-k;|5j ,]k; c,j ode]a 'cI'.ork]tdy f lh k'lkra fmtokxtgmf-kf xtgmf]k; 3 09/04/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me (ເນື່ອງໃນໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ 14/04/1955-14/04/2024) ໂດຍ: ຄ້ອງໃໝ່ ົດສະເໜີ ຊາວໜຸ່ມລາວຜູ້ທີ່ກຳລັງວັງຊາເຂັ້ມ ແຂງ, ມີສະຕິປັນຍາອັນແຫລມຄົມ ແລະ ເປັນກຳລັງແຮງຂອງພັກ, ຂອງຊາດ ຍິ່ງຕ້ອງໄດ້ເພີ່ມທະວີ ຄວາມຮັບຜິດຊອບຂອງຕົນເຂົ້າ ໃນທຸກຂົງເຂດວຽກງານທີ່ໄດ້ຮັບ ມອບໝາຍໃຫ້ມີຜົນສຳເລັດຢ່າງ ຕັ້ງໜ້າ ໃຫ້ສົມກັບວ່າ ຊາວໜຸ່ມເປັນ ຜູ້ສືບທອດທີ່ຈົ່ງຮັກພັກດີຂອງປະ ເທດຊາດ. ແນວໃດກໍດີ ເພື່ອເຮັດ ສຳເລັດໜ້າທີ່ອັນມີກຽດສະຫງ່າ ນັ້ນ ຄະນະບໍລິຫານງານຊາວໜຸ່ມ ທຸກຂັ້ນ, ສະມາຊິກຊາວໜຸ່ມທຸກສະ ຫາຍ ຕ້ອງເອົາໃຈໃສ່ສຸດຂີດໃນ ການປົກປັກຮັກສາໝາກຜົນຂອງ ການປະຕິວັດ, ສືບທອດມູນເຊື້ອ ອັນດີງາມຂອງຊາດແລະຂອງຊາວ ໜຸ່ມ; ຕັ້ງໜ້າສຶກສາອົບຮົມພະນັກ ງານຊາວໜຸ່ມ, ສະມາຊິກຊາວໜຸ່ມ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີນ້ຳໃຈຮັກຊາດ; ເປັນເຈົ້າການໃນ ການເຕົ້າໂຮມຄວາມສາມັກຄີ, ປຸກ ລະດົມຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ; ພ້ອມນີ້ຄະ ນະພັກ, ອົງການປົກຄອງ, ອົງການ ແນວລາວສ້າງຊາດ ແລະ ອົງການ ຈັດຕັ້ງມະຫາຊົນທຸກຂັ້ນ ຕ້ອງສືບ ຕໍ່ເພີ່ມທະວີໃນການສຶກສາອົບຮົມ, ບຳລຸງສ້າງແລະສ້າງເງື່ອນໄຂເອື້ອ ອຳນວຍໃນການເຄື່ອນໄຫວພັດ ທະນາ ແລະ ປົກປ້ອງສິດຜົນປະ ໂຫຍດອັນ ຊອບທຳຂອງ ຊາວໜຸ່ມເຍົາວະຊົນລາວບັນດາເຜົ່າ; ຄະນະ ຊາວໜຸ່ມປະຊາຊົນປະຕິວັດລາວ ແຕ່ລະຂັ້ນ ຕ້ອງເອົາໃຈໃສ່ປັບປຸງ ການຈັດຕັ້ງຂອງຕົນໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງທາງ ດ້ານປະ ລິມານ ແລະ ຄຸນນະພາບ, ຂະຫຍາຍ ສະມາຊິກໃຫ້ກ້ວາງຂວາງ; ຍົກສູງ ຄວາມຮູ້ຄວາມສາມາດ, ຫົວຄິດ ປະດິດສ້າງທາງດ້ານວິທະຍາ ສາດ-ເຕັກໂນໂລຊີ, *$5, ປົກປ້ອງ ສິດຜົນປະໂຫຍດອັນຊອບທຳ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ ທໍ້ຂອງຊາວໜຸ່ມ-ເຍົາວະຊົນ; ອອກ ແຮງແຂ່ງຂັນສ້າງຂະບວນການ ຂອງຊາວໜຸ່ມ-ເຍົາວະຊົນ ໃຫ້ມີ ຄວາມຟົດຟື້ນ, ຫ້າວຫັນ, ມີເນື້ອໃນ ຕິດພັນກັບການສຶກສາອົບຮົມ ໂດຍ ການສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງ ຂັນຮັກຊາດ-ພັດທະນາ, ວຽກງານ ພັກປະຊາຊົນ ປະຕິວັດລາວ ໄດ້ຂະໜານນາມຊາວໜຸ່ມວ່າ: ເປັນ ແຂນຂວາຂອງພັກ, ເປັນກະດູກສັນ ຫລັງຂອງ ປະເທດຊາດ, ເປັນຜູ້ສືບ ທອດທີ່ຈົ່ງຮັກພັກດີຂອງປະເທດ ຊາດ, ມູນເຊື້ອ ແລະ ວິລະກໍາຂອງ ຊາດໄດ້ຮັບການຜັນຂະຫຍາຍເປັນ ການກະທໍາປະຕິວັດຂອງຊາວໜຸ່ມ ຊຶ່ງສາມາດຕອບສະໜອງໄດ້ຄວາມ ຮຽກຮ້ອງຕ້ອງການຂອງພັກ, ຂອງ ປະເທດຊາດ ແລະ ເຮັດສໍາເລັດພາ ລະກໍາຂອງຕົນ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ໃຫ້ກ້າວເດີນຕາມເສັ້ນທາງ ສັງຄົມນິຍົມ. ຕະຫລອດໄລຍະ 69 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ ຂະຫຍາຍຕົວ, ຊາວໜຸ່ມປະຊາຊົນ ປະຕິວັດລາວ ມີບົດບາດສໍາຄັນໃນ ທຸກພາລະກິດຂອງຊາດ ແລະ ມີບົດ ບາດໃນການຕັດສິນທຸກໄຊຊະນະ ຂອງການປະຕິວັດຊາດ ດ້ວຍມູນ ເຊື້ອນໍ້າໃຈຮັກເຊື້ອແພງຊາດອັນ ດູດດື່ມ ມີວັດທະນະທໍາອັນດີງາມ ແລະ ມີຄວາມເສຍສະຫລະອັນສູງ ສົ່ງໃນການປະກອບສ່ວນໃນພາລະ ກໍາປະຫວັດສາດ ແລະ ເຮັດສໍາເລັດ ໜ້າທີ່ຂອງການປະຕິວັດ ປະຊາທິ ປະໄຕ. ໃນສະພາບປັດຈຸບັນທີ່ມີຄວາມ ຫຍຸ້ງຍາກ ທັງທາງດ້ານເສດຖະ ກິດ, ສັງຄົມ, ການລະບາດຂອງເຊື້ອ ພະຍາດ ຫລື ໄພທາງທຳມະຊາດ ຕ່າງໆໄດ້ກະທົບໂດຍກົງຕໍ່ການສ້າງ ສາພັດທະນາປະເທດຊາດ ສະນັ້ນ 3ສ້າງຂອງພັກ, ດ້ວຍຂະບວນການ ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ຂອງເຍົາວະຊົນ ທັນວາ ຕິດພັນກັບຄໍາຂວັນທີ່ວ່າ “ບ່ອນໃດ ຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວ ໜຸ່ມມີໜ້າ ເມື່ອໃດຊາດຕ້ອງການ ຊາວໜຸ່ມຂານອາສາ”; ໃນຍຸກແຫ່ງຂໍ້ ມູນຂ່າວສານ, ຍຸກແຫ່ງການເຊື່ອມ ໂຍງທີ່ມີທັງສິ່ງທີ່ເປັນກາລະໂອ ກາດ ແລະ ມີສິ່ງທ້າທາຍຫລາຍປະ ການ,ຊາວໜຸ່ມໃນຍຸກນີ້ຕ້ອງປູກຈິດ ສຳນຶກໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າ ໃຈຢ່າງຖືກຕ້ອງໃນການບໍລິໂພດຂໍ້ ມູນຂ່າວສານ ຄຽງຄູ່ເພີ່ມທະວີການ ພົວພັນຮ່ວມມືກັບຊາວໜຸ່ມບັນດາ ປະເທດເພື່ອນມິດຍຸດທະສາດ, ບັນ ດາປະເທດໃນພາກພື້ນແລະສາກົນ, ອົງການຈັດຕັ້ງສາກົນແລະອົງການ ຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ເພື່ອ ຍາດແຍ່ງເອົາການສະໜັບສະໜູນ ແລະ ການຊ່ວຍເຫລືອ ເປັນຕົ້ນ: ບົດ ຮຽນ, ເຕັກນິກ-ວິທະຍາສາດ, ທຶນ ຮອນ, ວັດຖຸ-ອຸປະກອນ ເພື່ອມາພັດ ທະນາປະເທດຊາດ ກໍ່ຄືຊາວໜຸ່ມເຍົາວະຊົນລາວໃຫ້ເຂັ້ມແຂງໄປສູ່ ຄຸນນະພາບໃໝ່. ທັງໝົດນັ້ນແມ່ນຄາດໝາຍສູ້ ຊົນລວມຂອງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ທີ່ຕ້ອງໄດ້ພ້ອມກັນສູ້ ຊົນຈັດຕັ້ງປະຕິບັດໃຫ້ລຸຜົນ ໄປຄຽງ ຄູ່ກັບການ°ຶກ°ົນຫລໍ່ຫລອມຕົນ ເອງໃນທຸກຂົງເຂດວຽກງານ ເພື່ອ ໃຫ້ກາຍເປັນຜູ້ສືບທອດພາລະກິດ ປະຕິວັດຂອງຊາດ ທີ່ມີຄຸນນະພາບ ປະກອບສ່ວນນຳພາປະເທດຊາດ ກ້າວສູ່ຈຸດໝາຍທີ່ ພັກ-ລັດ ວາງໄວ້ ຢ່າງສະຫງ່າອົງອາດສົມກັບສາຍາ ນາມ“ຊາວໜຸ່ມເປັນແຂນຂວາຂອງ ພັກ, ເປັນກະດູກສັນຫລັງຂອງປະ ເທດຊາດ, ເປັນຜູ້ສືບທອດທີ່ຈົ່ງຮັກ ພັກດີຂອງປະເທດຊາດ” ຈະເຮັດ ໄດ້ແນວນັ້ນ ຊາວໜຸ່ມ ຕ້ອງມີຄວາມ ຈົ່ງຮັກພັກດີຕໍ່ພັກຕໍ່ຊາດ ແລະ ປະ ຊາຊົນ, ຕ້ອງມີຄວາມເຂັ້ມແຂງປະ ຈັນບານ, ຕ້ອງຮັກເຊື້ອແພງຊາດ, ຕ້ອງມີວິໃສທັດກວ້າງໄກ. ທະໜ້າທີ່ວຽກງານຕິດພັນການຮັບ ໃຊ້-ບໍລິການສັງຄົມ, ກໍ່ແນ່ນອນວ່າ ຈະຍັງປະຕິບັດໜ້າທີ່ປົກກະຕິ ຕາມ ການແບ່ງປັນປະຈໍາການທັງກໍາລັງ ປກຊ-ປກສ, ແພດໝໍ, ນັກຂ່າວສື່ ມວນຊົນ, ພະນັກງານທະນາຄານ ແລະ ອື່ນໆ. ປີນີ້ຄືທຸກປີ, ອໍານາດປົກຄອງ ແຂວງຕ່າງໆ ແລະ ນະຄອນຫລວງ ວຽງຈັນ ກໍ່ໄດ້ມີຄໍາສັ່ງ-ແຈ້ງການ ໃຫ້ປະຊາຊົນໃນຂອບ ເຂດຂອງຕົນ ສະຫລອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ດໍາເນີນດ້ວຍ ບັນຍາກາດອັນເບີກບານມ່ວນຊື່ນ ຮັບປະກັນຄວາມມ່ວນຊື່ນເລີກບານ ຕາມມູນເຊື້ອວັດທະນະທໍາອັນດີ ງາມ, ມີຄວາມສະຫງົບປອດໄພ ຮອບດ້ານ, ສະກັດກັ້ນທຸກປາກົດ ການຫຍໍ້ທໍ້... ຕິດພັນກັບຄໍາສັ່ງການສະຫລອງ ປີໃໝ່, ບົດນີ້ຂໍນໍາເອົາບາງເນື້ອໃນ ທີ່ເຫັນວ່າສໍາຄັນບໍ່ໜ້ອຍກວ່າບັນ ຫາອື່ນໆ ເຊິ່ງຕິດພັນກັບຄວາມສະ ຫງົບທົ່ວສັງຄົມເຊັ່ນດຽວກັນນັ້ນ ແມ່ນ ຂໍ້ຫ້າມໃນຄໍາສັ່ງຂອງນະ ຄອນຫລວງວຽງຈັນ, ເລກທີ 01/ ຈນວ, ລົງວັນທີ 25 ມີນາ 2024 ວ່າດ້ວຍການຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ໃນ ໄລຍະການສະຫລອງບຸນປີໃໝ່ລາວ ພ.ສ 2567...“ຫ້າມບຸກຄົນ, ນິຕິ ບຸກຄົນ ກໍ່ຄືຮ້ານຄ້າ, ຕະຫລາດກັກ ຕຸນສິນຄ້າ, ສວຍໂອກາດຂຶ້ນລາຄາ ສິນຄ້າ, ຈໍາໜ່າຍສິນຄ້າ ບໍ່ໄດ້ມາດ ຕະຖານ, ເສື່ອມຄຸນນະພາບຫລືໝົດ ອາຍຸເປັນການເອົາປຽບ ຫລື ເປັນ ອັນຕະລາຍຕໍ່ຜູ້ບໍລິໂພກ”. ບັນຫານີ້ແມ່ນສໍາຄັນ ເພາະມັນ ຕິດພັນການໃຊ້ຈ່າຍ ເພື່ອບໍລິໂພກ ໃນໄລຍະບຸນປີໃໝ່ ຖືເປັນສິ່ງຈໍາ ເປັນທີ່ທຸກຄອບຄົວຫົວເຮືອນຈໍາ ເປັນຕ້ອງສະຫລອງບໍ່ຫລາຍກໍ່ ໜ້ອຍ ເພື່ອໃຫ້ໄດ້ຮີດຄອງ, ເປັນ ການເຕົ້າໂຮມຄວາມສາມັກຄີໃນ ວົງຕະກຸນຍາດຕິວົງ ແລະ ໝູ່ເພື່ອນ ຮັກແພງ ໃນຮອບໜຶ່ງປີ. ຊີ້ນປາອາ ຫານຄາວ-ຫວານ...ທຸກມື້ນີ້ ໂດຍ ລວມແມ່ນຊື້ເອົາ, ແຕ່ກໍ່ບໍ່ປາສະ ຈາກໄດ້ວ່າຍັງມີຫລາຍທ້ອງຖິ່ນອາ ໄສການຊອກຫາຈາກທໍາ ມະຊາດ, ແຕ່ບາງອັນທໍາມະຊາດກໍ່ບໍ່ຕອບ ສະໜອງໄດ້ກໍ່ຕ້ອງຊື້. ເມື່ອເປັນ ແນວນັ້ນ ຖ້າສະພາບສິນຄ້າ ແລະ ຄ່າບໍລິການຕ່າງໆ ຂຶ້ນລາຄາໂດຍ ການສວຍໂອກາດຂອງບຸກຄົນ, ນິຕິ ບຸກຄົນແມ່ນຜິດຕໍ່ລະບຽບກົດໝາຍ. ຈິດໃຈເຮັດບຸນແຕ່ເດີມດາ ກໍ່ແມ່ນ ການຮັກສາຮີດຄອງປະເພນີອັນ ltda fdA odkol;p3vdkf ໃກ້ຮອດປີໃໝ່ລາວ, ອາທິດ ນີ້ຈະມີຫລາຍສໍານັກງານອົງການ ຕະຫລອດຮອດຄອບຄົວຫົວເຮືອນ ມີແຜນຈັດສົ່ງທ້າຍປີເກົ່າຕ້ອນຮັບປີ ໃໝ່ ເພື່ອວ່າໄລຍະປີໃໝ່ ເອົາເວລາ ໄປທ່ອງທ່ຽວ ສົ່ງເສີມປີທ່ອງທ່ຽວ ລາວ ໃຫ້ຄຶກຄື້ນມ່ວນຊື່ນ ພາຍໃຕ້ ຄໍາຂວັນ ທ່ອງທ່ຽວປອດໄພ ຊື່ນ ໃຈວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ. ໄລຍະມີປາງບຸນ ໃຫຍ່ ມີການສະເຫລີມສະຫລອງ ຕ່າງໆ ພາກລັດ ກໍ່ຄືສັງຄົມມີຄວາມ ດີງາມ ແລະ ຄວາມສາມັກຄີພາຍ ໃນທີ່ເປັນປຶກແຜ່ນ, ສະນັ້ນ ກໍ່ຄວນ ໃຊ້ເວລານີ້ເຮັດໃຫ້ໄດ້ບຸນກຸສົນ ແລະ ປາລະມີ ໂດຍບໍ່ມີການສວຍໂອ ກາດເອົາປຽບກັນ ເພື່ອການມ່ວນ ຊື່ນແລະ ສະຫງົບເປັນລະບຽບຮຽບ ຮ້ອຍດີທົ່ວສັງຄົມ. ປະມວນກົດໝາຍອາຍາ ມາດ ຕາ 277 ການສວຍໂອກາດຂຶ້ນລາ ຄາສິນຄ້າ ແລະ ຄ່າບໍລິການ: ບຸກ ຄົນໃດຫາກໄດ້ສວຍໂອກາດຂຶ້ນລາ ຄາສິນຄ້າ, ຄ່າບໍລິການຫລື ໄດ້ຂາຍ ສິນຄ້າແພງເກີນຂອບເຂດໃນເວລາ ເກີດໄພແຫ້ງແລ້ງ, ໄພນໍ້າຖ້ວມ ຫລື ໃນເວລາທີ່ມີສະພາບຫຍຸ້ງຍາກ ເກີດຂຶ້ນໃນທ້ອງຖິ່ນໃດໜຶ່ງ ຈະຖືກ ລົງໂທດຕັດອິດສະລະພາບ ແຕ່ ຫົກ ເດືອນ ຫາ ສອງປີ ແລະ ຈະຖືກປັບ ໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ. ມາດຕາ 178 ການກັກຕຸນສິນຄ້າ: ບຸກຄົນໃດ ຫາກໄດ້ກັກຕຸນ, ຊຸກເຊື່ອງສິນຄ້າ ໄວ້ໃນວິສາຫະກິດ, ບໍລິສັດ, ຫ້າງ ຮ້ານຂອງຕົນ ຫລື ຢູ່ບ່ອນອື່ນ ເພື່ອ ສ້າງຄວາມປັ່ນປ່ວນທາງດ້ານເສດ ຖະກິດ ແລະ ຊີວິດການເປັນຢູ່ຂອງ ປະຊາຊົນ ຈະຖືກລົງໂທດຕັດອິດ ສະ ລະພາບ ແຕ່ ໜຶ່ງປີ ຫາ ສີ່ປີ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 50.000.000 ກີບ. ມາດຕາ 280 ການປອມແປງ ຕາຊິງ ຫລື ການວັດແທກ: ບຸກຄົນ ໃດຫາກໄດ້ປອມແປງຕາຊິງ ຫລື ການວັດແທກ ເພື່ອລັກໂລບການ ຊັ່ງ, ການຜອງ, ການວັດແທກ ໃນ ເວລາຊື້-ຂາຍ, ແລກປ່ຽນ ຫລື ໃຊ້ ຊິງ, ເຄື່ອງຜອງ, ເຄື່ອງວັດແທກທີ່ ດັດແປງ ຫລື ທີ່ບໍ່ໄດ້ມາດຕະຖານ ເພື່ອລັກໂລບເອົາສິນຄ້າ ຫລື ເງິນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສອງປີ ແລະ ຈະ ຖືກປັບໃໝ ແຕ່ 5.000.000 ກີບ ຫາ 10.000.000 ກີບ. ຂໍໃຫ້ຕີຖອຍແນວຄິດ ສວຍໂອ ກາດຕ່າງ, ທັງການເອົາປຽບຜູ້ບໍລິ ໂພກ ໃນໄລຍະສະຫລອງສົ່ງທ້າຍ ປີເກົ່າ-ຕ້ອນຮັບປີ ໃໝ່ລາວ. ເປັນຫູ ເປັນຕາຊ່ວຍກັນ ເພື່ອເຮັດໜ້າທີ່ຕິດ ຕາມກວດກາຢ່າງສົມເຫດສົມຜົນ. ເປັນຫ່ວງເລື່ອງລາຄາສິນຄ້າ ແລະ ຄ່າບໍລິການ. ສະນັ້ນ ແຕ່ລະບັ້ນແຕ່ ລະໄລຍະບຸນ ພາກລັດເຮົາຈຶ່ງ ເອົາ ໃຈໃສ່ເປັນພິເສດ, ໄດ້ອອກແຈ້ງ ການ, ຄໍາສັ່ງ...ປະກາດແຕ່ຫົວທີ ບໍ່ໃຫ້ມີການສວຍໂອກາດເອົາປຽບ ຜູ້ບໍລິໂພກ . ການສະຫລອງບຸນປີໃໝ່ລາວ ປີນີ້ ຈະເລີ່ມແຕ່ວັນທີ 13 ຮອດ 16 ເມສາ 2024 ແລະ ວັນທີ 17-18 ເມສາ 2024 ເປັນມື້ຊົດເຊີຍ. ສໍາລັບ ພະນັກງານ-ລັດຖະກອນ ທີ່ອາດຈະ ບໍ່ມີໜ້າທີ່ຕິດພັນກັບການບໍລິການ ສັງຄົມ, ຈະໄດ້ພັກຫລາຍວັນຕໍ່ກັນ, ມີເງື່ອນໄຂໄປທ່ຽວຕ່າງແຂວງ ເປັນ ການເສີມບັນຍາກາດປີທ່ອງທ່ຽວ ລາວ ໃຫ້ຟົດຟື້ນ. ແຕ່ສໍາລັບຜູ້ທີ່ມີພັນ ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==