5849

xtgmf]k; 6 09/04/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ g,n v'8Q ogzY ' 9tdkpgxa o[j vomj v'mj P; |h klq o.9s]kp0B o rkps]a '7Q orq [;a f45 [6 Iko ,a o8Q orn fw]ptlA olh k']kpIa [.sh xt-k-q owfh ;j v'w; ມັນຕົ້ນກາຍເປັນສິນຄ້າກະສິ ກໍາທີ່ມີທ່າແຮງຫລາຍສາມາດສ້າງ ອາຊີບ ແລະ ສ້າງລາຍໄດ້ໃຫ້ປະຊາ ຊົນຢ່າງກວ້າງຂວາງເຊິ່ງປັດຈຸບັນ ປະຕິເສດບໍ່ໄດ້ວ່າມັນຕົ້ນແມ່ນພືດໄລ ຍະສັ້ນທີ່ປະຊາຊົນນິຍົມປູກຫລາຍ ຮອງຈາກເຂົ້າກໍ່ວ່າໄດ້ໃນແຕ່ລະ ພື້ນທີ່ທົ່ວປະເທດ ເນື່ອງຈາກວ່າມີ ຕະຫລາດຮ້ອງຮັບ ສາມາດຂາຍໄດ້ ທັງມັນດິບ ແລະ ມັນແຫ້ງ ໃນລາຄາ ທີ່ແຕກຕ່າງກັນ ໂດຍສະເລ່ຍແລ້ວ ມັນດີບປະມານ 2.000 ກີບ, ມັນ ແຫ້ງ 4.000 ກີບ ຕໍ່ກິໂລ. ສະນັ້ນ, ຈຶ່ງເຮັດໃຫ້ປະຊາຊົນຫັນມາປູກມັນ ຕົ້ນເພື່ອເປັນອາຊີບຫລາຍຂຶ້ນໃນ ຂອບເຂດທົ່ວປະເທດ ໃນນັ້ນເມືອງ ທ່າແຕງແຂວງຈໍາປາສັກ ກໍເປັນອີກ ເມືອງໜຶ່ງທີ່ປະຊາຊົນປູກຫລາຍ ເພາະ ໄດ້ຮັບການສົ່ງ ເສີມຈາກ ໂຮງງານປຸງແຕ່ງຕົ້ນຄູນມີໄຊ. ທ່ານ ໄຊວິມານ ກູ່ແກ້ວ ຮອງຜູ້ອໍາ ນວຍການໂຮງງານປຸງແຕ່ງມັນຕົ້ນ ຄູນມີໄຊ ໃຫ້ຮູ້ ວ່າ: ປີຜ່ານມາໂຮງ ງານ ໄດ້ເກັບຊື້ມັນຕົ້ນ (ມັນດິບ) 122.500 ໂຕນ ເພື່ອນໍາມາຜະລິດ ເປັນແປ້ງສົ່ງອອກຫລາຍກວ່າ 31 ກວ່າໂຕນ ຄິດເປັນມູນຄ່າຫລາຍ 1 ລ້ານ 8 ແສນກວ່າກີບ/ໂຕນ ແລະ ປັດຈຸບັນໄດ້ຂະຫຍາຍສາຂາລານ ເກັບຊື້ມັນຕົ້ນທົ່ວແຂວງ. ທ່ານ ໄຊວິມານ ເວົ້າຕື່ມວ່າ: ໃນໄລຍະຜ່ານມາ ໂຮງງານຂອງ ພວກເຮົານອກຈາກ ຈະສົ່ງເສີມປະ ຊາຊົນປູກມັນຕົ້ນເປັນສິນຄ້າແລ້ວ ຍັງໄດ້ປະກອບສ່ວນຊ່ວຍເຫລືອ ຕໍ່ການພັດທະນາເສດຖະກິດ-ສັງ ຄົມ ຂອງຊາດກໍຄືຂອງທ້ອງຖິ່ນ ໂດຍສະເພາະແມ່ນເມືອງທ່າແຕງ ແຂວງເຊກອງ ເປັນຕົ້ນແມ່ນໄດ້ນໍາ ເອົາຊ່ຽວຊານແພດຈາກສສຫວຽດ ນາມ ມາກວດພະຍາດໃຫ້ປະຊາຊົນ ເມືອງທ່າແຕງ ແລະ ເທສະບານ ແຂວງເຊກອງ ໂດຍບໍ່ໄດ້ເສຍຄ່າ ແລະ ແຈກຢາຍຢາປົວພະຍາດ, ເຂົ້າສານອາຫານແຫ້ງ, ເງິນສົດຈໍາ ນວນໜຶ່ງ ໃຫ້ປະຊາຊົນທີ່ມາກວດ ພະຍາດອີກດ້ວຍ. ນອກຈາກນີ້ ຍັງໄດ້ປະກອບສ່ວນໄຟເຍືອງທາງ (ໂຊລາເຊວ) ໃຫ້ເມືອງທ່າແຕງ ຈໍານວນ 86 ລ້ານກີບ, ຊ່ວຍອຸປະ ກອນການຮຽນໃຫ້ແກ່ນັກຮຽນ ທີ່ດ້ອຍໂອກາດພາຍໃນເມືອງທ່າ ແຕງ ຈໍານວນ 226 ຄົນ, ລວມເປັນ ເງິນ 33 ລ້ານກີບ, ຊ່ວຍປູຫີນທາງ ເວັ້ນເຂົ້າໂຮງໝໍເມືອງທ່າແຕງ 5 ລົດ, ຊ່ວຍປະກອບສ່ວນຊື້ເຂົ້າສານ, ຖ້ວຍ, ບ່ວງ ໃຫ້ໂຮງຮຽນຊົນເຜົ່າ ແຂວງຊກອງ ເປັນເງິນ 80 ລ້ານ ກີບ ແລະ ເງິນສົດ 9 ລ້ານກວ່າກີບ, ຊ່ວຍປ້າຍໂຄສະນາ ຂອງເມືອງທ່າ ແແຕງ ຈໍານວນ 5 ປ້າຍ ເປັນເງິນ 5 ລ້ານກີບ. ກວ່າ 15 ໂດລາ, ກາກມັນ 1.805 ໂຕນ ຄິດເປັນມູນຄ່າ 99.200 ໂດລາ ຊຶ່ງໄລຍະຜ່ານມາໂຮງງານ ຂອງພວກເຮົາ ມີການຊຸກຍູ້ປະຊາ ຊົນປູກມັນໃຫ້ຖືກວິທີ, ບຳລຸງປັບປຸງ ດິນຢ່າງສະໝໍ່າສະເໝີ. ຂະນະດຽວ ກັນກໍໄດ້ສະໜອງແນວພັນຈໍານວນ ໜຶ່ງ ໃຫ້ປະຊາຊົນທົ່ວແຂວງເຊ ກອງໄປປູກ ແລະ ສົ່ງຂາຍໃຫ້ແຕ່ບໍ່ ສາມາດເກັບຊື້ຄືນໄດ້ ເພາະປະຊາ ຊົນເຮັດມັນຕົ້ນແຫ້ງສຳລັບໂຮງ ງານແມ່ນເກັບຊື້ມັນຕົ້ນດິບເພື່ອຜະ ລິດເປັນແປ້ງ ສຳລັບການເກັບຊື້ ແມ່ນເກັບຊື້ກັບທີ່ໂຮງງານລາຄາ ສູງສຸດ 2 ລ້ານກີບ/ໂຕນ, ຕໍ່າສຸດ ໂດຍ : ເກີດຂວັນໃຈ ມາລີຈັນສີ ບ້ານດອນເຜິ້ງຄໍາ, ເມືອງຕົ້ນ ເຜິ້ງແຂວງບໍ່ແກ້ວ ອາດກາຍເປັນ ສະຖານທີ່ທ່ອງທ່ຽວຍອດນິຍົມອັນ ລືຊື່ດ້ານບູຮານກັບການຄົ້ນພົບພະ ພຸດທະຮູບເກົ່າແກ່ຫລາຍກວ່າ 200 ອົງໃຕ້ບາດານທີ່ຖືກດິນຊາຍທັບ ຖົມຫລາຍກວ່າ 500 ປີ ທີ່ມີຮ່ອງ ຮອຍປະຫວັດສາດ ທີ່ຈະມີຄໍາຕອບ ໃນເວລາອັນໃກ້ນີ້ ຂະນະທີ່ສະຖານ ທີ່ຄົ້ນພົບວັດຖຸບູຮານແຫ່ງນີ້ ຫ່າງ ໄກຈາກເຂດພັດທະນາເສດຖະກິດ ພິເສດທີ່ມີຈຸດຊາຍແດນເຊື່ອມຈອດ ເຊື່ອມຕໍ່ກັນລະຫວ່າງ ສປປ ລາວ, ໄທ ແລະ ມຽນມາ ບໍ່ເຖິງ 5 ກິໂລ ແມັດ ເຊິ່ງຈະຊ່ວຍຍົກລະດັບ ອຸດສາ ຫະກໍາທ່ອງທ່ຽວແຂວງບໍ່ແກ້ວ ມີ ຄວາມຄຶກຄັກ ແລະ ມີຊີວິດຊີວາຂຶ້ນ ກວ່າເກົ່າ. ດັ່ງທີ່ຮູ້ນໍາກັນ ອໍານາດປົກຄອງ ແຂວງແລະພະແນກຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ບໍ່ແກ້ວ ໄດ້ໃຫ້ຮູ້ເມື່ອອາທິດຜ່ານມາ ນີ້ວ່າຄະນະສະເພາະກິດຂຸດຄົ້ນ ແລະ ກອບກູ້ວັດຖຸບູຮານໄດ້ຢຸດຕິພາລະ ກິດຂຸດຄົ້ນຊົ່ວຄາວເພື່ອຕ້ອນຮັບ ບຸນປີໃໝ່ລາວ ໃນນັ້ນ ການປະຕິບັດ ງານທີ່ພົ້ນເດັ່ນຕະຫລອດຫລາຍ ເດືອນສາມາດຊອກຫາ ແລະ ກອບ ກູ້ເອົາວັດຖຸບູຮານໄດ້ 200 ກວ່າ ອົງ ແລະ ມີວັດຖຸບູອື່ນໆຍັງບໍ່ທັນໄດ້ ພິສູດລາຍລະອຽດ. ຕາມຂໍ້ມູນເບື້ອງຕົ້ນໄດ້ມີການ ບອກເລົ່າວ່າປະຫວັດສາດທີ່ຈະ ຮູ້ແຈ້ງນັ້ນຄວນອາໄສເວລາການ ຄົ້ນຄວ້າຢູ່ລະຫວ່າງເຂດບ້ານແດນ ເມືອງແລະບ້ານດອນເຜິ້ງຄໍາທີ່ເຊື່ອ ວ່າເປັນເມືອງເກົ່າສຸວັນນະໂຄມຄຳ ສວນວ່າພະພຸດທະຮູບທີ່ຄົ້ນພົບໃໝ່ ທັງຫລາຍກໍຕອ້ງອາໄສຫລັກວິຊາ ການສິລະປະແລະບູຮານຄະດີຢ່າງ ລະອຽດ. ນາງ °້າຍ ຜູ້ປະກອບການທຸລະ ກິດໂຮງແຮມ ໃນເມືອງຫ້ວຍຊາຍ ແຂວງບໍ່ແກ້ວບອກວ່າ: ພາຍຫລັງມີ ຂ່າວການຄົ້ນພົບພະພຸດທະຮູບໃນ ແຂວງຂອງພວກເຮົາ ເຮັດໃຫ້ນັກ ທ່ອງທ່ຽວຈາກ°ັ່ງໄທ ເລີ່ມເຂົ້າມາ ໃຫ້ຄວາມສົນໃຈໄປທ່ອງທ່ຽວ ແລະ ໄປກາບໄຫວ້ໃນເຂດດັ່ງກ່າວຫລາຍ ຂຶ້ນນັບມື້ ແລະ ຄິດວ່າໃນອະນາຄົດ ອັນໃກ້ນີ້ນັກທ່ອງທ່ຽວຈະບໍ່ພຽງ ເຂົ້າມາເຂດພັດທະນາເສດຖະກິດ ພິເສດເທົ່ານັ້ນຫາກຍັງເຂົ້າໄປທ່ຽວ ເຂດດອນເຜິ້ງຫລາຍຂຶ້ນ ເຊິ່ງນັ້ນ ຈະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມ, ສ້າງວຽກ ເຮັດງານທໍາ ແລະ ສ້າງລາຍໄດ້ໃຫ້ ປະຊາຊົນພາຍໃນແຂວງບໍ່ແກ້ວ ຂຶ້ນ ຕື່ມ. ຫລ້າສຸດ ທ່ານ ພັນໂທບຸນສິດ ພົມນິຍົມ ຫົວໜ້າດ່ານສາກົນສາມ ຫລ່ຽມຄຳ ເມືອງຕົ້ນ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນເດືອນມິນາ 2024 ນີ້, ມີນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າ-ອອກເມືອງຜ່ານດ່ານສາ ກົນສາມຫລ່ຽມຄຳ ເຂດເສດຖະກິດ ພິເສດສາມຫລ່ຽມຄຳ ມີຈໍານວນ 83.000 ກວ່າຄົນ ໃນນັ້ນມີ ຍິງ 37.568 ຄົນ, ເດັກນ້ອຍ 1.883 ຄົນ, ລວມມີ 95 ສັນຊາດ. ຖ້າທຽບ ໃສ່ ໄລຍະດຽວກັນຂອງ ປີ 2023, ແມ່ນມີນັກທ່ອງທ່ຽວເພີ່ມຂຶ້ນ ເຖິງ 1,84% ສາເຫດທີ່ພາໃຫ້ມີນັກ ທ່ອງທ່ຽວເພີ່ມຂຶ້ນ ກໍ່ຍ້ອນ ສປປ ລາວ ເຮົາ ໄດ້ເປີດປີທ່ອງທ່ຽວລາວ ປີ 2024 ຢ່າງເປັນທາງການ, ຈຶ່ງ ສ້າງເງື່ອນໄຂອຳນວຍຄວາມສະ ດວກໃຫ້ແກ່ນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດໄດ້ເຂົ້າມາ ທ່ອງທ່ຽວ ສປປປ ລາວ ຫລາຍຂຶ້ນ ໂດຍສະເພາະແມ່ນນັກທ່ອງທ່ຽວ ມີຄວາມສົນໃຈມາທ່ຽວຊົມແຫລ່ງ ທ່ອງທ່ຽວທໍາມະຊາດ, ປະຫວັດ ສາດ, ວັດທະນະທໍາ, ການພັດທະ ນາດານພື້ນຖານໂຄງລ່າງ ແລະ ສະຖານທີ່ທ່ອງທ່ຽວສໍາຄັນອື່ນໆ ພາຍໃນແຂວງພວກເຮົາ. ນອກຈາກ ນັ້ນຄືແຂວງຂອງພວກເຮົາ ຍັງມີ ປະຫວັດສາດອັນລືຊື່ດ້ານວັດຖຸບູ ຮານທີ່ກ່ຽວຂ້ອງເມືອງເກົ່າແກ່ ແລະ ຄົ້ນພົບວັດຖຸບູຮານຫລາຍ ຢ່າງທີ່ໜ້າສົນໃຈ ອັນເຮັດໃຫ້ນັກ ທ່ອງທ່ຽວຍ່ິງມີຄວາມສົນໃຈເພີ່ມ ຂຶ້ນ. ປັດຈຸບັນແຂວງຂອງພວກເຮົາ ກໍມີພື້ນຖານໂຄງລ່າງສະດວກສະ ບາຍສາມາດເຊື່ອມໂຍງເຊື່ອມ ຈອດກັບພາກພື້ນ ແລະ ສາກົນ ໂດຍ ຜ່ານ ເສັ້ນທາງລົດໄຟລາວ-ຈີນ, ສະໜາມບິນແຫ່ງໃໝ່ໃນເຂດສາມ ຫລ່ຽມຄໍາ ແລະ ມີຂົວມິດຕະພາບ ຂ້າມແມ່ນໍ້າຂອງລະຫວ່າງລາວໄທ ເຊິ່ງຈະເຮັດໃຫ້ນັກທ່ອງທ່ຽວ ເດີນທາງໄປມາສະດວກສະບາຍ ແລະ ປອດໄພສູງ.

RkJQdWJsaXNoZXIy MTc3MTYxMQ==