w0dv'xt-5 ,;Pd'ko pm0 mqj ;xtgmf xt9exu 2023 30 xu zj ko,k |a 'ln ry ,rklk8j k'xtgmf g8u [.spj 0tspkp8q ;gxa odh k;M okpq d]a f4t,q o8u 8y f8k, -U oe;Pd'ko16 j c0;'9exkla d ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 09.04.2024 ປີທີ 23 ສະບັບທີ 5.909 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf gxu fla [xtfkcsj '-kf fh ko7;k,xvfwrmk's];' ry mu s]+ rtr5 fmtxk]t,u lu [5 ogIn v' 16 j ;a frt[kffj kol6 ' lts]v';a olkdq o lqj 'glu ,7;k,Ia [I6h c]t dko-j ;pgs]n v;Pdcdh w0[a osk]tg[u f[+ ma oc8d g-dv' gxu f4komu j \A o 95 fg]u j ,8Q odkoxt8y ;a f]k;.8h ອ່ານຕໍ່ໜ້າ 2 lh k'7;k,Ia [I6h ;Pd'koglf4tdy ffu 9y 8vo slr gzu pczj oy 8y de;Pdd+ lh k'ra d{rtoa d'ko c]t xa [x5 'dq '9a ddko9a f8A 'mqj ;xtgmf ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ຂປລ. ໃນລະຫວ່າງວັນທີ 0405 ເມສາ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ, ກຳມາທິການເສດ ຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດ ລ້ອມ (ກສຕສ) ຈັດສຳມະນາສ້າງ ຄວາມຮັບຮູ້ໃນວຽກງານເສດຖະ ຂປລ. ໃນໂອກາດສະເຫລີມສະ ຫລອງວັນສ້າງຕັ້ງໜັງສືພິມພາສາ ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ວັນທີ 4 ເມສາ 2024 ທີ່ບ້ານດາກປຳ ເມືອງດາກ ຈຶງ ແຂວງເຊກອງ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງ ເຊກອງ ພ້ອມດ້ວຍບັນດາລັດຖະມົນ ຕີ ແລະ ແຂກພາກສ່ວນກ່ຽວຂ້ອງ ໄດ້ເຂົ້າຮ່ວມເປີດຖານທີ່ໝັ້ນຈຸດ ເລີ່ມຕົ້ນການປະຕິວັດລາວໃຕ້ ໂດຍ ພາຍໃຕ້ການຊີ້ນໍາ-ບັນຊາ ຂອງປະ ທານ ຄຳໄຕ ສິພັນດອນ. ທ່ານ ຄຳສອນ ກອນເຍີ ຮອງ ເຈົ້າແຂວງເຊກອງ, ຫົວໜ້າຄະນະ ຮັບຜິດຊອບໂຄງການພື້ນຟູບູລະນະ ຖານທີ່ໝັ້ນຈຸດເລີ່ມຕົ້ນການປະຕິ ວັດລາວໃຕ້ ລາຍງານວ່າ: ໃນການ ເຄື່ອນໄຫວເຮັດການປະຕິວັດຂອງ ຂປລ . ພິທີເ ປີດສັບປະດາ ແຫ່ງຊາດດ້ານຄວາມປອດໄພທາງ ຫລວງຈັດຂຶ້ນໃນວັນທີຄ 6 ເມສາ 2024ຜ່ານມາຢູ່ນະຄອນຫລວງພະ ຂປລ. ກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຈັດກອງ ປະຊຸມວຽກງານ ຍທຂ ທົ່ວປະ ເທດ ປະຈໍາປີ 2023 ໃນວັນທີ 8 ເມສາ 2024 ໂດຍການເປັນປະທານຂອງ ທ່ານ ງາມປະສົງ ເມືອງມະນີ ເລຂາ ຄະນະບໍລິຫານງານພັກ, ລັດຖະມົນ ຕີກະຊວງ ຍທຂ, ມີບັນດາຮອງລັດ ຖະມົນຕີ, ບັນດາຮອງເຈົ້າແຂວງ, ຮອງເຈົ້າຄອງ ນະຄອນຫລວງວຽງ ຈັນ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ງາມປະສົງ ເມືອງມະນີ ກ່າວວ່າ: ກອງປະຊຸມຄັ້ງນີ້, ໄດ້ລາຍ ງານການຈັດຕັ້ງປະຕິບັດວຽກງານ ພົ້ນເດັ່ນປະຈໍາປີ 2023, ສະຫລຸບ ການຈັດຕັ້ງປະຕິບັດແຜນພັດທະນາ ງານກໍ່ສ້າງພັກ-ພະນັກງານແລະປັບ ປຸງກົງຈັກການຈັດຕັ້ງທົ່ວປະເທດ ປະຈໍາປີ 2023 ໃນວັນທີ 8 ເມສາ 2024 ພາຍໃຕ້ການເປັນປະທານ ຂອງສະຫາຍ ທອງສະລິດມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະ ນະພັກ, ຫົວໜ້າຫ້ອງວ່າການສູນ ກາງພັກ ເພື່ອໃຫ້ພະນັກງານຫລັກ ແຫລ່ງ, ພະນັກງານ-ລັດຖະກອນຮັບ ຮູ້ເຂົ້າໃຈເປັນເອກະພາບຕໍ່ເນື້ອໃນ ດັ່ງກ່າວ ແລະ ນໍາພາຈັດຕັ້ງຜັນຂະ ຫຍາຍເປັນທິດທາງແຜນການຂອງ ປະທານ ຄຳໄຕ ສີພັນດອນ ຢູ່ເມືອງ ດາກຈຶງ ແມ່ນຈຸດເລີ່ມຕົ້ນຂອງ ການປະຕິວັດລາວໃຕ້ ໂດຍປະທ່ານ ຄຳໄຕ ສີພັນດອນ ທີ່ເຄົາລົບຮັກ ເປັນຜູ້ກໍ່ຕັ້ງນຳພາ ຮ່ວມກັບຜູ້ນໍາຄົນ ອື່ນໆ ນໍາພາພາລະກິດການຕໍ່ສູ້ປົດ ປ່ອຍປະເທດຊາດ ອອກຈາກແອກ ປົກຄອງຂອງຈັກກະພັດຕ່າງດ້າວ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເພິ່ນເປັນຜູ້ນໍາ ທີ່ມີນໍ້າໃຈຮັກຊາດອັນສູງສົ່ງ, ເສຍ ສະຫລະທຸກສິ່ງຢ່າງ, ອຸທິດສະຕິ ປັນຍາ ແລະ ກໍາລັງວັງຊາຢ່າງບໍ່ຮູ້ ອິດບໍ່ຮູ້ເມື່ອຍ ຄຽງບ່າຄຽງໄຫລ່ກັບ ປະທານ ໄກສອນ ພົມວິຫານ ແລະ ຜູ້ນໍາຄົນອື່ນໆ ຈັດຕັ້ງນໍາພາຂະບວນ ການປະຕິວັດໄດ້ເຕີບໃຫຍ່ຂະຫຍາຍ ບາງ ແຂວງຫລວງພະບາງ ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາ ຍົກລັດຖະມົນຕີ, ປະທານຄະນະກໍາ ທ່ານ ສະເຫລີມໄຊ ກົມມະສິດ ຂປລ. ພິທີສະເຫລີມສະຫລອງ ວັນສາກົນ ວ່າດ້ວຍການສົ່ງເສີມ ຄວາມຮັບຮູ້ ແລະ ການຊ່ວຍເຫລືອ ວຽກງານແກ້ໄຂບັນຫາລະເບີດບໍ່ ທັນແຕກພາຍໃຕ້ຄໍາຂວັນ “ປົກປ້ອງ ຊີວິດສ້າງສັນຕິພາບ”ຈັດຂຶ້ນໃນວັນ ທີ 8 ເມສາ 2024 ຢູ່ແຂວງຫລວງ ພະບາງ ໂດຍການເຂົ້າຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ, ປະທານ ຄະນະກຳມະການຄຸ້ມຄອງ ແຫ່ງ ຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ), ມີບັນດາຄູ່ຮ່ວມພັດທະ ນາ, ອົງການຈັດຕັ້ງສາກົນ ແລະ ທ່ານ ງາມປະສົງ ເມືອງມະນີ 5 ປີ (2021-2025), ທິດທາງ ແຜນການ ປີ 2024 ແລະ ທ້າຍສະ ໄໝຮອດປີ 2025 ຂອງກະຊວງ ຍທຂ ຕິດພັນກັບການຈັດຕັ້ງປະຕິ ສະຫາຍ ທອງສະລິດ ມັງໜໍ່ເມກ ຂປລ. ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່ນິຕິກໍາວຽກ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ແລະ ຮັບຊົມວິດີໂອ ບັນຫາລະເບີດບໍ່ທັນ ແຕກທີ່ຕົກຄ້າງຢູ່ສປປລາວທີ່ສົ່ງຜົນ ກະທົບຕໍ່ການດຳລົງຊີວິດຂອງປະ ຊາຊົນລາວ ໂດຍສະເພາະເຂດຫ່າງ ຂປລ. ພິທີເທທອງຫລໍ່ອົງພະພຸດ ທະປາລະມີ ສີບຸນເຮືອງ (ພະເຈົ້າ ດ່ານສູງ) ຈັດຂຶ້ນໃນວັນທີ 6 ເມສາ 2024 ຢູ່ວັດພະບາດດ່ານສູງ ບ້ານ ນາຍາງ ເມືອງນາຊາຍທອງ ນະ ຄອນຫລວງວຽງຈັນ(ນວ) ໂດຍມີ ພະເຖຣານຸເຖຣະ ຈາກວັດແຫ່ງ ຕ່າງໆໃນນວ, ເຈົ້າສັດທາແລະຊາວ ພຸດທະສາສະນິກະຊົນລາວບັນດາ ເຜົ່າ ເຂົ້າຮ່ວມ. ໃນພິທີພະອາຈານ ທອງເສີມ ກິດດິີຈິຕອນ ໃຫ້ແກ່ສະມາຊິກສະ ພາແຫ່ງຊາດ (ສສຊ) ທີ່ເປັນກຳມະ ການຂອງ ກສຕສ ໂດຍການເປັນປະ ທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະ ມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ປິ່ງຄຳ ລາ ຊະສິມມາ ປະທານກຳມາທິການ ເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງ ແວດລ້ອມ, ມີຮອງປະທານກຳມາ ທິການຂອງສະພາແຫ່ງຊາດ, ຮອງ ລັດຖະມົນຕີກະຊວງເຕັກ ໂນໂລຊີ ແລະ ການສື່ສານ, ປະທານຄະນະ ທ່ານ ທອງຫລໍ່ ດວງສະຫວັນ ຕ່າງປະເທດ (ວຽງຈັນທາຍ) ທ່ານ ທອງຫລໍ່ ດວງສະຫວັນ ຫົວໜ້າບັນ ນາທິການໃຫຍ່ໜັງສືພິມພາສາຕ່າງ ປະເທດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ສໍານັກຂ່າວສານປະເທດລາວ ໃນ ວັນທີ 5 ເມສາຜ່ານມານີ້ວ່າ: ການ ສ້າງຕັ້ງຂຶ້ນໜັງສືພິມວຽງຈັນທາຍ ໂດຍມີຈຸດປະສົງເພື່ອສົ່ງເສີມການ ເປີດກວ້າງການພົວພັນຮ່ວມມືກັບ ໂລກພາຍນອກໃນການສື່ສານ ແລະ ເພື່ອເສີມສ້າງຄວາມເຂົ້າໃຈ, ເຊື່ອມ ໂຍງລະຫວ່າງ ສປປ ລາວ ກັບບັນ
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 09/04/2024 xtgmf]k; ນາຍົກລັດຖະມົນຕີ... ເຊກອງ ເປີດຖານທີ່ໝັ້ນ... ເປີດສັບປະດາແຫ່ງຊາດ... ພິທີຫລໍ່ພະ... ຂປລ. ພາຍຫລັງສໍາເລັດການ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ອັດຕະປື, ແຂວງເຊກອງ ໃນວັນທີ 5 ເມສາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີພ້ອມ ດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວ ຢ້ຽມຢາມ, ຕິດຕາມຊຸກຍູ້ ແລະ ຊີ້ ນຳວຽກງານການພັດທະນາເສດ ຖະກິດ-ສັງຄົມ ຢູ່ແຂວງຈຳປາສັກ ໂດຍມີທ່ານ ວິໄລວົງ ບຸດດາຄຳ, ເຈົ້າແຂວງຈຳປາສັກ ພ້ອມດ້ວຍ ການນຳຫລັກແຫລ່ງຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນໍາຫລັກແຫລ່ງຂອງແຂວງ ຢູ່ຫ້ອງວ່າການແຂວງດັ່ງກ່າວ. ກ່ອນອື່ນ ແມ່ນໄດ້ຮັບຟັງການລາຍ ງານກ່ຽວກັບການນຳພາຊີ້ນຳວຽກ ງານຮອບດ້ານຂອງອົງຄະນະພັກ ແລະ ອົງການປົກຄອງ ແຂວງຈາກ ທ່ານເຈົ້າແຂວງຈຳປາສັກ ເຫັນວ່າ: ຄະນະພັກ-ຄະນະນຳແຕ່ລະຂັ້ນໄດ້ຖື ສຳຄັນວຽກງານການເມືອງ-ແນວ ຄິດ ໂດຍໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ, ແນວຄິດຂອງສະມາ ຊິກພັກ, ພະນັກງານ, ທະຫານ, ຕຳ ຫລວດ ແລະ ປະຊາຊົນບັນດາເຜົ່າ ຢ່າງເປັນລະບົບຕໍ່ເນື່ອງດ້ວຍຫລາຍ ຮູບການ ແລະ ວິທີການຕ່າງໆ ເຮັດ ໃຫ້ສະມາຊິກພັກ, ພະນັກງານ, ທະ ຫານ, ຕຳຫລວດແລະ ປະຊາຊົນບັນ ດາເຜົ່າມີຄວາມຮັບຮູ້, ເຂົ້າໃຈ, ມີ ຄວາມອຸ່ນອຽນທຸ່ນທ່ຽງ ແລະ ມີ ຄວາມເຊື່ອໝັ້ນ ພ້ອມກັນປະຕິບັດ ໜ້າທີ່ການເມືອງ ທີ່ການຈັດຕັ້ງມອບ ໝາຍມີຜົນສຳເລັດເປັນຢ່າງດີ, ເຮັດ ໃຫ້ທົ່ວແຂວງ ສືບຕໍ່ມີສະຖຽນລະ ພາບທາງດ້ານການເມືອງ,ສັງຄົມມີ ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ເສດຖະ ກິດຂະຫຍາຍຕົວຕໍ່ເນື່ອງລະດັບ 5,63% ໃນປີ 2023 ໂດຍສາມາດ ເກັບລາຍຮັບໄດ້ 2.483 ຕື້ກີບ (ລື່ນ ແຜນ 29%). ສໍາລັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ມາຮອດປັດຈຸບັນຮາກ ຖານພັກຂັ້ນບ້ານ ແມ່ນສຳເລັດການ ດຳເນີນກອງປະຊຸມ 100%, ຮາກ ຖານພັກຫ້ອງການ ແລະ ກົມກອງ ອ້ອມຂ້າງເມືອງສຳເລັດ98%;ການ ແກ້ໄຂຄວາມທຸກຍາກທົ່ວແຂວງ ມີຄອບຄົວພົ້ນທຸກກວມ 96,86%, ບ້ານພົ້ນທຸກກວມ 98,44%. ນອກ ນັ້ນ, ຍັງສາມາດປະກາດເປັນບ້ານ ພັດທະນາປະຊາຊົນ ຢູ່ດີກິນດີໄດ້ 10 ກວ່າບ້ານແລ້ວ, ສາມາດປະກາດ ເປັນແຂວງຫົວໜ່ວຍຍຸດທະສາດໃນ ປີຜ່ານມາ, ສ້າງເມືອງເປັນຫົວໜ່ວຍ ເຂັ້ມແຂງຮອບ ດ້ານໄດ້ 6 ເມືອງ ແລະ 1 ນະຄອນ, ສ້າງບ້ານພັດທະ ນາກວມ 73%, ສ້າງບ້ານປ້ອງກັນ ຄວາມສະຫງົບດີກວມ 