lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 24/01/2025 xtgmf]k; ສະຖານທູດຈີນ... ສອງປະເທດໃນດ້ານຕ່າງໆ. ໂອກາດນີ້, ທ່ານ ບຸນທອງ ຈິດ ມະນີ ໄດ້ຕາງໜ້າພັກ-ລັດ ແລະ ປະຊາ ຊົນລາວ ສະແດງຄວາມດີອົກດີໃຈ ທີ່ ໄດ້ເຂົ້າຮ່ວມງານລ້ຽງໃນຄັ້ງນີ້. ໃນປີ ຜ່ານມາ ເຫັນວ່າ ພາຍໃຕ້ການນໍາພາ ຂອງພັກກອມມູນິດຈີນ, ປະຊາຊົນຈີນ ພ້ອມກັນຍາດໄດ້ໄຊຊະນະອັນມະ ຫາ ສານ ໃນການປົກປັກຮັກສາ ແລະ ພັດ ທະນາປະເທດຊາດ. ໂອກາດປີໃໝ່ທີ່ ໝູນວຽນມາຮອດນີ້, ຂໍສົ່ງຄໍາອວຍ ພອນ ສປ ຈີນ ໃຫ້ສືບຕໍ່ປົກປັກຮັກສາ ພັດທະນາປະເທດ ໃຫ້ຮຸ່ງເຮືອງໄປ ຕາມທິດທີ່ ພັກກອມມູນິດຈີນໄດ້ກໍານົດ ໄວ້, ພວກເຮົາທັງສອງປະເທດ ພ້ອມ ກັນສືບຕໍ່ປົກປັກຮັກສາສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການ ເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນລາວ ຈົ່ງໝັ້ນຄົງຂະນົງແກ່ນຕະຫລອດ ໄປ. ຂໍ້ມູນ-ພາບ: CM( FM93 ສປປ ລາວ, ມີບັນດາຜູ້ແທນຂັ້ນສູງ ແລະ ຜູ້ບໍລິຫານຂັ້ນສູງຂອງ ວິສາກະ ກິດ ລາວ ແລະ ຍີ່ປຸ່ນ, ພ້ອມດ້ວຍ ຜູ້ຕາງ ໜ້າຈາກພາກລັດ ເເລະ ພາກທຸລະກິດ ເຂົ້າຮ່ວມ. ກອງປະຊຸມ ພົບປະທຸລະກິດ ລາວຍີ່ປຸ່ນ ໃນຄັ້ງນີ້, ຈັດຂຶ້ນໃນບັນຍາກາດ ແຫ່ງການສະເຫລີມ ສະຫລອງສາຍ ພົວພັນທາງການທູດ ລາວ-ຍີ່ປຸ່ນ ຄົບ ຮອບ 70 ປີ ແລະ ເປີດໂອກາດໃຫ້ ຜູ້ບໍລິ ຫານຂັ້ນສູງຂອງວິສາຫະກິດຍີ່ປຸ່ນ ໄດ້ ມີຂໍ້ສະເໜີ ແລະ ຄຳຄິດຄຳເຫັນຕໍ່ການ ນຳຂັ້ນສູງຂອງລາວ, ພ້ອມທັງ ໃຫ້ນັກ ທຸລະກິດລາວ ທີ່ມີທ່າແຮງສາມາດພົບ ປະ ແລະ ແລກປ່ຽນຮ່ວມກັບພາກທຸລະ ກິດ ຍີ່ປຸ່ນ ເພື່ອເປັນການສ້າງເງື່ອນ ໄຂ ໃຫ້ແກ່ພາກທຸລະກິດຂອງ 2 ປະເທດ ໄດ້ຮູ້ຈັກເຊິ່ງກັນ ແລະ ກັນ ໃຫ້ຫລາຍ ຂຶ້ນ ແລະ ສືບຕໍ່ແລກປ່ຽນຄໍາຄິດເຫັນ ໃນການສົ່ງເສີມທາງດ້ານທຸລະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ໃຫ້ເພີ່ມຂຶ້ນໃນຕໍ່ໜ້າ. ໂອກາດນີ້, ທ່ານນາຍົກລັດຖະ ມົນຕີ ເເຫ່ງ ສປປ ລາວ ໄດ້ໃຫ້ຮູ້ວ່າ: ການສະເຫລີມສະຫລອງ ສາຍພົວພັນ ທາງການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ຖືເປັນຂີດໝາຍ ເເລະ ໝາກຜົນ ອັນສໍາຄັນ ພາຍຫລັງ 2 ປະເທດ ໄດ້ ປະກາດຍົກລະດັບ ສາຍພົວພັນ ແລະ ການຮ່ວມມືລາວ-ຍີ່ປຸ່ນຈາກ hຄູ່ຮ່ວມ ມືຍຸດທະສາດi ເປັນ hຄູ່ຮ່ວມຍຸດທະ ສາດຮອບດ້ານi ປະກອບສ່ວນຢ່າງ ຕັ້ງໜ້າຕໍ່ ການຮ່ວມມືດ້ານເສດຖະກິດ, ນາຍົກລັດຖະມົນຕີ... ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ໃຫ້ມີບາດກ້າວຂະຫຍາຍ ຕົວຢ່າງພົ້ນເດັ່ນຍິ່ງຂຶ້ນ ໃນຊຸມປີຕໍ່ໜ້າ. ພ້ອມນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນເຖິງບັນດາທ່າເເຮງທີ່ເປັນໂອ ກາດແກ່ການລົງທຶນ ຕາມທິດສີຂຽວ ຂອງ ສປປ ລາວ ເປັນຕົ້ນ ທາງດ້ານ ພະລັງງານສະອາດ, ການຊື້ຂາຍສິນ ເຊື່ອກາກບອນ, ການຜະລິດ ເເລະ ປຸງ ເເຕ່ງສິນຄ້າກະສິກຳ ທີ່ມີຄຸນນະພາບ ສູງ ແລະ ອຸດສາຫະກຳປຸງແຕ່ງທີນຳ ໃຊ້ພະລັງງານສະອາດ. ກອງປະຊຸມ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງເເຜນການ ເເລະ ການລົງທຶນ ສປປ ລາວ ໄດ້ໃຫ້ຮູ້ວ່າ: ການລົງທຶນຂອງປະເທດຍີ່ປຸນ, ນັບແຕ່ ສປປ ລາວ ເປີດຮັບເອົາການລົງທຶນ ຈາກຕ່າງປະເທດ ໃນປີ 19 9 ມາ ຮອດປັດຈຸບັນ(ປີ 2024), ຍີ່ປຸ່ນ ໄດ້ ເຂົ້າມາລົງທຶນໃນກິດຈະການສຳປະ ທານ ແລະ ບັນຊີຄວບຄຸມ ເຊິ່ງບັນລຸໄດ້ ທັງໝົດ 93 ໂຄງການ, ລວມມູນຄ່າ ການລົງທຶນທັງໝົດ 157 ລ້ານກວ່າ ໂດລາສະຫະລັດ ເຊິ່ງການລົງທຶນຂອງ ປະເທດຍີ່ປຸ່ນ ແມ່ນຈັດຢູ່ອັນດັບ 14 ຈາກຈໍານວນ 53 ປະເທດ ທີ່ເຂົ້າມາ ລົງທຶນ ຢູ່ ສປປ ລາວ. ທ່ານ ເພັດ ພົມພິພັກ ໃຫ້ຮູ້ອີກວ່າ: ລັດຖະບານສປປລາວໄດ້ສໍາເລັດການ ປັບປຸງກົດໝາຍວ່າດ້ວຍການສົ່ງເສີມ ການລົງທຶນ ທີ່ຮັບຮອງໂດຍສະພາ ແຫ່ງຊາດ ແລະ ໄດ້ປະກາດນຳໃຊ້ຢ່າງ ເປັນທາງການ ໃນທ້າຍປີ 2024 ເພື່ອ ສືບຕໍ່ປັບປຸງສະພາບແວດລ້ອມ ການ ດຳເນີນທຸລະກິດ ແລະ ການລົງທຶນໃຫ້ ດີຂຶ້ນ ໂດຍໄດ້ຕັດ ຂອດ-ຂັ້ນ ທີ່ບໍ່ຈຳ ເປັນອອກ ແລະ ປັບປຸງບັນດາກົນໄກ ແລະ ລະບຽບການໃຫ້ສະດວກ ແລະ ງ່າຍດາຍຂຶ້ນ ແນໃສ່ຫລຸດໄລຍະເວລາ ກໍຄື ຕົ້ນທຶນໃນການດຳເນີນທຸລະກິດ ຢູ່ ສປປ ລາວ. ພ້ອມນີ້, ທ່ານ ມະໄລທອງ ກົມມະ ສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ເເລະ ການຄ້າ ສປປ ລາວ ຍັງໄດ້ນຳສະ ເໜີວ່າ: ມູນຄ່າການຄ້າ 2 ຝ່າຍໃນໄລ ຍະຜ່ານໆມາ ນັບແຕ່ປີ 201 ເຖິງ ປັດ ຈຸບັນ ມີມູນຄ່າການຄ້າ ລວມຫລາຍ ກວ່າ 1 ພັນລ້ານໂດລາສະຫະລັດ. ສະ ເພາະ ປີ 2024 ມູນຄ່າການຄ້າສອງ ຝ່າຍຫລາຍກວ່າ 255 ລ້ານໂດລາສະ ຫະລັດ ເຊິ່ງເພີ່ມຂຶ້ນປະມານ 10,40 ທຽບກັບປີ 2023. ສິນຄ້າຫລັກທີ່ມີ ການຊື້-ຂາຍ ຫລາຍກວ່າໝູ່ ລະຫວ່າງ ລາວ ແລະ ຍີ່ປຸ່ນ ແມ່ນສິນຄ້າປະເພດ ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໄຟຟ້າ, ອຸປະ ກອນເຄື່ອງໃຊ້ໄຟຟ້າ, ພາຫະນະທາງ ບົກ, ອຸປະກອນກົນຈັກ, ເສັ້ນໄຍສັງ ເຄາະ ແລະ ອື່ນໆ. ໃນຕອນທ້າຍ, ທ່ານນາຍົກລັດຖະ ມົນຕີ ໄດ້ເປີດໂອກາດໃຫ້ ບັນດາບໍລິ ສັດຊັ້ນນໍາຂອງ ຍີ່ປຸ່ນ ປະກອບຄຳຄິດ ຄຳເຫັນ ຕໍ່ກອງປະຊຸມ ແລະ ຖືເອົາໂອ ກາດນີ້ ໃຫ້ທິດຊີ້ນຳກ່ຽວກັບ ນະໂຍ ບາຍ ຂອງລັດຖະບານ ຕໍ່ກັບການລົງ ທຶນຂອງຕ່າງປະເທດ ເຊິ່ງໄດ້ສ້າງ ຄວາມໝັ້ນໃຈ ໃຫ້ແກ່ວິສາຫະກິດ ຍີ່ປຸ່ນ ໃນການຕັດສິນໃຈ ມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ. ຂ່າວ-ພາບ: ກຕທ ສານປະຊາຊົນສູງສຸດ... ໃຫ້ໄດ້ 5 ຂຶ້ນໄປ ເຮັດໃຫ້ການຂໍ ອຸທອນບໍ່ເກີນ 15 ເລືອກໃຫ້ໄດ້ຜູ້ ພິພາກສາດີເກັ່ງ ໃຫ້ໄດ້ 25 ຂຶ້ນໄປ ຂອງຜູ້ພິພາກສາທັງໝົດ ໃນສານປະ ຊາຊົນ ຂອງຕົນຕາມມາດຖານກຳນົດ ແລະ ຕາມແຜນການທີ່ສະພາຮັບຮອງ ໄວ້; ໃຫ້ເອົາໃຈໃສ່ພົວພັນປະສານສົມ ທົບກັບບັນດາຂະແໜງການທີ່ກ່ຽວ ຂ້ອງກັບການດຳເນີນຄະດີຂະບວນ ຍຸຕິທຳ ແລະ ພາກສ່ວນທີ່ກ່ຽວຂ້ອງ ອື່ນໆ, ລາຍງານ ແລະ ພົວພັນຍາດ ແຍ່ງຄຳຄິດເຫັນ ຈາກການນຳຂອງ ແຂວງ, ເມືອງ ບ່ອນທີ່ສານຕັ້ງຢູ່ ເປັນ ປົກກະຕິ; ເອົາໃຈໃສ່ຫັນລົງຮາກຖານ ຕາມສາຍຕັ້ງ ແລະ ສາຍຂວາງ ຮ່ວມ ກັບຂະບວນການຂອງແຂວງ, ຂອງ ເມືອງ, ລົງຮາກຖານຕາມສາຍຕັ້ງ ຕິດ ພັນກັບການຕັດສິນຄະດີ 3 ຂັ້ນ ຂອງ ສານປະຊາຊົນ. ສ່ວນຢູ່ສານທ້ອງຖິ່ນ ສະເໜີໃຫ້ ຄະນະພັກແຂວງ, ເມືອງ ກໍຄື ການຈັດ ຕັ້ງທຸກພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ ຈົ່ງໃຫ້ການຮ່ວມມືປະສານ ສົມທົບຊ່ວຍສຶກສາອົບຮົມ, ບຳລຸງ, ຊຸກຍູ້, ຕິດຕາມ, ກວດກາສານປະຊາ ຊົນຕາມສາຍຂວາງ, ສາຍຕັ້ງທາງ ດ້ານວິຊາສະເພາະ, ວິຊາການທາງ ກົດໝາຍ, ສານປະຊາຊົນສູງສຸດ ຈະ ຮັບຜິດຊອບ ໂດຍການພົວພັນປະສານ ສົມທົບແໜ້ນ ເຊິ່ງກັນ ແລະ ກັນ. ຂໍ້ມູນ-ພາບ: ຕຸໄລເພັດ ຮອງເຈົ້າແຂວງ, ຮອງປະທານສະພາ ການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ຜູ້ຕາງໜ້າຈາກຂະແໜງການທີ່ ກ່ຽວຂ້ອງ ເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ທາງໄກ. ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ໃຫ້ຮູ້ວ່າ: ວຽກງານອໍາ ນວຍຄວາມສະດວກ ທາງດ້ານການ ຄ້າ ແລະ ການຂົນສົ່ງ ມີບົດບາດສໍາ ຄັນຕໍ່ການພັດທະນາເສດຖະກິດ-ສັງ ຄົມ, ເປັນໜຶ່ງໃນວຽກຈຸດສຸມໃນການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ ແລະ ຄວາມພະຍາ ຍາມໃນການຫລຸດຜ່ອນເວລາ ແລະ ຕົ້ນທຶນທາງດ້ານການຄ້າ ແລະ ການ ຂົນສົ່ງ ພ້ອມທັງແກ້ໄຂບັນຫາຕ່າງໆ ທີ່ ປິ່ນອ້ອມຂອງພາກທຸລະກິດ ແລະ ເພື່ອ ສືບຕໍ່ປັບປຸງວຽກງານອໍານວຍຄວາມ ສະດວກທາງດ້ານການຄ້າ ແລະ ການ ຂົນສົ່ງ ໂດຍສະເພາະການແກ້ໄຂບັນ ຫາຂອງພາກທຸລະກິດໃນປັດຈຸບັນ ແລະ ຕໍ່ໜ້າ ຕ້ອງໄດ້ມີການກໍານົດແຜນ ງານ, ກິດຈະກໍາ, ງົບປະມານ ຫລື ໂຄງ ການຄັກແນ່ ເພື່ອເປັນບ່ອນອີງໃນການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ ບັນລຸຕາມເປົ້າໝາຍ. ທ່ານ ມະໂນທອງ ວົງໄຊ ຮອງລັດ ຖະມົນຕີ, ຫົວໜ້າກອງເລຂາຄະນະ ອໍານວຍຄວາມສະດວກທາງດ້ານການ ຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ໄດ້ ສະເໜີຮ່າງຍຸດທະສາດການອໍານວຍ ຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030 ເຊິ່ງ ປະກອບມີ 12 ມາດຕະການ ແລະ 23 ແຜນງານ ແລະ ມີ 4 ເປົ້າໝາຍຫລັກຄື: ເລັ່ງໃສ່ຫລຸດຜ່ອນເວລາໃນການອອກ ອະນຸຍາດ, ຢັ້ງຢືນການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງຂະແໜງການທີ່ ກ່ຽວຂ້ອງ ໃຫ້ໄດ້ຢ່າງໜ້ອຍ 40 ; ຫລຸດຜ່ອນເວລາໃນການກວດປ່ອຍສິນ ຄ້ານໍາເຂົ້າ-ສົ່ງອອກ ແລະ ຜ່ານແດນ ຢູ່ດ່ານສາກົນ ໃຫ້ໄດ້ຢ່າງໜ້ອຍ 50 ; ປັບປຸງດັດສະນີີຕົວຊີ້ວັດປະສິດທິພາບ ດ້ານໂລຈິສຕິກ ຂອງ ສປປ ລາວ ໃຫ້ ບັນລຸຢ່າງໜ້ອຍ 3.4 ຄະແນນ ແລະ ຫລຸດຜ່ອນຈຸດກວດກາຕາມເສັ້ນທາງ ທີ່ບໍ່ຈໍາເປັນ ເພື່ອອໍານວຍຄວາມສະ ດວກໃຫ້ແກ່ການເຄື່ອນຍ້າຍ ແລະ ຂົນ ສົ່ງສິນຄ້າ ຢູ່ພາຍໃນປະເທດ ໃຫ້ໄດ້ ຢ່າງໜ້ອຍ 50 . ນອກຈາກນີ້, ກອງ ປະຊຸມໄດ້ພ້ອມກັນປະກອບຄໍາເຫັນ ຢ່າງກົງໄປກົງມາ ຕໍ່ກັບຮ່າງຍຸດທະ ສາດອໍານວຍຄວາມສະດວກທາງດ້ານ ການຄ້າ ແລະ ການຂົນສົ່ງ 20252030 ແລະ ໄດ້ເຫັນດີເປັນເອກະພາບ ສູງ ໃຫ້ມີການປັບປຸງຮ່າງຍຸດທະສາດ ດັ່ງກ່າວ, ເພີ່ມເຕີ່ມ ໂດຍໃຫ້ກອງເລຂາ ຮຽບຮຽງຄືນດ້ານໂຄງສ້າງ, ເນື້ອໃນ ແລະ ຄໍາສັບຕ່າງໆໃຫ້ສອດຄ່ອງກັບ ຫລັກການ ແລ້ວນໍາສົ່ງໃຫ້ບັນດາຂະ ແໜງການ ທັງສູນກາງ ແລະ ທ້ອງຖິ່ນ ມີຄໍາເຫັນ. ຫລັງຈາກນັ້ນ, ໃຫ້ສັງຮວມ ລາຍງານ ທ່ານຫົວໜ້າ ຄອຄຂ.ສ ພິຈາລະນາ ກ່ອນສະເໜີເອົາເຂົ້າວາລະ ກອງປະຊຸມລັດຖະບານ ໃນເດືອນ ກຸມພາ 2025 ເພື່ອພິຈາລະຮັບຮອງ ໃນຂັ້ນຕອນຕໍ່ໄປ. ຂ່າວ-ພາບ: ໄພວັນ ທ່ານ ພູວົງ ອຸ່ນຄຳແສນ ກຳມະການ ສູນກາງພັກ, ຫົວໜ້າສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະກຳມະການລະດັບຊາດ ປັບປຸງ ລັດຖະທຳມະນູນ,ມີທ່ານຄຳຈັນໂສຕາ ປະເສີດ ກຳມະການຄະນະປະຈຳສະ ພາແຫ່ງຊາດ, ປະທານກຳມາທິການ ບັນດາເຜົ່າ, ຄະນະກຳມະການລະດັບ ຊາດ ປັບປຸງລັດຖະທຳມະນູນ, ມີຄະນະ ກຳມະການປັບປຸງລັດຖະທຳມະນູນ, ເຈົ້າແຂວງ, ຮອງເຈົ້າ ແລະ ພາກສ່ວນ ກ່ຽວຂ້ອງ 3 ແຂວງເຂົ້າຮ່ວມ. ທ່ານ ພູວົງ ອຸ່ນຄຳແສນ ໄດ້ໃຫ້ຮູ້ ວ່າ: ກອງປະຊຸມຄັ້ງນີ້, ແນໃສ່ປະກອບ ຄຳເຫັນ ໃສ່ເນື້ອໃນຮ່າງລັດຖະທຳມະ ນູນ ສະບັບປັບປຸງ ທີ່ຄະນະກຳມະການ ລະດັບຊາດ ໄດ້ນຳມາທາບທາມຄຳ ເຫັນໃຫ້ມີຄວາມຄົບຖ້ວນ, ຮັດກຸມແລະ ສອດຄ່ອງກັບໂຄງການການເມືອງ ສະບັບທີ 3 ແລະ ລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ 9** ຂອງ ພັກປະຊາຊົນປະຕິວັດລາວ ເຮັດໃຫ້ ຮ່າງລັດຖະທຳມະນູນກາຍເປັນສະບັບ ສົມບູນ; ເປັນການເຊື່ອມຊຶມ ແລະ ສ້າງ ຄວາມຮັບຮູ້ ເຂົ້າໃຈ ທີ່ຖືກຕ້ອງ ຕໍ່ຮ່າງ ລັດຖະທຳມະນູນສະບັບປັບປຸງ, ສືບຕໍ່ ຍົກສູງສະຕິເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນໃນທົ່ວສັງຄົມ ໃຫ້ດີ ກວ່າເກົ່າ, ຮັບປະກັນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍໃຫ້ມີ ປະສິດທິພາບ, ປະສິດທິຜົນ ທັງເປັນ ການປະກອບສ່ວນຍູ້ແຮງຂະບວນ ການແຂ່ງຂັນ ສ້າງຜົນງານຂໍ່ານັບ ຮັບຕ້ອນການດຳເນີນກອງປະຊຸມໃຫຍ່ ສາມຂັ້ນ ແລະ ຂ່ຳນັບຮັບຕ້ອນ 3 ວັນ ປະຫວັດສາດທີ່ສຳຄັນຂອງຊາດ ໃນ ປີ 2025. ກອງປະຊຸມ, ທ່ານ ຄຳຈັນ ໂສ ຕາປະເສີດ ໄດ້ອະທິບາຍການປັບປຸງ ເນື້ອໃນຂອງຮ່າງລັດຖະທຳມະນູນ ເຊິ່ງເຫດຜົນ ແລະ ຄວາມຈຳເປັນໃນ ການປັບປຸງລັດຖະທຳມະນູນ ສະບັບ ປີ 2015 ແນໃສ່ການປັບປຸງລະບົບ ອຳນາດແຫ່ງລັດ ໃຫ້ມີປະສິດທິພາບ ສູງ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກ ປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ແນໃສ່ສ້າງພື້ນຖານທາງ ດ້ານກົດໝາຍ ກໍຄື ນິຕິກຳທີ່ຈະວາງ ອອກໃນຕໍ່ໜ້າ ໃຫ້ຮັບປະກັນແນວທາງ ການເມືອງຂອງພັກ, ການຄຸ້ມຄອງບໍລິຫານລັດໃນໄລຍະໃໝ່; ການປັບປຸງ ລັດຖະທຳມະນູນຄັ້ງນີ້ ຕົ້ນຕໍແມ່ນສຸມ ໃສ່ປັບປຸງບາງໝວດ, ບາງມາດຕາ ເພື່ອຮັບປະກັນ ຫລື ຮອງຮັບແນວທາງ ການເມືອງຂອງພັກ ແລະ ແນວທາງ ການຈັດຕັ້ງ, ການຄຸ້ມຄອງ-ບໍລິຫານ ລັດໃນໄລຍະໃໝ່ ກໍຄື ແນວທາງປ່ຽນ ແປງໃໝ່ໃນຊຸມປີຕໍ່ໜ້າ ໂດຍສະເພາະ ໃນສະໄໝທີ 9** ຂອງພັກ ຫາກບໍ່ ແມ່ນການປັບປຸງທັງໝົດເນື້ອໃນຂອງ ລັດຖະທຳມະນູນ. ໝາຍວ່າ ອັນໃດທີ່ ເຂົ້າໃຈເປັນເອກະພາບ, ປະຕິບັດມີປະ ສິດທິຜົນ, ບໍ່ມີຄວາມສັບສົນ ຫລື ເປັນ ບັນຫາຫຍຸ້ງຍາກໃນການຈັດຕັ້ງປະຕິ ບັດ ກໍບໍ່ຈຳເປັນຕ້ອງປັບປຸງຕື່ມອີກ; ການປັບປຸງລັດຖະທຳມະນູນ ຕ້ອງມີ ເນື້ອໃນສອດຄ່ອງກັບບັນດາເນື້ອໃນ ຂອງໂຄງການການເມືອງຂອງພັກ ສະບັບທີ 3, ຮ່າງລາຍງານການເມືອງ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ສະໄໝ ທີ 9** ຂອງພັກ, ມະຕິ 05 ຄບສພ, ມະຕິ 04 ກມສພ ແລະ ຄໍາສັ່ງຂອງ ຄະນະເລຂາທິການສູນກາງພັກເລກທີ 173 ຄລສພ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄຳເຫັນຢ່າງມີຈຸດສຸມ ແລະ ເປັນປະໂຫຍດ ເພື່ອໃຫ້ ຄລຊ ນຳ ຄຳເຫັນໄປຄົ້ນຄວ້າ ແລະ ປັບປຸງຮ່າງ ລັດຖະທຳມະນູນ ໃຫ້ເປັນສະບັບສົມບູນ ເພື່ອນຳສະເໜີຕໍ່ກອງປະຊຸມສະໄໝວິ ສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ *9 ທີ່ຈະເປີດຂຶ້ນໃນທ້າຍເດືອນ ມີນາ 2025 ນີ້. ສຳລັບ ຮ່າງລັດຖະທຳມະນູນ (ສະ ບັບປັບປຸງ) ປະກອບດ້ວຍ 14 ໝວດ ແລະ 112 ມາດຕາ. ໃນນັ້ນ, ໄດ້ປັບ ປຸງ 4 ມາດຕາ, ເພີ່ມໃໝ່ 5 ມາດຕາ ແລະ ຮັກສາເນື້ອໃນໄວ້ຄືເກົ່າ 69 ມາດຕາ. ຂ່າວ-ພາບ: ຢ່າຕົ້ງ ຫລວງນ້ຳທາ ແລະ ບໍ່ແກ້ວ ເຂົ້າຮ່ວມ. ທ່ານ ກອງແກ້ວ ໄຊສົງຄາມ ໄດ້ໃຫ້ ຮູ້ວ່າ: ການສ້າງ ແລະ ປັບປຸງລັດຖະ ທຳມະນູນ ເປັນວຽກ ທີ່ສຳຄັນທີ່ສຸດ, ແຕ່ການຈັດຕັ້ງປະຕິບັດໃຫ້ເກີດດອກ ອອກຜົນເປັນຈິງ, ການນຳເອົາລັດຖະ ທຳມະນູນ ແລະ ກົດໝາຍ ເຂົ້າສູ່ຊີວິດ ຕົວຈິງຂອງທົ່ວສັງຄົມນັ້ນ ເປັນວຽກ ງານໜຶ່ງທີ່ມີຄວາມໝາຍສຳຄັນກວ່າ ການສ້າງແລະປັບປຸງລັດຖະທຳມະນູນ ຫລາຍສິບເທົ່າ ເຊິ່ງການຈັດກອງປະ ຊຸມຄັ້ງນີ້ ກໍເພື່ອເຮັດໃຫ້ການປະກອບ ຄຳເຫັນເຂົ້າໃສ່ເນື້ອໃນຮ່າງລັດຖະທຳ ມະນູນສະບັບປັບປຸງ ໃຫ້ມີຄວາມຄົບ ຖ້ວນ, ຮັດກຸມ ແລະ ສອດຄ່ອງກັບ ໂຄງການການເມືອງ ສະບັບທີ 3 ແລະ ລາຍງານການເມືອງຕໍ່ກອງປະຊຸມ ໃຫຍ່ ຄັ້ງທີ 9** ຂອງພັກປະຊາຊົນ ປະຕິວັດລາວ ເຮັດໃຫ້ຮ່າງລັດຖະທຳ ມະນູນກາຍເປັນສະບັບສົມບູນ; ເຊື່ອມ ຊຶມ ແລະ ສ້າງຄວາມຮັບຮູ້ເຂົ້າໃຈທີ່ ຖືກຕ້ອງຕໍ່ຮ່າງລັດຖະທຳມະນູນສະ ບັບປັບປຸງ, ສືບຕໍ່ຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນໃນທົ່ວ ສັງຄົມ ໃຫ້ດີຂຶ້ນກວ່າເກົ່າ, ຮັບປະກັນ ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ໃຫ້ມີປະສິດທິພາບ, ປະ ສິດທິຜົນ ທັງເປັນການປະກອບສ່ວນ ຍູ້ແຮງຂະບວນການແຂ່ງຂັນສ້າງຜົນ ງານຂໍ່ານັບຮັບຕ້ອນການດຳເນີນກອງ ປະຊຸມໃຫຍ່ສາມຂັ້ນ ແລະ ຂ່ຳນັບຮັບ ຕ້ອນ 3 ວັນປະຫວັດສາດ ທີ່ສຳຄັນ ຂອງຊາດໃນປີນີ້. ພ້ອມນີ້, ທ່ານ ກອງແກ້ວ ໄຊສົງ ຄາມ ຍັງໄດ້ຮຽກຮ້ອງມາຍັງສະພາ ປະຊາຊົນແຂວງ, ອົງການປົກຄອງ ແຂວງ, ຜູ້ປະກອບການທັງພາກລັດ ແລະ ເອກະຊົນ, ສະມາຊິກພັກ, ພະນັກ ງານ-ລັດຖະກອນ, ກຳມະກອນ, ທະ ຫານ, ຕຳຫລວດ, ນັກຮຽນຮູ້ປັນຍາ ຊົນ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງພ້ອມກັນຍົກສູງສະຕິເຄົາລົບ, ປະຕິ ບັດລັດຖະທຳມະນູນ ແລະ ກົດໝາຍ ໃຫ້ເຂັ້ມງວດ ແລະ ສັກສິດກວ່າເກົ່າ; ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ໃນທົ່ວພັກ, ທົ່ວລັດ, ທົ່ວປວງຊົນບົນ ພື້ນຖານລັດຖະທຳມະນູນ ແລະ ກົດ ໝາຍ, ເດັດດ່ຽວໜຽວແໜ້ນສູ້ຊົນຜ່ານ ຜ່າອຸປະສັກຕ່າງໆ ເພື່ອປົກປັກຮັກສາ ປະເທດຊາດໄວ້ຢ່າງໝັ້ນຄົງ ແລະ ບູລະ ນະລະບອບປະຊາທິປະໄຕປະຊາຊົນ ຕາມເສັ້ນທາງກ້າວຂຶ້ນສູ່ສັງຄົມນິ ຍົມຢ່າງໜັກແໜ້ນ ແລະ ມີໄຊ. ກອງປະຊຸມຄັ້ງນີ້, ຈະສຳເລັດລົງ ຢ່າງຈົບງາມ, ແຕ່ການປັບປຸງຮ່າງລັດ ຖະທຳມະນູນໃຫ້ເປັນສະບັບສົມບູນ ນັ້ນ ຍັງເປັນວຽກງານໜຶ່ງທີ່ສຳຄັນ ຂອງລັດເຮົາ ທີ່ຍັງຕ້ອງສືບຕໍ່ຮີບຮ້ອນ ເອົາໃຈໃສ່ຄົ້ນຄວ້າ ແລະ ຮຽບຮຽງ ພາຍຫລັງສຳເລັດບັ້ນທາບທາມຄຳ ເຫັນໃສ່ຮ່າງລັດຖະທຳມະນູນໃນທົ່ວ ປະເທດ ເພື່ອສາມາດນຳໄປສະເໜີຕໍ່ ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ *9 ໃນ ທ້າຍເດືອນມີນາ 2025 ພິຈາລະນາ ແລະ ຮັບຮອງເອົາ. ຂ່າວ-ພາບ: ຂັນໄຊ ກະສິກໍາ ແລະ ປ່າໄມ້ ໃນການຈັດຕັ້ງ ປະຕິບັດ 4 ແຜນງານຫລັກ ໃຫ້ບັນລຸ ຕາມແຜນການ ໂດຍສະເພາະແຜນ ງານຄໍ້າປະກັນດ້ານສະບຽງອາຫານ. ໂອກາດດຽວກັນ, ທ່ານ ມາກ ແອນເດຣ ພລັອສ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ລິນຄໍາ ດວງສະຫວັນ ພ້ອມ ທັງໃຫ້ຄໍາໝັ້ນສັນຍາວ່າ ອົງການອາ ຫານໂລກ ປະຈໍາ ສປປ ລາວ ຈະສືບ ຕໍ່ເພີ່ມທະວີການຮ່ວມມື ແລະ ໃຫ້ການ ສະໜັບສະໜູນ ກະຊວງກະສິກໍາ ແລະ ປ່າໄມ້ ໃນການຈັດຕັ້ງປະຕິບັດແຜນ ງານຕ່າງໆ ທີ່ສະໜັບສະໜູນໃຫ້ ແກ່ການບັນລຸແຜນພັດທະນາຂອງ ແລະ ພະນັກງານກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈເປັນ ຢ່າງຍິ່ງຕໍ່ການຈາກໄປຂອງ ທ່ານ ພຸນສາລມາກີນ ໂອຈິຣ໌ບັທ ອະດີດ ປະທານາທິບໍດີມົງໂກລີ (ຜູ້ທໍາອິດ) ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 17 ມັງກອນ 2025. ຕະຫລອດໄລຍະການເຄື່ອນໄຫວ ວຽກງານ, ທ່ານ ພຸນສາລມາກີນ ໂອ ຈິຣ໌ບັທ ໄດ້ອຸທິດທຸກເຫື່ອແຮງ, ສະຕິ ປັນຍາຂອງຕົນເຂົ້າໃນພາລະກິດການ ປະຕິວັດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງ ມົງໂກລີ, ໂດຍສະເພາະແມ່ນການຊີ້ ນຳນໍາພາ ພາລະກິດການປະຕິຮູບລະ ບອບການປົກຄອງ ແລະ ການປະຕິ ຮູບເສດຖະກິດຂອງມົງໂກລີ ຫັນໄປ ສູ່ປະຊາທິປະໄຕ ແລະ ເສດຖະກິດ ຕະຫລາດ. ການຈາກໄປຂອງ ທ່ານ ພຸນສາລ ມາກີນ ໂອຈິຣ໌ບັທ ບໍ່ເປັນພຽງແຕ່ ການສູນເສຍການນໍາທີ່ແສນເຄົາລົບ ຮັກຂອງລັດຖະບານ ແລະ ປະຊາຊົນ ມົງໂກລີ ເທົ່ານັ້ນ, ແຕ່ຍັງເປັນການສູນ ເສຍເພື່ອນມິດທີ່ສະໜິດສະໜົມຂອງ ລັດຖະບານ ແລະ ປະຊາຊົນລາວ ຂອງ ພວກຂ້າພະເຈົ້າອີກດ້ວຍ. ຂໍສະແດງຄວາມອາໄລຮັກຢ່າງ ສຸດຊຶ້ງເຖິງດວງວິນຍານຂອງ ທ່ານ ພຸນສາລມາກີນ ໂອຈິຣ໌ບັທ ຈົ່ງໄປສູ່ສຸ ຂະຕິດ້ວຍເຖິ້ນ. ຫາລື... ທາບທາມຮ່າງລັດຖະທຳມະນູນ... ທາບທາມຄຳເຫັນ... ລັດຖະມົນຕີ... ກະຊວງກະສິກໍາ ແລະ ປ່າໄມ້ ຢ່າງ ຕັ້ງໜ້າ. ຂ່າວ: ວິທະຍຸແຫ່ງຊາດ ຮອງລັດຖະມົນຕີ...
RkJQdWJsaXNoZXIy MTc3MTYxMQ==