7184

76 vklkr6 ,.9mu j wfh gxa olj ;o|b j '0v' ra d{]a f 29/12/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ເຂົ້າຈານນ້ຳ (ແຫລ່ງຂໍ້ມູນ: ໜັງສືພິມຈຳປາໃໝ່) d5j ,gxQ k\kpzt]y fdtly degxa oly o7h k ma fltotlb dlkfh kodkozt]y f rn fza dc[[dtly demuj fu w]pt 5 xu zj ko,kglf4tdy f 0v'c0;';P'9a o 0tspkp8q ;1j k'8+ gonj v' ໂດຍ: ວັດທະນາ ຂປລ. ເປັນອີກຄວາມພາກພູມ ໃຈ ຂອງຄູອາສາ ທີ່ໄດ້ຮັບການບັນ ຈຸເຂົ້າເປັນລັດຖະກອນໃໝ່ ຢູ່ແຂວງ ອັດຕະປື ໃນປີ 2025 ນີ້ ເຊິ່ງເປັນ ເຫດການທີ່ສຳຄັນໜຶ່ງ ທີ່ໄດ້ຢັ້ງຢືນ ເຖິງຄວາມອົດທົນ, ຄວາມພະຍາ ຍາມ ແລະ ຄວາມມັກຮັກໃນອາຊີບ ຂອງຄູ ເຊິ່ງໃນປີ 2025 ແຂວງ ອັດຕະປື ກໍຄືພະແນກສຶກສາທິການ ແລະ ກິລາແຂວງ ໄດ້ບັນຈຸຄູອາສາ ຂປລ. ການທັດສະນະສຶກສາ ການຜະລິດພືດຜັກເປັນສິນຄ້າແບບ ກະສິກໍາທີ່ດີ (("1) ໂຄງການ ສົ່ງເສີມລະບົບຕ່ອງໂສ້ການຜະລິດ ກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ ສິ່ງແວດລ້ອມ (ຄສກສ), ໂດຍ ເນັ້ນໃສ່ກຸ່ມເປົ້າໝາຍທີ່ຈະຮັບທຶນ ສະໜັບສະໜູນ ກຸ່ມຜະລິດກະສິກໍາ (4'4) ຮອບທີ 2 ຢູ່ບ້ານທົ່ງກາ ຫລົງ ເມືອງປາກຊ່ອງ ແຂວງຈໍາ ປາສັກ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັດສະໝອນ ຄຳພູມີ ຕາງ ໜ້າພະແນກກະສິກໍາ ແລະ ສິ່ງແວດ ລ້ອມແຂວງ ຜູ້ປະສານງານໂຄງ ການ ຄສກສ ແຂວງຈຳປາສັກ, ທ່ານ ບົວທອງ ພິລາວົງ ຮອງພະ ແນກສົ່ງເສີມເຕັກນິກການຜະລິດ ແລະ ນໍາໃຊ້ເຄື່ອງກົນຈັກ ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ, ມີກົມ ສົ່ງເສີມກະສິກໍາ ແລະ ສະຫະກອນ, ຂະແໜງປູກ°ັງ, ຜູ້ປະສານງານ ໂຄງການເມືອງສຸຂຸມາ, ພ້ອມດ້ວຍ ກຸ່ມການຜະລິດພືດຜັກເປັນສິນຄ້າ 10 ກຸ່ມເປົ້າໝາຍມາຈາກເມືອງ ສຸຂຸມາ, ຜູ້ປະສານງານໂຄງການ ເມືອງປາກຊ່ອງ, ກຸ່ມການຜະລິດ ພືດຜັກເມືອງປາກຊ່ອງ ແລະ ກຸ່ມ ຜະລິດພືດຜັກເປັນສິນຄ້າບ້ານທົ່ງ ກາຫລົງເຂົ້າຮ່ວມ. ທ່ານ ເພັດສະໝອນ ຄຳພູມີ ຜູ້ ປະສານງານໂຄງການ ຄສກສ ແຂວງຈຳປາສັກ ກ່າວວ່າ: ໂຄງ ການສົ່ງເສີມລະບົບຕ່ອງໂສ້ການ ຜະລິດກະສິກຳ ເປັນສິນຄ້າທີ່ເປັນ ມິດຕໍ່ສິ່ງແວດລ້ອມ, ເປັນໂຄງການ ໜຶ່ງທີ່ມາສະໜັບສະໜູນການຈັດຕັ້ງ ປະຕິບັດແຜນຍຸດທະສາດກະສິກຳ ແລະ ປ່າໄມ້ (ຮອດປີ 2025 ແລະ ວິໄສທັດ 2030), ໂດຍມີຈຸດປະສົງ ເພື່ອປັບປຸງຂອດການແຂ່ງຂັນ ທາງດ້ານການຜະລິດກະສິກຳເປັນ ສິນຄ້າໃຫ້ດີຂຶ້ນກວ່າເກົ່າ ໂດຍມີ ຄາດໝາຍແນໃສ່ການພັດທະນາ ການຜະລິດເຂົ້າ ແລະ ພືດຜັກເປັນ ສິນຄ້າ, ຕາມລະບົບຕ່ອງໂສ້ມູນ ຄ່າໃຫ້ມີປະສິດຕິພາບ ແລະ ປະສິດ ຕິຜົນສູງ. ການທັດສະນະສຶກສາ ໃນຄັ້ງນີ້ ແມ່ນໄດ້ເອົາກຸ່ມທີ່ກຽມ ຈະໄດ້ຮັບທຶນສະໜັບສະໜູນຈາກ ໂຄງການ ເພື່ອມາແລກປ່ຽນກັບ ກຸ່ມທີ່ໄດ້ຮັບທຶນໄປກ່ອນແລ້ວ ເພື່ອ ຈະເອົາບົດຮຽນໃນການຄຸ້ມຄອງ ບໍລິຫານກຸ່ມການຜະລິດ, ການຄຸ້ມ ຄອງກອງທຶນກຸ່ມ, ການຜະລິດຜັກ ເປັນສິນຄ້າຂອງໂຄງການ ຄສກສ ໃນໄລຍະທີ່ຜ່ານມາ ຈາກຜູ້ປະສານ ງານເມືອງປາກຊ່ອງ ແລະ ເມືອງ ສຸຂຸມາ ແຂວງຈຳປາສັກ. ຕີລາຄາ ບັນຫາຈຸດດີ ແລະ ຂໍ້ຄົງຄ້າງ ໃນ ການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວ. ນອກນັ້ນ, ຈະໄດ້ຮັບຟັງການ ມີຄໍາເຫັນແລກປ່ຽນຈາກທີມງານ ຂັ້ນແຂວງ, ຂັ້ນເມືອງ, ພ້ອມທັງກຸ່ມ ການຜະລິດ, ທີມງານກົມສົ່ງເສີມ ກະສິກຳ ແລະ ສະຫະກອນ ຜູ້ເຂົ້າ ຮ່ວມກອງປະຊຸມທັງໝົດຢູ່ຫ້ອງ ປະຊຸມ ແລະ ໄດ້ລົງແລກປ່ຽນບົດ ຮຽນນໍາກຸ່ມຜະລິດຜັກບ້ານທົ່ງກາ ຫລົງ, ສວນອາໂກຟາມ ແລະ ລົງ ສຶກສາດ້ານການຕະຫລາດຢູ່ຕະ ຫລາດສົດ ເມືອງປາກຊ່ອງ. ການຈັດທັດສະນະສຶກສາແລກ ປ່ຽນບົດຮຽນຄັ້ງນີ້ ໄດ້ມີການປະ ກອບຄໍາຄິດຄໍາເຫັນແລກປ່ຽນ ເພື່ອໃຫ້ໄດ້ບົດຮຽນທີ່ດີຈາກຜູ້ທີ່ມີ ປະສົບການ ເພື່ອໄປນໍາໃຊ້ເຂົ້າໃນ ການຄຸ້ມຄອງບໍລິຫານກຸ່ມຜະລິດ ຂອງຕົນໃຫ້ມີຄວາມເຂັ້ມແຂງຕິດ ພັນກັບການນໍາພາສະມາຊິກກຸ່ມ ຜະລິດເປັນສິນຄ້າ ເພື່ອສ້າງລາຍ ຮັບໃຫ້ຄອບຄົວມີຢູ່ມີກິນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ. ຕາມໂກຕ້າ ທີ່ກະຊວງສຶກສາທິການ ແລະ ກິລາ ຈັດສັນໃຫ້ໃນຈຳນວນ 20 ຄົນ. ໜຶ່ງໃນນັ້ນ ຄູ ກຸກກີ້ ສີປະ ເສີດ ອາຍຸ 26 ປີ ຊົນເຜົ່າລາວ ບ້ານ °ັ່ງແດງ ເມືອງໄຊເສດຖາ ແຂວງ ອັດຕະປື ເປັນຄູລັດຖະກອນໃໝ່ ໂຮງຮຽນອະນຸບານ ບ້ານ°ັ່ງແດງ ເມືອງໄຊເສດຖາ ໄດ້ສະແດງຄວາມ ພາກພູມໃຈ ທີ່ອົງການຈັດຕັ້ງພັກລັດ ໄດ້ຮັບເອົາຕົນເອງເປັນລັດຖະ ກອນໃໝ່ ແລະ ພ້ອມທີ່ຈະປະຕິບັດ ໜ້າທີ່ສຸດຄວາມສາມາດຂອງຕົນ. ພາຍຫລັງທີ່ໄດ້ຮຽນຈົບສາຍຄູ ອະນຸບານ 12 4 ໃນປີ 2023 ກໍ ໄດ້ ສະໝັກເປັນຄູອາສາຢູ່ໂຮງຮຽນ ອະນຸບານ ບ້ານ°ັ່ງແດງ ໄດ້ຕັ້ງໜ້າ ປະຕິບັດໜ້າທີ່ ເປັນຄູສອນຢ່າງ ຕັ້ງໃຈຕະຫລອດມາ ເຖິງແມ່ນວ່າ ເປັນຄູສອນເດັກ ຈະຫຍຸ້ງຍາກພຽງ ໃດກໍຕາມ ແຕ່ຍ້ອນຄວາມມັກຮັກ ໃນອາຊີບ ບວກກັບພັກ-ລັດໃຫ້ຂໍ້ ສະດວກຢ່າງຫລວງຫລາຍ ໂດຍ ສະເພາະ ມີປຶ້ມຕຳລາຄົບຕາມໜ່ວຍ ການສອນ ແລະ ຄູ່ມື ໃນການຜະລິດ ສື່ການຮຽນ-ການສອນ ແລະ ມີ ອຸປະກອນຮັບໃຊ້ການຮຽນ-ການ ສອນ ແລະ ອຳນວຍການ ພ້ອມ ດ້ວຍຄູໃນໂຮງຮຽນ ໃຫ້ການຮ່ວມ ມື ແລະ ຊ່ວຍເຫລືອແນະນຳ ໃຫ້ກຳ ລັງໃຈທີ່ດີ. ຄູ ກຸກກີ້ ສີປະເສີດ ຍັງກ່າວຕື່ມ ວ່າ: ນອກຈາກຈະມັກຮັກໃນອາຊີບ ຄູແລ້ວ ກໍແມ່ນກຳລັງໃຈທີ່ດີ ຂອງ ຄອບຄົວທີ່ຊຸກຍູ້ສົ່ງເສີມໃຫ້ຄວາມ ສະດວກ ໂດຍສະເພາະສະໜັບສະ ໜູນດ້ານເວລາ: ສະລະເວລາວຽກ ຄອບຄົວ ເພື່ອຈັດຕັ້ງປະຕິບັດການ ສິດສອນ ແລະ ການສະໜັບສະໜູນ ດ້ານຈິດໃຈ ໂດຍການໃຫ້ກຳລັງໃຈ ແລະ ເຂົ້າໃຈຕໍ່ພາລະໜ້າທີ່ ຂອງ ການສຶກສາ, ພ້ອມແລ້ວທີ່ຈະເປັນ ກຳລັງແຮງໜຶ່ງ ໃນການພັດທະນາ ຊັບພະຍາກອນມະນຸດ ກາຍເປັນຄູ ທີ່ສ້າງຄົນ, ສ້າງປັນຍາ ແລະ ສ້າງ ອະນາຄົດ ແລະ ຈະປະຕິບັດໜ້າທີ່ ຢ່າງສຸດຄວາມສາມາດ ເທົ່າທີ່ຕົນ ຈະເຮັດໄດ້. ຕະຫລອດໄລຍະຜ່ານມາ, ຄະ ນະພັກ, ຄະນະພະແນກສຶກສາທິ ການ ແລະ ກິລາແຂວງ ໄດ້ເອົາໃຈ ໃສ່ແກ້ບັນຫາການຄາດແຄນຄູ ສອນ ໂດຍໄດ້ມີການປະສານສົມ ທົບກັບກະຊວງສຶກສາທິການ ແລະ ກິລາ ກ່ຽວກັບບັນຫາການແກ້ໄຂຄູ ອາສາທີ່ສອນມາໄດ້ຫລາຍປີ ແຕ່ ບໍ່ໄດ້ຮັບການບັນຈຸເຂົ້າເປັນລັດຖະ ກອນ ເຊິ່ງໃນປີ 2025 ນີ້ ທາງພະ ແນກສຶກສາທິການແລະກິລາແຂວງ ໄດ້ໂກຕ້າລັດຖະກອນຄູອາສາ ທັງ ໝົດ 20 ໂກຕ້າ ຖືວ່າຄົບຕາມຈໍາ ນວນຄູອາສາໃນທົ່ວແຂວງ, ສໍາລັບ ຂັ້ນຕອນ, ວິທີການຮັບ ແລະ ບັນຈຸ ຄູອາສາ ເພື່ອເຂົ້າເປັນລັດຖະກອນ ໃໝ່ ໃນຄັ້ງນີ້ ແມ່ນປະຕິບັດຕາມຄໍາ ແນະນໍາຂອງກະຊວງສຶກສາທິການ ແລະ ກິລາ ຢ່າງເຄັ່ງຄັດ ໂດຍບໍ່ຜ່ານ ການສອບເສັງ ເພາະບັນດາຄູອາສາ ຈໍານວນດັ່ງກ່າວ ແມ່ນຜ່ານການ ສອບເສັງມາກ່ອນຫລາຍຄັ້ງແລ້ວ. (¨ຫລ່ງຂ່າວາກ ¨ຂວງວ£ງັນ) ຂປລ. ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI (2021-2025) ຂອງ ແຂວງວຽງຈັນ ໄດ້ດໍາເນີນໄປໃນ ທ່າມກາງທີ່ມີທັງກາລະໂອກາດ ທີ່ເອື້ອຍອຳນວຍ ແລະ ທ່າແຮງ ບົ່ມຊ້ອນໃນແຕ່ລະດ້ານ ທີ່ເປັນປັດ ໄຈຕົ້ນຕໍໃຫ້ແກ່ການຜະລິດ, ການ ບໍລິການ, ການລົງທຶນ, ການຄ້າ, ການຂົນສົ່ງ ແລະ ການທ່ອງທ່ຽວ. ພາຍໃຕ້ຄວາມເອົາໃຈໃສ່ນໍາພາ-ຊີ້ ນໍາຂອງຄະນະບໍລິຫານງານພັກ ແຂວງ, ການຈັດຕັ້ງພັກ-ລັດທຸກ ຂັ້ນ ຕໍ່ການພັດທະນາເສດຖະກິດ- ສັງຄົມ ໄດ້ເຮັດໃຫ້ເສດຖະກິດຂອງ ແຂວງ ຍັງສືບຕໍ່ຂະຫຍາຍຕົວສະ ເລ່ຍໃນລະດັບ 4,8 , ເທົ່າກັບ 80 ຂອງແຜນການ ຄິດເປັນມູນ ຄ່າລວມ 5 ປີແມ່ນ 56.455 ຕື້ກີບ, ເທົ່າກັບ 96,15 ຂອງແຜນການ. ໃນປີ 2025 ຂະຫຍາຍຕົວ 5,7 ທຽບໃສ່ປີ 2021 ເພີ່ມຂຶ້ນ 1,7 (ປີ 2021 ຂະຫຍາຍຕົວ 4 ), ລາຍໄດ້ສະເລ່ຍຕໍ່ຫົວຄົນ 34,29 ລ້ານກີບ. ການເກັບລາຍຮັບງົບປະ ມານໄດ້ 2.906,22 ຕື້ກີບ, ລື່ນ ແຜນການ 2 ເທົ່າ ໃນນີ້, ພູດສູນ ກາງ 356,35 ຕື້ກີບ ແລະ ພູດ ທ້ອງຖິ່ນ 2.549,87 ຕື້ກີບ, ການ ຄຸ້ມຄອງລາຍຈ່າຍງົບປະມານໄດ້ 3.845,89 ຕື້ກີບ, ລື່ນແຜນການ 20,25 . ທ່ານ ພູວົງ ບຸນຊູ ປະທານຄະ ນະກຳມະການປົກຄອງແຂວງວຽງ ຈັນ ລາຍງານຕໍ່ກອງປະຊຸມສະໄໝ ສາມັນເທື່ອທີ 10 ຂອງສະພາປະ ຊາຊົນແຂວງວຽງຈັນ ຊຸດທີ IV ທ້າຍອາທິດຜ່ານມາວ່າ: ສຳລັບ ອັນພົ້ນເດັ່ນ ແມ່ນການຫັນເປັນ ກຸ້ມຕົນເອງ ດ້ານງົບປະມານຂອງ ແຂວງ ແລະ ການທົດລອງຢູ່ເມືອງ ວັງວຽງ ແລະ ເມືອງຊະນະຄາມ ໃນປີ 2025 ຄາດວ່າຈະເກັບລາຍ ຮັບໄດ້ 1.273,82 ຕື້ກີບ ແລະ ຄຸ້ມຄອງລາຍຈ່າຍໄດ້ໃນລະດັບ 1.096,01 ຕື້ກີບ ຊຶ່ງເປັນຄັ້ງທໍາ ອິດທີ່ແຂວງສາມາດເກັບລາຍຮັບ ໄດ້ເກີນດຸນລາຍຈ່າຍ. ພ້ອມນີ້, ການລະດົມທຶນເພື່ອພັດທະນາໃນ 5 ປີ (2021-2025) ຕາມທິດ 