ຜັນຂະຫຍາຍ ເຂົ້າໃນຂົງເຂດວຽກ ງານ ໂດຍຄະນະພັກ-ຄະນະນຳ ຂອງແຂວງ, ບັນດາພະແນກການ ອ້ອມຂ້າງແຂວງ ໄດ້ເອົາໃຈໃສ່ຊີ້ ນຳຢ່າງໃກ້ຊິດຕິດແທດກັບຕົວຈິງ ຕໍ່ທຸກພາກສ່ວນທີ່ກ່ຽວຂ້ອງ ໃຫ້ເອົາ ໃຈໃສ່ຈັດຕັ້ງປະຕິບັດຕາມຂອບເຂດ ຄວາມຮັບຜິດຊອບຂອງຕົນເອງ ຢ່າງມີປະສິດທິພາບ ແລະ ປະສິດ ທິດຜົນ ພ້ອມທັງໄດ້ອຳນວຍຄວາມ ສະດວກ ແລະ ສະໜອງງົບປະມານ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ໃນການ ແກ້ໄຂບັນຫາຢາເສບຕິດ ແລະ ເນັ້ນໜັກໃຫ້ກອງບັນຊາການປ້ອງ ກັນຄວາມສະຫງົບແຂວງ ແລະ ເຈົ້າ ໜ້າທີ່ປະຕິບັດກົດໝາຍ ເປັນຫລັກ ແຫລ່ງໃນການຈັດຕັ້ງປະຕິບັດ, ພ້ອມທັງລະດົມໃຫ້ທຸກອົງການຈັດ ຕັ້ງທາງສັງຄົມ ຕະຫລອດຮອດພໍ່ແມ່ ປະຊາຊົນ ແຂວງໄຊສົມບູນ ໄດ້ມີ ສ່ວນຮ່ວມ ໂດຍເນັ້ນໃສ່ເພີ່ມທະວີ ໃນການໂຄສະນາສຶກສາອົບຮົມປະ ຊາຊົນ, ນັກຮຽນ-ນັກສຶກສາ, ກຳມະ ກອນ ໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວ ທາງຂອງພັກ, ຮູ້ເຖິງຜົນຮ້າຍ ແລະ ໂທດຂອງຢາເສບຕິດ, ສ້າງບ້ານ- ຄອບຄົວ, ໂຮງຮຽນປອດຢາເສບ ຕິດ, ເລີກຮື້ເປົ້າໝາຍຄ້າຂາຍ, ເປົ້າ ໝາຍເສບ ແລະ ສະກັດກັ້ນຢາ ເສບຕິດ, ກຳນົດພື້ນທີ່ສ່ຽງ ໂດຍ ສະເພາະພື້ນທີ່ປູກພືດຜິດກົດໝາຍ ພົບເຫັນຢູ່ຈຸດໃດ ເຈົ້າໜ້າທີ່ຕ້ອງຮີບ ຮ້ອນເຂົ້າທຳລາຍ ແລະ ລະດົມໃຫ້ ປະຊາຊົນ ຫັນມາປູກພືດກະສິກຳ ທົດແທນ ເຊິ່ງຜ່ານການຈັດຕັ້ງຕົວ ຈິງເຫັນວ່າໄດ້ຮັບຜົນສຳເລັດຕາມ ຄາດໝາຍ ເຮັດໃຫ້ສັງຄົມໂດຍ ສະເພາະແມ່ນແຂວງໄຊສົມບູນ ມີຄວາມສະຫງົບປອດໄພ ໂດຍ ພື້ນຖານ. ທ່ານ ພົຈວ ບົວພັນ ອິນທະປັນ ຍາ ຍັງໄດ້ຮຽກຮ້ອງ ໃຫ້ພໍ່ແມ່ປະ ຊາຊົນແຂວງໄຊສົມບູນ ຈົ່ງພ້ອມກັນ ຮັກສາຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍຂອງສັງຄົມ, ຊ່ວຍກັນສຶກສາອົບຮົມລູກຫລານ ໃຫ້ຫ່າງໄກຈາກຢາເສບຕິດ, ຊ່ວຍ ເຈົ້າໜ້າທີ່ໃນການແກ້ໄຂບັນຫາຢາ ເສບຕິດ, ຖ້າພົບເຫັນຜູ້ກະທຳຜິດໃຫ້ ລາຍງານຕໍ່ເຈົ້າໜ້າທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂໃຫ້ທັນເວລາ; ເພີ່ມທະວີ ຄວາມສາມັກຄີບັນດາເຜົ່າ ເພື່ອເຮັດ ໃຫ້ແຂວງໄຊສົມບູນ ເປັນແຂວງ ທີ່ມີຄວາມສະຫງົບປອດໄພ ໂດຍ ສະເພາະຮຽກຮ້ອງໃຫ້ທຸກພາກສ່ວນ ອອກແຮງແຂ່ງຂັນສ້າງຜົນງານ, ສ້າງແຂວງໃຫ້ມີຄວາມຮຸ່ງເຮືອງ ສີວິໄລ-ສັງຄົມມີຄວາມປອດໄພ. 07 xtgmf]k; gsfdko{dkora fmtok 24/01/2025 ຂ່າວ-ພາບ: ສື່ມວນຊົນ ປກສ ຂ່າວ: ຮອ ນ້ອຍຈັນໄພ ແກ້ວວັນເຮືອງ ຂປລ. ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ຈັດພິທີສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ຂຶ້ນໃນເມື່ອມໍ່ໆມານີ້ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງໂຮງຮຽນ, ມີ ທ່ານ ພັນເອກ ບົວວັນ ພົມມະເພັງ ຫົວໜ້າການທະຫານໂຮງຮຽນພ້ອມ ດ້ວຍນາຍ ແລະ ພົນທະຫານ ແລະ ນັກຮຽນ ເຂົ້າຮ່ວມ. ໂອກາດນີ້, ທ່ານ ພົນຈັດຕະວາ ສີລາວົງ ບຸນມີໄຊ ໄດ້ຫວນຄືນເຖິງ ມູນເຊື້ອ ແຫ່ງການກຳເນີດ ເຕີບໃຫຍ່ ຂະຫຍາຍຕົວ ແລະ ຄວາມໝາຍ ຄວາມສຳຄັນຂອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ໂດຍແມ່ນປະ ທານ ໄກສອນ ພົມວິຫານ ເປັນຜູ້ປະ ກາດສ້າງຕັ້ງຂຶ້ນ ແລະ ຊີ້ນຳບັນຊາ ໂດຍກົງ ຢູ່ເຂດຕາແສງລາວຮຸ່ງ ເມືອງຊຽງຄໍ້ ແຂວງຫົວພັນ ແລະ ບັນດາກົມກອງເອກະລາດອື່ນໆ ກໍໄດ້ປະກາດສ້າງຕັ້ງຂຶ້ນຢ່າງເປັນ ທາງການ, ພໍແຕ່ສ້າງຕັ້ງຂຶ້ນມາ ກອງທັບເຮົາກໍໄດ້ຜະເຊີນໜ້າໂດຍ ກົງກັບສັດຕູ ທີ່ມີກຳລັງແຮງເໜືອ ກວ່າ, ມີເສດຖະກິດ, ມີກຳລັງພົນ, ມີອາວຸດຍຸດໂທປະກອນທີ່ທັນສະໄໝ ແຕ່ຍ້ອນຄວາມຫວ່ງແຫນ ເຂດນ້ຳ ແດນດິນ ມີນ້ຳໃຈຮັກຊາດອັນສູງ ສົ່ງເຄີຍມີມູນເຊື້ອຕໍ່ສູ້ ບໍ່ຍອມຈຳນົນ ຂອງບັນພະບຸລຸດ, ປະຊາຊົນລາວ ເຄີຍຜ່ານແປວໄຟແຫ່ງການຕໍ່ສູ້ ໃນເງື່ອນໄຂທີ່ຫຍຸ້ງຍາກລຳບາກ, ບວກໃສ່ຄວາມຄຽດແຄ້ນຕໍ່ການ ສູນເສຍຍາດຕິພີ່ນ້ອງ ທີ່ຖືກພວກ ສັດຕູທໍລະມານຂ້າຕາຍ, ປະຊາຊົນ ລາວບັນດາເຜົ່າ ຈຶ່ງໄດ້ສົມທົບກັບ ກອງທັບລຸກຮືຂຶ້ນຕໍ່ສູ້ ດ້ວຍຫລາຍ ຮູບການ ໂດຍໃຊ້ວັດຖຸພື້ນເມືອງ ແບບປະຖົມປະຖານ ຕີເອົາຊະນະ ສັດຕູ, ຍິ່ງຕີຍິ່ງໄດ້ຮັບໄຊຊະນະຍິ່ງ { 3I'IPod+ lh k'okply [g]d 1 lts]v';a olh k'8A 'dv'ma [xt-k-q o]k; 7tot75h ,7v'muj fy o c]t xj kw,h oklQ ,3I' Ij ;,da olh k'c];da ow2 w-lq ,[6 o cdh w0[a osk1kgl[8y f1j k'9y '9a ' lh k'la '7q ,.sh ,u 7;k,lts'q [xvfwr ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງໆ ສະຫວັນນະເຂດ ພ້ອມດ້ວຍຄະນະ ຢ້ຽມຢາມນາຍ-ພົນທະຫານ ແລະ ປະຊາຊົນ ບ້ານດອນຖ້ຳເງິນ ແລະ ບ້ານມ່ວງໄຂ່ເມືອງໄຊພູທອງແຂວງ ສະຫວັນນະເຂດ ໃນວັນທີ 22 ມັງ ກອນ 2025 ເພື່ອນຳເອົາເຄື່ອງອຸປະ ໂພກ-ບໍລິໂພກ ແລະ ປັດໄຈຈຳນວນ ໜຶ່ງ ປະກອບສ່ວນໃນການພັດທະ ນາບ້ານ, ພັັດທະນາທ້ອງຖິ່ນ ໃນເຂດ ບ້ານດອນຖ້ຳເງິນ. ຄະນະດັ່ງກ່າວ ໄດ້ພົບປະກັບອຳ ນາດການປົກຄອງ ແລະ ປະຊາຊົນ ໃນການພັດທະນາຊີວິດການເປັນຢູ່, ການຊອກຫາແຫລ່ງລາຍຮັບໃຫ້ ຄອບຄົວ ແລະ ຮັບຟັງການສະເໜີ ຈາກປະຊາຊົນຕໍ່ການນຳແຂວງ ກ່ຽວກັບຄວາມຕ້ອງການ ເພື່ອສຸມ ໃສ່ການພັດທະນາໃຫ້ດີຂຶ້ນ, ເຊິ່ງ { g9Q kc0;'lts;a ootg0f -5 dp6h dkora fmtok g,n v'w-r6 mv' ຂປລ. ບັນຫາຢາເສບຕິດ ແມ່ນ ປາກົດການຫຍໍ້ທໍ້ຂອງສັງຄົມ, ມີ ຄວາມອັນຕະລາຍຮ້າຍແຮງ, ເປັນ ໄພຂົ່ມຂູ່ຕໍ່ສະຖຽນລະພາບທາງ ດ້ານການເມືອງ, ຄວາມເປັນລະ ບຽບຮຽບຮ້ອຍຂອງສັງຄົມ ແລະ ສົ່ງຜົນກະທົບຕໍ່ການພັດທະນາ ເສດຖະກິດ-ສັງຄົມ, ເປັນການເບື່ອ ເມົາສັງຄົມ ເປັນຕົ້ນ ໄວໜຸ່ມ, ຊາວ ໜຸ່ມ ທີ່ເປັນກຳລັງແຮງ ເປັນຜູ້ສືບ ທອດພາລະກິດຂອງປະເທດຊາດ. ສະນັ້ນ, ພັກ-ລັດຖະບານ ກໍຄືແຂວງ ໄຊສົມບູນ ໄດ້ກຳນົດເອົາການ ແກ້ໄຂບັນຫາຢາເສບຕິດ ເປັນວາ ລະແຫ່ງຊາດ ຖືເປັນມາດຕະການ ທີ່ສຳຄັນ ແນໃສ່ແກ້ໄຂບັນຫາທີ່ ມີຄວາມຫຍຸ້ງຍາກສັບສົນ ແລະ ຈຳເປັນຮີບດ່ວນ, ພົວພັນເຖິງຄວາມ ຮັບຜິດຊອບທົ່ວສັງຄົມ ເພື່ອແກ້ໄຂ ໃຫ້ໝົດໄປ. ທ່ານ ພົຈວ ບົວພັນ ອິນທະປັນ ຍາ ຮອງເລຂາພັກແຂວງໄຊສົມບູນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອ ບໍ່ດົນມານີ້ວ່າ: ໃນໄລຍະຜ່ານມາ, ແຂວງໄຊສົມບູນ ໄດ້ຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ ໂດຍຫັນເອົາ ຄຳສັ່ງຂອງກົມການເມືອງສູນກາງ ພັກ ເລກທີ 02, ເອົາມະຕິຂອງສະ ພາແຫ່ງຊາດ ເລກທີ 04, ເອົາມະ ຕິຕົກລົງຂອງຄະນະບໍລິຫານງານ ພັກ ແຂວງໄຊສົມບູນ ນຳມາຈັດຕັ້ງ ຂປລ. ຄະນະຄຸ້ມຄອງທີ່ດິນ ແລະ ປ່າໄມ້ບ້ານນາສົ້ມໂຮງ ເມືອງ ໂຂງ ແຂວງຈຳປາສັກ ຮ່ວມກັບປະ ຊາຊົນພາຍໃນບ້ານ ອອກລາດຕະ ເວນ ພາຍໃນຂອບເຂດຄວາມຮັບຜິດ ຊອບບ້ານຂອງຕົນ ເພື່ອສ້າງແລວ ກັນໄຟ ປ້ອງກັນໄຟໄໝ້ລາມປ່າ ທີ່ ຈະສ້າງຄວາມເສຍຫາຍ ເຮັດໃຫ້ຊີ ວະນາໆພັນຫລາຍຊະນິດສູນຫາຍ. ທ່ານ ສຳລານ ສາຍດາວົງ ຮອງນາຍບ້ານໆນາສົ້ມໂຮງ ໃຫ້ ສຳພາດຕໍ່ຜູ້ສື່ຂ່າວເມືອງໂຂງ ເມື່ອ ມໍ່ໆມານີ້ວ່າ: ອີງຕາມແຜນຍຸດທະ ສາດຂອງບ້ານ ແລະ ທຸກໆປີ ເມື່ອ ຮອດລະດູແລ້ງ, ຄະນະຄຸ້ມຄອງ ທີ່ດິນ ແລະ ປ່າໄມ້ບ້ານ ໄດ້ພ້ອມກັນ ອອກມາລາດຕະເວນ ເຮັດແລວກັນ ໄຟ ເພື່ອປ້ອງກັນໄໝ້ລາມປ່າ ທີ່ ອາດຈະເກີດຂຶ້ນ. ນອກຈາກນີ້ ຍັງໄດ້ພ້ອມກັນປູກ ໄມ້ໃນລະດູຝົນ ກໍຄືເດືອນມິຖຸນາ ຂອງທຸກໆປີ, ຮ່ວມກັນເຮັດກິດຈະ ກຳປູກໄມ້ ເພື່ອຄືນຄວາມອຸດົມສົມ ບູນໃຫ້ທຳມະຊາດ, ຟື້ນຟູປ່າໄມ້ທີ່ກຳ ລັງຊຸດໂຊມ ໂດຍມີການຈັດຕັ້ງບ້ານ, ພໍ່ແມ່ປະຊາຊົນ, ອົງການຈັດຕັ້ງມະ ຫາຊົນ ແລະ ຫ້ອງການທີ່ກ່ຽວຂ້ອງ. ບ້ານດອນຖ້ຳເງິນ ມີ 48 ຫລັງຄາ ເຮືອນ, 46 ຄອບຄົວ, ພົນລະເມືອງ 243 ຄົນ ຍິງ 111 ຄົນ, ມີເນື້ອທີ່ນາ ປີ 103 ເຮັກຕາ, ເນື້ອທີ່ການຜະລິດ ລະດູແລ້ງ 76 ເຮັກຕາ ລວມທັງ ການປູກພືດ ຖົ່ວດິນ, ສາລີ ແລະ ເຮັດນາແຊງ. ບ້ານດອນຖ້ຳເງິນ ຍັງ ມີແຫລ່ງທ່ອງທ່ຽວທຳມະຊາດ ໂດຍ ສະເພາະຖ້ຳໝາກຍໍ ທີ່ມີປະຫວັດ ຄວາມເປັນມາທີ່ເກົ່າແກ່ ຂອງບ້ານ ດັ່ງກ່າວ. ໂອກາດດຽວກັນ, ທ່ານ ບຸນໂຈມ ອຸບົນປະເສີດ ພ້ອມດ້ວຍຄະນະ ໄດ້ ຢ້ຽມຢາມນາຍ ແລະ ພົນທະຫານ ທີ່ປະຕິບັດໜ້າທີ່ຮັກສາຄວາມສະ ຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍ ຕາມຊາຍແດນ, ບັນດາ ເກາະດອນຕ່າງໆ ພ້ອມມອບເງິນ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ເບ້ຍ ໄມ້ຈຳນວນໜຶ່ງ ເພື່ອປູກເປັນຮົ່ມ ແລະ ກິນໝາກ ໃຫ້ກອງຮ້ອຍທະ ຫານຊາຍແດນ 325 ຕື່ມອີກ. ໃນມື້ດຽວກັນ, ຄະນະດັ່ງກ່າວ ຍັງໄດ້ຢ້ຽມຢາມເບິ່ງການສິດສອນ ຂອງຄູ ຢູ່ໂຮງຮຽນປະຖົມສົມບູນ ບ້ານດອນຖ້ຳເງິນ ພ້ອມທັງມອບ ຊຸດນັກຮຽນ, ອຸປະກອນການຮຽນ ໃຫ້ນ້ອງນັກຮຽນ ແລະ ເງິນຈຳ ນວນໜຶ່ງ ໃຫ້ໂຮງຮຽນເພື່ອພັດ ທະນາໂຮງຮຽນຕື່ມອີກ, ເຊິ່ງໂຮງ ຮຽນດັ່ງກ່າວ ເປັນໂຮງຮຽນເອກະ ລາດ ຂຶ້ນກັບກຸ່ມບ້ານທີ 1 ຂອງ ເມືອງ, ມີຄູສອນ 2 ຄົນ ແລະ ມີ ນັກຮຽນ 20 ຄົນ ຍິງ 9 ຄົນ. ຕີຍິ່ງເຕີບໃຫຍ່ເຂັ້ມແຂງ ຈົນສາມາດ ປົດປ່ອຍປະເທດຊາດໄດ້ຢ່າງສົມ ບູນແລະສ້າງຕັ້ງລະບອບໃໝ່ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໃນວັນທີ 2 ທັນວາ 1975 ນັ້ນ ເປັນເຫດການສຳຄັນອັນໜຶ່ງ ເປັນ ບາດລ້ຽວ ທີ່ເປັນລັກສະນະຕັດສິນ ໃນພາລະກິດຕໍ່ສູ້ປົດປ່ອຍຊາດພາຍ ໃຕ້ການນຳພາຂອງພັກ. ຕະຫລອດ ໄລຍະ 76 ປີຜ່ານມາ ກອງທັບປະ ຊາຊົນລາວ ເວລາໃດກໍໄດ້ເອົາໃຈໃສ່ ນຳພາ ແລະ ສຶກສາອົບຮົມກໍ່ສ້າງ ກອງທັບ, ເປັນກຳລັງຫລັກແຫລ່ງ ໃນການປະຕິບັດແນວທາງປ້ອງກັນ ຊາດ, ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານ, ວາງແນວທາງ ຍຸດທະສາດ, ຍຸດໂທບາຍຢ່າງປະດິດ ສ້າງ ສອດຄ່ອງກັບສະພາບການ ໃນແຕ່ລະໄລຍະແທດເໝາະກັບ ເງື່ອນໄຂ, ມີຄວາມຈົ່ງຮັກພັກດີຕໍ່ ພັກຕໍ່ລັດຕໍ່ອຸດົມການສັງຄົມນິຍົມ ມີຄວາມສາມັກຄີແໜ້ນແຟ້ນ ກັບ ປະຊາຊົນລາວບັນດາເຜົ່າ ມີຄວາມ ສາມັກຄີກັບບັນດາປະເທດ ສັງຄົມ ນິຍົມ ຮ່ວມມືສຳພັນສູ້ຮົບກັບປະເທດ ເພື່ອນມິິດ. ພ້ອມນີ້, ທ່ານ ພົນຈັດຕະວາ ສີລາວົງ ບຸນມີໄຊ ຍັງໄດ້ຍົກໃຫ້ເຫັນ ຜົນງານການເຄື່ອນໄຫວຢູ່ໂຮງ ຮຽນກໍ່ສ້າງນາຍສິບເລກ 1 ເຊິ່ງ ແມ່ນກອງໜຶ່ງທີ່ກຳເນີດເກີດຂຶ້ນ ຢູ່ໃນໄລຍະທີ່ປະເທດຊາດໄດ້ປະ ເຊີນໜ້າກັບການຮຸກຮານ ຈາກພວກ ຈັກກະພັດຕ່າງດ້າວ ຍ້ອນຄວາມ ຮຽກຮ້ອງຕ້ອງການຄືດັ່ງກ່າວ ພັກ- ລັດ ຈຶ່ງໄດ້ຕົກລົງສ້າງໂຮງຮຽນ ນີ້ຂຶ້ນ ເພື່ອກໍ່ສ້າງບຸກຄະລາກອນ ຜູ້ທີ່ຊຳນານມີໄຫວພິບໃນການນຳ ພາກອງທັບ. ຕະຫລອດໄລຍະຜ່ານ ມາ ໂຮງຮຽນໄດ້ມີບົດບາດໜ້າທີ່ສຶກ ສາອົບຮົມ ກໍ່ສ້າງນາຍສິບປະກອບ ໃຫ້ກອງທັບ, ມີປະຫວັດມູນເຊື້ອຕິດ ພັນກັບການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບ, ໄດ້ປະກອບສ່ວນ ສ້າງຜົນງານຢ່າງຫລວງຫລາຍ ອັນພົ້ນເດັ່ນແມ່ນສ້າງນາຍທະ ຫານຮຸ່ນສືບທອດໄດ້ຫລາຍຊຸດ, ມີຫລາຍສະຫາຍກາຍເປັນພະນັກ ງານບັນຊາ-ນຳພາ ຢູ່ທົ່ວກົມກອງ ໃນກອງທັບ ຕັ້ງໜ້າເຄື່ອນໄຫວ ອົບຮົມຫັດແອບ ກໍ່ສ້າງນາຍສິບ ທະຫານຮາບ, ບຳລຸງການທະຫານ ຂັ້ນພື້ນຖານໄລຍະສັ້ນ, ບຳລຸງວັດ ທະນະທຳ ແລະ ປະສານສົມທົບ ກັບ ອົງການປົກຄອງບ້ານອ້ອມຂ້າງ ສືບ ຕໍ່ເຮັດວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ພັດທະນາປະ ເທດຊາດ ກໍຄືກົມກອງຂອງຕົນ ໃຫ້ ມີຄວາມຮຸ່ງເຮືອງສີວິໄລ.
RkJQdWJsaXNoZXIy MTc3MTYxMQ==