6054

xtgmf]k; 4 3]d c]t gsfdko 24/01/2025 glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d m6 f]k; g0Q k1h P,0=j koa [ ]a f4t,q o8u dt-;' ;a fmtotme dy ]k c]t mj v'mj P; s;Pfok, m6 f]k; pnj olko8k8A '8+ lq ,gfa f rtik-k csj ' ik-tvkok9a d fko,kd ສ້າງຄວາມເຂັ້ມແຂງ... ຕໍ່າ‹ໜ້າ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນ ງານປັບປຸງຄຸນນະພາບແລະຂະຫຍາຍ ໂອກາດເຂົ້າຮຽນ ສຳລັບ ການສຶກສາ ຂັ້ນພື້ນຖານ ໃນ ສປປ ລາວ (ແຜນ ງານບີຄວາ). ຊຸດຝຶກອົບຮົມໃນຄັ້ງນີ້, ຜູ້ເຂົ້າ ຮ່ວມ ກໍຄື ຜູ້ເຮັດວຽກສຶກສານິເທດ ພາຍໃນໄດ້ຮຽນຮູ້ເຕັກນິກການສອນ ບົດຮຽນຝຶກເວົ້າພາສາລາວ ຢ່າງລະ ອຽດ ເພື່ອໃຫ້ເຂົາເຈົ້າສາມາດໃຫ້ການ ຊ່ວຍເຫລືອຄູ ສາມາດສອນບົດຮຽນ ຝຶກເວົ້າພາສາລາວ ໃນຫ້ອງຮຽນໄດ້ ຢ່າງມີປະສິດທິພາບ ເພື່ອແກ້ໄຂສິ່ງ ທ້າທາຍທີ່ສໍາຄັນທີ່ຄູພົບພໍ້ ເຊັ່ນ: ການ ສອນວິຊາພາສາລາວ, ການສອນນັກ ຮຽນທີ່ບໍ່ເວົ້າພາສາລາວ ເປັນພາສາ ຫລັກໃນຄອບຄົວ ແລະ ການຄຸ້ມຄອງ ຫ້ອງຮຽນ. ພ້ອມນີ້, ຍັງຈະໄດ້ຮຽນຮູ້ ວິທີການນໍາໃຊ້ເຕັກນິກການຄຸ້ມຄອງ ຫ້ອງຮຽນໃນທາງສ້າງສັນ ເຊິ່ງຜູ້ ເຮັດວຽກສຶກສານິເທດພາຍໃນ ຈະໃຊ້ ແທັບເລັດ ເພື່ອສ້າງແຜນການສະໜັບ ສະໜູນຄູ ແບບເອເລັກໂຕຣນິກ ເຊິ່ງ ແຜນຈະໄດ້ຖືກບັນທຶກໄວ້ໃນຫ້ອງສະ ໝຸດເອກະສານອອນລາຍ ເພື່ອໃຫ້ບັນ ດາວິທະຍາໄລຄູ ແລະ ຫ້ອງການສຶກ ສາທິການ ແລະ ກິລາເມືອງ ສາມາດ ຕິດຕາມການປະຕິບັດແຜນການສະ ໜັບສະໜູນຄູ ເປັນລາຍບຸກຄົນແບບ ທັນການ. ທ່ານ ນາງ ວົງເດືອນ ໂອໃສ ວ່າ ການແທນຫົວໜ້າກົມສ້າງຄູ ກະຊວງ ຂປລ. ໃນວັນທີ 21 ມັງກອນ 2025 ຜ່ານມາ, ຢູ່ນະຄອນຫລວງ ຮ່າໂນ້ຍ, ທ່ານ ນາງ ຄຳເພົາ ເອີນທະ ວັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດ ນາມ ພ້ອມຄະນະ ໄດ້ເຂົ້າ ຢ້ຽມຂ່ຳນັບ ທ່ານ ຫງວຽນ ວັນ ຮຸ່ງ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ. ໂອກາດນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຂອບໃຈ ທ່ານ ຫງວຽນ ວັນ ຮຸ່ງ ພ້ອມຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ດ້ວຍໄມຕີຈິດມິດຕະ ພາບ ບົນພື້ນຖານສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ. ທ່ານ ໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ໂດຍສະເພາະ ລະຫວ່າງສອງ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຂອງຫວຽດ ນາມ ກັບ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງ ລາວໃນໄລຍະຜ່ານມາ. ພ້ອມທັງໄດ້ ຕາງໜ້າພັກ, ລັດຖະບານ ແລະ ປະຊາ ຊົນລາວ ສະແດງຄວາມຂອບໃຈຕໍ່ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອ, ສະໜັບສະໜູນ ສປປ ລາວ ໃນເວທີ ພາກພື້ນ ແລະ ສາກົນ ໂດຍສະເພາະ ໃນໂອກາດທີ່ ສປປ ລາວ ເປັນປະທານ ອາຊຽນ ປີ 2024 ຜ່ານມາ; ການສະ ໜັບສະໜູນການສະເໜີອຸທິຍານແຫ່ງ ຊາດຫີນໜາມໜໍ່ ສປປ ລາວ ເປັນ ມໍລະດົກທາງທຳມະຊາດຂອງໂລກ ຮ່ວມຊາຍແດນພາກຂະຫຍາຍ ຕໍ່ຈາກ ອຸທະຍານແຫ່ງຊາດ ຟອງຍາ-ແກ ບາງ ມໍລະດົກໂລກທາງທຳມະຊາດ ສສ ຫວຽດນາມ; ການສະໜັບສະໜູນ ໂຄງການກໍ່ສ້າງສວນສາທາລະນະ ມິດຕະພາບ ລາວ-ຫວຽດນາມ ຢູ່ນະ ຄອນຫລວງວຽງຈັນ ແລະ ໄດ້ຢືນຢັນ ວ່າ ຈະສືບຕໍ່ເປັນຂົວຕໍ່, ປະສານສົມ ທົບກັບທຸກພາກສ່ວນຂອງລາວ ແລະ ຫວຽດນາມ ປະຕິບັດໜ້າທີ່ຂອງຕົນໃຫ້ ສຳເລັດຕາມການມອບໝາຍຂອງພັກ ແລະ ລັດຖະບານ ສປປ ລາວ. ທ່ານ ຫງວຽນ ວັນ ຮຸ່ງ ໄດ້ສະ ແດງຄວາມຊົມເຊີຍ ຕໍ່ການມາດໍາລົງ ຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ຂອງ ທ່ານ ນາງ ຄຳເພົາ ເອີນທະວັນ ພ້ອມ ທັງເຊື່ອໝັ້ນວ່າ, ທ່ານທູດຈະສືບຕໍ່ເປັນ ຂົວຕໍ່ ແລະ ປະສານສົມທົບກັບທຸກ ພາກສ່ວນທີ່ກ່ຽວຂ້ອງ ເຮັດສຳເລັດ ໜ້າທີ່ການເມືອງທີ່ພັກ ແລະ ລັດຖະ ບານລາວ ມອບໝາຍໃຫ້ເປັນຢ່າງດີ ຈະເປັນການປະກອບສ່ວນສຳຄັນເຂົ້າ ໃນການປົກປັກຮັກສາ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່ ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງສອງປະ ເທດ. ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຍິນດີທີ່ຈະໃຫ້ການ ສະໜັບສະໜູນ, ຊ່ວຍເຫລືອບູລະນະ ເຂດຮ່ອງຮອຍປະຫວັດສາດ ກໍຄື ການ ປະກອບເອກະສານສະເໜີອົງການອຸຍ ແນັດສໂກ; ການຝຶກຊ້ອມນັກກິລາປະ ເພດຕ່າງໆ ທີ່ຫວຽດນາມມີທ່າແຮງ ເພື່ອປະກອບສ່ວນສ້າງຜົນງານໃນ ການເຂົ້າຮ່ວມງານມະຫະກຳກິລາ ອາ ຊຽນເກມ ທີ່ຈະຈັດຂຶ້ນໃນຕໍ່ໜ້າ. ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ. ສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ: ໃນສົກຮຽນ 2023-2024, ທີມງານ ຜູ້ເຮັດວຽກສຶກສານິເທດພາຍໃນ ໄດ້ ໃຫ້ການສະໜັບສະໜູນຄູ ຈຳນວນ .575 ທ່ານ. ຂໍ້ມູນຈາກການສັງ ເກດການສອນໃນຫ້ອງຮຽນ ຈຳນວນ 2.177 ຄັ້ງ ທີ່ດໍາເນີນໂດຍຫ້ອງການ ສຶກສາທິການ ແລະ ກິລາເມືອງ ຫລັງ ຈາກໜຶ່ງປີຂອງການເລີ່ມຕົ້ນປະຕິບັດ ລະບົບ ການພັດທະນາວິຊາຊີບຄູ ແບບ ຕໍ່ເນື່ອງຂັ້ນໂຮງຮຽນ ໄດ້ສະແດງໃຫ້ ເຫັນການປ່ຽນແປງໃນທາງບວກ ໃນ ການປະຕິບັດການສິດສອນ. ການ ປັບປຸງການສະໜັບສະໜູນການຮຽນ ຮູ້, ການຮ່ວມມືລະຫວ່າງນັກຮຽນ ດ້ວຍກັນ ແລະ ການສ້າງທັກສະທາງ ດ້ານຈິດໃຈ-ສັງຄົມຂອງນັກຮຽນ, ຄູ ສາມາດເຊື່ອມໂຍງ ເນື້ອໃນຫລັກສູດ ເຂົ້າກັບຊີວິດປະຈໍາວັນຂອງນັກຮຽນ ໄດ້ດີຂຶ້ນ. ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ກ່າວວ່າ: ຜ່ານລະ ບົບຜູ້ເຮັດວຽກສຶກສານິເທດພາຍໃນ, ກະຊວງສຶກສາທິການ ແລະ ກິລາ ໄດ້ ສະໜັບສະໜູນຄູ ຊັ້ນປະຖົມສຶກສາ .000 ຄົນ ໃນເຂດຫ່າງໄກສອກ ຫລີກ ໂດຍລວມແລ້ວແມ່ນຈະປະກອບ ສ່ວນຊຸກຍູ້ໃຫ້ຜົນການຮຽນຂອງນັກ ຮຽນດີຂຶ້ນກວ່າເກົ່າ. ລັດຖະບານອົດ ສະຕຣາລີ ເຊື່ອໝັ້ນເປັນຢ່າງຍິ່ງວ່າ ການຮຽນ-ການສອນທີ່ດີ ແມ່ນຈະ ຕ້ອງໄດ້ສ້າງຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບທີ່ດີຂຶ້ນ ແລະ ພວກ ເຮົາຮູ້ສຶກເປັນກຽດທີ່ໄດ້ເຮັດວຽກ ຮ່ວມກັບກະຊວງສຶກສາທິການ ແລະ ກິລາ ຢ່າງໃກ້ຊິດເພື່ອບັນລຸເປົ້າໝາຍ ນີ້. ລັດຖະບານອົດສະຕຣາລີ ມຸ່ງໝັ້ນທີ່ ຈະໃຫ້ການສະໜັບສະໜູນຄູ ເພື່ອຕອບ ສະໜອງສິ່ງທ້າທາຍທີ່ເຂົາເຈົ້າພົບພໍ້ ແລະ ຄາດວ່າ ຈະເຫັນການປ່ຽນແປງ ໃນທາງບວກຫລາຍຂຶ້ນ ໃນປີນີ້ ດ້ວຍ ລະບົບການພັດທະນາວິຊາຊີບຄູ ແບບ ຕໍ່ເນື່ອງໃນຂັ້ນໂຮງຮຽນ ແລະ ກຸ່ມ ໂຮງຮຽນ. ທີມງານຜູ້ເຮັດວຽກສຶກສານິເທດ ພາຍໃນ ໄດ້ສ້າງຕັ້ງຂຶ້ນໃນເດືອນມີນາ 2023 ຜ່ານມາ ຢູ່ 30 ເມືອງເປົ້າ ໝາຍ ຄື: ແຂວງຜົ້ງສາລີ, ຫລວງນໍ້າ ທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຄໍາມ່ວນ ແລະ ສະຫວັນນະເຂດ. ທີມ ງານດັ່ງກ່າວ, ປະກອບດ້ວຍຄູຊັ້ນປະ ຖົມສຶກສາ ແລະ ຜູ້ອໍານວຍການໂຮງ ຮຽນ ທີ່ໄດ້ຮັບການຄັດເລືອກຈາກ ຜູ້ ທີ່ມີປະສົບການ ການສອນຊັ້ນປະຖົມ ສຶກສາ, ຄວາມຮູ້ຫລາຍວິຊາ, ທັກສະ ການສອນ, ຄວາມມຸ່ງໝັ້ນໃນການປັບ ປຸງຄຸນນະພາບການສອນ ແລະ ແຮງ ຈູງໃຈທີ່ຈະສະໜັບສະໜູນຄູ. ທີມງານ ຜູ້ເຮັດວຽກສຶກສານິເທດພາຍໃນ ໄດ້ ນຳໃຊ້ວິທີການພັດທະນາວິຊາຊີບຄູ ແບບຕໍ່ເນື່ອງຫລາຍຢ່າງ ເຊັ່ນ: ການ ສອນເປັນຄູ່, ການສັງເກດການສອນ ໃນຫ້ອງຮຽນ, ການຝຶກອົບຮົມແບບ ເຊິ່ງໜ້າ ໂດຍໃຊ້ໂມດູນ ຈາກຊຸດອຸປະ ກອນຊ່ວຍເຫລືອຄູ ແລະ ການເບິ່ງວິດີ ໂອ ສຳລັບການພັດທະນາຄູ. ຂ່າວ: ທະນູທອງ ຂໍ້ມູນ-ພາບ: ແຜນງານບີຄວາ ຂປລ. ໂດຍສືບຕໍ່ຜັນຂະຫຍາຍ ແນວທາງການຕ່າງປະເທດ ອັນສະເໝີ ຕົ້ນສະໝີປາຍຂອງພັກ ແລະ ລັດຖະ ບານແຫ່ງ ສປປ ລາວ, ໃນຕອນເຊົ້າ ວັນທີ 15 ມັງກອນ 2025, ທີ່ພະຣາ ຊະວັງຂອງເຈົ້າຊີວິດ, ນະຄອນຫລວງ ໂກເປັນຮາກ ປະເທດດານມາກ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງ ຕໍ່ ສົມເດັດພະຣາຊາ ເຟຣເດຣິກ ອານ ເດຣ ເຮັນຣິກ ຄຣິສຕຽນ (Frederik André Henrik Christian) ທີ 9 ແຫ່ງຣາຊະອານາຈັກ ດານມາກ ເພື່ອດຳລົງຕຳແໜ່ງເປັນເອກອັກຄະ ລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳຣາຊະ ອານາຈັກ ດານມາກ. ໃນໂອກາດດັ່ງກ່າວ, ສົມເດັດພະ ຣາຊາເຟຣເດຣິກ ທີ 9, ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ບຸນທະວີ ວິລະວົງ ໃນການມາ ຮັບໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳຣາ ຊະອານາຈັກ ດານມາກ ແລະ ໄດ້ອວຍ ພອນໃຫ້ ທ່ານເອກອັກຄະລັດຖະທູດ ປະຕິບັດໜ້າທີ່ການທູດອັນມີກຽດຂອງ ຕົນ ໃຫ້ມີຜົນສຳເລັດອັນຈົບງາມ ເພື່ອ ສົ່ງເສີມສາຍພົວພັນ ແລະ ການຮ່ວມມື ຂອງສອງປະເທດ ລາວ-ດານມາກ ໃຫ້ຂະຫຍາຍຕົວຂຶ້ນໄປຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືຂອງ ສອງປະເທດ ທີ່ມີມາດົນນານມາແລ້ວ ນັ້ນໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ. ທ່ານ ບຸນທະວີ ວິລະວົງ ໄດ້ສະ ແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການ ຕ້ອນຮັບອັນອົບອຸ່ນ ແລະ ໄດ້ນຳເອົາ ຄວາມຢື້ຢາມຖາມຂ່າວ ແລະ ພອນໄຊ ອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງ ສປປ ລາວ ເຖິງ ສົມເດັດພະຣາຊາເຟຣເດຣິກ ທີ9ຂອງ ປະເທດດານມາກ. ພ້ອມກັນນັ້ນ, ສົມ ເດັດພະຣາຊາເຟຣເດຣິກ ທີ9 ແຫ່ງຣາ ຊະອານາຈັກ ດານມາກ, ໄດ້ສະແດງ ຄວາມຂອບໃຈ ແລະ ໄດ້ສົ່ງຄວາມຢື້ ຢາມຖາມຂ່າວ ແລະ ອວຍພອນໄຊອັນ ປະເສີດມາຍັງ ທ່ານປະ ທານປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ. ໃນ ໂອກາດດຽວກັນນີ້, ທ່ານເອກອັກຄະ ລັດຖະທູດກໍໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ, ສະແດງຄວາມ ຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ດານມາກ ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືອຕໍ່ ສປປ ລາວ ຫລາຍດ້ານ ໃນໄລຍະຜ່ານມາ ເຊິ່ງເປັນການປະ ກອບສ່ວນອັນໃຫຍ່ຫລວງ ເຂົ້າໃນພາ ລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາເສດຖະກິດ-ສັງຄົມຂອງລາວ ແລະ ພ້ອມກັນນັ້ນ, ທັງສອງຝ່າຍຍັງ ໄດ້ແລກປ່ຽນສະພາບການຂອງໂລກ ແລະ ພາກພື້ນ ແລະ ປຶກສາຫາລືຊອກ ຫາທ່າແຮງ ຊຸກຍູ້ສົ່ງເສີມການພົວພັນ ແລະ ຮ່ວມມືຂອງສອງປະເທດໃນຂະ ແໜງການຄ້າ ແລະ ການລົງທຶນ, ການ ສຶກສາ ແລະ ການທ່ອງທ່ຽວນຳດ້ວຍ. ສປປ ລາວ ແລະ ຣາຊະອານາຈັກ ດານມາກ ໄດ້ສ້າງຕັ້ງສາຍພົວພັນ ການທູດນຳກັນໃນວັນທີ 01 ພະຈິກ 1956, ຊຶ່ງປີນີ້ ຄົບຮອບ 69 ປີ, ສອງ ປະເທດໄດ້ມີການພົວພັນນຳກັນໃນລະ ດັບປົກກະຕິໂດຍໄດ້ແລກປ່ຽນການ ຢ້ຽມຢາມເຊິ່ງກັນ ແລະ ກັນ ໃນຫລາຍ ລະດັບໃນໄລຍະຜ່ານມາ. ຣາຊະອານາ ຈັກ ດານມາກ ໄດ້ໃຫ້ການຊ່ວຍເຫລືອ ແກ່ ສປປ ລາວ, ນັບຕັ້ງແຕ່ປີ 1999 ເປັນຕົ້ນມາ, ລັດຖະບານດານມາກ ໄດ້ ຊຸກຍູ້ ແລະ ສົ່ງເສີມໃຫ້ບໍລິສັດຕ່າງໆ ຂອງດານມາກ ໄດ້ມາລົງທຶນຢູ່ ສປປ ລາວ ແລະ ຕະຫລອດໄລຍະຫລາຍປີ ທີ່ຜ່ານມາ, ລັດຖະບານດານມາກ ໄດ້ ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໂດຍເນັ້ນໃສ່ຂົງເຂດວຽກງານຄື: ການ ຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ວຽກງານສາທາລະນະ ສຸກ, ວຽກງານອຸດສາຫະກຳ, ປ່າໄມ້, ການສຶກສາ ແລະ ອື່ນໆ. ມາເຖິງປັດ ຈຸບັນ, ການພົວພັນ ແລະ ຮ່ວມມືຂອງ ສອງປະເທດຍັງສືບຕໍ່ຂະຫຍາຍຕົວ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເປັນປົກກະຕິ. ໃນໂອກາດດັ່ງກ່າວ, ທ່ານທູດ ພ້ອມດ້ວຍຄະນະກໍໄດ້ພົບປະກັບ ທ່ານ ນາງ /athalia Feinberg ຫົວໜ້າ ກົມພິທີການທູດ ເພື່ອຍື່ນສຳເນົາສານ ຕາຕັ້ງ ແລະ ປະຊຸມປຶກສາຫາລືວຽກ ງານສອງຝ່າຍກັບ ທ່ານ Thomas -und-4orensen ຫົວໜ້າກົມອາຊີ, ອາເມລິກາລາຕິນ, ໂອຊຽນເນຍ ແລະ ຄາຣິບຽນ, ປະເທດດານມາກ, ພ້ອມ ທັງຖືເອົາໂອກາດດັ່ງກ່າວ ລົງຢ້ຽມ ຢາມຖາມຂ່າວພີ່ນ້ອງຄົນເຊື້ອຊາດ ລາວທີ່ດຳລົງຊີວິດ ຢູ່ປະເທດ ດານ ມາກ ຕື່ມອີກ.

RkJQdWJsaXNoZXIy MTc3MTYxMQ==