xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** 18/03/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp dko]q 'mb o0v'9u o gxa ode]a 'cI'0a [g7n j vo dkora fmtokglf4tdy f0v' lxx ]k; *ບັນດາທ່ານຜູ້ອ່ານທີ່ນັບຖືແລະ ຮັກແພງໃນໄລຍະຕົ້ນເດືອນມີນາ 2024ນີ້, ມີເຫດການໃຫຍ່ທີ່ຊາວ ໂລກໃຫ້ການຕິດຕາມຢ່າງໃກ້ຊິດ ກໍແມ່ນກອງປະຊຸມຄັ້ງທີ 2 ສະໄໝ ທີ 14 ຂອງສະພາປຶກສາການເມືອງ ປະຊາຊົນແຫ່ງຊາດຈີນ ແລະ ກອງ ປະຊຸມຄັ້ງທີ 2 ສະໄໝທີ 14 ຂອງ ສະພາປະຊາຊົນແຫ່ງຊາດຈີນ ເຊິ່ງພວກເຮົາມັກເອີ້ນກັນວ່າກອງປ ະຊຸມ 2 ສະພາ. ຍ້ອນຫຍັງທົ່ວ ໂ ລກຈິ່ງ ໃຫ້ ຄວາມສຳຄັນ ແລະ ຕິດຕາມກອງ ປະຊຸມ 2 ສະພາຂອງຈີນ. ກໍເພາະ ວ່າເປົ້າໝາຍຫລັກຂອງກອງປະ ຊຸມ 2 ສະພາໄດ້ເວົ້າເຖິງການກຳ ນົດເປົ້າໝາຍຕົ້ນຕໍດ້ານການພັດ ທະນາຂອງຈີນ ໃນປີ 2024 ແລະ ໃນປີຕໍ່ໜ້າທີ່ມີການພົວພັນໂດຍ ກົງກັບເສດຖະກິດພາກພື້ນ ແລະ ໃນໂລກລວມທັງ ສປປ ລາວ. ເວົ້າສະເພາະ ສປປ ລາວ, ໃນ ການພັດທະນາເສດຖະກິດ-ສັງຄົມ ບໍ່ອາດປະຕິເສດໄດ້ການປະກອບ ສ່ວນການລົງທຶນຂອງຕ່າງປະ ເທດຢູ່ ສປປ ລາວ, ໂດຍສະເພາະ ແມ່ນການລົງທຶນຂອງນັກທຸລະກິດ ສປ ຈີນ,ໄດ້ກາຍເປັນກຳລັງແຮງ ຂັບເຄື່ອນການພັດທະນາເສດຖະ ກິດ ສປປ ລາວ ດ້ວຍຄຸນນະພາບ ສູງ. ດັ່ງທ່ານຄໍາເຈນ ວົງໂພສີ ລັດ ຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານໃນກອງ ປະຊຸມພົບປະແລກປ່ຽນ ລະຫວ່າງ ພາກລັດຖະບານລາວ ແລະ ນັກ ທຸລະກິດຈີນ ຄັ້ງທີ 6 ທີ່ຈັດຂຶ້ນ ຢູ່ນະ ຄອນຫລວງວຽງຈັນ ເມື່ອບໍ່ດົນ ມາ ນີ້ໃຫ້ຮູ້ວ່າ: ການລົງທຶນຂອງ ສປ ຈີນ ແມ່ນຢູ່ອັນດັບໜຶ່ງ ຢູ່ ສປປ ລາວ ເຊິ່ງການລົງທຶນສະສົມແມ່ນມີ ເຖິງ 933 ໂຄງການ, ໂດຍມີມູນຄ່າ ການລົງທຶນທັງໝົດປະມານ 16,4 ຕື້ໂດລາ (ສະຖິຕິປີ 2021), ເຊິ່ງ ກວມເອົາ 73% ຂອງມູນຄ່າການ ລົງທຶນທັງໝົດຂອງພາກເອກະຊົນ ຢູ່ໃນ ສປປ ລາວ. ມາຮອດປັດຈຸບັນ ຫລາຍໂຄງການຂອງຈີນທີ່ມີຄຸນນະ ພາບເປັນທີ່ຮູ້ກັນດີຂອງສັງຄົມທັງ ພາຍໃນ ແລະ ຕ່າງປະເທດລວມ ມີໂຄງການທາງດ່ວນວຽງຈັນວັງວຽງ, ລົດໄຟລາວ-ຈີນ, ເຂດເສດ ຖະກິດພິເສດກວມລວມໄຊເສດ ຖາ ແລະ ເຂດເສດຖະກິດບໍ່ເຕັນ-ບໍ່ ຫານ,ໂຄງການສາຍສົ່ງລວມທັງ ເຂື່ອນໄຟຟ້າ ແລະ ອື່ນໆ ເຊິ່ງໄດ້ຮັບ ການພັດທະນາ ແລະ ນໍາເອົາໝາກ ຜົນຕົວຈິງມາສູ່ ສປປ ລາວ. ສະເພາະລົດໄຟ ລາວ-ຈີນນອກ ຈາກມີການເພີ່ມຖ້ຽວຂົນສົ່ງ ແລະ ເພີ່ມຈຳນວນຕູ້ສິນຄ້າຂົນສົ່ງແລ້ວ, ຍັງໄດ້ເພີ່ມການຂົນສົ່ງຜູ້ໂດຍສານ ເປັນ 12 ຖ້ຽວຕໍ່ມື້ໃນປີ 2024 ແລະ ນັບແຕ່ວັນທີ 10 ມີນາ 2024 ເປັນ ຕົ້ນມາ, ບໍລິສັດທາງລົດໄຟ ລາວຈີນ ຈຳກັດໄດ້ເພີ່ມຈຸດຈອດສະຖານີ 2 ຈຸດສຳລັບລົດໄຟສາກົນຖ້ຽວ C88/7ຄື ສະຖານີເມືອງໄຊ (ເບື້ອງ ລາວ)ແລະ ສະຖານີຢູ້ຊີ (ເບື້ອງ ຈີນ). ນອກນີ້, ຍັງໄດ້ເພີ່ມຈຸດຈອດ ສະຖານີໂພນໂຮງ ສໍາລັບຂະບວນ ລົດໄຟຖ້ຽວ C84 ແລະ ປັບເວລາ ເດີນທາງຂອງຖ້ຽວ C85, C92, C84,K12 ແລະ K11 ໃນບາງ ສະຖານີອີກດ້ວຍ. ເວົ້າໄດ້ວ່າລົດໄຟ ລາວ-ຈີນ ໄດ້ກາຍເປັນຂີດໝາຍອັນ ສໍາຄັນໃຫ້ແກ່ການຈັດຕັ້ງປະຕິບັດ ນະໂຍບາຍເຊື່ອມໂຍງເຊື່ອມຈອດ ພາກພື້ນ ແລະ ສາກົນຂອງ ສປປ ລາວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ ແລະ ມີບັນຍາ ກາດໃໝ່ໃຫ້ແກ່ການພົວພັນ ລາວຈີນ ຍິ່ງໄດ້ຮັບການເສີມຂະຫຍາຍ ໃຫ້ກວ້າງຂວາງແລະ ໃຫ້ແໜ້ນແຟ້ນ ຍິ່ງຂຶ້ນກວ່າເກົ່າທັງເປັນການຢືນ ຢັນ ວ່າຂໍ້ລິເລີ່ມ“ໜຶ່ງແລວ, ໜຶ່ງເສັ້ນ ທາງ”ຂອງ ສປ ຈີນ ບໍ່ສະເພາະແຕ່ ໄດ້ນຳເອົາຜົນປະໂຫຍດມາສູ່ຈີນ ແລະ ລາວເທົ່ານັ້ນ, ຫາກຍັງໄດ້ຕອບ ສະໜອງຄວາມມຸ່ງມາດປາຖະໜາ ແລະ ສ້າງຜົນປະໂຫຍດແກ່ປະເທດ ເພື່ອນບ້ານໃກ້ຄຽງ, ບັນດາປະເທດ ໃນພາກພື້ນ ແລະ ສາກົນນໍາອີກ. ວ່າການເຈົ້າເມືອງປາກລາຍ... ຍົກລະດັບຄວາມຮູ້.... ອອປສ ຍົກສູງບົດບາດ... ຂອງອົງການໄອຍະການປະຊາຊົນ ຢ່າງມີປະສິດທິຜົນ. ທ່ານ ພຸດທະວົງ ບົວລະພາ ຫົວໜ້າກົມຕິດຕມກວດກາທົ່ວໄປ ໄດ້ລາຍງານໃຫ້ຮູ້ກ່ຽວກັບແຈ້ງ ການວ່າດ້ວຍການເກັບກຳຂໍ້ມູນໃສ່ ແບບຟອມສອບຖາມການວິໄຈອາ ຊະຍາກຳຢາເສບຕິດຂອງອົງການ ໄອຍະການປະຊາຊົນສູງສຸດ ສະບັບ ເລກທີ 77/ກທປ, ລົງວັນທີ 12 ມີນາ 2024 ແລະ ຮ່າງໜັງສືສະເໜີ ເມື່ອສອບຖາມປະຊາຊົນທີ່ຢູ່ໃກ້ ຄຽງ ໄດ້ຄໍາຕອບວ່າ: ໄດ້ພົບເຫັນມີ ການປ່ອຍນໍ້າເປື້ອນລົງສູ່ແມ່ນໍ້າ ຂອງແທ້ ແຕ່ເກີດຂຶ້ນໄລຍະສັ້ນປະ ມານ 20 ນາທີເທົ່ານັ້ນ. ດັ່ງນັ້ນ, ເຈົ້າໜ້າທີ່ກ່ຽວຂ້ອງ ທີ່ໄປເຄື່ອນໄຫວກວດກາຕົວຈິງສັນ ນິຖານວ່າ: ອາດຈະມີທໍ່ນໍ້າເປື້ອນ ຫລື ອ່າງນໍ້າເປື້ອນທີ່ບໍ່ທັນໄດ້ບໍາ ບັດມີການຮົ່ວໄຫລ ຫລື ຖືກປ່ອຍ ເຂດ 4 ເຂດ ໃນນະຄອນຫລວງ ວຽງຈັນ ເຂົ້າຮ່ວມ. ໂອກາດນີ້, ທ່ານ ບຸນທັນ ບຸນທະ ວິໄລ ໄດ້ຍົກໃຫ້ເຫັນຄວາມໝາຍ ຄວາມສໍາຄັນຂອງວຽກງານຄຸ້ມ ຄອງເອກະສານ ໃຫ້ສຳມະກອນໄດ້ ຮັບຮູ້ແລະ ເຂົ້າໃຈ, ພ້ອມທັງເນັ້ນໃຫ້ ສຳມະນາກອນຕັ້ງໃຈຮ່ຳຮຽນເອົາ ຄວາມຮູ້ແລະປະສົບການໄປໝູນໃຊ້ ໃນການປະຕິບັດໜ້າທີ່ວຽກງານ ຕົວຈິງໃຫ້ເກີດປະໂຫຍດສູງສຸດ, ທັງ ໄດ້ຮຽກຮ້ອງໃຫ້ສຳມະນາກອນຕັ້ງ ໜ້າເອົາໃຈໃສ່ຝຶກອົບຮົມໃນຄັ້ງນີ້, ໃຫ້ບັນລຸຕາມເປົ້າໝາຍ. ຊຸດອົບຮົມໃນຄັ້ງນີ້, ສຳມະນາ ໄດ້ຮຽນຮູ້ກ່ຽວກັບກົດໝາຍວ່າດ້ວຍ ເອກະສານທາງການ, ການສ້າງ ເອກະສານທາງການ, ລັກສະນະປະ ເພດແລະຮູບແບບເອກະສານ, ຫລັກ ການສ້າງເອກະສານ, ອົງປະກອບ ຂອງເອກະສານທາງການ ຂອງລັດ, ການຄຸ້ມຄອງເອກະສານ, ການສ້າງ ສຳນວນເອກະສານ, ການຈັດລະບົບ ເອກະສານ, ການຂຶ້ນສະຖິຕິ ແລະ ກວດກາເອກະສານ. ທັ້ງນີ້, ກໍເພື່ອ ເຮັດໃຫ້ສຳມະນາກອນ ໂດຍສະ ເພາະຜູ້ທີ່ເຮັດວຽກເອກະສານໄດ້ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຫລັກ ການ, ລະບຽບການຮ່າງເອກະສານ ໃຫ້ເປັນລະບົບ, ຖືກຕ້ອງ ແລະ ເປັນ ເອກະພາບໃນທົ່ວປະເທດ, ທັງຮັບ ປະກັນການນໍາໃຊ້ສະເພາະໜ້າ ແລະ ຍາວນານ ໃຫ້ໄດ້ຮັບຜົນດີ, ສາມາດ ຄຸ້ມຄອງເອກະສານທີ່ສໍາຄັນໃຫ້ມີ ຄຸນຄ່າ. ພ້ອມນີ້, ສຳມະນາກອນກໍໄດ້ຮັບ ຊົມຮູບແບບຕົວຢ່າງກ່ຽວກັບການ ນຳໃຊ້ເອກະສານ, ການຮ່າງເອກະ ສານ, ການຈັດລະບຽບ, ການສ້າງ ສຳນວນ, ການກຳນົດ-ຄຸ້ມຄອງ ແລະອື່ນໆເພື່ອເປັນທິດທາງໃນການ ເຮັດວຽກກ່ຽວກັບເອກະສານທາງ ການໃຫ້ມີປະສິດທິພາບ. *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ອອກມາ ເນື່ອງຈາກທໍ່ນໍ້າເປື້ອນດັ່ງ ກ່າວແມ່ນຢູ່ລອດພື້ນດິນ ແລະ ມີ ປາກທໍ່ຕິດກັບແມ່ນໍ້າຂອງ ຊຶ່ງປົກ ກະຕິແລ້ວກ່ອນທີ່ໂຮງງານ ຈະ ປ່ອຍນໍ້າອອກຈາກອ່າງນໍ້າເປື້ອນ ຕ້ອງໄດ້ບໍາບັດສໍາເລັດ ແລະ ຮັບປະ ກັນບໍ່ມີສານພິດຈຶ່ງສາມາດປ່ອຍ ລົງສູ່ນໍ້າຂອງໄດ້. ຢ່າງໃດກໍຕາມ, ອົງການປົກຄອງເມືອງ ໄດ້ແຕ່ງຕັ້ງ ຄະນະກໍາມະການຊຶ່ງປະກອບມີ ຫລາຍພາກສ່ວນທີ່ກ່ຽວຂ້ອງຂອງ ເມືອງ ໄປສົມທົບກັບເຈົ້າຂອງໂຮງ ງານ ເພື່ອກວດກາຊອກຫາສາເຫດທີ່ ແທ້ຈິງວ່າເກີດຈາກຫຍັງແທ້. ເມື່ອ ຮູ້ສາເຫດຕົວຈິງຈະແກ້ໄຂໃຫ້ຖືກ ຕ້ອງຕາມຫລັກການ ເພື່ອບໍ່ໃຫ້ມີເຫດ ການແບບນີ້ເກີດຂຶ້ນອີກໃນຕໍ່ໜ້າ. ທ່ານ ບຸນຫລາຍ ວົງດາລາ ຢືນ ຢັນວ່າ: ປັດຈຸບັນ, ແມ່ນບໍ່ມີສະພາບ ປາຕາຍເກີດຂຶ້ນ ແລະ ນໍ້າຢູ່ໃນ ຈຸດ ທີ່ເກີດເຫດແມ່ນຄືນສູ່ສະພາບປົກ ກະຕິແລ້ວ. ພ້ອມນີ້ ທ່ານຍັງຮຽກ ຮ້ອງມາຍັງຫົວໜ່ວຍທຸລະກິດກໍຄື ບັນດາໂຮງຈັກ-ໂຮງງານທີ່ມີພາຍ ໃນເມືອງປາກລາຍ ເອົາໃຈໃສ່ຄຸ້ມ ຄອງສິ່ງແວດລ້ອມກໍຄືປະຕິບັດຕາມ ກົດໝາຍວາງອອກຢ່າງເຂັ້ມງວດ ແຕ່ຫົວທີ ເພື່ອບໍ່ໃຫ້ກະທົບຕໍ່ສິ່ງແວດ ລ້ອມ ແລະ ສັງຄົມ. ໃຫ້ອົງການໄອຍະການປະຊາຊົນ ແຂວງ-ນະຄອນຫລວງວຽງຈັນສະ ເໜີຫາພາກສ່ວນຕ່າງ ເພື່ອປະກອບ ຂໍ້ມູນໃສ່ໃນແບບຟອມສອບດັ່ງ ກ່າວ, ການເຜີຍແຜ່, ອະທິບາຍກ່ຽວ ກັບ ແບບຟອມສອບຖາມ, ຂັ້ນຕອນ ແລະ ວິທີການໃນການຕື່ມຂໍ້ມູນໃສ່ ໃນແບບຟອມສອບຖາມ ເພື່ອໃຫ້ອົງ ການໄອຍະການປະຊາຊົນ ແຂວງນະຄອນຫລວງວຽງຈັນ ນຳໄປຈັດ ຕັ້ງປະຕິບັດໃຫ້ຖືກຕ້ອງຕາມແບບ ຟອມສອບຖາມ, ພ້ອມທັງໄດ້ແລກ ປ່ຽນຄຳເຫັນ ຢ່າງເລິກເຊິ່ງ ແລະ ມີຜົນສຳເລັດ. ໂອກາດນີ້, ທ່ານ ຄໍາເພັດ ສົມວໍ ລະຈິດ ໄດ້ມີຄຳເຫັນຊີ້ນຳຕໍ່ກອງ ປະຊຸມ ໂດຍໄດ້ຍົກໃຫ້ເຫັນຄວາມ ໝາຍຄວາມສຳຄັນ ຂອງການວິໄຈ ອາຍາຊະກຳ ເຊິ່ງແມ່ນໜ້າທີ່ໜຶ່ງ ຂອງອົງການໄອຍະການປະຊາຊົນ; ການວິໄຈອາຊະຍາກຳແມ່ນການ ເກັບກຳຂໍ້ມູນ, ຫາງສຽງສັງຄົມ, ທັດ ສະນະຂອງສັງຄົມ, ບົດຮຽນຂອງ ພາຍໃນ ແລະ ຕ່າງປະເທດກ່ຽວກັບ ສາເຫດ ແລະ ວິທີການແກ້ໄຂອາຊະ ຍາກຳທາງດ້ານກົດໝາຍ,ບໍລິຫານ, ຕຸລາການ ກໍຄື ການຕິດຕາມກວດ ກາຂອງອົງການໄອຍະການປະ ຊາຊົນ ຢ່າງວິທະຍາສາດ ຊຶ່ງມີຂັ້ນ ຕອນວິໄຈທີ່ສຳຄັນຄື: ຂັ້ນຕອນການ ສອບຖາມດ້ວຍການນໍາໃຊ້ແບບ ຟອມສອບຖາມ, ຂັ້ນຕອນການສຳ ພາດ, ຂັ້ນຕອນກອງປະຊຸມວິທະຍາ ສາດ, ຂັ້ນຕອນການຖອດຖອນບົດ ຮຽນຈາກຕ່າງປະເທດ ແລະ ຂັ້ນ ຕອນລາຍງານ ແລະ ເປັນຂໍ້ມູນໃຫ້ ສະພາແຫ່ງຊາດ ແລະ ລັດຖະບານ ໃນການວາງນະໂຍບາຍກ່ຽວກັບ ບັນຫານີ້ຢ່າງມີປະສິດທິຜົນ ແລະ ຮຽກຮ້ອງໃຫ້ອົງການໄອຍະການ ປະຊາຊົນ ພ້ອມກັນຈັດຕັ້ງປະຕິບັດ ວຽກງານດັ່ງກ່າວດ້ວຍຄວາມຮັບ ຜິດຊອບ ແລະ ຈັດຕັ້ງປະຕິບັດໃຫ້ ສຳເລັດຕາມແຜນການວາງໄວ້. ຂ່າວ: ສິນໃຈ ວິຊາເທບ ເມືອງໄຊເສດຖາ... ເປັນການກະທໍາຜິດຕໍ່ກົດໝາຍສັດ ນໍ້າ-ສັດປ່າ ກົດໝາຍວ່າດ້ວຍການ ປົກຄອງທ້ອງຖິ່ນ, ກົດໝາຍວ່າ ດ້ວຍສັດປ່າ ໂດຍມີ ທ່ານ ວົງອຳໄພ ວົງຊາລະຊິດ ຮອງເຈົ້າເມືອງໄຊ ເສດຖາ, ມີຂະແໜງການກ່ຽວຂ້ອງ ຂອງເມືອງ ເຂົ້າຮ່ວມໃນພິທີ. ສໍາລັບ ສັດປ່າ ແລະ ສິ້ນສ່ວນ ສັດປ່າ ທີ່ຢຶດໄດ້ ແລະ ນໍາມາຈູດທໍາ *** ຕໍ່ຈາກໜ້າ 1 *** ລາຍໃນຄັ້ງນີ້, ລວມນໍ້າໜັກ ທັງໝົດ 142 ກິໂລກະລາມ ເຊິ່ງປະກອບມີ: ເຢືອງ 1 ໂ ຕ ນ້ຳໜັກ 45 ກິໂລ, ເຫງັນ 2 ໂຕ ນ້ຳໜັກ 3 ກິໂລ, ງູຈົງ ອາງ 1 ໂຕ ນ້ຳໜັກ 1,5 ກິໂລ, ໝູ ປ່າ 2 ໂຕ ນ້ຳໜັກ 41 ກິໂລ ແລະ ສິ້ນສ່ວນຟານ ນ້ຳໜັກ 18 ກິໂລ, ກະດູກລີງ ນ້ຳໜັກ 0,5 ກິໂລ. ສ່ວນຜູ້ລະເມີດກົດໝາຍດັ່ງ ກ່າວ, ທາງເຈົ້າໜ້າ ທີ່ໄດ້ສຶກສາອົບ ຮົມ, ເຮັດບົດບັນທຶກ ແລະ ກ່າວ ເຕືອນຕາມລະບຽບການ. ຂ່າວ: ຖວທ ໄຊເສດຖາ ຂປລ. ສະຖານເອກອັກຄະລັດ ຖະທູດຣັດເຊຍ ປະຈຳ ສປປ ລາວ ຈັດພິທີປ່ອນບັດເລືອກຕັ້ງປະທາ ນາທິບໍດີສະຫະພັນຣັດເຊຍ ໃນຕອນ ເຊົ້າວັນທີ 17 ມີນາ 2024 ຢູ່ນະ ຄອນຫລວງວຽງຈັນ ເພື່ອກຳນົດ ອະນາຄົດຂອງປະເທດ ໃນອີກ 6 ປີຕໍ່ໜ້າ. ການເລືອກຕັ້ງປະທານາ ທິບໍດີຣັດເຊຍ ໄດ້ເປີດຂຶ້ນຢ່າງເປັນ ທາງການໃນວັນທີ15ມີນາເປັນຕົ້ນ ມາ ແລະ ຈະສິ້ນສຸດໃນວັນທີ 17 ມີ ນາ 2024 ນີ້ ໂດຍມີຜູ້ສະໝັກ ຮັບເລືອກຕັ້ງທັງໝົດ 4 ທ່ານ ເຊິ່ງ ປະ ກອບມີ: ປະທານາທິບໍດີວະລະດິ ເມຍ ປູຕິນ ແລະ ຕົວແທນຈາກພັກ ເສລີປະຊາທິປະໄຕ ຣັດເຊຍ, ພັກປະ ຊາຊົນໃໝ່ຣັດເຊຍ, ແລະ ພັກກອມ ມູນິດສະຫະພັນຣັດເຊຍ. ການເລືອກຕັ້ງຄັ້ງນີ້, ເປັນຄັ້ງ ທຳອິດທີ່ຜູ້ມີສິດປ່ອນບັດເລືອກ ຕັ້ງສາມາດເລືອກທີ່ຈະລົງຄະແນນ ສຽງ ຜ່ານລະບົບເອເລັກໂຕຣນິກ (ອອນລາຍ) ຫລື ເລືອກແບບປ່ອນ ລົງຫີບ ໂດຍການລົງຄະແນນສຽງ ແບບອອນລາຍມີຢູ່ 29 ເຂດ ລວມ ທັງນະຄອນຫລວງມົດສະກູ. ໃນມື້ ທຳອິດຂອງການເລືອກຕັ້ງວັນທີ 15 ມີນາຜ່ານມາ, ມີປະຊາຊົນ ຣັດ ເຊຍ ຈຳນວນ 3,5 ລ້ານຄົນລົງຄະ ແນນສຽງຜ່ານລະບົບອອນລາຍ *** ອ່ານຕໍ່ສະບັບໜ້າ *** lt4kom6 fia fg-p xt9e]k; g]n vd8A ' xtmkokmy [= fu ltstra oia fg-p ເຊິ່ງເທົ່າກັບ 73% ຂອງຈຳນວນ 4,76 ລ້ານຄົນ ທີ່ໄດ້ລົງທະບຽນ ເລືອກຕັ້ງຜ່ານລະບົບດັ່ງກ່າວ. ສ່ວນຜົນການລົງຄະແນນສຽງ ອອນລາຍຈະໄດ້ປະກາດເວລາ 22-23 ໂມງ ຂອງວັນທີ 17 ມີນາ 2024 ຕາມເວລາໃນມົດສະກູ. ທ່ານ ວະລາດິເມຍ ກາລິນິນ ເອກອັກຄະລັດຖະທູດສະຫະພັນ ຣັດເຊຍປະຈຳລາວໄດ້ໃຫ້ສຳພາດ ຕໍ່ນັກຂ່າວວ່າ: ໃນການເລືອກຕັ້ງຄັ້ງ ນີ້ມີໜ່ວຍປ່ອນບັດທັງໝົດ94.000 ກວ່າໜ່ວຍເປີດຢູ່ໃນຣັດເຊຍ ຕັ້ງ ແຕ່ເວລາ 8:00-20:00 ໂມງ ແລະ 295 ໜ່ວຍ ເປີດຢູ່ 144ປະເທດ ໃນນັ້ນລວມທັງ ສປປ ລາວ. ການ ເລືອກຕັ້ງປະທານາທິບໍດີຄັ້ງທີ 8 ທີ່ຈັດຂຶ້ນຢູ່ຣັດເຊຍ, ມັນສະແດງເ ຖິງຄວາມເຄົາລົບຫລັກການແຫ່ງ ການຈັດການເລືອກຕັ້ງແບບປົກກະ ຕິ ເຊິ່ງແມ່ນໜຶ່ງໃນບັນດາຫລັກການ ພື້ນຖານຂອງລັດປະຊາທິປະໄຕ. ຜົນຂອງການເລືອກຕັ້ງຈະສົ່ງຜົນ ໂດຍກົງຕໍ່ການພັດທະນາຂອງປະ ເທດໃນຊຸມປີຕໍ່ໜ້າ. ດັ່ງທີ່ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີ ຣັດເຊຍກ່າວວ່າ: ປະຊາຊົນແມ່ນ ແຫລ່ງອຳນາດພຽງໜຶ່ງດຽວຂອງ ປະເທດເຮົາ. ຂໍ້ກຳນົດທາງກົດ ໝາຍອັນນີ້ໄດ້ກຳນົດໄວ້ໃນລັດຖະ ທຳມະນູນໝາຍຄວາມວ່າມີພຽງ ແຕ່ພົນລະເມືອງຂອງ ຣັດເຊຍ ເທົ່າ ນັ້ນທີ່ສາມາດກຳນົດອະນາຄົດ ຂອງປະເທດຣັດເຊຍໄດ້.
RkJQdWJsaXNoZXIy MTc3MTYxMQ==