7184

ຂ ປ ລ . ເ ມື່ ອ ບໍ່ ດົ ນ ມ າ ນີ້ , ໂຮງຮຽນ ມສ ວຽງຈັນ ໄດ້ຈັດຕັ້ງ ເຜີຍແຜ່ຄວາມຮັບຮູ້ ແລະ ຄວາມ ເຂົ້າໃຈກ່ຽວກັບໂຄງການຂົນສົ່ງ ແບບຍືນຍົງໃນຕົວເມືອງນະຄອນ ຫລວງວຽງຈັນ (ນວ) ໃຫ້ນ້ອງ ນັກຮຽນພາຍໃນໂຮງຮຽນດັ່ງກ່າວ ໂດຍການເຜີຍແຜ່ຂອງທ່ານ ຄໍາພັນ ວັນທະນາ ຫົວໜ້າໂຄງການຂົນສົ່ງ ແບບຍືນຍົງໃນຕົວເມືອງ ນວ, ມີ ຄະນະອໍານວຍການໂຮງຮຽນ, ຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ. ໂອກາດນີ້,ທ່ານຄໍາພັນວັນທະນາ ໃຫ້ຮູ້ວ່າ: ລົດເມດ່ວນ BRT ແມ່ນ ລະບົບລົດເມທີ່ສາມາດບໍລິການຢ່າງ ມີປະສິດທິພາບດ້ວຍຄວາມວ່ອງໄວ ແລະ ຄຸນນະພາບດີພ້ອມມີລາຄາຄ່າ ໂດຍສານຕໍ່າ ຊຶ່ງມີຊ່ອງຈະລາຈອນ ສະເພາະສຳລັບລົດເມດ່ວນ, ມີດອນ ກາງລະຫວ່າງຊ່ອງຈະລາຈອນ, w0dv'xt-5 ,7q [7tot7A 'mu 12 ltw\mu XI lts]5 [;Pd'ko7totde,tdko 75h ,7v'vy og8u goa fcsj '-kf xt9exu 2025 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 29.12.2025 ປີທີ 24 ສະບັບທີ 6.344 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 dv'xt-5 ,lk,a oxt9exu 7A 'mu XXXIV ]ts;j k'7totz6h cmo-kpcfo ]k;{s;Pfok, gruj ,7;k,I6h .sh oh v'oa dIPo dj P;da [37'dko0q olqj 'c[[pn opq '.o8q ;g,n v' 3m]tg]dltcf'7;k,gsa o.9 xy fdv'xt-5 ,lk,a o7q [7tot de,tdko lo- 7A 'mu 5 ltw\mu XI dt-;' v7 xk4tdt4k;a o-kf c]t ;a ogdu fxtmko wdlvo rq ,;y sko ,v[{Ia [.[8k8A '7tot[= ]y sko'ko xt9edkol6 odk' vrl ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ( ປະທານກອງປະຊຸມ )  ອ່ານຕໍ່ໜ້າ 4 ສະຫາຍ ຄຳພັນ ເຜີຍຍະວົງ ຂປລ. ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ຈັດປາຖະ ກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ105ປີໃນວັນທີ24ທັນວາ 2025 ໂດຍການປາຖະກະຖາຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະ ເລຂາທິການສູນກາງພັກ, ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ຂປລ.ໃນວັນທີ26ທັນວາ2025 ນີ້, ຄະນະບໍລິຫານງານສູນກາງພັກ ໄດ້ດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 12 ສະໄໝທີ XI ພາຍໃຕ້ການ ເປັນປະທານຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ, ປະທານ ປະເທດ, ພ້ອມດ້ວຍບັນດາຄະນະ ບໍລິຫານງານສູນກາງພັກເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ຮັບຟັງ ລາຍງານຄວາມຄືບໜ້າການກະ ກຽມຄວາມພ້ອມຮອບດ້ານ ເພື່ອ ຂປລ. ກອງປະຊຸມສາມັນຄົບຄະນະກຳມະການສູນ ກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 25 ທັນວາ ຂປລ. ກອງປະຊຸມສະຫລຸບ ວຽກງານຄະນະກຳມະການຄຸ້ມ ຄອງອິນເຕີເນັດແຫ່ງຊາດ ປະຈຳປີ 2025 ແລະ ວາງທິດທາງແຜນ ການປະຈຳປີ 2026 ໄດ້ໃນວັນທີ 25 ທັນວາ 2025 ໂດຍການ ເປັນປະທານຂອງທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ, ປະທານຄະນະ ກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ, ມີທ່ານ ສັນຕິສຸກ ສິມ ມາລາວົງ ລັດຖະມົນຕີກະຊວງເຕັກ ໂນໂລຊີ ແລະ ການສື່ສານ, ຮອງ ປະທານ-ຜູ້ປະຈຳການ, ພ້ອມດ້ວຍ ທ່ານ ພົອ ວິໄລ ຫລ້າຄຳຟອງ ທ່ານ ສິນລະວົງ ຄຸດໄພທູນ I+ kIPo c]t xt8y [a f8k,c[[1j k'75 olq ,[a fly omext8y ;a f0v'xtmko wdlvo rq ,;y sko ດໍາເນີນກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ, ພ້ອມທັງ ປຶກສາຫາລື, ຄົ້ນຄວ້າຕົກລົງເປັນ ເອກະພາບສູງຮັບຮອງເອົາ ແລະ ໃຫ້ທິດຊີ້ນໍາຕໍ່ບັນດາເນື້ອໃນທີ່ຈະ ນໍາສະເໜີໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄປປັບປຸງໃຫ້ມີຄວາມ ຮັບປະກັນ ແລະ ສົມບູນຍິ່ງຂຶ້ນ ໂດຍໄດ້ລົງເລິກຊີ້ນໍາຢ່າງລະອຽດ ຕໍ່ບັນດາອະນຸກໍາມະການຕ່າງໆ ເປັນຕົ້ນອະນຸກໍາມະການເນື້ອໃນ, ອະນຸກໍາມະການກົດລະບຽບ ແລະ ບຸກຄະລາກອນ, ອະນຸກໍາມະການ ໂຄສະນາ ແລະ ຂະບວນການ, ອະນຸ ກໍາມະການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ອະນຸກໍາມະການ ງົບປະມານ ແລະ ບໍລິຫານ ແລະ ວຽກງານປິ່ນອ້ອມອື່ນໆ. ພ້ອມທັງ, ໄດ້ຮັບຮອງເອົາວັນທີ 6-8 ມັງກອນ 2025 ທີ່ນະຄອນຫລວງວຽງຈັນ ໂດຍການເປັນ ປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການ ກົມການເມືອງສູນກາງພັກ, ປະ ທານສູນກາງແນວ ລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງ ກົມ ແລະ ແຂກຖືກເຊີນເຂົ້າຮ່ວມ. ທ່ານ ສິນລະວົງ ຄຸດໄພທູນ ໄດ້ກ່າວວ່າ: ຕົ້ນປີ 2026 ນີ້ເປັນໄລຍະທີ່ສຳຄັນ, ເປັນປີທີ່ຈະກ້າວເຂົ້າ ສູ່ການກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ກອງປະຊຸມທົ່ວປະເທດ ຄັ້ງທີ XII ຂອງແນວ ລາວສ້າງຊາດ ແລະ ທົ່ວປະເທດມີຫລາຍວຽກງານ ໃຫຍ່. ເພື່ອເຮັດສໍາເລັດໜ້າທີ່ ທີ່ກອງປະຊຸມກຳນົດ ໄວ້ຈະຕ້ອງກໍາແໜ້ນ ແລະ ເອົາໃຈໃສ່ແຜນວຽກທີ່ເຄັ່ງ ຮ້ອນຄື: ພວກເຮົາຈະພ້ອມກັນຄົ້ນຄວ້າເຊື່ອມຊຶມມະຕິ ຕ່າງໆຂອງສູນກາງພັກ ເປັນຕົ້ນມະຕິກອງປະຊຸມຄົບ ຄະນະບໍລິຫານ ຮອງລັດຖະມົນຕີ/ທຽບເທົ່າ, ຫົວ ໜ້າ-ຮອງຫົວໜ້າກົມ, ຕາງໜ້າຈາກ ບັນດາກະຊວງ ແລະ ພາກສ່ວນທີ່ ຂປລ. ເມື່ອບໍ່ດົນມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກສະແດງຄວາມ ເສົ້າສະຫລົດໃຈເຖິງທ່ານ ແອນ ໂທນີ້ ແອວບານີຊີ ນາຍົກລັດຖະ ມົນຕີ ແຫ່ງ ອົດສະຕຣາລີ ຕໍ່ກັບ ເຫດການຍິງໂຈມຕີ ຢູ່ບໍລິເວນ ຊາຍຫາດ ບອນດາຍ (Bondi Beach), ນະຄອນຊິດນີ້, ລັດ ນິວຊາວເວວ. ເນື້ອໃນໂທລະເລກໄດ້ລະບຸ ວ່າ: ຂ້າພະເຈົ້າມີຄວາມສະເທືອນ ໃຈ ແລະ ເສົ້າໃຈເປັນຢ່າງຍິ່ງ ທີ່ ໄດ້ຊາບຂ່າວກ່ຽວກັບເຫດການ ຍິງໂຈມຕີ ຢູ່ບໍລິເວນຊາຍຫາດ ບອນດາຍ (Bondi Beach), ນະຄອນຊິດນີ້, ລັດນິວຊາວເວວ ໃນວັນທີ 14 ທັນວາ 2025 ຊຶ່ງ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດ ເຈັບເປັນຈໍານວນຫລາຍ. ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງມາ ຍັງທ່ານ, ລັດຖະບານ ແລະ ປະ ຊາຊົນອົດສະຕຣາລີ ໂດຍສະ ເພາະຕໍ່ຄອບຄົວຜູ້ຖືກເຄາະຮ້າຍ ແລະ ຂໍໃຫ້ຜູ້ທີ່ໄດ້ຮັບບາດເຈັບຈົ່ງ ຫາຍດີໂດຍໄວ. ສປປ ລາວ ຂໍກ່າວປະນາມ ຕໍ່ການໃຊ້ຄວາມຮຸນແຮງ ແລະ

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 29/12/2025 xtgmf]k; vtfu fIv'okpq d]a f4t,q o8u 1h P,1k,3I'\= lkdq o{7e,j ;o ກະຊວງ ອຄ... ໂທລະເລກສະແດງຄວາມເສົ້າ... ໄຂກອງປະຊຸມຄົບຄະນະ... ປິດກອງປະຊຸມສາມັນ... ມອບ-ຮັບໃບຕາຕັ້ງ... ສະຫລຸບວຽກງານ... ຂປລ. ອາທິດຜ່ານມາ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດ ຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເລຂາຄະນະ ບໍລິຫານງານພັກແຂວງຄຳມ່ວນ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວ ຢ້ຽມຢາມໂຮງໝໍສາກົນ-ຄໍາມ່ວນ ຢູ່ເມືອງທ່າແຂກ ໂດຍໃຫ້ການ ຕ້ອນຮັບຂອງທ່ານ ແກ້ວອຸດົມ ລອດທຳມະວົງ ຜູ້ອຳນວຍການ ໂຮງໝໍສາກົນ-ຄໍາມ່ວນ, ມີບັນດາ ຜູ້ລົງທຶນ ແລະ ພະນັກງານແພດ-ໝໍ ເຂົ້າຮ່ວມ. ໂຮງໝໍສາກົນ-ຄໍາມ່ວນ ແມ່ນ ໂຮງໝໍຂອງກຸ່ມທຸລະກິດຊາວຈີນ ທີ່ດໍາເນີນກິດຈະການຢູ່ປະເທດ ລາວ ຕາມໂຄງການ ໜຶ່ງແລວ ໜຶ່ງ ເສັ້ນທາງ ຕັ້ງຢູ່ບ້ານສີວິໄລ ເມືອງ ທ່າແຂກ ແຂວງຄໍາມ່ວນ, ກວມເນື້ອ ທີ່ 20.000 ຕາແມັດ, ດ້ວຍເງິນ ລົງທຶນ 10 ລ້ານໂດລາສະຫະລັດ. ໂຮງໝໍແຫ່ງນີ້, ມີສິ່ງອໍານວຍຄວາມ ສະດວກໃນການຮັກສາສຸຂະພາບ ຄົບວົງຈອນ, ມີເຄື່ອງມືອຸປະກອນ ການແພດທີ່ທັນສະໄໝ, ມີແພດໝໍ, ພະຍາບານທີ່ມີຄວາມຊໍານານ, ດ້ານອາຄານສະຖານທີ່ມີການອອກ ແບບ-ກໍ່ສ້າງທີ່ໄດ້ມາດຕະຖານ, ເປັນໂຮງໝໍເອກະຊົນແຫ່ງທໍາອິດ ໃນແຂວງຄໍາມ່ວນ, ສ້າງຂຶ້ນເພື່ອ ເປັນທາງເລືອກໜຶ່ງທີ່ສໍາຄັນໃຫ້ຜູ້ທີ່ ມາໃຊ້ບໍລິການ ໂດຍສະເພາະແມ່ນ ພໍ່ແມ່ປະຊາຊົນທຸກຊັ້ນຄົນໃນສັງຄົມ ແລະ ບັນດາແຂວງທີ່ໃກ້ຄຽງໄດ້ມີ ທາງເລືອກເຂົ້າເຖິງການບໍລິການທີ່ ມີຄຸນນະພາບ. ໂຮງໝໍສາກົນ-ຄໍາມ່ວນ ເປັນ ອາຄານ 5 ຊັ້ນ, ມີ 100 ຕຽງ, ມີ ພະນັກງານທັງໝົດ 100 ກວ່າຄົນ. ໃນນີ້, ມີພະນັກງານທັງຄົນລາວ ແລະ ມາຈາກ ສປ ຈີນ ຈຳນວນໜຶ່ງ, ປະກອບມີພະແນກພາຍໃນ, ພາຍ ນອກ, ພະແນກກະດູກ, ປະສູດ ແລະ ພະຍາດຍິງ (ໃຫ້ຄໍາປຶກສາຜູ້ທີ່ມີລູກ ຍາກ), ແພດພື້ນເມືອງຈີນ, ພະແນກ ຜ່າຕັດ ແລະ ອື່ນໆ. ຂ່າວ-ພາບ: ກອງຄໍາ 2026 ເປັນໄລຍະດໍາເນີນກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກ ປະຊາຊົນ ປະຕິວັດ ລາວ. ຄະນະບໍລິຫານງານສູນກາງ ພັກ ໄດ້ພ້ອມກັນຕີລາຄາວ່າ: ກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແມ່ນກອງປະຊຸມທີ່ມີຄວາມໝາຍສໍາ ຄັນປະຫວັດສາດ, ເປັນບາດລ້ຽວ ອັນສໍາຄັນໃນການສືບຕໍ່ຍູ້ແຮງການ ຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ຮອບດ້ານມີຫລັກການຂອງພັກ ສູ່ລວງເລິກສ້າງການຫັນປ່ຽນທີ່ ແຂງແຮງ, ເລິກເຊິ່ງ, ຮອບດ້ານໃນ ການນໍາຂອງພັກປະຊາຊົນປະຕິວັດ ລາວ ແລະ ຖືເປັນບັ້ນສະຫລຸບ ຖອດຖອນບົດຮຽນຈາກພຶດຕິກໍາຕົວ ຈິງ ແລະ ເປັນຂີດໝາຍທາງການ ເມືອງແນໃສ່ຍົກສູງບົດບາດການ ນໍາພາທີ່ເຂັ້ມແຂງຂອງພັກ ເພື່ອສືບ ຕໍ່ນໍາພາພາລະກິດປະຕິວັດ, ບູລະນະ ລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ. ບັນດາ ສະຫາຍສູນກາງພັກ ຈະໄດ້ພ້ອມກັນ ເຊີດຊູຄວາມຮັບຜິດຊອບໜ້າທີ່ການ ເມືອງ, ຕັ້ງໜ້າບຸກບືນ, ນໍາພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານ, ສຸມ ສະຕິປັນຍາ, ເຫື່ອແຮງທັງໝົດເຂົ້າ ໃນການນໍາພາຊີ້ນໍາການກະກຽມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI I ຂອງພັກ ປະຊາຊົນ ປະຕິວັດລາວ ໃຫ້ມີຜົນສຳເລັດຕາມ ຄາດໝາຍທີ່ວາງໄວ້. ພາບ: ຂັນໄຊ ຂປລ. ພິທີມອບ-ຮັບໃບຕາຕັ້ງ ຄະນະບໍລິຫານງານປະຈຳການສູນ ກາງ ອົງການພຸດທະສາສະໜາ ສຳພັນແຫ່ງ ສປປ ລາວ (ອພສ) ໄດ້ຈັດຂຶ້ນໃນວັນທີ 24 ທັນວາ 2025 ທີ່ຫໍທຳມະສະພາວັດພະ ທາດຫລວງວຽງຈັນ ໂດຍການ ເປັນປະທານ ແລະ ມອບໃບຕາຕັ້ງ ຂອງພະອາຈານໃຫຍ່ ມາຫາເຫວດ ມະເສໄນ ປະທານ ສູນກາງອົງການ ພຸດທະສາສະໜາສຳພັນແຫ່ງ ສປປ ລາວ (ອພສ), ມີຄະນະປະທານ ກອງປະຊຸມ, ພະເຖຣານຸເຖຣະ ແລະ ຜູ້ຊົງຄຸນວຸດທິພຸດທະສາສະນິກະຊົນ ເຂົ້າຮ່ວມ. ໃນພິທີໄດ້ສະຫລຸບຜົນກອງປະ ຊຸມຄັ້ງປະຖົມມະລືກຄະນະບໍລິຫານ ງານສູນກາງອົງການພຸດທະສາສະ ໜາສໍາພັນ ແຫ່ງ ສປປ ລາວ ສະໄໝ ທີ 9 ໃນນີ້, ມີຄະນະກໍາມະການ ບໍລິຫານງານສູນກາງອົງການພຸດ ທະສາສະໜາສໍາພັນ ແຫ່ງ ສປປ ລາວ 99 ອົງ ທີ່ໄດ້ຮັບໃບຕາຕັ້ງ ຄະນະບໍລິຫານງານປະຈຳການ ສູນກາງອົງການພຸດທະສາສະໜາ ງານສູນກາງພັກ ຄັ້ງທີ XI ແລະ XII ທີ່ຈະມາເຖິງໃນສະໄໝທີ XI ແລະ ສະເໜີໃຫ້ກຳມະການ ສນຊ ທຸກທ່ານ, ການຈັດຕັ້ງທຸກຂັ້ນນຳໄປ ຈັດຕັ້ງປະຕິບັດຕາມພາລະບົດບາດ, ໜ້າທີ່ຂອງຕົນໃຫ້ບັນລຸຜົນເປັນຢ່າງ ດີ; ພ້ອມກັນນໍາເອົາມະຕິກອງປະຊຸມ ຄັ້ງນີ້ ແລະ ມະຕິອື່ນໆຂອງ ສນຊ ນໍາໄປປະຕິບັດໃຫ້ເກີດດອກອອກ ຜົນ, ຫັນເປັນແຜນວຽກແຜນງານ ຂອງຄະນະກໍາມະການ ສນຊ ແຕ່ລະ ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສະເໜີຮ່າງ ສະຫລຸບການເຄື່ອນໄຫວວຽກງານ ຄະນະກຳມະການຄຸ້ມຄອງອິນເຕີ ເນັດແຫ່ງຊາດ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026, ສະເໜີຮ່າງການປັບປຸງດໍາລັດວ່າ ດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງຄະນະກຳມະການຄຸ້ມຄອງ ອິນເຕີເນັດແຫ່ງຊາດ ໂດຍໄດ້ຍົກ ໃຫ້ເຫັນຜົນສຳເລັດຫລາຍດ້ານ ທີ່ຕິດພັນກັບການຄຸ້ມຄອງ, ການ ພັດທະນາ ແລະ ການນໍາໃຊ້ອິນເຕີ ເນັດ, ເຕັກໂນໂລຊີການສື່ສານຂໍ້ມູນ ຂ່າວສານ, ການພັດທະນາຂົງເຂດ ດັ່ງກ່າວ, ເຂົ້າໃນການຈັດຕັ້ງປະຕິ ບັດວຽກງານ, ການດຳເນີນທຸລະ ກິດ, ການດຳລົງຊີວິດ, ການຕິດຕໍ່ ພົວພັນກັບສັງຄົມຕ່າງໆ, ຄຽງຄູ່ ກັບຜົນປະໂຫຍດອັນມະຫາສານ ຈາກອິນເຕີເນັດ, ກໍເຫັນໄດ້ແຈ້ງ ເຖິງບັນຫາ ແລະ ສິ່ງທ້າທາຍຕ່າງໆ ໂດຍສະເພາະການນໍາໃຊ້ສື່ສັງຄົມ ການກໍ່ການຮ້າຍທຸກຮູບແບບ ແລະ ຈະຮ່ວມມືກັບວົງຄະນະຍາດສາກົນ ເພື່ອຮັກສາສັນຕິພາບ ແລະ ສະຖຽນ ລະພາບໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ ການນໍາພາຂອງທ່ານ, ລັດຖະບານ ແລະ ປະຊາຊົນອົດສະຕຣາລີ ຈະສາ ມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຄວາມທຸກໂສກໃນຄັ້ງນີ້ໂດຍໄວ. ໃ ນ ວັ ນ ດ ຽ ວ ກັ ນ , ທ່ າ ນ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ກໍໄດ້ສົ່ງໂທ ລະເລກສະແດງຄວາມເສົ້າສະຫລົດ ໃຈເຖິງທ່ານ ນາງ ເພັນນີ ວອງ ລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ ຕໍ່ກັບເຫດ ການຍິງໂຈມຕີ ຢູ່ບໍລິເວນຊາຍຫາດ ບອນດາຍ (Bondi Beach), ນະຄອນຊິດນີ້, ລັດນິວຊາວເວວ ເຊັ່ນດຽວກັນ. ປະທານສະພາທິດສະດີສູນກາງ ພັກ, ມີຄະນະປະຈຳພັກ, ຄະນະບໍລິ ຫານງານພັກ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ. ໃນການປາຖະກະຖາຄັ້ງນີ້, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ລົງ ເລິກເຖິງຄວາມໝາຍຄວາມສຳຄັນ ຂອງວັນສະຖາປະນາ ສປປ ລາວ, ຜົນງານທີ່ຍາດມາໄດ້ໃນ 50 ປີຜ່ານ ມາ, ເສີມຂະຫຍາຍມູນເຊື້ອວັນທີ 2 ທັນວາ 1975 ໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ຕັ້ງໜ້າຮໍ່າຮຽນເອົາ ຄຸນງານຄວາມດີ ແລະ ແບບຢ່າງ ຄຸນສົມບັດຂອງປະທານ ໄກສອນ ພົມວິຫານ ແລະ ໄດ້ຍົກໃຫ້ເຫັນມູນ ເຊື້ອການຕໍ່ສູ້ອົງອາດກ້າຫານຂອງ ບັນພະບູລຸດລາວທີ່ລະອິດລະອ້ຽວ ຍືດເຍື້ອຍາວນານມາຫລາຍຮ້ອຍປີ ສືບທອດກັນມາຈົນກ້າວມາເຖິງ ໄລຍະແຫ່ງການນຳພາຕໍ່ສູ້ຂອງ ພັກ ປະຊາຊົນປະຕິວັດລາວ, ກອງທັບ ແລະ ປະຊາຊົນບັນດາເຜົ່າໄດ້ສືບ ສຳພັນ ແຫ່ງ ສປປ ລາວ ແລະ ມອບໃບກຽດຕິຄຸນໃຫ້ແກ່ພະສົງ ທີ່ປະກອບສ່ວນໃນໄລຍະຜ່ານມາ ໃນການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ຜູ້ແທນພະສົງທົ່ວປະ ເທດສະໄໝທີ VIII. ພ້ອມນີ້, ຍັງໄດ້ ຍ້ອງຍໍຜົນສໍາເລັດອັນພົ້ນເດັ່ນທີ່ພະ ເຖຣາ-ນຸເຖຣະ ແລະ ກໍາມະການ ສູນກາງ ອພສ ທຸກອົງທີ່ຍາດມາໄດ້ ຢ່າງສຸດອົກສຸດໃຈ, ຜົນສຳເລັດທີ່ ເປັນໜ້າຈົດຈຳລວມມີ: ການນຳພາ ຈັດຕັ້ງປະຕິບັດມະຕິ, ນຳພາປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນສົງ ທົ່ວປະເທດ ຄັ້ງທີ VIII ຢ່າງຈົບ ງາມ, ພ້ອມທັງກຳນົດວິໄສທັດ ແລະ ແຜນວຽກຈຸດສຸມ 5 ປີ, ການ ປັບປຸງທຳມະນູນສົງລາວ ແລະ ນຳພາປັບປຸງທຳມະນູນປົກຄອງ ສົງລາວ ໃຫ້ແທດເໝາະກັບສະພາບ ແວດລ້ອມການເມືອງ ແລະ ສັງຄົມ ລາວໃນໄລຍະໃໝ່. ນອກຈາກນັ້ນ, ຄະນະບໍລິຫານ ງານປະຈຳການສູນກາງອົງການ ພຸດທະສາສະໜາສຳພັນແຫ່ງ ສປປ ລາວ (ອພສ) ຍັງໄດ້ໄປທັດສະນະ ສຶກສາທີ່ພິພິທະພັນສິລະປະລາວ ໜອງເຊືອມ ຕື່ມອີກ. ຂ່າວ: ກິດຕາ, ພາບ: ຂັນໄຊ ຂັ້ນ, ພິເສດໃຫ້ພ້ອມກັນກະກຽມ ກອງປະຊຸມໃຫຍ່ ຄັ້ງທີ XII; ສືບ ຕໍ່ປັບປຸງແບບແຜນວິທີເຮັດວຽກ ຂອງຄະນະກໍາມະການ ສນຊ ທຸກ ຂັ້ນ, ກຳມະການ ສນຊ ທຸກທ່ານ ຕ້ອງເປັນເຈົ້າການ 4 ເສີມສ້າງ (ເສີມສ້າງຄຸນງາມຄວາມດີ, ເສີມ ສ້າງຄວາມສາມັກຄີ, ເສີມສ້າງຄຸນ ວຸທິ ແລະ ເສີມສ້າງຄຸນນະທໍາ) ບົນ ຈິດໃຈເອົາໃຈໃສ່ປະຕິບັດຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາເປັນຕົ້ນ 9 ຂໍ້ແຂ່ງຂັນຂອງອົງການແນວ ລາວສ້າງຊາດ ເລກທີ 388/ຄປຈ ອອກແຮງປຸກລະດົມຂົນຂວາຍ ປະຊາຊົນ, ພະຍາຍາມລົງຫາປະຊາ ຊົນ, ເອົາໃຈໃສ່ປະຊາຊົນ ແລະ ນໍາ ເອົາຜົນປະໂຫຍດມາໃຫ້ປະຊາຊົນ ບ່ອນຕົນເອງຢູ່; ເພີ່ມທະວີຄວາມ ຮັບຜິດຊອບ ແລະ ຄວາມເປັນ ແບບຢ່າງຂອງກໍາມະການແນວ ລາວສ້າງຊາດທຸກຂັ້ນທຸກທ່ານໃຫ້ ສູງກວ່າເວລາໃດໝົດ, ເພື່ອເຮັດ ແນວໃດໃນພື້ນທີ່ຕົນຮັບຜິດຊອບ ຕ້ອງເສີມສ້າງຄວາມສາມັກຄີ ປອງດອງ, ຄວາມເປັນປຶກແຜ່ນ ໃນໝູ່ປະຊາຊົນ, ເສີມສ້າງຄຸນງາມ ຄວາມດີໃຫ້ປະກົດເດັ່ນ, ເສີມສ້າງ ຄຸນວຸທິເຮັດໃຫ້ເກີດມີຫົວຄິດປະດິດ ສ້າງລວມທັງພຶດຕິກໍາ ແລະ ການ ບູລະນະ ນະໂຍບາຍໃນຂົງເຂດແນວ ໂຮມໃຫ້ຈະແຈ້ງ, ເຮັດໃຫ້ກົມກອງ ທ້ອງຖິ່ນຂອງຕົນມີໃບໜ້າໃໝ່, ຈົ່ງ ພ້ອມກັນເສີມສ້າງໃຫ້ໄດ້ຄຸນນະທໍາ, ອະລິຍະທໍາໃນການເຄື່ອນໄຫວຂອງ ທຸກສາສະໜາໃຫ້ສາສະນິກະຊົນໃຫ້ ປະຊາຊົນມີສັດທາຍິ່ງໆຂຶ້ນ. ພາບ: ສນຊ ອອນລາຍ ແລະ ການນຳໃຊ້ອິນ ເຕີເນັດໄປໃນທາງທີ່ບໍ່ດີ ຊຶ່ງຄະນະ ກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ກໍໄດ້ຊີ້ນຳພາກສ່ວນທີ່ ກ່ຽວຂ້ອງສຸມໃສ່ຄົ້ນຄວ້າຫາວິທີ ການແກ້ໄຂດ້ວຍມາດຕະການ ຕ່າງໆ ເພື່ອແກ້ໄຂປາກົດການຫຍໍ້ ທໍ້ທີ່ເກີດຂຶ້ນ. ໃນໄລຍະຜ່ານມາ, ສາມາດຈຳກັດ ແລະ ມີຜົນສຳເລັດ ໃນເບື້ອງຕົ້ນຂົງເຂດລວມສູນ ການສື່ສານ, ການກວດກາຄື້ນ ຄວາມຖີ່ວິທະຍຸສື່ສານ, ການນຳໃຊ້ ສັນຍານ-ການນຳໃຊ້ສາຍສົ່ງໂທ ລະຄົມມະນາຄົມ, ການສຸມໃສ່ຂຶ້ນ ທະບຽນເລກໝາຍໂທລະສັບ, ການ ປັບປຸງພື້ນຖານໂຄງລ່າງດີຈິຕອນ, ການຄຸ້ມຄອງຄວາມປອດໄພທາງ ດ້ານໄຊເບີ, ເນື້ອໃນຂໍ້ມູນຂ່າວສານ ຜ່ານອິນເຕີເນັດ ແລະ ດ້ານອື່ນໆ. ໂອກາດກັນນີ້, ຍັງໄດ້ມີພິທີເປີດນຳ ໃຊ້ສູນຕ້ານການຫລອກລວງທາງ ອອນລາຍສາຍດ່ວນ 1533 ຢ່າງ ເປັນທາງການ ໂດຍຈະການເປີດ ດຳເນີນການຕົວຈິງໃນວັນທີ 29 ທັນວາ 2025 ນີ້. ໃນຕອນທ້າຍ, ທ່ານ ພົອ ວິໄລ ຫລ້າຄຳຟອງ ໄດ້ເນັ້ນໃຫ້ເອົາໃຈ ໃສ່ບາງບັນຫາເປັນຕົ້ນການຄົ້ນ ຄວ້າປັບປຸງພາລະບົດບາດຂອງ ຄະນະກຳມະການຄຸ້ມຄອງອິນເຕີ ເນັດແຫ່ງຊາດ, ການປັບປຸງ ແລະ ສ້າງບັນດາຈຸດປະສານງານຢູ່ ແຕ່ລະກະຊວງ, ອົງການພັກ-ລັດ ແລະ ບັນດາຄະນະກໍາມະການ ຄຸ້ມຄອງອິນເຕີເນັດແຫ່ງຊາດ ຂັ້ນ ແຂວງ/ນະຄອນຫລວງວຽງຈັນ ໃຫ້ສອດຄ່ອງກັບສະພາບການ ຕົວຈິງ, ເອົາໃຈໃສ່ຄົ້ນຄວ້າ ແລະ ປັບປຸງບັນດານິຕິກຳທີ່ມີແລ້ວ, ນິຕິ ກໍາໃດຄວນໄດ້ປັບປຸງຄືນ ເພື່ອໃຫ້ ສອດຄ່ອງກັບສະພາບການໃໝ່ ໃນປັດຈຸບັນ ໂດຍສະເພາະປັບປຸງ ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະ ບົບຄອມພິວເຕີ, ປັບປຸງດໍາລັດວ່າ ດ້ວຍການຄຸ້ມຄອງຂໍ້ມູນຂ່າວສານ ຜ່ານອິນເຕີເນັດ, ສ້າງຍຸດທະສາດ ການພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດແຫ່ງຊາດ, ສ້າງ ຍຸດທະສາດຄວາມປອດໄພໄຊ ເບີແຫ່ງຊາດ, ສ້າງຍຸດທະສາດ ການພັດທະນາພື້ນຖານໂຄງລ່າງ ດີຈິຕອນ, ສ້າງຍຸດທະສາດການ ພັດທະນາເລກໝາຍອິນເຕີເນັດຮຸ່ນທີ 6 ແລະ ນິຕິກຳອື່ນໆ ເພື່ອເປັນບ່ອນ ອີງໃຫ້ວຽກງານຄຸ້ມຄອງອິນເຕີ ເນັດ ແລະ ຄຸ້ມຄອງຄວາມປອດໄພ ທາງໄຊເບີຢ່າງຄົບຖ້ວນ, ຮັດກຸມ ແລະ ແທດເໝາະກັບສະພາບການ ໃນແຕ່ລະໄລຍະ, ເພີ່ມທະວີ ແລະ ປັບປຸງວຽກງານຕິດຕາມ, ກວດ ກາ ແລະ ຕອບໂຕ້ຫາງສຽງບໍ່ດີ ໃນສັງຄົມໃຫ້ເຂັ້ມແຂງ ແລະ ມີ ປະສິດທິພາບກວ່າເກົ່າ, ເພີ່ມທະວີ ການຄຸ້ມຄອງຜູ້ໃຫ້ບໍລິການໂທລະ ຄົມມະນາຄົມ ແລະ ອິນເຕີເນັດ, ເລັ່ງ ຈັດຕັ້ງປະຕິບັດການລົງທະບຽນ ເລກໝາຍໂທລະສັບໃຫ້ສໍາເລັດ ຕາມແຜນການ ແລະ ພັດທະນາໂທ ລະຄົມມະນາຄົມ ແລະ ອິນເຕີເນັດ, ຂະຫຍາຍລະບົບໂທລະຄົມມະນາ ຄົມ ແລະ ອິນເຕີເນັດໄປສູ່ເຂດຫ່າງ ໄກສອກຫລີກສາມາດເຂົ້າເຖິງການ ນໍາໃຊ້ອິນເຕີເນັດໄດ້. ຂ່າວ: ສັນຕິສຸກ ຕໍ່ມູນເຊື້ອອັນອົງອາດກ້າຫານຕໍ່ສູ້ ຕ້ານກັບການຮຸກຮານ ແລະ ຄອບ ຄອງຂອງຈັກກະພັດລ່າເມືອງຂຶ້ນ ແບບເກົ່າ ແລະ ໃໝ່ ຈົນສາມາດ ປົດປ່ອຍປະເທດຊາດໄດ້ຢ່າງສົມ ບູນ ແລະ ປະກາດສະຖາປະນາ ສາ ທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າ ເຜີຍໃນວັນທີ 2 ທັນວາ ປີ 1975 ຈົນກ້າວມາເຖິງໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມນີ້, ສະຫາຍ ຄຳພັນ ເຜີຍຍະວົງ ຍັງໄດ້ຍົກໃຫ້ເຫັນຜົນ ງານໃນດ້ານຕ່າງໆຕະຫລອດໄລ ຍະ 50 ປີຜ່ານມາພາຍໃຕ້ການນຳ ພາອັນສະຫລາດສ່ອງໃສຂອງພັກ ປະຊາຊົນ ປະຕິວັດລາວ. ໃນນັ້ນ, ໄດ້ ຍົກໃຫ້ເຫັນຊີວິດ ແລະ ບົດບາດການ ນຳພາການປະຕິວັດຂອງປະທານ ໄກສອນ ພົມວິຫານ ວິລະບຸລຸດຜູ້ ກຳຄັນທຸງນຳໜ້າໃນພາລະກິດການ ປະຕິວັດຊາດປະຊາທິປະໄຕ, ເຮັດ ສຳເລັດພາລະກຳປະຫວັດສາດ ແລະ ປົດປ່ອຍຊາດຢ່າງສະຫງ່າ ຜ່າເຜີຍໃນປີ 1975; ຍົກໃຫ້ເຫັນ ແນວຄິດ, ຄຸນສົມບັດສິນທຳປະຕິ ວັດ, ແບບແຜນການດຳລົງຊີວິດ ຂອງປະທານ ໄກສອນ ພົມວິຫານ ທີ່ຕິດພັນສະໜິດແໜ້ນກັບຂະບວນ ການຕໍ່ສູ້ ແລະ ໄຊຊະນະຂອງການ ປະຕິວັດຂອງ ສປປ ລາວ ແລະ ກາຍເປັນທວນໄຟເຍືອງທາງໃຫ້ ການປະຕິວັດທຸກຍຸກທຸກສະໄໝ. ຂ່າວ-ພາບ ໜັງສືພິມປະຊາຊົນ

76 vklkr6 ,.9mu j wfh gxa olj ;o|b j '0v' ra d{]a f 29/12/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ເຂົ້າຈານນ້ຳ (ແຫລ່ງຂໍ້ມູນ: ໜັງສືພິມຈຳປາໃໝ່) d5j ,gxQ k\kpzt]y fdtly degxa oly o7h k ma fltotlb dlkfh kodkozt]y f rn fza dc[[dtly demuj fu w]pt 5 xu zj ko,kglf4tdy f 0v'c0;';P'9a o 0tspkp8q ;1j k'8+ gonj v' ໂດຍ: ວັດທະນາ ຂປລ. ເປັນອີກຄວາມພາກພູມ ໃຈ ຂອງຄູອາສາ ທີ່ໄດ້ຮັບການບັນ ຈຸເຂົ້າເປັນລັດຖະກອນໃໝ່ ຢູ່ແຂວງ ອັດຕະປື ໃນປີ 2025 ນີ້ ເຊິ່ງເປັນ ເຫດການທີ່ສຳຄັນໜຶ່ງ ທີ່ໄດ້ຢັ້ງຢືນ ເຖິງຄວາມອົດທົນ, ຄວາມພະຍາ ຍາມ ແລະ ຄວາມມັກຮັກໃນອາຊີບ ຂອງຄູ ເຊິ່ງໃນປີ 2025 ແຂວງ ອັດຕະປື ກໍຄືພະແນກສຶກສາທິການ ແລະ ກິລາແຂວງ ໄດ້ບັນຈຸຄູອາສາ ຂປລ. ການທັດສະນະສຶກສາ ການຜະລິດພືດຜັກເປັນສິນຄ້າແບບ ກະສິກໍາທີ່ດີ (("1) ໂຄງການ ສົ່ງເສີມລະບົບຕ່ອງໂສ້ການຜະລິດ ກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ ສິ່ງແວດລ້ອມ (ຄສກສ), ໂດຍ ເນັ້ນໃສ່ກຸ່ມເປົ້າໝາຍທີ່ຈະຮັບທຶນ ສະໜັບສະໜູນ ກຸ່ມຜະລິດກະສິກໍາ (4'4) ຮອບທີ 2 ຢູ່ບ້ານທົ່ງກາ ຫລົງ ເມືອງປາກຊ່ອງ ແຂວງຈໍາ ປາສັກ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັດສະໝອນ ຄຳພູມີ ຕາງ ໜ້າພະແນກກະສິກໍາ ແລະ ສິ່ງແວດ ລ້ອມແຂວງ ຜູ້ປະສານງານໂຄງ ການ ຄສກສ ແຂວງຈຳປາສັກ, ທ່ານ ບົວທອງ ພິລາວົງ ຮອງພະ ແນກສົ່ງເສີມເຕັກນິກການຜະລິດ ແລະ ນໍາໃຊ້ເຄື່ອງກົນຈັກ ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ, ມີກົມ ສົ່ງເສີມກະສິກໍາ ແລະ ສະຫະກອນ, ຂະແໜງປູກ°ັງ, ຜູ້ປະສານງານ ໂຄງການເມືອງສຸຂຸມາ, ພ້ອມດ້ວຍ ກຸ່ມການຜະລິດພືດຜັກເປັນສິນຄ້າ 10 ກຸ່ມເປົ້າໝາຍມາຈາກເມືອງ ສຸຂຸມາ, ຜູ້ປະສານງານໂຄງການ ເມືອງປາກຊ່ອງ, ກຸ່ມການຜະລິດ ພືດຜັກເມືອງປາກຊ່ອງ ແລະ ກຸ່ມ ຜະລິດພືດຜັກເປັນສິນຄ້າບ້ານທົ່ງ ກາຫລົງເຂົ້າຮ່ວມ. ທ່ານ ເພັດສະໝອນ ຄຳພູມີ ຜູ້ ປະສານງານໂຄງການ ຄສກສ ແຂວງຈຳປາສັກ ກ່າວວ່າ: ໂຄງ ການສົ່ງເສີມລະບົບຕ່ອງໂສ້ການ ຜະລິດກະສິກຳ ເປັນສິນຄ້າທີ່ເປັນ ມິດຕໍ່ສິ່ງແວດລ້ອມ, ເປັນໂຄງການ ໜຶ່ງທີ່ມາສະໜັບສະໜູນການຈັດຕັ້ງ ປະຕິບັດແຜນຍຸດທະສາດກະສິກຳ ແລະ ປ່າໄມ້ (ຮອດປີ 2025 ແລະ ວິໄສທັດ 2030), ໂດຍມີຈຸດປະສົງ ເພື່ອປັບປຸງຂອດການແຂ່ງຂັນ ທາງດ້ານການຜະລິດກະສິກຳເປັນ ສິນຄ້າໃຫ້ດີຂຶ້ນກວ່າເກົ່າ ໂດຍມີ ຄາດໝາຍແນໃສ່ການພັດທະນາ ການຜະລິດເຂົ້າ ແລະ ພືດຜັກເປັນ ສິນຄ້າ, ຕາມລະບົບຕ່ອງໂສ້ມູນ ຄ່າໃຫ້ມີປະສິດຕິພາບ ແລະ ປະສິດ ຕິຜົນສູງ. ການທັດສະນະສຶກສາ ໃນຄັ້ງນີ້ ແມ່ນໄດ້ເອົາກຸ່ມທີ່ກຽມ ຈະໄດ້ຮັບທຶນສະໜັບສະໜູນຈາກ ໂຄງການ ເພື່ອມາແລກປ່ຽນກັບ ກຸ່ມທີ່ໄດ້ຮັບທຶນໄປກ່ອນແລ້ວ ເພື່ອ ຈະເອົາບົດຮຽນໃນການຄຸ້ມຄອງ ບໍລິຫານກຸ່ມການຜະລິດ, ການຄຸ້ມ ຄອງກອງທຶນກຸ່ມ, ການຜະລິດຜັກ ເປັນສິນຄ້າຂອງໂຄງການ ຄສກສ ໃນໄລຍະທີ່ຜ່ານມາ ຈາກຜູ້ປະສານ ງານເມືອງປາກຊ່ອງ ແລະ ເມືອງ ສຸຂຸມາ ແຂວງຈຳປາສັກ. ຕີລາຄາ ບັນຫາຈຸດດີ ແລະ ຂໍ້ຄົງຄ້າງ ໃນ ການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວ. ນອກນັ້ນ, ຈະໄດ້ຮັບຟັງການ ມີຄໍາເຫັນແລກປ່ຽນຈາກທີມງານ ຂັ້ນແຂວງ, ຂັ້ນເມືອງ, ພ້ອມທັງກຸ່ມ ການຜະລິດ, ທີມງານກົມສົ່ງເສີມ ກະສິກຳ ແລະ ສະຫະກອນ ຜູ້ເຂົ້າ ຮ່ວມກອງປະຊຸມທັງໝົດຢູ່ຫ້ອງ ປະຊຸມ ແລະ ໄດ້ລົງແລກປ່ຽນບົດ ຮຽນນໍາກຸ່ມຜະລິດຜັກບ້ານທົ່ງກາ ຫລົງ, ສວນອາໂກຟາມ ແລະ ລົງ ສຶກສາດ້ານການຕະຫລາດຢູ່ຕະ ຫລາດສົດ ເມືອງປາກຊ່ອງ. ການຈັດທັດສະນະສຶກສາແລກ ປ່ຽນບົດຮຽນຄັ້ງນີ້ ໄດ້ມີການປະ ກອບຄໍາຄິດຄໍາເຫັນແລກປ່ຽນ ເພື່ອໃຫ້ໄດ້ບົດຮຽນທີ່ດີຈາກຜູ້ທີ່ມີ ປະສົບການ ເພື່ອໄປນໍາໃຊ້ເຂົ້າໃນ ການຄຸ້ມຄອງບໍລິຫານກຸ່ມຜະລິດ ຂອງຕົນໃຫ້ມີຄວາມເຂັ້ມແຂງຕິດ ພັນກັບການນໍາພາສະມາຊິກກຸ່ມ ຜະລິດເປັນສິນຄ້າ ເພື່ອສ້າງລາຍ ຮັບໃຫ້ຄອບຄົວມີຢູ່ມີກິນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ. ຕາມໂກຕ້າ ທີ່ກະຊວງສຶກສາທິການ ແລະ ກິລາ ຈັດສັນໃຫ້ໃນຈຳນວນ 20 ຄົນ. ໜຶ່ງໃນນັ້ນ ຄູ ກຸກກີ້ ສີປະ ເສີດ ອາຍຸ 26 ປີ ຊົນເຜົ່າລາວ ບ້ານ °ັ່ງແດງ ເມືອງໄຊເສດຖາ ແຂວງ ອັດຕະປື ເປັນຄູລັດຖະກອນໃໝ່ ໂຮງຮຽນອະນຸບານ ບ້ານ°ັ່ງແດງ ເມືອງໄຊເສດຖາ ໄດ້ສະແດງຄວາມ ພາກພູມໃຈ ທີ່ອົງການຈັດຕັ້ງພັກລັດ ໄດ້ຮັບເອົາຕົນເອງເປັນລັດຖະ ກອນໃໝ່ ແລະ ພ້ອມທີ່ຈະປະຕິບັດ ໜ້າທີ່ສຸດຄວາມສາມາດຂອງຕົນ. ພາຍຫລັງທີ່ໄດ້ຮຽນຈົບສາຍຄູ ອະນຸບານ 12 4 ໃນປີ 2023 ກໍ ໄດ້ ສະໝັກເປັນຄູອາສາຢູ່ໂຮງຮຽນ ອະນຸບານ ບ້ານ°ັ່ງແດງ ໄດ້ຕັ້ງໜ້າ ປະຕິບັດໜ້າທີ່ ເປັນຄູສອນຢ່າງ ຕັ້ງໃຈຕະຫລອດມາ ເຖິງແມ່ນວ່າ ເປັນຄູສອນເດັກ ຈະຫຍຸ້ງຍາກພຽງ ໃດກໍຕາມ ແຕ່ຍ້ອນຄວາມມັກຮັກ ໃນອາຊີບ ບວກກັບພັກ-ລັດໃຫ້ຂໍ້ ສະດວກຢ່າງຫລວງຫລາຍ ໂດຍ ສະເພາະ ມີປຶ້ມຕຳລາຄົບຕາມໜ່ວຍ ການສອນ ແລະ ຄູ່ມື ໃນການຜະລິດ ສື່ການຮຽນ-ການສອນ ແລະ ມີ ອຸປະກອນຮັບໃຊ້ການຮຽນ-ການ ສອນ ແລະ ອຳນວຍການ ພ້ອມ ດ້ວຍຄູໃນໂຮງຮຽນ ໃຫ້ການຮ່ວມ ມື ແລະ ຊ່ວຍເຫລືອແນະນຳ ໃຫ້ກຳ ລັງໃຈທີ່ດີ. ຄູ ກຸກກີ້ ສີປະເສີດ ຍັງກ່າວຕື່ມ ວ່າ: ນອກຈາກຈະມັກຮັກໃນອາຊີບ ຄູແລ້ວ ກໍແມ່ນກຳລັງໃຈທີ່ດີ ຂອງ ຄອບຄົວທີ່ຊຸກຍູ້ສົ່ງເສີມໃຫ້ຄວາມ ສະດວກ ໂດຍສະເພາະສະໜັບສະ ໜູນດ້ານເວລາ: ສະລະເວລາວຽກ ຄອບຄົວ ເພື່ອຈັດຕັ້ງປະຕິບັດການ ສິດສອນ ແລະ ການສະໜັບສະໜູນ ດ້ານຈິດໃຈ ໂດຍການໃຫ້ກຳລັງໃຈ ແລະ ເຂົ້າໃຈຕໍ່ພາລະໜ້າທີ່ ຂອງ ການສຶກສາ, ພ້ອມແລ້ວທີ່ຈະເປັນ ກຳລັງແຮງໜຶ່ງ ໃນການພັດທະນາ ຊັບພະຍາກອນມະນຸດ ກາຍເປັນຄູ ທີ່ສ້າງຄົນ, ສ້າງປັນຍາ ແລະ ສ້າງ ອະນາຄົດ ແລະ ຈະປະຕິບັດໜ້າທີ່ ຢ່າງສຸດຄວາມສາມາດ ເທົ່າທີ່ຕົນ ຈະເຮັດໄດ້. ຕະຫລອດໄລຍະຜ່ານມາ, ຄະ ນະພັກ, ຄະນະພະແນກສຶກສາທິ ການ ແລະ ກິລາແຂວງ ໄດ້ເອົາໃຈ ໃສ່ແກ້ບັນຫາການຄາດແຄນຄູ ສອນ ໂດຍໄດ້ມີການປະສານສົມ ທົບກັບກະຊວງສຶກສາທິການ ແລະ ກິລາ ກ່ຽວກັບບັນຫາການແກ້ໄຂຄູ ອາສາທີ່ສອນມາໄດ້ຫລາຍປີ ແຕ່ ບໍ່ໄດ້ຮັບການບັນຈຸເຂົ້າເປັນລັດຖະ ກອນ ເຊິ່ງໃນປີ 2025 ນີ້ ທາງພະ ແນກສຶກສາທິການແລະກິລາແຂວງ ໄດ້ໂກຕ້າລັດຖະກອນຄູອາສາ ທັງ ໝົດ 20 ໂກຕ້າ ຖືວ່າຄົບຕາມຈໍາ ນວນຄູອາສາໃນທົ່ວແຂວງ, ສໍາລັບ ຂັ້ນຕອນ, ວິທີການຮັບ ແລະ ບັນຈຸ ຄູອາສາ ເພື່ອເຂົ້າເປັນລັດຖະກອນ ໃໝ່ ໃນຄັ້ງນີ້ ແມ່ນປະຕິບັດຕາມຄໍາ ແນະນໍາຂອງກະຊວງສຶກສາທິການ ແລະ ກິລາ ຢ່າງເຄັ່ງຄັດ ໂດຍບໍ່ຜ່ານ ການສອບເສັງ ເພາະບັນດາຄູອາສາ ຈໍານວນດັ່ງກ່າວ ແມ່ນຜ່ານການ ສອບເສັງມາກ່ອນຫລາຍຄັ້ງແລ້ວ. (¨ຫລ່ງຂ່າວາກ ¨ຂວງວ£ງັນ) ຂປລ. ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI (2021-2025) ຂອງ ແຂວງວຽງຈັນ ໄດ້ດໍາເນີນໄປໃນ ທ່າມກາງທີ່ມີທັງກາລະໂອກາດ ທີ່ເອື້ອຍອຳນວຍ ແລະ ທ່າແຮງ ບົ່ມຊ້ອນໃນແຕ່ລະດ້ານ ທີ່ເປັນປັດ ໄຈຕົ້ນຕໍໃຫ້ແກ່ການຜະລິດ, ການ ບໍລິການ, ການລົງທຶນ, ການຄ້າ, ການຂົນສົ່ງ ແລະ ການທ່ອງທ່ຽວ. ພາຍໃຕ້ຄວາມເອົາໃຈໃສ່ນໍາພາ-ຊີ້ ນໍາຂອງຄະນະບໍລິຫານງານພັກ ແຂວງ, ການຈັດຕັ້ງພັກ-ລັດທຸກ ຂັ້ນ ຕໍ່ການພັດທະນາເສດຖະກິດ- ສັງຄົມ ໄດ້ເຮັດໃຫ້ເສດຖະກິດຂອງ ແຂວງ ຍັງສືບຕໍ່ຂະຫຍາຍຕົວສະ ເລ່ຍໃນລະດັບ 4,8 , ເທົ່າກັບ 80 ຂອງແຜນການ ຄິດເປັນມູນ ຄ່າລວມ 5 ປີແມ່ນ 56.455 ຕື້ກີບ, ເທົ່າກັບ 96,15 ຂອງແຜນການ. ໃນປີ 2025 ຂະຫຍາຍຕົວ 5,7 ທຽບໃສ່ປີ 2021 ເພີ່ມຂຶ້ນ 1,7 (ປີ 2021 ຂະຫຍາຍຕົວ 4 ), ລາຍໄດ້ສະເລ່ຍຕໍ່ຫົວຄົນ 34,29 ລ້ານກີບ. ການເກັບລາຍຮັບງົບປະ ມານໄດ້ 2.906,22 ຕື້ກີບ, ລື່ນ ແຜນການ 2 ເທົ່າ ໃນນີ້, ພູດສູນ ກາງ 356,35 ຕື້ກີບ ແລະ ພູດ ທ້ອງຖິ່ນ 2.549,87 ຕື້ກີບ, ການ ຄຸ້ມຄອງລາຍຈ່າຍງົບປະມານໄດ້ 3.845,89 ຕື້ກີບ, ລື່ນແຜນການ 20,25 . ທ່ານ ພູວົງ ບຸນຊູ ປະທານຄະ ນະກຳມະການປົກຄອງແຂວງວຽງ ຈັນ ລາຍງານຕໍ່ກອງປະຊຸມສະໄໝ ສາມັນເທື່ອທີ 10 ຂອງສະພາປະ ຊາຊົນແຂວງວຽງຈັນ ຊຸດທີ IV ທ້າຍອາທິດຜ່ານມາວ່າ: ສຳລັບ ອັນພົ້ນເດັ່ນ ແມ່ນການຫັນເປັນ ກຸ້ມຕົນເອງ ດ້ານງົບປະມານຂອງ ແຂວງ ແລະ ການທົດລອງຢູ່ເມືອງ ວັງວຽງ ແລະ ເມືອງຊະນະຄາມ ໃນປີ 2025 ຄາດວ່າຈະເກັບລາຍ ຮັບໄດ້ 1.273,82 ຕື້ກີບ ແລະ ຄຸ້ມຄອງລາຍຈ່າຍໄດ້ໃນລະດັບ 1.096,01 ຕື້ກີບ ຊຶ່ງເປັນຄັ້ງທໍາ ອິດທີ່ແຂວງສາມາດເກັບລາຍຮັບ ໄດ້ເກີນດຸນລາຍຈ່າຍ. ພ້ອມນີ້, ການລະດົມທຶນເພື່ອພັດທະນາໃນ 5 ປີ (2021-2025) ຕາມທິດ 4 ສຸມ 2 ຮັບ 1 ເອື້ອອຳນວຍໄດ້ 18.634,62 ຕື້ກີບ, ລື່ນແຜນການ 81,13 , ສະເພາະປີ 2025 ໄດ້ 5.428,13 ຕື້ກີບ, ລື່ນແຜນການ 92,50 ໂດຍໄດ້ສຸມໃສ່ປັບປຸງ ກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນ ຂົວ-ທາງ, ຊົນລະປະທານ, ໄຟຟ້າ, ແຫລ່ງທ່ອງທ່ຽວ ແລະ ອື່ນໆ ເພືີ່ອ ສ້າງພື້ນຖານເອື້ອອຳນວຍຄວາມ ສະດວກໃຫ້ແກ່ການພັດທະນາ. ພ້ອມກັນນີ້, ຫົວໜ່ວຍຈຸນລະວິສາ ຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງກໍມີຈຳນວນເພີ່ມຂຶ້ນ. ສຳລັບທິດທາງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (2026-2030) ແຂວງວຽງຈັນ ຈະສູ້ຊົນເຮັດໃຫ້ເສດຖະກິດຂອງ ແຂວງ ຂະຫຍາຍຕົວສະເລ່ຍ 6 ຕໍ່ປີ ແລະ ຮອດປີ 2030 ໃຫ້ໄດ້ 6,2 , ຄິດເປັນມູນຄ່າລວມ 5 ປີ ໃຫ້ໄດ້ 107.207 ຕື້ກີບ, ລາຍໄດ້ ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 48,37 ລ້ານກີບ ໃນນີ້, ຂະແໜງກະສິກໍາ ຂະຫຍາຍ 4,5 , ຂະແໜງອຸດ ສາຫະກໍາຂະຫຍາຍຕົວ 6,7 , ຂະ ແໜງບໍລິການຂະຫຍາຍຕົວ 7,3 ແລະ ພາສີ-ອາກອນຂະຫຍາຍຕົວ 4,5 .ພ້ອມນີ້, ສູ້ຊົນເກັບລາຍ ຮັບເຂົ້າງົບປະມານ ໃຫ້ເພີ່ມຂຶ້ນໃນ ແຕ່ລະປີສະເລ່ຍ 6 -14 ທຽບ ໃສ່ຖານປີ 2025 ລວມ 5 ປີໃຫ້ ບັນລຸໄດ້ 7.428,63 ຕື້ກີບ ໃນນີ້, ພູດສູນກາງ 1.044,27 ຕື້ກີບ ແລະ ພູດທ້ອງຖິ່ນ 6.384,36 ຕື້ກີບ, ຄຸ້ມຄອງລາຍຈ່າຍມີຄວາມຮັດກຸມ ເພີ່ມຂຶ້ນບໍ່ເກີນ 7 ຕໍ່ປີ ລວມ 5 ປີ ໃຫ້ຢູ່ໃນລະດັບ 5.927,55 ຕື້ ກີບ, ພ້ອມທັງສູ້ຊົນສ້າງເມືອງກຸ້ມ ຕົນເອງດ້ານງົບປະມານໃຫ້ໄດ້ 5 ເມືອງຄື: ເມືອງໂພນໂຮງ, ເມືອງ ທຸລະຄົມ, ເມືອງຫີນເຫີບ, ເມືອງ ເຟືອງ ແລະ ເມືອງແກ້ວອຸດົມ; ສູ້ຊົນ ລະດົມການລົງທຶນຕາມທິດ 421 ໃຫ້ໄດ້ 19.426 ຕື້ກີບ, ກວມເອົາ 18,12 ຂອງຈີດີພີ ໃນນັ້ນ, ການລົງທຶນລັດ1.166 ຕື້ກີບ, ກວມ 6 , ທຶນຊ່ວຍເຫລືອທາງ ການເພື່ອການພັດທະນາ 1.360 ຕື້ ກີບ, ກວມ 7 ແລະ ການລົງທຶນ ເອກະຊົນພາຍໃນ ແລະ ຕ່າງປະ ເທດ 16.901 ຕີື້ກີບ, ກວມ 87 ຂອງຄວາມຕ້ອງການທຶນທັງໝົດ.

RkJQdWJsaXNoZXIy MTc3MTYxMQ==