7256.1

gsfdko{dkora fmtok xtgmf]k; 4 17/04/2026 [= ]y la f g[p]k; 9eda f ,u 7;k,rkdr6 ,.9.odko,u lj ;oIj ;, grn j vlh k'la '7q ,mu j xvfwr ຂປລ. ບໍລິສັດ ເບຍລາວ ຈຳກັດ ມີຄວາມພາກພູມໃຈໃນການມີສ່ວນ ຮ່ວມ ເພື່ອສ້າງສັງຄົມທີ່ປອດໄພ ໂດຍການສະໜັບສະໜູນງານ “ເປີດສັບປະດາແຫ່ງຊາດ ດ້ານ ຄວາມປອດໄພທາງຫລວງ ປະຈຳ ປີ 2026” ຈັດຂຶ້ນໃນວັນທີ 4 ເມສາ 2026 ທີ່ຜ່ານມາ ຢູ່ສວນປະຕູໄຊ ນະຄອນຫລວງວຽງຈັນ ເຊິ່ງກິດຈະ ກໍາດັ່ງກ່າວ ຈັດຂຶ້ນພາຍໃຕ້ຄໍາຂວັນ “ດື່ມຢ່າງມີສະຕິ ເມົາບໍ່ຂັບລົດ” ໂດຍການເຂົ້າຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາ ທິການ ແລະ ຂົນສົ່ງ, ທ່ານ ສີລິລາດ ທົງສິນ ທອງເພັງ ປະທານຄະນະ ກຳມະການປົກຄອງນະຄອນຫລວງ ວຽງຈັນ, ມີຮອງລັດຖະມົນຕີ, ບັນ ດາການນໍາທຸກຂັ້ນທັງສູນກາງແລະ ອົງການປົກຄອງນະຄອນຫລວງ ວຽງຈັນ, ພາກທຸລະກິດ ທີ່ກ່ຽວ ຂ້ອງ, ນັກຮຽນ-ນັກສຶກສາ ແລະ ສື່ ມວນຊົນເຂົ້າຮ່ວມ. ກິດຈະກຳໃນຄັ້ງນີ້, ມີເປົ້າໝາຍ ສໍາຄັນໃນການຍົກລະດັບຈິດສໍາ ນຶກຂອງປະຊາຊົນໃຫ້ຂັບຂີ່ຢ່າງ ປອດໄພ, ຫລຸດຜ່ອນອຸບັດເຫດ ແລະ ສົ່ງເສີມໃຫ້ “ເມົາບໍ່ຂັບ” ເພື່ອປັບ ປ່ຽນພຶດຕິກໍາໃຫ້ກາຍເປັນວັດທະ ນະທຳໃໝ່ໃນການໃຊ້ລົດໃຊ້ຖະໜົນ ຄຽງຄູ່ກັບການສົ່ງເສີມການນໍາໃຊ້ ພາຫະນະໄຟຟ້າ (&7) ແລະ ຂົນ ສົ່ງສາທາລະນະ ເພື່ອຄວາມປອດໄພ ແລະ ຫລຸດຜ່ອນບັນຫາມົນລະພິດ ດ້ານສິ່ງແວດລ້ອມ. ແນວໃດກໍດີ, ການສະໜັບສະໜູນ ໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງວິໄສ ທັດຂອງບໍລິສັດ ເບຍລາວ ຈຳກັດ ໃນການເປັນສ່ວນໜຶ່ງ ໃນການພັດ ທະນາສັງຄົມຢ່າງຍືນຍົງ ແລະ ການ ມີສ່ວນຮ່ວມກັບທຸກພາກສ່ວນເພື່ອ ຂັບເຄື່ອນວັດທະນະທຳຄວາມປອດ ໄພລະດັບປະເທດ. ສຳລັບພາຍໃນອົງກອນ, ບໍລິສັດ ເບຍລາວ ຈຳກັດ ໄດ້ດໍາເນີນນະໂຍ ບາຍ “ຫລຸດຜ່ອນອຸບັດເຫດໃຫ້ເປັນ 0 (;&30 ADDiEFnUT CulUuSF)” ເຊິ່ງເປັນໜຶ່ງໃນເປົ້າໝາຍ ຫລັກຂອງກຸ່ມບໍລິສັດ CaSlTCFSg GSPuQ, ນະໂຍບາຍດັ່ງກ່າວໄດ້ດຳ ເນີນມາຢ່າງຕໍ່ເນື່ອງຕັ້ງແຕ່ປີ 2015 ໂດຍມີການສື່ສານ, ຈັດກິດຈະກຳ ຝຶກອົບຮົມແລະ ກໍານົດມາດຕະການ ຄວາມປອດໄພຢ່າງຊັດເຈນ ແລະ ເຂັ້ມງວດ, ເພື່ອສ້າງຈິດສໍານຶກ ແລະ ວັດທະນະທໍາຄວາມປອດໄພ ໃຫ້ແກ່ ພະນັກງານ ແລະ ບັນດາຫົວໜ່ວຍ ທຸລະກິດທີ່ປິ່ນອ້ອມ. ເຖິງແນວໃດກໍຕາມ, ການມີສ່ວນ ຮ່ວມໃນຄັ້ງນີ້ ຈຶ່ງເປັນການຕໍ່ຍອດ ຄວາມມຸ່ງໝັ້ນຂອງ ບໍລິສັດ ເບຍ ລາວ ຈຳກັດ ໃນການຮ່ວມສ້າງສັງ ຄົມທີ່ “ປອດໄພ ແລະ ຍືນຍົງ” ໃຫ້ ແກ່ສັງຄົມ.

RkJQdWJsaXNoZXIy MTc3MTYxMQ==