gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 19/10/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** gxu f'ko;k'ltcf']q fokok-kf;P'9a o 7A 'mu 7 ຂປລ.ພິທີເປີດງານວາງສະແດງ ລົດນານາຊາດວຽງຈັນ 2023 (Vientiane International Motor Expo 2023) ຄັ້ງທີ 7 ພາຍໃຕ້ແນວຄິດເຕັກໂນໂລຊີນະວັດ ຕະກຳລົດ ກ້າວສູ່ອະນາຄົດຈັດຂຶ້ນ ໃນວັນທີ 16 ຕຸລາ 2023 ຢູ່ສູນ ວາງສະແດງສິນຄ້າ ລາວ-ໄອເຕັກ ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງ ອຸດສາ ຫະກໍາ ແລະ ການຄ້າ, ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີກະ ຊວງໂຍທາທິການແລະຂົນສົ່ງພ້ອມ ດ້ວຍບັນດາຄ້າຍລົດຕ່າງໆ ຜູ້ໃຫ້ ການສະໜັບສະໜູນ ແລະ ແຂກຖືກ ເຊີນເຂົ້າຮ່ວມ. ທ່ານ ພອນຈັນ ເພັງສຸວັນ ຜູ້ອໍາ ນວຍການບໍລິສັດ ພີພີ ໄຊໂຍ ເອັນ ຕະເທນເມັນ ຈໍາກັດຜູ້ດຽວກ່າວວ່າ: ງານວາງສະແດງລົດຄັ້ງນີ້ ໄດ້ດໍາ ເນີນແຕ່ວັນທີ 14-22 ຕຸລາ 2023 ໂດຍມີຈຸດປະສົງ ເພື່ອເປັນການສົ່ງ ເສີມການຂາຍ ໂດຍສະເພາະລົດ ທີ່ໃຊ້ພະລັງງານນໍ້າມັນ ແລະ ລົດທີ່ ໃຊ້ພະລັງງານໄຟຟ້າເຊິ່ງມີທັງຄຸນ ນະພາບ ມາດຕະຖານ ແລະ ລາຄາ ທີ່ແຕກຕ່າງກັນ. ແນວໃດກໍຕາມ ໃນໄລຍະຜ່ານມາໄດ້ເປັນອຸປະສັກ ຕໍ່ຜູ້ຊື້ ກໍຄືບໍ່ສາມາດປຽບທຽບຂໍ້ມູນ ຕ່າງໆຂອງລົດແຕ່ລະຮຸ່ນແຕ່ລະ ຍີ່ຫໍ້ໄດ້ຢ່າງທົ່ວເຖິງ ໃນຂະນະທີ່ຜູ້ ຜະລິດ ແລະ ຕົວແທນຈຳໜ່າຍກໍບໍ່ ສາມາດນໍາສະເໜີສິນຄ້າ ແລະ ການ ບໍລິການຕະຫລອດຮອດຂໍ້ມູນຕ່າງໆ ກ່ຽວກັບລົດໄປສູ່ກຸ່ມລູກຄ້າເປົ້າ ໝາຍໄດ້ທົ່ວເຖິງ ເພື່ອຊຸກຍູ້ການ ແຂ່ງຂັນໃຫ້ວົງການຂາຍລົດ ຫລື ຍານພາຫະນະໃນບ້ານເຮົາໃຫ້ມີ ການ ເຕີບໂຕຂຶ້ນຕື່ມ. ດັ່ງນັ້ນ,ບໍລິສັດ ພີພີ ໄຊໂຍ ເອັນຕະເທນເມັນ ຈຳກັດ ຜູ້ດຽວ ຈຶ່ງເຂົ້າມາມີບົດບາດ ເພື່ອ ເປັນພື້ນທີ່ສື່ກາງ ໃຫ້ຜູ້ປະກອບການ ດ້ານທຸລະກິດລົດໄດ້ມີການໂຄສະ ນາໃຫ້ຄວາມຮູ້ກ່ຽວກັບນະວັດຕະ ກຳໃໝ່ໆຂອງລົດໃຫ້ກຸ່ມລູກຄ້າເປົ້າ ໝາຍ ເພື່ອເປັນຂໍ້ມູນໃນການຕັດ ສິນໃຈຊື້ລົດ. ພາຍໃນງານ ມີກິດຈະກຳການ ແຂ່ງຂັນຄວາມສາມາດພິເສດບໍ່ຈຳ ກັດເພດ ບໍ່ຈຳກັດອາຍຸ ເຊິ່ງຈັດຂຶ້ນ ເປັນຄັ້ງທຳອິດ ພ້ອມທັງມີສິລະປິນ ທີ່ກຳລັງຕິດກະແສນິຍົມພາຍໃນປະ ເທດໃນປັດຈຸບັນ ຈະມາມອບສຽງ ເພງມ່ວນໆເພື່ອສ້າງສີສັນໃນງານ. ນອກນີ້, ຍັງມີສ່ວນຫລຸດໂປໂມຊັນ ຫລວງຫລາຍຈາກບັນດາຄ້າຍລົດ ທີ່ເຂົ້າມາຮ່ວມວາງສະແດງ, ມີ ການແຈກຂອງລາງວັນຫລາຍຢ່າງ ໃຫ້ລູກຄ້າທີ່ເຂົ້າມາຈັບຈອງລົດພາຍ ໃນງານ ເປັນຕົ້ນ ສາຍຄໍຄໍາໂທລະ ສັບມືຖື ເສື້ອຢືດ ແລະ ອື່ນໆ. ຜົນສຳເລັດກອງປະຊຸມ... ຂປລ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນຕຸລາ 2023 ໄດ້ຈັດຂຶ້ນໃນວັນທີ 17 ຕຸລາ 2023 ທີ່ສຳນັກງານນາຍົກລັດ ຖະມົນຕີ, ພາຍໃຕ້ການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາາຍົກລັດຖະມົນຕີ, ສະມາ ຊິກລັດຖະບານ ແລະ ຜູ້ຕາງໜ້າກະ ຊວງ-ອົງການ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນ ຄົ້ນຄວ້າ, ປຶກສາຫາລືແລະ ປະກອບ ຄຳເຫັນດ້ວຍຄວາມເອົາໃຈໃສ່ຕໍ່ 3 ວາລະ ແລະ ຫົວຂໍ້ສຳຄັນດັ່ງນີ້: ວາລະທີ 1. ກອງປະຊຸມເຫັນດີ ດ້ານຫລັກການຮັບຮອງເອົາບັນດາ ບົດລາຍງານກ່ຽວກັບຄວາມຄືບໜ້າ ໃນການກະກຽມຫົວຂໍ້ ກໍຄື ເນື້ອໃນ ທີ່ລັດຖະບານ ຈະລາຍງານຕໍ່ກອງ ປະຊຸມຄົບຄະນະສູນກາງພັກ ຄັ້ງທີ 7 ສະໄໝທີ XI ແລະ ກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະ ພາແຫ່ງຊາດ ຊຸດທີ IX. ໃນນັ້ນ, ປະ ກອບມີ: ຕີລາຄາການເຄື່ອນໄຫວ ວຽກງານປ້ອງກັນຊາດ; ຕີລາຄາ ການເຄື່ອນໄຫວວຽກງານປ້ອງກັນ ຄວາມສະຫງົບ; ຕີລາຄາການ ເຄື່ອນໄຫວວຽກງານຕ່າງປະເທດ; ການກະກຽມບົດສະຫລຸບການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານ, ແຜນ ເງິນຕາ ປະຈຳປີ 2023 ແລະ ທິດ ທາງແຜນການ ປີ 2024, ຕິດພັນ ກັບການສະຫລຸບການຈັດຕັ້ງປະ ຕິບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ແລະ ວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ; ການຈັດຕັ້ງປະຕິ ບັດການແກ້ໄຂວຽກງານພົ້ນເດັ່ນ ຂອງຄະນະສະເພາະກິດ ຕາມມະຕິ 19/ກມສພ ໃນໄລຍະ 3 ເດືອນ ຜ່ານມາ ແລະ ສະເໜີທິດທາງແຜນ ການໃນຕໍ່ໜ້າ; ສະພາບວຽກງານ ຄຸ້ມຄອງລັດຖະກອນ ປີ 2023 ແລະ ແຜນຄວາມຕ້ອງການລັດຖະ ກອນໃໝ່ ປີ 2024. ກອງປະຊຸມ ມອບໃຫ້ບັນດາຂະແໜງການທີ່ຮັບ ຜິດຊອບກະກຽມບົດລາຍງານ ດັ່ງ ກ່າວ ປັບປຸງຕາມຄຳເຫັນຂອງສະ ມາຊິກລັດຖະບານ ແລະ ມອບໃຫ້ ຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ ສືບຕໍ່ເປັນໃຈກາງປະສານ ສົມທົບກັບພາກສ່ວນກ່ຽວຂ້ອງ ສັງລວມເອົາບັນດາເນື້ອໃນສຳຄັນ ຂອງບັນດາບົດລາຍງານດັ່ງກ່າວ ເພື່ອນຳໄປລາຍງານຕໍ່ກອງປະຊຸມ ຄົບຄະນະສູນກາງພັກ ຄັ້ງທີ 7 ສະ ໄໝທີ XI ແລະ ກອງປະຊຸມສະໄໝ ສາມັນ ເທື່ອທີ 6 ຂອງສະພາແຫ່ງ ຊາດ ຊຸດທີ IX ໃຫ້ທັນຕາມກໍານົດ ເວລາ ໂດຍໃຫ້ເອົາໃຈໃສ່ຕື່ມບາງ ຈຸດ ເປັນຕົ້ນ ການສະຫລຸບ ແລະ ກໍາ ນົດຕົວເລກຕ່າງໆ ຂອງບັນດາຂະ ແໜງການ ໃຫ້ມີຄວາມກົມກຽວ ແລະ ເປັນເອກະພາບກັນ; ເນື້ອໃນ ບົດລາຍງານລວມ ໃຫ້ກວມເອົາບັນ ຫາພົ້ນເດັ່ນຂອງທຸກຂົງເຂດວຽກ ງານ, ໃຫ້ສາມາດເຫັນໄດ້ສາເຫດ ຂອງຜົນສຳເລັດ ແລະ ຂໍ້ຄົງຄ້າງ ຕ່າງໆ ໂດຍອີງໃສ່ທິດຊີ້ນຳຂອງສູນ ກາງພັກ ແລະ ຄາດໝາຍຕ່າງໆທີ່ ກຳນົດໄວ້. ສຳລັບບັນດາຈຸດທີ່ບໍ່ທັນ ເອກະພາບກັນ ແມ່ນໃຫ້ສືບຕໍ່ຄົ້ນ ຄວ້າປຶກສາຫາລື ຫລື ຈັດສຳມະນາ ປີ້ງໄກ່ລາດນາປົ່ງ... ມອບລາງວັນ.... ຊ່ອງຈໍາກັດ ແລະ ພາກສ່ວນກຽວ ຂ້ອງເຂົ້າຮ່ວມ. ທ່ານນາງ ສອນທິດາ ອຸນາພົມ ຜູ້ອໍານວຍການ ບໍລິສັດພັດທະນາ ແຫລ່ງທ່ອງທ່ຽວ ຕາດເຍືອງຫລັກ 40 ເມືອງປາກຊ່ອງ ຈໍາກັດ ໄດ້ໃຫ້ ຮູ້ວ່າ: ປັດຈຸບັນ ບໍລິສັດ ພັດທະນາ ແຫລ່ງທ່ອງທ່ຽວ ຕາດເຍືອງ ຫລັກ 40 ເມືອງປາກຊ່ອງ ຈໍາກັດຮ່ວມກັບ ອໍານາດການປົກຄອງເມືອງຄົງ ເຊໂດນ ໄດ້ຊຸກຍູ້ສົ່ງເສີມໃຫ້ພໍ່ແມ ປະຊາຊົນລ້ຽງໄກ່ລາດ ຢູ່ເມືອງຄົງ ເຊ ໂດນ ມີຢູ່ 4 ບ້ານຄື: ບ້ານໂຮງ ເລື່ອຍມີໄຊ, ບ້ານນາປົ່ງ, ບ້ານດິນ ກອກ ແລະ ບ້ານຄຸດມີໄຊ, ມີ 1.009 ຫລັງຄາເຮືອນ, 1.302 ຄອບຄົວ ສະໜອງໄກ່ລາດໃຫ້ຮ້ານປີ້ງໄກ່ນາ ປົ່ງ 2.700 ໂຕຕໍ່ ເດືອນ. ພ້ອມນີ້, ຍັງມີໂຮງປອກໄກ່ ບ້ານນາປົ່ງໜີບ ໄມ້ປີ້ງ ພ້ອມສົ່ງສໍາເລັດຮູບ, ປັບປຸງ ປີ້ງໄກ່ລາດຄຸນນະພາບໃໝ່ໃຫ້ແຕ່ ລະຮ້ານມີໄສ້ກ້ຽວຕີນ, ມີຕັບ-ໃຕຢູ່ ໃນ1 ປີ້ງ. ພ້ອມທັງຕັ້ງກອງທຶນໃຫ້ ແກ່ປະຊາຊົນ 4 ບ້ານດັ່ງກ່າວ. ສໍາລັບການພັດທະນາ ຮ້ານປີ້ງ ໄກ່ນາປົ່ງທີ່ມີຄຸນນະພາບໃໝ່ໃນຕໍ່ ໜ້າ ແມ່ນຈະໄດ້ປັບປຸງຫລາຍດ້ານ ໂດຍສະເພາະປັບປຸງໜ້າຮ້ານໃຫ້ມີສີ ສັນຈົບງາມ, ຫ້ອງນໍ້າສະອາດ ແລະ ອອກແບບຮູບຊົງ ຮ້ານທີ່ເປັນເອກະ ລັກ ປະຈໍາບ້ານໃນຮູບຊົງລາວເດີມ ພ້ອມທັງອອກໃບຢັ້ງຢືນໃຫ້ຮ້ານ ດ້ານວັດທະນະທໍາ ຟື້ນຟູປັບປຸງປີ້ງ ໄກ່ລາດໃຫ້ມີຄຸນນະພາບໃໝ່. ຈັນແລະ ສະຖານີວິທະຍຸສາກົນແຫ່ງ ຊາດຈີນ CRI ປະຈໍາ ສປປ ລາວ ໄດ້ຈັດພິທີມອບລາງວັນໃຫ້ຜູ້ຊະນະ ເລີດການແຂ່ງຂັນວິດີໂອສັ້ນພາຍ ໃຕ້ຫົວຂໍ້ “ເລື່ອງລາວຂອງຂ້ອຍ ກັບທາງລົດໄຟ ລາວ-ຈີນ” ໃນວັນທີ 16 ຕຸລາ 2023 ທີ່ໂຮງແຮມດອນ ຈັນພາເລດ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ); ທ່ານ ຫວາງ ຊ່າງ (Wang Chang) ອຸປະທູດ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ແລະ ຜູ້ໄດ້ຮັບ ລາງວັນ ເຂົ້າຮ່ວມ. ໃນການແຂ່ງຂັນຄັ້ງນີ້ ໄດ້ຄັດ ເລືອກເອົາຜົນງານທີ່ດີເດັ່ນ 21 ຜົນງານ, ສຳລັບຜູ້ໄດ້ຮັບລາງວັນ ຊະນະເລີດ ມີ 1 ລາງວັນໄດ້ແກ່ ທ້າວ ບຸນສຸກ ຄັງໄຊ ໄດ້ຮັບເງິນ 