7256.1

-k;|5 j ,9q j 'gxa ofa j 'oq dvy o-u mu j [+ s;a j odq ;8+ rkp5 ]q ,cf' 9q j 'dkpgxa oly ow-csj 'p5 dltw\ 17/04/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ]q fw23fplkolkdq o]k;{9u o lqj 'z6h 3fplko 0h k,cfoltlq ,s]kpd;j k 800.000 gmnj v7q o ໂດຍ: ກິດຕາ [= ]y la f lt,= ][u wfh [= ]y dkogda [,h Po 0U gspN v4h P;ry glf w]pt[5 oxu .\j ]k; ບົດສະເໜີ (ເນ່ືອງໃນໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ວັນທີ 14 4 1955-14 4 2026) ຂປລ. ຕະຫລອດໄລຍະ 71 ປີ ພາຍໃຕ້ຮົ່ມທຸງຂອງພັກ. ພາຍຫລັງ ທີ່ພັກປະຊາຊົນ ປະຕິວັດລາວ ສ້າງ ຕັ້ງຂຶ້ນໃນວັນທີ 22 ມີນາ 1955 ບໍ່ ພໍເທົ່າໃດວັນ, ຍ້ອນວ່າພັກເຫັນໄດ້ ເຖິງຄວາມສໍາຄັນ ອົງການຈັດຕັ້ງ ຊາວໜຸ່ມກໍຄືກໍາລັງຊາວໜຸ່ມຢູ່ໃນ ທຸກຂົງເຂດວຽກງານ ເພິ່ນຈຶ່ງສ້າງ ຕັ້ງຄະນະຊາວໜຸ່ມຂຶ້ນ, ໃນເມື່ອ ກ່ອນເອີ້ນວ່າ ຊາວໜຸ່ມຕະລຸມບອນ ເຊິ່ງສ້າງຕັ້ງຂື້ນໃນວັນທີ 14 ເມສາ 1955 ຊາວໜຸ່ມຮຸ່ນກ່ອນໄດ້ມີ ຜົນງານການຕໍ່ສູ້ຢ່າງອົງອາດກ້າ ຫານ, ມີນ້ຳໃຈຮັກຊາດອັນດູດ ດື່ມ, ເສຍສະລະເລືອດເນື້ອ ເພື່ອ ປະເທດຊາດ, ຊາວໜຸ່ມລາວຍາມ ໃດກໍໄດ້ຕໍ່ສູ້ຄຽງບ່າຄຽງໄຫລ່ ໃກ້ຊິດຕິດແທດກັບພັກປະຊາຊົນ ປະຕິວັດລາວ ເພື່ອເປັນກຳລັງແກ່ນ ສານໃນການຕໍ່ສູ້ກູ້ຊາດ ຈົນໄດ້ຮັບ ໄຊຊະນະ ເປັນກ້າວໆມາ ແລະ ສາ ມາດສະຖາປານາ ສປປ ລາວ ໃນ ວັນທີ 2 ທັນວາ ປິ 1975, ຈາກນັ້ນ ມາອົງການຈັດຕັ້ງຊາວໜຸ່ມແຕ່ລະ ຂັ້ນໄດ້ມີຄວາມເຕີບໃຫຍ່ ເຂັ້ມແຂງ ເປັນກຳລັງແຮງສັງລວມໃຫ້ແກ່ທຸກ ຂະບວນການ, ຄະນະຊາວໜຸ່ມແມ່ນ ສັງຄົມນິຍົມ. ຕະຫລອດໄລຍະຜ່ານ ມາ ຊາວໜຸ່ມປະຊາຊົນ ປະຕິວັດ ລາວ ມີບົດບາດສໍາຄັນໃນທຸກພາລະ ກິດຂອງຊາດ ແລະ ມີບົດບາດໃນ ການຕັດສິນທຸກໄຊຊະນະ ຂອງການ ປະຕິວັດຊາດ ດ້ວຍມູນເຊື້ອນໍ້າໃຈ ຮັກເຊື້ອແພງຊາດອັນດູດດື່ມ ມີວັດ ທະນະທໍາອັນດີງາມ ແລະ ມີຄວາມ ເສຍສະລະອັນສູງສົ່ງໃນການປະ ກອບສ່ວນໃນພາລະກໍາປະຫວັດ ສາດ ແລະ ເຮັດສໍາເລັດໜ້າທີ່ຂອງ ການປະຕິວັດ ປະຊາທິປະໄຕ. ໃນສະພາບປັດຈຸບັນທີ່ມີຄວາມ ຫຍຸ້ງຍາກ ທາງດ້ານເສດຖະກິດ, ສັງຄົມ ຫລື ໄພທາງທຳມະຊາດ ຕ່າງໆ ໄດ້ກະທົບຕໍ່ການສ້າງສາ ພັດທະນາປະເທດຊາດ, ສະນັ້ນ ຊາວໜຸ່ມລາວ ຜູ້ທີ່ກຳລັງວັງຊາ ເຂັ້ມແຂງ, ມີສະຕິປັນຍາອັນແຫລມ ຄົມ ແລະ ເປັນກຳລັງແຮງຂອງ ພັກ, ຂອງຊາດ ຍິ່ງຕ້ອງໄດ້ເພີ່ມ ທະວີຄວາມຮັບຜິດຊອບຂອງຕົນ ເຂົ້າໃນທຸກຂົງເຂດວຽກງານທີ່ໄດ້ ຮັບມອບໝາຍໃຫ້ມີຜົນສຳເລັດຢ່າງ ຕັ້ງໜ້າ ໃຫ້ສົມກັບວ່າ ຊາວໜຸ່ມ ເປັນຜູ້ສືບທອດທີ່ຈົງຮັກພັກດີຂອງ ປະເທດຊາດ. ແນວໃດກໍດີ, ເພື່ອເຮັດ ສຳເລັດໜ້າທີ່ອັນມີກຽດສະຫງ່າ ນັ້ນ ຄະນະບໍລິຫານງານຊາວໜຸ່ມ ທຸກຂັ້ນ, ສະມາຊິກຊາວໜຸ່ມທຸກ ສະຫາຍ ຕ້ອງເອົາໃຈໃສ່ສຸດຂີດໃນ ການປົກປັກຮັກສາໝາກຜົນຂອງ ການປະຕິວັດ, ສືບທອດມູນເຊື້ອ ອັນດີງາມຂອງຊາດ ແລະ ຂອງ ຊາວໜຸ່ມ; ຕັ້ງໜ້າສຶກສາອົບຮົມ ພະນັກງານຊາວໜຸ່ມ, ສະມາຊິກ ຊາວໜຸ່ມ ໃຫ້ມີຄຸນທາດການເມືອງ ໜັກແໜ້ນ,ນ້ຳໃຈຮັກຊາດອັນດູດ ດື່ມ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ມີຄວາມກະຕັນຍູກະຕະເວທີຕໍ່ຜູ້ມີ ຜົນງານຄວາມດີ, ມີຄວາມກະຕື ລືລົ້ນໃນການສະແຫວງຫາຄວາມ ກ້າວໜ້າ ແລະ ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ; ເປັນເຈົ້າການໃນ ການເຕົ້າໂຮມຄວາມສາມັກຄີ, ປຸກ ລະດົມຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ; ພ້ອມນີ້ ຄະນະພັກ, ອົງການປົກຄອງ, ອົງ ການແນວລາວສ້າງຊາດ ແລະ ອົງ ການຈັດຕັ້ງມະຫາຊົນທຸກຂັ້ນ ຕ້ອງ ສືບຕໍ່ເພີ່ມທະວີໃນການສຶກສາອົບ ຮົມ, ບຳລຸງສ້າງ ແລະ ສ້າງເງື່ອນ ໄຂເອື້ອອຳນວຍໃນການເຄື່ອນ ໄຫວພັດທະນາ ແລະ ປົກປ້ອງສິດ ຜົນປະໂຫຍດອັນຊອບທຳຂອງ ຊາວໜຸ່ມ-ເຍົາວະຊົນລາວບັນດາ ເຜົ່າ; ຄະນະຊາວໜຸ່ມປະຊາຊົນປະ ຕິວັດລາວແຕ່ລະຂັ້ນ ຕ້ອງເອົາໃຈ ໃສ່ປັບປຸງການຈັດຕັ້ງຂອງຕົນໃຫ້ ມີຄວາມໜັກແໜ້ນເຂັ້ມແຂງທາງ ດ້ານປະລິມານ ແລະ ຄຸນນະພາບ, ຂະຫຍາຍສະມາຊິກໃຫ້ກວ້າງ ຂວາງ; ຍົກສູງຄວາມຮູ້ຄວາມ ສາມາດ, ຫົວຄິດປະດິດສ້າງທາງ ດ້ານວິທະຍາສາດ-ເຕັກໂນໂລຊີ, ປົກປ້ອງສິດຜົນປະໂຫຍດອັນຊອບ ທຳ, ຕ້ານ ແລະ ສະກັດກັ້ນປະກົດ ການຫຍໍ້ທໍ້ຂອງຊາວໜຸ່ມ-ເຍົາວະ ຊົນ; ອອກແຮງແຂ່ງຂັນສ້າງຂະ ບວນການຂອງຊາວໜຸ່ມ-ເຍົາວະ ຊົນ ໃຫ້ມີຄວາມຟົດຟື້ນ, ຫ້າວຫັນ. ຂປລ. ເພື່ອຮັບປະກັນຄວາມ ສະອາດ ແລະ ຄວາມເປັນລະບຽບ ຮຽບຮ້ອຍ ໃນນະຄອນຫລວງວຽງ ຈັນ ໃນໄລຍະສະເຫລີມສະຫລອງ ບຸນປີໃໝ່ລາວ ປະຈຳປີ 2026 ນີ້, ຜູ້ປະກອບການບໍລິການເກັບມ້ຽນ ຂີ້ເຫຍື້ອ ກໍຄື ບໍລິສັດ ສະມໍລບີ ໄດ້ ບໍລິການເກັບມ້ຽນຂີ້ເຫຍື້ອຖ້ຽວ ພິເສດ ເພື່ອຮອງຮັບປະລິມານຂອງ ຂີ້ເຫຍື້ອທີ່ຈະເພິ່ມຂຶ້ນ. ຂປລ. ວັນທີ 12 ເມສາ 2026, ລົດໄຟໂດຍສານສາກົນລາວ-ຈີນ ໄດ້ດຳເນີນການບໍລິການຄົບຮອບ 3 ປີ. ໃນໄລຍະ 3 ປີຜ່ານມາ, ລົດໄຟໂດຍສານສາກົນລາວ-ຈີນ ໄດ້ເປີດໃຫ້ບໍລິການຫລາຍກວ່າ 3.190 ຂະບວນ, ສົ່ງຜູ້ໂດຍສານ ຂ້າມແດນທີ່ມາຈາກ 120 ກວ່າ ປະເທດ ແລະ ເຂດແຄ້ວນ ລວມ ຫລາຍກວ່າ 800.000 ເທື່ອຄົນ. ຕາມເສັ້ນທາງລົດໄຟລາວ-ຈີນ ໄດ້ເຊື່ອມຕໍ່ບັນດາເມືອງທ່ອງທ່ຽວ ທີ່ນິຍົມ ເປັນຕົ້ນ ນະຄອນຄຸນໝິງ, ສິບສອງພັນນາ, ຫລວງພະບາງ, ນະຄອນຫລວງວຽງຈັນແລະອື່ນໆ, ມີສະຖານທີ່ທ່ອງທ່ຽວຫລາຍກວ່າ 560 ແຫ່ງ, ຖືເປັນເສັ້ນທາງຄຳ ສຳລັບການທ່ອງທ່ຽວຂ້າມແດນ. ໃນວັນທີ 13 ເມສາ 2023, ລົດໄຟ ໂດຍສານສາກົນລາວ-ຈີນ ໄດ້ເລີ່ມ ດຳເນີນການ, ກາຍເປັນທາງເລືອກ ອັນດັບຕົ້ນໆສຳລັບການເດີນທາງ ຂ້າມແດນຂອງຜູ້ໂດຍສານລາວ ແລະຈີນ. ຕະຫລອດໄລຍະ3ປີ, ລົດ ໄຟໂດຍສານສາກົນລາວ-ຈີນ ໄດ້ຊຸກ ຍູ້ໃຫ້ການບໍລິໂພກຂະແໜງທຸລະ ກິດສະຖານທີ່ທ່ອງທ່ຽວ, ໂຮງ ແຮມ, ຮ້ານອາຫານ ຕາມເສັ້ນທາງ ເພີ່ມຂຶ້ນຫລາຍກວ່າ 35 , ສ້າງ ເປັນວົງເສດຖະກິດການທ່ອງທ່ຽວ ຂ້າມແດນທີ່ມີເອກະລັກສະເພາະ. ປັດຈຸບັນ, ເສັ້ນທາງລະຫວ່າງ ນະຄອນຄຸນໝິງ ແລະ ນະຄອນ ຫລວງວຽງຈັນ ໄດ້ເປີດໃຫ້ບໍລິການ ລົດໄຟໂດຍສານສາກົນ 4 ຂະບວນ ຕໍ່ມື້, ບ່ອນນັ່ງສຳລັບຜູ້ໂດຍສານ ຂ້າມແດນໃນແຕ່ລະຂະບວນ ໄດ້ ເພີ່ມຂຶ້ນຈາກ 250 ບ່ອນນັ່ງ ໃນໄລ ຍະເລີ່ມເປີດດຳເນີນການ ມາເປັນ 420 ບ່ອນນັ່ງ. ເວລາແລ່ນລົດໄຟ ຈາກນະຄອນຄຸນໝິງ ຫາ ນະຄອນ ຫລວງວຽງຈັນ ໄດ້ຖືກຫລຸດລົງ ເຫລືອ 9 ຊົ່ວໂມງ 36 