ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 24.01.2025 ປີທີ 24 ສະບັບທີ 6.109 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q ,g-u p;a olh k'8A ' dv'ma [xt-k-q o]k; 7q [Iv[ 76 xu 1j k'l5 f.9K sk]n dkoveo;p7;k,ltf;d fh kodko7h k c]t dko0q olqj ' mqj ;xtgmf okpq d]a f4t,q o8u rq [xtz6 h [= ]y sko0A ol6 ' 0v';y lkstdy fpuj x5j o muj ot7vo38dP; lt4kom6 f9u o xt9e]k; 9a f'ko]h P'8h voIa [[5 oxu .\j 9u o 2025 Iv']a f4t,q o8u dt-;'dko8j k'xtgmf g-a oxB ,ws;h vkw] 8+ dkoglp-u ;y f0v'vtfu fxtmkokmy [= fu ,q '3d]u ຂປລ. ຄະນະກໍາມະການອໍານວຍ ຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ (ຄອຄຂ.ສ) ຈັດກອງ ປະຊຸມວິສາມັນທົ່ວປະເທດ ເພື່ອຜ່ານ ຮ່າງຍຸດທະສາດການອໍານວຍຄວາມ ສະດວກ ທາງດ້ານການຄ້າ ແລະ ການ ຂົນສົ່ງ 2025-2030 ໃນວັນທີ 21 ມັງກອນ 2025 ໂດຍການເປັນປະ ຂປລ.ໃນວັນທີ22ມັງກອນ2025, ທ່ານລິນຄໍາດວງສະຫວັນລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມາກ ແອນເດຣ ພລັອສ (Mr. Marc Andre Prost) ຜູ້ຕາງໜ້າອົງ ການອາຫານໂລກ (World Food Programme ຫລື WFP) ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ. ໂອກາດນີ້, ທ່ານ ລິນຄໍາ ດວງ ສະຫວັນ ໄດ້ສະແດງຄວາມຍິນດີຕ້ອນ ຮັບອັນອົບອຸ່ນ ຕໍ່ຜູ້ຕາງໜ້າອົງການ ອາຫານໂລກ ປະຈໍາ ສປປ ລາວ, ພ້ອມ ທັງຕີລາຄາສູງຕໍ່ສາຍພົວພັນທີ່ດີ ແລະ ການຮ່ວມມືຊ່ວຍເຫລືອ ຂອງອົງການ ອາຫານໂລກຢູ່ ສປປ ລາວ ກໍຄື ກະ ຊວງກະສິກໍາ ແລະ ປ່າໄມ້. ພ້ອມນີ້, ຂປລ. ສານປະຊາຊົນສູງສຸດ ຈັດ ພິທີປະກາດການແຕ່ງຕັ້ງຜູ້ພິພາກສາ ຊັ້ນສີ່ຂອງສານປະຊາຊົນຈຳນວນ 21 ສະຫາຍ ໃນວັນທີ 21 ມັງກອນ 2025 ຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ, ເລຂາ ຄະນະບໍລິຫານງານພັກ, ປະທານສານ ປະຊາຊົນສູງສຸດ, ມີຄະນະພັກ-ຄະນະ ນໍາສານປະຊາຊົນສູງສຸດ ເຂົ້າຮ່ວມ. ໂອກາດນີ້,ສະຫາຍນາງວຽງທອງ ສີພັນດອນ ໄດ້ມີຄຳເຫັນໂອ້ລົມ ໂດຍ ເນັ້ນໃຫ້ບັນດາສະຫາຍ ທີ່ໄດ້ຮັບການ ແຕ່ງຕັ້ງໃນຄັ້ງນີ້, ພ້ອມກັນສືບຕໍ່ເອົາ ໃຈໃສ່ບາງບັນຫາ ເປັນຕົ້ນ ໃຫ້ເອົາໃຈ ໃສ່ສຶກສາອົບຮົມການເມືອງ-ແນວຄິດ ອ້າຍນ້ອງພະນັກງານສານ ໃຫ້ມີນໍ້າ ໃຈຮັກຊາດ ຮັບໃຊ້ປະຊາຊົນ ແລະ ມີ ຂປລ. ສະຖານທູດ ສປ ຈີນ ປະຈໍາ ລາວ ຈັດງານລ້ຽງ ຕ້ອນຮັບບຸນປີໃໝ່ ຈີນປີ 2025 ໃນຕອນຄ່ຳວັນທີ 22 ມັງກອນ 2025 ຢູ່ນະຄອນຫລວງ ວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ກຳມະການ ກົມການເມືອງສູນກາງພັກ, ຮອງປະ ທານປະເທດ ແຫ່ງ ສປປ ລາວ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດ ຖະມົນຕີ, ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງ ພັກ, ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ມີບັນ ດາທູຕານຸທູດປະຈໍາລາວ ແລະ ແຂກ ຖືກເຊີນ ເຂົ້າຮ່ວມ. ທ່ານ ຟາງ ຫົງ ເອກອັກຄະລັດຖະ ທູດ ສປ ຈີນ ປະຈຳລາວ ໄດ້ມີຄໍາເຫັນ ວ່າ: ການນຳເອົາຜົນສຳເລັດຂອງບຸນ ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາ ທິການ ແລະ ກິລາ ໄດ້ຈັດຝຶກອົບຮົມ ໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ປີໃໝ່ຈີນ ແລະ ການຟ້ອນລຳວົງຂອງ ລາວ ເຂົ້າເປັນມໍລະດົກໂລກໃນປີຜ່ານ ມາ ໄດ້ເພີ່ມບັນຍາກາດອັນອົບອຸ່ນໃຫ້ ແກ່ພີ່ນ້ອງຮ່ວມຊາດຢູ່ລາວ. ຜ່ານການ ເຮັດວຽກໜັກໜ່ວງໜຶ່ງປີ, ພວກເຮົາ ໄດ້ສ້າງຊີວິດການເປັນຢູ່ຂອງແຕ່ລະ ຄອບຄົວໃຫ້ດີຂຶ້ນ, ປະກອບສ່ວນເຂົ້າ ໃນການພັດທະນາຂອງຈີນ-ລາວ ແລະ ຄວາມກ້າວໜ້າຂອງການພົວພັນສອງ ປະເທດ. ພ້ອມນີ້, ທ່ານເອກອັກຄະລັດ ຖະທູດ ຍັງໄດ້ສະແດງຄວາມພາກພູມ ໃຈຕໍ່ບັນດາຜົນສຳເລັດໃນການພັດທະ ນາການພົວພັນຮ່ວມມື ລະຫວ່າງ ສອງ ປະເທດຈີນ-ລາວ, ພ້ອມທັງຍິນດີທີ່ຈະ ຮ່ວມກັບທຸກພາກສ່ວນ ສືບຕໍ່ເປັນເຈົ້າ ການຊຸກຍູ້ ແລະ ປະກອບສ່ວນເຂົ້າໃນ ການສ້າງສາມິດຕະພາບ ລະຫວ່າງ ຂປລ. ກະຊວງເເຜນການ ເເລະ ການລົງທຶນ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ສູນການຄ້າ ອາຊຽນ-ຍີ່ປຸ່ນ (AJC) ແລະ ອົງການສົ່ງເສີມການຄ້າຍີ່ປຸນ (JETRO) ໄດ້ຈັດກອງປະຊຸມພົບປະ ທຸລະກິດ ຂັ້ນສູງແບບໂຕະມົນ ລາວຍີ່ປຸ່ນ ໃນວັນທີ 22 ມັງກອນ 2025 ຢູ່ ນະຄອນໂຕກຽວ, ປະເທດຍີ່ປຸ່ນ ໃຫ້ ກຽດເປັນປະທານໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ທານຂອງ ທ່ານ ສະເຫລີມໄຊ ກົມມະ ສິດ ຮອງນາຍົກລັດຖະມົນຕີ, ຫົວໜ້າ ຄອຄຂ.