5849

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 09/04/2024 xtgmf]k; ນາຍົກລັດຖະມົນຕີ... ເຊກອງ ເປີດຖານທີ່ໝັ້ນ... ເປີດສັບປະດາແຫ່ງຊາດ... ພິທີຫລໍ່ພະ... ຂປລ. ພາຍຫລັງສໍາເລັດການ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ອັດຕະປື, ແຂວງເຊກອງ ໃນວັນທີ 5 ເມສາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີພ້ອມ ດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວ ຢ້ຽມຢາມ, ຕິດຕາມຊຸກຍູ້ ແລະ ຊີ້ ນຳວຽກງານການພັດທະນາເສດ ຖະກິດ-ສັງຄົມ ຢູ່ແຂວງຈຳປາສັກ ໂດຍມີທ່ານ ວິໄລວົງ ບຸດດາຄຳ, ເຈົ້າແຂວງຈຳປາສັກ ພ້ອມດ້ວຍ ການນຳຫລັກແຫລ່ງຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນໍາຫລັກແຫລ່ງຂອງແຂວງ ຢູ່ຫ້ອງວ່າການແຂວງດັ່ງກ່າວ. ກ່ອນອື່ນ ແມ່ນໄດ້ຮັບຟັງການລາຍ ງານກ່ຽວກັບການນຳພາຊີ້ນຳວຽກ ງານຮອບດ້ານຂອງອົງຄະນະພັກ ແລະ ອົງການປົກຄອງ ແຂວງຈາກ ທ່ານເຈົ້າແຂວງຈຳປາສັກ ເຫັນວ່າ: ຄະນະພັກ-ຄະນະນຳແຕ່ລະຂັ້ນໄດ້ຖື ສຳຄັນວຽກງານການເມືອງ-ແນວ ຄິດ ໂດຍໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ, ແນວຄິດຂອງສະມາ ຊິກພັກ, ພະນັກງານ, ທະຫານ, ຕຳ ຫລວດ ແລະ ປະຊາຊົນບັນດາເຜົ່າ ຢ່າງເປັນລະບົບຕໍ່ເນື່ອງດ້ວຍຫລາຍ ຮູບການ ແລະ ວິທີການຕ່າງໆ ເຮັດ ໃຫ້ສະມາຊິກພັກ, ພະນັກງານ, ທະ ຫານ, ຕຳຫລວດແລະ ປະຊາຊົນບັນ ດາເຜົ່າມີຄວາມຮັບຮູ້, ເຂົ້າໃຈ, ມີ ຄວາມອຸ່ນອຽນທຸ່ນທ່ຽງ ແລະ ມີ ຄວາມເຊື່ອໝັ້ນ ພ້ອມກັນປະຕິບັດ ໜ້າທີ່ການເມືອງ ທີ່ການຈັດຕັ້ງມອບ ໝາຍມີຜົນສຳເລັດເປັນຢ່າງດີ, ເຮັດ ໃຫ້ທົ່ວແຂວງ ສືບຕໍ່ມີສະຖຽນລະ ພາບທາງດ້ານການເມືອງ,ສັງຄົມມີ ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ເສດຖະ ກິດຂະຫຍາຍຕົວຕໍ່ເນື່ອງລະດັບ 5,63% ໃນປີ 2023 ໂດຍສາມາດ ເກັບລາຍຮັບໄດ້ 2.483 ຕື້ກີບ (ລື່ນ ແຜນ 29%). ສໍາລັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ມາຮອດປັດຈຸບັນຮາກ ຖານພັກຂັ້ນບ້ານ ແມ່ນສຳເລັດການ ດຳເນີນກອງປະຊຸມ 100%, ຮາກ ຖານພັກຫ້ອງການ ແລະ ກົມກອງ ອ້ອມຂ້າງເມືອງສຳເລັດ98%;ການ ແກ້ໄຂຄວາມທຸກຍາກທົ່ວແຂວງ ມີຄອບຄົວພົ້ນທຸກກວມ 96,86%, ບ້ານພົ້ນທຸກກວມ 98,44%. ນອກ ນັ້ນ, ຍັງສາມາດປະກາດເປັນບ້ານ ພັດທະນາປະຊາຊົນ ຢູ່ດີກິນດີໄດ້ 10 ກວ່າບ້ານແລ້ວ, ສາມາດປະກາດ ເປັນແຂວງຫົວໜ່ວຍຍຸດທະສາດໃນ ປີຜ່ານມາ, ສ້າງເມືອງເປັນຫົວໜ່ວຍ ເຂັ້ມແຂງຮອບ ດ້ານໄດ້ 6 ເມືອງ ແລະ 1 ນະຄອນ, ສ້າງບ້ານພັດທະ ນາກວມ 73%, ສ້າງບ້ານປ້ອງກັນ ຄວາມສະຫງົບດີກວມ 88%, ບ້ານ ປອດຢາເສບຕິດກວມ 74,76%. ໃນໂອກາດດຽວກັນ, ທ່ານນາ ຍົກລັດຖະມົນຕີ ກໍໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດທີ່ແຂວງສາມາດປະ ຕິບັດໄດ້ໃນປີຊຸມຜ່ານມາ, ພ້ອມທັງ ໄດ້ຍົກໃຫ້ເຫັນສະພາບພົ້ນເດັ່ນທີ່ ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ, ສະພາບການພັດທະນາເສດຖະກິດ- ສັງຄົມແຫ່ງຊາດ, ສະພາບຫາງ ສຽງ ແລະ ປາກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນ; ໄດ້ເຜີຍແຜ່ບາງເນື້ອໃນ ສຳຄັນຂອງ“ເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຫລື ສອຈ”, ລວມ ທັງບົດຮຽນ ໃນການພັດທະນາທີ່ ພົ້ນເດັ່ນໃນໄລຍະຜ່ານມາຈຳນວນ ໜຶ່ງແລະບາງນະໂຍບາຍກໍຄືນິຕິກຳ ທີ່ລັດຖະບານ ໄດ້ປະກາດນຳໃຊ້ໃໝ່, ທັງໄດ້ຊີ້ນໍາໃຫ້ອົງການປົກຄອງ ແຂວງ ເອົາໃຈໃສ່ຕື່ມບາງດ້ານເປັນ ຕົ້ນ ສືບຕໍ່ເພີ່ມທະວີສະຕິລະວັງຕົວ ປ້ອງກັນ ແລະ ຕອບຕ້ານກົນອຸບາຍ ຂອງກຸ່ມຄົນທີ່ບໍ່ຫວັງດີ; ຄົ້ນຄວ້າ ແຜນກໍ່ສ້າງເສັ້ນທາງຍຸດທະສາດ ໃຫ້ສາມາດເຊື່ອມໂຍງກັນ; ສຶກສາ ທ່າແຮງການພັດທະນາພະລັງງານ ໄຟຟ້າຈາກແຫລ່ງຕ່າງໆ ເພື່ອໃຫ້ສາ ມາດນໍາໃຊ້ ແລະ ເກີດປະໂຫຍດສູງ ສຸດ; ສືບຕໍ່ສົມທົບກັບພາກສ່ວນກ່ຽວ ຂ້ອງໃນການເປີດບໍລິການສາຍການ ບິນເພີ່ມ ເພື່ອອໍານວຍຄວາມສະ ດວກ, ດຶງດູດການລົງທຶນ, ດຶງດູດ ການທ່ອງທ່ຽວ ແລະ ອື່ນໆ; ເອົາ ໃຈໃສ່ເຂັ້ມງວດການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ຕາມຄຳສັ່ງວ່າ ດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນ ປ່າໄມ້, ຕ້ານ ແລະ ສະກັດກັ້ນການ ບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ສະບັບເລກ ທີ 11/ນຍ, ລົງວັນທີ 21 ກໍລະກົດ 2023; ສືບຕໍ່ຕິດຕາມ ແລະ ຄຸ້ມຄອງ ລາຄາສິນຄ້າບູລິມະສິດ ທີ່ກະທົບຕໍ່ ຊີວິດການເປັນຢູ່ຂອງປະຊາຊົນຢ່າງ ເຂັ້ມງວດ; ຄຸ້ມຄອງບັນດາບໍລິສັດ ນຳເຂົ້າ-ສົ່ງອອກສິນຄ້າພາຍໃນ ແຂວງ ການຊຳລະສະສາງໃຫ້ຜ່ານ ລະບົບທະນາຄານຢ່າງຖືກຕ້ອງ ແລະ ເຂັ້ມງວດ; ນຳໃຊ້ເງິນເກີນແຜນ ປີ 2023 ໃຫ້ຖືກເປົ້າໝາຍທີ່ລັດຖະ ບານໄດ້ກຳນົດໄວ້; ສົ່ງເສີມການນຳ ໃຊ້ຜະລິດຕະພັນພາຍໃນ ໃຫ້ຫລາຍ ຂຶ້ນໄປຄຽງຄູ່ກັບການສົ່ງເສີມການ ຜະລິດທີ່ມີທ່າແຮງ ແລະ ສົ່ງອອກ ຕິດພັນກັບການປຸງແຕ່ງພາຍໃນ ແລະຫັນເປັນອຸດສາຫະກຳໃຫ້ຫລາຍ ກວ່າເກົ່າ; ສືບຕໍ່ຊຸກຍູ້ການເກັບລາຍ ຮັບເຂົ້າງົບປະມານໃຫ້ໄດ້ຄາດໝາຍ ໃນແຕ່ລະໄລຍະ; ເອົາໃຈໃສ່ປະຕິ ບັດມາດຕະການປະຢັດມັດທະຍັດ ເປັນຕົ້ນ ໄຟຟ້າ, ນໍ້າມັນເຊື້ອໄຟ, ພະ ລັງງານທົດແທນ, ການນຳໃຊ້ພາ ຫະນະ, ເຄື່ອງໃຊ້ຫ້ອງການ ແລະ ອື່ນໆ; ຄົ້ນຄວ້າແກ້ໄຂບັນດາໂຄງ ການລົງທຶນທີ່ແກ່ຍາວເວລາມາດົນ ບໍ່ມີປະສິດທິຜົນໃຫ້ເດັດຂາດ; ສືບ ຕໍ່ຕິດຕາມ, ຄຸ້ມຄອງການເຄື່ອນໄຫວ ຂອງແຮງງານ, ການເຄື່ອນໄຫວ ຂອງພົນລະເມືອງ ກໍຄື ການເຄື່ອນ ໄຫວທົ່ວສັງຄົມໃຫ້ສາມາດກໍາໄດ້ ສະພາບ; ຍົກລະດັບການພັດທະນາ ສີມືແຮງງານທັງດ້ານຈໍານວນແລະ ຄຸນນະພາບ; ສືບຕໍ່ກະກຽມດໍາເນີນ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃຫ້ ຖືກຕາມຂັ້ນຕອນ ແລະ ລະບຽບ ການ, ຮັບປະກັນທາງດ້ານເນື້ອ ໃນ, ບຸກຄະລາກອນ ຕາມມາດຖານ ເງື່ອນໄຂ ແລະ ສໍາເລັດຕາມແຜນ ການທີ່ກຳນົດໄວ້. ໃນວັນດຽວກັນ, ທ່ານນາຍົກ ລັດຖະມົນຕີ ພ້ອມຄະນະຍັງໄດ້ໃຫ້ ກຽດຮ່ວມພິທີເປີດປ້າຍຫໍຫລັກ ເມືອງປາກເຊ. ພ້ອມທັງໄປຢ້ຽມ ຢາມ, ຕິດຕາມ ແລະ ຊຸກຍູ້ວຽກງານ ຢູ່ພື້ນທີ່ຕົວຈິງ ໂດຍສະເພາະໂຮງ ຮຽນວິຈິດສິນຊັ້ນກາງ ທີ່ເມືອງບາ ຈຽງຈະເລີນສຸກ ແລະ ຟາມປູກພືດ ຜັກ ຂອງບໍລິສັດ ລາວຟາມ ຈຳກັດ ທີ່ເມືອງປາກຊ່ອງ ຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ຕົວ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ ເນື່ອງ. ປະທານ ຄໍາໄຕ ສີພັນດອນ ຍາມໃດກໍໄດ້ຮັບຄວາມນັບຖືຮັກ ແພງ ແລະ ເຊື່ອໝັ້ນໄວ້ວາງໃຈຈາກ ໝູ່ຄະນະກໍຄືພະນັກງານນັກຮົບແລະ ປະຊາຊົນລາວບັນດາເຜົ່າ, ເພິ່ນໄດ້ ຮັບການມອບໝາຍຫລາຍໜ້າທີ່ສໍາ ຄັນຈາກປະຊາຊົນ, ຈາກຜູ້ແທນລັດ ຖະບານລາວອິດສະຫລະປະຈໍາເຂດ ໃຕ້ລາວຄື: ເປັນປະທານຄະນະກໍາ ມະການຕໍ່ຕ້ານເຂດກາງ, ເປັນກໍາມະ ການສູນກາງແນວລາວອິດສະ ຫລະ ແລະ ແນວລາວຮັກຊາດ, ເປັນ ກໍາມະການສູນກາງພັກ; ໄດ້ຮັບ ການປະດັບຊັ້ນພົນເອກ ແລະ ເປັນ ຜູ້ບັນຊາການສູງສຸດຂອງກອງທັບ ປົດປ່ອຍປະຊາຊົນລາວ ແລະ ກອງ ທັບປະຊາຊົນລາວໃນປັດຈຸບັນ; ເປັນກໍາມະການກົມການເມືອງສູນ ກາງພັກ, ເປັນຮອງນາຍົກລັດຖະມົນ ຕີ, ເປັນລັດຖະມົນຕີກະຊວງປ້ອງກັນ ປະເທດ, ເປັນນາຍົກລັດຖະມົນຕີ ແລະ ເລຂາທທິການສູນກາງພັກ (ຜູ້ ນໍາສູງສຸດຂອງພັກ ແລະ ລັດເຮົາ), ປະທານ ຄໍາໄຕ ສີພັນດອນ ໄດ້ຈັດ ຕັ້ງຄະນະກໍາມະການຕໍ່ຕ້ານເຂດ ພາກໃຕ້ໃນປີ 1948 ເຖິງປີ 1949 ໂດຍສ້າງເປັນເຂດທີ່ໝັ້ນຢູ່ເຂດບ້ານ ດາກປຳ ເມືອງດາກຈຶງ ແຂວງເຊ ກອງ ເປັນພື້ນທີ່ຍຸດທະສາດໃນການ ຕໍ່ຕ້ານ, ໄດ້ສ້າງເງື່ອນໄຂໃຫ້ການຕໍ່ ຕ້ານຢູ່ເຂດໃຕ້ຂະຫຍາຍຕົວຢ່າງ ໄວວາ ແລະ ໄດ້ຮັບໄຊຊະນະ (ອໍາ ນາດການປົກຄອງເກົ່າໄດ້ຖືກລົບ ລ້າງ), ອໍານາດການປົກຄອງໃໝ່ ຂັ້ນບ້ານ, ຕາແສງ ແລະ ເມືອງໄດ້ ຮັບການສ້າງຕັ້ງຂຶ້ນຄື: ຕາແສງຊຽງ ຫລວງ, ຕາແສງຕາຕື ແລະ ຕາແສງ ອາຢູນ ເພື່ອນໍາພາການຕໍ່ສູ້ກູ້ຊາດ ດ້ວຍຫລາຍວິທີ ແລະ ຫລາຍຮູບ ແບບເຊັ່ນ: ນໍາໃຊ້ຮູບແບບທາງດ້ານ ການເມືອງໄດ້ນໍາໃຊ້ວິທີ 3 ຈື່ 4 ບໍ່ ແລະ ທາງດ້ານການທະຫານ ໂດຍ ສ້າງກໍາລັງປ້ອມໝັ້ນສູ້ລົບຕິດລຽນ ໃນແຕ່ລະຕາແສງ ໃນນັ້ນມີກອງ ຫລອນ 30 ທ່ານ; ໄດ້ແຕ່ງຕັ້ງຜູ້ບັນ ຊາ 3 ທ່ານຄື: ທ່ານ ຢວນ (ບ້ານ ເປັງຢາ) ເປັນຫົວໜ້າ, ທ່ານ ເນື້ອດ (ບ້ານດາກບອງ) ເປັນຮອງ ແລະ ທ່ານ ບຣຶດ (ບ້ານດາກເຊງ) ເປັນ ຄະນະ; ການເຄື່ອນໄຫວຕໍ່ສູ້ແຕ່ ລະ ໄລຍະ ໂດຍພາຍໃຕ້ການນໍາພາຂອງ ປະທານ ຄໍາໄຕ ສີພັນດອນ ສາມາດ ສະກັດກັ້ນ ໂດຍການປຸກລະດົມ ປະຊາຊົນບ້ານມາເປັນກອງຫລອນ ບ້ານ, ສ້າງອາວຸດບູຮານຟື້ນເມືອງ ທີ່ຜະລິດດ້ວຍຫົວຄິດປະດິດສ້າງ ພູມປັນຍາຂອງທ້ອງຖິ່ນເຊັ່ນ: ຫອກ, ຫລາວ, ດາບ, ງ້າວ, ໜ້າໜ້ອງ ແລະ ອື່ນໆ ເຊິ່ງສາມາດຕີຈັກກະພັດລ່າ ເມືອຂຶ້ນແບບເກົ່າຕາຍ 14 ບັກ. ໃນໄລຍະການຕໍ່ສູ້ກູ້ຊາດຕ້ານ ຈັກກະພັດລ່າເມືອງຂຶ້ນແບບໃໝ່ ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ ໜຶ່ງໃນບັນດາຜູ້ນໍາຮຸ່ນກໍ່ຕັ້ງຂະ ບວນການ ແລະ ບຸກເບີກເສັ້ນທາງ ປະຕິວັດຢູ່ເມືອງດາກຈຶງ ເຊິ່ງເວ ລາໃດກໍໜັກແໜ້ນທາງດ້ານການ ເມືອງ, ສະຕິຕໍ່ການຈັດຕັ້ງ, ມີຄວາມ ຮັບຜິດຊອບສູງຕໍ່ໜ້າທີ່ ທີ່ໄດ້ຮັບ ມອບໝາຍ; ເລີ່ມຈາກພະນັກງານ ທໍາມະດາກາຍເປັນຜູ້ຊີ້ນໍາ-ບັນຊາ ແລະ ນໍາພາຂະບວນການຕໍ່ສູ້ປົດ ປ່ອຍຊາດ ທັງໄດ້ປະກອບສ່ວນຄົ້ນ ຄວ້າ ແລະ ກໍານົດທິດທາງຍຸດທະ ສາດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ລວມທັງ ແນວທາງປ່ຽນແປງໃໝ່ຢ່າງຖືກ ຕ້ອງ, ສອດຄ່ອງທັງໄດ້ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດໄດ້ຮັບຜົນສໍາ ເລັດໃນຫລາຍດ້ານ ໂດຍເຫັນໄດ້ ຄວາມສຳຄັນອັນໃຫຍ່ຫລວງທາງ ປະຫວັດສາດດັ່ງກ່າວ, ພັກ-ລັດຖະ ບານ ກໍຄື ປະຊາຊົນບັນດາເຜົ່າຊາວ ແຂວງເຊກອງ ຈຶ່ງໄດ້ຟື້ນຟູບູລະນະ ແລະ ກໍ່ສ້າງມາແຕ່ເດືອນສິງຫາ 2023 ຮອດວັນທີ 4 ເມສາ 2024 ຈຶ່ງສຳເລັດ ເຊິ່ງມີມູນຄ່າໃນເບື້ອງ ຕົ້ນ 1.689 ລ້ານກີບ. ໃນນັ້ນ, ກໍ່ ສ້າງເຮືອນພັກ ຂອງປະທານ ຄຳໄຕ ສີພັນດອນ, ເຮືອນພັກທະຫານ ລາວ-ທະຫານຫວຽດນາມ, ປ້ອມ ຍາມ, ປ້າຍຊີວະປະຫວັດ ຂອງທ່ານ ປະທານ ຄໍາໄຕ ສີພັນດອນ, ປ້າຍ ບອກທາງ, ເສັ້ນທາງ-ຂົວຈົມເຂົ້າ ຈຸດຖານທີ່ໝັ້ນ ແລະ ຫ້ອງນໍ້າ. ທ່ານ ຄໍາສອນ ກອນເຍີ ກ່າວຕື່ມ ວ່າ: ເຖິງວ່າການບູລະນະກໍ່ສ້າງໄດ້ ສຳເລັດຫລາຍກິດຈະກຳ, ແຕ່ເພື່ອ ສືບຕໍ່ພັດທະນາສະຖານທີ່ແຫ່ງນີ້ ກາຍເປັນແຫລ່ງທ່ອງທ່ຽວທາງ ປະຫວັດສາດຂອງພາກໃຕ້ລາວທີ່ ໂດດເດັ່ນສວຍງາມ. ຄະນະພັກ, ອົງ ການປົກຄອງແຂວງກໍຄື ເມືອງແລະ ບ້ານ ຈະສຸມໃສ່ພັດທະນາພື້ນຖານ ໂຄງລາງ ເປັນຕົ້ນ ເຮືອນພັກ, ເຮືອນ ຄົວ ແລະ ລະບົບເສັ້ນທາງ, ໄຟຟ້າ, ນ້ຳປະປາ. ນອກນັ້ນ, ສຸມໃສ່ພັດທະ ນາກະສິກຳ, ປູກຕົ້ນໄມ້ ໃຫ້ໝາກ, ດອກໄມ້ປະດັບ ແລະ ການບູລະນະ ປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມໃຫ້ຂຽວງາມສາມາດ ເຮັດໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວ ເມືອງດາກຈຶງແຂວງເຊກອງຫລາຍ ຂຶ້ນໃນອະນາຄົດ. ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນວ່າ: ການ ເປີດຖານທີ່ໝັ້ນຂອງປະທານ ຄໍາໄຕ ສີພັນດອນ ເທື່ອນີ້ແມ່ນມີຄວາມໝາຍ ສໍາຄັນຫລາຍ ເພາະເປັນມູນເຊື້ອອັນ ດີງາມຂອງທ່ານ ແລະ ເປັນເຂດອາ ນຸລັກປົກປັກຮັກສາ ແລະ ພັດທະນາ ຮ່ອງຮອຍປະຫວັດສາດການປະຕິ ວັດຂອງຜູ້ນໍາລາວໃຕ້ ສະໄໝຕໍ່ສູ້ກັບ ຈັກກະພັດຜູ້ຮຸກຮານທີ່ມາຮຸກຮານ ລາວພວກເຮົາ ໃນເມື່ອກ່ອນເພື່ອໃຫ້ ຮຸ່ນລູກ-ຮຸ່ນຫລານໄດ້ຮັບຮູ້ ແລະ ເຂົ້າໃຈພ້ອມທັງເປັນບ່ອນສືກສາ ອົບຮົບໃຫ້ພະນັກງານ, ສະມາຊິກ ພັກ, ທະຫານຕໍາຫລວດ, ນັກຮຽນນັກສຶກສາ, ປັນຍາຊົນ, ອົງການປົກ ຄອງທ້ອງຖິ່ນແລະ ປະຊາຊົນບັນດາ ເຜົ່າຊາວແຂວງເຊກອງ ກໍຄຶຊາວ ລາວທົ່ວປະເທດຮັບຮູ້ເຊື່ອມຊຶມກໍາ ແໜ້ນທາດແທ້ວິລະກໍາອັນອົງອາດ ກ້າຫານ, ທົນທານໜ້ຽວແໜ້ນ, ຕໍ່ສູ້ ຢ່າງທໍ່ລະຫົດ ແລະ ຮັບໄຊະນະຂອງ ກໍາລັງປະກອບອາວຸດທ້ອງຖິ່ນຕະ ຫລອດໄລຍະເຮັດການປົດປ່ອຍ ຊາດກໍຄຶໄລຍະແຫ່ງການປົກປັກຮັກ ສາ ແລະ ສ້າງສາພັດທະນາທ້ອງຖິ່ນ ແຕ່ລະໄລຍະ. ສີບຸນເຮືອງ ເຈົ້າອະທິການວັດພະ ບາດດານສູງ ໄດ້ໃຫ້ຮູ້ວ່າ: ການເທ ທອງຫລໍ່ ພະພຸດທະປາລະມີ ສີບຸນ ເຮືອງ(ພະເຈົ້າດ່ານສູງ) ໃນຄັ້ງນີ້ ໂດຍການເປັນເຈົ້າພາບຫລັກຂອງ ທ່ານ ເລັດ ໄຊຍະພອນ ປະທານສູນ ກາງກຳມະບານລາວ, ພ້ອມດ້ວຍ ຄອບຄົວ ແລະ ຄະນະເຈົ້າພາບຫລັກ 19 ຄອບຄົວ, ພະເຈົ້າດ່ານສູງສ້າງ ຂຶ້ນ ເພື່ອເປັນຕົ້ນແບບໄວ້ໃຫ້ພຸດ ທະສາສະນິກະຊົນລາວ ບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໂດຍສະ ເພາະ ຊາວນະຄອນຫລວງວຽງຈັນ ໄດ້ເຂົ້າມາກາບໄຫ້ວສັກກະລະບູຊາ ເພື່ອເປັນບຸນ, ເປັນກຸສົນ ເຊິ່ງພະດັັ່ງ ກ່າວ, ສູງ 2,80 ແມັດ, ໃຊ້ທອງ ເຫລືອງທັງໝົດ 700 ກວ່າກິໂລ, ຄາດວ່າການຫລໍ່ ຈະສຳເລັດພາຍ ໃນ 2 ເດືອນ. ຫລັງຈາກນັ້ນ, ຈະຈັດ ພິທີສົມໂພດຢ່າງຍິ່ງໃຫຍ່, ພ້ອມນີ້ ຍັງຈະສ້າງພຸດທະສິມມາຫລັງໃໝ່ ຕື່ມອີກ. ພະອາຈານ ທອງເສີມ ສີບຸນ ເຮືອງ ຍັງໃຫ້ຮູ້ອີກວ່າ: ວັດພະບາດ ດານສູງມີເນື້ອທີ່ທັງ ໝົດ 40 ກວ່າ ເຮັກຕາ, ເປັນວັດແຫ່ງໜຶ່ງທີ່ມີເອກະ ລັກສະເພາະ, ມີຄວາມສວຍງາມປະ ຊາຊົນໃຫ້ຄວາມເຫລື້ອມໃສສັດທາ ແລະ ເຊື້ອຖືກັນວ່າ ເປັນສະຖານ ທີ່ສັກສິດ, ເປັນວັດທີ່ເກົ່າແກ່ທາງ ປະຫວັດສາດ, ວັດທະນະທຳ, ມີອຸທິ ຍານຫີນ, ມີຈຸດຊົມວິວທິວທັດທຳ ມະຊາດ ທີ່ສວຍງາມ, ມີໂງ່ນຫີນ ຫລາຍໜ່ວຍວາງລຽນຊ້ອນກັນ ເປັນຖໍ້າ, ເປັນໂກນ ເຊິ່ງໄດ້ສ້າງເປັນ ທີ່ປະດິດສະຖານຂອງພະພຸດທະຮູບ ທີ່ສວຍງາມ ແລະ ອື່ນໆ. ສຳລັບແຜນການໃນຕໍ່ໜ້າ, ຈະ ສືບຕໍ່ປັບປຸງເສັ້ນທາງເຂົ້າຫາວັດ ໃຫ້ມີຄວາມສະດວກສະບາຍຫລາຍ ຂຶ້ນກວ່າເກົ່າເພື່ອເຮັດໃຫ້ວັດພະບາດ ດ້ານສູງ ເປັນສະຖານທີ່ທ່ອງທ່ຽວ ທາງດ້ານວັດທະນະທຳທີ່ສວຍງາມ ແຕກຕ່າງຈາກວັດອື່ນໆ. ຂ່າວ: ທະນູທອງ, ພາບ: ເກດສະໜາ ມະການແຫ່ງຊາດດ້ານຄວາມປອດ ໄພທາງຫລວງ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ຮອງ ປະທານຄະນະກໍາມະການແຫ່ງ ຊາດດ້ານຄວາມປອດໄພທາງ ຫລວງ, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ, ມີຜູ້ຕາງ ໜ້າກະຊວງ-ອົງການ, ບັນດາແຂວງ ແລະ ນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານລັດຖະມົນຕີກະ ຊວງໂຍທາທິການ ແລະ ຂົນສົ່ງໄດ້ ລາຍງານຫຍໍ້ກ່ຽວກັບປະຫວັດ ຄວາມເປັນມາຂອງສັບປະດາ ຄວາມປອດໄພທາງຫລວງ ໂດຍອົງ ການສະຫະປະຊາຊາດ ເປັນຜູ້ລິເລີ່ມ ຈັດຄັ້ງທີ 1 ໃນປີ 2007 ໃນແຕ່ລະ ປີກໍມີຄຳຂວັນແຕກຕ່າງກັນ. ພ້ອມ ນີ້, ຍັງຍົກໃຫ້ເຫັນຄວາມເສຍຫາຍ ຈາກອຸບັດເຫດທາງຫລວງ ຖ້າຄິດ ໄລ່ມູນຄ່າເສຍຫາຍທາງດ້ານເສດ ຖະກິດແມ່ນເປັນຈໍານວນມະຫາ ສານ, ໃນທົ່ວໂລກປີໜຶ່ງສະເລ່ຍມີ ຜູ້ເສຍຊີວິດຈາກອຸບັດເຫດທາງ ຫລວງ ປະມານ 1,3 ລ້ານຄົນ. ສໍາ ລັບ ສປປ ລາວ, ອີງຕາມກົດໝາຍ ວ່າດ້ວຍຈະລາຈອນທາງບົກ ສະ ບັບ ເລກທີ 23/ສພຊ, ລົງວັນທີ 12 ທັນວາ 2012, ມາດຕາ 78: ສັບ ປະດາແຫ່ງຊາດ ດ້ານຄວາມປອດ ໄພທາງຫລວງໄດ້ກຳນົດເອົາສັບ ປະດາທຳອິດຂອງເດືອນເມສາເປັນ ມື້ຈັດສັບປະດາແຫ່ງຊາດດ້ານ ຄວາມປອດໄພທາງຫລວງ. ສ່ວນຜູ້ ເສຍຊີວິດ ສະເລ່ຍມີປະມານ 1.000 ຄົນຕໍ່ປີ. ສະນັ້ນ, ອົງການສະຫະ ປະຊາຊາດ ຈຶ່ງໄດ້ກຳນົດມາດຕະ ການປ້ອງກັນ ແລະ ແກ້ໄຂໂດຍປະ ກອບມີ 5 ເສົາຄ້ຳ ເປັນຕົ້ນ ໂຄງ ລ່າງຄົມມະນາຄົມ-ຂົນສົ່ງປອດໄພ; ພາຫະນະປອດໄພ; ຄົນໃຊ້ລົດໃຊ້ ທາງຫລວງປອດໄພ; ການກອບກູ້ ຊີວິດຫລັງເກີດອຸບັດເຫດ ແລະການ ຄຸ້ມຄອງຄວາມປອດໄພຄຽງຄູ່ກັບ ການໂຄສະນາເຜີຍແຜ່, ປູກຈິດສຳ ນຶກ, ການປະຕິບັດກົດໝາຍ ແລະ ລະບຽບກ່ຽວກັບການຈະລາຈອນ ຢ່າງຕໍ່ເນື່ອງ. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ, ປະທານຄະນະກໍາມະ ການແຫ່ງຊາດດ້ານຄວາມປອດໄພ ທາງຫລວງ ໄດ້ຍົກໃຫ້ເຫັນວ່າ: ໃນ ຊຸມປີຜ່ານມາ ເຖິງວ່າຈະປະສົບກັບ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ຫລາຍປະການ, ສປປ ລາວ ມີການ ພັດທະນາຢ່າງຕໍ່ເນື່ອງ, ເຮັດໃຫ້ຊີ ວິດການເປັນຢູ່ຂອງປະຊາຊົນບັນ ດາເຜົ່ານັບມື້ໄດ້ຮັບການປັບປຸງປົວ ແປງດີຂຶ້ນ, ການນໍາໃຊ້ຍານພາຫະ ນະທາງບົກ ແລະ ທາງຫລວງ ກໍ ເພີ່ມຂຶ້ນແບບກ້າວກະໂດດ. ຄຽງຄູ່ ກັນນັ້ນ, ຈໍານວນອຸບັດເຫດກໍມີທ່າ ອ່ຽງເພີ່ມຂຶ້ນ ຊຶ່ງເຮັດໃຫ້ມີຄົນຖືກ ບາດເຈັບ, ເສຍອົງຄະ, ເສຍຊີວິດ ຈໍານວນເພີ່ມຂຶ້ນ ລວມທັງຊັບສິນ ຂອງປະຊາຊົນກໍ່ຄື ຂອງລັດເສຍ ຫາຍຫລາຍຮ້ອຍຕື້ໃນແຕ່ລະປີທັງ ໄດ້ກາຍເປັນໜຶ່ງໃນປະກົດການຫຍໍ້ ທໍ້ໃຫຍ່ຂອງສັງຄົມ; ສ້າງຄວາມສູນ ເສຍໃຫຍ່ຫລວງທີ່ກົດໜ່ວງການພັດ ທະນາ, ທັງເປັນສິ່ງທ້າທາຍໃຫຍ່ ຂອງການບໍລິຫານ-ຄຸ້ມຄອງ ສັງຄົມ ຂອງລັດຖະບານ. ການຈັດງານຄັ້ງ ນີ້, ພາຍໃຕ້ຫົວຂໍ້ “ຂັບຂີ່ມີວິໄນມີນໍ້າ ໃຈໃຫ້ກຽດຄົນຍ່າງ” ເປັນເວທີທີ່ມີ ຄວາມໝາຍ ແລະ ສໍາຄັນ, ສະແດງ ເຖິງຄວາມເປັນຫ່ວງເປັນໄຍ, ຄວາມ ເອົາໃຈໃສ່ ແລະ ຄວາມຮັບຜິດຊອບ ຂອງລັດຖະບານ ກໍຄື ບັນດາແຂວງ ຕໍ່ວຽກງານຄວາມປອດໄພທາງ ຫລວງ ແລະ ທັງເປັນການຈັດຕັ້ງປະ ຕິບັດກົດໝາຍວ່າດ້ວຍການຈະ ລາຈອນທາງບົກ, ຍຸດທະສາດແຫ່ງ ຊາດດ້ານຄວາມປອດໄພທາງ ຫລວງ ແລະ ມະຕິຂອງອົງການສະ ຫະປະຊາຊາດ ກ່ຽວກັບການປັບປຸງ ຄວາມປອດໄພທາງຫລວງໃນທົ່ວ ໂລກ (ປີ 2005) ແນໃສ່ເພື່ອໂຄສະ ນາ, ສ້າງສະຕິ ແລະ ປູກຈິດສໍານຶກ ໃຫ້ປະຊາຊົນທຸກຊັ້ນຄົນທົ່ວສັງຄົມ ເຫັນໄດ້ໄພອັນຕະລາຍຂອງການ ລະເມີດກົດຈະລາຈອນເປັນຕົ້ນການ ຂັບຂີ່ລົດໄວ, ການດື່ມສິ່ງມຶນເມົາ ແລ້ວຂັບ ຊຶ່ງເປັນສາເຫດສ່ວນໃຫຍ່ ໃນການເກີດອຸບັດເຫດ ທີ່ໄດ້ສົ່ງຜົນ ກະທົບ ແລະ ຜົນສະທ້ອນຂອງການ ເກີດອຸບັດເຫດຕໍ່ການດໍາລົງຊີວິດ ຂອງສັງຄົມ, ຕໍ່ເສດຖະກິດ ແລະ ການພັດທະນາຂອງຊາດ. ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງທຸກ ພາກສ່ວນ, ທຸກຂະແໜງການ ແລະ ທົ່ວສັງຄົມຈົ່ງໄດ້ພ້ອມກັນຮ່ວມແຮງ ຮ່ວມໃຈປະຕິບັດກົດຈະລາຈອນ ຢ່າງເຂັ້ມງວດ ແລະ ໂຄສະນາປູກ ຈິດສໍານຶກກ່ຽວກັບວຽກງານຄວາມ ປອດໄພທາງຫລວງໃຫ້ທົ່ວສັງຄົມ ຮັບຮູ້ ເພື່ອຈໍາກັດ, ຫລຸດຜ່ອນອຸບັດ ເຫດທາງຫລວງ; ເພື່ອປົກປ້ອງຊີ ວິດ ແລະ ຊັບສິນຂອງປະຊາຊົນກໍ ຄືການປົກປ້ອງສຸຂະພາບ ແລະ ສະຫວັດດີການສັງຄົມ. ຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ ເປີດພິທີຍ່າງເພື່ອສຸຂະພາບຢ່າງເປັນ ທາງການ ແລະ ຢ້ຽມຊົມການວາງ ສະແດງສິນຄ້າ ແລະ ຜະລິດຕະພັນ ທີ່ຕິດພັນກັບຄວາມປອດໄພທາງ ຫລວງແລະກິດຈະກຳເທີງເວທີເປັນ ຕົ້ນ ລະຄອນເວທີ, ໂຕ້ວາທີ, ຖາມຕອບ ແລະ ອື່ນໆ. ພ້ອມກັນນີ້, ທ່ານເຈົ້າແຂວງ ຫລວງພະບາງໄດ້ລາຍງານສະພາບ ການຈັດສັນຄວາມເປັນລະບຽບ ຮຽບຮ້ອຍໃນຕົວເມືອງແລະສະພາບ ການສັນຈອນ ເປັນວຽກງານໜຶ່ງທີ່ ມີຄວາມໝາຍສໍາຄັນ ເພື່ອອໍານວຍ ຄວາມສະດວກ, ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ. ອົງການປົກ ຄອງແຂວງໄດ້ຖືສໍາຄັນໃນການປຸກ ລະດົມປູກຈິດສໍານຶກໃຫ້ແກ່ຜູ້ໃຊ້ ລົດ-ໃຊ້ຖະໜົນ, ການບັງຄັບໃຊ້ກົດ ໝາຍ ແລະ ລະບຽບການກ່ຽວກັບ ການຈະລາຈອນທາງບົກ, ໄປຄຽງ ຄູ່ກັນນີ້ ຍັງໄດ້ເອົາໃຈໃສ່ແກ້ໄຂຈຸດ ອັນຕະລາຍ, ຈຸດການຈະລາຈອນ ແອອັດ, ປັບປຸງປ້າຍສັນຍານຈະ ລາຈອນ, ປັບປຸງພື້ນຖານໂຄງລ່າງ ເສັ້ນທາງ ເພື່ອອໍານວຍຄວາມສະ ດວກແກ່ການສັນຈອນໃຫ້ມີຄວາມ ສະດວກ, ໂລ່ງລ່ຽນ, ປອດໄພ, ຫລຸດຜ່ອນການເກີດອຸບັດເຫດຕາມ ທ້ອງຖະໜົນ, ພ້ອມທັງໄດ້ຄົ້ນຄວ້າ ປັບປຸງຫລັກສູດການຮຽນ-ການ ສອນດ້ວຍລະບົບການຄຸ້ມຄອງ ແລະ ສອບເສັງເອົາໃບຂັບຂີ່ທີ່ທັນສະ ໄໝທັງພາກທິດສະດີ ແລະ ພາກ ປະຕິບັດຕົວຈິງ. ຜ່ານການຈັດຕັ້ງປະ ຕິບັດດ້ວຍຫລາຍຮູບການແຕ່ກໍປາ ສະຈາກບໍ່ໄດ້ສະພາບການເກີດອຸບັດ ເຫດ ໂດຍມາຈາກຫລາຍປັດໄຈເປັນ ຕົ້ນ ຈໍານວນພາຫະນະນັບມື້ເພີ່ມຂຶ້ນ, ຜູ້ຂັບຂີ່ຈໍານວນໜຶ່ງບໍ່ໄດ້ຮຽນຮູ້ເຕັກ ນິກການຂັບຂີ່,ບໍ່ໄດ້ຮຽນຮູ້ກົດຈະລາ ຈອນເທົ່າທີ່ຄວນ ຈຶ່ງມີສະພາບອຸບັດ ເຫດເກີດຂຶ້ນຫລາຍສົມຄວນ, ເຮັດ ໃຫ້ມີຜູ້ຖືກເຄາະຮ້າຍ, ເສຍຊີວິດ, ເສຍ ຊັບສິນເປັນຈໍານວນມະຫາສານ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

RkJQdWJsaXNoZXIy MTc3MTYxMQ==