂຍບາຍ ຫລື ລະບົບເທົ່ານັ້ນ, ແຕ່ຍັງ ແມ່ນບຸກຄົນ, ພາລະກໍາລັງ, ຄວາມ ອົດທົນ ແລະ ຄວາມເຊື່ອໝັ້ນຂອງ ພວກເຂົາ. ນີ້ແມ່ນເລື່ອງລາວແຫ່ງ ຄວາມມຸ່ງໝັ້ນ ໃນໄລຍະເວລາ ຫລາຍປີ ຊຶ່ງເປັນເລື່ອງລາວຂອງ ຜູ້ໃຫ້ບໍລິການດ້ານສາທາລະນະ ສຸກ ທີ່ຍັງຄົງສືບຕໍ່ສົ່ງເສີມຜະດຸງ ຄັນ ຜູ້ທີ່ຢືນຄຽງຂ້າງແມ່ຍິງ ແລະ ຄອບຄົວໃນເວລາທີ່ສຳຄັນທີ່ສຸດ, ພະນັກງານສາທາລະນະສຸກຊົນ ເຜົ່າ ຜູ້ທີ່ກັບຄືນໄປຮັບໃຊ້ຊຸມຊົນ ຂອງຕົນເອງ ແລະ ໄວໜຸ່ມ ຜູ້ທີ່ໃຫ້ ຄວາມໄວ້ວາງໃຈ, ສະແດງຄວາມ ກ້າຫານ ແລະ ການມີສ່ວນຮ່ວມ ຂອງພວກເຂົາ ເພື່ອຊ່ວຍສ້າງ ລະບົບ ສາທາລະນະສຸກ ໃຫ້ຕອບ ສະໜອງໄດ້ດີຂຶ້ນ. ພ້ອມກັນນີ້, ຍັງເປັນເລື່ອງລາວ ແຫ່ງການ ສືບຕໍ່ເຊິ່ງມີແນວທາງໃນການນໍາ ພາທີ່ແຕກຕ່າງກັນ ຂອງ ທ່ານ ນາງ ແຊລລີ ສະກຸນຄູ (4allZ 4aLulLu), ທ່ານ ດຣ ບຸນແຝງ ພູມມະໄລສິດ ແລະ ທ່ານ ໂທມັສ ລາມມາ (5IPNaT -aNNaS). ຕະຫລອດຫລາຍປີທີ່ຜ່ານມາ, ເສັ້ນທາງຂອງພວກເພິ່ນ ຍັງຄົງ ເຊື່ອມຈອດ ຍ້ອນຈຸດປະສົງດຽວ ກັນ ນັ້ນກໍຄື ການສົ່ງເສີມສຸຂະພາບ, ກຽດສັກສີ ແລະ ສິດທິ ໃນ ສປປ ລາວ. ແນວໃດກໍດີ, ການເດີນທາງ ຮ່ວມກັນນີ້ ບໍ່ແມ່ນພຽງແຕ່ຍ້ອນ ວ່າ ພວກເພິ່ນແມ່ນໃຜ, ແຕ່ແມ່ນຄໍາ ຖາມທີ່ວ່າ ການຮ່ວມມືຂອງພວກ ເພິ່ນ ແມ່ນສະທ້ອນເຖິງຫຍັງ ເຊິ່ງ ເບື້ອງຫລັງການໄດ້ຮັບໝາກຜົນສໍາ ເລັດ ທີ່ເປັນຮູບປະທໍາ ແມ່ນການ ວາງແຜນ, ການປະສານງານ, ການໂຄສະນາຂົນຂວາຍ, ການສົ່ງ ເສີມວຽກງານວິຊາການ ແລະ ການ ສ້າງຄູ່ຮ່ວມງານ ຂອງພວກເພິ່ນ. ຜ່ານແຜນງານຮ່ວມລະຫວ່າງ ກະຊວງສາທາລະນະສຸກ, ອົງການ ອຸຍນີເຊັບ (6/*C&'), ອົງການ ສະຫະປະຊາຊາດເພື່ອການພັດທະ ນາ (6/'1A) ແລະ ອົງການ ອະນາໄມໂລກ (8H0) ທີ່ໄດ້ຮັບ ການສະໜັບສະໜູນ ຈາກປະເທດ ລຸກຊຳບວກ ເຊິ່ງໄດ້ຖືກຈັດຕັ້ງປະຕິ ບັດມາເປັນເວລາສອງທົດສະວັດ. ສປປ ລາວ ບໍ່ໄດ້ສ້າງພຽງແຕ່ ໂຄງການ ຫລື ກິດຈະກຳທີ່ປະຕິບັດ ຄັ້ງດຽວ, ແຕ່ໄດ້ປູເສັ້ນທາງອັນ ຍາວໄກໃນການປະຕິຮູບ ດ້ານສຸຂະ ພາບຈະເລີນພັນ, ແມ່, ເດັກເກີດ ໃໝ່, ເດັກນ້ອຍ ແລະ ໄວໜຸ່ມ, ວຽກງານດັ່ງກ່າວ ໄດ້ຖືກຫັນຈາກ ນະໂຍບາຍໄປສູ່ການປະຕິບັດ ຕົວຈິງ, ຈາກຍຸດທະສາດລະດັບ ຊາດ ໄປສູ່ການຈັດຕັ້ງປະຕິບັດຂັ້ນ ແຂວງ, ຈາກສະຖາບັນຝຶກອົບຮົມ ໄປສູ່ສຸກສາລາ, ຈາກລະບົບການ ສະໜອງໄປສູ່ຫ້ອງໃຫ້ຄຳປຶກສາ ແລະ ຈາກໂຕະຂອງການນຳ ໄປສູ່ ຕຽງເກີດລູກຂອງແມ່ຍິງ. ຄວາມ ເຂັ້ມແຂງຂອງການເດີນທາງຄັ້ງນີ້, ແມ່ນຍ້ອນການບໍ່ຈຳກັດກອບການ ຊ່ວຍເຫລືອ ໃຫ້ມີພຽງແຕ່ວຽກ ດຽວ, ມີທີມງານດຽວ ຫລື ຢູ່ໃນ ລະດັບດຽວຂອງລະບົບເທົ່ານັ້ນ, ແຕ່ມັນອີງໃສ່ການນຳພາຂອງ ລັດຖະບານ, ການຊີ້ນຳທາງດ້ານວິ ຊາການ, ການລົງທຶນຢ່າງຕໍ່ເນື່ອງ ແລະ ທີ່ສຳຄັນແມ່ນຄວາມໄວ້ເນື້ອ ເຊື່ອໃຈຂອງປະຊາຊົນ. ເມື່ອເວລາ ຜ່ານໄປ, ໜຶ່ງໃນການຫັນປ່ຽນທີ່ ສຳຄັນທີ່ສຸດໃນ ສປປ ລາວ ແມ່ນ ການເຂົ້າໃຈຢ່າງແຈ່ມແຈ້ງວ່າ ການເຂົ້າເຖິງພຽງຢ່າງດຽວແມ່ນ ບໍ່ພຽງພໍ, ຖ້າມີນະໂຍບາຍການບໍລິ ການ ເມື່ອແມ່ຍິງມາຮອດສະຖານທີ່ ພໍສຸກ ກິນກັບອາຫານລາວປະເພດ ປົນ, ແຈ່ວ, ຊຸບ ເພາະໝາກລິນໄມ້ ຈະມີລົດຊາດຂົມ ຈຶ່ງໃຫ້ສັບພະຄຸນ ທາງຢາ ແລະ ມີປະໂຫຍດຕໍ່ຮ່າງ ກາຍດັ່ງນີ້: ຊ່ວຍຫລຸດຜ່ອນການເສື່ອມ ໂຊມຂອງແຊນຕ່າງໆໃນຮ່າງ ກາຍ, ຊ່ວຍຫລຸດຜ່ອນການເກີດ ຮ່ອງຮອຍກ່ອນໄວ, ຊ່ວຍບຳລຸງ ແລະ ຮັກສາສາຍຕາ, ເປັນຢາບຳ ລຸງທາດ, ຊ່ວຍຫລຸດຜ່ອນຄວາມ ສ່ຽງຂອງການເກີດພະຍາດມະ ເຮັງ, ໃຊ້ປຸງແຕ່ງຢາຮັກສາພະ ຍາດເບົາຫວານ, ຊ່ວຍໃນການ ຈະເລີນອາຫານໄດ້ດີ, ການຮັບປະ ທານຝັກເຜົາ ຫລື ຍອດອ່ອນຈະ ຊ່ວຍຫລຸດລະດັບ ຄໍເລສເຕີຣອນ (CIP l FTUFSP l) ໃນກະແສ ເລືອດ, ຊ່ວຍບຳລຸງເລືອດ ເພີ່ມ ການໄຫລວຽນຂອງເລືອດໄດ້ດີ, ການກິນຝັກອ່ອນຂອງໝາກລິນ ໄມ້ຈະຊ່ວຍໃຫ້ຮ່າງກາຍມີຄວາມ ອົບອຸ່ນ ແລະ ແກ້ຮ້ອນໃນ, ຊ່ວຍ ບັນເທົາອາການໄຂ້ ດ້ວຍການດື່ມ ນ້ຳຕົ້ມຈາກໃບຂອງລິນໄມ້, ຊ່ວຍ ບັນເທົາອາການໄອ ດ້ວຍການນໍາ ເອົາແກ່ນແກ່ປະມານເຄິ່ງກຳມືມາ ຕົ້ມໃສ່ນ້ຳ 300 ມີລີລິດ ດື່ມຄັ້ງລະ 1 ຈອກ ເຊົ້າ, ສວາຍ, ແລງ ຈົນ ກວ່າອາການຈະດີຂຶ້ນ, ຊ່ວຍບໍາລຸງ ກະເພາະ, ຕັບ ແລະ ປອດ, ຊ່ວຍ ແກ້ອາການເຈັບທ້ອງ ໂດຍການ ນໍາເອົາໃບມາຕົ້ມກັບນ້ຳເພື່ອດື່ມ, ຊ່ວຍຫລຸດອາການເຈັບຝີ ໂດຍ ການໃຊ້ເປືອກຈາກຕົ້ນມາຝົນແລ້ວ ທາອ້ອມຮອບບໍລິເວນທີ່ເປັນຝີ. ນອກຈາກນີ້, ໃຊ້ເປັນຢາແກ້ພິດໝາ ກັດ ໂດຍການນຳເປືອກຈາກຕົ້ນມາ ຕຳແລ້ວນຳມາໃສ່ບໍລິເວນທີ່ຖືກ ກັດ, ຊ່ວຍແກ້ອາການຄັນຕຸ່ມໝາກ ສຸກໝາກໃສ ໂດຍເອົາເປືອກຕົ້ນລິນ ໄມ້, ເປືອກຕົ້ນຄູນ ແລະ ຕົ້ນຊົມຊື່ນ ນຳມາຝົນໃສ່ນ້ຳ ເພື່ອທາບໍລິເວນ ທີ່ເປັນ ຈະຊ່ວຍໃຫ້ອາການດີໄວ ຂຶ້ນ, ແກ້ພະຍາດໄສ້ເລື່ອນ ໂດຍໃຊ້ ເປືອກຕົ້ນລິນໄມ້, ຮາກຕົ້ນຊົມຊື່ນ, ຫຍ້າຍຸງ ນຳມາຕຳໃຫ້ເຂົ້າກັນ ແລ້ວ ນຳໄປລະລາຍກັບນ້ຳມວກເຂົ້າທີ່ ໄດ້ຈາກການມ່າເຂົ້າ ໃຊ້ຂົນໄກ່ຈຸບ ແລ້ວນຳມາທາລູກອັນທະ ດ້ວຍ ການທາຂຶ້ນ, ຊ່ວຍຂັບໄລ່ນໍ້າຄາວ ປາ ແລະ ຊ່ວຍໃຫ້ມົດລູກເຂົ້າ ອູ່ໄວຂຶ້ນ, ເປືອກຂອງລໍາຕົ້ນສາ ມາດນໍາມາຍ້ອມສີຜ້າ ຈະໄດ້ຄືສີ ຂຽວອ່ອນ. ບໍລິການແລ້ວ ຜູ້ໃຫ້ບໍລິການພັດ ບໍ່ມີຄວາມພ້ອມຢ່າງເຕັມທີ່, ຖ້າ ສະຖານທີ່ບໍລິການທີ່ມີຢູ່ ຍັງຂາດ ອຸປະກອນ, ລະບົບການສົ່ງຕໍ່ ຫລື ມາດຕະຖານທີ່ຈຳເປັນ ໃນການຄຸ້ມ ຄອງພາວະແຊກຊ້ອນ ແລະ ມັນບໍ່ ພຽງພໍ ທີ່ຈະບອກໄວໜຸ່ມວ່າ ພວກ ເຮົາພ້ອມໃຫ້ບໍລິການ ແຕ່ພວກ ເຂົາຍັງຄົງຢ້ານກົວ ໃນການຖືກ ຕັດສິນ, ການປິດງຽບ ຫລື ຄວາມ ອັບອາຍ. ຄຳຖາມທີ່ຄວນຖືກເຈາະ ຈິ້ມ ບໍ່ແມ່ນພຽງແຕ່ມີການບໍລິການ ຫລື ບໍ່ມີ , ແຕ່ຄວນຕັ້ງຖາມວ່າ: ການບໍລິການນັ້ນ ມີຄຸນນະພາບ, ມີຄວາມເຄົາລົບ ແລະ ມີຄວາມໄວ້ ວາງໃຈ ຫລື ບໍ່ ເພື່ອສາມາດສົ່ງ ເສີມການບັນລຸຜົນໄດ້ຮັບດ້ານສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງພວກ ເຂົາ. ການຫັນປ່ຽນແນວຄວາມ ຄິດດັ່ງກ່າວ ຊ່ວຍສ້າງຄວາມເຂັ້ມ ແຂງທີ່ສຳຄັນທີ່ສຸດ ໃນບາງຂົງເຂດ ຂອງຂະແໜງສາທາລະນະສຸກ ໂດຍສະເພາະແມ່ນຂົງເຂດວຽກ ງານຜະດຸງຄັນ, ຄວາມພ້ອມຂອງ ສະຖານທີ່ບໍລິການ, ການວາງແຜນ ຄອບຄົວ ແລະ ການໃຫ້ຄຳປຶກສາ. ຂປລ. ໃນໄລຍະການສະເຫລີມ ສະຫລອງບຸນປີໃໝ່ລາວ ພສ 2569 ທີ່ຈະຈັດຂຶ້ນໃນວັນທີ 14-16 ເມສາ 2026 ນີ້, ແຫລ່ງທ່ອງທ່ຽວນໍ້າຕົກ ຕາດເຍືອງ ບ້ານຫລັກ 40 ເມືອງ ປາກຊ່ອງແຂວງຈໍາປາສັກມີຄວາມ ພ້ອມຮອບດ້ານໃນການຕ້ອນຮັບ ແຂກທີ່ມາທ່ອງທ່ຽວ. ທ່ານ ນາງ ສອນທິດາ ອຸນາພົມ ຜູ້ອໍານວຍການບໍລິສັດ ພັດທະນາ ແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໄດ້ໃຫ້ສຳພາດວ່າ: ບຸນປີໃໝ່ລາວ ພສ 2569 ທີ່ຈະຈັດຂຶ້ນໃນວັນທີ 14-16 ເມສາ 2026 ນີ້, ແຫລ່ງ ທ່ອງທ່ຽວນໍ້າຕົກຕາດເຍືອງພວກ ເຮົາ ຈະສືບຕໍ່ເອົາໃຈໃສ່ປັບປຸງຮ້ານ ຂາຍເຄື່ອງທີ່ລະນຶກ ເພື່ອບໍລິການ ແຂກຄົນທີ່ມາທ່ຽວຊົມ ຊຶ່ງເຄື່ອງທີ່ ລະນຶກຕ່າງໆທີ່ນໍາມາວາງສະແດງ ແລະ ຈໍາໜ່າຍຢູ່ຕາດເຍືອງ ສ່ວນ ໃຫຍ່ແມ່ນຜະລິດຕະພັນທີ່ຄົນລາວ ເຮົາຜະລິດເອງ ໂດຍສະເພາະແມ່ນ ຜະລິດຕະພັນຂອງປະຊາຊົນໃນ ທ້ອງຖິ່ນ ເພື່ອໃຫ້ປະຊາຊົນມີລາຍ ຮັບແກ່ຄອບຄົວ. ສ່ວນດ້ານບຸກຄະ ລາກອນ ກໍແມ່ນນໍາໃຊ້ລູກຫລານ ຂອງປະຊາຊົນໃນທ້ອງຖິ່ນ; ອາ ຫານ ກໍເນັ້ນໃສ່ອາຫານປອດສານ ພິດໂດຍນໍາໃຊ້ວັດຖຸດິບແລະພືດຜັກ ພາຍໃນທ້ອງຖິ່ນ ທີ່ແຫລ່ງທ່ອງ ທ່ຽວຕາດເຍືອງ ຊຸກຍູ້ສົ່ງເສີມໃຫ້ ປະຊາຊົນປູກ ເຊັ່ນ: ໝາກຊູ (ສະ ເວີ່), ຜັກອີ່ຄູ້, ໝາກຮຸ່ງ, ໝາກ ເລັ່ນ (ໝາກເຂືອສົ້ມ), ໝາກເຂືອ ຂົນ (ໝາກເຂືອເອິກ), ໜໍ່ໄມ້ ແລະ ອື່ນໆ ຊຶ່ງຮ້ານອາຫານພວກເຮົາ ຊື້ພືດຜັກທຸກຢ່າງທີ່ປະຊາຊົນປູກ ແລະ ເອົາມາຂາຍໃຫ້ໃນລາຄາທີ່ ສູງກວ່າຕະຫລາດ ເພື່ອປຸງແຕ່ງ ເປັນອາຫານ. ສໍາລັບອາຫານທີ່ບໍລິ ການຢູ່ແຫລ່ງທ່ອງທ່ຽວນໍ້າຕົກຕາດ ເຍືອງ ມີທັງອາຫານແບບລາວໆ, ອາຫານໄທ ແລະ ອາຫານຝຣັ່ງ. ໃນນັ້ນ ອາຫານທີ່ເປັນເອກະລັກ ສະເພາະແມ່ນແກງໜໍ່ໄມ້, ຕໍາໝາກ ຮຸ່ງ, ປີ້ງຊີ້ນໝູໝັກເຂົ້າກໍ່າ, ປີ້ງໄກ່ ລາດທາປາແດກ, ປີ້ງຊີ້ນແຫ້ງ ແລະ ແຈ່ວຜັກອີ່ຄູ້. ນອກນີ້ ກໍມີອາຫານ ຕາມສັ່ງ, ມີລາບ, ກ້ອຍ, ຕົ້ມຄົບ ຊຸດ, ຮ້ານອາຫານ ກໍກວ້າງຂວາງ ສາມາດຮອງຮັບແຂກ ໄດ້ 300 ຄົນ ແລະ ການບໍລິການກໍມີຄວາມ ວ່ອງໄວ. ທ່ານຜູ້ອໍານວຍການບໍລິສັດ ພັດ ທະນາແຫລ່ງທ່ອງທ່ຽວນໍ້າຕົກ ຕາດເຍືອງ ກ່າວຕື່ມວ່າ: ໂດຍລວມ ແລ້ວ ແຫລ່ງທ່ອງທ່ຽວນໍ້າຕົກຕາດ ເຍືອງ ມີຄວາມພ້ອມຮອບດ້ານໃນ ການຕ້ອນຮັບແຂກຄົນທີ່ເຂົ້າມາ ທ່ອງທ່ຽວ ໂດຍສະເພາະແມ່ນໃນ ໄຍລະປີໃໝ່ລາວ. ນໍ້າຕົກຕາດເຍືອງ ເປັນແຫລ່ງ ທ່ອງທ່ຽວທໍາມະຊາດ ອີກແຫ່ງ ໜຶ່ງທີ່ນອນຢູ່ໃນລາຍການນໍາທ່ຽວ ຂອງແຂວງຈໍາປາສັກ, ຕັ້ງຢູ່ບ້ານ ຫລັກ 40 