ນາທີ, ເວ ລາຜ່ານດ່ານລົດໄຟແບບເກົ່າ (ທໍາ ມະດາ) ໄດ້ຖືກຫລຸດລົງເຫລືອ ປະມານ 50 ນາທີ. ໃນໄຕມາດທຳ ອິດຂອງປີນີ້, ລົດໄຟໂດຍສານ ສາກົນ ໄດ້ສົ່ງຜູ້ໂດຍສານຂ້າມ ແດນ 112.000 ເທື່ອຄົນ, ເພີ່ມຂຶ້ນ 32,4 ເມື່ອທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາ, ຈຳນວນຜູ້ ໂດຍສານຂ້າມແດນສະເລ່ຍຕໍ່ມື້ ເພີ່ມຂຶ້ນ 3 ເທົ່າ ເມື່ອທຽບໃສ່ປີ 2023. ທ່ານຜູ້ຕາງໜ້າຮັບຜິດຊອບ ວຽກງານບຳລຸງຮັກສາສະຖານີ ລົດໄຟລາວ-ຈີນ ຂອງກຸ່ມບໍລິສັດ ກໍ່ສ້າງທາງລົດໄຟຈີນ ກ່າວວ່າ “ພວກເຮົາໄດ້ເອົາໃຈໃສ່ເຮັດການ ບຳລຸງຮັກສາ ແລະ ດຳເນີນງານ ສະຖານີລົດໄຟຢ່າງດີທີ່ສຸດ, ເພື່ອ ມອບປະສົບການການເດີນທາງທີ່ ດີທີ່ສຸດໃຫ້ແກ່ຜູ້ໂດຍສານ. ພະແນກການລົດໄຟຂອງສອງ ປະເທດ ລາວ ແລະ ຈີນ ໄດ້ສືບຕໍ່ປັບ ປຸງການບໍລິການຕາມສະຖານີ ແລະ ໃນຂະບວນລົດໄຟ, ບັນດາສະຖານີ ແລະ ຂະບວນລົດໄຟຕາມເສັ້ນທາງ ໄດ້ຕິດຕັ້ງອຸປະກອນແປພາສາ ຫລາຍພາສາ, ມີການປະກາດ ແລະ ບໍລິການນຳທາງເປັນພາສາຈີນ, ພາສາລາວ, ພາສາອັງກິດ, ພ້ອມ ທັງເພີ່ມສິ່ງອຳນວຍຄວາມສະດວກ ເຊັ່ນ: ເຄື່ອງວັດຄວາມດັນເລືອດ ແລະ ອື່ນໆ. ທ່ານ ນາງ ດີນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະ ຫລາດ ຂອງບໍລິສັດ ສະມໍລບີ ທີ່ປຶກ ສາດ້ານການລົງທຶນ ຈຳກັດ ໄດ້ ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ໄລຍະ ສະເຫລີມສະຫລອງບຸນປີໃໝ່ລາວ ປະຈຳປີ 2026 ລະຫວ່າງວັນທີ 14-16 ເມສາ 2026 ນີ້, ບໍລິສັດ ສະມໍລບີ (ໃຫ້ບໍລິການເກັບມ້ຽນ ຂີ້ເຫຍື້ອ) ຈະຫລຸດຜ່ອນຈຳນວນ ຖ້ຽວລົດເກັບມ້ຽນຂີ້ເຫຍື້ອບາງພື້ນ ທີ່ຢູ່ເມືອງໄຊທານີ (ເຂດນອກ) ແລະ ບາງບ້ານ ຢູ່ເມືອງຈັນທະບູລີ, ແຕ່ຈະໃຫ້ບໍລິການຖ້ຽວລົດເກັບ ມ້ຽນຂີ້ເຫຍື້ອພິເສດ (ເກັບຄ່າບໍລິ ການ) ຖ້າຫາກຫົວໜ່ວຍທຸລະກິດ, ຜູ້ປະກອບການ ຫລື ຄົວເຮືອນໃດ ທີ່ມີຄວາມຕ້ອງການຢາກເກັບມ້ຽນ ຂີ້ເຫຍື້ອ ທີ່ມີຈຳນວນເພີ່ມຂຶ້ນກວ່າ ປົກກະຕິ ສາມາດຕິດຕໍ່ສາຍດ່ວນ 1436ຫລືເບີໂທ02054158513 ເພື່ອໃຫ້ບໍລິສັດມາເກັບຂີ້ເຫຍື້ອຕາມ ທີ່ຕ້ອງການ. ຢ່າງໃດກໍຕາມ, ພາຍ ຫລັງເທສະການປີໃໝ່ລາວ, ທາງ ບໍລິສັດຈະເພີ່ມຖ້ຽວລົດ ແລະ ເພີ່ມ ທີມເກັບຂີ້ເຫຍື້ອ ເພື່ອສຸມໃສ່ເກັບ ມ້ຽນຂີ້ເຫຍື້ອ ທີ່ຕົກຄ້າງທັງໝົດໃຫ້ ສຳເລັດໂດຍໄວ. ໂອກາດນີ້, ທ່ານ ນາງ ດີນ້າ ສົມສະໝຸດ ຍັງຍົກໃຫ້ເຫັນຂໍ້ສະ ດວກ ແລະ ຂໍ້ຫຍຸ້ງຍາກ ໃນການ ບໍລິການເກັບມ້ຽນຂີ້ເຫຍື້ອ ໄລຍະ ເທສະການປີໃໝ່ລາວ ຊຶ່ງອາດຈະ ເກີດຄວາມສ່ຽງ ຕໍ່ການເກີດອຸບັດ ເຫດໃນຂະນະທີ່ເກັບມ້ຽນຂີ້ເຫຍື້ອ. ສະນັ້ນ, ການຫລຸດຜ່ອນຖ້ຽວບໍລິ ການດັ່ງກ່າວ ກໍເພື່ອແນໃສ່ຄວາມ ປອດໄພຂອງພະນັກງານ ຊຶ່ງຖືເປັນ ຫລັກການສໍາຄັນ ໃນການບໍລິຫານ ຈັດການວຽກບໍລິການສາທາລະນະ ຕາມມາດຕະຖານຄວາມປອດໄພ ແລະ ຫລີກລ່ຽງບັນຫາການຈະ ລາຈອນແອອັດ. ພ້ອມທັງສະແດງ ຄວາມຫວັງວ່າ ສັງຄົມຈະເຂົ້າໃຈ ເຖິງຄວາມຈຳເປັນ ໃນການປັບ ແຜນດຳເນີນງານຊົ່ວຄາວຄັ້ງນີ້, ເພື່ອຄວາມປອດໄພຂອງທຸກພາກ ສ່ວນ ແລະ ເພື່ອຮ່ວມກັນພັດທະນາ ການບໍລິຫານຈັດການຂີ້ເຫຍື້ອ ໃນນະຄອນຫລວງວຽງຈັນ ໃຫ້ມີ ຄວາມສະອາດ ແລະ ຍືນຍົງຕະ ຫລອດໄປ. ໄດ້ຜ່ານຂະບວນວິວັດແຫ່ງການຕໍ່ສູ້ ຢ່າງອົງອາດກ້າຫານມີໄຊມາເຖິງ ປັດຈຸບັນ ດັ່ງ ປະທານ ໄກສອນ ພົມວິຫານ ໄດ້ໃຫ້ສາຍານາມຊາວ ໜຸ່ມ ວ່າ: “ຊາວໜຸ່ມຈົ່ງເປັນດັ່ງນົກ ອິນຊີທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊແຫ່ງຍຸກສະ ໄໝ ຂອງພວກເຮົາ” ແລະ ໄດ້ປະຕິ ບັດຄໍາຂວັນຊາວໜຸ່ມ ທີ່ວ່າ: “ບ່ອນ ໃດຍາກຊາວໜຸ່ມບຸກບ່ອນໃດທຸກ ຊາວໜຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງ ການ ຊາວໜຸ່ມຂານອາສາ”. ພັກປະຊາຊົນປະຕິວັດລາວ ໄດ້ ຂະໜານນາມຊາວໜຸ່ມວ່າ: ເປັນ ແຂນຂວາຂອງພັກ, ເປັນກະດູກສັນ ຫລັງຂອງປະເທດຊາດ, ເປັນຜູ້ສືບ ທອດທີ່ຈົງຮັກພັກດີຂອງປະເທດ ຊາດ, ມູນເຊື້ອ ແລະ ວິລະກໍາຂອງ ຊາດ ຊຶ່ງສາມາດຕອບສະໜອງໄດ້ ຄວາມຮຽກຮ້ອງຕ້ອງການຂອງ ພັກ, ຂອງປະເທດຊາດແລະ ເຮັດສໍາ ເລັດພາລະກໍາຂອງຕົນຄື: ປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ໃຫ້ກ້າວເດີນຕາມເສັ້ນທາງ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==