5833

xtgmf]k; 3 18/03/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me xtgmf-kf wfh Ia [dkoxq fxj vp ph vo,u ra doerk ໂດຍ: ພິດສະໄໝ (ຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ) ໂດຍ: ຄໍາປິງ c,j py '8q ;c[[ zt]y fdtly de gxa oly o7h k rk7v[7q ;rQ om5 d *ປັດຈຸບັນການປູກຝັງ-ລ້ຽງສັດ ຂາຍເປັນສິນຄ້າ ແມ່ນທາງເລືອກ ໜຶ່ງຂອງປະຊາຊົນ ແລະ ຜູ້ປະກອບ ການ ອັນເປັນປັດໄຈໃຫ້ແກ່ການ ພັດທະນາຊົນນະບົດແກ້ໄຂຄວາມ ທຸກຍາກ ຊຶ່ງໃນຈຸດນີ້ ພັກ-ລັດຖະ ບານຍາມໃດກໍໄດ້ເອົາໃຈໃສຊຸກຍູ້ ສົ່ງເສີມ, ໂດຍຫັນຈາກການຜະລິດ ເປັນສິນຄ້າແບບທໍາມະຊາດໄປສູ່ ການຜະລິດເປັນສິນຄ້າ ໂດຍການ ນໍາໃຊ້ເຕັກຕິກວິທະຍາສາດເຂົ້າ ໃນການຜະລິດກໍຄືການປູກຝັງລ້ຽງສັດຂາຍເປັນສິນຄ້າ, ໂດຍປະ ຕິບັດຕາມແນວທາງນະໂຍບາຍ ການປ່ຽນແປງໃໝ່ຂອງພັກທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ໂດຍ ເລີ່ມຈາກຄອບຄົວ ແລະ ປະຕິບັດ ຕາມແຜນພັດທະນາ ແມ່ຍິງເມືອງ ທັງເປັນການປະຕິບັດເນື້ອໃນຄຳ ຂວັນຂໍ້ແຂ່ງຂັນ 3 ດີຂອງສູນກາງ ແມ່ຍິງລາວວາງອອກໃຫ້ເປັນຂະ ບວນກວ້າງຂວາງ. ຄອບຄົວຂອງ ນາງ ພົມມາ ແສງສຸລິຍາ ອາຍຸ 31 ປີ ສະມາຊິກ ສະຫະພັນແມ່ຍິງຢູ່ບ້ານດົງວຽງ ເມືອງວຽງພູຄາ ແຂວງຫລວງນໍ້າ ທາ ຊຶ່ງໃນໄລຍະຜ່ານມາຄອບຄົວ ຂອງ ນາງ ພົມມາ ແສງສຸລິຍາ ແມ່ນມີອາຊີບເປັນຊາວນາ ແລະ ເຫັນວ່າຄອບຄົວ ພໍແຕ່ກຸ້ມຢູ່ກຸ້ມ ກິນ. ມາຮອດປີ 2014 ໄດ້ມີແນ ວຄິດລິເລີ່ມດ້ວຍຄວາມເຫັນດີເ ປັນເອກະພາບພາຍໃນຄອບຄົວ, ບວກກັບຄວາມດຸໝັ່ນຂະຫຍັນພຽນ ຈິ່ງຕັດສິນໃຈຫັນມາເຮັດການກະ ເສດ, ປູກຝັງ-ລ້ຽງສັດ ສ້າງລາຍ ຮັບເຂົ້າໃນຄອບຄົວ, ເປັນຕົ້ນແມ່ນ ການປູກໝາກແຕງ, ໝາກເຂືອ, ໝາກເຜັດ, ສາລີຫວານ, ໝາກນໍ້າ ເຕົ້າ, ໝາກອຶ, ຜັກຫອມ ແລະ ອື່ນໆ ໃນເນື້ອທີ່ການປູກພືດໝູນວຽນ 3.000 ຕາແມັດ ແລະ ລາຍຮັບ ຈາກການຂາຍສັດລ້ຽງປະເພດງົວ, ໝູ, ສັດປີກ, ມີໜອງປາ 1 ໜອງ, ຂາຍເຂົ້າ ແລະ ອື່ນໆ ສາມາດສ້າງ ລາຍຮັບໄດ້ທັງໝົດໄດ້ 370 ລ້ານ ກີບຕໍ່ປີ. ການຂາຍສ່ວນໃຫຍ່ແມ່ນ ພໍ່ຄ້າ, ແມ່ຄ້າມາເອົາເອງ ຢູ່ກັບ ສ່ວນ ແລະ ສົ່ງໃຫ້ພໍຄ້າແມ່ຄ້າຢູ່ຕະ ຫລາດຈໍານວນໜຶ່ງ. ຜ່ານການເຮັດຊີບປູກຝັງ-ລ້ຽງ ສັດຂາຍເປັນສິນຄ້າເຮັດໃຫ້ຄອບ ຄົວນາງ ພົມມາ ແສງສຸລິຍາ ມີຖາ ນະດີຂຶ້ນກວ່າເກົ່າ, ຊີວິດການເປັນຢູ່ ໄດ້ຮັບການປັບປຸງຮອບດ້ານເສດ ຖະກິດຂອງຄອບຄົວມີບາດກ້າວ ຂະຫຍາຍຕົວຢາງຕໍ່ເນື່ອງ ແລະ ໄດ້ກາຍເປັນຄອບຄົວແບບຢ່າງທີ່ດີ ໃຫ້ແກ່ສະມາຊິກສະຫະພັນແມ່ຍິງ ຫລາຍຄອບຄົວພາຍໃນບ້ານ ຮໍ່າ ຮຽນເອົາປະສົບການນຳໄປພັດທະ ນາເສດຖະກິດຄອບຄົວຂອງຕົນໃຫ້ ມີຢູ່ມີກິນ ແລະ ຫລຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ. ມາ ຮອດປັດຈຸບັນຄອບຄົວຂອງ ນາງ ພົມມາແສງສຸລິຍາມີພາຫະນະແລະ ເຄື່ອງມືທຳການຜະລິດຈຳນວນ ໜຶ່ງ, ມີດິນ 5 ເຮັກຕາ, ເຮືອນ 1 ຫລັງ. ໃນຕໍ່ໜ້າ ນາງ ພົມມາ ແສງສຸລິ ຍາ ໄດ້ວາງຄາດໝາຍຈະສູ້ຊົນ ສ້າງເສດຖະກິດຄອບຄົວໃຫ້ຫລາຍ ຂຶ້ນກວ່າເກົ່າ ໂດຍສະເພາະຈະຂະ ຫຍາຍເນື້ອທີ່ປູກພືດຜັກຕະກຸນຖົ່ວ, ຕົ້ນໄມ້ໃຫ້ໝາກ, ລ້ຽງສັດ, ຂະ ຫຍາຍຕົ້ນຢາງພາລາ ແລະ ລາຍ ຮັບອື່ນໆອີກ ໃຫ້ໄດ້ 470 ລ້ານກີບ ຕໍ່ປີແລະຈະພະຍາຍາມປັບປຸງຖອດ ຖອນບົດຮຽນນຳຜູ້ອື່ນໄປເລື້ອຍໆ, ສືບຕໍ່ໃນການບົວລະບັດປົກປັກຮັກ ສາເຄື່ອງປູກຝັງແລະນຳໃຊ້ເຕັກນິກ ວິທະຍາສາດເຂົ້າໃນການປູກ, ການ ລ້ຽງທີ່ມີຢູ່ໃນປັດຈຸບັນ ເພື່ອໃຫ້ຄອບ ຄົວມີການພັດທະນາດີຂຶ້ນເລື້ອຍໆ. * ພັກປະຊາຊົນປະຕິວັດລາວ ພາຍຫລັງໄດ້ຮັບການສ້າງຕັ້ງຂຶ້ນ ກໍ່ໄດ້ຜະເຊີນໜ້າກັບສິ່ງທ້າທາຍ ອັນໜັກໜ່ວງເປັນຕົ້ນພື້ນຖານເສດ ຖະກິດ-ສັງຄົມບໍ່ທັນມີຫຍັງ, ຖານທີ່ ໝັ້ນຂອງການປະຕິວັດລາວຕົ້ນຕໍ ແມ່ນຢູ່ເຂດຊົນນະບົດແລະ ເຂດຫ່າງ ໄກສອກຫລີກ. ໃນເວລາດຽວກັນ ນັ້ນ, ຈັກກະພັດອາເມລິກາ ໄດ້ເພີ່ມທະ ວີການຮຸກຮານຢູ່ອິນດູຈີນ ກໍ່ຄືປະ ເທດເຮົາຢ່າງໂຫດຮ້າຍປ່າເຖື່ອນ, ແຕ່ພັກເຮົາກໍ່ສາມາດນໍາພາ ປະຊາ ຊົນລາວບັນດາເຜົ່າດໍາເນີນການຕໍ່ສູ້ ພິລະອາດຫານ ແລະ ສາມາດຍາດ ໄດ້ໄຊຊະນະຢ່າງສະຫງ່າງາມ. ໄລຍະແຕ່ປີ 1955-1975 ພັກ ເຮົາໄດ້ສົມທົບກໍາລັງແຮງຂອງ ຊາດ ກັບກໍາລັງແຮງ ແຫ່ງກ້ອນກໍາ ລັງຮ່ວມສໍາພັນສູ້ຮົບລະຫວ່າງປະ ຊາຊົນ3ປະເທດ ລາວ,ຫວຽດນາມ ແລະ ກໍາປູເຈຍ ແລະ ກໍາລັງແຮງ ຂອງຍຸກສະໄໝສາມາດຜາບແພ້ຍຸດ ທະສາດການຮຸກຮານຂອງຈັກກະ ພັດອາເມລິກາເປັນລໍາດັບ. ໄດ້ນໍາ ພາກໍາລັງການປະຕິວັດທັບມ້າງກົນ ອຸບາຍກໍ່ສົງຄາມກາງເມືອງຂອງ ຈັກກະພັດອາເມລິກາທີ່ແນໃສ່ດັບ ສູນກໍາລັງຮັກຊາດ ແລະ ກໍາລັງປະ ຕິວັດພາໄປເຖິງການເຊັນສັນຍາ ວຽງຈັນປີ 1957 ສ້າງຕັ້ງລັດຖະ ບານປະສົມແຫ່ງຊາດຄັ້ງທີ I ຂຶ້ນ ໂດຍການເຂົ້າຮ່ວມຂອງແນວລາວ ຮັກຊາດ; ແນວລາວຮັກຊາດໃນຖາ ນະເປັນພັກການເມືອງໜຶ່ງທີ່ຖືກ ຕ້ອງກົດໝາຍໄດ້ອອກເຄື່ອນໄຫວ ຢ່າງເປີດເຜີຍ, ໃນນັ້ນ ໜັງສືພິມ “ລາວຮັກຊາດ” ເປັນກະບອກສຽງ ຂອງພັກໄດ້ອອກເຜີຍແຜ່ໃນທົ່ວປະ ເທດ; ກໍາລັງປະຕິວັດ, ລະບົບການ ຈັດຕັ້ງຂອງພັກແລະຮາກຖານການ ເມືອງຂອງການປະຕິວັດໄດ້ຂະ ຫຍາຍອອກໄປສູ່ທຸກບໍລິເວນຊົນ ນະບົດຕະຫລອດຮອດເຂດກວດກາ ຂອງສັດຕູ. ໄດ້ເດັດດ່ຽວຫັນທິດ ການຕໍ່ສູ້ຢ່າງທັນການ, ປຸກລະດົມ ທົ່ວປວງຊົນ ລາວບັນດາເຜົ່າລຸກຮື ຂຶ້ນ, ຊຸກຍູ້ການຕໍ່ສູ້ທາງການທະ ຫານ ແລະ ການເມືອງພ້ອມໆກັນ ຢ່າງແຂງແຮງໃນທົ່ວປະເທດ, ປະ ຕິບັດການຮ່ວມສໍາພັນຢ່າງຮອບ ດ້ານກັບກໍາລັງເປັນກາງຮັກຊາດ ແລະ ສວຍໃຊ້ທ່າຖືກກົດໝາຍຂອງ ລັດຖະບານເປັນກາງຢ່າງສຸດຂີດ ທັງມີຄວາມສະດຸ້ງໄວໃນທຸກສະຖາ ນະການດ້ວຍການກໍາແໜ້ນທ່າ ແຮງແລະກໍາລັງທັງປະລິມານແລະ ຄຸນນະພາບ, ສາມາດເຮັດໃຫ້ພາລະ ກິດປະຕິວັດມີບາດກ້າວຂະຫຍາຍ ຕົວຢ່າງໄວວາ ໂດຍສະເພາະແມ່ນ ກໍາລັງປະກອບອາວຸດປະຕິວັດໄດ້ ຂະຫຍາຍຕົວຢ່າງແຂງແຮງສາ ມາດປົດປ່ອຍດິນແດນ ແລະ ພົນລະ ເມືອງໄດ້ສອງສ່ວນສາມໃນທົ່ວປະ ເທດ ເຮັດໃຫ້ເຂດປົດປ່ອຍຕິດລຽນ ຕໍ່ແດນກັນແຕ່ເໜືອຕະຫລອດໃຕ້ ຊຶ່ງປະກອບມີຫລາຍບໍລິເວນຍຸດທະ ສາດທີ່ສໍາຄັນ. ໄຊຊະນະດັ່ງກ່າວ ນັ້ນໄດ້ບັງຄັບ ໃຫ້ຈັກກະພັດອາເມລິກາຕ້ອງຍອມ ເຊັນສັນຍາເຊີແນວໃນວັນທີ 23 ກໍລະກົດ ປີ 1962 ຮັບຮູ້ຄວາມເປັນ ເອກະລາດ, ເປັນກາງ, ເອກະພາບ, ອະທິປະໄຕ ແລະ ຜືນແຜ່ນດິນອັນ ຄົບຖວ້ນຂອງລາວ, ຮັບຮູ້ລັດຖະ ບານປະສົມແຫ່ງຊາດ ທີ່ໄດ້ສ້າງ ຕັ້ງຂຶ້ນຄັ້ງທີ 2, ສັນຍາເຊີແນວປີ 1962 ກ່ຽວກັບລາວເປັນໄຊຊະນະ ທີ່ສໍາຄັນທາງການທະຫານ, ການ ເມືອງ ແລະ ການຕ່າງປະເທດ, ເປັນ ຂີດໝາຍແຫ່ງການຂະຫຍາຍຕົວ ໃໝ່ທີ່ມີລັກສະນະກະໂດດຂັ້ນ ແລະ ມີຄວາມໝາຍປະຫວັດສາດຂອງ ກໍາລັງປະຕິວັດອັນໄດ້ເຮັດ ໃຫ້ສົງ ຄາມພິເສດຂອງຈັກກະພັດອາເມລິ ກາຢູ່ລາວ ປະລາໄຊຄັ້ງທີ 2. ແຕ່ໄລ ຍະແຕ່ປີ 1964-1973 ເປັນໄລຍະ ທີ່ຈັກກະພັດອາເມລິກາເພີ່ມທະວີ ສົງຄາມພິເສດຮຸກຮານປະເທດ ເຮົາຂຶ້ນສູ່ລະດັບສູງສຸດ. ພ້ອມກັນ ນັ້ນ ກໍ່ເປັນໄລຍະທີ່ພັກເຮົາໄດ້ປຸກ ລະດົມທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນເຮົາຍົກສູງຄວາມຕັດ ສິນໃຈໃນຍຸດທະສາດຕີເອົາຊະນະ ຈັກກະພັດອາເມລິກາ ແລະ ລູກມື ໃນທຸກກໍລະນີ; ພາຍໃຕ້ການຊີ້ນໍານໍາພາອັນສະຫລາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ, ກອງ ທັບ ແລະ ປະຊາຊົນລາວ ສາມາດຕີ ເອົາຊະນະການບຸກໂຈມຕີບຽດຢຶດ ຂອງສັດຕູທັງໝົດ ເປັນຕົ້ນບັ້ນຮົບ ນໍ້າບາກ, ຜາຖີ່(ປີ1968), ບັ້ນຮົບ ທົ່ງໄຫຫີນຊຽງຂວາງ(ປີ1970), ບັ້ນຮົບລາມເຊິນ719 (ປີ1971) ສາມາດທັບມ້າງໄດ້ຍຸດທະສາດ “ສົງຄາມພິເສດຂອງຈອນເຊີນ” ແລະ ຍຸດທະສາດ “ສົງຄາມພິເສດ ເພີ່ມທະວີຕາມທິດສະດີນິກເຊິນ ຂອງຈັກກະພັດອາເມລິກາ” ໃຫ້ຖືກ ປະລາໄຊລົງດ້ວຍບາດກ້າວໜຶ່ງທີ່ ສໍາຄັນເຮັດໃຫ້ກໍາລັງປະຕິວັດໄດ້ ເຕີບໃຫຍ່ຂະຫຍາຍຕົວຕື່ມອີກ, ເຂດ ປົດປ່ອຍໄດ້ຮັບການປົກປັກຮັກສາ ແລະ ເປີດກວ້າງຕິດຈອດກັນແຕ່ ເໜືອຮອດໃຕ້ກວມເອົາເຂດຍຸດທະ ສາດທີ່ສໍາຄັນຕ່າງໆວຽກງານທຸກ ດ້ານໄດ້ຮັບການປັບປຸງກໍ່ສ້າງໃຫ້ ເຂັ້ມແຂງຂຶ້ນເປັນກ້າວໆເຮັດໃຫ້ເຂດ ປົດປ່ອຍເປັນຄືລັດໜຶ່ງຂອງປະເທດ. ໄລຍະແຕ່ປີ1973-1975ຈາກ ການກໍາແໜ້ນສະພາບແວດລ້ອມ ພາຍນອກໂດຍສະເພາະຂະບວນ ການຕໍ່ສູ້ປົດປ່ອຍຊາດຂອງການປະ ຕິວັດໃນໂລກ, ເວົ້າລວມຂອງສອງ ປະເທດອ້າຍນ້ອງຫວຽດນາມ-ກໍາ ປູເຈຍເວົ້າສະເພາະໄດ້ຮັບໄຊຊະນະ ເປັນກ້າວໆ. ວັນທີ17 ເມສາ1975 ແນວໂຮມເອກະພາບກໍາປູເຈຍ ສາ ມາດປົດປ່ອຍທົ່ວປະເທດ; ໃນວັນທີ 30 ເມສາ 1975 ກອງທັບ ແລະ ປະ ຊາຊົນຫວຽດນາມໄດ້ປົດປ່ອຍພາກ ໃຕ້ຫວຽດນາມຢ່າງສົມບູນ; ໄຊຊະ ນະອັນໃຫຍ່ຫລວງ ແລະ ສະຫງ່າ ງາມຂອງສອງປະເທດອ້າຍນ້ອງ ໄດ້ເຮັດໃຫ້ຍຸດທະສາດສົງຄາມລ່າ ເມືອງ ຂຶ້ນເເບບໃໝ່ຂອງຈັກກະພັດ ອາເມລິກາລົ້ມລະລາຍຢ່າງສິ້ນ ເຊີງ ຢູ່ 2 ປະເທດນີ້ ແລະ ສົ່ງຜົນກະທົບ ໂດຍກົງຕໍ່ການປະຕິວັດຢູ່ປະເທດ ເຮົາ. ໂດຍກໍາແໜ້ນເອົາກາລະໂອ ກາດປະຫວັດສາດອັນດີ “ພັນປີ ມີ ເທື່ອໜຶ່ງ” ໃນຕົ້ນເດືອນ 5 ປີ 1975 ກົມການເມືອງສູນກາງພັກເຮົາ ໄດ້ ຕົກລົງຢຶດອໍານາດການປົກຄອງໃນ ທົ່ວປະເທດດ້ວຍ 3 ບາດຄ້ອນຍຸດ ທະສາດ“ການລຸກຮືຂຶ້ນຂອງປະຊາ ຊົນ, ການໜູນໜີບຂອງກໍາລັງປະ ກອບອາວຸດປະຕິວັດ ແລະ ການລຸກ ຮືຂຶ້ນແຍກອອກຂອງທະຫານຝ່າຍ ວຽງຈັນມາຮ່ວມກັບກໍາລັງປະຕິ ວັດ”, ເພື່ອກ້າວຂຶ້ນຍາດເອົາໄຊຊະ ນະສົມບູນໃນຂອບເຂດທົ່ວປະເທດ. ຜ່ານການຈັດຕັ້ງປະຕິບັດນະໂຍ ບາຍ 3 ບາດຄ້ອນຍຸດທະສາດຂອງ ກົມການເມືອງສູນກາງພັກໃນໄລຍະ ສັ້ນໆຮອດຕົ້ນເດືອນ 9 ປີ 1975 ທົ່ວປະເທດ ໄດ້ປະກາດລຶບລ້າງອໍາ ນາດການປົກຄອງເກົ່າທັງໝົດ ແລະ ສ້າງຕັ້ງອໍານາດການປົກຄອງ ປະຕິວັດຂຶ້ນແທນ ໃນຂອບເຂດທົ່ວ ປະເທດ. ວັນທີ 2 ທັນວາ 1975 ໄດ້ປະກາດສ້າງຕັ້ງສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ, ດ້ວຍການປະຕິ ບັດທິດຊີ້ນໍາຂອງພັກວ່າ “ບົວບໍ່ຊໍ້າ ນໍ້າບໍ່ຂຸ່ນ ແຕ່ຈັບປາ ໄດ້ທັງໝົດ”. ໄຊຊະນະອັນເປັນເຫດການປະ ຫວັດສາດດັ່ງກ່າວນັ້ນ ໄດ້ເປັນຂີດ ໝາຍແຫ່ງການສໍາເລັດການປະຕິ ວັດຊາດ-ປະຊາທິປະໄຕຢ່າງສົມ ບູນ ແລະ ໄດ້ໄຂສັງກາດໃໝ່ທີ່ຮຸ່ງ ເຮືອງສົດໃສທີ່ສຸດ ໃນປະຫວັດສາດ ຂອງຊາດລາວ, ໄລຍະທີ່ປະຊາຊົນ ລາວບັນດາເຜົ່າເປັນເຈົ້າປະເທດ ຊາດ, ເປັນເຈົ້າຊະຕາກໍາຂອງຕົນ ຢ່າງແທ້ຈິງ, ກ້າວຂຶ້ນສູ່ເສັ້ນທາງອັນ ສະຫວ່າງສະໄຫວຂອງລັດທິສັງ ຄົມນິຍົມພາຍໃຕ້ການນໍາພາຂອງ ພັກປະຊາຊົນ ປະຕິວັດລາວ.

RkJQdWJsaXNoZXIy MTc3MTYxMQ==