ສ, ມີບັນດາຮອງລັດຖະມົນຕີ, mk[mk,Ij k']a f4tme,to6 o lt[a [xa [x5 'xu 2025 16j 3 c0;'rkdg|n v ຂປລ. ຄະນະກຳມະການລະດັບ ຊາດ ປັບປຸງລັດຖະທຳມະນູນ(ຄລຊ) ຈັດກອງປະຊຸມທາບທາມຄໍາເຫັນໃສ່ ຮ່າງລັດຖະທໍາມະນູນ ສະບັບປັບປຸງ ປີ 2025 ສຳລັບ 3 ແຂວງພາກເໜືອ ຄື: ແຂວງຫລວງພະບາງ, ອຸດົມໄຊ ແລະ ແຂວງໄຊຍະບູລີ ໃນວັນທີ 23 ມັງກອນ 2025 ຢູ່ແຂວງຫລວງພະ ບາງ ໂດຍການເປັນປະທານຂອງ mk[mk,7egsa o.lj Ij k' ]a f4tme,to6 omu j c0;'s];'oEmk ຂປລ. ຄະນະກຳມະການລະດັບ ຊາດ ປັບປຸງລັດຖະທຳມະນູນ (ຄລຊ) ຈັດກອງປະຊຸມທາບທາມຄໍາເຫັນໃສ່ ຮ່າງລັດຖະທໍາມະນູນ ສະບັບປັບປຸງ ປີ 2025 ໃນລະຫວ່າງວັນທີ 2324 ມັງກອນ 2025 ຢູ່ແຂວງຫລວງ ນໍ້າທາ ເຊິ່ງຈຸດດັ່ງກ່າວປະກອບມີ ແຂວງຫລວງນໍ້າທາ, ແຂວງຜົ້ງສາລີ ແລະ ແຂວງບໍ່ແກ້ວ ໂດຍການເປັນ ປະທານຂອງ ທ່ານ ກອງແກ້ວ ໄຊ ສົງຄາມ ກຳມະການສູນກາງພັກ, ປະ ທານສະຖາບັນວິທະຍາສາດເສດຖະ ກິດ ແລະ ສັງຄົມແຫ່ງຊາດ, ຄະນະ ກຳມະການລະດັບຊາດປັບປຸງລັດຖະ ທຳມະນູນ, ຮອງຫົວໜ້າອະນຸກຳມະ ການເນື້ອໃນ, ມີທ່ານ ວຽງສະຫວັດ ສີພັນດອນ ເລຂາພັກແຂວງ, ເຈົ້າ ແຂວງຫລວງນ້ຳທາ, ທ່ານ ທອງຈັນ ມະນີໄຊ ເລຂາພັກແຂວງ, ເຈົ້າແຂວງ ບໍ່ແກ້ວ, ທ່ານ ຄຳຟອງ ອິນມະນີ ຮອງ ເລຂາພັກແຂວງ, ປະທານສະພາປະ ຊາຊົນແຂວງຫລວງນ້ຳທາ, ມີບັນດາ ອົງການຈັດຕັ້ງພັກ-ລັດ, ແນວລາວ ສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ສະມາຊິກ ສະພາແຫ່ງຊາດ ປະຈຳເຂດເລືອກ ຕັ້ງ ປະຈຳເຂດເລືອກຕັ້ງທີ 3 ແຂວງ ຫລວງນ້ຳທາ, ພ້ອມດ້ວຍພາກສ່ວນທີ່ ກ່ຽວຂ້ອງຂອງ 3 ແຂວງຄື: ຜົ້ງສາລີ, ]a f4t,q o8u dt-;'dtly de c]t xj kw,h 8h voIa [z6h 8k'|h kvq 'dkovksko3]d ຂປລ. ໃນວັນທີ 23 ມັງກອນ 2025 ນີ້, ຢູ່ສະຖານເອກອັກຄະລັດຖະ ທູດ ແຫ່ງ ມົງໂກລີ ປະຈຳ ສປປ ລາວ ທ່ານ ພົງສະຫວັນ ສີສຸລາດ ຮອງລັດ ຖະມົນຕີກະຊວງການຕ່າງປະເທດ ໄດ້ ນຳພາຄະນະ ໄປເຂົ້າຮ່ວມພິທີວາງ ພວງມາລາ ແລະ ເຊັນປຶ້ມໄຫວ້ອາໄລ ຕໍ່ການເສຍຊີວິດຂອງ ທ່ານ ພຸນສາລ ມາກີນ ໂອຈິຣ໌ບັທ (Punsalmaa Ochirbat), ອະດີດປະທານາທິບໍດີ ແຫ່ງ ມົງໂກລີ (ຜູ້ທໍາອິດ) ທີ່ໄດ້ເຖິງ ແກ່ມໍລະນະກຳ ໃນວັນທີ 17 ມັງກອນ 2025 ຜ່ານມາ, ໂດຍການຕ້ອນຮັບ ຂອງ ທ່ານ ບຽມບາຊູເຣນ ຈໍາສ໌ຣັງ (Byambasuren Jamsran) ເອກ lkoxt-k-q ol6 'l5 f xtdkfc8j '8A 'z6h ry rkdlk -A oluj ທັງສອງຝ່າຍໄດ້ມີການແລກປ່ຽນ ຄວາມຄິດເຫັນ ກ່ຽວກັບບັນດາໂຄງ ການຕ່າງໆ ທີ່ອົງການອາຫານໂລກ ໄດ້ໃຫ້ການສະໜັບສະໜູນ ກະຊວງ ກະສິກໍາ ແລະ ປ່າໄມ້ ເປັນຕົ້ນໂຄງການ ກະສິກໍາ ເພື່ອໂພຊະນາການ, ໂຄງການ ຄໍ້າປະກັນສະບຽງອາຫານສໍາລັບຊາວ ສວນກາເຟ ພາຍໃຕ້ທຶນການຮ່ວມມື ກັບໜ່ວຍງານ ເສີມສ້າງຄວາມເຂັ້ມ ແຂງດ້ານເສດຖະກິດ ປະເທດຢີ່ປຸ່ນ ເຊິ່ງແຕ່ລະໂຄງການແມ່ນໄດ້ສະໜັບ ສະໜູນໃຫ້ແກ່ 4 ແຜນງານຫລັກ ຂອງ ກະຊວງກະສິກໍາ ແລະ ປ່າໄມ້, ພ້ອມ ທັງສະແດງຄວາມຫວັງວ່າອົງການອາ ຫານໂລກ ປະຈໍາລາວ ສືບຕໍ່ປະກອບ ສ່ວນ ແລະ ສະໜັບສະໜູນ ກະຊວງ ຄວາມຈົງຮັກພັກດີຕໍ່ ພັກ-ລັດ; ເອົາໃຈ ໃສ່ຄົ້ນຄວ້າພິຈາລະນາຕັດສິນຄະດີໃຫ້ ຖືກຕ້ອງ, ເປັນທໍາ, ເຮັດໃຫ້ສານປະ ຊາ ຊົນ ເປັນທີ່ເພິ່ງທີ່ໄວ້ເນື້ອເຊື່ອໃຈທີ່ສຸດ ຂອງປະຊາຊົນ ເພາະສານເຂດ, ສານ ແຂວງ ເຮັດໜ້າທີ່ຕັດສິນຄະດີເປັນຂັ້ນ ຕົ້ນ ເຊິ່ງແມ່ນຂັ້ນທຳອິດ ເປັນປະຕູ ດ່ານທຳອິດ ໃນການບໍລິການຮັບໃຊ້ ປະຊາຊົນ ເຊິ່ງຕິດພັນກັບຫລາຍເຫດ ການ ຫລື ບັນຫາຂໍ້ຄັດແຍ່ງທີ່ເກີດຂຶ້ນ, ທັງຕິດພັນກັບປະຊາຊົນ (ຄູ່ຄວາມ), ຕິດພັນກັບບ້ານ, ກຸ່ມບ້ານໂດຍກົງ. ສະ ນັ້ນ, ການບໍລິການຕ້ອງເຮັດດີ, ການ ແກ້ໄຂຄະດີຕ້ອງວ່ອງໄວ, ໂປ່ງໃສ, ຖືກ ຕ້ອງ ແລະ ຮັບປະກັນຄວາມຍຸຕິທຳ ໝາຍວ່າເຮັດແນວໃດ (ເຮັດໃຫ້ນ້ຳໃສ ໄຫລມາແຕ່ຕົ້ນນ້ຳ), ສູ້ຊົນແກ້ໄຂຄະດີ ອັກຄະລັດຖະທູດວິສາມັນຜູ້ມີອໍານາດ ເຕັມ ແຫ່ງ ມົງໂກລີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ. ການເຊັນປື້ມໄຫວ້ອາໄລ ດັ່ງກ່າວ, ເນື້ອໃນລະບຸວ່າ: ຕາງໜ້າຄະນະນໍາ lh k'7;k,g0A ,c0'.sh 76 .o-q oot[q f cdh w0lyj 'mh kmkp fh kodkoIPo{dkolvo ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອ ປະຕິບັດພາລະບົດບາດຂອງຕົນ ໃນ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 24/01/2025 xtgmf]k; ສະຖານທູດຈີນ... ສອງປະເທດໃນດ້ານຕ່າງໆ. ໂອກາດນີ້, ທ່ານ ບຸນທອງ ຈິດ ມະນີ ໄດ້ຕາງໜ້າພັກ-ລັດ ແລະ ປະຊາ ຊົນລາວ ສະແດງຄວາມດີອົກດີໃຈ ທີ່ ໄດ້ເຂົ້າຮ່ວມງານລ້ຽງໃນຄັ້ງນີ້. ໃນປີ ຜ່ານມາ ເຫັນວ່າ ພາຍໃຕ້ການນໍາພາ ຂອງພັກກອມມູນິດຈີນ, ປະຊາຊົນຈີນ ພ້ອມກັນຍາດໄດ້ໄຊຊະນະອັນມະ ຫາ ສານ ໃນການປົກປັກຮັກສາ ແລະ ພັດ ທະນາປະເທດຊາດ. ໂອກາດປີໃໝ່ທີ່ ໝູນວຽນມາຮອດນີ້, ຂໍສົ່ງຄໍາອວຍ ພອນ ສປ ຈີນ ໃຫ້ສືບຕໍ່ປົກປັກຮັກສາ ພັດທະນາປະເທດ ໃຫ້ຮຸ່ງເຮືອງໄປ ຕາມທິດທີ່ ພັກກອມມູນິດຈີນໄດ້ກໍານົດ ໄວ້, ພວກເຮົາທັງສອງປະເທດ ພ້ອມ ກັນສືບຕໍ່ປົກປັກຮັກສາສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການ ເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນລາວ ຈົ່ງໝັ້ນຄົງຂະນົງແກ່ນຕະຫລອດ ໄປ. ຂໍ້ມູນ-ພາບ: CM( FM93 ສປປ ລາວ, ມີບັນດາຜູ້ແທນຂັ້ນສູງ ແລະ ຜູ້ບໍລິຫານຂັ້ນສູງຂອງ ວິສາກະ ກິດ ລາວ ແລະ ຍີ່ປຸ່ນ, ພ້ອມດ້ວຍ ຜູ້ຕາງ ໜ້າຈາກພາກລັດ ເເລະ ພາກທຸລະກິດ ເຂົ້າຮ່ວມ. ກອງປະຊຸມ ພົບປະທຸລະກິດ ລາວຍີ່ປຸ່ນ ໃນຄັ້ງນີ້, ຈັດຂຶ້ນໃນບັນຍາກາດ ແຫ່ງການສະເຫລີມ ສະຫລອງສາຍ ພົວພັນທາງການທູດ ລາວ-ຍີ່ປຸ່ນ ຄົບ ຮອບ 70 ປີ ແລະ ເປີດໂອກາດໃຫ້ ຜູ້ບໍລິ ຫານຂັ້ນສູງຂອງວິສາຫະກິດຍີ່ປຸ່ນ ໄດ້ ມີຂໍ້ສະເໜີ ແລະ ຄຳຄິດຄຳເຫັນຕໍ່ການ ນຳຂັ້ນສູງຂອງລາວ, ພ້ອມທັງ ໃຫ້ນັກ ທຸລະກິດລາວ ທີ່ມີທ່າແຮງສາມາດພົບ ປະ ແລະ ແລກປ່ຽນຮ່ວມກັບພາກທຸລະ ກິດ ຍີ່ປຸ່ນ ເພື່ອເປັນການສ້າງເງື່ອນ ໄຂ ໃຫ້ແກ່ພາກທຸລະກິດຂອງ 2 ປະເທດ ໄດ້ຮູ້ຈັກເຊິ່ງກັນ ແລະ ກັນ ໃຫ້ຫລາຍ ຂຶ້ນ ແລະ ສືບຕໍ່ແລກປ່ຽນຄໍາຄິດເຫັນ ໃນການສົ່ງເສີມທາງດ້ານທຸລະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ໃຫ້ເພີ່ມຂຶ້ນໃນຕໍ່ໜ້າ. ໂອກາດນີ້, ທ່ານນາຍົກລັດຖະ ມົນຕີ ເເຫ່ງ ສປປ ລາວ ໄດ້ໃຫ້ຮູ້ວ່າ: ການສະເຫລີມສະຫລອງ ສາຍພົວພັນ ທາງການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ຖືເປັນຂີດໝາຍ ເເລະ ໝາກຜົນ ອັນສໍາຄັນ ພາຍຫລັງ 2 ປະເທດ ໄດ້ ປະກາດຍົກລະດັບ ສາຍພົວພັນ ແລະ ການຮ່ວມມືລາວ-ຍີ່ປຸ່ນຈາກ hຄູ່ຮ່ວມ ມືຍຸດທະສາດi ເປັນ hຄູ່ຮ່ວມຍຸດທະ ສາດຮອບດ້ານi ປະກອບສ່ວນຢ່າງ ຕັ້ງໜ້າຕໍ່ ການຮ່ວມມືດ້ານເສດຖະກິດ, ນາຍົກລັດຖະມົນຕີ... ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ໃຫ້ມີບາດກ້າວຂະຫຍາຍ ຕົວຢ່າງພົ້ນເດັ່ນຍິ່ງຂຶ້ນ ໃນຊຸມປີຕໍ່ໜ້າ. ພ້ອມນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນເຖິງບັນດາທ່າເເຮງທີ່ເປັນໂອ ກາດແກ່ການລົງທຶນ ຕາມທິດສີຂຽວ ຂອງ ສປປ ລາວ ເປັນຕົ້ນ ທາງດ້ານ ພະລັງງານສະອາດ, ການຊື້ຂາຍສິນ ເຊື່ອກາກບອນ, ການຜະລິດ ເເລະ ປຸງ ເເຕ່ງສິນຄ້າກະສິກຳ ທີ່ມີຄຸນນະພາບ ສູງ ແລະ ອຸດສາຫະກຳປຸງແຕ່ງທີນຳ ໃຊ້ພະລັງງານສະອາດ. ກອງປະຊຸມ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງເເຜນການ ເເລະ ການລົງທຶນ ສປປ ລາວ ໄດ້ໃຫ້ຮູ້ວ່າ: ການລົງທຶນຂອງປະເທດຍີ່ປຸນ, ນັບແຕ່ ສປປ ລາວ ເປີດຮັບເອົາການລົງທຶນ ຈາກຕ່າງປະເທດ ໃນປີ 19 9 ມາ ຮອດປັດຈຸບັນ(ປີ 2024), ຍີ່ປຸ່ນ ໄດ້ ເຂົ້າມາລົງທຶນໃນກິດຈະການສຳປະ ທານ ແລະ ບັນຊີຄວບຄຸມ ເຊິ່ງບັນລຸໄດ້ ທັງໝົດ 93 ໂຄງການ, ລວມມູນຄ່າ ການລົງທຶນທັງໝົດ 157 ລ້ານກວ່າ ໂດລາສະຫະລັດ ເຊິ່ງການລົງທຶນຂອງ ປະເທດຍີ່ປຸ່ນ ແມ່ນຈັດຢູ່ອັນດັບ 14 ຈາກຈໍານວນ 53 ປະເທດ ທີ່ເຂົ້າມາ ລົງທຶນ ຢູ່ ສປປ ລາວ. ທ່ານ ເພັດ ພົມພິພັກ ໃຫ້ຮູ້ອີກວ່າ: ລັດຖະບານສປປລາວໄດ້ສໍາເລັດການ ປັບປຸງກົດໝາຍວ່າດ້ວຍການສົ່ງເສີມ ການລົງທຶນ ທີ່ຮັບຮອງໂດຍສະພາ ແຫ່ງຊາດ ແລະ ໄດ້ປະກາດນຳໃຊ້ຢ່າງ ເປັນທາງການ ໃນທ້າຍປີ 2024 ເພື່ອ ສືບຕໍ່ປັບປຸງສະພາບແວດລ້ອມ ການ ດຳເນີນທຸລະກິດ ແລະ ການລົງທຶນໃຫ້ ດີຂຶ້ນ ໂດຍໄດ້ຕັດ ຂອດ-ຂັ້ນ ທີ່ບໍ່ຈຳ ເປັນອອກ ແລະ ປັບປຸງບັນດາກົນໄກ ແລະ ລະບຽບການໃຫ້ສະດວກ ແລະ ງ່າຍດາຍຂຶ້ນ ແນໃສ່ຫລຸດໄລຍະເວລາ ກໍຄື ຕົ້ນທຶນໃນການດຳເນີນທຸລະກິດ ຢູ່ ສປປ ລາວ. ພ້ອມນີ້, ທ່ານ ມະໄລທອງ ກົມມະ ສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ເເລະ ການຄ້າ ສປປ ລາວ ຍັງໄດ້ນຳສະ ເໜີວ່າ: ມູນຄ່າການຄ້າ 2 ຝ່າຍໃນໄລ ຍະຜ່ານໆມາ ນັບແຕ່ປີ 201 ເຖິງ ປັດ ຈຸບັນ ມີມູນຄ່າການຄ້າ ລວມຫລາຍ ກວ່າ 1 ພັນລ້ານໂດລາສະຫະລັດ. ສະ ເພາະ ປີ 2024 ມູນຄ່າການຄ້າສອງ ຝ່າຍຫລາຍກວ່າ 255 ລ້ານໂດລາສະ ຫະລັດ ເຊິ່ງເພີ່ມຂຶ້ນປະມານ 10,40 ທຽບກັບປີ 2023. ສິນຄ້າຫລັກທີ່ມີ ການຊື້-ຂາຍ ຫລາຍກວ່າໝູ່ ລະຫວ່າງ ລາວ ແລະ ຍີ່ປຸ່ນ ແມ່ນສິນຄ້າປະເພດ ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໄຟຟ້າ, ອຸປະ ກອນເຄື່ອງໃຊ້ໄຟຟ້າ, ພາຫະນະທາງ ບົກ, ອຸປະກອນກົນຈັກ, ເສັ້ນໄຍສັງ ເຄາະ ແລະ ອື່ນໆ. ໃນຕອນທ້າຍ, ທ່ານນາຍົກລັດຖະ ມົນຕີ ໄດ້ເປີດໂອກາດໃຫ້ ບັນດາບໍລິ ສັດຊັ້ນນໍາຂອງ ຍີ່ປຸ່ນ ປະກອບຄຳຄິດ ຄຳເຫັນ ຕໍ່ກອງປະຊຸມ ແລະ ຖືເອົາໂອ ກາດນີ້ ໃຫ້ທິດຊີ້ນຳກ່ຽວກັບ ນະໂຍ ບາຍ ຂອງລັດຖະບານ ຕໍ່ກັບການລົງ ທຶນຂອງຕ່າງປະເທດ ເຊິ່ງໄດ້ສ້າງ ຄວາມໝັ້ນໃຈ ໃຫ້ແກ່ວິສາຫະກິດ ຍີ່ປຸ່ນ ໃນການຕັດສິນໃຈ ມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ. ຂ່າວ-ພາບ: ກຕທ ສານປະຊາຊົນສູງສຸດ... ໃຫ້ໄດ້ 5 ຂຶ້ນໄປ ເຮັດໃຫ້ການຂໍ ອຸທອນບໍ່ເກີນ 15 ເລືອກໃຫ້ໄດ້ຜູ້ ພິພາກສາດີເກັ່ງ ໃຫ້ໄດ້ 25 ຂຶ້ນໄປ ຂອງຜູ້ພິພາກສາທັງໝົດ ໃນສານປະ ຊາຊົນ ຂອງຕົນຕາມມາດຖານກຳນົດ ແລະ ຕາມແຜນການທີ່ສະພາຮັບຮອງ ໄວ້; ໃຫ້ເອົາໃຈໃສ່ພົວພັນປະສານສົມ ທົບກັບບັນດາຂະແໜງການທີ່ກ່ຽວ ຂ້ອງກັບການດຳເນີນຄະດີຂະບວນ ຍຸຕິທຳ ແລະ ພາກສ່ວນທີ່ກ່ຽວຂ້ອງ ອື່ນໆ, ລາຍງານ ແລະ ພົວພັນຍາດ ແຍ່ງຄຳຄິດເຫັນ ຈາກການນຳຂອງ ແຂວງ, ເມືອງ ບ່ອນທີ່ສານຕັ້ງຢູ່ ເປັນ ປົກກະຕິ; ເອົາໃຈໃສ່ຫັນລົງຮາກຖານ ຕາມສາຍຕັ້ງ ແລະ ສາຍຂວາງ ຮ່ວມ ກັບຂະບວນການຂອງແຂວງ, ຂອງ ເມືອງ, ລົງຮາກຖານຕາມສາຍຕັ້ງ ຕິດ ພັນກັບການຕັດສິນຄະດີ 3 ຂັ້ນ ຂອງ ສານປະຊາຊົນ. ສ່ວນຢູ່ສານທ້ອງຖິ່ນ ສະເໜີໃຫ້ ຄະນະພັກແຂວງ, ເມືອງ ກໍຄື ການຈັດ ຕັ້ງທຸກພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ ຈົ່ງໃຫ້ການຮ່ວມມືປະສານ ສົມທົບຊ່ວຍສຶກສາອົບຮົມ, ບຳລຸງ, ຊຸກຍູ້, ຕິດຕາມ, ກວດກາສານປະຊາ ຊົນຕາມສາຍຂວາງ, ສາຍຕັ້ງທາງ ດ້ານວິຊາສະເພາະ, ວິຊາການທາງ ກົດໝາຍ, ສານປະຊາຊົນສູງສຸດ ຈະ ຮັບຜິດຊອບ ໂດຍການພົວພັນປະສານ ສົມທົບແໜ້ນ ເຊິ່ງກັນ ແລະ ກັນ. ຂໍ້ມູນ-ພາບ: ຕຸໄລເພັດ ຮອງເຈົ້າແຂວງ, ຮອງປະທານສະພາ ການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ຜູ້ຕາງໜ້າຈາກຂະແໜງການທີ່ ກ່ຽວຂ້ອງ ເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ທາງໄກ. ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ໃຫ້ຮູ້ວ່າ: ວຽກງານອໍາ ນວຍຄວາມສະດວກ ທາງດ້ານການ ຄ້າ ແລະ ການຂົນສົ່ງ ມີບົດບາດສໍາ ຄັນຕໍ່ການພັດທະນາເສດຖະກິດ-ສັງ ຄົມ, ເປັນໜຶ່ງໃນວຽກຈຸດສຸມໃນການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ ແລະ ຄວາມພະຍາ ຍາມໃນການຫລຸດຜ່ອນເວລາ ແລະ ຕົ້ນທຶນທາງດ້ານການຄ້າ ແລະ ການ ຂົນສົ່ງ ພ້ອມທັງແກ້ໄຂບັນຫາຕ່າງໆ ທີ່ ປິ່ນອ້ອມຂອງພາກທຸລະກິດ ແລະ ເພື່ອ ສືບຕໍ່ປັບປຸງວຽກງານອໍານວຍຄວາມ ສະດວກທາງດ້ານການຄ້າ ແລະ ການ ຂົນສົ່ງ ໂດຍສະເພາະການແກ້ໄຂບັນ ຫາຂອງພາກທຸລະກິດໃນປັດຈຸບັນ ແລະ ຕໍ່ໜ້າ ຕ້ອງໄດ້ມີການກໍານົດແຜນ ງານ, ກິດຈະກໍາ, ງົບປະມານ ຫລື ໂຄງ ການຄັກແນ່ ເພື່ອເປັນບ່ອນອີງໃນການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ ບັນລຸຕາມເປົ້າໝາຍ. ທ່ານ ມະໂນທອງ ວົງໄຊ ຮອງລັດ ຖະມົນຕີ, ຫົວໜ້າກອງເລຂາຄະນະ ອໍານວຍຄວາມສະດວກທາງດ້ານການ ຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ໄດ້ ສະເໜີຮ່າງຍຸດທະສາດການອໍານວຍ ຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030 ເຊິ່ງ ປະກອບມີ 12 ມາດຕະການ ແລະ 23 ແຜນງານ ແລະ ມີ 4 ເປົ້າໝາຍຫລັກຄື: ເລັ່ງໃສ່ຫລຸດຜ່ອນເວລາໃນການອອກ ອະນຸຍາດ, ຢັ້ງຢືນການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງຂະແໜງການທີ່ ກ່ຽວຂ້ອງ ໃຫ້ໄດ້ຢ່າງໜ້ອຍ 40 ; ຫລຸດຜ່ອນເວລາໃນການກວດປ່ອຍສິນ ຄ້ານໍາເຂົ້າ-ສົ່ງອອກ ແລະ ຜ່ານແດນ ຢູ່ດ່ານສາກົນ ໃຫ້ໄດ້ຢ່າງໜ້ອຍ 50 ; ປັບປຸງດັດສະນີີຕົວຊີ້ວັດປະສິດທິພາບ ດ້ານໂລຈິສຕິກ ຂອງ ສປປ ລາວ ໃຫ້ ບັນລຸຢ່າງໜ້ອຍ 3.4 ຄະແນນ ແລະ ຫລຸດຜ່ອນຈຸດກວດກາຕາມເສັ້ນທາງ ທີ່ບໍ່ຈໍາເປັນ ເພື່ອອໍານວຍຄວາມສະ ດວກໃຫ້ແກ່ການເຄື່ອນຍ້າຍ ແລະ ຂົນ ສົ່ງສິນຄ້າ ຢູ່ພາຍໃນປະເທດ ໃຫ້ໄດ້ ຢ່າງໜ້ອຍ 50 . ນອກຈາກນີ້, ກອງ ປະຊຸມໄດ້ພ້ອມກັນປະກອບຄໍາເຫັນ ຢ່າງກົງໄປກົງມາ ຕໍ່ກັບຮ່າງຍຸດທະ ສາດອໍານວຍຄວາມສະດວກທາງດ້ານ ການຄ້າ ແລະ ການຂົນສົ່ງ 20252030 ແລະ ໄດ້ເຫັນດີເປັນເອກະພາບ ສູງ ໃຫ້ມີການປັບປຸງຮ່າງຍຸດທະສາດ ດັ່ງກ່າວ, ເພີ່ມເຕີ່ມ ໂດຍໃຫ້ກອງເລຂາ ຮຽບຮຽງຄືນດ້ານໂຄງສ້າງ, ເນື້ອໃນ ແລະ ຄໍາສັບຕ່າງໆໃຫ້ສອດຄ່ອງກັບ ຫລັກການ ແລ້ວນໍາສົ່ງໃຫ້ບັນດາຂະ ແໜງການ ທັງສູນກາງ ແລະ ທ້ອງຖິ່ນ ມີຄໍາເຫັນ. ຫລັງຈາກນັ້ນ, ໃຫ້ສັງຮວມ ລາຍງານ ທ່ານຫົວໜ້າ ຄອຄຂ.ສ ພິຈາລະນາ ກ່ອນສະເໜີເອົາເຂົ້າວາລະ ກອງປະຊຸມລັດຖະບານ ໃນເດືອນ ກຸມພາ 2025 ເພື່ອພິຈາລະຮັບຮອງ ໃນຂັ້ນຕອນຕໍ່ໄປ. ຂ່າວ-ພາບ: ໄພວັນ ທ່ານ ພູວົງ ອຸ່ນຄຳແສນ ກຳມະການ ສູນກາງພັກ, ຫົວໜ້າສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະກຳມະການລະດັບຊາດ ປັບປຸງ ລັດຖະທຳມະນູນ,ມີທ່ານຄຳຈັນໂສຕາ ປະເສີດ ກຳມະການຄະນະປະຈຳສະ ພາແຫ່ງຊາດ, ປະທານກຳມາທິການ ບັນດາເຜົ່າ, ຄະນະກຳມະການລະດັບ ຊາດ ປັບປຸງລັດຖະທຳມະນູນ, ມີຄະນະ ກຳມະການປັບປຸງລັດຖະທຳມະນູນ, ເຈົ້າແຂວງ, ຮອງເຈົ້າ ແລະ ພາກສ່ວນ ກ່ຽວຂ້ອງ 3 ແຂວງເຂົ້າຮ່ວມ. ທ່ານ ພູວົງ ອຸ່ນຄຳແສນ ໄດ້ໃຫ້ຮູ້ ວ່າ: ກອງປະຊຸມຄັ້ງນີ້, ແນໃສ່ປະກອບ ຄຳເຫັນ ໃສ່ເນື້ອໃນຮ່າງລັດຖະທຳມະ ນູນ ສະບັບປັບປຸງ ທີ່ຄະນະກຳມະການ ລະດັບຊາດ ໄດ້ນຳມາທາບທາມຄຳ ເຫັນໃຫ້ມີຄວາມຄົບຖ້ວນ, ຮັດກຸມແລະ ສອດຄ່ອງກັບໂຄງການການເມືອງ ສະບັບທີ 3 ແລະ ລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ 9** ຂອງ ພັກປະຊາຊົນປະຕິວັດລາວ ເຮັດໃຫ້ ຮ່າງລັດຖະທຳມະນູນກາຍເປັນສະບັບ ສົມບູນ; ເປັນການເຊື່ອມຊຶມ ແລະ ສ້າງ ຄວາມຮັບຮູ້ ເຂົ້າໃຈ ທີ່ຖືກຕ້ອງ ຕໍ່ຮ່າງ ລັດຖະທຳມະນູນສະບັບປັບປຸງ, ສືບຕໍ່ ຍົກສູງສະຕິເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນໃນທົ່ວສັງຄົມ ໃຫ້ດີ ກວ່າເກົ່າ, ຮັບປະກັນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍໃຫ້ມີ ປະສິດທິພາບ, ປະສິດທິຜົນ ທັງເປັນ ການປະກອບສ່ວນຍູ້ແຮງຂະບວນ ການແຂ່ງຂັນ ສ້າງຜົນງານຂໍ່ານັບ ຮັບຕ້ອນການດຳເນີນກອງປະຊຸມໃຫຍ່ ສາມຂັ້ນ ແລະ ຂ່ຳນັບຮັບຕ້ອນ 3 ວັນ ປະຫວັດສາດທີ່ສຳຄັນຂອງຊາດ ໃນ ປີ 2025. ກອງປະຊຸມ, ທ່ານ ຄຳຈັນ ໂສ ຕາປະເສີດ ໄດ້ອະທິບາຍການປັບປຸງ ເນື້ອໃນຂອງຮ່າງລັດຖະທຳມະນູນ ເຊິ່ງເຫດຜົນ ແລະ ຄວາມຈຳເປັນໃນ ການປັບປຸງລັດຖະທຳມະນູນ ສະບັບ ປີ 2015 ແນໃສ່ການປັບປຸງລະບົບ ອຳນາດແຫ່ງລັດ ໃຫ້ມີປະສິດທິພາບ ສູງ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກ ປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ແນໃສ່ສ້າງພື້ນຖານທາງ ດ້ານກົດໝາຍ ກໍຄື ນິຕິກຳທີ່ຈະວາງ ອອກໃນຕໍ່ໜ້າ ໃຫ້ຮັບປະກັນແນວທາງ ການເມືອງຂອງພັກ, ການຄຸ້ມຄອງບໍລິຫານລັດໃນໄລຍະໃໝ່; ການປັບປຸງ ລັດຖະທຳມະນູນຄັ້ງນີ້ ຕົ້ນຕໍແມ່ນສຸມ ໃສ່ປັບປຸງບາງໝວດ, ບາງມາດຕາ ເພື່ອຮັບປະກັນ ຫລື ຮອງຮັບແນວທາງ ການເມືອງຂອງພັກ ແລະ ແນວທາງ ການຈັດຕັ້ງ, ການຄຸ້ມຄອງ-ບໍລິຫານ ລັດໃນໄລຍະໃໝ່ ກໍຄື ແນວທາງປ່ຽນ ແປງໃໝ່ໃນຊຸມປີຕໍ່ໜ້າ ໂດຍສະເພາະ ໃນສະໄໝທີ 9** ຂອງພັກ ຫາກບໍ່ ແມ່ນການປັບປຸງທັງໝົດເນື້ອໃນຂອງ ລັດຖະທຳມະນູນ. ໝາຍວ່າ ອັນໃດທີ່ ເຂົ້າໃຈເປັນເອກະພາບ, ປະຕິບັດມີປະ ສິດທິຜົນ, ບໍ່ມີຄວາມສັບສົນ ຫລື ເປັນ ບັນຫາຫຍຸ້ງຍາກໃນການຈັດຕັ້ງປະຕິ ບັດ ກໍບໍ່ຈຳເປັນຕ້ອງປັບປຸງຕື່ມອີກ; ການປັບປຸງລັດຖະທຳມະນູນ ຕ້ອງມີ ເນື້ອໃນສອດຄ່ອງກັບບັນດາເນື້ອໃນ ຂອງໂຄງການການເມືອງຂອງພັກ ສະບັບທີ 3, ຮ່າງລາຍງານການເມືອງ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ສະໄໝ ທີ 9** ຂອງພັກ, ມະຕິ 05 ຄບສພ, ມະຕິ 04 ກມສພ ແລະ ຄໍາສັ່ງຂອງ ຄະນະເລຂາທິການສູນກາງພັກເລກທີ 173 ຄລສພ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄຳເຫັນຢ່າງມີຈຸດສຸມ ແລະ ເປັນປະໂຫຍດ ເພື່ອໃຫ້ ຄລຊ ນຳ ຄຳເຫັນໄປຄົ້ນຄວ້າ ແລະ ປັບປຸງຮ່າງ ລັດຖະທຳມະນູນ ໃຫ້ເປັນສະບັບສົມບູນ ເພື່ອນຳສະເໜີຕໍ່ກອງປະຊຸມສະໄໝວິ ສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ *9 ທີ່ຈະເປີດຂຶ້ນໃນທ້າຍເດືອນ ມີນາ 2025 ນີ້. ສຳລັບ ຮ່າງລັດຖະທຳມະນູນ (ສະ ບັບປັບປຸງ) ປະກອບດ້ວຍ 14 ໝວດ ແລະ 112 ມາດຕາ. ໃນນັ້ນ, ໄດ້ປັບ ປຸງ 4 ມາດຕາ, ເພີ່ມໃໝ່ 5 ມາດຕາ ແລະ ຮັກສາເນື້ອໃນໄວ້ຄືເກົ່າ 69 ມາດຕາ. ຂ່າວ-ພາບ: ຢ່າຕົ້ງ ຫລວງນ້ຳທາ ແລະ ບໍ່ແກ້ວ ເຂົ້າຮ່ວມ. ທ່ານ ກອງແກ້ວ ໄຊສົງຄາມ ໄດ້ໃຫ້ ຮູ້ວ່າ: ການສ້າງ ແລະ ປັບປຸງລັດຖະ ທຳມະນູນ ເປັນວຽກ ທີ່ສຳຄັນທີ່ສຸດ, ແຕ່ການຈັດຕັ້ງປະຕິບັດໃຫ້ເກີດດອກ ອອກຜົນເປັນຈິງ, ການນຳເອົາລັດຖະ ທຳມະນູນ ແລະ ກົດໝາຍ ເຂົ້າສູ່ຊີວິດ ຕົວຈິງຂອງທົ່ວສັງຄົມນັ້ນ ເປັນວຽກ ງານໜຶ່ງທີ່ມີຄວາມໝາຍສຳຄັນກວ່າ ການສ້າງແລະປັບປຸງລັດຖະທຳມະນູນ ຫລາຍສິບເທົ່າ ເຊິ່ງການຈັດກອງປະ ຊຸມຄັ້ງນີ້ ກໍເພື່ອເຮັດໃຫ້ການປະກອບ ຄຳເຫັນເຂົ້າໃສ່ເນື້ອໃນຮ່າງລັດຖະທຳ ມະນູນສະບັບປັບປຸງ ໃຫ້ມີຄວາມຄົບ ຖ້ວນ, ຮັດກຸມ ແລະ ສອດຄ່ອງກັບ ໂຄງການການເມືອງ ສະບັບທີ 3 ແລະ ລາຍງານການເມືອງຕໍ່ກອງປະຊຸມ ໃຫຍ່ ຄັ້ງທີ 9** ຂອງພັກປະຊາຊົນ ປະຕິວັດລາວ ເຮັດໃຫ້ຮ່າງລັດຖະທຳ ມະນູນກາຍເປັນສະບັບສົມບູນ; ເຊື່ອມ ຊຶມ ແລະ ສ້າງຄວາມຮັບຮູ້ເຂົ້າໃຈທີ່ ຖືກຕ້ອງຕໍ່ຮ່າງລັດຖະທຳມະນູນສະ ບັບປັບປຸງ, ສືບຕໍ່ຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນໃນທົ່ວ ສັງຄົມ ໃຫ້ດີຂຶ້ນກວ່າເກົ່າ, ຮັບປະກັນ ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ໃຫ້ມີປະສິດທິພາບ, ປະ ສິດທິຜົນ ທັງເປັນການປະກອບສ່ວນ ຍູ້ແຮງຂະບວນການແຂ່ງຂັນສ້າງຜົນ ງານຂໍ່ານັບຮັບຕ້ອນການດຳເນີນກອງ ປະຊຸມໃຫຍ່ສາມຂັ້ນ ແລະ ຂ່ຳນັບຮັບ ຕ້ອນ 3 ວັນປະຫວັດສາດ ທີ່ສຳຄັນ ຂອງຊາດໃນປີນີ້. ພ້ອມນີ້, ທ່ານ ກອງແກ້ວ ໄຊສົງ ຄາມ ຍັງໄດ້ຮຽກຮ້ອງມາຍັງສະພາ ປະຊາຊົນແຂວງ, ອົງການປົກຄອງ ແຂວງ, ຜູ້ປະກອບການທັງພາກລັດ ແລະ ເອກະຊົນ, ສະມາຊິກພັກ, ພະນັກ ງານ-ລັດຖະກອນ, ກຳມະກອນ, ທະ ຫານ, ຕຳຫລວດ, ນັກຮຽນຮູ້ປັນຍາ ຊົນ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງພ້ອມກັນຍົກສູງສະຕິເຄົາລົບ, ປະຕິ ບັດລັດຖະທຳມະນູນ ແລະ ກົດໝາຍ ໃຫ້ເຂັ້ມງວດ ແລະ ສັກສິດກວ່າເກົ່າ; ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ໃນທົ່ວພັກ, ທົ່ວລັດ, ທົ່ວປວງຊົນບົນ ພື້ນຖານລັດຖະທຳມະນູນ ແລະ ກົດ ໝາຍ, ເດັດດ່ຽວໜຽວແໜ້ນສູ້ຊົນຜ່ານ ຜ່າອຸປະສັກຕ່າງໆ ເພື່ອປົກປັກຮັກສາ ປະເທດຊາດໄວ້ຢ່າງໝັ້ນຄົງ ແລະ ບູລະ ນະລະບອບປະຊາທິປະໄຕປະຊາຊົນ ຕາມເສັ້ນທາງກ້າວຂຶ້ນສູ່ສັງຄົມນິ ຍົມຢ່າງໜັກແໜ້ນ ແລະ ມີໄຊ. ກອງປະຊຸມຄັ້ງນີ້, ຈະສຳເລັດລົງ ຢ່າງຈົບງາມ, ແຕ່ການປັບປຸງຮ່າງລັດ ຖະທຳມະນູນໃຫ້ເປັນສະບັບສົມບູນ ນັ້ນ ຍັງເປັນວຽກງານໜຶ່ງທີ່ສຳຄັນ ຂອງລັດເຮົາ ທີ່ຍັງຕ້ອງສືບຕໍ່ຮີບຮ້ອນ ເອົາໃຈໃສ່ຄົ້ນຄວ້າ ແລະ ຮຽບຮຽງ ພາຍຫລັງສຳເລັດບັ້ນທາບທາມຄຳ ເຫັນໃສ່ຮ່າງລັດຖະທຳມະນູນໃນທົ່ວ ປະເທດ ເພື່ອສາມາດນຳໄປສະເໜີຕໍ່ ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ *9 ໃນ ທ້າຍເດືອນມີນາ 2025 ພິຈາລະນາ ແລະ ຮັບຮອງເອົາ. ຂ່າວ-ພາບ: ຂັນໄຊ ກະສິກໍາ ແລະ ປ່າໄມ້ ໃນການຈັດຕັ້ງ ປະຕິບັດ 4 ແຜນງານຫລັກ ໃຫ້ບັນລຸ ຕາມແຜນການ ໂດຍສະເພາະແຜນ ງານຄໍ້າປະກັນດ້ານສະບຽງອາຫານ. ໂອກາດດຽວກັນ, ທ່ານ ມາກ ແອນເດຣ ພລັອສ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ລິນຄໍາ ດວງສະຫວັນ ພ້ອມ ທັງໃຫ້ຄໍາໝັ້ນສັນຍາວ່າ ອົງການອາ ຫານໂລກ ປະຈໍາ ສປປ ລາວ ຈະສືບ ຕໍ່ເພີ່ມທະວີການຮ່ວມມື ແລະ ໃຫ້ການ ສະໜັບສະໜູນ ກະຊວງກະສິກໍາ ແລະ ປ່າໄມ້ ໃນການຈັດຕັ້ງປະຕິບັດແຜນ ງານຕ່າງໆ ທີ່ສະໜັບສະໜູນໃຫ້ ແກ່ການບັນລຸແຜນພັດທະນາຂອງ ແລະ ພະນັກງານກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈເປັນ ຢ່າງຍິ່ງຕໍ່ການຈາກໄປຂອງ ທ່ານ ພຸນສາລມາກີນ ໂອຈິຣ໌ບັທ ອະດີດ ປະທານາທິບໍດີມົງໂກລີ (ຜູ້ທໍາອິດ) ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 17 ມັງກອນ 2025. ຕະຫລອດໄລຍະການເຄື່ອນໄຫວ ວຽກງານ, ທ່ານ ພຸນສາລມາກີນ ໂອ ຈິຣ໌ບັທ ໄດ້ອຸທິດທຸກເຫື່ອແຮງ, ສະຕິ ປັນຍາຂອງຕົນເຂົ້າໃນພາລະກິດການ ປະຕິວັດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງ ມົງໂກລີ, ໂດຍສະເພາະແມ່ນການຊີ້ ນຳນໍາພາ ພາລະກິດການປະຕິຮູບລະ ບອບການປົກຄອງ ແລະ ການປະຕິ ຮູບເສດຖະກິດຂອງມົງໂກລີ ຫັນໄປ ສູ່ປະຊາທິປະໄຕ ແລະ ເສດຖະກິດ ຕະຫລາດ. ການຈາກໄປຂອງ ທ່ານ ພຸນສາລ ມາກີນ ໂອຈິຣ໌ບັທ ບໍ່ເປັນພຽງແຕ່ ການສູນເສຍການນໍາທີ່ແສນເຄົາລົບ ຮັກຂອງລັດຖະບານ ແລະ ປະຊາຊົນ ມົງໂກລີ ເທົ່ານັ້ນ, ແຕ່ຍັງເປັນການສູນ ເສຍເພື່ອນມິດທີ່ສະໜິດສະໜົມຂອງ ລັດຖະບານ ແລະ ປະຊາຊົນລາວ ຂອງ ພວກຂ້າພະເຈົ້າອີກດ້ວຍ. ຂໍສະແດງຄວາມອາໄລຮັກຢ່າງ ສຸດຊຶ້ງເຖິງດວງວິນຍານຂອງ ທ່ານ ພຸນສາລມາກີນ ໂອຈິຣ໌ບັທ ຈົ່ງໄປສູ່ສຸ ຂະຕິດ້ວຍເຖິ້ນ. ຫາລື... ທາບທາມຮ່າງລັດຖະທຳມະນູນ... ທາບທາມຄຳເຫັນ... ລັດຖະມົນຕີ... ກະຊວງກະສິກໍາ ແລະ ປ່າໄມ້ ຢ່າງ ຕັ້ງໜ້າ. ຂ່າວ: ວິທະຍຸແຫ່ງຊາດ ຮອງລັດຖະມົນຕີ...
dtly dextlq ,xtlko lh k']kpIa [ 200 ]h kodu [ 37'dkor6 ,u ma f c]t -u ;y fdkogxa o16 j lts]5 [dko9a f8A 'xt8y [a f;Pd'ko xu 2024 c]t my fmk'xu 2025 glu ,0tspkp,6 og-N vva ofu 'k, 0v'rkddt9kplP'dv'ma [xq fxj vpxt-k-q o]k; 24/01/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຕໍ່າ¤Å ່ອນ Ê ¤§ໜÇ ວຽກງານທີ່ພົ້ນເດັ່ນໃນໄລຍະ ຜ່ານມາໄດ້ລົງເກັບກໍາຜົນງານການ ເຄື່ອນໄຫວຂອງບຸກຄົນ, ກົມກອງ ລວມໝູ່ມາຜະລິດເປັນຂ່າວ, ເປັນ ບົດສາລະຄະດີ, ບົດມູນເຊື້ອ, ວຽກດີ ຄົນເດັ່ນ, ຄອບຄົວຕົວແບບ, ນັກຮົບ ວັດທະນະທຳ, ກົມກອງວັດທະນະ ທຳ, ການປັບປຸງກໍ່ສ້າງໜ່ວຍປອດ ໃສ, ເຂັ້ມແຂງ, ໜັກແໜ້ນ, ກອງ 3 ປອດ ແລະ ວຽກງານດ້ານຕ່າງໆ ຂອງບັນດາກົມກອງກໍາລັງຫລວງ- ກໍາລັງທ້ອງຖີ່ນ ເນື່ອງໃນໂອກາດ ວັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ, ໂດຍສະເພາະນໍາ ສະເໜີຂະບວນການສ້າງຜົນງານ ຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ຂອງພັກ, ຂອງຊາດໃນປີ 2025, ອອກອາກາດທາງສະຖານີວິທະຍຸ ກະຈາຍສຽງກອງທັບປະຊາຊົນ ລາວ FM 99.7 Mh[, ເຟດບຸກ, ຢູທູບຂອງສະຖານີ, ຢ່າງມີເນື້ອໃນ ອຸດົມສົມບູນຄົບຖ້ວນສາມາດຕອບ ສະໜອງຂໍ້ມູນຂ່າວສານທີ່ເປັນປະ ໂຫຍດໃຫ້ຜູ້ຊົມ, ຜູ້ຟັງ, ແລະ ໄດ້ຮັບ ( ເນື່ອງໃນໂອກາດວັນສ້າງຕັ້ງພາກກະຈາຍສຽງກອງທັບປົດປ່ອຍປະຊາຊົນລາວ ຄົບຮອບ 63 ປີ 20 ມັງກອນ 1962 ļ 20 ມັງກອນ 2025 ແລະ ວັນສ້າງຕັ້ງສະຖານນີວິທະຍຸກະຈາຍສຽງກອງທັບປະຊາຊົນລາວ ຄົບຮອບ 14 ປີ ( ວັນທີ 25 ມັງກອນ 2011 ຫາ ວັນທີ 25 ມັງກອນ 2025 ) ຄວາມນິຍົມຊົມຊອບຈາກສັງຄົມ ດ້ວຍດີຕະຫລອດມາ. ສໍາລັບຜົນງານທີ່ພົ້ນເດັ່ນໃນປີ 2024 ກອງວິທະຍຸກະຈາຍສຽງ ກອງທັບ, ສາມາດກວດແກ້ຂ່າວໄດ້ 7.124 ຂ່າວ, ບົດ 671 ບົດ, ຂຽນ ຂ່າວໄດ້ 1.5 1 ຂ່າວ, ບົດ 305 ບົດ, ລາຍການເປົ້າໝາຍ(ລາຍການ ໃນ) ມີ 14 ລາຍການ, ອອກອາ ກາດທັງໝົດ2.465 ເທື່ອລາຍການ, ລາຍການເປົ້າໝາຍ (ລາຍການ ນອກ)ມີ9ລາຍການ, ອອກອາກາດ ທັງໝົດ 1.325 ເທື່ອລາຍການ, ລາຍການບັນເທີງ (ລາຍການໃນ) ມີ 7 ລາຍການອອກອາກາດທັງໝົດ 1.404 ເທື່ອລາຍການ, ລາຍການ ບັນເທີງ (ລາຍການນອກ) ມີ 17 ລາຍການອອກທັງໝົດ 3.564 ເທື່ອ ລາຍການ, ຂ່າວພາຍໃນ ແລະ ຕ່າງ ປະເທດ, ພາກຂ່າວ FM ມີ 1.00 ເທື່ອລາຍການ, ອ່ານຂ່າວໄດ້ .13 ຂ່າວ, ບົດ 64 ບົດ, ພາກຂ່າວAM, ມີ 240 ເທື່ອລາຍການ, ອ່ານຂ່າວ ໄດ້ 3.576 ຂ່າວ, ບົດ 240 ບົດ, ເປິດຄໍລໍາວັນສໍາຄັນຕ່າງໆ 5.53 ຄັ້ງ, ເປີດສະປອດໂຄສະນາວັນສໍາ ຄັນຕ່າງໆ 7.069 ຄັ້ງ, ອິນເຕີເນັດ ແລະ ເວັບໄຊ ລົງຂ່າວພາບເຟສບຸກ 1.535 ຄັ້ງ, ຕາໜ່າງຂ່າວ ແລະ ເພື່ອນຮ່ວມງາານຮັບຂ່າວ Whats AQQ 4.342 ຂ່າວ, ບົດ, ຮັບຂ່າວ E-mail 1.447 ຂ່າວ, ເຕັກນິກ ຫ້ອງສົ່ງເຄືອຂ່າຍປະຈຳການຫ້ອງ ສົ່ງ .064 ຊົ່ວໂມງ ແລະ ອຸ່ນຈັກ ໄຟຟ້າ, ອະນາໄມເຄື່ອງສົ່ງ, ສາງ ຈັກໄຟຟ້າ 432 ຄັ້ງ, ພ້ອມດຽວກັນ ນີ້, ຍັງໄດ້ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ 1 ຂອງໜ່ວຍພັກກອງວິທະຍຸ ກະຈາຍສຽງກອງທັບຢ່າງມີຜົນສໍາ ເລັດອັນຈົບງາມ. ເນື່ອງໃນໂອກາດວັນສ້າງຕັ້ງ ພາກກະຈາຍສຽງກອງທັບປົດປ່ອຍ ປະຊາຊົນລາວ ຄົບຮອບ 63 ປີ ແລະ ວັນສ້າງຕັ້ງສະຖານນີວິທະ ຍຸກະຈາຍສຽງກອງທັບປະຊາຊົນ ລາວ ຄົບຮອບ 14 ປີ, ທີ່ໝູນວຽນ ມາບັນຈົບຄົບຮອບອີກວາລະໜຶ່ງ, ສະຫາຍ ພັນເອກ ໜູມາດ ອຸ່ນໃຈດີ ຫົວໜ້າການທະຫານກອງວິທະຍຸ ກະຈາຍສຽງກອງທັບ ໄດ້ຕາງໜ້າ ໃຫ້ຄະນະພັກ-ຄະນະບັນຊາ, ພະ ນັກງານ-ນັກຮົບກອງວິທະຍຸກະ ຈາຍສຽງກອງທັບ, ຂໍອວຍພອນ ໄຊອັນປະເສີດມາຍັງການນຳພັກ - ລັດ, ການນຳກະຊວງປ້ອງກັນ ປະເທດ, ຄະນະນຳກົມໃຫຍ່ການ ເມືອງກອງທັບ ກໍ່ຄື ກົມໂຄສະນາ ອົບຮົມ ຈົ່ງມີສຸຂະພາບເຂັ້ມແຂງ, ມີ ຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວສືບຕໍ່ນໍາພາປະເທດຊາດ ແລະ ກອງທັບ ໂດຍສະເພາະແມ່ນ ສະຖານນີວິທະຍຸກະຈາຍສຽງກອງ ທັບໃຫ້ມີການເຕີບໃຫຍ່ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ, ອວຍພອນໃຫ້ຄະ ນະພັກ-ຄະນະບັນຊາ, ພະນັກງານ- ນັກຮົບກອງວິທະຍຸກະຈາຍສຽງ ກອງທັບ, ຕາໜ່າງຂ່າວເພື່ອນຮ່ວມ ງານຢູ່ບັນດາກົມກອງກຳລັງຫລວງ- ກໍາລັງທ້ອງຖິ່ນທີ່ເຮັດວຽກງານສື່ ມວນຊົນໃນທົ່ວກອງທັບ ຈົ່ງພ້ອມກັນ ມີສຸຂະພາບເຂັ້ມແຂງສືບຕໍ່ປົກປັກ ຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ພາຍໃຕ້ການຊີ້ນໍາ-ນຳພາ ຂອງອົງຄະນະພັກເມືອງ ເພື່ອຈັດ ຕັ້ງຜັນຂະຫຍາຍແຜນພັດທະນາ ເສດຖະກິດ-ສັງຄົມຂອງເມືອງຕະ ໂອ້ຍ ຕິດພັນກັບການຈັດຕັ້ງຜັນ ຂະຫຍາຍວາລະແຫ່ງຊາດກ່ຽວກັບ ການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ທີ່ແທດ ເໝາະກັບເງື່ອນໄຂທ່າແຮງບົ່ມ ຊ້ອນທາງດ້ານຊັບພະຍາກອນ ທຳມະຊາດນັ້ນ ເຮັດໃຫ້ຫລາຍ ໜ້າວຽກມີຜົນສໍາເລັດຢ່າງໜ້າ ເພິ່ງພໍໃຈ. ອັນພົ້ນເດັ່ນໃນໄລຍະ 5 ປີ ຜ່ານມາ, ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຕະໂອ້ຍ ໄດ້ ເອົາໃຈໃສ່ຢ່າງຕັ້ງໜ້າໃນການປຸກ ລະດົມປະຊາຊົນ, ສ້າງເງື່ອນໄຂ, ອໍານວຍຄວາມສະດວກ ແລະ ຕອບ ສະໜອງດ້ານວິຊາການ ແລະ ນຳ ໃຊ້ເຕັກນິກວິທະຍາສາດທີ່ໄດ້ຮັບ ການຄົ້ນຄວ້າສະໜອງອຸປະກອນ ອັນຈໍາເປັນໃຫ້ປະຊາຊົນທໍາການ ຜະລິດ ສົ່ງຜົນເຮັດໃຫ້ການຜະລິດ ກະສິກໍາພາຍໃນເມືອງມີບາດກ້າວ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ດັ່ງຄອບຄົວທ່ານ ນາງ ເກດ ຫລັງແຈ້ງຈະນາ ປະຊາຊົນບ້ານ ລະຫາບ ເມືອງຕະໂອ້ຍ ແຂວງສາ ລະວັນ ທີ່ໄດ້ລາຍງານຕໍ່ກອງປະ ຊຸມໃຫຍ່ອົງຄະນະພັກເມືອງ ຄັ້ງ ທີ 9*** ວ່າ: ຄອບຄົວມີສະມາຊິກ ເມື່ອມໍ່ໆມານີ້ ໂຄງການພູມີ ທັດ ແລະ ຊີວິດການເປັນຢູ່ໃນ ສປປ ລາວ (---) ປະຈໍາແຂວງຫົວພັນ ໄດ້ຈັດກອງປະຊຸມ ເພື່ອສະຫລຸບ ການຈັດຕັ້ງປະຕິບັດວຽກງານຂອງ ໂຄງການ ທີ່ສະໂມສອນເມືອງຊຽງ ຄໍ້ ແຂວງຫົວພັນ ໂດຍການເປັນ ປະທານຂອງທ່ານ ບຸນພອນ ບຸດ ພະຈັນ ຮອງຫົວໜ້າພະແນກ, ເປັນ ກຽດເຂົ້າຮ່ວມໂດຍທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງໆຫົວ ພັນ, ມີຄະນະຊີ້ນຳໂຄງການຂັ້ນ ແຂວງ, ຂັ້ນເມືອງ ຄະນະຜູ້ປະສານ ງານຂັ້ນສູນກາງຂັ້ນແຂວງ ແລະ ເມືອງເປົ້າໝາຍຂອງໂຄງການ ແລະ ພະນັກງານວິຊາການທີ່ກ່ຽວ ຂ້ອງເຂົ້າຮ່ວມ. ໂຄງການພູມີທັດ ແລະ ຊີວິດ ການເປັນຢູ່ໃນ ສປປ ລາວ ມີໄລ ຍະການຈັດຕັ້ງປະຕິບັດເປັນເວລາ 6 ປີ ເຊິ່ງໄດ້ເລີ່ມມາແຕ່ປີ 20212027 ໂດຍມີແຂວງທີ່ຖືກຄັດ ເລືອກເຂົ້າໃນໂຄງການ 9 ແຂວງ ຄື: ແຂວງຫົວພັນ, ຫລວງພະບາງ, ຊຽງຂວາງ, ໄຊສົມບູນ, ວຽງຈັນ, ນະຄອນຫລວງວຽງຈັນ, ບໍລິຄຳ ໄຊ, ຄຳມ່ວນ ແລະ ແຂວງສະຫວັນ ນະເຂດ. ໃນນັ້ນ, ມີບ້ານເປົ້າໝາຍ 600 ບ້ານ. ສຳລັບແຂວງຫົວພັນ ແມ່ນມີ 1 ເຂດພູມີທັດຄື: ອຸທິຍານ ນໍ້າແອດພູເລີຍ ປະກອບມີ 7 ເມືອງ ຄື: ເມືອງຊໍາເໜືອ, ວຽງໄຊ, ຊຽງ ຄໍ້, ແອດ, ຫົວເມືອງ, ຮ້ຽມ ແລະ ເມືອງຊ່ອນ ເຊິ່ງຈຸດປະສົງແມ່ນ ອັນດີງາມຂອງພາກກະຈາຍສຽງ ກອງທັບປົດປ່ອຍປະຊາຊົນລາວ ເພື່ອ ກຽມພ້ອມເຮັດສໍາເລັດໜ້າທີ່ການ ເມືອງຂອງຕົນໃນການເປັນກະບອກ ສຽງອັນແຫລມຄົມຂອງພັກ-ລັດ, ຂອງກະຊວງປ້ອງກັນປະເທດ ໃຫ້ ມີປະສິດທິຜົນສູງກວ່າເກົ່າ. ທັງໝົດ 10 ຄົນ. ໄລຍະປີ 20002010 ຄອບຄົວຕົນເອງບໍ່ທັນມີ ສວນຈັກຕອນ, ນໍາພາຄອບຄົວ ເຮັດໄຮ່ທຸກໆປີ ແລະ ຫາເຄື່ອງປ່າ ຂອງດົງ, ເກັບເຫລັກ-ເກັບໂຍມ ຂາຍເປັນປະຈໍາ, ມາຮອດປີ 2012 ຄອບຄົວຕົນເອງໄດ້ເອົາເງິນຈາກ ການສະສົມທີ່ຫາໄດ້ມາບຸກເບີກ ເນື້ອທີ່ນາ 1,5 ເຮັກຕາ ເພື່ອຜະລິດ ເຂົ້າ ໂດຍໃນແຕ່ລະປີເກັບກ່ຽວຜົນ ຜະລິດໄດ້ 6 ໂຕນ ແລະ ຜົນຜະລິດ ເຂົ້າດັ່ງກ່າວ ເຮັດໃຫ້ຄອບຄົວມີ ເຂົ້າເຫລືອກິນທຸກປີ. ຂະນະທີ່ໃນ 2013 ໄດ້ມີໂຄງ ການສົ່ງ ເສີມການຜະລິດເປັນ ສິນຄ້າ ໂດຍມີອົງການປົກຄອງ ເມືອງ ກໍ່ຄື ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຕະໂອ້ຍ ໄດ້ຊຸກຍູ້ໃຫ້ ປະຊາຊົນສຸມໃສ່ການປູກ-ການ ລ້ຽງໃຫ້ຫລາຍ ເພື່ອຂາຍເປັນ ສິນຄ້າ ຈຶ່ງໄດ້ປະຕິບັດຕາມແນວ ທາງນະໂຍບາຍສົ່ງເສີມການຜະລິດ ເປັນສິນຄ້າດ້ວຍຄວາມເອົາຈິງເອົາ ຈັງ ເພາະມີວິຊາການຊີ້ນໍາດ້ານ ເຕັກນິກ, ອົງການຈັດຕັ້ງຕ່າງໆ ຊ່ວຍເຫລືອດ້ານການຕະຫລາດ, ບວກກັບຄວາມມັກຮັກດ້ານກະສິກຳ ຂອງຄອບຄົວໄດ້ລົງມືບຸກເບີກເນື້ອ ທີ່ສວນປູກໄມ້ໂບງ 1,2 ເຮັກຕາ, ສວນມັນຕົ້ນ 4 ເຮັກຕາ ເພື່ອຫັນ ທີ່ດິນໃຫ້ເປັນທຶນ ແລະ ມາຮອດປີ 2024 ກໍ່ໄດ້ບຸກເບີກໜອງປາຕື່ມອີກ 3 ໜອງ, ມີສັດລ້ຽງປະເພດຄວາຍ 4 ໂຕ, ງົວ 2 ໂຕ, ໝູ 7 ໂຕ, ແບ້ 2 ໂຕ ແລະ ມີສັດປີກອີກຈໍານວນໜຶ່ງ. ຜ່ານການລ້ຽງແບບປະສົມປະສານ ເລີ່ມແຕ່ປີ 2020 ເປັນຕົ້ນມານັ້ນ ໃນແຕ່ລະປີໄດ້ສ້າງລາຍຮັບເຂົ້າສູ່ ຄອບຄົວ 200 ລ້ານກີບ. ລາຍຮັບ ດັ່ງກ່າວ ກໍ່ເຮັດໃຫ້ຄວາມມີການ ພັດທະນາດີຂຶ້ນ ແລະ ຫລຸດພົ້ນອອກ ຈາກຄວາມທຸກຍາກໂດຍພື້ນຖານ. ດ້ວຍການເອົາໃຈໃສ່ທີ່ກ່າວມາ ຂັ້ນເທິງນັ້ນ ໄດ້ເຮັດໃຫ້ຄອບຄົວ ທ່ານ ນາງ ເກດ ມີອາຊີບທີ່ໝັ້ນຄົງ, ຖ້າທຽບໃສ່ໃນເມື່ອກ່ອນແມ່ນມີ ລາຍຮັບເພີ່ມຂຶ້ນເລື້ອຍໆ ທັງໄດ້ຮັບ ການຢັ້ງຢືນຈາກອົງການຈັດຕັ້ງ ແລະ ຮັບການຢັ້ງຢືນຈາກຫ້ອງ ການກະສິກໍາ ແລະ ປ່າໄມ້ເມືອງ ໃຫ້ກາຍເປັນຄອບຄົວຕົວແບບໃນ ການເຮັດນາປູກເຂົ້າຕິດພັນກັບ ການລ້ຽງສັດແບບປະສົມປະສານ. ເພື່ອສົ່ງເສີມການຄຸ້ມຄອງປ່າໄມ້ ແບບຍືນຍົງ, ປັບປຸງການຄຸ້ມຄອງ ປ່າສະຫງວນ ແລະ ຊຸກຍູ້ສົ່ງເສີມ ຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດພູມີທັດປ່າໄມ້ທີ່ໄດ້ຮັບການ ຄັດເລືອກ ແນໃສ່ການລົງທຶນ ເພື່ອ ເຮັດໃຫ້ເຂດພູມີທັດປ່າໄມ້ ມີຄວາມ ອຸດົມສົມບູນທາງທຳມະຊາດ ແລະ ເຮັດໃຫ້ປ່າໄມ້ມີຄວາມທົນໃນເຂດ ພູມີທັດປ່າໄມ້ຕິດພັນກັບການປັບ ປຸງຊີວິດການເປັນຢູ່ຈາກການຄຸ້ມ ຄອງພູມີທັດປ່າໄມ້ແບບຍືນຍົງ. ໃນໄລຍະໜຶ່ງປີຜ່ານມານີ້, ໂຄງ ການພູມີທັດ ແລະ ຊີວິດການເປັນຢູ່ ໃນ ສປປ ລາວ (---) ໄດ້ເອົາໃຈ ໃສ່ໃນການສົ່ງເສີມຄຸ້ມຄອງປ່າໄມ້ ແບບຍືນຍົງ, ປັບປຸງການຄຸ້ມຄອງ ປ່າສະຫງວນ ແລະ ຊຸກຍູ້ສົ່ງເສີມ ຊີວິດການເປັນຢູ່ຂອງປະຊາຊົນໃນ ເຂດພູມີທັດປ່າໄມ້ໃຫ້ດີຂຶ້ນ ໂດຍໄດ້ ເປີດບັນຊີກອງທຶນບ້ານສຳເລັດ 5 ເມືອງ ໂດຍແຕ່ລະບ້ານມີການເງິນ ບັນຊີ 4 ຄົນ ແລະ ເປັນບັນຊີສຳຮອງ 2 ຄົນ. ພ້ອມທັງໄດ້ມອບເງິນໃຫ້ ຄອບຄົວທີ່ທຸກຍາກໃນແຕ່ລະບ້ານ ຂອງເມືອງຊຳເໜືອ, ວຽງໄຊ, ແອດ, ຊຽງຄໍ້ ແລະ ຫົວເມືອງ, ໄດ້ມີການກຳນົດປະເພດປ່າໄມ້ ແຕ່ລະປະເພດ ເພື່ອໃຫ້ປະຊາຊົນ ໄດ້ມີເຂດໃນການທຳການຜະລິດ ແລະ ເຂດທີ່ສະຫງວນໄວ້ ເພື່ອໃຫ້ ມີການປົກຫຸ້ມຂອງປ່າໄມ້ເພີ່ມຂຶ້ນ ທັງເປັນການຮັກສາຊັບພະຍາກອນ ທຳມະຊາດໄວ້ທັງນີ້ຍັງໄດ້ຝຶກອົບ ຮົມການສະເໜີ ເພື່ອຂໍທຶນມາສົ່ງ ເສີມການປູກ-ການລ້ຽງ ຫລື ຫັດ ຖະກຳຕ່າງໆເປັນສິນຄ້າທີ່ເປັນທ່າ ແຮງແຕ່ລະບ້ານ. ແນວໃດກໍ່ດີໃນຕໍ່ໜ້າແມ່ນໄດ້ ວາງຄາດໝາຍສືບຕໍ່ປະຕິບັດວຽກ ງານຕ່າງໆ ໂດຍສະເພາະການ ພັດທະນາຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ດີຂຶ້ນຕິດພັນກັບການ ລົງເຜີຍແຜ່ກົດໝາຍປ່າໄມ້, ກົດ ໝາຍສັດນ້ຳ-ສັດປ່າ ລວມເຖິງ ວຽກງານຟື້ນຟູປ່າໄມ້ ແລະ ປ່ອຍ ເງິນກອງທຶນພັດທະນາບ້ານ ເພື່ອ ໃຫ້ບ້ານໄດ້ເອົາໄປຊົມໃຊ້ເຂົ້າໃນ ການປູກ-ການລ້ຽງ ແກ້ໄຂຊີວິດ ການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ເທື່ອລະກ້າວ. າ¤ອ
RkJQdWJsaXNoZXIy MTc3MTYxMQ==