7184

29/12/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່າກໜ້າ ກອງປະຊຸມສາມັນປະຈຳປີ... ເພີ່ມຄວາມຮູ້ໃຫ້ນ້ອງນັກຮຽນ... ຂປລ. ກອງປະຊຸມສາມັນປະຈຳ ປີ ຄັ້ງທີ XXXIV ລະຫວ່າງຄະນະ ຜູ້ແທນຊາຍແດນ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ຄະນະຜູ້ແທນຊາຍແດນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຈັດຂຶ້ນໃນວັນທີ 27 ທັນວາ 2025 ຢູ່ນະຄອນຫລວງ ວຽງຈັນ, ສປປ ລາວ ຄະນະຜູ້ແທນ °່າຍລາວນຳໂດຍສະຫາຍ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ, ຫົວໜ້າ ຄະນະຜູ້ແທນຊາຍແດນ ລາວຫວຽດນາມ ແລະ °່າຍຫວຽດນາມ ນຳໂດຍສະຫາຍ ຫງວ້ຽນ ມິງ ວູ່ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ, ຫົວໜ້າຄະນະຜູ້ແທນຊາຍ ແດນ ຫວຽດນາມ-ລາວ, ມີຜູ້ຕາງ ໜ້າຈາກຂະແໜງການທີ່ກ່ຽວຂ້ອງ ຂອງສູນກາງ ແລະ ປະທານຄະ ນະກຳມະການປົກຄອງແຂວງຊາຍ ແດນຂອງສອງປະເທດເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອ ທົບທວນຄືນການຈັດຕັ້ງປະຕິບັດ ສັນຍາວ່າດ້ວຍລະບຽບການຄຸ້ມ ຄອງຊາຍແດນ ແລະ ດ່ານຊາຍແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ທີ່ໄດ້ລົງນາມຮ່ວມກັນ ໃນປີ 2016 ແລະ ການຈັດຕັ້ງຜັນ ຂະຫຍາຍປະຕິບັດເນື້ອໃນຈິດໃຈ ຂອງບົດບັນທຶກກອງປະຊຸມສາມັນ ຄະນະຜູ້ແທນຊາຍແດນ ລາວຫວຽດນາມ ຄັ້ງທີ XXXIII ຊຶ່ງ ໄດ້ຈັດຂຶ້ນທີ່ນະຄອນນິງບິງ ສສ ຫວຽດນາມ ໃນປີຜ່ານມາ. ສອງ°່າຍໄດ້ພ້ອມກັນປຶກສາ ຫາລື, ສັງເກດຕີລາຄາຄືນ ແລະ ເຫັນດີເປັນເອກະພາບຕໍ່ຜົນສໍາເລັດ ໃນການປະຕິບັດໜ້າທີ່ວຽກງານ ຊາຍແດນໃນໄລຍະສອງປີຜ່ານມາ ຂອງບັນດາເຈົ້າໜ້າທີ່ຊາຍແດນ ຂອງສູນກາງ ແລະ ທ້ອງຖິ່ນ, ທີ່ ໄດ້ປະຕິບັດໜ້າທີ່ວຽກງານຂອງ ບໍ່ມີຄົນເກັບຄ່າໂດຍສານ, ມີບ່ອນ ຂຶ້ນ-ລົງລົດເມ ຢູ່ກັບຊ່ອງຈະລາຈອນ ແລະ ເປັນລົດເມທີ່ມີສິດທິພິເສດໃນ ທາງສີ່ແຍກ. ໂຄງການຂົນສົ່ງແບບຍືນຍົງ ຂປລ. ຄະນະອຳນວຍການ ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ ນຳໂດຍສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າ ການເມືອງໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າ ອວຍພອນສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ, ຫົວໜ້າກົມ ໃຫຍ່ການເມືອງກອງທັບ ໃນອາທິດ ຜ່ານມາ, ເນື່ອງໃນໂອກາດສົ່ງທ້າຍປີ ເກົ່າ ຄສ 2025 ແລະ ຕ້ອນຮັບປີໃໝ່ ຄສ 2026. ສະຫາຍ ພັນເອກ ສະແຫວງ ແດນນາມົນ ໄດ້ຕາງໜ້າຄະນະ ອຳນວຍການໂຮງຮຽນວັດທະນະ ທຳຊົນເຜົ່າກອງທັບ ກ່າວອວຍພອນ ໄຊອັນປະ ເສີດມາຍັງສະຫາຍ ພົນໂທ ວົງສອນ ອິນປານພິມ ພ້ອມດ້ວຍຄະນະນຳກົມໃຫຍ່ການ ເມືອງກອງທັບ ຈົ່ງມີສຸຂະພາບ ເຂັ້ມແຂງ, ມີພາລະນາໄມສົມບູນ ແຂງແຮງ, ປະສົບຜົນສຳເລັດໃນ ໜ້າທີ່ການງານທຸກປະການ, ສືບ ຕໍ່ນຳພາ-ຊີ້ນຳປະຕິບັດໜ້າທີ່ການ ເມືອງຂອງກອງທັບ ກໍຄື ປະຕິບັດ 2 ໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີ ຜົນສຳເລັດອັນໃໝ່ໃຫຍ່ຫລວງກວ່າ ເກົ່າເຮັດໃຫ້ຊື່ສຽງຂອງກອງທັບ ປະຊາຊົນລາວ ພົ້ນເດັ່ນໃນເວທີພາກ ພື້ນ ແລະ ສາກົນ. ຂ່າວ: ໂອລິນ ມິ່ງມີໄຊ, ພາບ: ກະປູ ສີສຸທຳ 7totveo;pdko3I'IPo;a fmtotme-q ogzqj kdv'ma [ g0Q kv;prvosq ;|h kdq ,.spj dkog,n v'dv'ma [ ຕົນດ້ວຍຄວາມຕັ້ງໜ້າ ແລະ ມີ ຄວາມຮັບຜິດຊອບສູງ; ໄດ້ເປັນ ເຈົ້າການຫ້າວຫັນປະກອບສ່ວນ ຢ່າງແຂງແຮງ ແລະ ສໍາຄັນເຂົ້າ ໃນວຽກງານຄຸ້ມຄອງຊາຍແດນ, ຮັບປະກັນຄວາມໝັ້ນຄົງ, ຄວາມ ສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍຢູ່ຕາມບໍລິເວນຊາຍແດນ ລະຫວ່າງສອງປະເທດ ຊຶ່ງໄດ້ເປັນ ການປະກອບສ່ວນອັນໃຫຍ່ຫລວງ ເຂົ້າໃນການເພີ່ມທະວີຮັດແໜ້ນ ສາຍພົວພັນມິດຕະພາບອັນເປັນມູນ ເຊື້ອມາແຕ່ດົນນານ, ບົນພື້ນຖານ ຈິດໃຈສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວຫວຽດນາມ ເພື່ອສ້າງໃຫ້ບໍລິເວນ ຊາຍແດນຂອງ ລາວ-ຫວຽດນາມ ເປັນຊາຍແດນ ແຫ່ງ ສັນຕິພາບ, ມິດ ຕະພາບ ແລະ ການຮ່ວມມື. ພ້ອມກັນນີ້, ສອງ°່າຍຍັງໄດ້ ເປັນເອກະພາບກັນໃນການວາງ ທິດທາງແຜນການເຄື່ອນໄຫວໃນ ຕໍ່ໜ້າເພື່ອປະຕິບັດວຽກງານຊາຍ ແດນໃຫ້ມີປະສິດທິພາບເພີ່ມຂຶ້ນ ເລື້ອຍໆ ໂດຍມອບໃຫ້ເຈົ້າໜ້າທີ່ ຊາຍແດນຂັ້ນສູນກາງແລະທ້ອງຖິ່ນ ທັງສອງປະເທດສືບຕໍ່ເອົາໃຈໃສ່ໃນ ການກວດກາລາດຕະເວນຮ່ວມກັນ ຢູ່ສອງຟາກຊາຍແດນຢ່າງເປັນປະ ຈຳ, ຍົກສູງວຽກງານການຄຸ້ມຄອງ ຊາຍແດນ, ຫລັກໝາຍຊາຍແດນ ແລະ ດ່ານຊາຍແດນ; ປັບປຸງປົວ ແປງຫລັກໝາຍທີ່ຖືກເປ່ເພຍ້ອນໄພ ທຳມະຊາດທຳລາຍເຊາະເຈື່ອນ ແລະ ຍ້ອນກຸ່ມຄົນທີ່ບໍ່ຫວັງດີທຳ ລາຍມ້າງເພລະຫວ່າງສອງປະເທດ. ພ້ອມກັນນັ້ນ, ເພີ່ມທະວີເອົາໃຈໃສ່ ວຽກງານການໂຄສະນາເຜີຍແຜ່ ນະໂຍບາຍ ແລະ ກົດໝາຍຊາຍ ແດນໃຫ້ແກ່ບັນດາພໍ່ແມ່ປະຊາຊົນ, ນາຍບ້ານ ແລະ ເຖົ້າແກ່ແນວໂຮມ ຜູ້ຊົງຄົນວຸທິທີ່ດຳລົງຊີວິດຢູ່ບໍລິເວນ ສອງຟາກຊາຍແດນ ລາວ-ຫວຽດ ນາມ ໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າ ໃຈຢ່າງເລິກເຊິ່ງຈະແຈ້ງຕໍ່ລະບຽບ ກົດໝາຍຊາຍແດນ ແລະ ມີສ່ວນ ຮ່ວມເປັນເຈົ້າການປົກປັກຮັກສາ ບູລະນະຊາຍແດນ; ຕ້ານ ແລະ ສະ ກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ ຈະເກີດຂຶ້ນ; ສຸມໃສ່ການພັດທະນາ ພື້ນຖານໂຄງລ່າງທາງດ້ານເສດຖະ ກິດ, ການຄ້າຊາຍແດນ, ການສົ່ງ ອອກ-ນໍາເຂົ້າສິນຄ້າຜ່ານແດນ, ສ້າງເງື່ອນໄຂໃຫ້ປະຊາຊົນຢູ່ລຽບ ຕາມຊາຍແດນມີການພັດທະນາ, ໃຫ້ປະຊາຊົນສອງປະເທດໄປ-ມາ ຫາສູ່ ແລະ ທຳມາຫາກິນຮ່ວມກັນ. ໃນໂອກາດເຂົ້າຮ່ວມກອງປະ ຊຸມສາມັນປະຈຳປີຄັ້ງນີ້, ສະຫາຍ ຫງວ້ຽນ ມິງ ວູ່ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍຄະນະໄດ້ ເຂົ້າຢ້ຽມຂໍ່ານັບທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ເພື່ອ ສືບຕໍ່ເພີ່ມທະວີ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ປະເທດ ລາວ ແລະ ຫວຽດນາມ ໃຫ້ ແໜ້ນແຟ້ນຍິ່ງໆຂຶ້ນ. ກອງປະຊຸມໄດ້ອັດລົງໃນທ່າມ ກາງບັນຍາກາດອັນສະຫງ່າລາສີ ແຫ່ງສາຍພົວພັນມິດຕະພາບທີ່ຍິ່ງ ໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຖານ ເພື່ອນມິດສະຫາຍອ້າຍນ້ອງລະ ຫວ່າງສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ລາວ-ຫວຽດນາມ, ນັບມື້ຍິ່ງໄດ້ຮັບການເພີ່ມພູນຄູນສ້າງ ແຕກດອກອອກຜົນ ແລະ ຂະຫຍາຍ ຕົວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ. ໃນໂອກາດມາເຂົ້າຮ່ວມກອງ ປະຊຸມໃນຄັ້ງນີ້, ຄະນະຜູ້ແທນຊາຍ ແດນ ລາວ-ຫວຽດນາມ ຍັງໄດ້ໄປ ຢ້ຽມຢາມສວນສາທາລະນະມິດຕະ ພາບ ລາວ-ຫວຽດນາມ ແລະ ສະ ຖານທີ່ທ່ອງທ່ຽວວັດທະນະທຳອີກ ຈຳນວນໜຶ່ງ. ໃນຕົວເມືອງ ນວ ມີຈຸດປະສົງຕົ້ນຕໍ ເພື່ອຈະຍົກລະດັບຄຸນນະພາບຊີວິດ ການເປັນຢູ່ຂອງຊາວ ນວ ໂດຍການ ປັບປຸງການເຂົ້າເຖິງການບໍລິການ ຂົນສົ່ງສາທາລະນະແນໃສ່ການ ປັບປຸງບັນຫາການສັນຈອນແອອັດ ໃນເຂດໃຈກາງເມືອງ. ນອກນັ້ນ, ກໍ ເພື່ອຫລຸດຜ່ອນອຸບັດເຫດຕາມທ້ອງ ຖະໜົນ ແລະ ບັນຫາມົນລະພິດທາງ ອາກາດ ແລະ ອື່ນໆ. ທ່ານ ຄໍາພັນ ວັນທະນາ ໃຫ້ຮູ້ອີກ ວ່າ: ການແກ້ໄຂໃນໄລຍະຜ່ານມາ ສ່ວນຫລາຍໄດ້ເນັ້ນພຽງແຕ່ການ ສ້າງ ແລະ ປັບປຸງເສັ້ນທາງເຮັດໃຫ້ ການແກ້ໄຂບັນຫາບໍ່ຍືນຍົງເພາະວ່າ ຍິ່ງສ້າງເສັ້ນທາງເພີ່ມຫລາຍເທົ່າໃດ ກໍມີຈຳນວນຍານພາຫະນະເພີ່ມຂຶ້ນ ເປັນເງົາຕາມຕົວ. ດັ່ງນັ້ນ, ຜ່ານ ການສຶກສາ ແລະ ຈັດຕັ້ງປະຕິບັດ ຫລາຍໂຄງການ, ຫລາຍອົງການ ຈັດຕັ້ງສາກົນ ຈຶ່ງເຫັນດີເປັນເອກະ ພາບຕໍ່ແນວທາງການແກ້ໄຂທີ່ມີ ລັກສະນະຮອບດ້ານ, ຄົບຊຸດເອົາ ການບໍລິການຂົນສົ່ງສາທາລະນະ ເປັນໃຈກາງ (T0%). ຜົນປະໂຫຍດຈາກໂຄງການ ເປັນການແກ້ໄຂສະພາບການຈະລາ ຈອນແອອັດ ໂດຍການສ້າງລະບົບ ຂົນສົ່ງສາທາລະນະທີ່ມີຄຸນນະພາບ ສູງ (ລົດເມ BRT) ແທນການນຳ ໃຊ້ພາຫະນະສ່ວນຕົວເທື່ອລະກ້າວ, ຈັດສັນບ່ອນຈອດລົດໃນຕົວເມືອງ ໃຫ້ເປັນລະບຽບຮຽບຮ້ອຍ, ປັບປຸງ ທັດສະນີຍະພາບຕົວເມືອງສີຂຽວ ແລະ ເປັນມິດກັບສິ່ງແວດລ້ອມ, ປັບປຸງທາງຍ່າງ ແລະ ແຄມທາງ ໃຫ້ສວຍງາມ ແລະ ເປັນຕາໜ້າຍ່າງ ແລະ ມາທ່ອງທ່ຽວ. ໃນພິທີຜູ້ເຂົ້າຮ່ວມ ແລະ ຄະນະ ຮັບຜິດຊອບໄດ້ປະກອບຄໍາຄິດຄໍາ ເຫັນ, ສົນທະນາແລກປ່ຽນກ່ຽວກັບ ໂຄງການລົດເມ BRT. ພ້ອມກັນນີ້, ຍັງມີກິດຈະກໍາຖາມ-ຕອບກ່ຽວກັບ ໂຄງການລົດເມ BRT ສໍາລັບນ້ອງ ນັກຮຽນ ແລະ ຜູ້ເຂົ້າຮ່ວມຕື່ມອີກ. ຂໍ້ມູນ-ພາບ: ວຽງຈັນໃໝ່ ຕໍ່າກໜ້າ

RkJQdWJsaXNoZXIy MTc3MTYxMQ==