4 ສຸມ 2 ຮັບ 1 ເອື້ອອຳນວຍໄດ້ 18.634,62 ຕື້ກີບ, ລື່ນແຜນການ 81,13 , ສະເພາະປີ 2025 ໄດ້ 5.428,13 ຕື້ກີບ, ລື່ນແຜນການ 92,50 ໂດຍໄດ້ສຸມໃສ່ປັບປຸງ ກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນ ຂົວ-ທາງ, ຊົນລະປະທານ, ໄຟຟ້າ, ແຫລ່ງທ່ອງທ່ຽວ ແລະ ອື່ນໆ ເພືີ່ອ ສ້າງພື້ນຖານເອື້ອອຳນວຍຄວາມ ສະດວກໃຫ້ແກ່ການພັດທະນາ. ພ້ອມກັນນີ້, ຫົວໜ່ວຍຈຸນລະວິສາ ຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງກໍມີຈຳນວນເພີ່ມຂຶ້ນ. ສຳລັບທິດທາງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (2026-2030) ແຂວງວຽງຈັນ ຈະສູ້ຊົນເຮັດໃຫ້ເສດຖະກິດຂອງ ແຂວງ ຂະຫຍາຍຕົວສະເລ່ຍ 6 ຕໍ່ປີ ແລະ ຮອດປີ 2030 ໃຫ້ໄດ້ 6,2 , ຄິດເປັນມູນຄ່າລວມ 5 ປີ ໃຫ້ໄດ້ 107.207 ຕື້ກີບ, ລາຍໄດ້ ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 48,37 ລ້ານກີບ ໃນນີ້, ຂະແໜງກະສິກໍາ ຂະຫຍາຍ 4,5 , ຂະແໜງອຸດ ສາຫະກໍາຂະຫຍາຍຕົວ 6,7 , ຂະ ແໜງບໍລິການຂະຫຍາຍຕົວ 7,3 ແລະ ພາສີ-ອາກອນຂະຫຍາຍຕົວ 4,5 .ພ້ອມນີ້, ສູ້ຊົນເກັບລາຍ ຮັບເຂົ້າງົບປະມານ ໃຫ້ເພີ່ມຂຶ້ນໃນ ແຕ່ລະປີສະເລ່ຍ 6 -14 ທຽບ ໃສ່ຖານປີ 2025 ລວມ 5 ປີໃຫ້ ບັນລຸໄດ້ 7.428,63 ຕື້ກີບ ໃນນີ້, ພູດສູນກາງ 1.044,27 ຕື້ກີບ ແລະ ພູດທ້ອງຖິ່ນ 6.384,36 ຕື້ກີບ, ຄຸ້ມຄອງລາຍຈ່າຍມີຄວາມຮັດກຸມ ເພີ່ມຂຶ້ນບໍ່ເກີນ 7 ຕໍ່ປີ ລວມ 5 ປີ ໃຫ້ຢູ່ໃນລະດັບ 5.927,55 ຕື້ ກີບ, ພ້ອມທັງສູ້ຊົນສ້າງເມືອງກຸ້ມ ຕົນເອງດ້ານງົບປະມານໃຫ້ໄດ້ 5 ເມືອງຄື: ເມືອງໂພນໂຮງ, ເມືອງ ທຸລະຄົມ, ເມືອງຫີນເຫີບ, ເມືອງ ເຟືອງ ແລະ ເມືອງແກ້ວອຸດົມ; ສູ້ຊົນ ລະດົມການລົງທຶນຕາມທິດ 421 ໃຫ້ໄດ້ 19.426 ຕື້ກີບ, ກວມເອົາ 18,12 ຂອງຈີດີພີ ໃນນັ້ນ, ການລົງທຶນລັດ1.166 ຕື້ກີບ, ກວມ 6 , ທຶນຊ່ວຍເຫລືອທາງ ການເພື່ອການພັດທະນາ 1.360 ຕື້ ກີບ, ກວມ 7 ແລະ ການລົງທຶນ ເອກະຊົນພາຍໃນ ແລະ ຕ່າງປະ ເທດ 16.901 ຕີື້ກີບ, ກວມ 87 ຂອງຄວາມຕ້ອງການທຶນທັງໝົດ.

RkJQdWJsaXNoZXIy MTc3MTYxMQ==