07 xtgmf]k; gsfdko{dkora fmtok a 19/10/2023 ຂ່າວໂດຍ: ສົງການ ພັນແພງດີ່ າົ ງັ ນີ ຂ່າວ-ພາບ: ດາວເພັດ ແກ້ວປະເສິດ່ າັ ດ້ ວິ ດ ຂ່າວ: ວັນນະເດດ່ າັ ນ ,a fltfh k 7;h kc-a , 16 {10 ikfh k -5 [gxu 7a [ 2023 g,n v'xkdmk lts]v' ;a ogfa dpy 'lkdq o 7q [Iv[ 12 xu d5j ,c0j '0a o;Pd'kodkog,n v' c0;'[yj 'g1n v' c]dxj Po[q fIPo16j 9exkla d ຂປລ. ແຫລ່ງຂ່າວຈາກ ແຂວງ ຈໍາປາສັກ ໃຫ້ຮູ້ວ່າ: ພະນັກງານ ກຸ່ມແຂ່ງຂັນວຽກງານການເມືອງ ພາຍໃນແຂວງບິ່ງເຢືອງສສຫວຽດ ນາມ ນຳໂດຍ ທ່ານ ວໍ່ແທ່ງເຢີນ ຮອງຫົວໜ້າພະແນກການຕ່າງ ປະເທດແຂວງ ບິ່ງເຢືອງ ເຄື່ອນໄຫວ ຢ້ຽມຢາມ, ແລກປ່ຽນບົດຮຽນ ຢູ່ ແຂວງຈຳປາສັກ ໃນທ້າຍອາທິດ ຜ່ານມາ ແລະ ໄດ້ເຂົ້າຢ້ຽມຂ່ຳນັບ ການນຳແຂວງ ໂດຍການຕ້ອນຮັບ ຂອງ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ. ໂອກາດນີ້, ທ່ານຮອງເຈົ້າແຂວງ ຈຳປາສັກ ສະເໜີໃຫ້ຮູ້ຈຸດພິເສດ, ສະພາບລວມ ຂອງການພັດທະນາ ເສດຖະກິດ-ສັງຄົມ ແຂວງຈຳປາ ສັກ, ພ້ອມທັງຕີລາຄາສູງ ຕໍ່ການມາ ຢ້ຽມຢາມຂອງຄະນະຜູ້ແທນພະນັກ ງານກຸ່ມແຂ່ງຂັນວຽກງານການ ເມືອງພາຍໃນແຂວງບິ່ງເຢືອງ, ເຊິ່ງ ເປັນຂີດໝາຍສຳຄັນ ແລະ ປະກອບ ສ່ວນເຂົ້າໃນການເສີມສ້າງສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ຄວາມ ຂປລ. ແຫລ່ງຂ່າວຈາກ ເມືອງ ແກ້ວອຸດົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ກອງປະຊຸມປຶກສາຫາລືວຽກງານ ປົກປ້ອງສັງຄົມ, ຊົດເຊີຍ, ການຍົກ ຍ້າຍ ແລະ ຈັດສັນປະຊາຊົນ ທີ່ໄດ້ ຮັບຜົນກະທົບຈາກໂຄງການກໍ່ສ້າງ ຢູ່ເຂດໜ້າເຂື່ອນນໍ້າງື່ມ 1 ບ້ານແສງ ສະຫວ່າງ ເມືອງແກ້ວອຸດົມ ຈັດຂຶ້ນ ໃນວັນທີ 17 ຕຸລາ 2023 ໂດຍມີ ການນໍາເມືອງ, ທີມງານຊ່ຽວຊານ ປົກປ້ອງສັງຄົມຂອງໂຄງການ ແລະ ພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບເງິນຊົດ ເຊີຍ ເຂົ້າຮ່ວມປຶກສາຫາລື. ທ່ານ ສີສະຫວາດ ແສງພະຈັນ ຫົວໜ້າພະແນກຖະແຫລງຂ່າວ, ວັດ ທະນາທຳ ແລະ ທ່ອງທ່ຽວແຂວງ ວຽງຈັນ ໄດ້ໃຫ້ຮູ້ວ່າ: ໂຄງການພັດ ທະນາໂຄງລ່າງພື້ນຖານ ເພື່ອສົ່ງ ເສີມການທ່ອງທ່ຽວ ເປັນໂຄງການ ໜຶ່ງທີ່ມີຈຸດປະສົງ ແລະ ເປົ້າໝາຍ ເພື່ອຊ່ວຍພັດທະນາໂຄງລ່າງພື້ນ ຖານ ແລະ ສ້າງສິ່ງອຳນວຍຄວາມ ສະດວກຮັບໃຊ້ໃຫ້ແກ່ການທ່ອງ ທ່ຽວໃນພື້ນທີ່ເປົ້າໝາຍ ໃຫ້ກາຍເປັນ ຈຸດໝາຍປາຍທາງການທ່ອງທ່ຽວ ເພື່ອເພີ່ມລາຍຮັບ, ສ້າງວຽກເຮັດ ງານທຳໃຫ້ແກ່ປະຊາຊົນໃນທ້ອງ ຖິ່ນ ແລະ ການຈັດຕັ້ງປະຕິບັດມາດ ຕະຖານການທ່ອງທ່ຽວຂອງອາ ຊຽນ ໂດຍສອດຄ່ອງກັບສະພາບ ເງື່ອນໄຂຂອງ ສປປ ລາວ ທີ່ໄດ້ຮັບ ການຊ່ວຍເຫລືອ ຈາກທະນາຄານ ພັດທະນາອາຊີ (ADB), ໃນເບື້ອງ ຕົ້ນທາງໂຄງການໄດ້ຈັດສັນງົບປະ ມານ ເພື່ອຊົດເຊີຍປະຊາຊົນຜູ້ທີ່ໄດ້ ຮັບຜົນກະທົບພຽງແຕ່ 142 ລ້ານ ກວ່າກີບ, ແຕ່ພາຍຫລັງການເຊັນ ສັນຍາກໍ່ສ້າງແລ້ວ ຜູ້ໃຫ້ທຶນຈຶ່ງໄດ້ ມີການຄົ້ນຄວ້າພິຈາລະນາຄືນ ແລະ ມີການຫັນປ່ຽນຮູບແບບຂອງການ ຊ່ວຍເຫລືອ ໂດຍເຫັນດີອະນຸມັດ ໃຫ້ມີການຊົດເຊີຍດ້ວຍທຶນຂອງ ໂຄງການເອງ ເພື່ອປະຕິບັດມາດຕະ ການຫລຸດຜ່ອນຜົນກະທົບໄປຕາມ ນະໂຍບາຍຂອງຜູ້ໃຫ້ທຶນ. ໂຄງການດັ່ງກ່າວ, ໄດ້ສົ່ງຜົນກະ ທົບຕໍ່ອາຄານ-ສິ່ງປຸກສ້າງຂອງ ປະຊາຊົນ ແລະ ຫ້ອງການຂອງລັດ ທັງໝົດ 90 ໂຄງສ້າງ. ໃນນີ້, ມີອາ ຄານຂອງລັດ8ໂຄງສ້າງແລະຂອງ ເອກະຊົນ 72 ໂຄງສ້າງ, ຈຳນວນ ຄອບຄົວຂອງປະຊາຊົນທີ່ໄດ້ຮັບ ຜົນກະທົບທັງໝົດ 50 ຄອບຄົວ, ປັດຈຸບັນໄດ້ຮັບເງິນຊົດເຊີຍໝົດທຸກ ຄອບຄົວແລ້ວ. ສ່ວນວຽກງານ ກໍ່ສ້າງຂອງໂຄງການສາມາດປະຕິ ບັດໄດ້ 70,75% ຂອງໜ້າວຽກທັງ ໜົດ, ຍັງເຫລືອ 29,25%, ຄາດວ່າ ວຽກງານກໍ່ສ້າງຂອງໂຄງການຈຶ່ງ ຈະສໍາເລັດຕາມແຜນທີ່ວາງໄວ້ ແລະ ຈັດພິທີມອບ-ຮັບໂຄງການໃນໄລຍະ ເດືອນ ມິຖຸນາ-ກໍລະກົດ 2024. *ສະໂມສອນ ມັດສະດ້າ ຈີບີ ເອັບ ຊີ ໃນຮຸ່ນອາຍຸບໍ່ເກີນ 10 ປິ ຫລື ຢູ-10 ນົກພິນິກນ້ອຍ ຄອງແຊ໋ມ ການແຂ່ງຂັນບານເຕະເຍົາວະຊົນ 7ຄົນ(6ຮັບ1)ຫລືລາຍການຣາເດີ ຊຸບເປີ ຄັບ ຄັ້ງທີ 1 ປະຈຳປີ 2023 (RadarSuperCup2023)ເພື່ອ ສ້າງຂະບວນການສະເຫຼີມສະຫຼອງ ວັນຄູແຫ່ງຊາດ 7 ຕຸລາ 2023 ຂະ ນະທີ່ແຊັມ ຢູ-12 ປີ ຕົກເປັນຂອງ ສະໂມສອນ ຄຳໃສ ແລະ ແຊັມຮຸ່ນ 14 ປີແມ່ນຕົກເປັນຂອງສະໂມສອນ ວຽງຈັນ ເອັບທີ. ການແຂ່ງຂັນບານເຕະ7ຄົນຫລື6 ຮັບ1ຮຸ່ນເຍົາວະຊົນ3ຮຸ່ນລາຍການ ຣາເດີ ຊຸບເປີ ຄັບ ຄັ້ງທີ 1 ປະຈຳປີ 2023 ໄດ້ມີຂຶ້ນ ລະຫວ່າງວັນທີ 14-15 ຕຸລາ ຜ່ານມາ ທີ່ສະໜາມ ບານເຕະຫຍ້າແທ້ ສູນ Mazda laos ໃຫ້ກຽດເຂົ້າຮ່ວມ ແລະ ມອບ ລາງວັນໂດຍທ່ານ ກົງສະດາ ແກ້ວ ມະນິວົງ ປະທານທີ່ປືກສາບໍລິສັດ ຣາດ້າລາວຈຳກັດຕົວແທນຈຳໜ່າຍ ລົດ ຣາດ້າ ລາວ ພຽງຜູ້ດຽວໃນ ສປປ ລາວ ແລະ ທ່ານ ທິບພະເນດ ແກ້ວມະນີວົງ ປະທານບໍລິສັດ ແກ້ວ ໂອໂຕກຣຸບຈຳກັດ, ປະທານບໍລິສັດ ຣາດ້າລາວແລະທັງເປັນປະທານຈັດ ການແຂ່ງຂັນ ພ້ອມດ້ວຍບັນດາຜູ້ ຕາງໜ້າຈາກບໍລິສັດRadar Laos ພ້ອມດ້ວຍຄູຝຶກ ແລະ ນັກກີລາ ຕະຫລອດຮອດສື່ມວນຊົນເຂົ້າຮ່ວມ ຢ່າງພ້ອມພຽງ. ການແຂ່ງຂັນລາຍການດັ່ງ ກ່າວ ຈັດຂຶ້ນກໍເພື່ອສ້າງຂະບວນ ການສະເຫຼີມສະຫລອງເນື່ອງໃນ ໂອກາດວັນຄູແຫ່ງຊາດ 7 ຕຸລາ 2023 ພ້ອມທັງສົ່ງເສີມນັກກິລາ ເຍົາວະຊົນຂອງບັນດາສະໂມສອນ ຕ່າງໆ ພາຍໃນນະຄອນຫລວງວຽງ ຈັນ ແລະ ຕ່າງແຂວງໃຫ້ມີການພັດ ທະນາຢ່າງຕໍ່ເນື່ອງ ສາມາດກ້າວ ຂຶ້ນໄປເປັນນັກກິລາລະດັບຊາດ ກໍຄືຕິດທີມຊາດ ໃນອະນາຄົດ ໃຫ້ ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງ ກວ້າງຂວາງ. ລາຍການນີ້ ມີບັນດາສະໂມ ສອນເຂົ້າຮ່ວມແຂ່ງຂັນຮຸ່ນລະ 8ທີມ ຂປລ. ແຫລ່ງຂ່າວຈາກ ເມືອງ ປາກທາ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເມືອງປາກທາ ຈັດພິທີສະເຫລີມສະ ຫລອງ ວັນເດັກຍິງສາກົນ ຄົບຮອບ 12 ປີ ໃນວັນທີ 17 ຕຸລາ 2023 ໄດ້ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຈັນສຸກ ວັນນະວົງ ຮອງ ເຈົ້າເມືອງປາກທາ, ຜູ້ຊີ້ນຳຂົງເຂດ ວຽກງານວັດທະນະທຳສັງຄົມ, ທ່ານນາງຄຳສອນວົງຄຳຈັນຮອງ ປະທານສະຫະພັນແມ່ຍິງແຂວງບໍ່ ແກ້ວ, ທ່ານ ນາງ ເພັດສະໄໝ ດວງ ຈັນ ຮອງຫົວໜ້າຫ້ອງການສຶກສາ ທິການ ແລະ ກິລາເມືອງປາກທາ, ມີ ທີມງານຂອງອົງການແພນສາກົນ ປະເມືອງປາກທາ, ຫົວໜ້າ-ຮອງ ຫົວໜ້າຫ້ອງການ, ພໍ່ແມ່ນັກຮຽນ, ຄູ-ອາຈານ ຕະຫລອດຮອດນ້ອງ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ. ໂອກາດນີ້, ທ່ານ ນາງ ຈັນສຸກ ວັນນະວົງ ໄດ້ຍົກໃຫ້ເຫັນເຖິງປະ ຫວັດຄວາມເປັນມາຂອງວັນເດັກ ຍິງສາກົນ ວ່າ: ໃນປີ 2015 (ຫລັງ ສິ້ນສຸດເປົ້າໝາຍສະຫັດສະວັດແຫ່ງ ການພັດທະນາໃນປີ 2015 ແລະ ເຂົ້າສູ່ເປົ້າໝາຍການ ພັດທະນາ ແບບຍືນຍົງໃນປີ 2016). ລັດຖະ ບານ ສປປ ລາວ ໄດ້ນໍາສະເໜີ ຕົວ ລະຄອນນາງນ້ອຍເຊິ່ງເປັນຕົວແທນ ໃຫ້ ແກ່ເດັກຍິງ 700.230 ຄົນ ໃນ ສປປ ລາວ, ຕົວລະຄອນດັ່ງກ່າວໄດ້ ສ້າງຂຶ້ນມາເປັນຕົວແທນຂອງເດັກ ຍິງ ແລະ ໄວໜຸ່ມຍິງ ທຸກຄົນເພື່ອ ຮຽກຮ້ອງໃຫ້ພາກສ່ວນຕ່າງໆເອົາ ໃຈໃສ່ບັນຫາ ແລະ ສິ່ງທີ່ທ້າທາຍ ທີ່ໄວໜຸ່ມຍິງກຳລັງຜະເຊີນຢູ່, ເປັນ ການສ້າງປູກຈິດສຳນຶກ ແລະ ສຸມ sk]n ;Pd'kozq odtmq [9kd 37'dkod+ lh k' g0f|h kg0n j vooE'n j , 1 ໃສ່ວຽກງານພັດທະນາເດັກຍິງ ແລະ ໄວໜຸ່ມຍິງທຸກຂະແໜງ ການ ໃນຂອບເຂດທົ່ວປະເທດ. ນາງ ນ້ອຍ ໄດ້ຖືກສ້າງຂຶ້ນມາເປັນຈຸດເລີ່ມຕົ້ນ ໃນການສົນທະນາ ແລະ ໃຫ້ຄວາມ ສົນໃຈກ່ຽວກັບບັນຫາ ສິ່ງທ້າທ້າຍ ແລະ ຄວາມຕ້ອງການສະເພາະຂອງ ເດັກຍິງ ແລະ ໄວໜຸ່ມຍິງ ເພື່ອໃຫ້ ພວກເຂົາໄດ້ເຂົ້າເຖິງທັກສະ ແລະ ທ່າແຮງ ບົ່ມຊ້ອນຂອງພວກເຂົາໄດ້ ຢ່າງເຕັມທີ່. ດັ່ງນັ້ນ, ໃນວັນທີ 11 ຕຸລາ ປີ 2016 ເປັນຕົ້ນມາ ຈຶ່ງໄດ້ເລີ່ມມີ ການສະເຫລີມສະຫລອງວັນເດັກ ຍິງສາກົນໃນທຸກໆປີ ເພື່ອເປັນການ ສະເຫລີມສະຫລອງຜົນສຳເລັດ ແລະ ລາຍງານຄວາມຄືບໜ້າຂອງ ວຽກງານ ໂຄງການພັດທະນາໄວ ໜຸ່ມຍິງ, ການສ້າງຄວາມຮ່ວມມື ແລະ ເພື່ອເປັນການສະໜັບສະໜູນ ຄວາມໝາຍໝັ້ນທີ່ເຄີຍໃຫ້ໄວ້ຕໍ່ກັບ ການກະຕຸກຊຸກຍູ້ ສົ່ງເສີມການສ້າງ ຄວາມເຂັ້ມແຂງໃຫ້ແກ່ເດັກຍິງ, ຍິງໜຸ່ມ ແລະ ເດັກຊາຍ ແລະ ຊາຍ ໜຸ່ມ ດ້ວຍວິໄສທັດທີ່ວ່າ “ ບໍ່ປ່ອຍໃຫ້ ໃຜຢູ່ຂ້າງຫລັງ”. ດັ່ງນັ້ນ, ສະມັດຊາ ໃຫຍ່ແຫ່ງອົງການສະຫະປະຊາ ຊາດ ໄດ້ຕົກລົງເຫັນດີຮັບຮອງເອົາ ວັນທີ 11 ຕຸລາ ຂອງທຸກໆປີ ເປັນ ວັນສະເຫລີມສະຫລອງວັນເດັກຍິງ ສາກົນຕາມມະຕິ66/170ລົງວັນທີ 19 ທັນວາ 2011. ນັບແຕ່ນັ້ນມາ, ໄດ້ມີການສະເຫລີມສະຫລອງວັນ ເດັກຍິງສາກົນ ວັນທີ 11 ຕຸລາຂອງ ທຸກໆປີ ເພື່ອເປັນການສົ່ງເສີມສິດທິ ຂອງເດັກຍິງ ແລະ ຮັບຮູ້ເຖິງບັນຫາ, ສິ່ງທ້າທາຍທີ່ເດັກຍິງກຳລັງຜະ ເຊີນຢູ່ໃນຂອບເຂດທົ່ວໂລກ, ວັນ ເດັກສາກົນ ເປັນວັນທີ່ປະຕິບັດຕາມ ສາກົນ ທີ່ປະກາດໂດຍສະຫະປະຊາ ຊາດ ຫລື ເອີ້ນອີກຢ່າງໜຶ່ງວ່າ: ວັນ ເດັກແມ່ຍິງ ແລະ ວັນເດັກແມ່ຍິງ ສາກົນ ວັນທີ 11 ຕຸລາ 2012 ເປັນ ວັນທຳອິດຂອງເດັກຍິງ ແລະ ເຫັນ ໄດ້ວ່າມີການສະໜັບສະໜູນໂອກາດ ສຳລັບແມ່ຍິງຫລາຍຂຶ້ນ. ໂອກາດນີ້, ຜູ້ເຂົ້າຮ່ວມ ໄດ້ຮັບ ຊົມການສະແດງວັນນະຄະດີ, ການ ແຂ່ງຂັນຖາມ-ຕອບຂອງນ້ອງນັກ ຮຽນ, ຮ້ອງເພງ ແລະ ຊົມການສະ ເເດງລະຄອນ ຕື່ມອີກ. ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງຊາດລາວ- ຫວຽດນາມ ໂດຍສະເພາະລະຫວ່າງ ແຂວງບິ່ງເຢືອງກັບ ແຂວງຈຳປາ ສັກ ໃຫ້ນັບມື້ຮ່ວມກັນພັດທະນາ ແລະ ກ້າວເຂົ້າສູ່ລວງເລິກ. ແຂວງຈຳປາສັກ ກັບ ແຂວງ ບິ່ງເຢືອງ ໄດ້ມີການພົວພັນຮ່ວມມື ນຳກັນນັບແຕ່ປີ 2006, ໄລຍະຜ່ານ ມາ ຍາມໃດກໍໄດ້ໃຫ້ການເອົາໃຈ ໃສ່ ອຸ້ມຊູຊ່ວຍເຫລືອກັນ, ມີການພົວ ພັນນຳກັນຢ່າງເລິກເຊິ່ງ ແລະ ໄດ້ ມີການສືບຕໍ່ເຊັນບົດບັນທຶກການ ຮ່ວມມືໃນແຕ່ລະໄລຍະ. ພ້ອມນັ້ນ, ຍັງໄດ້ຮ່ວມກັນຈັດຕັ້ງຜັນຂະຫຍາຍ ຜົນສຳເລັດ ບັນດາເນື້ອໃນທີ່ໄດ້ຕົກ ລົງໃນບົດບັນທຶກ ແລະ ມີຫລາຍ ຂົງເຂດທີ່ສາມາດຈັດຕັ້ງປະຕິບັດ ໄດ້ຮັບປະສິດທິຜົນຢ່າງທີ່ໜ້າເພິ່ງ ພໍໃຈ ແລະ ເປັນຮູບປະທຳເຊັ່ນ: ການ ແລກປ່ຽນຄະນະຜູ້ແທນຂັ້ນສູງຂອງ ແຂວງ, ການພົບປະແລກຂັ້ນພະ ແນກ ການກົມກອງ ແລະ ອົງການ ຈັດຕັ້ງມະຫາຊົນຂັ້ນຕ່າງໆ ເປັນ ຕົ້ນວຽກງານການກໍ່ສ້າງຊັບພະ ຍາກອນມະນຸດ, ການຮ່ວມມືທາງ ດ້ານເສດຖະກິດ-ສັງຄົມ ແລະ ການ ຮ່ວມມືດ້ານສະຫວັດດີການສັງຄົມ ແຂວງບິ່ງເຢືອງ ໄດ້ສ້າງເງື່ອນໄຂຂໍ້ ສະດວກ ໃຫ້ແກ່ພະນັກງານອາວຸໂສ ບຳນານ ຂອງແຂວງຈຳປາສັກ ໄດ້ ໄປກວດເຊັກສຸຂະພາບ. ການຢ້ຽມຢາມແຂວງຈຳປາ ສັກ ຄັ້ງນີ້, ຄະນະພະນັກງານກຸ່ມ ແຂ່ງຂັນວຽກງານການເມືອງພາຍ ໃນ ແຂວງບິ່ງເຢືອງ ສສ ຫວຽດ ນາມ ຍັງໄດ້ຢ້ຽມຢາມ, ແລກປ່ຽນ ບົດຮຽນ ຮ່ວມກັບ ກອງບັນຊາການ ທະຫານແຂວງ, ກອງບັນຊາການ ປກສ ແຂວງ ແລະ ຢ້ຽມຢາມໂຮງ ງານປຸງແຕ່ງຢາງພາລາຂອງບໍລິ ສັດ ຫຸ້ນສ່ວນພັດທະນາຢາງພາລາ ເຢົ່າຕ໋ຽນ ຫວຽດ-ລາວ ຕື່ມອີກ. ພິເສດມີ 3 ທີມທີ່ມາຈາກ 3 ແຂວງ ປະກອບມີ ແຂວງບໍລິຄຳໄຊ, ແຂວງ ຊຽງຂວາງ ແລະ ແຂວງຫລວງພະ ບາງ ເຂົ້າຮ່ວມ ກໍຄືຮຸ່ນ 10 ປີ ມີ 8 ທີມ, ຮຸ່ນ 12 ປີ ມີ 8 ທີມ ແລະ ຮຸ່ນ 14 ປີ ມີ 8 ທີມ ໃນນັ້ນ ທີມໜຶ່ງ ຕ້ອງມີນັກກິລາ ໃນຈຳນວນ 15 ຄົນ ສຳລັບເງື່ອນໄຂນັກກິລາ ສະເພາະ ຮຸ່ນອາຍຸ 10 ປີ ຈະຕ້ອງເກີດໃນປີ 2013 ຫລືື 2014 ສ່ວນຮຸ່ນອາຍຸ 12 ປີຈະຕ້ອງເກີດປີ 2012 ແລະ 2011 ແລະ ຮຸ່ນອາຍຸ14 ປີຈະຕ້ອງ ເກີດໃນປີ 2009 ແລະ ປີ 2010. ສຳລັບທີມແຊັມ ຈະໄດ້ຮັບຫຼຽນ ລາງວັນ, ຂັນແຊັມ ແລະ ເງິນສົດທີມ ລະ5ລ້ານກີນ, ທີ2ຈະໄດ້ຮັບຫລຽນ ລາງວັນ ແລະ ເງິນລາງວັນທີມລະ 3 ລ້ານກີບ, ອັນດັບທີ 3 ຈະໄດ້ຮັບ ຫລຽນລາງວັນ ແລະ ເງິນລາງວັນ ທີມລະ 2 ລ້ານກີບ ແລະ ອັນດັບທີ 4 ກໍຈະໄດ້ຮັບຫຼຽນລາງວັນ ແລະ ເງິນລາງວັນທີມລະ 1 ລ້ານກີບ. ຜ່ານການແຂ່ງຂັນໃນໄລຍະຂອງ ວັນດັ່ງກ່າວ ຊະນະເລີດໃນຮຸ່ນ ຢູ- 10 ອັນດັບທີ 1 ເປັນຂອງມັດສະ ດ້າ ຈີບີ ເອັບຊີ ທີມ ເອ ໄດ້ຮັບຂັນ ແລະ ເງິນສົດ 5 ລ້ານກີບ, ທີ 2 ພີ ເອັມທີ ເອັບຊີ ໄດ້ຮັບຂັນ ແລະ ເງິນ ສົດ 3 ລ້ານກີບ, ທີ 3 ສະປີດ ເອັບ ຊີ ໄດ້ຮັບຂັນ ແລະ ເງິນສົດ 2 ລ້ານ ກີບ ແລ ອື່ນໆ.
RkJQdWJsaXNoZXIy MTc3MTYxMQ==