88%, ບ້ານ ປອດຢາເສບຕິດກວມ 74,76%. ໃນໂອກາດດຽວກັນ, ທ່ານນາ ຍົກລັດຖະມົນຕີ ກໍໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດທີ່ແຂວງສາມາດປະ ຕິບັດໄດ້ໃນປີຊຸມຜ່ານມາ, ພ້ອມທັງ ໄດ້ຍົກໃຫ້ເຫັນສະພາບພົ້ນເດັ່ນທີ່ ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ, ສະພາບການພັດທະນາເສດຖະກິດ- ສັງຄົມແຫ່ງຊາດ, ສະພາບຫາງ ສຽງ ແລະ ປາກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນ; ໄດ້ເຜີຍແຜ່ບາງເນື້ອໃນ ສຳຄັນຂອງ“ເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຫລື ສອຈ”, ລວມ ທັງບົດຮຽນ ໃນການພັດທະນາທີ່ ພົ້ນເດັ່ນໃນໄລຍະຜ່ານມາຈຳນວນ ໜຶ່ງແລະບາງນະໂຍບາຍກໍຄືນິຕິກຳ ທີ່ລັດຖະບານ ໄດ້ປະກາດນຳໃຊ້ໃໝ່, ທັງໄດ້ຊີ້ນໍາໃຫ້ອົງການປົກຄອງ ແຂວງ ເອົາໃຈໃສ່ຕື່ມບາງດ້ານເປັນ ຕົ້ນ ສືບຕໍ່ເພີ່ມທະວີສະຕິລະວັງຕົວ ປ້ອງກັນ ແລະ ຕອບຕ້ານກົນອຸບາຍ ຂອງກຸ່ມຄົນທີ່ບໍ່ຫວັງດີ; ຄົ້ນຄວ້າ ແຜນກໍ່ສ້າງເສັ້ນທາງຍຸດທະສາດ ໃຫ້ສາມາດເຊື່ອມໂຍງກັນ; ສຶກສາ ທ່າແຮງການພັດທະນາພະລັງງານ ໄຟຟ້າຈາກແຫລ່ງຕ່າງໆ ເພື່ອໃຫ້ສາ ມາດນໍາໃຊ້ ແລະ ເກີດປະໂຫຍດສູງ ສຸດ; ສືບຕໍ່ສົມທົບກັບພາກສ່ວນກ່ຽວ ຂ້ອງໃນການເປີດບໍລິການສາຍການ ບິນເພີ່ມ ເພື່ອອໍານວຍຄວາມສະ ດວກ, ດຶງດູດການລົງທຶນ, ດຶງດູດ ການທ່ອງທ່ຽວ ແລະ ອື່ນໆ; ເອົາ ໃຈໃສ່ເຂັ້ມງວດການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ຕາມຄຳສັ່ງວ່າ ດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນ ປ່າໄມ້, ຕ້ານ ແລະ ສະກັດກັ້ນການ ບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ສະບັບເລກ ທີ 11/ນຍ, ລົງວັນທີ 21 ກໍລະກົດ 2023; ສືບຕໍ່ຕິດຕາມ ແລະ ຄຸ້ມຄອງ ລາຄາສິນຄ້າບູລິມະສິດ ທີ່ກະທົບຕໍ່ ຊີວິດການເປັນຢູ່ຂອງປະຊາຊົນຢ່າງ ເຂັ້ມງວດ; ຄຸ້ມຄອງບັນດາບໍລິສັດ ນຳເຂົ້າ-ສົ່ງອອກສິນຄ້າພາຍໃນ ແຂວງ ການຊຳລະສະສາງໃຫ້ຜ່ານ ລະບົບທະນາຄານຢ່າງຖືກຕ້ອງ ແລະ ເຂັ້ມງວດ; ນຳໃຊ້ເງິນເກີນແຜນ ປີ 2023 ໃຫ້ຖືກເປົ້າໝາຍທີ່ລັດຖະ ບານໄດ້ກຳນົດໄວ້; ສົ່ງເສີມການນຳ ໃຊ້ຜະລິດຕະພັນພາຍໃນ ໃຫ້ຫລາຍ ຂຶ້ນໄປຄຽງຄູ່ກັບການສົ່ງເສີມການ ຜະລິດທີ່ມີທ່າແຮງ ແລະ ສົ່ງອອກ ຕິດພັນກັບການປຸງແຕ່ງພາຍໃນ ແລະຫັນເປັນອຸດສາຫະກຳໃຫ້ຫລາຍ ກວ່າເກົ່າ; ສືບຕໍ່ຊຸກຍູ້ການເກັບລາຍ ຮັບເຂົ້າງົບປະມານໃຫ້ໄດ້ຄາດໝາຍ ໃນແຕ່ລະໄລຍະ; ເອົາໃຈໃສ່ປະຕິ ບັດມາດຕະການປະຢັດມັດທະຍັດ ເປັນຕົ້ນ ໄຟຟ້າ, ນໍ້າມັນເຊື້ອໄຟ, ພະ ລັງງານທົດແທນ, ການນຳໃຊ້ພາ ຫະນະ, ເຄື່ອງໃຊ້ຫ້ອງການ ແລະ ອື່ນໆ; ຄົ້ນຄວ້າແກ້ໄຂບັນດາໂຄງ ການລົງທຶນທີ່ແກ່ຍາວເວລາມາດົນ ບໍ່ມີປະສິດທິຜົນໃຫ້ເດັດຂາດ; ສືບ ຕໍ່ຕິດຕາມ, ຄຸ້ມຄອງການເຄື່ອນໄຫວ ຂອງແຮງງານ, ການເຄື່ອນໄຫວ ຂອງພົນລະເມືອງ ກໍຄື ການເຄື່ອນ ໄຫວທົ່ວສັງຄົມໃຫ້ສາມາດກໍາໄດ້ ສະພາບ; ຍົກລະດັບການພັດທະນາ ສີມືແຮງງານທັງດ້ານຈໍານວນແລະ ຄຸນນະພາບ; ສືບຕໍ່ກະກຽມດໍາເນີນ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃຫ້ ຖືກຕາມຂັ້ນຕອນ ແລະ ລະບຽບ ການ, ຮັບປະກັນທາງດ້ານເນື້ອ ໃນ, ບຸກຄະລາກອນ ຕາມມາດຖານ ເງື່ອນໄຂ ແລະ ສໍາເລັດຕາມແຜນ ການທີ່ກຳນົດໄວ້. ໃນວັນດຽວກັນ, ທ່ານນາຍົກ ລັດຖະມົນຕີ ພ້ອມຄະນະຍັງໄດ້ໃຫ້ ກຽດຮ່ວມພິທີເປີດປ້າຍຫໍຫລັກ ເມືອງປາກເຊ. ພ້ອມທັງໄປຢ້ຽມ ຢາມ, ຕິດຕາມ ແລະ ຊຸກຍູ້ວຽກງານ ຢູ່ພື້ນທີ່ຕົວຈິງ ໂດຍສະເພາະໂຮງ ຮຽນວິຈິດສິນຊັ້ນກາງ ທີ່ເມືອງບາ ຈຽງຈະເລີນສຸກ ແລະ ຟາມປູກພືດ ຜັກ ຂອງບໍລິສັດ ລາວຟາມ ຈຳກັດ ທີ່ເມືອງປາກຊ່ອງ ຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ຕົວ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ ເນື່ອງ. ປະທານ ຄໍາໄຕ ສີພັນດອນ ຍາມໃດກໍໄດ້ຮັບຄວາມນັບຖືຮັກ ແພງ ແລະ ເຊື່ອໝັ້ນໄວ້ວາງໃຈຈາກ ໝູ່ຄະນະກໍຄືພະນັກງານນັກຮົບແລະ ປະຊາຊົນລາວບັນດາເຜົ່າ, ເພິ່ນໄດ້ ຮັບການມອບໝາຍຫລາຍໜ້າທີ່ສໍາ ຄັນຈາກປະຊາຊົນ, ຈາກຜູ້ແທນລັດ ຖະບານລາວອິດສະຫລະປະຈໍາເຂດ ໃຕ້ລາວຄື: ເປັນປະທານຄະນະກໍາ ມະການຕໍ່ຕ້ານເຂດກາງ, ເປັນກໍາມະ ການສູນກາງແນວລາວອິດສະ ຫລະ ແລະ ແນວລາວຮັກຊາດ, ເປັນ ກໍາມະການສູນກາງພັກ; ໄດ້ຮັບ ການປະດັບຊັ້ນພົນເອກ ແລະ ເປັນ ຜູ້ບັນຊາການສູງສຸດຂອງກອງທັບ ປົດປ່ອຍປະຊາຊົນລາວ ແລະ ກອງ ທັບປະຊາຊົນລາວໃນປັດຈຸບັນ; ເປັນກໍາມະການກົມການເມືອງສູນ ກາງພັກ, ເປັນຮອງນາຍົກລັດຖະມົນ ຕີ, ເປັນລັດຖະມົນຕີກະຊວງປ້ອງກັນ ປະເທດ, ເປັນນາຍົກລັດຖະມົນຕີ ແລະ ເລຂາທທິການສູນກາງພັກ (ຜູ້ ນໍາສູງສຸດຂອງພັກ ແລະ ລັດເຮົາ), ປະທານ ຄໍາໄຕ ສີພັນດອນ ໄດ້ຈັດ ຕັ້ງຄະນະກໍາມະການຕໍ່ຕ້ານເຂດ ພາກໃຕ້ໃນປີ 1948 ເຖິງປີ 1949 ໂດຍສ້າງເປັນເຂດທີ່ໝັ້ນຢູ່ເຂດບ້ານ ດາກປຳ ເມືອງດາກຈຶງ ແຂວງເຊ ກອງ ເປັນພື້ນທີ່ຍຸດທະສາດໃນການ ຕໍ່ຕ້ານ, ໄດ້ສ້າງເງື່ອນໄຂໃຫ້ການຕໍ່ ຕ້ານຢູ່ເຂດໃຕ້ຂະຫຍາຍຕົວຢ່າງ ໄວວາ ແລະ ໄດ້ຮັບໄຊຊະນະ (ອໍາ ນາດການປົກຄອງເກົ່າໄດ້ຖືກລົບ ລ້າງ), ອໍານາດການປົກຄອງໃໝ່ ຂັ້ນບ້ານ, ຕາແສງ ແລະ ເມືອງໄດ້ ຮັບການສ້າງຕັ້ງຂຶ້ນຄື: ຕາແສງຊຽງ ຫລວງ, ຕາແສງຕາຕື ແລະ ຕາແສງ ອາຢູນ ເພື່ອນໍາພາການຕໍ່ສູ້ກູ້ຊາດ ດ້ວຍຫລາຍວິທີ ແລະ ຫລາຍຮູບ ແບບເຊັ່ນ: ນໍາໃຊ້ຮູບແບບທາງດ້ານ ການເມືອງໄດ້ນໍາໃຊ້ວິທີ 3 ຈື່ 4 ບໍ່ ແລະ ທາງດ້ານການທະຫານ ໂດຍ ສ້າງກໍາລັງປ້ອມໝັ້ນສູ້ລົບຕິດລຽນ ໃນແຕ່ລະຕາແສງ ໃນນັ້ນມີກອງ ຫລອນ 30 ທ່ານ; ໄດ້ແຕ່ງຕັ້ງຜູ້ບັນ ຊາ 3 ທ່ານຄື: ທ່ານ ຢວນ (ບ້ານ ເປັງຢາ) ເປັນຫົວໜ້າ, ທ່ານ ເນື້ອດ (ບ້ານດາກບອງ) ເປັນຮອງ ແລະ ທ່ານ ບຣຶດ (ບ້ານດາກເຊງ) ເປັນ ຄະນະ; ການເຄື່ອນໄຫວຕໍ່ສູ້ແຕ່ ລະ ໄລຍະ ໂດຍພາຍໃຕ້ການນໍາພາຂອງ ປະທານ ຄໍາໄຕ ສີພັນດອນ ສາມາດ ສະກັດກັ້ນ ໂດຍການປຸກລະດົມ ປະຊາຊົນບ້ານມາເປັນກອງຫລອນ ບ້ານ, ສ້າງອາວຸດບູຮານຟື້ນເມືອງ ທີ່ຜະລິດດ້ວຍຫົວຄິດປະດິດສ້າງ ພູມປັນຍາຂອງທ້ອງຖິ່ນເຊັ່ນ: ຫອກ, ຫລາວ, ດາບ, ງ້າວ, ໜ້າໜ້ອງ ແລະ ອື່ນໆ ເຊິ່ງສາມາດຕີຈັກກະພັດລ່າ ເມືອຂຶ້ນແບບເກົ່າຕາຍ 14 ບັກ. ໃນໄລຍະການຕໍ່ສູ້ກູ້ຊາດຕ້ານ ຈັກກະພັດລ່າເມືອງຂຶ້ນແບບໃໝ່ ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ ໜຶ່ງໃນບັນດາຜູ້ນໍາຮຸ່ນກໍ່ຕັ້ງຂະ ບວນການ ແລະ ບຸກເບີກເສັ້ນທາງ ປະຕິວັດຢູ່ເມືອງດາກຈຶງ ເຊິ່ງເວ ລາໃດກໍໜັກແໜ້ນທາງດ້ານການ ເມືອງ, ສະຕິຕໍ່ການຈັດຕັ້ງ, ມີຄວາມ ຮັບຜິດຊອບສູງຕໍ່ໜ້າທີ່ ທີ່ໄດ້ຮັບ ມອບໝາຍ; ເລີ່ມຈາກພະນັກງານ ທໍາມະດາກາຍເປັນຜູ້ຊີ້ນໍາ-ບັນຊາ ແລະ ນໍາພາຂະບວນການຕໍ່ສູ້ປົດ ປ່ອຍຊາດ ທັງໄດ້ປະກອບສ່ວນຄົ້ນ ຄວ້າ ແລະ ກໍານົດທິດທາງຍຸດທະ ສາດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ລວມທັງ ແນວທາງປ່ຽນແປງໃໝ່ຢ່າງຖືກ ຕ້ອງ, ສອດຄ່ອງທັງໄດ້ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດໄດ້ຮັບຜົນສໍາ ເລັດໃນຫລາຍດ້ານ ໂດຍເຫັນໄດ້ ຄວາມສຳຄັນອັນໃຫຍ່ຫລວງທາງ ປະຫວັດສາດດັ່ງກ່າວ, ພັກ-ລັດຖະ ບານ ກໍຄື ປະຊາຊົນບັນດາເຜົ່າຊາວ ແຂວງເຊກອງ ຈຶ່ງໄດ້ຟື້ນຟູບູລະນະ ແລະ ກໍ່ສ້າງມາແຕ່ເດືອນສິງຫາ 2023 ຮອດວັນທີ 4 ເມສາ 2024 ຈຶ່ງສຳເລັດ ເຊິ່ງມີມູນຄ່າໃນເບື້ອງ ຕົ້ນ 1.689 ລ້ານກີບ. ໃນນັ້ນ, ກໍ່ ສ້າງເຮືອນພັກ ຂອງປະທານ ຄຳໄຕ ສີພັນດອນ, ເຮືອນພັກທະຫານ ລາວ-ທະຫານຫວຽດນາມ, ປ້ອມ ຍາມ, ປ້າຍຊີວະປະຫວັດ ຂອງທ່ານ ປະທານ ຄໍາໄຕ ສີພັນດອນ, ປ້າຍ ບອກທາງ, ເສັ້ນທາງ-ຂົວຈົມເຂົ້າ ຈຸດຖານທີ່ໝັ້ນ ແລະ ຫ້ອງນໍ້າ. ທ່ານ ຄໍາສອນ ກອນເຍີ ກ່າວຕື່ມ ວ່າ: ເຖິງວ່າການບູລະນະກໍ່ສ້າງໄດ້ ສຳເລັດຫລາຍກິດຈະກຳ, ແຕ່ເພື່ອ ສືບຕໍ່ພັດທະນາສະຖານທີ່ແຫ່ງນີ້ ກາຍເປັນແຫລ່ງທ່ອງທ່ຽວທາງ ປະຫວັດສາດຂອງພາກໃຕ້ລາວທີ່ ໂດດເດັ່ນສວຍງາມ. ຄະນະພັກ, ອົງ ການປົກຄອງແຂວງກໍຄື ເມືອງແລະ ບ້ານ ຈະສຸມໃສ່ພັດທະນາພື້ນຖານ ໂຄງລາງ ເປັນຕົ້ນ ເຮືອນພັກ, ເຮືອນ ຄົວ ແລະ ລະບົບເສັ້ນທາງ, ໄຟຟ້າ, ນ້ຳປະປາ. ນອກນັ້ນ, ສຸມໃສ່ພັດທະ ນາກະສິກຳ, ປູກຕົ້ນໄມ້ ໃຫ້ໝາກ, ດອກໄມ້ປະດັບ ແລະ ການບູລະນະ ປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມໃຫ້ຂຽວງາມສາມາດ ເຮັດໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວ ເມືອງດາກຈຶງແຂວງເຊກອງຫລາຍ ຂຶ້ນໃນອະນາຄົດ. ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນວ່າ: ການ ເປີດຖານທີ່ໝັ້ນຂອງປະທານ ຄໍາໄຕ ສີພັນດອນ ເທື່ອນີ້ແມ່ນມີຄວາມໝາຍ ສໍາຄັນຫລາຍ ເພາະເປັນມູນເຊື້ອອັນ ດີງາມຂອງທ່ານ ແລະ ເປັນເຂດອາ ນຸລັກປົກປັກຮັກສາ ແລະ ພັດທະນາ ຮ່ອງຮອຍປະຫວັດສາດການປະຕິ ວັດຂອງຜູ້ນໍາລາວໃຕ້ ສະໄໝຕໍ່ສູ້ກັບ ຈັກກະພັດຜູ້ຮຸກຮານທີ່ມາຮຸກຮານ ລາວພວກເຮົາ ໃນເມື່ອກ່ອນເພື່ອໃຫ້ ຮຸ່ນລູກ-ຮຸ່ນຫລານໄດ້ຮັບຮູ້ ແລະ ເຂົ້າໃຈພ້ອມທັງເປັນບ່ອນສືກສາ ອົບຮົບໃຫ້ພະນັກງານ, ສະມາຊິກ ພັກ, ທະຫານຕໍາຫລວດ, ນັກຮຽນນັກສຶກສາ, ປັນຍາຊົນ, ອົງການປົກ ຄອງທ້ອງຖິ່ນແລະ ປະຊາຊົນບັນດາ ເຜົ່າຊາວແຂວງເຊກອງ ກໍຄຶຊາວ ລາວທົ່ວປະເທດຮັບຮູ້ເຊື່ອມຊຶມກໍາ ແໜ້ນທາດແທ້ວິລະກໍາອັນອົງອາດ ກ້າຫານ, ທົນທານໜ້ຽວແໜ້ນ, ຕໍ່ສູ້ ຢ່າງທໍ່ລະຫົດ ແລະ ຮັບໄຊະນະຂອງ ກໍາລັງປະກອບອາວຸດທ້ອງຖິ່ນຕະ ຫລອດໄລຍະເຮັດການປົດປ່ອຍ ຊາດກໍຄຶໄລຍະແຫ່ງການປົກປັກຮັກ ສາ ແລະ ສ້າງສາພັດທະນາທ້ອງຖິ່ນ ແຕ່ລະໄລຍະ. ສີບຸນເຮືອງ ເຈົ້າອະທິການວັດພະ ບາດດານສູງ ໄດ້ໃຫ້ຮູ້ວ່າ: ການເທ ທອງຫລໍ່ ພະພຸດທະປາລະມີ ສີບຸນ ເຮືອງ(ພະເຈົ້າດ່ານສູງ) ໃນຄັ້ງນີ້ ໂດຍການເປັນເຈົ້າພາບຫລັກຂອງ ທ່ານ ເລັດ ໄຊຍະພອນ ປະທານສູນ ກາງກຳມະບານລາວ, ພ້ອມດ້ວຍ ຄອບຄົວ ແລະ ຄະນະເຈົ້າພາບຫລັກ 19 ຄອບຄົວ, ພະເຈົ້າດ່ານສູງສ້າງ ຂຶ້ນ ເພື່ອເປັນຕົ້ນແບບໄວ້ໃຫ້ພຸດ ທະສາສະນິກະຊົນລາວ ບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໂດຍສະ ເພາະ ຊາວນະຄອນຫລວງວຽງຈັນ ໄດ້ເຂົ້າມາກາບໄຫ້ວສັກກະລະບູຊາ ເພື່ອເປັນບຸນ, ເປັນກຸສົນ ເຊິ່ງພະດັັ່ງ ກ່າວ, ສູງ 2,80 ແມັດ, ໃຊ້ທອງ ເຫລືອງທັງໝົດ 700 ກວ່າກິໂລ, ຄາດວ່າການຫລໍ່ ຈະສຳເລັດພາຍ ໃນ 2 ເດືອນ. ຫລັງຈາກນັ້ນ, ຈະຈັດ ພິທີສົມໂພດຢ່າງຍິ່ງໃຫຍ່, ພ້ອມນີ້ ຍັງຈະສ້າງພຸດທະສິມມາຫລັງໃໝ່ ຕື່ມອີກ. ພະອາຈານ ທອງເສີມ ສີບຸນ ເຮືອງ ຍັງໃຫ້ຮູ້ອີກວ່າ: ວັດພະບາດ ດານສູງມີເນື້ອທີ່ທັງ ໝົດ 40 ກວ່າ ເຮັກຕາ, ເປັນວັດແຫ່ງໜຶ່ງທີ່ມີເອກະ ລັກສະເພາະ, ມີຄວາມສວຍງາມປະ ຊາຊົນໃຫ້ຄວາມເຫລື້ອມໃສສັດທາ ແລະ ເຊື້ອຖືກັນວ່າ ເປັນສະຖານ ທີ່ສັກສິດ, ເປັນວັດທີ່ເກົ່າແກ່ທາງ ປະຫວັດສາດ, ວັດທະນະທຳ, ມີອຸທິ ຍານຫີນ, ມີຈຸດຊົມວິວທິວທັດທຳ ມະຊາດ ທີ່ສວຍງາມ, ມີໂງ່ນຫີນ ຫລາຍໜ່ວຍວາງລຽນຊ້ອນກັນ ເປັນຖໍ້າ, ເປັນໂກນ ເຊິ່ງໄດ້ສ້າງເປັນ ທີ່ປະດິດສະຖານຂອງພະພຸດທະຮູບ ທີ່ສວຍງາມ ແລະ ອື່ນໆ. ສຳລັບແຜນການໃນຕໍ່ໜ້າ, ຈະ ສືບຕໍ່ປັບປຸງເສັ້ນທາງເຂົ້າຫາວັດ ໃຫ້ມີຄວາມສະດວກສະບາຍຫລາຍ ຂຶ້ນກວ່າເກົ່າເພື່ອເຮັດໃຫ້ວັດພະບາດ ດ້ານສູງ ເປັນສະຖານທີ່ທ່ອງທ່ຽວ ທາງດ້ານວັດທະນະທຳທີ່ສວຍງາມ ແຕກຕ່າງຈາກວັດອື່ນໆ. ຂ່າວ: ທະນູທອງ, ພາບ: ເກດສະໜາ ມະການແຫ່ງຊາດດ້ານຄວາມປອດ ໄພທາງຫລວງ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ຮອງ ປະທານຄະນະກໍາມະການແຫ່ງ ຊາດດ້ານຄວາມປອດໄພທາງ ຫລວງ, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ, ມີຜູ້ຕາງ ໜ້າກະຊວງ-ອົງການ, ບັນດາແຂວງ ແລະ ນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານລັດຖະມົນຕີກະ ຊວງໂຍທາທິການ ແລະ ຂົນສົ່ງໄດ້ ລາຍງານຫຍໍ້ກ່ຽວກັບປະຫວັດ ຄວາມເປັນມາຂອງສັບປະດາ ຄວາມປອດໄພທາງຫລວງ ໂດຍອົງ ການສະຫະປະຊາຊາດ ເປັນຜູ້ລິເລີ່ມ ຈັດຄັ້ງທີ 1 ໃນປີ 2007 ໃນແຕ່ລະ ປີກໍມີຄຳຂວັນແຕກຕ່າງກັນ. ພ້ອມ ນີ້, ຍັງຍົກໃຫ້ເຫັນຄວາມເສຍຫາຍ ຈາກອຸບັດເຫດທາງຫລວງ ຖ້າຄິດ ໄລ່ມູນຄ່າເສຍຫາຍທາງດ້ານເສດ ຖະກິດແມ່ນເປັນຈໍານວນມະຫາ ສານ, ໃນທົ່ວໂລກປີໜຶ່ງສະເລ່ຍມີ ຜູ້ເສຍຊີວິດຈາກອຸບັດເຫດທາງ ຫລວງ ປະມານ 1,3 ລ້ານຄົນ. ສໍາ ລັບ ສປປ ລາວ, ອີງຕາມກົດໝາຍ ວ່າດ້ວຍຈະລາຈອນທາງບົກ ສະ ບັບ ເລກທີ 23/ສພຊ, ລົງວັນທີ 12 ທັນວາ 2012, ມາດຕາ 78: ສັບ ປະດາແຫ່ງຊາດ ດ້ານຄວາມປອດ ໄພທາງຫລວງໄດ້ກຳນົດເອົາສັບ ປະດາທຳອິດຂອງເດືອນເມສາເປັນ ມື້ຈັດສັບປະດາແຫ່ງຊາດດ້ານ ຄວາມປອດໄພທາງຫລວງ. ສ່ວນຜູ້ ເສຍຊີວິດ ສະເລ່ຍມີປະມານ 1.000 ຄົນຕໍ່ປີ. ສະນັ້ນ, ອົງການສະຫະ ປະຊາຊາດ ຈຶ່ງໄດ້ກຳນົດມາດຕະ ການປ້ອງກັນ ແລະ ແກ້ໄຂໂດຍປະ ກອບມີ 5 ເສົາຄ້ຳ ເປັນຕົ້ນ ໂຄງ ລ່າງຄົມມະນາຄົມ-ຂົນສົ່ງປອດໄພ; ພາຫະນະປອດໄພ; ຄົນໃຊ້ລົດໃຊ້ ທາງຫລວງປອດໄພ; ການກອບກູ້ ຊີວິດຫລັງເກີດອຸບັດເຫດ ແລະການ ຄຸ້ມຄອງຄວາມປອດໄພຄຽງຄູ່ກັບ ການໂຄສະນາເຜີຍແຜ່, ປູກຈິດສຳ ນຶກ, ການປະຕິບັດກົດໝາຍ ແລະ ລະບຽບກ່ຽວກັບການຈະລາຈອນ ຢ່າງຕໍ່ເນື່ອງ. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ, ປະທານຄະນະກໍາມະ ການແຫ່ງຊາດດ້ານຄວາມປອດໄພ ທາງຫລວງ ໄດ້ຍົກໃຫ້ເຫັນວ່າ: ໃນ ຊຸມປີຜ່ານມາ ເຖິງວ່າຈະປະສົບກັບ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ຫລາຍປະການ, ສປປ ລາວ ມີການ ພັດທະນາຢ່າງຕໍ່ເນື່ອງ, ເຮັດໃຫ້ຊີ ວິດການເປັນຢູ່ຂອງປະຊາຊົນບັນ ດາເຜົ່ານັບມື້ໄດ້ຮັບການປັບປຸງປົວ ແປງດີຂຶ້ນ, ການນໍາໃຊ້ຍານພາຫະ ນະທາງບົກ ແລະ ທາງຫລວງ ກໍ ເພີ່ມຂຶ້ນແບບກ້າວກະໂດດ. ຄຽງຄູ່ ກັນນັ້ນ, ຈໍານວນອຸບັດເຫດກໍມີທ່າ ອ່ຽງເພີ່ມຂຶ້ນ ຊຶ່ງເຮັດໃຫ້ມີຄົນຖືກ ບາດເຈັບ, ເສຍອົງຄະ, ເສຍຊີວິດ ຈໍານວນເພີ່ມຂຶ້ນ ລວມທັງຊັບສິນ ຂອງປະຊາຊົນກໍ່ຄື ຂອງລັດເສຍ ຫາຍຫລາຍຮ້ອຍຕື້ໃນແຕ່ລະປີທັງ ໄດ້ກາຍເປັນໜຶ່ງໃນປະກົດການຫຍໍ້ ທໍ້ໃຫຍ່ຂອງສັງຄົມ; ສ້າງຄວາມສູນ ເສຍໃຫຍ່ຫລວງທີ່ກົດໜ່ວງການພັດ ທະນາ, ທັງເປັນສິ່ງທ້າທາຍໃຫຍ່ ຂອງການບໍລິຫານ-ຄຸ້ມຄອງ ສັງຄົມ ຂອງລັດຖະບານ. ການຈັດງານຄັ້ງ ນີ້, ພາຍໃຕ້ຫົວຂໍ້ “ຂັບຂີ່ມີວິໄນມີນໍ້າ ໃຈໃຫ້ກຽດຄົນຍ່າງ” ເປັນເວທີທີ່ມີ ຄວາມໝາຍ ແລະ ສໍາຄັນ, ສະແດງ ເຖິງຄວາມເປັນຫ່ວງເປັນໄຍ, ຄວາມ ເອົາໃຈໃສ່ ແລະ ຄວາມຮັບຜິດຊອບ ຂອງລັດຖະບານ ກໍຄື ບັນດາແຂວງ ຕໍ່ວຽກງານຄວາມປອດໄພທາງ ຫລວງ ແລະ ທັງເປັນການຈັດຕັ້ງປະ ຕິບັດກົດໝາຍວ່າດ້ວຍການຈະ ລາຈອນທາງບົກ, ຍຸດທະສາດແຫ່ງ ຊາດດ້ານຄວາມປອດໄພທາງ ຫລວງ ແລະ ມະຕິຂອງອົງການສະ ຫະປະຊາຊາດ ກ່ຽວກັບການປັບປຸງ ຄວາມປອດໄພທາງຫລວງໃນທົ່ວ ໂລກ (ປີ 2005) ແນໃສ່ເພື່ອໂຄສະ ນາ, ສ້າງສະຕິ ແລະ ປູກຈິດສໍານຶກ ໃຫ້ປະຊາຊົນທຸກຊັ້ນຄົນທົ່ວສັງຄົມ ເຫັນໄດ້ໄພອັນຕະລາຍຂອງການ ລະເມີດກົດຈະລາຈອນເປັນຕົ້ນການ ຂັບຂີ່ລົດໄວ, ການດື່ມສິ່ງມຶນເມົາ ແລ້ວຂັບ ຊຶ່ງເປັນສາເຫດສ່ວນໃຫຍ່ ໃນການເກີດອຸບັດເຫດ ທີ່ໄດ້ສົ່ງຜົນ ກະທົບ ແລະ ຜົນສະທ້ອນຂອງການ ເກີດອຸບັດເຫດຕໍ່ການດໍາລົງຊີວິດ ຂອງສັງຄົມ, ຕໍ່ເສດຖະກິດ ແລະ ການພັດທະນາຂອງຊາດ. ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງທຸກ ພາກສ່ວນ, ທຸກຂະແໜງການ ແລະ ທົ່ວສັງຄົມຈົ່ງໄດ້ພ້ອມກັນຮ່ວມແຮງ ຮ່ວມໃຈປະຕິບັດກົດຈະລາຈອນ ຢ່າງເຂັ້ມງວດ ແລະ ໂຄສະນາປູກ ຈິດສໍານຶກກ່ຽວກັບວຽກງານຄວາມ ປອດໄພທາງຫລວງໃຫ້ທົ່ວສັງຄົມ ຮັບຮູ້ ເພື່ອຈໍາກັດ, ຫລຸດຜ່ອນອຸບັດ ເຫດທາງຫລວງ; ເພື່ອປົກປ້ອງຊີ ວິດ ແລະ ຊັບສິນຂອງປະຊາຊົນກໍ ຄືການປົກປ້ອງສຸຂະພາບ ແລະ ສະຫວັດດີການສັງຄົມ. ຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ ເປີດພິທີຍ່າງເພື່ອສຸຂະພາບຢ່າງເປັນ ທາງການ ແລະ ຢ້ຽມຊົມການວາງ ສະແດງສິນຄ້າ ແລະ ຜະລິດຕະພັນ ທີ່ຕິດພັນກັບຄວາມປອດໄພທາງ ຫລວງແລະກິດຈະກຳເທີງເວທີເປັນ ຕົ້ນ ລະຄອນເວທີ, ໂຕ້ວາທີ, ຖາມຕອບ ແລະ ອື່ນໆ. ພ້ອມກັນນີ້, ທ່ານເຈົ້າແຂວງ ຫລວງພະບາງໄດ້ລາຍງານສະພາບ ການຈັດສັນຄວາມເປັນລະບຽບ ຮຽບຮ້ອຍໃນຕົວເມືອງແລະສະພາບ ການສັນຈອນ ເປັນວຽກງານໜຶ່ງທີ່ ມີຄວາມໝາຍສໍາຄັນ ເພື່ອອໍານວຍ ຄວາມສະດວກ, ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ. ອົງການປົກ ຄອງແຂວງໄດ້ຖືສໍາຄັນໃນການປຸກ ລະດົມປູກຈິດສໍານຶກໃຫ້ແກ່ຜູ້ໃຊ້ ລົດ-ໃຊ້ຖະໜົນ, ການບັງຄັບໃຊ້ກົດ ໝາຍ ແລະ ລະບຽບການກ່ຽວກັບ ການຈະລາຈອນທາງບົກ, ໄປຄຽງ ຄູ່ກັນນີ້ ຍັງໄດ້ເອົາໃຈໃສ່ແກ້ໄຂຈຸດ ອັນຕະລາຍ, ຈຸດການຈະລາຈອນ ແອອັດ, ປັບປຸງປ້າຍສັນຍານຈະ ລາຈອນ, ປັບປຸງພື້ນຖານໂຄງລ່າງ ເສັ້ນທາງ ເພື່ອອໍານວຍຄວາມສະ ດວກແກ່ການສັນຈອນໃຫ້ມີຄວາມ ສະດວກ, ໂລ່ງລ່ຽນ, ປອດໄພ, ຫລຸດຜ່ອນການເກີດອຸບັດເຫດຕາມ ທ້ອງຖະໜົນ, ພ້ອມທັງໄດ້ຄົ້ນຄວ້າ ປັບປຸງຫລັກສູດການຮຽນ-ການ ສອນດ້ວຍລະບົບການຄຸ້ມຄອງ ແລະ ສອບເສັງເອົາໃບຂັບຂີ່ທີ່ທັນສະ ໄໝທັງພາກທິດສະດີ ແລະ ພາກ ປະຕິບັດຕົວຈິງ. ຜ່ານການຈັດຕັ້ງປະ ຕິບັດດ້ວຍຫລາຍຮູບການແຕ່ກໍປາ ສະຈາກບໍ່ໄດ້ສະພາບການເກີດອຸບັດ ເຫດ ໂດຍມາຈາກຫລາຍປັດໄຈເປັນ ຕົ້ນ ຈໍານວນພາຫະນະນັບມື້ເພີ່ມຂຶ້ນ, ຜູ້ຂັບຂີ່ຈໍານວນໜຶ່ງບໍ່ໄດ້ຮຽນຮູ້ເຕັກ ນິກການຂັບຂີ່,ບໍ່ໄດ້ຮຽນຮູ້ກົດຈະລາ ຈອນເທົ່າທີ່ຄວນ ຈຶ່ງມີສະພາບອຸບັດ ເຫດເກີດຂຶ້ນຫລາຍສົມຄວນ, ເຮັດ ໃຫ້ມີຜູ້ຖືກເຄາະຮ້າຍ, ເສຍຊີວິດ, ເສຍ ຊັບສິນເປັນຈໍານວນມະຫາສານ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ
-k;|5j ,]k; c,j ode]a 'cI'.ork]tdy f lh k'lkra fmtokxtgmf-kf xtgmf]k; 3 09/04/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me (ເນື່ອງໃນໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ 14/04/1955-14/04/2024) ໂດຍ: ຄ້ອງໃໝ່ ົດສະເໜີ ຊາວໜຸ່ມລາວຜູ້ທີ່ກຳລັງວັງຊາເຂັ້ມ ແຂງ, ມີສະຕິປັນຍາອັນແຫລມຄົມ ແລະ ເປັນກຳລັງແຮງຂອງພັກ, ຂອງຊາດ ຍິ່ງຕ້ອງໄດ້ເພີ່ມທະວີ ຄວາມຮັບຜິດຊອບຂອງຕົນເຂົ້າ ໃນທຸກຂົງເຂດວຽກງານທີ່ໄດ້ຮັບ ມອບໝາຍໃຫ້ມີຜົນສຳເລັດຢ່າງ ຕັ້ງໜ້າ ໃຫ້ສົມກັບວ່າ ຊາວໜຸ່ມເປັນ ຜູ້ສືບທອດທີ່ຈົ່ງຮັກພັກດີຂອງປະ ເທດຊາດ. ແນວໃດກໍດີ ເພື່ອເຮັດ ສຳເລັດໜ້າທີ່ອັນມີກຽດສະຫງ່າ ນັ້ນ ຄະນະບໍລິຫານງານຊາວໜຸ່ມ ທຸກຂັ້ນ, ສະມາຊິກຊາວໜຸ່ມທຸກສະ ຫາຍ ຕ້ອງເອົາໃຈໃສ່ສຸດຂີດໃນ ການປົກປັກຮັກສາໝາກຜົນຂອງ ການປະຕິວັດ, ສືບທອດມູນເຊື້ອ ອັນດີງາມຂອງຊາດແລະຂອງຊາວ ໜຸ່ມ; ຕັ້ງໜ້າສຶກສາອົບຮົມພະນັກ ງານຊາວໜຸ່ມ, ສະມາຊິກຊາວໜຸ່ມ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີນ້ຳໃຈຮັກຊາດ; ເປັນເຈົ້າການໃນ ການເຕົ້າໂຮມຄວາມສາມັກຄີ, ປຸກ ລະດົມຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ; ພ້ອມນີ້ຄະ ນະພັກ, ອົງການປົກຄອງ, ອົງການ ແນວລາວສ້າງຊາດ ແລະ ອົງການ ຈັດຕັ້ງມະຫາຊົນທຸກຂັ້ນ ຕ້ອງສືບ ຕໍ່ເພີ່ມທະວີໃນການສຶກສາອົບຮົມ, ບຳລຸງສ້າງແລະສ້າງເງື່ອນໄຂເອື້ອ ອຳນວຍໃນການເຄື່ອນໄຫວພັດ ທະນາ ແລະ ປົກປ້ອງສິດຜົນປະ ໂຫຍດອັນ ຊອບທຳຂອງ ຊາວໜຸ່ມເຍົາວະຊົນລາວບັນດາເຜົ່າ; ຄະນະ ຊາວໜຸ່ມປະຊາຊົນປະຕິວັດລາວ ແຕ່ລະຂັ້ນ ຕ້ອງເອົາໃຈໃສ່ປັບປຸງ ການຈັດຕັ້ງຂອງຕົນໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງທາງ ດ້ານປະ ລິມານ ແລະ ຄຸນນະພາບ, ຂະຫຍາຍ ສະມາຊິກໃຫ້ກ້ວາງຂວາງ; ຍົກສູງ ຄວາມຮູ້ຄວາມສາມາດ, ຫົວຄິດ ປະດິດສ້າງທາງດ້ານວິທະຍາ ສາດ-ເຕັກໂນໂລຊີ, *$5, ປົກປ້ອງ ສິດຜົນປະໂຫຍດອັນຊອບທຳ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ ທໍ້ຂອງຊາວໜຸ່ມ-ເຍົາວະຊົນ; ອອກ ແຮງແຂ່ງຂັນສ້າງຂະບວນການ ຂອງຊາວໜຸ່ມ-ເຍົາວະຊົນ ໃຫ້ມີ ຄວາມຟົດຟື້ນ, ຫ້າວຫັນ, ມີເນື້ອໃນ ຕິດພັນກັບການສຶກສາອົບຮົມ ໂດຍ ການສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງ ຂັນຮັກຊາດ-ພັດທະນາ, ວຽກງານ ພັກປະຊາຊົນ ປະຕິວັດລາວ ໄດ້ຂະໜານນາມຊາວໜຸ່ມວ່າ: ເປັນ ແຂນຂວາຂອງພັກ, ເປັນກະດູກສັນ ຫລັງຂອງ ປະເທດຊາດ, ເປັນຜູ້ສືບ ທອດທີ່ຈົ່ງຮັກພັກດີຂອງປະເທດ ຊາດ, ມູນເຊື້ອ ແລະ ວິລະກໍາຂອງ ຊາດໄດ້ຮັບການຜັນຂະຫຍາຍເປັນ ການກະທໍາປະຕິວັດຂອງຊາວໜຸ່ມ ຊຶ່ງສາມາດຕອບສະໜອງໄດ້ຄວາມ ຮຽກຮ້ອງຕ້ອງການຂອງພັກ, ຂອງ ປະເທດຊາດ ແລະ ເຮັດສໍາເລັດພາ ລະກໍາຂອງຕົນ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ໃຫ້ກ້າວເດີນຕາມເສັ້ນທາງ ສັງຄົມນິຍົມ. ຕະຫລອດໄລຍະ 69 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ ຂະຫຍາຍຕົວ, ຊາວໜຸ່ມປະຊາຊົນ ປະຕິວັດລາວ ມີບົດບາດສໍາຄັນໃນ ທຸກພາລະກິດຂອງຊາດ ແລະ ມີບົດ ບາດໃນການຕັດສິນທຸກໄຊຊະນະ ຂອງການປະຕິວັດຊາດ ດ້ວຍມູນ ເຊື້ອນໍ້າໃຈຮັກເຊື້ອແພງຊາດອັນ ດູດດື່ມ ມີວັດທະນະທໍາອັນດີງາມ ແລະ ມີຄວາມເສຍສະຫລະອັນສູງ ສົ່ງໃນການປະກອບສ່ວນໃນພາລະ ກໍາປະຫວັດສາດ ແລະ ເຮັດສໍາເລັດ ໜ້າທີ່ຂອງການປະຕິວັດ ປະຊາທິ ປະໄຕ. ໃນສະພາບປັດຈຸບັນທີ່ມີຄວາມ ຫຍຸ້ງຍາກ ທັງທາງດ້ານເສດຖະ ກິດ, ສັງຄົມ, ການລະບາດຂອງເຊື້ອ ພະຍາດ ຫລື ໄພທາງທຳມະຊາດ ຕ່າງໆໄດ້ກະທົບໂດຍກົງຕໍ່ການສ້າງ ສາພັດທະນາປະເທດຊາດ ສະນັ້ນ 3ສ້າງຂອງພັກ, ດ້ວຍຂະບວນການ ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ຂອງເຍົາວະຊົນ ທັນວາ ຕິດພັນກັບຄໍາຂວັນທີ່ວ່າ “ບ່ອນໃດ ຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວ ໜຸ່ມມີໜ້າ ເມື່ອໃດຊາດຕ້ອງການ ຊາວໜຸ່ມຂານອາສາ”; ໃນຍຸກແຫ່ງຂໍ້ ມູນຂ່າວສານ, ຍຸກແຫ່ງການເຊື່ອມ ໂຍງທີ່ມີທັງສິ່ງທີ່ເປັນກາລະໂອ ກາດ ແລະ ມີສິ່ງທ້າທາຍຫລາຍປະ ການ,ຊາວໜຸ່ມໃນຍຸກນີ້ຕ້ອງປູກຈິດ ສຳນຶກໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າ ໃຈຢ່າງຖືກຕ້ອງໃນການບໍລິໂພດຂໍ້ ມູນຂ່າວສານ ຄຽງຄູ່ເພີ່ມທະວີການ ພົວພັນຮ່ວມມືກັບຊາວໜຸ່ມບັນດາ ປະເທດເພື່ອນມິດຍຸດທະສາດ, ບັນ ດາປະເທດໃນພາກພື້ນແລະສາກົນ, ອົງການຈັດຕັ້ງສາກົນແລະອົງການ ຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ເພື່ອ ຍາດແຍ່ງເອົາການສະໜັບສະໜູນ ແລະ ການຊ່ວຍເຫລືອ ເປັນຕົ້ນ: ບົດ ຮຽນ, ເຕັກນິກ-ວິທະຍາສາດ, ທຶນ ຮອນ, ວັດຖຸ-ອຸປະກອນ ເພື່ອມາພັດ ທະນາປະເທດຊາດ ກໍ່ຄືຊາວໜຸ່ມເຍົາວະຊົນລາວໃຫ້ເຂັ້ມແຂງໄປສູ່ ຄຸນນະພາບໃໝ່. ທັງໝົດນັ້ນແມ່ນຄາດໝາຍສູ້ ຊົນລວມຂອງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ທີ່ຕ້ອງໄດ້ພ້ອມກັນສູ້ ຊົນຈັດຕັ້ງປະຕິບັດໃຫ້ລຸຜົນ ໄປຄຽງ ຄູ່ກັບການ°ຶກ°ົນຫລໍ່ຫລອມຕົນ ເອງໃນທຸກຂົງເຂດວຽກງານ ເພື່ອ ໃຫ້ກາຍເປັນຜູ້ສືບທອດພາລະກິດ ປະຕິວັດຂອງຊາດ ທີ່ມີຄຸນນະພາບ ປະກອບສ່ວນນຳພາປະເທດຊາດ ກ້າວສູ່ຈຸດໝາຍທີ່ ພັກ-ລັດ ວາງໄວ້ ຢ່າງສະຫງ່າອົງອາດສົມກັບສາຍາ ນາມ“ຊາວໜຸ່ມເປັນແຂນຂວາຂອງ ພັກ, ເປັນກະດູກສັນຫລັງຂອງປະ ເທດຊາດ, ເປັນຜູ້ສືບທອດທີ່ຈົ່ງຮັກ ພັກດີຂອງປະເທດຊາດ” ຈະເຮັດ ໄດ້ແນວນັ້ນ ຊາວໜຸ່ມ ຕ້ອງມີຄວາມ ຈົ່ງຮັກພັກດີຕໍ່ພັກຕໍ່ຊາດ ແລະ ປະ ຊາຊົນ, ຕ້ອງມີຄວາມເຂັ້ມແຂງປະ ຈັນບານ, ຕ້ອງຮັກເຊື້ອແພງຊາດ, ຕ້ອງມີວິໃສທັດກວ້າງໄກ. ທະໜ້າທີ່ວຽກງານຕິດພັນການຮັບ ໃຊ້-ບໍລິການສັງຄົມ, ກໍ່ແນ່ນອນວ່າ ຈະຍັງປະຕິບັດໜ້າທີ່ປົກກະຕິ ຕາມ ການແບ່ງປັນປະຈໍາການທັງກໍາລັງ ປກຊ-ປກສ, ແພດໝໍ, ນັກຂ່າວສື່ ມວນຊົນ, ພະນັກງານທະນາຄານ ແລະ ອື່ນໆ. ປີນີ້ຄືທຸກປີ, ອໍານາດປົກຄອງ ແຂວງຕ່າງໆ ແລະ ນະຄອນຫລວງ ວຽງຈັນ ກໍ່ໄດ້ມີຄໍາສັ່ງ-ແຈ້ງການ ໃຫ້ປະຊາຊົນໃນຂອບ ເຂດຂອງຕົນ ສະຫລອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ດໍາເນີນດ້ວຍ ບັນຍາກາດອັນເບີກບານມ່ວນຊື່ນ ຮັບປະກັນຄວາມມ່ວນຊື່ນເລີກບານ ຕາມມູນເຊື້ອວັດທະນະທໍາອັນດີ ງາມ, ມີຄວາມສະຫງົບປອດໄພ ຮອບດ້ານ, ສະກັດກັ້ນທຸກປາກົດ ການຫຍໍ້ທໍ້... ຕິດພັນກັບຄໍາສັ່ງການສະຫລອງ ປີໃໝ່, ບົດນີ້ຂໍນໍາເອົາບາງເນື້ອໃນ ທີ່ເຫັນວ່າສໍາຄັນບໍ່ໜ້ອຍກວ່າບັນ ຫາອື່ນໆ ເຊິ່ງຕິດພັນກັບຄວາມສະ ຫງົບທົ່ວສັງຄົມເຊັ່ນດຽວກັນນັ້ນ ແມ່ນ ຂໍ້ຫ້າມໃນຄໍາສັ່ງຂອງນະ ຄອນຫລວງວຽງຈັນ, ເລກທີ 01/ ຈນວ, ລົງວັນທີ 25 ມີນາ 2024 ວ່າດ້ວຍການຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ໃນ ໄລຍະການສະຫລອງບຸນປີໃໝ່ລາວ ພ.