12.500.000 ກີບ ພ້ອມປີ້ລົດໄຟ ຊັ້ນໜຶ່ງ ພາຍໃນປະເທດ ຈໍານວນ 3 ປິ້; ລາງວັນທີ 1 ມີ 2 ລາງວັນ ໄດ້ ຮັບເງິນ 7.500.000 ກີບ ພ້ອມ ປີ້ລົດໄຟຊັ້ນໜຶ່ງ ພາຍໃນປະເທດ ຈໍານວນ 2 ປີ້; ລາງວັນທີ 2 ມີ 3 ລາງວັນ ໄດ້ຮັບເງິນ 2.500.000 ກີບ ພ້ອມປິ້ລົດໄຟຊັ້ນສອງ ຈໍານວນ 2 ປີ້ ແລະ ລາງວັນທີ 3 ມີ 15 ລາງ ວັນ ໄດ້ຮັບເງິນ 1.250.000 ກີບ ພ້ອມປີ້ລົດໄຟຊັ້ນສອງ ພາຍໃນປະ ເທດຈໍານວນ 2 ປີ້. ໃນຜົນງານທີ່ ໄດ້ຮັບລາງວັນແມ່ນໄດ້ສະແດງໃຫ້ ເຫັນວ່າໂຄງການທາງລົດໄຟ ລາວຈີນ ໄດ້ຊ່ວຍພັດທະນາປະເທດລາວ, ໄດ້ສ້າງຜົນປະໂຫຍດໃຫ້ແກ່ປະ ຊາຊົນທ້ອງຖິ່ນ, ໄດ້ຫັນປ່ຽນໂສມ ໜ້າໃໝ່ແກ່ການພັດທະນາເສດຖະ ກິດ-ສັງຄົມ, ປ່ຽນຄວາມຝັນແຫ່ງ ຄວາມຜາສຸກຂອງປະຊາຊົນຕາມ ແລວເສັ້ນທາງລົດໄຟ ໃຫ້ປະກົດ ເປັນຈິງ. ການແຂ່ງຂັນວິດີໂອສັ້ນ ຄັ້ງນີ້ ເພື່ອປະກອບສ່ວນສະເຫລີມສະ ຫລອງຂໍ້ລິເລີ່ມຂອງ ທ່ານ ສີຈິ້ນຜີງ ກ່ຽວກັບ ໜຶ່ງແລວ ໜຶ່ງເສັ້ນທາງ ເຊິ່ງປັດຈຸບັນແມ່ນ ຄົບຮອບ 10 ປີ. ໃນໄລຍະ 10 ປີຜ່ານມາ, ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງໄດ້ກາຍ ເປັນຜະລິດຕະພັນ ສາທາລະນະລະ ດັບສາກົນທີ່ໄດ້ຮັບຄວາມນິຍົມແລະ ເປັນເວທີຮ່ວມມືສາກົນຂະໜາດ ໃຫຍ່ທີ່ສຸດ ສອງຊາດ ລາວ-ຈີນ ເຊິ່ງໄດ້ບັນລຸຸໃນການຮ່ວມກັນສ້າງ ຂໍ້ລິເລີ່ມດັ່ງກ່າວ ທີ່ມີຄຸນນະພາບສູງ ແລະ ແຕກດອກອອກຜົນຢ່າງສະ ຫງ່າງາມ, ປະກອບສ່ວນພັດທະນາ ສົ່ງເສີມ ເພື່ອຊີວິດການເປັນຢູ່ຂອງ ປະຊາຊົນຫລາຍໂຄງການ ໂດຍສະ ເພາະໂຄງການເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງໄດ້ກາຍເປັນໂຄງການ ທີ່ສໍາຄັນ ເປັນຕົວແທນໃຫ້ແກ່ມິດຕະ ພາບລະຫ່ວາງສອງຊາດ ລາວ-ຈີນ. ຂ່າວ: ຍຸພິນທອງ ພາບ:ຂັນໄຊ ຮ່ວມກັນ. ວາລະທີ 2. ກອງປະຊຸມເຫັນດີ ດ້ານຫລັກການຮັບຮອງເອົາບົດ ລາຍງານ ກ່ຽວກັບແຜນການສ້າງ ແລະ ປັບປຸງ ກົດໝາຍ ປີ 2024 ແລະ ໄດ້ຊີ້ນຳກະຊວງຍຸຕິທຳໃຫ້ ສົມທົບກັບກະຊວງ, ອົງການທີ່ເປັນ ຜູ້ຮັບຜິດຊອບສ້າງ ແລະ ປັບປຸງກົດ ໝາຍປັບປຸງແຜນດັ່ງກ່າວ ຕາມ ການປະກອບຄຳເຫັນຂອງສະມາ ຊິກລັດຖະບານ ໂດຍສະເພາະຈັດ ສັນບັນດາກົດໝາຍ ທີ່ເລື່ອນມາຈາກ ປີ 2023, ເລັ່ງປັບປຸງກົດໝາຍວ່າ ດ້ວຍການສົ່ງເສີມການລົງທຶນໃນ ບາງມາດຕາ, ຄົ້ນຄວ້າສ້າງບາງດຳ ລັດ ໃຫ້ສອດຄ່ອງກັບສະພາບຕົວ ຈິງ. ມອບໃຫ້ຫ້ອງວ່າການສໍານັກ ງານນາຍົກລັດຖະມົນຕີ ສົມທົບກັບ ກະຊວງຍຸຕິທຳແລະພາກສ່ວນກ່ຽວ ຂ້ອງປັບປຸງ ແລະ ຮຽບຮຽງສຸດ ທ້າຍບັນດາຮ່າງກົດໝາຍເພື່ອນໍາ ສະເໜີຕໍ່ສະພາແຫ່ງຊາດ ໃຫ້ທັນ ຕາມກຳນົດເວລາ. ວາລະທີ 3. ກອງປະຊຸມເຫັນດີ ດ້ານຫລັກການຮັບຮອງເອົາຮ່າງ ດຳລັດ 3 ສະບັບຄື: ຮ່າງດຳລັດວ່າ ດ້ວຍການປັບໃໝ ແລະ ການນຳ ໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດ ໝາຍ ແລະ ລະບຽບການກ່ຽວກັບ ແຮ່ທາດ. ກອງປະຊຸມໄດ້ຊີ້ນຳກະ ຊວງພະລັງງານ ແລະ ບໍ່ແຮ່ໃຫ້ສົມ ທົບກັບພາກສ່ວນກ່ຽວຂ້ອງປັບປຸງ ຮ່າງດຳລັດດັ່ງກ່າວຕາມຄຳເຫັນ ຂອງສະມາຊິກລັດຖະບານໃຫ້ມີເນື້ອ ໃນລະອຽດ, ຄົບຖ້ວນສົມບູນ, ຮັດ ກຸມ ເປັນຕົ້ນການໃຫ້ນິຍາມເພີ່ມ ຕື່ມບາງຄຳສັບ, ການກຳນົດຈຸດປະ ສົງ ແລະ ເງື່ອນໄຂໃນການປັບໃໝ ໃຫ້ລະອຽດຈະແຈ້ງຕື່ມ ແລະ ເໝາະ ສົມຕື່ມ, ການກຳນົດອັດຕາຄ່າປັບ ໄໝ ໃຫ້ສອດຄ່ອງກັບນິຕິກຳກ່ຽວ ຂ້ອງທີ່ໄດ້ປະກາດນຳໃຊ້ແລ້ວ; ຮ່າງ ດຳລັດວ່າດ້ວຍຄອນໂດມີນຽມ: ກອງປະຊຸມໄດ້ຊີ້ນຳກະຊວງຊັບພະ ຍາກອນ ທຳມະຊາດ ແລະ ສິ່ງແວດ ລ້ອມໃຫ້ສົມທົບກັບພາກສ່ວນກ່ຽວ ຂ້ອງປັບປຸງຮ່າງດຳລັດດັ່ງກ່າວ ຕາມຄຳເຫັນຂອງສະມາຊິກລັດຖະ ບານ ເປັນຕົ້ນ ພິຈາລະນາຄືນການ ກຳນົດຊື່ຮ່າງດຳລັດຄວນໃຫ້ສະ ແດງອອກເປັນພາສາລາວ, ການກຳ ນົດເງື່ອນໄຂ ກໍຄື ນະໂຍບາຍຕໍ່ບຸກ ຄົນທີ່ສາມາດອາໄສຢູ່ຄອນໂດມີ ນຽມ, ການຄຸ້ມຄອງ ແລະ ນຳໃຊ້ ອາຄານ, ລວມທັງການກຳນົດສິດຜູ້ ນຳໃຊ້ອາຄານໃຫ້ມີຄວາມລະອຽດ, ຈະແຈ້ງແລະຮັດກຸມກວ່າເກົ່າ; ຮ່າງ ດຳລັດວ່າດ້ວຍທີ່ດິນບໍລິເວນນ້ຳ: ກອງປະຊຸມໄດ້ຊີ້ນໍາກະຊວງຊັບ ພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມໃຫ້ສົມທົບກັບພາກ ສ່ວນກ່ຽວຂ້ອງປັບປຸງຮ່າງດຳລັດ ດັ່ງກ່າວ ຕາມຄຳເຫັນຂອງສະມາ ຊິກລັດຖະບານໃຫ້ມີເນື້ອໃນລະ ອຽດ, ຈະແຈ້ງ, ຄົບຖ້ວນສົມບູນ, ຮັດ ກຸມເປັນຕົ້ນປັບປຸງບາງຄຳສັບໃຫ້ ສອດຄ່ອງກັບຕົວຈິງກວ່າເກົ່າ, ກຳນົດໃຫ້ຈະແຈ້ງຕື່ມສິດຂອງບັນ ດາພາກສ່ວນທີ່ຮັບຜິດຊອບຄຸ້ມຄອງ ດິນບໍລິເວນນໍ້າ, ການກຳນົດພັນທະ ໃນການນຳໃຊ້ດິນບໍລິເວນນໍ້າ ແລະ ໃຫ້ສອດຄ່ອງກັບນິຕິກຳກ່ຽວຂ້ອງ ທີ່ໄດ້ປະກາດນຳໃຊ້ແລ້ວເພື່ອຫລີກ ລ່ຽງການກຳນົດຊໍ້າຊ້ອນ ແລະ ເນື້ອໃນທີ່ບໍ່ສອດຄ່ອງກັນ.ກອງປະ ຊຸມ, ມອບໃຫ້ຫ້ອງວ່າການສໍານັກ ງານນາຍົກລັດຖະມົນຕີ ສົມທົບກັບ ກະຊວງຍຸຕິທໍາ ແລະ ຄະນະຮັບຜິດ ຊອບຮ່າງບັນດາດຳລັດດັ່ງກ່າວ ປັບປຸງ ແລະ ຮຽບຮຽງສຸດທ້າຍ ເພື່ອນໍາສະເໜີທ່ານຮອງນາຍົກລັດ ຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດ ການປົກຄອງ ແລະ ວັດທະນະທຳສັງຄົມ ມີຄໍາເຫັນແລ້ວນໍາສະເໜີ ທ່ານນາຍົກລັດຖະມົນຕີພິຈາລະ ນາລົງລາຍປະກາດໃຊ້ໃນຂັ້ນຕໍ່ໄປ. ສຳລັບແຜນວຽກຈຸດສຸມໃນທ້າຍ ເດືອນຕຸລາ ແລະ ເດືອນພະຈິກ 2023, ລັດຖະບານຈະຕ້ອງໄດ້ສືບ ຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງ ດ້ານເສດຖະກິດ ເປັນຕົ້ນ ບັນຫາເງິນ ເຟີ້, ອັດຕາແລກປ່ຽນ, ລາ ຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ແລະ ແຜນ ຈຸດສຸມການແກ້ໄຂບັນຫາທີ່ຕິດພັນ ກັບ 2 ວາລະແຫ່ງຊາດ ກໍຄື ແຜນພັດ ທະນາເສດຖະກິດ-ສັງຄົມທ້າຍປີ 2023 ດ້ວຍມາດຕະການ ແລະ ວິ ທີການຕ່າງໆທີ່ສອດຄ່ອງ, ໃນນັ້ນ ຈະໄດ້ເລັ່ງປະຕິບັດວຽກງານຈຸດ ສຸມຕົວຈິງດັ່ງນີ້: ໃຫ້ທຸກພາກສ່ວນ ນຳເອົາເນື້ອໃນຈິດໃຈຜົນ ຂອງກອງ ປະຊຸມຄັ້ງນີ້ ໄປປັບປຸງຮຽບຮຽງ ບັນດາເນື້ອໃນທີ່ຈະນຳໄປລາຍງານ ຕໍ່ກອງປະຊຸມຄົບຄະນະສູນກາງ ພັກຄັ້ງທີ 7 ສະໄໝທີ XI ແລະ ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ທີ່ຈະໄຂຂຶ້ນໃນທ້າຍເດືອນຕຸລາ 2023 ໂດຍໃຫ້ກະກຽມຂໍ້ມູນລະ ອຽດຊັດເຈນ ແລະ ປັບປຸງບົົດລາຍ ງານ ໃຫ້ແຈ້ງຕື່ມ, ລວມທັງການກະ ກຽມຕອບຄຳຊັກຖາມຂອງສະມາ ຊິກສະພາແຫ່ງຊາດ; ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ: ໃຫ້ສືບຕໍ່ປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບທົ່ວປວງຊົນຮອບດ້ານ ເພື່ອ ຮັບປະກັນສະຖຽນລະພາບທາງ ດ້ານການເມືອງ, ສັງຄົມມີຄວາມສະ ຫງົບປອດໄພຮອບດ້ານ, ສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ; ຂົງເຂດເສດຖະກິດ: ສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງ ດ້ານເສດຖະກິດ, ໃນນັ້ນໃຫ້ຮີບ ຮ້ອນຈັດຕັ້ງປະຕິບັດບັນດານິຕິກຳ ທີ່ວາງອອກໃຫ້ເປັນຮູບປະທຳ ໂດຍ ສະເພາະການແກ້ໄຂບັນຫາອັດຕາ ແລກປ່ຽນແລະການຄຸ້ມຄອງລາຄາ ສິນຄ້າ, ສຸມໃສ່ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຕາມບັນດາ ໜ້າວຽກທີ່ໄດ້ວາງໄວ້, ສຸມໃສ່ຈັດ ເກັບລາຍຮັບໃຫ້ໄດ້ຕາມແຜນ ຫລື ລື່ນແຜນ, ພ້ອມກັນນັ້ນ ກໍໃຫ້ສຸມໃສ່ ຄຸ້ມຄອງການປະຕິບັດລາຍຈ່າຍ ດ້ວຍມາດຕະການປະຢັດ ແລະ ຕ້ານ ການຟູມເຟືອຍ ໂດຍສະເພາະໃຫ້ເອົາ ໃຈໃສ່ປະຢັດເງິນຕາຕ່າງປະເທດ ດ້ວຍການຈຳກັດການເດີນທາງໄປ ຕ່າງປະເທດທີ່ບໍ່ຈຳເປັນ, ໂຄສະນາ ແລະ ປຸກລະດົມໃຫ້ທົ່ວສັງຄົມປະ ຢັດມັດທະຍັດໃນການຈັດງານດອງ, ງານບຸນປະເພນີຕ່າງໆ ແລະ ສົ່ງ ເສີມໃຊ້ຜະລິດຕະພັນພາຍໃນ, ເອົາ ໃຈໃສ່ເກັບກ່ຽວຜົນຜະລິດລະດູຝົນ, ສືບຕໍ່ຊຸກການຜະລິດພາຍໃນ ແລະ ສົ່ງເສີມການສົ່ງອອກ ໂດຍສະເພາະ ສິນຄ້າກະສິກຳຂອງ ສປປ ລາວ ໃຫ້ ຫລາຍເທົ່າທີ່ຈະຫລາຍໄດ້, ສຸມໃສ່ ແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງ ກີດຂວາງໃນການລົງທຶນຢູ່ ສປປ ລາວ ເພື່ອສາມາດດຶງດູດການລົງ ທຶນພາຍໃນ ແລະ ຕ່າງປະເທດໃຫ້ ຫລາຍຂຶ້ນ, ສືບຕໍ່ປັບປຸງເສັ້ນທາງ ຫລວງແຫ່ງຊາດ, ທາງຫລວງທ້ອງ ຖິ່ນທີ່ເປ່ເພໃຫ້ສາມາດໄປມາໄດ້ປົກ ກະຕິໂດຍໄວ. ພ້ອມກັນນັ້ນ, ກໍແກ້ໄຂ ບັນຄວາມບໍ່ເອກະພາບໃນການເກັບ ຄ່າບໍລິການຄ່ຽນຖ່າຍສິນຄ້າຢູ່ດ່ານ ທ່າບົກ, ບັນຫາຄວາມຫຍຸ້ງຍາກໃນ ການຄ່ຽນຖ່າຍສິນຄ້າໃຫ້ຂາດຕົວ ໂດຍໄວ. ຂົງເຂດວຽກງານວັດທະນະ ທຳ-ສັງຄົມ: ສືບຕໍ່ເອົາໃຈໃສ່ໂຄສະ ນາເຜີຍແຜ່ແນວທາງນະໂຍບາຍ ຂອງພັກ-ລັດຖະບານ ໃຫ້ປະຊາຊົນ ແລະ ສັງຄົມຮັບຮູ້ເລິກເຊິ່ງ ແລະ ກວ້າງຂວາງ, ຕ້ານ ແລະ ຕອບໂຕ້ ກຸ່ມຄົນບໍດີທີ່ໃສ່ຮ້າຍປ້າຍສີດ້ວຍ ຮູບການ ແລະ ວິທີການຕ່າງໆ, ສຸມ ໃສ່ກະກຽມຈັດພິທີເປີດປີທ່ອງທ່ຽວ ລາວ 2024 ໃນເດືອນພະຈິກ 2023 ນີ້, ໄປຄຽງຄູ່ກັບການກະກຽມ ຄວາມພ້ອມຮອບດ້ານໃນການສົ່ງ ເສີມການທ່ອງທ່ຽວ, ລວມທັງບຸນ ປະເພນີອອກພັນສາ ແລະ ບຸນນະ ມັດສະການພະທາດຫລວງໃຫ້ມີ ການກະກຽມໃຫ້ດີ ແລະ ໂຄສະນາ ເຜີຍແຜ່ສົ່ງເສີມຊຸກຍູ້ການທ່ອງ ທ່ຽວໃຫ້ກວ້າງຂວາງ, ສືບຕໍ່ເອົາ ໃຈໃສ່ວຽກງານສາທາລະນະສຸກ ໂດຍ ສຸມໃສ່ປັບປຸງການບໍລິການປິ່ນ ປົວຢູ່ບັນດາໂຮງໝໍ, ຊຸກຍູ້ການຜະ ລິດຢາປົວພະຍາດທີ່ປະເທດເຮົາ ສາມາດຜະລິດໄດ້ໃຫ້ພຽງພໍ ເພື່ອຈຳ ກັດການນຳເຂົ້າ ແລະ ປະຢັດເງິນ ຕາຕ່າງປະເທດ, ເອົາໃຈໃສ່ຕິດຕາມ ແລະ ຄຸ້ມຄອງແຮງງານລາວ ທີ່ໄປອອກແຮງງານຢູ່ຕ່າງປະເທດ, ທັງຄົ້ນຄວ້າຊອກມາດຕະການ ແລະ ວິທີແກ້ໄຂບັນຫາຂາດເຂີນແຮງ ງານໄປຄຽງຄູ່ກັນການສ້າງ ແລະ ພັດທະນາວິຊາຊີບຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ; ເອົາໃຈໃສ່ແກ້ໄຂບັນ ຫາການຂາດເຂີນຄູ ຕາມມະຕິຕົກ ລົງສະບັບເລກທີ 09/ລບ ລົງວັນທີ 17 ກໍລະກົດ 2023 ແລະ ເອົາໃຈໃສ່ ແກ້ໄຂບັນຫາການປະລະການຮຽນ ໃຫ້ຕາການປະລະການຮຽນຫລຸດ ໜ້ອຍລົງ; ສຸມໃສ່ການແກ້ໄຂບັນຫາ ເຂດແດນເຊື່ອມຕໍ່ລະຫວ່າງທ້ອງ ຖິ່ນຕໍ່ທ້ອງຖິ່ນຕາມທິດຊີ້ນໍາຜ່ານ ມາ ໃຫ້ມີຄວາມສະຫງົບປົກກະຕິ. ວຽກງານນິຕິກຳ: ສືບຕໍ່ປັບປຸງ ແລະ ກວດກາຄວາມຖືກຕ້ອງຂອງ ກົດໝາຍ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງລັດຖະບານ ທີ່ຈະນຳໄປຜ່ານ ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີIX ໃຫ້ດີ ເພື່ອໃຫ້ສາມາດຮັບຮອງຈາກ ກອງປະຊຸມ. ພ້ອມນັ້ນ, ກໍໃຫ້ເລັ່ງປັບ ປຸງບາງມາດຕາຂອງກົດໝາຍວ່າ ດ້ວຍການສົ່ງເສີມການລົງທຶນ ແລ້ວ ນຳມາຜ່ານກອງປະຊຸມລັດຖະບານ ພາຍໃນເດືອນທັນວາ 2023. ຈາກ ນັ້ນ, ຈຶ່ງສະເໜີເຂົ້າຜ່ານກອງປະ ຊຸມສະໄໝສາມັນ ເທື່ອທີ 7 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນປີ 2024, ສືບຕໍ່ຄົ້ນຄວ້າສ້າງຮ່າງດໍາ ລັດວ່າດ້ວຍລະບົບກົງຈັກການຈັດ ຕັ້ງ, ສືບຕໍ່ປະເມີນການຈັດຕັ້ງປະຕິ ບັດວຽກດ່ານຊາຍແດນ ແລະ ດ່ານ ສະໜາມບິນສາກົນ ຕາມດໍາລັດ 558/ລບ; ຮີບຮ້ອນປັບປຸງ ແລະ ຮຽບຮຽງບັນດາຮ່າງດຳລັດທີ່ຜ່ານ ກອງປະຊຸມຄັ້ງນີ້ ໃຫ້ເອກະພາບ ແລະ ຮັດກຸມແລ້ວສະເໜີຂໍລາຍເຊັນ ປະກາດໃຊ້ໄວ. ຂົງເຂດວຽກງານການຕ່າງປະ ເທດ: ສືບຕໍ່ກະກຽມໃຫ້ທ່ານນາ ຍົກລັດຖະມົນຕີ ໃນການໄປຮ່ວມ ກອງປະຊຸມສຸດຍອດອາຊຽນ-ສະ ພາ ຮ່ວມມືເຂດອ່າວ (GCC) ທີ່ຣີ ຢັດ, ອາຣັບບີ ຊາອຸດິດ, ສືບຕໍ່ກະ ກຽມໃຫ້ແກ່ການມາຢ້ຽມຢາມສປປ ລາວ ຂອງທ່ານນາຍົກລັດຖະມົນຕີ ຣາຊາອານະຈັກໄທ ໃນທ້າຍເດືອນ ຕຸລານີ້, ສືບຕໍ່ຕິດຕາມສະພາບພົ້ນ ເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາ ກົນໃຫ້ທັນການ ແລະ ສືບຕໍ່ກະກຽມ ແກ່ການເຄື່ອນໄຫວວຽກງານຕ່າງ ປະເທດ ຂອງການນຳຂັ້ນສູງ, ເອົາ ໃຈໃສ່ການຈັດຕັ້ງຜັນຂະຫຍາຍຜົນ ການເຄື່ອນໄຫວວຽກງານຕ່າງປະ ເທດ ໃຫ້ມີຜົນສຳເລັດແລະທັນກັບ ສະພາບການ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ຈໍາກັດທີ່ໄດ້ຮັບອະນຸຍາດຈາກອຳ ນາດການປົກຄອງ ແຂວງສາລະວັນ ກໍຄື ເມືອງຄົງເຊໂດນ ເພື່ອມາສົ່ງ ເສີມແລະຍົກລະດັບມາດຕະຖານປີ້ງ ໄກ່ລາດນາປົ່ງຄຸນນະພາບໃໝ່ ໂດຍ ເລີ່ມເປີດໃຫ້ບໍລິການ ມາແຕ່ວັນທີ 16 ຕຸລາ 2023 ຢູ່ບ້ານນາປົ່ງ ເມືອງຄົງເຊໂດນ ແຂວງສາລະວັນ, ທັງເປັນການກະກຽມຄວາມພ້ອມ ຕ້ອນຮັບນັກທ່ອງທ່ຽວທ້າຍປີ 2023 ແລະ ປີທ່ອງທ່ຽວລາວ 2024 ທີ່ຈະມາເຖິງນີ້. ໃນວັນທີ 16 ຕຸລາ 2023 ນີ້,ໄດ້ ມີກອງປະຊຸມສືບຕໍ່ປະຕິບັດຕາມຂໍ້ ຕົກລົງ ສະບັບເລກທີ 333/ຈມຄດ ລົງວັນທີ 5ກໍລະກົດ2023ວ່າດ້ວຍ ອານຸຍາດຈາກອໍານາດການປົກ ຄອງ ເມືອງຄົງເຊໂດນແຂວງສາລະ ວັນໃຫ້ບໍລິສັດພັດທະນາແຫລ່ງທ່ອງ ທ່ຽວ ຕາດເຍືອງຫລັກ 40 ເມືອງ ປາກຊ່ອງ ຈໍາກັດ ມາສົ່ງເສີມຍົກລະ ດັບມາດຕະຖານປີ້ງໄກ່ລາດນາປົ່ງ ໃຫ້ມີຄຸນນະພາບໃໝ່ ໂດຍມີທ່ານ ສົມຈັນ ຈັນທະພູທອນ ຮອງເຈົ້າ ເມືອງ ຜູ້ຊີ້ນໍາເສດຖະກິດ ເມືອງຄົງ ເຊໂດນ ແຂວງສາລະວັນ, ທ່ານ ນາງ ສອນທິດາ ອຸນາພົມ ຜູ້ອໍານວຍ ການພັດທະນາແຫລ່ງທ່ອງທ່ຽວ ຕາດເຍືອງ ຫລັກ 40 ເມືອງປາກ *** ຕໍ່ຈາກໜ້າ 1 ***
RkJQdWJsaXNoZXIy MTc3MTYxMQ==