glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 29/12/2025 glf4tdy f{la '7q , ໂດຍ: ລູກສາວຫລ້າ rtpkf7= 8u [ c,j ospa 'L ໂດຍ: ມາລີດາ l;ofvdw,h 'k,2k, gxu f.sh g0Q kmj P;-q ,c]h ; 7j kmeoP, c]t vq 'xtdv[ 7j kmeoP,lkomk'vkpk ຂປລ. ຄ່າທໍານຽມສານທາງ ອາຍາ ແມ່ນຄ່າໃຊ້ຈ່າຍຂອງເຈົ້າ ໜ້າທີ່ສືບສວນ-ສອບສວນ, ພະນັກ ງານໄອຍະການປະຊາຊົນ ແລະ ສານປະຊາຊົນ ເຂົ້າໃນການດໍາເນີນ ຄະດີອາຍາ ເຊັ່ນ ການລົງຊັນນະສູດ ສະຖານທີ່ເກີດເຫດ, ການລົງເກັບ ກໍາຂໍ້ມູນ, ການພິສູດຫລັກຖານ, ການຊອກຫາຕົວຜູ້ຖືກຫາ ຫລື ຈໍາ ເລີຍ ລວມທັງການໃຊ້ຈ່າຍອື່ນຕາມ ທີ່ໄດ້ກໍານົດໄວ້ໃນ ມາດຕາ 10, ມາດຕາ 11, ມາດຕາ 12, ມາດຕາ 30 ແລະ ມາດຕາ 36 ຂອງກົດ ໝາຍສະບັບນີ້. ອົງປະກອບຄ່າທໍານຽມສານ ທາງອາຍາ ປະກອບດ້ວຍ: 1. ຄ່າ ໃຊ້ຈ່າຍໃນການດໍາເນີນຄະດີອາ ຍາ;2. ຄ່າໃຊ້ຈ່າຍສໍາລັບຜູ້ຖືກ ເຊີນເຂົ້າຮ່ວມໃນການດໍາເນີນຄະດີ ອາຍາ; 3. ຄ່າທໍານຽມເອກະສານ ແລະ ຄ່າຂໍອຸທອນ ທາງອາຍາ. ຄ່າໃຊ້ຈ່າຍໃນການດໍາເນີນຄະ ດີອາຍາ ໃຫ້ປະຕິບັດຕາມທີ່ໄດ້ກໍາ ນົດໄວ້ໃນມາດຕາ 10 ຂອງກົດ ໝາຍສະບັບນີ້. ສໍາລັບຄ່າໃຊ້ຈ່າຍໃນການດໍາ ເນີນຄະດີຂອງອົງການດໍາເນີນຄະ ດີອາຍາ ຕ້ອງມີບົດສະຫລຸບການ ໃຊ້ຈ່າຍເງິນ ແຕ່ລະເປົ້າໝາຍຢ່າງ ລະອຽດ ເພື່ອເປັນບ່ອນອີງໃຫ້ສານ ພິຈາລະນາ ໃນກໍລະນີທີ່ຈໍາເລີຍຖືກ ຕັດສິນລົງໂທດ. ຄ່າໃຊ້ຈ່າຍສໍາລັບຜູ້ຖືກເຊີນ ເຂົ້າຮ່ວມໃນການດໍາເນີນຄະດີອາ ຍາ ໃຫ້ປະຕິບັດຕາມທີ່ໄດ້ກໍານົດ ໄວ້ໃນ. ມາດຕາ 11 ຂອງກົດໝາຍ ສະບັບນີ້. ຄ່າທໍານຽມເອກະສານ ແລະ ຄ່າຂໍອຸທອນ ທາງອາຍາ ໃຫ້ ປະຕິບັດດັ່ງດຽວກັນກັບຄ່າທໍາ ນຽມເອກະສານ ແລະ ຄ່າຂໍອຸທອນ ທາງແພ່ງ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 36 ແລະ ມາດຕາ 40 ຂອງກົດໝາຍ ສະບັບນີ້. ຄວາມຮັບຜິດຊອບຕໍ່ຄ່າທຳ ນຽມສານທາງອາຍາ: ຄ່າໃຊ້ຈ່າຍ ໃນການດຳເນີນຄະດີອາຍາ, ຄ່າ ໃຊ້ຈ່າຍສຳລັບຜູ້ຖືກເຊີນເຂົ້າຮ່ວມ ໃນການດຳເນີນຄະດີອາຍາ ແລະ ຄ່າເອກະສານ ໃຫ້ລັດເປັນຜູ້ຈ່າຍ ກ່ອນ, ຖ້າສານຫາກຕັດສິນໃຫ້ຈຳ ເລີຍມີຄວາມຜິດທາງອາຍາ ໃຫ້ ຈຳເລີຍເປັນຜູ້ໃຊ້ແທນຄ່າທຳນຽມ ສານທີ່ລັດໄດ້ຈ່າຍໄປກ່ອນແລ້ວ ນັ້ນ ຄືນໃຫ້ແກ່ລັດ, ໃນກໍລະນີ ທີ່ມີ ຜູ້ກະທຳຜິດຫລາຍຄົນ ກໍໃຫ້ແບ່ງ ກັນຈ່າຍຕາມຄວາມຮັບຜິດຊອບ ຂອງແຕ່ລະຄົນ. ໃນກໍລະນີ ທີ່ເດັກ ເປັນຜູ້ກະທຳຜິດໃຫ້ພໍ່, ແມ່ ຫລື ຜູ້ ປົກຄອງ ເປັນຜູ້ຮັບຜິດຊອບ. ໃນກໍລະນີທີ່ມີການຕັດສິນໃຫ້ ຈຳເລີຍພົ້ນຂໍ້ກ່າວຫາຫລືຕັດສິນລົງ ໂທດ, ຜູ້ກະທຳຜິດ ທີ່ຢູ່ໃນສະພາບ ບໍ່ສາມາດຈະຈ່າຍຄ່າທຳນຽມສານ ໄດ້ນັ້ນ ໃຫ້ລັດເປັນຜູ້ຮັບຜິດຊອບ. ໃນກໍລະນີ ທີ່ມີການຖອນຄຳ ຮ້ອງຟ້ອງ ເນ່ືອງຈາກມີການຕົງ ລົງກັນລະຫວ່າງ ຜູ້ຖືກເສຍຫາຍ ກັບຜູ້ຖືກຫາ ຫລື ຈຳເລີຍໃນຄະດີ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 41 ຂອງປະມວນກົດໝາຍອາຍາ ໃຫ້ ຜູ້ຖືກເສຍຫາຍ ແລະ ຜູ້ຖືກຫາເປັນ ຜູ້ເສຍຄ່າໃຊ້ຈ່າຍໃນການດຳເນີນ ຄະດີນັ້ນ. ການຍົກເວັ້ນຄ່າທຳນຽມສານ ທາງອາຍາ: ການດຳເນີນຄະດີ ອາຍາທີ່ຍົກເວັ້ນຄ່າທຳນຽມສານ, ຄ່າຂໍອຸທອນ, ຄ່າຂໍລົບລ້າງ ແລະ ຄ່າຂໍຮື້ຟື້ນ ມີດັ່ງນີ້: 1. ສານຕັດສິນ ໃຫ້ຈຳເລີຍພົ້ນຂໍ້ກ່າວຫາ; 2. ສານ ຕັດສິນລົງໂທດຜູ້ກະທຳຜິດ ຊຶ່ງຕົກ ຢູ່ໃນສະພາບບໍ່ສາມາດຈ່າຍຄ່າທຳ ນຽມສານໄດ້; 3. ສານຕັດສິນລົງ ໂທດປະຫານຊີວິດຈຳເລີຍ. ຄຳຂໍອຸທອນຄະດີອາຍາ: ຄຳຂໍ ອຸທອນຄຳຕັດສິນ, ຄ່າຂໍລົບລ້າງ ແລະ ຄ່າຂໍຮື້ຟື້ນຄະດີອາຍາ ໃຫ້ປະ ຕິບັດຕາມທີ່ໄດ້ກຳນົດໄວ້ໃນມາດ ຕາ 40 ວັກທີໜຶ່ງ ຂອງກົດ ໝາຍ ສະບັບນີ້, ຍົກເວັ້ນການສະເໜີຄັດ ຄ້ານຂອງຫົວໜ້າອົງການໄອຍະ ການປະຊາຊົນ. ຂປລ.ພະຍາດຄໍຕີບເປັນພະຍາດ ທີ່ອັນຕະລາຍຮ້າຍແຮງເກີດຈາກ ພະຍາດເຊື້ອຈຸລິນຊີຊະນິດໜຶ່ງ ໂດຍ ຕິດຕໍ່ຜ່ານການໄອ, ຈາມ ແລະ ສໍາ ຜັດໂດຍກົງ ໂດຍສະເພາະຜູ້ທີ່ມີພູມ ຕ້ານທານຕໍ່າ, ເດັກນ້ອຍບໍ່ໄດ້ຮັບວັກ ຊິນ ຈະເປັນພະຍາດຄໍຕີບໄດ້ງ່າຍ ແລະ ເຖິງຂັ້ນອັນຕະລາຍຕໍ່ຊີວິດ ໄດ້. ສະນັ້ນ, ເດັກນ້ອຍຕ້ອງໄດ້ຮັບ ວັກຊິນປ້ອງກັນພະຍາດຄໍຕີບຕາມ ເກນອາຍຸ ຕາມຕາຕະລາງຂອງວັກ ຊິນແຫ່ງຊາດໄດ້ກໍານົດໄວ້. ອີງຕາມຂໍ້ມູນກະຊວງສາທາ ລະນະສຸກລາຍງານໃຫ້ຮູ້ວ່າ: ພະ ຍາດຄໍຕີບສ່ວນຫລາຍແມ່ນມັກແຜ່ ຂະຫຍາຍກັບກຸ່ມຄົນທີ່ບໍ່ມີພູມຄຸ້ມ ກັນ ຫລື ພູມຕ້ານທານຕໍ່າ. ພະຍາດ ຂປລ. ສວນດອກໄມ້ງາມຟາມ ສະຖານທີ່ທ່ອງທ່ຽວອີກແຫ່ງ ຂອງ ນະຄອນຫລວງວຽງຈັນ ທີ່ກໍາໄດ້ ຮັບຄວາມນິຍົມຊົມຊອບ ເນື່ອງ ຈາກວ່າ ຢູ່ໃກ້ກັບຕົວເມືອງການໄປ, ການມາກ່ໍສະດວກສະບາຍ ມີດອກ ໄມ້ຫລາຍສາຍພັນ ທີ່ປູກປະດັບ ປະດາຢ່າງເປັນລະບຽບຮຽບຮ້ອຍ ໃນເນື້ອທີ່ 6 ເຮັກຕາ ໄວ້ຄ່ອຍບໍລິ ການນັກທ່ອງທ່ຽວເຂົ້າມາທ່ຽວຊົມ ກິນອາຫານແຊບໆ, ພ້ອມດຽວກັນ ກໍ່ມີບ່ອນຫລິ້ນສໍາລັບເດັກນ້ອຍ ອີກດ້ວຍ, ຍາມຄໍ່າຄືນຍັງມີດົນຕີ ຄໍຕີບ ຈະມີຜົນກະທົບຕໍ່ຄໍ ແລະ ລະ ບົບຫາຍໃຈເຮັດໃຫ້ມີອາການຄື: ເປັນໄຂ້, ເຈັບຄໍ, ຄໍໄຄ່ບວມ ແລະ ຫາຍໃຈຍາກ, ພະຍາດຄໍຕີບຍັງ ສາມາດເຮັດໃຫ້ເກີດພະຍາດທາງ ເດີນຫາຍໃຈມີຜົນກະທົບຕໍ່ຫົວໃຈ, ທໍາລາຍເສັ້ນປະສາດ, ທໍາລາຍ ໝາກໄຂ່ຫລັງ, ຮ້າຍແຮງໄປກວ່າ ນັ້ນເຮັດໃຫ້ເສຍຊີວິດໄດ້, ພະຍາດ ຄໍຕີບເປັນອັນຕະລາຍທີ່ສຸດສໍາລັບ ເດັກນ້ອຍ, ເດັກອ່ອນ ໂດຍສະເພາະ ເດັກນ້ອຍອາຍຸຕໍ່າກວ່າ 5 ປີ. ເຖິງ ແນວໃດກໍດີ, ການສັກວັກຊິນ ແມ່ນ ມີຄວາມສໍາຄັນທີ່ສຸດ ແລະ ມີປະສິດ ທິພາບທີ່ສຸດໃນການປ້ອງກັນຕົນ ເອງຈາກພະຍາດຄໍຕີບ. ສໍາລັບ ເດັກນ້ອຍ ແມ່ນມີຄວາມຈໍາເປັນ ຫລາຍທີ່ຕ້ອງໄດ້ຮັບວັກຊິນຄົບ ຖ້ວນຕາມຕາຕະລາງທີ່ແພດກໍາ ນົດໄວ້. ສຳລັບການປິ່ນປົວພະຍາດຄໍ ຕີບ ສາມາດປິ່ນປົວໄດ້ດ້ວຍຢາ ຕ້ານເຊື້ອ ໂດຍໂຮງໝໍຈະເປັນຜູ້ໃຫ້ ຢາດັ່ງກ່າວ. ຜູ້ທີ່ຕິດເຊື້ອພະຍາດຄໍ ຕີບຈະຕ້ອງຢູ່ແຍກປ່ຽວ ເພື່ອຫລີກ ລ່ຽງການແຜ່ເຊື້ອໃຫ້ແກ່ຄົນອື່ນ. ຖ້າທ່ານ ຫລື ຄົນໃນຄອບຄົວຂອງ ທ່ານມີອາການພະຍາດຄໍຕີບ ຫລື ໄດ້ສໍາຜັດກັບຜູ້ທີ່ເປັນພະຍາດຄໍຕີບ ແມ່ນມີຄວາມສໍາຄັນຫລາຍທີ່ທ່ານ ຕ້ອງໄດ້ແຈ້ງໂຮງໝໍ, ສຸກສາລາ ທີ່ຢູ່ໃກ້ບ້ານທ່ານ, ໂຮງໝໍເມືອງ, ໂຮງໝໍສູນກາງ ແລະ ສະຖານທີ່ໃຫ້ ບໍລິການອື່ນໆ. ມ່ວນໆເພື່ອສ້າງຄວາມເບີກບານ ມ່ວນຊື່ນໃຫ້ລູກຄ້າທີ່ເຂົ້າມາໃຊ້ ບໍລິການໃນຕະຫລາດລາວຈະເລີນ ແຫ່ງນີ້. ທ່ານ ນາງ ອຸໄລພອນ ວົງຄໍາ ມຸນຕີ ເຈົ້າຂອງສວນດອກໄມ້ງາມ ຟາມໄດ້ໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນຂອງ ສວນດອກໄມ້ງາມຟາມ ຍ້ອນເມື່ອ ກ່ອນຕົນເອງກໍເຮັດສວນດອກໄມ້ ປູກດອກດາວເຮືອງຂາຍໃນວັນ ສິນ, ງານດອງຢູ່ແລ້ວ ແລະ ດ້ວຍ ຄວາມມັກໃນການເຮັດກະສິກຳ ຢູ່ແລ້ວ ກໍຄືປູກດອກໄມ້ຈຶ່ງເປັນ ແຮງບັນດານໃຈໃນການປູກ. ອີກ ຢ່າງໜຶ່ງ ຍ້ອນເຫັນວ່າປະຊາຊົນ ຢູ່ບໍລິເວນນີ້ ນິຍົມປູກດອກດາວ ເຮືອງພື້ນບ້ານເຊິ່ງມັນຢູ່ບໍ່ໄດ້ດົນ ຈຶ່ງມີແນວຄວາມຄິດຢາກປູກດອກ ໄມ້ພັນຕ່າງໆທີ່ມັນຢູ່ໄດ້ດົນຈຶ່ງປຶກ ສາກັບໝູ່ທີ່ເພີ່ນຮຽນຈົບ ດ້ານການ ກະເສດມາຈາກປະເທດຍີ່ປຸ່ນ ສຶກ ສາເອົາດອກໄມ້ທີ່ຢູ່ໄດ້ດົນເຂົ້າກັບ ອາກາດບ້ານເຮົາ ແລະ ດອກໃຫຍ່ ມາພັດທະນາປູກໃນສວນເຫັນວ່າ ໄດ້ຮັບຜົນດີ ຈຶ່ງເຮັດເປັນສວນຟາມ ດອກໄມ້ ແຫ່ງນີ້ຂຶ້ນ. ພ້ອມນັ້ນກໍຍັງ ໄດ້ແນະນໍາວິທີການປູກສໍາລັບຄົນ ທີ່ສົນໃຈໃນການປູກດອກໄມ້ ໂດຍ ສະເພາະແມ່ນດອກດາວເຮືອງ. ກ່ອນຈະເປີດສ່ວນດອກໄມ້ງາມ ຟາມນີ້ ຕົນເອງລິເລີ່ມຈາກປະສົບ ການເຮັດສວນດອກດາວເຮືອງ ເປັນເວລາຫລາຍປີມາແລ້ວບວກ ກັບການສຶກສາດອກໄມ້ຊະນິດ ອື່ນໆ ເມື່ອມີຄວາມຮູ້ແລ້ວ ຈຶ່ງນໍາ ເອົາມາ ປູກເປັນຕົ້ນ: ດອກຕາເວັນ, ດາວເຮືອງ, ດອກ 3 ປີ ແລະ ອື່ນໆ ເມື່ອດອກໄມ້ໃຫຍ່ແລ້ວ ກໍເປີດບໍລິ ການໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວ ຊົມຄວາມສວຍງາມຂອງດອກໄມ້ ເຊິ່ງພາຍຫລັງເປີດສວນເຫັນວ່າ ມີນັກທ່ອງທ່ຽວຫລ່ັງໄຫລເຂົ້າມາ ເປັນຈໍານວນຫລວງຫລາຍ ໂດຍ ສະເພາະແມ່ນໄລຍະແລງໆ, ວັນ ເສົາ, ວັນທິດນັກທ່ອງທ່ຽວຈະມາ ເລາະຖ່າຍຮູບ, ນັ່ງພັກຜ່ອນຢອນ ໃຈກິນອາຫານແຊບໆ, ຟັງເພງ ມ່ວນໆຈາກການບໍລິການທາງ ຮ້ານພວກເຮົາເພື່ອເຮັດໃຫ້ລູກຄ້າ ສົດຊື່ນ, ແຈ່ມໃສຄາຍຄວາມອິດ ເມື່ອຍຈາກການເຮັດວຽກງານ. ນອກນັ້ນ, ໃນສວນຍັງໄດ້ແບ່ງເຂດ ດອກໄມ້ເພື່ອຖ່າຍຮູບ, ມີສະຖານທີ່ ກິດຈະກິດໃຫ້ເດັກນ້ອຍຫລິ້ນ ແລະ ທີ່ສຳຄັນທາງສວນຍັງໄດ້ເປີດໃຫ້ ຄວາມຮູ້ສຳລັບຜູ້ທີ່ຕ້ອງການຮຽນ ຮູ້ເພື່ອໄປປະກອບອາຊີບ, ໃນນັ້ນ ທາງສວນກໍຍັງມີດອກໄມ້ໄວຈຳ ໜ່າຍໃຫ້ລູກຄ້ານຳອີກ. ຈຸດພິເສດ ທາງສວນຫລັກໆແມ່ນເນັ້ນກຸ່ມ ລູກຄ້າທີ່ເປັນຄອບຄົວ ເພາະຈະມີ ບ່ອນຫລິ້ນເດັກນ້ອຍ ແລະ ກໍມີດອກ ໄມ້ງາມໆໄວ້ໃຫ້ລູກຄ້າໄດ້ຖ່າຍຮູບ. ສໍາລັບ ການບໍລິການຄ້າເຂົ້າ ສວນຜູ້ໃຫຍ່ ແມ່ນ 25.000 ກີບ, ເດັກນ້ອຍແມ່ນບໍ່ໄດ້ເສຍຄ່າເຂົ້າ, ສ່ວນອາຫານຈະມີຫລາກຫລາຍ ຊະນິດ ຈາກຮ້ານຕ່າງໆທີ່ເຂົ້າມາ ຂາຍ. ນອກຈາກນີ້ແລ້ວ, ສວນເຮົາ ຍັງມີເບ້ຍດອກດາວເຮືອງຂາຍເບ້ຍ ລະ 1.000 ກີບ ເບ້ຍຕໍ່ມື້ສ້າງລາຍ ຮັບຫລາຍລ້ານກີບຕໍ່ມື້ເຊິ່ງຈຸດນີ້ ມັນໄດ້ສ້າງຜົນດີຫລາຍຢ່າງບໍ່ວ່າ ຈະເປັນສູນສຶກສາຮຽນຮູ້ສໍາລັບ ຄົນທີ່ມີຄວາມສົນໃຈປູກດອກໄມ້ ປະດັບ, ອັນທີສອງແມ່ນປະກອບ ສ່ວນສ້າງວຽກເຮັດງານທໍາໃຫ້ ປະຊາຊົນ ເນື່ອງຈາກວ່າສວນເຮົາ ກໍມີທັງພະນັກງານປະຈໍາ ແລະ ພະ ນັກງານເສີມເປັນບາງຄັ້ງຄາວ. ທ່ານ ນາງ ອຸໄລພອນ ເວົ້າຕື່ມ ວ່າ: ສໍາລັບການເປີດສວນດອກໄມ້ ປີນີ້ ແມ່ນເລີ່ມເປີດແຕ່ວັນທີ 20 ທັນວາຜ່ານມາ, ການເປີດແມ່ນ ເປີດລະດູດຽວ ຄືໄລຍະລະດູໜາວ, ສ່ວນໄລຍະລະດູຮ້ອນຈະປິດ ເພາະ ອາກາດຮ້ອນຫລາຍເຮັດໃຫ້ຕົ້ນ ດອກໄມ້ຍຸບຈະບໍ່ງາມ. ສະນັ້ນ, ຈຶ່ງ ເລືອກເປີດບໍລິການແຕ່ລະດູໜາວ ຈະເໝາະສົມກວ່າລະດູຮ້ອນ. ສໍາລັບ ທ່ານໃດທີ່ສົນໃຈ ທ່ີກໍາລັງເບິ່ງຫາ ສະຖານທີ່ພັກຜ່ອນຢ່ອນໃຈ ທີ່ສວຍ ງາມໃກ້ຕົວເມືອງ ຢາກຂໍແນະນໍາ ສວນດອກໄມ້ງາມຟາມເລີຍ ຮັບ ຮອງວ່າບໍໍ່ຜິດຫວັງແນ່ນອນສະຖານ ທີ່ຕັ້ງຢູ່ທາງ 450 ບ້ານນາບຽນ ເມືອງໄຊເສດຖາ ນະຄອນຫລວງ ວຽງຈັນ ຫລື ສອບຖາມລາຍລະ ອຽດໄດ້ທີ່ເບີ 020 5806 4669.
RkJQdWJsaXNoZXIy MTc3MTYxMQ==