ເມືອງປາກຊ່ອງ ຫ່າງ ຈາກເສັ້ນທາງເລກທີ 16 ປະມານ 800 ແມັດ, ເປັນແຫລ່ງທ່ອງທ່ຽວ ທໍາມະຊາດສີຂຽວ, ສະອາດ, ສວຍ ງາມ ຊຶ່ງພັດທະນາຕິດພັນກັບການ ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ຂອງປະຊາຊົນໃນທ້ອງຖິ່ນ, ເຮັດໃຫ້ ປະຊາຊົນມີວຽກເຮັດງານທໍາ ແລະ ມີລາຍຮັບແກ່ຄອບຄົວ. ໃນປີ2024 ຜ່ານມາ, ແຫລ່ງທ່ອງທ່ຽວນໍ້າຕົກ ຕາດເຍືອງ ໄດ້ຮັບລາງວັນການ ທ່ອງທ່ຽວແບບຍືນຍົງອາຊຽນປະ ເພດລາງວັນອາຫານຄຸນນະພາບ ມາດຕະຖານອາຊຽນ. ສາເຫດທີ່ ໄດ້ຮັບລາງວັນດັ່ງກ່າວ ຍ້ອນວ່າ ຜູ້ພັດທະນາແຫລ່ງທ່ອງທ່ຽວນໍ້າ ຕົກຕາດເຍືອງ ເອົາໃຈໃສ່ຜະລິດ, ປຸງແຕ່ງ ແລະ ບໍລິການອາຫານ ສົກປີ 2019-2021, ຄັ້ງທີ 2 ໄດ້ ຮັບໃນສົກປີ 2022-2024 ແລະ ຄັ້ງທີ 3 ໃນສົກປີ 2025-2027; ໄດ້ຮັບລາງວັນ ຜູ້ພັດທະນາແຫລ່ງ ທ່ອງທ່ຽວດີເດັ່ນ ແລະ ຍືນຍົງ ຂອງ ສປປ ລາວ ປະຈຳປີ 2019; ລາງວັນ ນັກທຸລະກິດຍິງ ອາຊຽນ ດີເດັ່ນແຫ່ງ ສປປ ລາວ ປະຈຳປີ 2021 ປະເພດທຸລະກິດຂະໜາດ ນ້ອຍ - ຂະໜາດກາງ ລາງວັນດ້ານ ການຈ້າງງານດີເດັ່ນ ແລະ ລາງວັນ ການທ່ອງທ່ຽວແບບຍືນຍົງອາ ຊຽນ ປະຈຳປີ 2022. ທີ່ສະອາດ, ໃຊ້ວັດຖຸດິບທີ່ສົດ-ໃໝ່ ທຸກມື້, ພືດຜັກ ແລະ ອື່ນໆ ແມ່ນ ໄດ້ຈາກຊາວສວນທີ່ປູກແບບປອດ ສານພິດ. ຄຽງຄູ່ກັນນັ້ນ, ກໍຕິດ ພັນກັບການອຸນະລັກ ແລະ ປົກປັກ ຮັກສາສິ່ງແວດລ້ອມ ເພື່ອໃຫ້ເປັນ ແຫລ່ງທ່ອງທ່ຽວນໍ້າຕົກຕາດ ທີ່ມີ ທໍາມະຊາດສີຂຽວ, ອາຫານສະ ອາດ, ແຊບ ແລະ ບໍລິການດີ. ນອກ ນີ້, ແຫລ່ງທ່ອງທ່ຽວນໍ້າຕົກຕາດ ເຍືອງ ຍັງໄດ້ຮັບລາງວັນຫ້ອງນໍ້າ ສາທາລະນະສະອາດອາຊຽນ ຈໍາ ນວນ 3 ຄັ້ງຄື: ຄັ້ງທີ 1 ໄດ້ຮັບໃນ

RkJQdWJsaXNoZXIy MTc3MTYxMQ==