ສ 2567...“ຫ້າມບຸກຄົນ, ນິຕິ ບຸກຄົນ ກໍ່ຄືຮ້ານຄ້າ, ຕະຫລາດກັກ ຕຸນສິນຄ້າ, ສວຍໂອກາດຂຶ້ນລາຄາ ສິນຄ້າ, ຈໍາໜ່າຍສິນຄ້າ ບໍ່ໄດ້ມາດ ຕະຖານ, ເສື່ອມຄຸນນະພາບຫລືໝົດ ອາຍຸເປັນການເອົາປຽບ ຫລື ເປັນ ອັນຕະລາຍຕໍ່ຜູ້ບໍລິໂພກ”. ບັນຫານີ້ແມ່ນສໍາຄັນ ເພາະມັນ ຕິດພັນການໃຊ້ຈ່າຍ ເພື່ອບໍລິໂພກ ໃນໄລຍະບຸນປີໃໝ່ ຖືເປັນສິ່ງຈໍາ ເປັນທີ່ທຸກຄອບຄົວຫົວເຮືອນຈໍາ ເປັນຕ້ອງສະຫລອງບໍ່ຫລາຍກໍ່ ໜ້ອຍ ເພື່ອໃຫ້ໄດ້ຮີດຄອງ, ເປັນ ການເຕົ້າໂຮມຄວາມສາມັກຄີໃນ ວົງຕະກຸນຍາດຕິວົງ ແລະ ໝູ່ເພື່ອນ ຮັກແພງ ໃນຮອບໜຶ່ງປີ. ຊີ້ນປາອາ ຫານຄາວ-ຫວານ...ທຸກມື້ນີ້ ໂດຍ ລວມແມ່ນຊື້ເອົາ, ແຕ່ກໍ່ບໍ່ປາສະ ຈາກໄດ້ວ່າຍັງມີຫລາຍທ້ອງຖິ່ນອາ ໄສການຊອກຫາຈາກທໍາ ມະຊາດ, ແຕ່ບາງອັນທໍາມະຊາດກໍ່ບໍ່ຕອບ ສະໜອງໄດ້ກໍ່ຕ້ອງຊື້. ເມື່ອເປັນ ແນວນັ້ນ ຖ້າສະພາບສິນຄ້າ ແລະ ຄ່າບໍລິການຕ່າງໆ ຂຶ້ນລາຄາໂດຍ ການສວຍໂອກາດຂອງບຸກຄົນ, ນິຕິ ບຸກຄົນແມ່ນຜິດຕໍ່ລະບຽບກົດໝາຍ. ຈິດໃຈເຮັດບຸນແຕ່ເດີມດາ ກໍ່ແມ່ນ ການຮັກສາຮີດຄອງປະເພນີອັນ ltda fdA odkol;p3vdkf ໃກ້ຮອດປີໃໝ່ລາວ, ອາທິດ ນີ້ຈະມີຫລາຍສໍານັກງານອົງການ ຕະຫລອດຮອດຄອບຄົວຫົວເຮືອນ ມີແຜນຈັດສົ່ງທ້າຍປີເກົ່າຕ້ອນຮັບປີ ໃໝ່ ເພື່ອວ່າໄລຍະປີໃໝ່ ເອົາເວລາ ໄປທ່ອງທ່ຽວ ສົ່ງເສີມປີທ່ອງທ່ຽວ ລາວ ໃຫ້ຄຶກຄື້ນມ່ວນຊື່ນ ພາຍໃຕ້ ຄໍາຂວັນ ທ່ອງທ່ຽວປອດໄພ ຊື່ນ ໃຈວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ. ໄລຍະມີປາງບຸນ ໃຫຍ່ ມີການສະເຫລີມສະຫລອງ ຕ່າງໆ ພາກລັດ ກໍ່ຄືສັງຄົມມີຄວາມ ດີງາມ ແລະ ຄວາມສາມັກຄີພາຍ ໃນທີ່ເປັນປຶກແຜ່ນ, ສະນັ້ນ ກໍ່ຄວນ ໃຊ້ເວລານີ້ເຮັດໃຫ້ໄດ້ບຸນກຸສົນ ແລະ ປາລະມີ ໂດຍບໍ່ມີການສວຍໂອ ກາດເອົາປຽບກັນ ເພື່ອການມ່ວນ ຊື່ນແລະ ສະຫງົບເປັນລະບຽບຮຽບ ຮ້ອຍດີທົ່ວສັງຄົມ. ປະມວນກົດໝາຍອາຍາ ມາດ ຕາ 277 ການສວຍໂອກາດຂຶ້ນລາ ຄາສິນຄ້າ ແລະ ຄ່າບໍລິການ: ບຸກ ຄົນໃດຫາກໄດ້ສວຍໂອກາດຂຶ້ນລາ ຄາສິນຄ້າ, ຄ່າບໍລິການຫລື ໄດ້ຂາຍ ສິນຄ້າແພງເກີນຂອບເຂດໃນເວລາ ເກີດໄພແຫ້ງແລ້ງ, ໄພນໍ້າຖ້ວມ ຫລື ໃນເວລາທີ່ມີສະພາບຫຍຸ້ງຍາກ ເກີດຂຶ້ນໃນທ້ອງຖິ່ນໃດໜຶ່ງ ຈະຖືກ ລົງໂທດຕັດອິດສະລະພາບ ແຕ່ ຫົກ ເດືອນ ຫາ ສອງປີ ແລະ ຈະຖືກປັບ ໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ. ມາດຕາ 178 ການກັກຕຸນສິນຄ້າ: ບຸກຄົນໃດ ຫາກໄດ້ກັກຕຸນ, ຊຸກເຊື່ອງສິນຄ້າ ໄວ້ໃນວິສາຫະກິດ, ບໍລິສັດ, ຫ້າງ ຮ້ານຂອງຕົນ ຫລື ຢູ່ບ່ອນອື່ນ ເພື່ອ ສ້າງຄວາມປັ່ນປ່ວນທາງດ້ານເສດ ຖະກິດ ແລະ ຊີວິດການເປັນຢູ່ຂອງ ປະຊາຊົນ ຈະຖືກລົງໂທດຕັດອິດ ສະ ລະພາບ ແຕ່ ໜຶ່ງປີ ຫາ ສີ່ປີ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 50.000.000 ກີບ. ມາດຕາ 280 ການປອມແປງ ຕາຊິງ ຫລື ການວັດແທກ: ບຸກຄົນ ໃດຫາກໄດ້ປອມແປງຕາຊິງ ຫລື ການວັດແທກ ເພື່ອລັກໂລບການ ຊັ່ງ, ການຜອງ, ການວັດແທກ ໃນ ເວລາຊື້-ຂາຍ, ແລກປ່ຽນ ຫລື ໃຊ້ ຊິງ, ເຄື່ອງຜອງ, ເຄື່ອງວັດແທກທີ່ ດັດແປງ ຫລື ທີ່ບໍ່ໄດ້ມາດຕະຖານ ເພື່ອລັກໂລບເອົາສິນຄ້າ ຫລື ເງິນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສອງປີ ແລະ ຈະ ຖືກປັບໃໝ ແຕ່ 5.000.000 ກີບ ຫາ 10.000.000 ກີບ. ຂໍໃຫ້ຕີຖອຍແນວຄິດ ສວຍໂອ ກາດຕ່າງ, ທັງການເອົາປຽບຜູ້ບໍລິ ໂພກ ໃນໄລຍະສະຫລອງສົ່ງທ້າຍ ປີເກົ່າ-ຕ້ອນຮັບປີ ໃໝ່ລາວ. ເປັນຫູ ເປັນຕາຊ່ວຍກັນ ເພື່ອເຮັດໜ້າທີ່ຕິດ ຕາມກວດກາຢ່າງສົມເຫດສົມຜົນ. ເປັນຫ່ວງເລື່ອງລາຄາສິນຄ້າ ແລະ ຄ່າບໍລິການ. ສະນັ້ນ ແຕ່ລະບັ້ນແຕ່ ລະໄລຍະບຸນ ພາກລັດເຮົາຈຶ່ງ ເອົາ ໃຈໃສ່ເປັນພິເສດ, ໄດ້ອອກແຈ້ງ ການ, ຄໍາສັ່ງ...ປະກາດແຕ່ຫົວທີ ບໍ່ໃຫ້ມີການສວຍໂອກາດເອົາປຽບ ຜູ້ບໍລິໂພກ . ການສະຫລອງບຸນປີໃໝ່ລາວ ປີນີ້ ຈະເລີ່ມແຕ່ວັນທີ 13 ຮອດ 16 ເມສາ 2024 ແລະ ວັນທີ 17-18 ເມສາ 2024 ເປັນມື້ຊົດເຊີຍ. ສໍາລັບ ພະນັກງານ-ລັດຖະກອນ ທີ່ອາດຈະ ບໍ່ມີໜ້າທີ່ຕິດພັນກັບການບໍລິການ ສັງຄົມ, ຈະໄດ້ພັກຫລາຍວັນຕໍ່ກັນ, ມີເງື່ອນໄຂໄປທ່ຽວຕ່າງແຂວງ ເປັນ ການເສີມບັນຍາກາດປີທ່ອງທ່ຽວ ລາວ ໃຫ້ຟົດຟື້ນ. ແຕ່ສໍາລັບຜູ້ທີ່ມີພັນ ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==