5833

dt-;' 4;m lts]5 [ ;Pd'kod;fdkxu 2023 dv'xt-5 ,xb dlksk]n mk'fh kodkog,n v' ]ts;j k' lv'dt-;'dko8j k'xtgmf ]k;{g[]ki5 f-u 7A 'mu 3 vvxl pq dl6 '[q f[kf dko;y w9vk-tpkde1kgl[8y f ;j kdkog9Q kg,n v'xkd]kp -U c9'dj P;da [ 3I''kozt]y fcxh ',a o8Q oxj vpoEgxN vo c0;'9exkla d gvq k.9.lj 8y f8k,{g/Q k]t;a ' c]t xh v'da odko]t[kf0v'rtpkfla f xtdkfc8j '8A 'Iv']a f4t,q o8u dt-;' 4;m 7q o.\j lts]v';a olh k'8A 'lkprq ;ra odkom6 f ]k;{g[]ki5 f-u 7q [Iv[ 30 xu gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ18.03.2024 ປີທີ 23 ສະບັບທີ 5.893 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 7 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf okpq d]a f4t,q o8u 8h voIa [7totz6 h cmo dv'xt-5 ,38t,q oxt9exu 2023  ອ່ານຕໍ່ໜ້າ 2 ຂປລ. ກອງປະຊຸມປຶກສາຫາລື ທາງດ້ານການເມືອງລະຫວ່າງສອງ ກະຊວງການຕ່າງປະເທດ ລາວເບລາ ຣຸດຊີ ຄັ້ງທີ 3 ຈັດຂຶ້ນໃນວັນ ທີ 14 ມີນາ 2024 ທີ່ກະຊວງການ ຕ່າງປະເທດ ໂດຍການເປັນປະທານ ຮ່ວມລະຫວ່າງ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເຢັບເກນີເຊດຕາ ສະກົບ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສ ເບລາຣຸດ ຊີ ໃນໂອກາດທີ່ທ່ານ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 12-15 ມີນາ ຂປລ. ອົງການໄອຍະການປະຊາ ຊົນສູງສຸດ(ອອປສ) ຈັດຝຶກອົບ ຮົມວຽກງານການສ້າງເອກະສານ ທາງການໃຫ້ແກ່ພະນັກງານ ພາຍ ໃນ ອອປສ ໃນວັນທີ 14-15 ມີນາ 2024 ໂດຍການເປັນປະທານຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວ ໜ້າອົງການໄອຍະການປະຊາຊົນ ສູງສຸດ, ມີສໍາມະນາກອນຈາກຫ້ອງ ການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການອົງ ການໄອຍະກ ານປະຊາຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກ ກາງ, ນະຄອນຫລວງວຽງຈັນ ແລະ ຂປລ. ໃນວັນທີ 15 ມີນາ 2024 ນີ້, ກະຊວງຖະແຫລງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ ຈັດກອງປະຊຸມ ເພື່ອສະຫລຸບການ ຂປລ. ກອງປະຊຸມເຊື່ອມຊຶມ ກ່ຽວກັບການວິໄຈອາຊະຍາກຳຢາ ເສບຕິດ ຂອງອົງການໄອຍະການ ປະຊາຊົນ ໃນຂອບເຂດທົ່ວປະເທດ (ດ້ວຍລະບົບກອງປະຊຸມທາງໄກ) ຈັດຂຶ້ນໃນວັນທີ 14 ມີນາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວ ໜ້າອົງການໄອຍະການປະຊາຊົນ ສູງສຸດ (ອອປສ) ເພື່ອຍົກສູງພາລະ ບົດບາດຂອງອົງການໄອຍະການ ປະຊາຊົນ ໃນການຈັດຕັ້ງປະຕິບັດ ຕາມຄໍາແນະນໍາຂອງທ່ານຫົວໜ້າ ອົງການໄອຍະການປະຊາຊົນສູງ ສຸດ ວ່າດ້ວຍການວິໄຈອາຊະຍາກໍາ ຂອງອົງການໄອຍ ະການປະຊາຊົນ ຂປລ. ພິທີປະກາດແຕ່ງຕັ້ງພະ ນັກງານຂັ້ນສູງຂອງກະຊວງຖະ ຂປລ. ຈາກກໍລະນີທີ່ມີສື່ສັງ ຄົມອອນລາຍເຜີຍແຜ່ຂ່າວໃນວັນທີ 14 ມີນາ 2024 ຜ່ານມາວ່າ: ມີ ປະຊາຊົນລາຍງານໂຮງງານຜະ ລິດແປ້ງມັນຕົ້ນແຫ່ງໜຶ່ງ ທີ່ບ້ານ ນ້ຳຊົ້ງ ເມືອງປາກລາຍ ແຂວງໄຊ ຍະບູລີປ່ອຍນໍ້າເປື້ອນອອກຈາກໂຮງ ງານລົງສູ່ແມ່ນ້ຳຂອງ ເຮັດໃຫ້ມີກິ່ນ ເໝັນ, ນ້ຳຂຸນ ແລະ ນ້ຳຜິດປົກກະຕິ ຈາກເມື່ອກ່ອນ. ຕໍ່ຂ່າວດັ່ງກ່າວ, ທ່ານບຸນຫລາຍ ວົງດາລາ ວ່າການເຈົ້າເມືອງປາກ ລາຍ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວິທະ ຂປລ. ໃນວັນທີ 14 ມີນາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບຄະ ນະຜູ້ແທນກອງປະຊຸມໂຕະມົນປະ ຈຳປີ 2023 ນຳໂດຍທ່ານ ບັກໂຄ ເດັຍ ເບີຄະນ໋ອຟ ຜູ້ປະສານງານອົງ ການສະຫະປະຊາຊາດ ປະຈຳ ສປປ ລາວ ພ້ອມດ້ວຍບັນດາທູດ, ທູຕານຸ ທູດ ແລະ ຫົວໜ້າອົງການຈັດຕັ້ງສາ ກົນ ພ້ອມດ້ວຍຄະນະ. ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະ ຜູ້ແທນກອງປະຊຸມໂຕະມົນປະຈຳ ປີ 2023, ພ້ອມທັງຊົມເຊີຍຕໍ່ຜົນສຳ ທ່ານ ສອນໄຊ ສີພັນດອນ (ຂວາ) ນາຍົກລັດຖະມົນຕີ ຕ້ອນຮັບ ທ່ານ ບັກໂຄເດັຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ເຄື່ອນໄຫວວຽກງານກວດກາປີ 2023ແລະວາງທິດທາງແຜນການ ປີ 2024 ໂດຍການເປັນປະທານ 2024 ເພື່ອເຂົ້າຮ່ວມການສະເຫລີມ ສະຫລອງວັນສ້າງຕັ້ງສາຍພົວພັນ ການທູດ ລະຫວ່າງ ສອງປະເທດ ລາວ-ເບລາຣຸດຊີ ຄົບຮອບ 30 ປີ. ກອງປະຊຸມຄັ້ງນີ້, ຖືເປັນຂີດ ໝາຍສຳຄັນໃນການທົບທວນຕີລາ ຄາການພົວພັນຮ່ວມມືສອງຝ່າຍໃນ ທ່ານ ຄຳເພັດ ສົມວໍລະຈິດ ສູງສຸດ ສະບັບເລກທີ 006/ອອປສ, ລົງວັນທີ 27 ທັນວາ 2023 ກໍຄື ແຜນການວິໄຈອາຍາກໍາຢາເສບຕິດ ຍຸກະຈາຍສຽງແຫ່ງຊາດລາວ ໃນ ວັນທີ 15 ມີນາ 2024 ນີ້ວ່າ: ພາຍ ຫລັງຮັບຮູ້ຂ່າວດັ່ງກ່າວ, ໃນວັນທີ 14 ມີນານີ້ ອົງການປົກຄອງເມືອງ ໄດ້ແຕ່ງຕັ້ງວິຊາການຈາກຫ້ອງ ການ ກ່ຽວຂ້ອງໄປເຄື່ອນໄຫວກວດ ກາທັນທີ. ຜ່ານການລົງກວດກາ ສະຖານທີ່ຕົວຈິງ ໃນເບື້ອງຕົ້ນແມ່ນ ບໍ່ພົບເຫັນມີການຮົ່ວໄຫລ ຄືທີ່ສື່ສັງ ຄົມອອນລາຍລົງຂ່າວ ເພາະຈຸດທີ່ ລາຍງານວ່າ ມີການປ່ອຍນໍ້າເປື້ອນ ນັ້ນແມ່ນຢູ່ໃນສະພາບປົກກະຕິ, ແຕ່ ແຫລງຂ່າວ, ວັດທະນະທຳ ແລະ pq d]tfa [7;k,I6 h ;Pd'kodkolh k' gvdtlkomk'dko g,n v'w-glf4k 96 fme]kp la fxj k c]t lY olj ;o la fxj k mu j zy fdq f\kp ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນວັນທີ 15 ມີ ນາ 2024, ກອງກວດກາປ່າໄມ້ ເມືອງໄຊເສດຖາ ແຂວງອັດຕະປື ຈັດພິທີຈູດທໍາລາຍສັດປ່າ ແລະ ສິ້ນ ສ່ວນສັດປ່າປະເພດຄຸ້ມຄອງ ທີ່ລັກ ລອບຊື້-ຂາຍສັດປ່າທີ່ຜິດຕໍ່ກົດ ໝາຍຫລາຍລາຍການ ທີ່ເຈົ້າໜ້າທີ່ ໄດ້ລົງກວດກາ ແລະ ໄດ້ພົບເຫັນພໍ່ ຄ້າທີ່ລັກລອບຊື້-ຂາຍສັດປ່າ ເຊິ່ງ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 18/03/2024 xtgmf]k; ກອງປະຊຸມປຶກສາຫາລື... ປະກາດແຕ່ງຕັ້ງ ນາຍົກລັດຖະມົນຕີ ຕ້ອນຮັບ... ສະຫລອງວັນສ້າງຕັ້ງ... ກະຊວງ ຖວທ ສະຫລຸບ... ຂປລ. ໃນຕອນຄ່ຳຂອງວັນທີ 14 ມີນາ 2024, ທີ່ນະຄອນຫລວງ ວຽງຈັນ, ໄດ້ມີພິທີສະເຫລີມສະ ຫລອງວັນສ້າງຕັ້ງສາຍພົວພັນການ ທູດ ລະຫວ່າງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເບລາຣຸດຊີ ຄົບ ຮອບ 30 ປີ (7 ກຸມພາ 19942024) ໂດຍທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ, ທ່ານ ເຢັບເກນີ ເຊັດສະຕາກົບ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດ, ພ້ອມດ້ວຍບັນດາແຂກ ຖືກເຊີນທັງຝ່າຍລາວ ແລະ ເບລາ ຣຸດຊີ, ບັນດາທູຕານຸທູດຕ່າງປະ ເທດ ແລະ ພະນັກງານກ່ຽວຂ້ອງ ສອງຝ່າຍເຂົ້າຮ່ວມ. ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ແລະ ທ່ານ ເຢັບເກນີ ເຊັດສະຕາກົບ ຮອງລັດຖະ ມົນຕີການຕ່າງປະເທດ ແຫ່ງສາທາ ລະນະລັດ ເບລາຣຸດຊີ ໄດ້ຜັດປ່ຽນ ກັນຂຶ້ນມີຄຳເຫັນໃນພິທີໂດຍສອງ ຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ລາວ-ເບລາຣຸດຊີ ຕະຫລອດໄລຍະ ຜ່ານມາ ທີ່ສືບຕໍ່ໄດ້ຮັບການເສີມຂະ ຫຍາຍຂຶ້ນຢ່າງຕໍ່ເນື່ອງ, ເຖິງແມ່ນ ວ່າສອງປະເທດຈະມີທີ່ຕັ້ງທາງດ້ານ ພູມສາດຫ່າງໄກກັນກໍຕາມ, ແຕ່ ສອງປະເທດ ກໍຄື ປະຊາຊົນສອງ ຊາດ ໄດ້ມີຄວາມເຂົ້າໃຈ ແລະ ຮັກ ແພງສາມັກຄີກັນ ເຊິ່ງສະແດງອອກ ໃນການສະໜັບສະໜູນເຊິ່ງກັນ ແລະ ກັນ ຕະຫລອດມາ. ໃນໄລຍະປົກ ປັກຮັກສາ ແລະ ສ້າງສາປະເທດ ຊາດຂອງ ສປປ ລາວ, ຜູ້ນຳສອງ ປະເທດ ໄດ້ມີການພົບປະແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນ ເປັນແຕ່ລະໄລຍະ, ທັງໃຫ້ການສະ ໜັບສະໜູນເຊິ່ງກັນ ແລະ ກັນ ໃນເວ ທີພາກພື້ນ ແລະ ສາກົນ, ປະກອບ ສ່ວນອັນສໍາຄັນເຂົ້າໃນພາລະກິດ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ. ພ້ອມນີ້, ສອງຝ່າຍກໍໄດ້ເອົາໃຈໃສ່ ສຸມທຸກກຳລັງແຮງຂອງຕົນເຂົ້າ ໃນການຊຸກຍູ້ສົ່ງເສີມການຮ່ວມມື ໃນຂະແໜງການຕ່າງໆ ເປັນຕົ້ນ ດ້ານການທະຫານ, ດ້ານເສດຖະ ກິດ-ການຄ້າ, ການລົງທຶນ, ການສຶກ ສາ, ສາທາລະນະສຸກ ແລະ ວັດທະ ນະທໍາ ໂດຍຜ່ານກົນໄກການຮ່ວມ ມືຂອງທຸກຂະແໜງການກ່ຽວຂ້ອງ ທັງສອງຝ່າຍ ແລະ ກົນໄກກອງ ປະຊຸມຄະນະກໍາມາທິການຮ່ວມມື ສອງຝ່າຍ ລາວ-ເບລາຣຸດຊີ. ພ້ອມ ກັນນີ້, ສອງຝ່າຍ ໄດ້ສະແດງຄວາມ ເຊື່ອໝັ້ນຢ່າງໜັກແໜ້ນວ່າສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືທີ່ມີມູນເຊື້້ອຂອງສອງປະເທດ ຈະ ສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນ ສູ່ບາດກ້າວອັນໃໝ່ໃນຊຸມປີຕໍ່ໜ້າ ເລັດຂອງກອງປະຊຸມໂຕະມົນ ປະ ຈຳປີ 2023 ທີ່ຄະນະຜູ້ແທນໄດ້ ຕັ້ງໜ້າປະກອບສ່ວນໃນການປະ ກອບຄຳຄິດຄຳເຫັນຕໍ່ກອງປະຊຸມ ຢ່າງຈິງໃຈ, ກົງໄປກົງມາແລະສ້າງ ສັນຕໍ່ບົດສະຫລຸບການຈັດຕັ້ງປະ ຕິບັດກາງສະໄໝແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ຍຸດທະສາດການເງິນ ເພື່ອສະໜັບສະໜູນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຂອບການຟື້ນຟູ ເສດຖະກິດຂອງ ສປປ ລາວ; ບົດ ລາຍງານແຫ່ງຊາດແບບສະໝັກ ໃຈ ຄັ້ງທີ III ແລະ ແຜນຍຸດທະສາດ ການຂ້າມຜ່ານອອກຈາກສະຖານະ ພາບປະເທດດ້ອຍພັດທະນາຢ່າງ ໂລ່ງລ່ຽນຂອງສປປລາວ(20222026 ແລະ ວິໄສທັດຮອດ ປີ 2030)ແລະທິດທາງໃນຕໍ່ໜ້າແລະ ການຮ່ວມມືເພື່ອການພັດທະນາ (ການເຂົ້າຮ່ວມການຕິດຕາມປະ ສິດທິຜົນຂອງການຮ່ວມມືເພື່ອການ ພັດທະນາ ໃນລະດັບສາກົນ ຄັ້ງທີ IV ແລະ ຄໍາແນະນໍາຂະບວນການ ໂຕະມົນ). ພ້ອມນີ້, ທ່ານນາຍົກລັກ ຖະມົນຕີ, ຍັງໄດ້ສະແດງຄວາມຂອບ ໃຈຕໍ່ກັບການສະໜັບສະໜູນ ແລະ ການຊ່ວຍເຫລືອ ຂອງບັນດາຄູ່ຮ່ວມ ພັດທະນາອັນໄດ້ປະກອບສ່ວນສຳ ຄັນເຂົ້າ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະທີ່ຜ່ານ ມາ ແລະ ບັນດາເປົ້າໝາຍການພັດ ທະນາແບບຍືນຍົງ(SDGs), ການ ກະກຽມອອກຈາກສະຖານະພາບ ການດ້ອຍພັດທະນາຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າບັນດາຄູ່ ຮ່ວມພັດທະນາ ຈະສືບຕໍ່ຢ່າງແຂງ ແຮງ, ຕັ້ງໜ້າໃຫ້ການຮ່ວມມື ແລະ ການຊ່ວຍເຫລືອທາງການເພື່ອ ການພັດທະນາໃຫ້ແກ່ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ IX (20212025) ຂອງສອງປີທ້າຍສະໄໝ ແລະ ບັນລຸໄດ້ບັນດາເປົ້າໝາຍການ ພັດທະນາແບບຍືນຍົງຮອດປີ2030 ເຊິ່ງການປະກອບສ່ວນດັ່ງກ່າວ ຂອງບັນດາຄູ່ຮ່ວມພັດທະນາ, ລັດ ຖະບານ ຖືເປັນປະໂຫຍດອັນສຳຄັນ ໃຫ້ແກ່ສປປລາວ ເນື່ອງໃນໂອກາດ ແລະ ທ່າມກາງບັນຍາກາດທີ່ທົ່ວ ພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ທັງຊາດ ກຳລັງອອກແຮງແຂ່ງຂັນ ໃນການຈັດຕັ້ງປະຕິບັດມະຕິຂອງ ສະພາແຫ່ງຊາດ, ສືບຕໍ່ປະຕິບັດວາ ລະແຫ່ງຊາດ ກໍຄື ການເປັນປະທານ ອາຊຽນ ໃນປີ 2024 ນີ້. ທ່ານ ບັກໂຄເດັຍ ເບີຄະນ໋ອຟ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ການ ຕ້ອນຮັບໃນຄັ້ງນີ້,ພ້ອມທັງລາຍງານ ຜົນສຳເລັດຂອງການຈັດກອງປະ ຊຸມໂຕະມົນ ປະຈຳປີ 2023 ໃຫ້ ທ່ານນາຍົກລັດຸຖະມົນຕີຮັບຊາບ ເຊິ່ງກົນໄກຂະບວນການໂຕະມົນ ແລະ ກອງປະຊຸມໂຕະມົນປະຈຳປີ, ກອງປະຊຸມໂຕະມົນລະດັບສູງ ທຸກໆ 5 ປີ ແມ່ນກົນໄກທີສຳຄັນ ເປັນເວທີ ໃນການປຶກສາຫາລືລະຫວ່າງ ລັດ ຖະບານແລະ ຄູ່ຮ່ວມພັດທະນາກ່ຽວ ກັບແຜນພັດທະນາເສດຖະກິດ-ສັງ ຄົມ ແຫ່ງຊາດ ໃນແຕ່ລະໄລຍະ. ຂ່າວ-ພາບ: ທະນູທອງ ແລະ ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວເບລາຣຸດຊີ. ໃນໂອກາດດຽວກັນ, ທ່ານຮອງ ນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະ ບານ ແລະ ປະຊາຊົນລາວ ສະແດງ ຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງ ຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນ ເບລາຣຸດຊີ ທີ່ໄດ້ໃຫ້ການສະໜັບ ສະໜູນຊ່ວຍເຫລືອແກ່ ສປປ ລາວ ໃນໄລຍະຜ່ານມາ ຊຶ່ງໄດ້ປະກອບ ສ່ວນອັນສຳຄັນໃນທາງກົງ ແລະ ທາງອ້ອມຕໍ່ພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ. ພ້ອມທັງອວຍພອນໃຫ້ສາຍ ພົວພັນມິດຕະພາບອັນດີງາມລະ ຫວ່າງສອງປະເທດລາວ-ເບລາຣຸດ ຊີ ຈົ່ງໝັ້ນຄົງຂະໜົງແກ່ນຕະຫລອດ ໄປ, ສືບຕໍ່ຈັດຕັ້ງປະຕິບັດພາລະ ກິດປົກປັກຮັກສາ ແລະ ສ້າງສາປະ ເທດຊາດ ເພື່ອນໍາພາປະເທດຊາດ ໄປສູ່ຄວາມຈະເລີນຮຸ່ງເຮືອງ ແລະ ວັດທະນະຖາວອນ. ພິທີສະເຫລີມສະຫລອງວັນ ສຳຄັນດັ່ງກ່າວ, ໄດ້ດຳເນີນໄປດ້ວຍ ບັນຍາກາດແຫ່ງໄມຕີຈິດມິດຕະ ພາບອັນອົບອຸ່ນ ເປັນນິມິດໝາຍທີ່ສຳ ຄັນຂອງສອງປະເທດ, ສ່ອງແສງ ໃຫ້ເຫັນເຖິງສາຍພົວພັນມິດຕະພາບ ລະຫວ່າງ ລາວ-ເບລາຣຸດຊີ ທີ່ສືບ ຕໍ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ໄດ້ຮັບຜົນສຳເລັດອັນໃໝ່ຍິ່ງ ໃຫຍ່ກວ່າເກົ່າໃນຕໍ່ໜ້າ. ພາບ: ຂັນໄຊ ຂອງສະຫາຍ ວັນສີ ກົວມົວ ປະ ທານກວດກາພັກກະຊວງ, ຮອງລັດ ຖະມົນຕີກະຊວງ ຖວທ, ມີຮອງເລ ຂາ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີ, ຄະນະປະຈໍາ, ກຳມະການພັກກະຊວງ, ເລຂາຄະ ນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າກົມ, ຮອງກົມອ້ອມຂ້າງກະ ຊວງ ຖວທ ເຂົ້າຮ່ວມ ແລະ ພ້ອມກັນ ຄົ້ນຄວ້າ, ພິຈາລະນາ, ປະກອບຄຳ ຄິດຄຳເຫັນແລະແລກປ່ຽນບົດຮຽນ ໃນວຽກງານຕິດຕາມກວດກາລັດ ແລະ ວຽກງານກວດກາໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃນໄລ ຍະຜ່ານມາ ແລະ ວາງທິດທາງແຜນ ການເຄື່ອນໄຫວວຽກງານໃນປີ 2024 ແນໃສ່ຊອກໃຫ້ເຫັນດ້ານ ດີ, ດ້ານອ່ອນ-ຂໍ້ຄົງຄ້າງ ຂອງວຽກ ງານຕິດຕາມກວດກາຢ່າງພາວະ ວິໄສ, ກົງໄປ-ກົງມາ ແລະ ອື່ນໆ. ໃນກອງປະຊຸມ, ສະຫາຍ ວັນສີ ກົວມົວ ໄດ້ມີຄຳເຫັນວ່າ: ການກວດ ກາແມ່ນພາລະບົດບາດຕົ້ນຕໍ ໃນ ການນຳພາ-ຊີ້ນຳ ຂອງພັກ ແລະ ການຄຸ້ມຄອງຂອງລັດ, ມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ ກຳນົດວ່າ ພັກເຮົາຍາມໃດກໍຖືວ່າ ວຽກງານກວດກາ ແມ່ນໜຶ່ງໃນພາ ລະບົດບາດ ແລະ ແບບແຜນການ ນຳພາຂອງພັກ. ໃນໄລຍະຜ່ານມາ ຄະນະພັກ-ຄະນະນຳ ແລະ ປະທານ ກວດກາພັກກະຊວງ ໄດ້ເອົາໃຈໃສ່ ຊີ້ນຳ-ນຳພາວຽກງານກວດກາ ຢ່າງເຂັ້ມແຂງ ແລະ ທັນເວລາສາ ມາດຊອກເຫັນປະກົດການທີ່ລະ ເມີດກົດໝາຍຢູ່ໃນກົງຈັກຂອງພັກລັດ, ມີພະນັກງານ-ສະມາຊິກພັກ ຈຳນວນໜຶ່ງໄດ້ຖືກປະຕິບັດວິໄນກໍ ມີ ເຖິງຢ່າງໃດກໍຕາມ ຄະນະພັກ- ຄະນະນຳແຕ່ລະຂັ້ນຕ້ອງກະຕຸກຊຸກ ຍູ້ໃນວຽກງານຕິດຕາມ, ກວດກາ ຢ່າງເດັດຂາດ, ແຂງແຮງ ແລະ ເປັນ ລະບົບຕໍ່ເນື່ອງ ເປັນຕົ້ນ ກວດກາ ການປະຕິບັດລະບຽບຂອງພັກ, ມະ ຕິຄຳສັ່ງ, ຂໍ້ກຳນົດ, ກົດໝາຍຂອງ ລັດ, ຖືສຳຄັນ ແລະ ບູລິມະສິດຕໍ່ ການສະກັດກັ້ນຕ້ານການສໍ້ລາດ ບັງຫລວງ ໃນກົງຈັກການຈັດຕັ້ງ, ໃນຖັນແຖວພະນັກງານ-ສະມາຊິກ ພັກການແກ້ໄຂປະກົດການຫຍໍ້ທໍ້ ຖືເປັນຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກ ເພື່ອສະກັດກັ້ນ ແລະ ຕ້ານປະກົດການສໍ້ລາດບັງຫລວງ. ປັດຈຸບັນປະກົດການສໍ້ລາດບັງ ຫລວງມີຫລາຍຮູບການການສວຍ ໃຊ້ໜ້າທີ່ຕຳແໜ່ງ, ການຟອກເງິນ, ບໍ່ນັບຖືການຈັດຕັ້ງ, ປະລະໜ້າທີ່ ແລະ ອື່ນໆ. ສະຫາຍນາງບົວມະນີໄຊທິລາດ ຮອງປະທານກວດກາພັກກະຊວງ, ຫົວໜ້າກົມກວດກາກະຊວງ ຖວທ ໃຫ້ຮູ້ວ່າ: ການເຄື່ອນໄຫວວຽກ ງານກວດກາ ໃນໄລຍະຜ່ານມາ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າໃນ ຫລາຍດ້ານ ໂດຍສະເພາະວຽກ ງານກວດກາພັກ ໄດ້ລົງກວດກາ ການຈັດຕັ້ງປະຕິບັດຂະບວນການ ກໍ່ສ້າງໜ່ວຍພັກ, ສະມາຊິກພັກປອດ ໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວ ອົງຄະນະພັກກະຊວງ ຖວທ ໄດ້ 35 ໜ່ວຍພັກ, ຜ່ານການກວດກາຕີລາ ຄາໄດ້ມີໜ່ວຍພັກ ທີ່ຖືກຮັບຮອງ ເປັນໜ່ວຍພັກແຂງ 22 ໜ່ວຍພັກ, ກາງ 13 ໜ່ວຍພັກ, ອ່ອນ ແລະ ເສຍ ທາດບໍ່ມີ, ໄດ້ກວດກາປະຫວັດການ ເຄື່ອນໄຫວຂອງມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກໄດ້ 156 ສະ ຫາຍ, ໄປຄຽງຄູ່ກັນນັ້ນ, ຍັງໄດ້ ຕິດຕາມ, ກວດກາການເຄື່ອນໄຫວ ຂອງພະນັກງານ-ສະມາຊິກພັກ ທີ່ ຢູ່ພາຍໃຕ້ການຄຸ້ມຄອງຂອງອົງ ຄະນະພັກກະຊວງຢ່າງເປັນປົກກະຕິ ຜ່ານການຕິດຕາມກວດກາ ໃນປີ 2023 ໄດ້ມີພະນັກງານ-ສະມາຊິກ ພັກ ຖືກປະຕິບັດວິໄນ 4 ສະຫາຍ, ມີ 2 ສະຫາຍ ຖືກລຶບຊື່ອອກຈາກ ການຈັດຕັ້ງ. ສຳລັບວຽກງາກວດກາລັດໄດ້ ລົງເຄື່ອນໄຫວຕິດຕາມ, ກວດກາ ການປັບປຸງກົງຈັກການຈັດຕັ້ງ, ການແບ່ງຂັ້ນຄຸ້ມຄອງ, ການຈັດຕັ້ງ ປະຕິບັດນິຕິກຳໃນຂະແໜງການ ຖວທ ຢູ່ພະແນກ ຖວທ ແຂວງ ໄດ້ 9 ແຂວງ, ຜ່ານການກວດກາເຫັນວ່າ ການກຳນົດກົງຈັກການຈັດຕັ້ງຕາມ ແຈ້ງການ ເລກທີ 145/ຖວທ ນັ້ນ ບາງແຂວງ ຈັດຕັ້ງປະຕິບັດໄດ້, ມີບາງແຂວງບໍ່ສາມາດຈັດຕັ້ງປະ ຕິບັດໄດ້. ສ່ວນວຽກງານສະກັ້ນກັດ ແລະ ຕ້ານການສໍ້ລາດບັງຫລວງ ໄດ້ປະຕິບັດການແຈ້ງຊັບສິນໃຫ້ ພະນັກງານທີ່ໄດ້ຮັບການເລື່ອນຊັ້ນເລື່ອນຕຳແໜ່ງໃໝ່ທີ່ກະຊວງຄຸ້ມ ຄອງໄດ້ 64 ທ່ານ, ຍິງ 27 ທ່ານ ໂດຍປະຕິບັດຕາມບົດແນະນຳເລກ ທີ 46/ອກລ, ລົງວັນທີ 20 ກຸມພາ 2017 ຂອງອົງການກວດກາ ແຫ່ງ ລັດ ວ່າດ້ວຍການແຈ້ງຊັບສິນ(ສະ ບັບປັບປຸງ) ສະເພາະພະນັກງານ ທົ່ວໄປແມ່ນລໍຖ້າແຈ້ງການຂອງອົງ ການກວດກາແຫ່ງລັດ ໃນຮອບທີ IVແລະ ໄດ້ແກ້ໄຂບັນຫາໜີ້ສິນຂອງ ກອງວິຊາການສຳນັກພິມ ແລະ ຈຳໜ່າຍປຶ້ມແຫ່ງລັດ ໄດ້ສຳເລັດ ແລະ ອື່ນໆ. ໂອກາດດັ່ງກ່າວ, ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະ ການສູນກາງພັກ, ເລຂາຄະນະ ພັກ, ລັດຖະມົນຕີ ກະຊວງ ຖວທ ໄດ້ມີຄຳເຫັນໂອລົມ ໂດຍເນັ້ນໃຫ້ຂະ ແໜງການທີ່ກ່ຽວຂ້ອງ ກໍຄືກົມ ກວດກາ ເພີ່ມທະວີຄົ້ນຄວ້າສ້າງ ແຜນກໍ່ສ້າງ, ຍົກລະດັບໃຫ້ພະນັກ ງານສືບທອດປ່ຽນແທນ ເປັນຕົ້ນ ຍົກລະດັບດ້ານວິສະເພາະໃຫ້ພະ ນັກງານຂົງເຂດວຽກງານກວດ ກາ, ພ້ອມທັງໃຫ້ເອົາໃຈໃສ່ຕິດຕາມ, ກວດກາ ແບບແຜນການນຳພາຄະ ນະພັກ-ຄະນະນໍາທຸກຂັ້ນທີ່ຮັບຜິດ ຊອບໂດຍກົງ ໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ຂອງພະນັກງານ-ສະມະຊິກພັກ, ການຈັດຕັ້ງພັກ-ລັດ ທຸກຂັ້ນ ແລະ ສະມາຊິກພັກທຸກສະຫາຍ ໂດຍຖື ສໍາຄັນການຕິດຕາມກວດກາການ ປັບປຸງກໍ່ສ້າງພັກ ໃຫ້ມີຄວາມປອດ ໃສ, ເຂັ້ມແຂງ, ໜັກແໜ້ນ ທາງດ້ານ ການເມືອງ-ແນວຄິດ, ເຂັ້ມແຂງ ປອດໃສ ດ້ານການຈັດຕັ້ງ, ເຂັ້ມ ງວດ, ເປັນເອກະພາບທາງດ້ານ ແບບແຜນນຳພາ ແລະ ວິທີເຮັດ ວຽກ, ເຄົາລົບ ແລະ ປະຕິບັດຫລັກ ການລວມສູນປະຊາທິປະໄຕ, ຕິດ ຕາມກວດກາການປະຕິບັດກົດລະ ບຽບຂອງພັກ ແລະ ຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງ ຂອງຜູ້ທີ່ ເປັນຫົວໜ້າ, ຄະນະພັກ, ສະມາຊິກ ພັກ ແລະ ພະນັກງານ. ພ້ອມນີ້, ທ່ານລັດຖະມົນຕີຍັງໄດ້ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະ ຊຸມນຳເອົາເນື້ອໃນແຜນການວຽກ ງານຈຸດສຸມໃນຕໍ່ໜ້ານໍາໄປຈັດຕັ້ງ ຜັນຂະຫຍາຍແລະໃຫ້ສະມາຊິກພັກພະນັກງານທີ່ຢູ່ໃນຄວາມຮັບຜິດ ຊອບຂອງຕົນ ໂດຍສະເພາະບັນດາ ປະທານກວດກາ ຂອງແຕ່ລະໜ່ວຍ ພັກ ໄດ້ນໍາໄປເຜີຍແຜ່ຕໍ່ ເພື່ອໃຫ້ພະ ນັກງານ-ສະມາຊິກພັກ ໄດ້ຮັບຮູ້, ເຊື່ອມຊຶມ, ກຳແໜ້ນ ພ້ອມກັນຈັດຕັ້ງ ປະຕິບັດໃຫ້ເກີດດອກອອກຜົນ ແລະ ປະສົບຜົນສຳເລັດຢ່າງເປັນກ້າວໆ. ຂ່າວ: ທະນູທອງ, ພາບ: ເກດສະໜາ ໄລຍະຜ່ານມາ, ເວົ້າລວມແມ່ນເພື່ອ ປຶກສາຫາລືຮ່ວມກັນກ່ຽວກັບຂໍ້ສະ ດວກ-ຂໍ້ຫຍຸ້ງຍາກ ແລະ ທິດທາງ ການຮ່ວມມືລະຫວ່າງສອງປະເທດ ໂດຍມີເປົ້າໝາຍເຮັດໃຫ້ສອງກະ ຊວງການຕ່າງປະເທດ ສືບຕໍ່ກົນໄກ ປຶກສາຫາລືສອງຝ່າຍຢ່າງເປັນປົກ ກະຕິ, ສ້າງເງື່ອນໄຂທີ່ເອື້ອອຳນວຍ ໃຫ້ແກ່ການແລກປ່ຽນຄະນະຜູ້ແທນ ຂັ້ນສູງໃນຕໍ່ໜ້າ, ສືບຕໍ່ສົ່ງເສີມການ ປະສານສົມທົບກັນ ລະຫວ່າງ ສອງ ກະຊວງການຕ່າງປະເທດລາວແລະ ເບລາຣຸດຊີ ໃຫ້ໃກ້ຊິດຍິ່ງຂຶ້ນ, ມີປະ ສິດທິພາບ, ປະສິດທິຜົນ ແລະ ຕ່າງ ຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ໃນ ໂອກາດນີ້, ສອງຝ່າຍໄດ້ເຫັນດີເປັນ ເອກະພາບຕີລາຄາສູງຕໍ່ສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ອັນດີ ລະຫວ່າງ ລາວ-ເບລາຣຸດຊີ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍ ຂຶ້ນເປັນກ້າວໆມາ, ພາຍຫລັງທີ່ສອງ ປະເທດ ໄດ້ສ້າງຕັ້ງສາຍພົວພັນ ການທູດນຳກັນ ໃນວັນທີ 7 ກຸມພາ 1994, ໂດຍສະເພາະການພົບປະ ແລກປ່ຽນຂອງການນຳຂັ້ນສູງສອງ ປະເທດ ເປັນແຕ່ລະໄລຍະ, ການສະ ໜັບສະໜູນເຊິ່ງກັນ ແລະ ກັນ ໃນ ເວທີພາກພື້ນ ແລະ ສາກົນ ເປັນ ຕົ້ນ ອົງການສະຫະປະຊາຊາດ, ອາ ຊຽນ ແລະ ອື່ນໆ. ພິເສດ, ການມາ ຢ້ຽມຢາມ ສປປ ລາວ ຄັ້ງນີ້ ສປປ ລາວ-ເບລາຣຸດຊີ ໄດ້ຈັດພິທີສະ ເຫລີມສະຫລອງວັນສ້າງຕັ້ງສາຍ ພົວພັນການທູດ ຄົບຮອບ 30 ປີ ເພື່ອ ລະນຶກເຖິງວັນສໍາຄັນດັ່ງກ່າວ ແລະ ສ້າງບັນຍາກາດອັນຟົດຟື້ນໃຫ້ແກ່ ການເສີມຂະຫຍາຍການພົວພັນ ຮ່ວມມືສອງປະເທດ. ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ໃຫ້ ມີການແລກປ່ຽນການຢ້ຽມຢາມພົບ ປະຂອງການນຳຂັ້ນສູງສອງປະ ເທດ ລວມເຖິງການໄປມາຫາສູ່ລະ ຫວ່າງປະຊາຊົນ ໃຫ້ຫລາຍຂຶ້ນ, ສືບ ຕໍ່ກົນໄກການຈັດກອງປະຊຸມປຶກສາ ຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ- ເບລາຣຸດຊີຄັ້ງທີ4, ເຫັນດີສືບ ຕໍ່ຂະຫຍາຍການພົວພັນຮ່ວມມືດ້ານ ພັກ ແລະ ການທູດປະຊາຊົນ, ຊຸກ ຍູ້ໃຫ້ມີການພົວພັນກັນຫລາຍຂຶ້ນ ລະຫວ່າງ ບັນດານັກທຸລະກິດ, ນັກ ທ່ອງທ່ຽວ ແລະ ການພົວ ພັນຂອງ ອົງການຈັດຕັ້ງທາງສັງຄົມ; ແລກ ປ່ຽນການພົບປະລະຫວ່າງລັດຖະ ສະພານຳກັນ, ຊຸກຍູ້ສົ່ງເສີມການ ຮ່ວມມືທາງດ້ານເສດຖະກິດ, ການ ຄ້າ ແລະ ການລົງທຶນ ໃຫ້ຫລາຍຂຶ້ນ ໂດຍສືບຕໍ່ປຶກສາຫາລືຜ່ານກົນໄກ ຂອງຄະນະກຳມາທິການຮ່ວມມື ສອງຝ່າຍ (JC), ຊຸກຍູ້ການຮ່ວມມື ໃນວຽກງານຄວາມໝັ້ນຄົງ ແລະ ປ້ອງກັນຊາດ, ການເງິນ-ການທະ ນາຄານ, ສາທາລະນະສຸກ, ການສຶກ ສາ, ການພັດທະນາຊັບພະຍາກອນ ມະນຸດ, ການທ່ອງທ່ຽວ, ວັດທະນະ ທຳ ແລະ ຂະແໜງການອື່ນໆ. ໂອ ກາດນີ້, ຝ່າຍເບລາຣຸດຊີ ຍິນດີຈະ ຊ່ວຍຊຸກຍູ້ໂຄສະນາໃຫ້ປະຊາຊົນ ຂອງຕົນ ເຂົ້າມາທ່ອງທ່ຽວ ສປປ ລາວ ຫລາຍຂຶ້ນ ໂດຍສະເພາະໃນ ປີທ່ອງທ່ຽວລາວ ປີ 2024. ພ້ອມ ກັນນີ້, ສອງຝ່າຍຍັງໄດ້ຢືນຢັນຄືນ ຈະໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາ ກົນ, ທັງໄດ້ແຈ້ງໃຫ້ກັນຊາບກ່ຽວ ກັບສະພາບການພັດທະນາເສດຖະ ກິດ-ສັງຄົມ ໃນປັດຈຸບັນ ແລະ ແລກ ປ່ຽນຄຳຄິດເຫັນຕໍ່ບາງບັນຫາສະ ພາບການພາກພື້ນ ແລະ ສາກົນທີ່ ສອງຝ່າຍມີຄວາມສົນໃຈຮ່ວມກັນ. ໃນໂອກາດນີ້, ທ່ານຮອງລັດຖະ ມົນຕີບຸນເຫລືອພັນດານຸວົງ ໄດ້ຕາງ ໜ້າໃຫ້ລັດຖະບານ ແລະ ປະຊາຊົນ ລາວ ສະແດງຄວາມຂອບໃຈມາ ຍັງລັດຖະບານ ແລະ ປະຊາຊົນ ເບ ລາຣຸດຊີ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງໄດ້ປະ ກອບສ່ວນສຳຄັນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງສປປ ລາວ ເປັນແຕ່ລະໄລຍະ, ສະແດງ ຄວາມຫວັງຢ່າງຍິ່ງວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຈາກ ເບລາຣຸດຊີ ໃນຕໍ່ໜ້າ, ອວຍພອນ ໃຫ້ສາຍພົວພັນ ມິດຕະພາບລາວ-ເບລາຣຸດຊີຈົ່ງສືບ ຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນສູ່ ບາດກ້າວໃໝ່ໃນອະນາຄົດ ແລະ ນຳ ເອົາຜົນປະໂຫຍດຕົວຈິງມາສູ່ປະຊາ ຊົນສອງປະເທດ ລາວ-ເບລາຣຸດຊີ. ໃນຕອນບ່າຍ, ທ່ານຮອງລັດຖະ ມົນຕີ ເຢັບເກນີ ເຊດຕາສະກົບ ພ້ອມ ດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຈາກລັດ ຖະບານ ກໍຄື ປະຊາຊົນລາວ ພ້ອມ ທັງໄດ້ແຈ້ງໃຫ້ຊາບເຖິງ ຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ລວມທັງຜົນສໍາເລັດຂອງການພົບ ປະເຮັດວຽກກັບຄູ່ຮ່ວມຕໍາແໜ່ງ ຝ່າຍລາວ ໃນກອງປະຊຸມປຶກສາຫາ ລືທາງດ້ານການເມືອງຄັ້ງທີ 3 ພ້ອມ ທັງແຈ້ງໃຫ້ຊາບວ່າການຈັດກອງ ປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງສອງກະຊວງການຕ່າງ ປະເທດ ເບລາຣຸດຊີ-ລາວ ຄັ້ງທີ 4 ໃນລະດັບຮອງລັດຖະມົນຕີແມ່ນ ຝ່າຍເບລາຣຸດຊີ ຈະສືບຕໍ່ເປັນເຈົ້າ ພາບ. ທ່ອງທ່ຽວ (ຖວທ) ຈັດຂຶ້ນ ໃນວັນ ທີ 15 ມີນາ 2024 ໂດຍການເຂົ້າ ຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຮອງລັດຖະມົນຕີ, ຫົວ ໜ້າຫ້ອງການ-ຫົວໜ້າກົມ, ຮອງ ກົມ, ຫົວໜ້າສະຖາບັນ, ຜູ້ອຳນວຍ ການ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ. ໃນພິທີ, ທ່ານ ດອນ ໄພວົງ ຫົວ ໜ້າກົມຄຸ້ມຄອງພະນັກງານຄະນະ ຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິ ຕົກລົງຂອງຄະນະເລຂາທິການ ສູນກາງພັກ ວ່າດ້ວຍການບົ່ງຕົວ ແຕ່ງຕັ້ງກຳມະການປະຈຳພັກກະ ຊວງ ແລະ ດຳລັດຂອງນາຍົກລັດ ຖະມົນຕີ ວ່າດ້ວຍການແຕ່ງຕັ້ງຮອງ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍແຕ່ງຕັ້ງທ່ານ ນາງ ດາລານີ ພົມມະວົງສາ ເປັນຮອງລັດຖະມົນ ຕີກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ. ໂອກາດນີ້, ທ່ານ ນາງ ສວນສະ ຫວັນ ວິຍະເກດ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຮອງລັດຖະມົນຕີ ທີ່ໄດ້ຮັບການ ເຊື່ອໝັ້ນ ແລະ ໄວ້ວາງໃຈຈາກຂັ້ນ ເທິງຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ໃໝ່ທີ່ມີຄວາມສຳຄັນ ແລະ ມີຄວາມ ຮັບຜິດຊອບສູງຂຶ້ນ, ພ້ອມທັງສະ ແດງຄວາມເຊື່ອໝັ້ນວ່າທ່ານຮອງ ລັດຖະມົນຕີ ຖວທ ຄົນໃໝ່ຈະສຸມ ສະຕິປັນຍານຳໃຊ້ຄວາມຮູ້ຄວາມ ສາມາດ ແລະ ເພີ່ມທະວີຄວາມຮັບ ຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ ເພື່ອພັດທະນາວຽກງານຂົງເຂດທີ່ ຕົນຮັບຜິດຊອບໃຫ້ບັນລຸຜົນສຳ ເລັດຕາມແຜນການທີ່ວາງໄວ້. ຂ່າວ: ສົມຫວັງ, ພາບ: ຂັນໄຊ

xtgmf]k; 3 18/03/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me xtgmf-kf wfh Ia [dkoxq fxj vp ph vo,u ra doerk ໂດຍ: ພິດສະໄໝ (ຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ) ໂດຍ: ຄໍາປິງ c,j py '8q ;c[[ zt]y fdtly de gxa oly o7h k rk7v[7q ;rQ om5 d *ປັດຈຸບັນການປູກຝັງ-ລ້ຽງສັດ ຂາຍເປັນສິນຄ້າ ແມ່ນທາງເລືອກ ໜຶ່ງຂອງປະຊາຊົນ ແລະ ຜູ້ປະກອບ ການ ອັນເປັນປັດໄຈໃຫ້ແກ່ການ ພັດທະນາຊົນນະບົດແກ້ໄຂຄວາມ ທຸກຍາກ ຊຶ່ງໃນຈຸດນີ້ ພັກ-ລັດຖະ ບານຍາມໃດກໍໄດ້ເອົາໃຈໃສຊຸກຍູ້ ສົ່ງເສີມ, ໂດຍຫັນຈາກການຜະລິດ ເປັນສິນຄ້າແບບທໍາມະຊາດໄປສູ່ ການຜະລິດເປັນສິນຄ້າ ໂດຍການ ນໍາໃຊ້ເຕັກຕິກວິທະຍາສາດເຂົ້າ ໃນການຜະລິດກໍຄືການປູກຝັງລ້ຽງສັດຂາຍເປັນສິນຄ້າ, ໂດຍປະ ຕິບັດຕາມແນວທາງນະໂຍບາຍ ການປ່ຽນແປງໃໝ່ຂອງພັກທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ໂດຍ ເລີ່ມຈາກຄອບຄົວ ແລະ ປະຕິບັດ ຕາມແຜນພັດທະນາ ແມ່ຍິງເມືອງ ທັງເປັນການປະຕິບັດເນື້ອໃນຄຳ ຂວັນຂໍ້ແຂ່ງຂັນ 3 ດີຂອງສູນກາງ ແມ່ຍິງລາວວາງອອກໃຫ້ເປັນຂະ ບວນກວ້າງຂວາງ. ຄອບຄົວຂອງ ນາງ ພົມມາ ແສງສຸລິຍາ ອາຍຸ 31 ປີ ສະມາຊິກ ສະຫະພັນແມ່ຍິງຢູ່ບ້ານດົງວຽງ ເມືອງວຽງພູຄາ ແຂວງຫລວງນໍ້າ ທາ ຊຶ່ງໃນໄລຍະຜ່ານມາຄອບຄົວ ຂອງ ນາງ ພົມມາ ແສງສຸລິຍາ ແມ່ນມີອາຊີບເປັນຊາວນາ ແລະ ເຫັນວ່າຄອບຄົວ ພໍແຕ່ກຸ້ມຢູ່ກຸ້ມ ກິນ. ມາຮອດປີ 2014 ໄດ້ມີແນ ວຄິດລິເລີ່ມດ້ວຍຄວາມເຫັນດີເ ປັນເອກະພາບພາຍໃນຄອບຄົວ, ບວກກັບຄວາມດຸໝັ່ນຂະຫຍັນພຽນ ຈິ່ງຕັດສິນໃຈຫັນມາເຮັດການກະ ເສດ, ປູກຝັງ-ລ້ຽງສັດ ສ້າງລາຍ ຮັບເຂົ້າໃນຄອບຄົວ, ເປັນຕົ້ນແມ່ນ ການປູກໝາກແຕງ, ໝາກເຂືອ, ໝາກເຜັດ, ສາລີຫວານ, ໝາກນໍ້າ ເຕົ້າ, ໝາກອຶ, ຜັກຫອມ ແລະ ອື່ນໆ ໃນເນື້ອທີ່ການປູກພືດໝູນວຽນ 3.000 ຕາແມັດ ແລະ ລາຍຮັບ ຈາກການຂາຍສັດລ້ຽງປະເພດງົວ, ໝູ, ສັດປີກ, ມີໜອງປາ 1 ໜອງ, ຂາຍເຂົ້າ ແລະ ອື່ນໆ ສາມາດສ້າງ ລາຍຮັບໄດ້ທັງໝົດໄດ້ 370 ລ້ານ ກີບຕໍ່ປີ. ການຂາຍສ່ວນໃຫຍ່ແມ່ນ ພໍ່ຄ້າ, ແມ່ຄ້າມາເອົາເອງ ຢູ່ກັບ ສ່ວນ ແລະ ສົ່ງໃຫ້ພໍຄ້າແມ່ຄ້າຢູ່ຕະ ຫລາດຈໍານວນໜຶ່ງ. ຜ່ານການເຮັດຊີບປູກຝັງ-ລ້ຽງ ສັດຂາຍເປັນສິນຄ້າເຮັດໃຫ້ຄອບ ຄົວນາງ ພົມມາ ແສງສຸລິຍາ ມີຖາ ນະດີຂຶ້ນກວ່າເກົ່າ, ຊີວິດການເປັນຢູ່ ໄດ້ຮັບການປັບປຸງຮອບດ້ານເສດ ຖະກິດຂອງຄອບຄົວມີບາດກ້າວ ຂະຫຍາຍຕົວຢາງຕໍ່ເນື່ອງ ແລະ ໄດ້ກາຍເປັນຄອບຄົວແບບຢ່າງທີ່ດີ ໃຫ້ແກ່ສະມາຊິກສະຫະພັນແມ່ຍິງ ຫລາຍຄອບຄົວພາຍໃນບ້ານ ຮໍ່າ ຮຽນເອົາປະສົບການນຳໄປພັດທະ ນາເສດຖະກິດຄອບຄົວຂອງຕົນໃຫ້ ມີຢູ່ມີກິນ ແລະ ຫລຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ. ມາ ຮອດປັດຈຸບັນຄອບຄົວຂອງ ນາງ ພົມມາແສງສຸລິຍາມີພາຫະນະແລະ ເຄື່ອງມືທຳການຜະລິດຈຳນວນ ໜຶ່ງ, ມີດິນ 5 ເຮັກຕາ, ເຮືອນ 1 ຫລັງ. ໃນຕໍ່ໜ້າ ນາງ ພົມມາ ແສງສຸລິ ຍາ ໄດ້ວາງຄາດໝາຍຈະສູ້ຊົນ ສ້າງເສດຖະກິດຄອບຄົວໃຫ້ຫລາຍ ຂຶ້ນກວ່າເກົ່າ ໂດຍສະເພາະຈະຂະ ຫຍາຍເນື້ອທີ່ປູກພືດຜັກຕະກຸນຖົ່ວ, ຕົ້ນໄມ້ໃຫ້ໝາກ, ລ້ຽງສັດ, ຂະ ຫຍາຍຕົ້ນຢາງພາລາ ແລະ ລາຍ ຮັບອື່ນໆອີກ ໃຫ້ໄດ້ 470 ລ້ານກີບ ຕໍ່ປີແລະຈະພະຍາຍາມປັບປຸງຖອດ ຖອນບົດຮຽນນຳຜູ້ອື່ນໄປເລື້ອຍໆ, ສືບຕໍ່ໃນການບົວລະບັດປົກປັກຮັກ ສາເຄື່ອງປູກຝັງແລະນຳໃຊ້ເຕັກນິກ ວິທະຍາສາດເຂົ້າໃນການປູກ, ການ ລ້ຽງທີ່ມີຢູ່ໃນປັດຈຸບັນ ເພື່ອໃຫ້ຄອບ ຄົວມີການພັດທະນາດີຂຶ້ນເລື້ອຍໆ. * ພັກປະຊາຊົນປະຕິວັດລາວ ພາຍຫລັງໄດ້ຮັບການສ້າງຕັ້ງຂຶ້ນ ກໍ່ໄດ້ຜະເຊີນໜ້າກັບສິ່ງທ້າທາຍ ອັນໜັກໜ່ວງເປັນຕົ້ນພື້ນຖານເສດ ຖະກິດ-ສັງຄົມບໍ່ທັນມີຫຍັງ, ຖານທີ່ ໝັ້ນຂອງການປະຕິວັດລາວຕົ້ນຕໍ ແມ່ນຢູ່ເຂດຊົນນະບົດແລະ ເຂດຫ່າງ ໄກສອກຫລີກ. ໃນເວລາດຽວກັນ ນັ້ນ, ຈັກກະພັດອາເມລິກາ ໄດ້ເພີ່ມທະ ວີການຮຸກຮານຢູ່ອິນດູຈີນ ກໍ່ຄືປະ ເທດເຮົາຢ່າງໂຫດຮ້າຍປ່າເຖື່ອນ, ແຕ່ພັກເຮົາກໍ່ສາມາດນໍາພາ ປະຊາ ຊົນລາວບັນດາເຜົ່າດໍາເນີນການຕໍ່ສູ້ ພິລະອາດຫານ ແລະ ສາມາດຍາດ ໄດ້ໄຊຊະນະຢ່າງສະຫງ່າງາມ. ໄລຍະແຕ່ປີ 1955-1975 ພັກ ເຮົາໄດ້ສົມທົບກໍາລັງແຮງຂອງ ຊາດ ກັບກໍາລັງແຮງ ແຫ່ງກ້ອນກໍາ ລັງຮ່ວມສໍາພັນສູ້ຮົບລະຫວ່າງປະ ຊາຊົນ3ປະເທດ ລາວ,ຫວຽດນາມ ແລະ ກໍາປູເຈຍ ແລະ ກໍາລັງແຮງ ຂອງຍຸກສະໄໝສາມາດຜາບແພ້ຍຸດ ທະສາດການຮຸກຮານຂອງຈັກກະ ພັດອາເມລິກາເປັນລໍາດັບ. ໄດ້ນໍາ ພາກໍາລັງການປະຕິວັດທັບມ້າງກົນ ອຸບາຍກໍ່ສົງຄາມກາງເມືອງຂອງ ຈັກກະພັດອາເມລິກາທີ່ແນໃສ່ດັບ ສູນກໍາລັງຮັກຊາດ ແລະ ກໍາລັງປະ ຕິວັດພາໄປເຖິງການເຊັນສັນຍາ ວຽງຈັນປີ 1957 ສ້າງຕັ້ງລັດຖະ ບານປະສົມແຫ່ງຊາດຄັ້ງທີ I ຂຶ້ນ ໂດຍການເຂົ້າຮ່ວມຂອງແນວລາວ ຮັກຊາດ; ແນວລາວຮັກຊາດໃນຖາ ນະເປັນພັກການເມືອງໜຶ່ງທີ່ຖືກ ຕ້ອງກົດໝາຍໄດ້ອອກເຄື່ອນໄຫວ ຢ່າງເປີດເຜີຍ, ໃນນັ້ນ ໜັງສືພິມ “ລາວຮັກຊາດ” ເປັນກະບອກສຽງ ຂອງພັກໄດ້ອອກເຜີຍແຜ່ໃນທົ່ວປະ ເທດ; ກໍາລັງປະຕິວັດ, ລະບົບການ ຈັດຕັ້ງຂອງພັກແລະຮາກຖານການ ເມືອງຂອງການປະຕິວັດໄດ້ຂະ ຫຍາຍອອກໄປສູ່ທຸກບໍລິເວນຊົນ ນະບົດຕະຫລອດຮອດເຂດກວດກາ ຂອງສັດຕູ. ໄດ້ເດັດດ່ຽວຫັນທິດ ການຕໍ່ສູ້ຢ່າງທັນການ, ປຸກລະດົມ ທົ່ວປວງຊົນ ລາວບັນດາເຜົ່າລຸກຮື ຂຶ້ນ, ຊຸກຍູ້ການຕໍ່ສູ້ທາງການທະ ຫານ ແລະ ການເມືອງພ້ອມໆກັນ ຢ່າງແຂງແຮງໃນທົ່ວປະເທດ, ປະ ຕິບັດການຮ່ວມສໍາພັນຢ່າງຮອບ ດ້ານກັບກໍາລັງເປັນກາງຮັກຊາດ ແລະ ສວຍໃຊ້ທ່າຖືກກົດໝາຍຂອງ ລັດຖະບານເປັນກາງຢ່າງສຸດຂີດ ທັງມີຄວາມສະດຸ້ງໄວໃນທຸກສະຖາ ນະການດ້ວຍການກໍາແໜ້ນທ່າ ແຮງແລະກໍາລັງທັງປະລິມານແລະ ຄຸນນະພາບ, ສາມາດເຮັດໃຫ້ພາລະ ກິດປະຕິວັດມີບາດກ້າວຂະຫຍາຍ ຕົວຢ່າງໄວວາ ໂດຍສະເພາະແມ່ນ ກໍາລັງປະກອບອາວຸດປະຕິວັດໄດ້ ຂະຫຍາຍຕົວຢ່າງແຂງແຮງສາ ມາດປົດປ່ອຍດິນແດນ ແລະ ພົນລະ ເມືອງໄດ້ສອງສ່ວນສາມໃນທົ່ວປະ ເທດ ເຮັດໃຫ້ເຂດປົດປ່ອຍຕິດລຽນ ຕໍ່ແດນກັນແຕ່ເໜືອຕະຫລອດໃຕ້ ຊຶ່ງປະກອບມີຫລາຍບໍລິເວນຍຸດທະ ສາດທີ່ສໍາຄັນ. ໄຊຊະນະດັ່ງກ່າວ ນັ້ນໄດ້ບັງຄັບ ໃຫ້ຈັກກະພັດອາເມລິກາຕ້ອງຍອມ ເຊັນສັນຍາເຊີແນວໃນວັນທີ 23 ກໍລະກົດ ປີ 1962 ຮັບຮູ້ຄວາມເປັນ ເອກະລາດ, ເປັນກາງ, ເອກະພາບ, ອະທິປະໄຕ ແລະ ຜືນແຜ່ນດິນອັນ ຄົບຖວ້ນຂອງລາວ, ຮັບຮູ້ລັດຖະ ບານປະສົມແຫ່ງຊາດ ທີ່ໄດ້ສ້າງ ຕັ້ງຂຶ້ນຄັ້ງທີ 2, ສັນຍາເຊີແນວປີ 1962 ກ່ຽວກັບລາວເປັນໄຊຊະນະ ທີ່ສໍາຄັນທາງການທະຫານ, ການ ເມືອງ ແລະ ການຕ່າງປະເທດ, ເປັນ ຂີດໝາຍແຫ່ງການຂະຫຍາຍຕົວ ໃໝ່ທີ່ມີລັກສະນະກະໂດດຂັ້ນ ແລະ ມີຄວາມໝາຍປະຫວັດສາດຂອງ ກໍາລັງປະຕິວັດອັນໄດ້ເຮັດ ໃຫ້ສົງ ຄາມພິເສດຂອງຈັກກະພັດອາເມລິ ກາຢູ່ລາວ ປະລາໄຊຄັ້ງທີ 2. ແຕ່ໄລ ຍະແຕ່ປີ 1964-1973 ເປັນໄລຍະ ທີ່ຈັກກະພັດອາເມລິກາເພີ່ມທະວີ ສົງຄາມພິເສດຮຸກຮານປະເທດ ເຮົາຂຶ້ນສູ່ລະດັບສູງສຸດ. ພ້ອມກັນ ນັ້ນ ກໍ່ເປັນໄລຍະທີ່ພັກເຮົາໄດ້ປຸກ ລະດົມທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນເຮົາຍົກສູງຄວາມຕັດ ສິນໃຈໃນຍຸດທະສາດຕີເອົາຊະນະ ຈັກກະພັດອາເມລິກາ ແລະ ລູກມື ໃນທຸກກໍລະນີ; ພາຍໃຕ້ການຊີ້ນໍານໍາພາອັນສະຫລາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ, ກອງ ທັບ ແລະ ປະຊາຊົນລາວ ສາມາດຕີ ເອົາຊະນະການບຸກໂຈມຕີບຽດຢຶດ ຂອງສັດຕູທັງໝົດ ເປັນຕົ້ນບັ້ນຮົບ ນໍ້າບາກ, ຜາຖີ່(ປີ1968), ບັ້ນຮົບ ທົ່ງໄຫຫີນຊຽງຂວາງ(ປີ1970), ບັ້ນຮົບລາມເຊິນ719 (ປີ1971) ສາມາດທັບມ້າງໄດ້ຍຸດທະສາດ “ສົງຄາມພິເສດຂອງຈອນເຊີນ” ແລະ ຍຸດທະສາດ “ສົງຄາມພິເສດ ເພີ່ມທະວີຕາມທິດສະດີນິກເຊິນ ຂອງຈັກກະພັດອາເມລິກາ” ໃຫ້ຖືກ ປະລາໄຊລົງດ້ວຍບາດກ້າວໜຶ່ງທີ່ ສໍາຄັນເຮັດໃຫ້ກໍາລັງປະຕິວັດໄດ້ ເຕີບໃຫຍ່ຂະຫຍາຍຕົວຕື່ມອີກ, ເຂດ ປົດປ່ອຍໄດ້ຮັບການປົກປັກຮັກສາ ແລະ ເປີດກວ້າງຕິດຈອດກັນແຕ່ ເໜືອຮອດໃຕ້ກວມເອົາເຂດຍຸດທະ ສາດທີ່ສໍາຄັນຕ່າງໆວຽກງານທຸກ ດ້ານໄດ້ຮັບການປັບປຸງກໍ່ສ້າງໃຫ້ ເຂັ້ມແຂງຂຶ້ນເປັນກ້າວໆເຮັດໃຫ້ເຂດ ປົດປ່ອຍເປັນຄືລັດໜຶ່ງຂອງປະເທດ. ໄລຍະແຕ່ປີ1973-1975ຈາກ ການກໍາແໜ້ນສະພາບແວດລ້ອມ ພາຍນອກໂດຍສະເພາະຂະບວນ ການຕໍ່ສູ້ປົດປ່ອຍຊາດຂອງການປະ ຕິວັດໃນໂລກ, ເວົ້າລວມຂອງສອງ ປະເທດອ້າຍນ້ອງຫວຽດນາມ-ກໍາ ປູເຈຍເວົ້າສະເພາະໄດ້ຮັບໄຊຊະນະ ເປັນກ້າວໆ. ວັນທີ17 ເມສາ1975 ແນວໂຮມເອກະພາບກໍາປູເຈຍ ສາ ມາດປົດປ່ອຍທົ່ວປະເທດ; ໃນວັນທີ 30 ເມສາ 1975 ກອງທັບ ແລະ ປະ ຊາຊົນຫວຽດນາມໄດ້ປົດປ່ອຍພາກ ໃຕ້ຫວຽດນາມຢ່າງສົມບູນ; ໄຊຊະ ນະອັນໃຫຍ່ຫລວງ ແລະ ສະຫງ່າ ງາມຂອງສອງປະເທດອ້າຍນ້ອງ ໄດ້ເຮັດໃຫ້ຍຸດທະສາດສົງຄາມລ່າ ເມືອງ ຂຶ້ນເເບບໃໝ່ຂອງຈັກກະພັດ ອາເມລິກາລົ້ມລະລາຍຢ່າງສິ້ນ ເຊີງ ຢູ່ 2 ປະເທດນີ້ ແລະ ສົ່ງຜົນກະທົບ ໂດຍກົງຕໍ່ການປະຕິວັດຢູ່ປະເທດ ເຮົາ. ໂດຍກໍາແໜ້ນເອົາກາລະໂອ ກາດປະຫວັດສາດອັນດີ “ພັນປີ ມີ ເທື່ອໜຶ່ງ” ໃນຕົ້ນເດືອນ 5 ປີ 1975 ກົມການເມືອງສູນກາງພັກເຮົາ ໄດ້ ຕົກລົງຢຶດອໍານາດການປົກຄອງໃນ ທົ່ວປະເທດດ້ວຍ 3 ບາດຄ້ອນຍຸດ ທະສາດ“ການລຸກຮືຂຶ້ນຂອງປະຊາ ຊົນ, ການໜູນໜີບຂອງກໍາລັງປະ ກອບອາວຸດປະຕິວັດ ແລະ ການລຸກ ຮືຂຶ້ນແຍກອອກຂອງທະຫານຝ່າຍ ວຽງຈັນມາຮ່ວມກັບກໍາລັງປະຕິ ວັດ”, ເພື່ອກ້າວຂຶ້ນຍາດເອົາໄຊຊະ ນະສົມບູນໃນຂອບເຂດທົ່ວປະເທດ. ຜ່ານການຈັດຕັ້ງປະຕິບັດນະໂຍ ບາຍ 3 ບາດຄ້ອນຍຸດທະສາດຂອງ ກົມການເມືອງສູນກາງພັກໃນໄລຍະ ສັ້ນໆຮອດຕົ້ນເດືອນ 9 ປີ 1975 ທົ່ວປະເທດ ໄດ້ປະກາດລຶບລ້າງອໍາ ນາດການປົກຄອງເກົ່າທັງໝົດ ແລະ ສ້າງຕັ້ງອໍານາດການປົກຄອງ ປະຕິວັດຂຶ້ນແທນ ໃນຂອບເຂດທົ່ວ ປະເທດ. ວັນທີ 2 ທັນວາ 1975 ໄດ້ປະກາດສ້າງຕັ້ງສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ, ດ້ວຍການປະຕິ ບັດທິດຊີ້ນໍາຂອງພັກວ່າ “ບົວບໍ່ຊໍ້າ ນໍ້າບໍ່ຂຸ່ນ ແຕ່ຈັບປາ ໄດ້ທັງໝົດ”. ໄຊຊະນະອັນເປັນເຫດການປະ ຫວັດສາດດັ່ງກ່າວນັ້ນ ໄດ້ເປັນຂີດ ໝາຍແຫ່ງການສໍາເລັດການປະຕິ ວັດຊາດ-ປະຊາທິປະໄຕຢ່າງສົມ ບູນ ແລະ ໄດ້ໄຂສັງກາດໃໝ່ທີ່ຮຸ່ງ ເຮືອງສົດໃສທີ່ສຸດ ໃນປະຫວັດສາດ ຂອງຊາດລາວ, ໄລຍະທີ່ປະຊາຊົນ ລາວບັນດາເຜົ່າເປັນເຈົ້າປະເທດ ຊາດ, ເປັນເຈົ້າຊະຕາກໍາຂອງຕົນ ຢ່າງແທ້ຈິງ, ກ້າວຂຶ້ນສູ່ເສັ້ນທາງອັນ ສະຫວ່າງສະໄຫວຂອງລັດທິສັງ ຄົມນິຍົມພາຍໃຕ້ການນໍາພາຂອງ ພັກປະຊາຊົນ ປະຕິວັດລາວ.

RkJQdWJsaXNoZXIy MTc3MTYxMQ==