07 xtgmf]k; gsfdko{dkora fmtok a 18/03/2024 ຂ່າວ-ພາບ: ທູນທອງໃຈ່ າູ ນ ຂ່າວ: ທ່ານ ຈູ ເຊັງ່ າ່ າູ ັງ ຂ່າວ-ພາບ: ວັນເພັງ່ າັ ນັ ງ c0;'9exkla d gvq k.9.lj 8y f8k,{g/Q k]t;a ' c]t xh v'da odko]t[kf0v'rtpkfla f xk4tdt4k;a owxltou c]t ;a o3m]t7q ,,tok7q , csj '-kf [= ]y la fgva omu ru v5 xt4e;a olh k'8A ' c0;'g-dv' 7q [Iv[ 40 xu ຂປລ. ແຫລ່ງຂ່າວຈາກ ແຂວງ ຈໍາປາສັກ ໃຫ້ຮູ້ວ່າ: ພາຍຫລັງທີ່ມີ ການລະບາດຂອງພະຍາດສັດ ຢູ່ 3 ບ້ານ ເມືອງຈໍາປາສັກ, ພາກສ່ວນ ກ່ຽວຂ້ອງຂອງແຂວງ ແລະ ເມືອງ ຮ່ວມກັບຄະນະພັກ-ອົງການປົກ ຄອງບ້ານ ເອົາໃຈໃສ່ຕິດຕາມ, ເຝົ້າ ລະວັງ ແລະ ປ້ອງກັນການລະບາດ ຂອງພະຍາດສັດ ບໍ່ໃຫ້ແຜ່ລາມໄປ ສູ່ເຂດອື່ນ. ທ່ານ ບຸນເກີດ ຄໍາພິທັກ ຮອງ ຫົວໜ້າຂະແໜງລ້ຽງສັດແລະ ການ ປະມົງ ພະແນກກະສິກຳ ແລະ ປ່າ ໄມ້ແຂວງ ໃຫ້ສໍາພາດໃນທ້າຍອາ ທິດຜ່ານມານີ້ວ່າ: ພະຍາດສັດປະ ເພດ ງົວ-ຄວາຍ ມີການລະບາດຢູ່ 3 ບ້ານ ເມືອງຈໍາປາສັກ ຄື: ບ້ານ ໃໝ່ກາງ, ບ້ານຈິກທາງໂງ ແລະ ບ້ານໜອງຫີນ ເລີ່ມລະບາດແຕ່ ວັນທີ15ກຸມພາ 2024, ໃນ3ບ້ານ ມີງົວ-ຄວາຍຕາຍ ທັງໝົດ 54 ໂຕ (ຄວາຍ 4 ໂຕ). ໃນນັ້ນ ຢູ່ບ້ານໃໝ່ ກາງ 6 ໂຕ, ບ້ານນໜອງຫີນ 20 ໂຕ ແລະ ບ້ານຈິກທາງໂງ 28 ໂຕ. ລັກສະນະອາການຂອງສັດທີ່ຕິດ ພະຍາດ, ອາການພາຍນອກ ມີລັກ ສະນະຢືນຊົງ, ຂາໃຄ່, ຄໍໃຄ່, ທ້ອງ ເບັງ, ຫາຍໃຈລໍາບາກ, ມີເລືອດ ຂປລ. ແຫລ່ງຂ່າວຈາກ ແຂວງບໍ ລິຄຳໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ແຂວງບໍລິຄຳໄຊ ຈັດຝຶກອົບຮົມ ການນໍາໃຊ້ກອງດຸລິຍາງ ໃຫ້ຄູອາ ຈານແລະຊາວໜຸ່ມ-ເຍົາວະຊົນກອງ ດຸລິຍາງແຂວງ ເພື່ອຮັບໃຊ້ເຂົ້າໃນ ວຽກງານສຳຄັນຕ່າງໆ ຂອງຊາດ- ຂອງພັກ ແລະ ຊາວໜຸ່ມ ນໍາພາຝຶກ ຊ້ອມໂດຍ ສະຫາຍ ນາງ ປານີກິນ ດາວົງ ກຳມະການສູນກາງຊາວ ໜຸ່ມ, ຫົວໜ້າກົມເຍົາວະຊົນ ແລະ ສະຫາຍ ວັນນະສິນ ສອນວິໄລ ຮອງ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງ, ຜູ້ປະຈໍາການ, ມີຄະນະຮັບ ຜິດຊອບວຽກງານເຍົາວະຊົນຈາກ ສູນກາງ,ແຂວງແລະເມືອງປາກຊັນ ພ້ອມດ້ວຍຄູອາຈານແລະຊາວໜຸ່ມ- ເຍົາວະຊົນ ເຂົ້າຮ່ວມ. ການຝຶກອົບຮົມຄັ້ງນີ້, ແມ່ນປະ ກອບມີທັງພາກທິດສະດີ ແລະ ພາກ ປະຕິບັດຕົວຈິງ ເພື່ອເຮັດໃຫ້ສຳມະ ນາກອນ ໄດ້ເຂົ້າໃຈຢ່າງຈະແຈ້ງ ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ພະແນກເຕັກໂນໂລຊີ ແລະ ການສື່ ສານ(ຕສ) ແຂວງອຸດົມໄຊ ຈັດປາ ຖະກະຖາ ວັນໄປສະນີ ແລະ ວັນໂທ ລະຄົມມະນາຄົມ ແຫ່ງຊາດ ຄົບ ຮອບ 59 ປີ(13 ມີນາ 1965-13 ມີນາ 2024) ພາຍໃຕ້ຄໍາຂວັນ: “ພັດທະນາລະຫັດໄປສະນີເປັນ ທັນສະໄໝ, ສ້າງແຜນທີ່ດີຈິຕອນ, ປັບຄຸນນະພາບການບໍລິການໂທລະ ຄົມມະນາຄົມ ເພື່ອຮອງຮັບການຫັນ ເປັນດີຈິຕອນໃນທົ່ວປະເທດ”. ການຈັດປາຖະກະຖາວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງ ຊາດ ເປັນການປູກຈິດສຳນຶກ ແລະ ຄວາມຮັບຮູ້ໃຫ້ແກ່ພະນັກງານ- ລັດຖະກອນ ພາຍໃນພະແນກ ຕສ ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມາ, ທ່ານ ຈິນດາສັກ ຍົດໝັ້ນ ຄົງ ອໍານວຍການບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟ ຈໍາກັດ ໄດ້ ມອບເງິນ 500 ລ້ານກີບ ເພື່ອເປັນ ການສະໜັບສະໜູນງານສະເຫລີມ ສະຫລອງວັນສ້າງຕັ້ງແຂວງເຊ ກອງ ຄົບຮອບ 40 ປີ ທີ່ຈະຈັດຂຶ້ນ ໃນມໍ່ໆນີ້ ໂດຍການກ່າວຮັບຂອງ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງ ເຊກອງ, ມີ ທ່ານ ຂັນຕີ ສີລະວົງສາ pa’lk,kfIv’Ia[oadmjv’mjP;wfh1jk’rP’r= c0;'[= ]y 7ew- /b dvq [Iq ,dkooe.-h dv'f5 ]y pk' ເປັນຕົ້ນ ພະນັກງານຂອງບັນດາ ບໍລິສັດໄປສະນີ, ໂທລະຄົມມະນາ ຄົມ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ເຖິງ ບົດບາດ ແລະ ຄວາມສຳຄັນຂອງ ວຽກງານໄປສະນີ, ໂທລະຄົມມະ ນາຄົມຕໍ່ການພັດທະນາ ເສດຖະກິດ- ສັງຄົມ. ພ້ອມນັ້ນ, ກໍເພື່ອພັດທະນາ ວຽກງານໄປສະນີ, ໂທລະຄົມມະ ນາຄົມ ໃຫ້ຊຸກຍູ້ສົ່ງເສີມການຄ້າ ອອນລາຍ, ການຜະລິດອຸດສາຫະ ກຳໃນຍຸກດີຈິຕອນ ແລະ ການຖ່າຍ ທອດເຕັກໂນໂລຊີດີຈິຕອນ ທີ່ກ້າວ ໜ້າຂອງໂລກເຂົ້າມາປະເທດເຮົາ, ປະກອບສ່ວນການຈັດຕັ້ງຜັນຂະ ຫຍາຍ ແຜນພັດທະນາເສດຖະກິດ ດີຈິຕອນຂອງປະເທດເຮົາ ເພື່ອຫັນ ການຜະລິດ ແລະ ການບໍລິການເຂົ້າ ສູ່ລວງເລິກ, ຍົກສູງສະມັດຕະພາບ ການຜະລິດ ແລະ ຄຸນນະພາບຂອງ ຜະລິດຕະພັນ, ຫັນເປັນທັນສະໄໝ ແລະ ນຳໃຊ້ເຕັກໂນໂລຊີດີຈິຕອນ ນັບມື້ນັບຫລາຍຂຶ້ນ. ໂອກາດດຽວກັນ, ພະແນກເຕັກ ໂນໂລຊີ ແລະ ການສື່ສານແຂວງ ກໍໄດ້ນໍາເອົາກົດໝາຍວ່າດ້ວຍໄປ ສະນີ ແລະ ກົດໝາຍວ່າດວ້ຍໂທ ລະຄົມມະນາຄົມ ມາເຜີຍແຜ່ໃຫ້ ພະນັກງານ-ລັດຖະກອນ ພາຍໃນ ພະແນກ ຕສ ແລະ ພະນັກງານຂອງ ບັນດາບໍລິສັດ ໄດ້ຮັບຮູ້ເພີ່ມຕື່ມອີກ. ອອກຕາມປາກ, ດັງແລະຮູທະວານ ສະແດງອາການເຈັບປວດແລ້ວ ຕາຍກະທັນຫັນ. ລັກສະນະພາຍໃນ ຂອງສັດທີ່ຕາຍ ແມ່ນມີຈຸດເລືອດ ດໍາຢູ່ຕາມລໍາໃສ້, ໃນໂຄງ, ເລືອດ ບໍ່ກ້າມ ແລະ ມ້າມໃຄ່. ສ່ວນລັກສະ ນະອາການຂອງຄົນທີ່ຕິດພະຍາດ ໂດຍສະເພາະຜູ້ທີ່ປາດຄົວ ແລະ ຜູ້ ທີ່ບໍລິໂພກຊີ້ນສັດທີ່ຕາຍມີອາການ ໄຂ້ຂຶ້ນສູງ, ເປັນຕຸ່ມໃສຕາມຜິວໜັງ ຈາກນັ້ນປະມານ 5 ວັນ ຕຸ່ມກໍແຕກ ເປັນແຜໄໝ້. ທ່ານ ບຸນເກີດ ຄໍາພິທັກ ໄດ້ໃຫ້ຮູ້ ອີກວ່າ: ເມື່ອໄດ້ຮັບລາຍງານຈາກ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຈຳປາສັກ, ຂະແໜງລ້ຽງສັດ ແລະ ການປະມົງ ກໍໄດ້ປະສານສົມ ທົບກັບຫ້ອງການທີ່ກ່ຽວຂ້ອງໂດຍ ດ່ວນ ເພື່ອວາງແຜນປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ; ໄດ້ນໍາ ພາທີມງານວິຊາການລົງໄປຈຸດ ບ້ານທີ່ມີການລະບາດ ພ້ອມທັງ ນໍາເອົາຢາຂ້າເຊື້ອຈຳນວນໜຶ່ງ ໄປ ມອບໃຫ້ຄອບຄົວທີ່ຖືກຜົນກະທົບ. ພ້ອມນີ້, ກໍໄດ້ປະສານສົມທົບ ກັບຄະນະພັກ-ອົງການປົກຄອງ ບ້ານ ເພື່ອເກັບຂໍ້ມູນການລະບາດ ຂອງພະຍາດສັດ ພ້ອມທັງໃຫ້ຄໍາ ແນະນໍາດ້ານວິຊາການ ເພື່ອໃຫ້ປະ ຊາຊົນຮັບຮູ້ຜົນຮ້າຍຂອງການລະ ບາດພະຍາດ ແລະ ປະກອບສ່ວນ ເຝົ້າລະວັງການລະບາດຂອງພະ ຍາດສັດຢ່າງໃກ້ຊິດ. ຜ່ານຈາກການລົງເກັບກຳຂໍ້ ມູນການລະບາດພະຍາດສັດ ຢູ່ ບ້ານຈິກທາງໂງ ໄດ້ມີປະຊາຊົນ ພາຍໃນບ້ານດັ່ງ ກ່າວ 14 ຄົນ, ຍິງ 3 ຄົນ, ໄດ້ຄົວສັດທີ່ຕາຍ ແລະ ໄດ້ ນໍາເອົາຊີ້ນສັດມາບໍລິໂພກແລະ ເກີດ ອາການເຈັບປ່ວຍ. ມາຮອດປັດຈຸ ບັນ, ຜູ້ທີ່ເຈັບປ່ວຍຍ້ອນບໍລິໂພກຊີ້ນ ງົວທີ່ຕາຍ ໃນຈຳນວນ 14 ຄົນນັ້ນ, 13ຄົນແມ່ນອາການເບົາບາງແລ້ວ, ຍັງແຕ່ 1 ຄົນ ຍັງປິ່ນປົວ ຢູ່ໂຮງໝໍ ແຂວງຈຳປາສັກ. ພ້ອມນີ້, ພະແນກກະສິກຳ ແລະ ປ່າໄມ້ແຂວງ ກໍໄດ້ອອກແຈ້ງການ ເລກທີ 387/ກປຂ.ຈສ, ວັນທີ 7 ມີນາ 2024 ເພື່ອໃຫ້ການນໍາຫ້ອງ ການກະສິກຳ ແລະ ປ່າໄມ້ ນະຄອນ ປາກເຊ ແລະ 9 ຕົວເມືອງ ເອົາໃຈ ໃສ່ການເພີ່ມທະວີເຝົ້າລະວັງພະ ຍາດສັດ. ຈາກນັ້ນ, ກໍແນະນໍາວິທີ ການປ້ອງກັນ, ປິ່ນປົວ ແລະ ຄວບ ຄຸມການລະບາດຂອງພະຍາດສັດ ໃຫ້ແກ່ພໍ່ແມ່ປະຊາຊົນ, ຜູ້ປະກອບ ການລ້ຽງສັດ, ຜູ້ຊື້-ຂາຍສັດ, ໂຮງ ຂ້າສັດ ທີ່ຂຶ້ນກັບຄວາມຮັບຜິດຊອບ ຂອງເມືອງ-ນະຄອນ ໃຫ້ຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງ ເຂັ້ມງວດ. ປັດຈຸບັນ, ສະພາບການລະບາດ ຂອງພະຍາດສັດ ຢູ່ 3 ບ້ານຂອງ ເມືອງຈໍາປາສັກ ແມ່ນຜ່ອນຄາຍ ລົງແລ້ວ. ສ່ວນຢູ່ເຂດອື່ນໆ ຫລື ເມືອງອື່ນ ແມ່ນບໍ່ມີການລະບາດ. ປັດຈຸບັນ, ແມ່ນສຸມໃສ່ການເຝົ້າ ລະວັງ ແລະ ການປ້ອງກັນ ໂດຍ ປະສານສົມທົບກັບຫ້ອງການກະ ສິກຳ ແລະ ປ່າໄມ້ເມືອງ ໃຫ້ອອກ ແຈ້ງການ ການເຝົ້າລະວັງ ແລະ ປ້ອງກັນ ກ່ຽວກັບການລະບາດພະ ຍາດສັດພາຍໃນເມືອງ ແລະ ເມືອງອ້ອມຂ້າງ; ໃຫ້ວິຊາການ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ລົງເຄື່ອນໄຫວຂ້າເຊື້ອ ບໍລິເວນທີ່ມີສັດຕາຍ ແລະ ບໍລິເວນ ທີ່ປະຊາຊົນໄດ້ຄົວສັດຕາຍ ເພື່ອ ຄວບຄຸມການແພ່ລະບາດຂອງ ພະຍາດ ແລະ ແນະນໍາໃຫ້ເຈົ້າຂອງ ສັດ ຖ້າຫາກມີສັດເຈັບເປັນ ໃຫ້ລາຍ ງານສັດຕະວະແພດບ້ານ ຫລື ຫ້ອງ ການກະສິກຳ ແລະ ປ່າໄມ້ເມືອງ, ຖ້າສັດຕາຍຫ້າມຜ່າຊາກສັດ ຫລື ຄົວຊາກສັດ, ໃຫ້ທໍາລາຍດ້ວຍການ ຈຸດຫລືຝັງດິນເລິກປະມານ2 ແມັດ, ພ້ອມທັງຂ້າເຊື້ອດ້ວຍປູນຂາວ ຫລື ຢາຂ້າເຊື້ອ; ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເອົາໃຈໃສ່ຕິດ ຕາມກວດກາ ຫ້າມບໍ່ໃຫ້ເຄື່ອນຍ້າຍ ສັດທີ່ມີຊີວິດ ແລະ ຜະລິດຕະພັນ ສັດໃນຂອບເຂດທີ່ມີຄວາມສ່ຽງ ຢ່າງເດັດຂາດ; ແນະນໍາຄະນະພັກ- ອົງການປົກຄອງບ້ານ ລະດົມໃຫ້ ພໍ່ແມ່ປະຊາຊົນບໍ່ໃຫ້ບໍລິໂພກສັດ ທີ່ຕາຍໂດຍບໍ່ຮູ້ສາຍເຫດ ແລະ ຫ້າມຂ້າຄົວສັດຊະຊາຍໃນໄລຍະ ນີ້. ຫາກພົບເຫັນຜູ້ລະເມີດ, ຝ່າຝືນ ຫລື ລັກລອບ ຊື້-ຂາຍສັດ ປະເພດ ງົວ-ຄວາຍ, ແກະ, ແບ້ ທີ່ມາຈາກ ເຂດ ທີ່ມີການລະບາດ ແລະ ເຂດ ໃກ້ຄຽງ ໃຫ້ສົມທັບກັບເຈົ້າໜ້າທີ່ ກ່ຽວຂ້ອງປະຕິບັດຕາມລະບຽບ ກົດໝາຍຢ່າງເຂັ້ມງວດ. ທັງນີ້ ກໍ ເພື່ອບໍ່ໃຫ້ພະຍາດແພ່ລາມອອກສູ່ ວົງກວ້າງ ເຊິ່ງຈະສ້າງຜົນກະທົບ ແລະ ກໍ່ຄວາມເສຍຫາຍເປັນຈຳ ນວນຫລວງຫລາຍ ຕໍ່ການດຳລົງ ຊີວິດຂອງພໍ່ແມ່ປະຊາຊົນ. ໃນການຈັດຕັ້ງປະຕິບັດວຽກງານ ເຍົາວະຊົນ-ອະນຸຊົນ ໃຫ້ຄູອາຈານ ແລະ ການນໍາໃຊ້ກອງດຸລິຍາງ ໃຫ້ ຊາວໜຸ່ມ-ເຍົາວະຊົນ, ຄວາມສໍາຄັນ ຂອງການເສບກອງດຸລິຍາງ, ການ ເສບເພງຕ່າງໆ ເປັນຕົ້ນ ເພງຊາດ, ເພງປະຈໍາກອງ, ເພງຮັກເມືອງ ລາວ, ເພງສັນລະເສີນພັກ, ເພງບົນ ເສັ້ນທາງເດີນ ແລະ ເພງໄວ້ອາໄລ, ເຮັດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມຮັບຮູ້ ການບັນຊາ ແລະ ການນໍາໃຊ້ກອງ ດຸລິຍາງຢ່າງຖືກຕ້ອງ. ໂອກາດນີ້, ສະຫາຍ ວັນນະ ຮອງເຈົ້າແຂວງ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານເຈົ້າແຂວງເຊ ກອງ ໄດ້ສະແດງຄວາມຂອບໃຈ ຕໍ່ບໍລິສັດເອັນທີພີ ທີ່ໄດ້ໃຫ້ການສະ ໜັບສະໜູນ ແລະ ປະກອບສ່ວນ ດ້ານທຶນຮອນ ເພື່ອຮັບໃຊ້ເຂົ້າໃນ ການເຄື່ອນໄຫວບັນດາກິດຈະກໍາ ຕ່າງໆ ໃນໂອກາດກະກຽມງານສະ ເຫລີມສະຫລອງວັນສ້າງຕັ້ງແຂວງ ເຊກອງ ຄົບຮອບ 40 ປີ ທີ່ຈະມີຂຶ້ນ ໃນຕົ້ນເດືອນເມສາ 2024 ນີ້. ພ້ອມນີ້, ທ່ານເຈົ້າແຂວງ ຍັງ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດ ມາ ຍັງອໍານວຍການ, ຄະນະອໍານວຍ ການຕະຫລອດຮອດພະນັກງານກໍາມະກອນ ບໍລິສັດ ເອັນທີພີ ຈົ່ງມີ ສຸຂະພາບເຂັ້ມແຂງ ແລະ ມີຜົນສໍາ ເລັດໃນການດໍາເນີນທຸລະກິດ. ສິນ ສອນວິໄລ ຮອງເລຂາຄະນະ ບໍລິຫານງານຊາວໜຸ່ມແຂວງ, ຜູ້ ປະຈໍາການ ຍັງໄດ້ຮຽກຮ້ອງໃຫ້ຄູ ອາຈານ ແລະ ຊາວໜຸ່ມ-ເຍົາວະຊົນ ທີ່ເປັນສະມາຊິກກອງດຸລິຍາງ ທີ່ ເຂົ້າຮ່ວມຝຶກຊ້ອມໃນຄັ້ງນີ້ ນໍາເອົາ ຄວາມຮູ້ຄວມສາມາດທີ່ໄດ້ຮັບຈາກ ຄູຝຶກ ໄປສອນຕໍ່ໃຫ້ສະມາຊິກຮຸ່ນ ຕໍ່ໄປພາຍໃນໂຮງຮຽນ ຫລື ໃນການ ຄຸ້ມຄອງຂອງຕົນ ເພື່ອຮັກສາມູນ ເຊື້ອແລະການຈັດຕັ້ງເຍົາວະຊົນ ໃຫ້ ເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ.
RkJQdWJsaXNoZXIy MTc3MTYxMQ==